06/03/2020 15:01 GMT+7 Email Print Like 0

ໝູ່ບ້ານຫຼໍ່ວັດຖຸ ທີ່ລຳ້ຄ່າລະດັບຊາດ ຢູ່ ເຫວ້

ຜູ້ໃດເຄີຍມາ ເຫວ້ ກໍ່ຈະຮູ້ສຶກ ປະຫຼາດໃຈ ຕໍ່ບັນດາຜົນງານປະດິດແຕ່ງດ້ວຍທອງ ທີ່ມີນຳ້ໜັກ  2-3 ໂຕນ, ບາງອັນມີ ນຳ້ ໜັກເຖິງຫຼາຍສິບໂຕນຄື: ໝໍ້ທອງແດງ, ລະຄັງໃຫຍ່ຂອງວັດ ທຽນໝູ໊, ໂຖປັກທູບ 9 ໜ່ວຍ, ປືນໃຫຍ່ 9 ບອກ. ສິ່ງທ່ີໜ້າແປກ ໃຈກວ່ານັ້ນຄື ບ່ອນທີ່ຜະລິດ ວັດຖຸທີ່ລຳ້ຄ່າ ລະດັບຊາດ ໜຶ່ງບໍ່ ມີສອງນີ້ ຕັ້ງຢູ່ບ້ານ ເຟື່ອງດຸກ, ໝູ່ບ້ານອາຊີບຫຼໍ່ທອງແຫ່ງໜຶ່ງ ຢູ່ທິດໃຕ້ຂອງແມ່ນຳ້ ເຮືອງ, ຫ່າງຈາກກຳແພງເມືອງ ເຫວ້  ບໍ່ ໄກປານໃດ.
ຕັ້ງຢູ່ທິດໃຕ້ຂອງ ແມ່ນຳ້ ເຮືອງ, ຫ່າງຈາກກຳແພງເມືອງ ເຫວ້ ປະມານ 3 ກິໂລແມັດ ໄປຕາມທິດຕາເວັນຕົກສ່ຽງໃຕ້ ມີໝູ່ ບ້ານຫຼໍ່ທອງມູນເຊື້ອແຫ່ງໜຶ່ງທີ່ມີຊື່ສຽງ. ແຕ່ກ່ອນ, ປະຊາຊົນ ທ່ີ ອາໄສ ຢູ່ຂົງເຂດມັກເອີ້ນໝູ່ບ້ານອາຊີບແຫ່ງນີ້ວ່າ ເຟື່ອງດຸກ, ໝາຍຄວາມວ່າ ນະທີ່ນີ້ ແມ່ນບ່ອນທຳມາຫາກິນຂອງຊ່າງ ຫຼໍ່ ທອງ. ປັດຈຸບັນ, ຊື່ເອີ້ນນັ້ນ ໄດ້ກາຍເປັນຊື່ຂອງໝູ່ບ້ານແຫ່ງ ໜຶ່ງຢູ່ນະຄອນ ເຫວ້, ນັ້ນແມ່ນບ້ານ ເຟື່ອງດຸກ.

ຕາມພົງສາວະດານໃຫ້ຮູ້ວ່າ ອາຊີບຫຼໍ່ທອງຢູ່ ເຫວ້ ມີແຕ່ສະໄໝເຈົ້າກະສັດ ຫງວຽນ (ຕົ້ນສະຕະວັດທີ XVII). ຜູ້ລິເລີ່ມ ແລະ ວາງ ຮາກຖານໃຫ້ແກ່ອາຊີບດັ່ງກ່າວ ແມ່ນທ່ານ ຫງວຽນວັນ ເລືອງ, ຄົນບ້ານ ບັກນິງ ຢູ່ພາກເໜືອ. ແຕ່ສະຕະວັດທີ XVII-XIX, ເພື່ອຮັບໃຊ້ໃຫ້ແກ່ວຽກງານກໍ່ສ້າງ ກຳແພງເມືອງ ເຫວ້, ຫຼໍ່ອາວຸດ, ເງິນທອງ ແລະ ວັດຖຸສິ່ງຂອງ ຕ່າງໆ ໃນພະລາຊະ ວັງ,  ບັນດາກະສັດ ແລະ ເຈົ້າຊີວິດ ຫງວຽນ ໄດ້ຮຽກຮ້ອງບັນ ດານາຍຊ່າງຫຼໍ່ທອງຜູ້ມີສີມືດີທີ່ສຸດ ໃນທົ່ວປະເທດ ມາເຕົ້າໂຮມ ກັນຢູ່ກຳແພງເມືອງ ເຫວ້, ຕັ້ງແຕ່ນັ້ນມາ, ອາຊີບຫຼໍ່ທອງຢູ່ ເຫວ້ ໄດ້ກໍ່ຮ່າງສ້າງຕົວຂຶ້ນ ແລະ ພັດທະນາ ແລະ ກາຍເປັນບ້ານ ເຟື່ອງດຸກ ໃນປັດຈຸບັນ.


