ໜັງສືພິມລາຍວັນ ອັນດັບໜຶ່ງ ຂອງ ອີຕາລີ ຍ້ອງຍໍ ໂຮ້ຍອານ “ເຂດ 4 ແຍກ ຂອງເຂດຕາເວັນອອກຫ່າງໄກ”
(ໂຮ້ຍອານ - ເຂດ 4 ແຍກຂອງເຂດຕາເວັນອອກຫ່າງໄກ່)
ໜັງສືພິມລາຍວັນອັນດັບໜຶ່ງຂອງອີຕາລີ ຍ້ອງຍໍ ໂຮ້ຍອານ ແມ່ນ “4 ແຍກຂອງເຂດຕາເວັນອອກຫ່າງໄກ” ບົດຂຽນດ້ວຍຫົວຂໍ້ວ່າ “ໂຮ້ຍອານ - ເຂດ 4 ແຍກຂອງເຂດຕາເວັນອອກຫ່າງໄກ” ໄດ້ລົງພິມໃນໜັງສືພິມ La Repubblica ສະບັບອອກຫວ່າງແລ້ວນີ້ ໄດ້ວາດພາບນະຄອນໂຮ້ຍອານ ທີ່ສະຫງົບງຽບ ແລະ ເກົ່າແກ່; ພ້ອມທັງຕີລາຄາວ່າ ໂຮ້ຍອານ ນອນໃນຈຳນວນສະຖານທີ່ທ່ອງທ່ຽວຄວນມາຢ້ຽມຢາມທີ່ສຸດຢູ່ຫວຽດນາມ. ນັກຂ່າວຍັງໃຫ້ຮູ້ວ່າ, ໂຮ້ຍອານ ແມ່ນສະຖານທີ່ເຊື່ອມໂຍງດ້ານວັດທະນະທຳລະຫວ່າງຫວຽດນາມ ກັບຈີນ, ຍີ່ປຸ່ນ, ໂຮນລັງ ແລະ ອິນເດຍ. ບົດຂຽນໄດ້ຮຽກຮ້ອງໃຫ້ນັກທ່ອງທ່ຽວອີຕາລີ ຈົ່ງມາຢ້ຽມຢາມໂຮ້ຍອານ ເພື່ອຄົ້ນຫາເຂດມໍລະດົກທີ່ໄດ້ຮັບການຮັບຮອງຈາກອົງການ UNESCO.
(ແຫຼ່ງຄັດຈາກ VOV)