24/02/2018 10:06 GMT+7 Email Print Like 0

ໝູ່ບ້ານດິກຫວີ ແລະ ປະເພນີບູຊາໝາຫີນ

      ຕາມທັດສະນະຂອງຊາວ ຫວຽດນາມ ແລ້ວ, ໂຕໝາໄດ້ຮັບຖືວ່າແມ່ນສັດທີ່ນຳມາເຊິ່ງຄວາມໂຊກດີ, ຄວາມສະດວກສະບາຍ ແລະ ຄວາມເບີກບານມ່ວນຊື່ນໃຫ້ແກ່ເຂົາເຈົ້າ.
ແຕ່ມີໜ້ອຍຄົນຮູ້ຈັກໄດ້ວ່າ, ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ບໍ່ໄກປານໃດ, ມີໝູ່ບ້ານໜຶ່ງຍັງຄົງຮັກສາປະເພນີບູຊາໝາຫີນໄວ້ຢູ່, ນັ້ນແມ່ນໝູ່ບ້ານ ດິກຫວີ, ເມືອງ ດານເຟື້ອງ, ນະຄອນ ຮ່າໂນ້ຍ.
    ໝູ່ບ້ານ ດີກຫວີ, ປັດຈຸບັນແມ່ນໝູ່ບ້ານ ດີກດິ່ງ, ຕາແສງ ເຟືອງດິ່ງ, ເມືອງ ດານເຟື້ອງ ແມ່ນໝູ່ບ້ານບູຮານທີ່ນອນຢູ່ແຄມແມ່ນ້ຳໄດ໋ມີປະເພນີບູຊາໝາຫີນ. ປະຊາຊົນຢູ່ທີ່ນີ້ເອີ້ນໝາຫີນດ້ວຍຄວາມນັບຖືວ່າພະຍາໝາຫີນ. ໃນສາລາບ້ານ ດິກຫວີ ບູຊາມະຫາກະສັດ ລີງລາງ (ລູກຊາຍທີ 4 ຂອງເຈົ້າຊີວິດ ຫຼີແທ໋ງຕົງ) ແລະ ອາດຍາຫີນ. ເປັນອັນວ່າພະຍາໝາຫີນກໍ່ໄດ້ຮັບການນັບຖືຄືດັ່ງອໍລະຫັນຂອງໝູ່ບ້ານ. ຕາມເລື່ອງລາວທີ່ເລົ່າຂານກັນມາແຕ່ບູຮານນະການແລ້ວ, ນັບແຕ່ກີ້ແຕ່ກອນ, ຢູ່ເຂດປາກແມ່ນ້ຳ ຮາດ ມີສອງອ້າຍນ້ອງ, ຜູ້ເປັນອ້າຍຊື່ວ່າ ງອກຈີ່, ຜູ້ເປັນນ້ອງຊື່ວ່າ ຮ່ວາງແທກ. ຜູ້ເປັນອ້າຍຕ້ອງອອກຈາກບ້ານໄປຕໍ່ສູ້ຕ້ານສັດຕູຢູ່ສະໜາມຮົບ, ສະນັ້ນວຽກບ້ານການເຮືອນທັງໝົດລ້ວນແຕ່ມອບໃຫ້ຜູ້ເປັນນ້ອງຮັບຜິດຊອບ. ພາຍຫຼັງຜາບແພ້ສັດຕູແລ້ວ, ຜູ້ເປັນອ້າຍກໍ່ກັບເມືອບ້ານ, ແຕ່ພັດເຫັນເມຍຖືພາກໍ່ເລີຍຖີ້ມໂທດໃຫ້ນ້ອງເປັນຜູ້ກະທຳຜິດ ແລ້ວຟັນນ້ອງຕາຍ, ທັງດ່າວ່າ: “ບັກໝາ“. ແຕ່ເມື່ອເກີດລູກ, ເມຍຂອງລາວພັດກຳເນີດສັດປະຫຼາດ (ທີ່ມີຮູບຮ່າງບໍ່ສົມປະກອບ), ເວລານັ້ນຜູ້ເປັນນ້ອງຈຶ່ງໄດ້ຮັບແກ້ໂທດ. ແຕ່ຍ້ອນການຕາຍໂດຍເວນກຳນັ້ນໄດ້ພາໃຫ້ຊາກສົບຜູ້ເປັນນ້ອງກາຍເປັນຫີນ. ຕໍ່ມາກ້ອນຫີນນີ້ກໍ່ໄຫຼຕາມລຳແມ່ນຳ້ເຖິງຫົວບ້ານ ດິກຫວີ. ຊາວບ້ານເຫັນກ້ອນຫີນນີ້ມີຮູບແປກໆຈຶ່ງເອົາຂຶ້ນມາບູຊາ ແລະ ຖືວ່າກ້ອນຫີນຮູບໂຕໝານີ້ໂດຍ ຮ່ວາງແທກ ກັບຊາດເປັນ. ນັບແຕ່ນັ້ນມາ, ໝາຫີນນັ້ນໄດ້ບັນດານໃຫ້ຊາວບ້ານທຳມາຫາກິນໄດ້ຮັບຜົນດີ, ມີຊີວິດອິ່ມໜຳສຳລານ ແລະ ມີຄວາມສົມບຸນພູນສຸກ. ທ່ານ ຫງວຽນຈີ໋ເກືອງ, ຜູ້ດູແລປູຊະນີຍະສະຖານຕາແສງ ເຟືອງດິ່ງ, ເລົ່າສູ່ຟັງວ່າ:
        “ສຳລັບພະຍາໝາຫີນ, ພວກຂ້າພະເຈົ້າໄດ້ບູຊາຢ່າງສະຫງ່າຜ່າເຜີຍ. ກ່ອນນີ້ໃນສະໄໝສັກດີນາ, ເມື່ອຢືນຢູ່ຕໍ່ໜ້າພະຍາໝາຫີນທຸກຄົນຕ້ອງປົດໝວດຄຳນັບ. ພະຍາໝາຫີນມີສັກສິດທີ່ສຸດ, ຄອບຄົວໃດຖືກເສຍຊັບສົມບັດມາຮ້ອງຟ້ອງຢູ່ທີ່ນີ້ກໍ່ໄດ້ຮັບຄືນ, ຫຼືວ່າຜົວເມຍໃດຜິດຖຽງກັນມາຮ້ອງຂໍຢູ່ທີ່ນີ້ກໍ່ໄດ້ຮັບການໄກ່ເກ່ຍໃຫ້ຖືກຕ້ອງປອງດອງກັນ“.
        ໃນເຂດໂນນສູງຢູ່ຫົວບ້ານ, ບ່ອນຕິດກັບວັດບູຮານຍັງມີແທ່ນບູຊາກວ້າງປະມານສິບຕາແມັດເຊິ່ງອ້ອມຮອບດ້ວຍຝາຜະໜັງ ແລະ ເສົາຄຳ້ສອງເສົາ. ເທິງແທ່ນບູຊາຕັ້ງພະຍາໝາຫີນຫຼາຍອົງ. ພະຍາໝາໄດ້ຮັບການແກະສະຫຼັກດ້ວຍຫີນຂຽວ. ຢູ່ໃຈກາງແທນບູຊາຕັ້ງພະໝາຫີນຂະໜາດໃຫຍ່, ສູງກວ່າ 1 ແມັດ, ຢູ່ອ້ອມແມ່ນຝູງໝາຫີນນ້ອຍດ້ວຍຮູບຮ່າງທີ່ແຕກຕ່າງກັນ, ມີຊີວິດຊີວາ ແລະ ແປກປະຫຼາດທີ່ສຸດ. ພະຍາໝາຫີນທັງໃຫຍ່ ແລະ ນ້ອຍລ້ວນແຕ່ມຸ່ງໜ້າສູ່ປາກແມ່ນຳ້ ຮາດ, ທ່າມກາງສອງຈອມພູບາວີ່, ຕາມດາວຢູ່ໄກໆ. ບັນດາຜູ້ເຖົ້າແກ່ໃນໝູ່ບ້ານເລົ່າສູ່ຟັງວ່າ, ນັບແຕ່ດົນນານມາແລ້ວ, ປະຊາຊົນໃນໝູ່ບ້ານເມື່ອເກີດບັນຫາຂ້ອງຄາໃດກໍ່ລ້ວນແຕ່ມາແຫ່ງນີ້ເພື່ອພາວະນາຂໍຮ້ອງ. ຍ້ອນມີພະຍາໝາຫີນຄວາມຂັດແຍ້ງກັນຕ່າງໆໃນໝູ່ປະຊາຊົນກໍ່ໄດ້ຮັບການແກ້ໄຂ. ແລະ ກໍ່ຍ້ອນມີບັນດາເລື່ອງລາວສັກສິດກ່ຽວກັບພະຍາໝາຫີນນັ້ນ, ປະຊາຊົນໃນໝູ່ບ້ານບໍ່ມີໃຜກ້າລ່ວງລະເມີດເຖິງແຫ່ງຕັ້ງໝາຫີນ. ສຳລັບປະຊາຊົນໃນໝູ່ບ້ານ ດິກຫວີແລ້ວ, ພະຍາໝາຫີນແມ່ນເທວະດາສັກສິດທີ່ຕິດພັນກັບຊີວິດທາງດ້ານຈິດໃຈຂອງເຂົາເຈົ້າ. ປ້າ ກາວທິເຫີ້ຍ, ຊາວບ້ານ ດິກຫວີ, ໃຫ້ຮູ້ວ່າ:
        “ເມື່ອຮອດວັນຂຶ້ນ 1 ຄຳ່ແລະ ວັນເພງ (ສິບຫ້າຄຳ່) ປະຊາຊົນໃນໝູ່ບ້ານກໍ່ມາຈູດທູບທຽນບູຊາຢູ່ທີ່ນີ້. ຄອບຄົວໃດມີວຽກຫຍັງກໍ່ມາຫາພະຍາໝາຫີນເພື່ອຂໍຮ້ອງ. ຕົວຢ່າງຄືຄອບຄົວມີລູກໄປຮຽນ, ໄປເສັງກໍ່ມາຂໍພະຍາໝາຫີນບັນດານໃຫ້ລູກໄປຮຽນປະສົບແຕ່ຄວາມໂຊກດີ, ສອບເສັງໄດ້ຮັບຄະແນນສູງ. ມີບາງຄົນຖືກເສຍຊັບສິນ ຫຼືຜິດກັນຍ້ອນເລື່ອງກູ້ຢືນໜີ້ສິນກໍ່ພາກັນມານີ້ຮ່ວມສາບານເພື່ອໄກ່ເກ່ຍໃຫ້ຖືກຕ້ອງປ່ອງດອງກັນ “.
        ຊີວິດປະຈຳວັນໃນໝູ່ບ້ານ ດິກຫວີ ເຄີຍມີບັນດາເລື່ອງລາວຄືແນວນັ້ນ. ທຸກສິ່ງທຸກຢ່າງແມ່ນເລີ່ມມາຈາກເລື່ອງລາວເລົ່າຂານກັນມາແຕ່ບູຮານນະການ, ບໍ່ມີໃຜຮູ້ໄດ້ວ່ານັ້ນແມ່ນເລື່ອງມີຈິງຫຼືບໍ. ແຕ່ດ້ວຍຄວາມເຄົາລົບນັບຖືເທວະດາ “ພະຍາໝາຫີນ“ ນັ້ນ, ເຂົາເຈົ້າຈຶ່ງໄດ້ພະຍາຍາມດຳລົງຊີວິດໃຫ້ຖືກຕ້ອງປອງດອງກັນ. ນັ້ນແມ່ນວັດທະນະທຳທີ່ດີງາມຂອງເຂດບ້ານນາໃນຊີວິດການເປັນຢູ່ປັດຈຸບັນນີ້.
 (ແຫຼ່ງຄັດຈາກ VOV)