 ພາບທາງໃນໂຮງຫຼໍ່ທອງມູນເຊື້ອແຫ່ງໜຶ່ງ.


ຄວາມຮ້ອນໃນເຕົາຫຼໍ່ທອງ ຂຶ້ນເຖິງຫຼາຍພັນອົງສາເຊ.


ທອງແດງໄດ້ນຳໃຊ້ໃນການຫຼໍ່ທອງ.


ການແຕ່ງລວດລາຍປະດັບເທິງຂອບຫຼໍ່.​  


ນາຍຊ່າງ ຫງວຽນວັນກຸຍ, ຜູ້ມີຫຼາຍປະສົບການໃນການຫຼໍ່ທອງ
ຂອງໂຮງຫຼໍ່ທອງ ຫງວຽນວັນນ້ຽມ ຢູ່ບ້ານ ເຟື່ອງດຸກ.



ການແກະສະຫຼັກຂໍ້ມູນກ່ຽວກັບປີຫຼໍ່ ລະຄັງດ້ວຍທອງ ຂະໜາດນ້ອຍໜ່ວຍໜຶ່ງ.


ຂອບຫຼໍ່ກອງທອງຂະໜາດໃຫຍ່ ໄດ້ປະກອບດ້ວຍດິນໜຽວ
ແລະ ວັດຖຸທາດພິເສດ.



ກ່ອນທີ່ນຳໃຊ້, ບັນດາຂອບຫຼໍ່ ໄດ້ເອົາໄປຕາກແດດ ເພື່ອເຮັດໃຫ້ແຂງ. 


ຖອກນຳ້ທອງເຂົ້າໃນຂອບຫຼໍ່.​


ເຕັກນິກການຈອດທອງ. 


ລະຄັງທອງ, ຜະລິດຕະພັນມູນເຊື້ອຂອງບ້ານ ເຟື່ອງດຸກ.

ຜະລິດຕະພັນຫຼໍ່ທອງຂອງເມືອງ ເຫວ້ ມີຊື່ສຽງດ້ວຍຄວາມ ປະ ນີດ ແລະ ຄວາມທົນທານສູງ. ປັດຈຸບັນ, ອາຊີບຫຼໍ່ທອງ ມູນ ເຊື້ອ ຢູ່ເຫວ້ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍ ເຕັກນິກ ແລະ ເຕັກໂນໂລຊີສູງ. ບັນດານາຍຊ່າງຫຼໍ່ທອງຢູ່ບ້ານ ເຟື່ອງ ດຸກ ໃນປັດຈຸບັນ ໄດ້ສະແດງ ໃຫ້ເຫັນສີມື ແລະ ຄວາມສາມາດ ໃນອາຊີບຫຼໍ່ທອງ ຂອງຕົນ ບໍ່ອ່ອນດ້ອຍໄປກວ່າ ເມື່ອ ທຽບກັບ ບັນພະບຸລຸດ. ນາຍຊ່າງຫຼາຍຄົນ ໄດ້ສ້າງຊື່ສຽງໂດ່ງດັງ ໄປທົ່ວ ປະເທດ ແລະ ຕ່າງປະເທດຄື: ທ່ານ ຫງວຽນວັນຊີງ, ທ່ານ ຫງວຽນວັນວ້ຽນ, ທ່ານ ຫງວຽນວັນຖ້ວນ, ທ່ານ ຫງວຽນວັນເດ້, ທ່ານ ຫງວຽນວັນຈາຍ, ທ່ານ ຫງວຽນວັນເຕ້ວ, ທ່ານ ຫງວຽນ ວັນນ້ຽມ, ທ່ານ ເລວັນເຊີນ ແລະ ອື່ນໆ.

ນອກຈາກບັນດາຜະລິດຕະພັນທີ່ມີຊື່ສຽງຄື: ລະຄັງ, ຮູບປັ້ນ, ໂຖປັກທູບ...  ປັດຈຸບັນ, ບັນດານາຍຊ່າງບ້ານ ເຟື່ອງດຸກ ໄດ້ ຮັບຜົນສຳເລັດໃນການຄົ້ນຄວ້າ ແລະ ຜະລິດອອກມາ ຜະລິດ ຕະພັນຫຼາຍຢ່າງທີ່ມີຈຸດພິເສດ, ມີຄຸນຄ່າດ້ານສິລະປະ ແລະ ເສດຖະກິດສູງຄື: ຮູບປັ້ນແມ່ທັບ ເຈິ່ນຮຶງດ້າວ, ສູງ 10,2 ແມັດ, ມີນຳ້ໜັກ 21,6 ໂຕນ, ຕັ້ງຢູ່ສວນສາທາລະນະ ວີ້ຮວ່າງ, ນະ ຄອນ ນາມດິ້ງ; ພະພຸດທະຮູບ ຍືລາຍ, ສູງ 4,3 ແມັດ ຕັ້ງຢູ່ວັດ ກີມແທ່ງ, ນະຄອນ ໄປຣ ກູ, ແຂວງ ຢາລາຍ; ກອງທອງ ຕັ້ງຢູ່ ຫໍພິພິທະພັນ ກວາງຈຸງ (ແຂວງ ບິ່ງດິ້ງ) ແລະ ອື່ນໆ.​ ພິເສດ, ເນື່ອງ ໃນໂອກາດສະເຫຼີມສະຫຼອງ 1.000 ປີ ທັງລອງ-ຮ່າ ໂນ້ຍ, ນາຍຊ່າງ ຫງວຽນວັນຊີງ ກັບລູກສິດຫຼາຍຄົນ ໄດ້ສ້າງ ສະຖິຕິ ເມື່ອສຳເລັດການຫຼໍ່ລະຄັງໃຫຍ່ດ້ວຍທອງ ໃຫ້ແກ່ວັດ ບ໋າຍດິງ ຢູ່ ແຂວງ ນິງບິ່ງ ມີຄວາມສູງ 5,5 ແມັດ, ເສັ້ນຜ່າສູນ ກາງ 3,7 ແມັດ, ນຳ້ໜັກ 36 ໂຕນ, ຖືເປັນລະຄັງ ໃຫຍ່ທີ່ສຸດຢູ່ ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້.


ໂຖປັກທູບ 9 ໜ່ວຍ, ແຕ່ລະໜ່ວຍມີນຳ້ໜັກ ກວ່າ 2 ໂຕນ, ປັດຈຸບັນ ໄດ້ວາງສະແດງທີ່ ເຖ໋ມຽວ ເຫວ້ (ສະຖານທີ່ ສັກກາ ລະບູຊາບັນດາເຈົ້າຊີວິດ ຫງວຽນ). 


ຫູຂອງໝໍ້ທອງແດງຂະໜາດໃຫຍ່ ໄດ້ຫຼໍ່ໃນສະໄໝ ຫງວຽນ ຢູ່ ເຫວ້.​




ໂຖປັກທູບທີ່ໄດ້ຫຼໍ່ດ້ວຍທອງ.


ຮູບປັ້ນສັດສັກສິດທີ່ໄດ້ຫຼໍ່ດ້ວຍທອງ.​

ຂັນທີ່ ໄດ້ຫຼໍ່ດ້ວຍທອງ.

ປັດຈຸບັນ, ສຸສານ ແລະ ຫໍບູຊາທ່ານ ຫງວຽນວັນເລືອງ ຢູ່ບ້ານ ເຟື່ອງດຸກ ໄດ້ລັດຖະບານ ຈັດອັນດັບເປັນເຂດຮ່ອງຮອຍ ປະ ຫວັດສາດ ວັດທະນະທຳ ລະດັບແຫ່ງຊາດ. ປັດຈຸບັນ, ທ່ົວໝູ່ ບ້ານແຫ່ງນີ້ ມີປະຊາຊົນ 60 ຄອບຄົວໄດ້ທຳອາຊີບ ຫຼໍ່ທອງ ດ້ວຍແຮງງານ 300 ຄົນ. ຜະລິດຕະພັນທີ່ຜະລິດ ອອກມາ ບໍ່ ພຽງແຕ່ຈຳໜ່າຍຢູ່ພາຍໃນປະເທດເທ່ົານັ້ນ, ແຕ່ຍັງໄດ້ ສົ່ງອອກ ໄປຍັງຫຼາຍປະເທດໃນໂລກຄື: ສ ອາເມລິກາ, ຝຣັ່ງ, ຍີ່ປຸ່ນ, ສປ ຈີນ, ອິນເດຍ, ເນປານ ແລະ ສ້າງລາຍຮັບເກືອບ 10 ຕື້ດົ່ງ ຕໍ່ປີ ໃຫ້ ແກ່ປະຊາຊົນ ຢູ່ທີ່ນີ້. 
ບົດ: ແທງຮ່ວາ - ພາບ: ແທງຮ່ວາ, ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