23/04/2018 09:28 GMT+7 Email Print Like 0

ໄປບຸນ ນ໋າແຍ່ມ

ມີຊື່ສຽງ ເນື່ອງຈາກ ສາກແຫ່ ມີຮູບອາໄວວະຍາເພດ, ງານບຸນ ນ໋າ ແຍ່ມ ເປັນພິທີການ ທີ່ເປັນເອກະລັກ ເພື່ອຂໍຄວາມໂຊກລາບ ແລະ ສະຫງົບສຸກ ຂອງພໍ່ແມ່ພີ່ນ້ອງ ຊາວ ຊົນເຜົ່າ ໄຕ່ ຢູຸ່ ໝູ່ບ້ານ ໝໍ (ຕາ ແສງ ເຈິ໋ນອຽນ, ເມືອງ ບັກເຊີນ, ແຂວງ ລ້າງເຊີນ).
ແຕ່ລະປີ, ເມື່ອເຖິງມື້ 15 ຄ່ຳ ເດືອນ ຈຽງ, ປະຊາຊົນ ໝູ່ບ້ານ ໝໍ ຕ່າງມີຄວາມເບີກບານມ່ວນຊື່ນ ຫຼັ່ງໄຫຼກັນ ມາສູ່ສາລາບ້ານ ເປີດ ງານບຸນ ແລະ ປະຕິບັດ ບັນດາພິທີການ ສັກກະລະບູຊາ ມະເຫສັກ ຫຼັກເມືອງ, ພະເຈົ້າ ກາວເຊີນກີ໋ວມິນ, ອົງກະສັດ ມຽວຕີ໊ງ ແລະ ອົງ ກະສັດ ກາວກວ໋ຽດ.

ນຳໜ້າ ໂດຍຂະບວນແຫ່ ພະທີ່ນັ່ງ ແລະ ສີລາຈາລຶກຊື່, ອາຍຸ ແລະ ຕຳແໜ່ງ ຂອງອົງກະສັດ ກາວກວ໋ຽດ ຈາກ ສາລາບ້ານ ໝໍ ເຖິງວິ ຫານ ຊາວຸ່ນ, ຕໍ່ຈາກນັ້ນແມ່ນ ຂະບວນແຫ່ ໂດຍ ນາຍພົນ ແລະ ຜູ້ຮອງອີກສາມຄົນເປັນຜູ້ນຳໜ້າ.



ປະຊາຊົນ ໝູ່ບ້ານ ໝໍ ແຫ່ ພະທີ່ນັ່ງ ແລະ ສີລາຈາລຶກຊື່, ອາຍຸ ແລະ ຕຳແໜ່ງ ຂອງອົງກະສັດ ກາວກວ໋ຽດ
ຈາກ ສາລາ ບ້ານ ໝໍ ເຖິງ ວິ ຫານ ຊາວຸ່ນ. 



ພະທີ່ນັ່ງ ຂອງ ອົງກະສັດ ໄດ້ແຫ່ອອກຈາກ ສາລາບ້ານ ໃນ ບັນຍາ ກາດ ສຸດທີ່ ເຂັ່ງຂຶມ. 


ຊາຍສະກັນເກືອບທຸກຄົນ ໃນໝູ່ບ້ານ ທີ່ເຂົ້າຮ່ວມ ຂະບວນແຫ່ ໃນ ງານບຸນ ນ໋າແຍ່ມ ຕ້ອງທາໜ້າໃຫ້ດຳ ຊຶ່ງເອົາຂີ້ເທົ່າ ຈາກການເຜົາ ຕໍເຟືອງ. 


ມີຊາຍຄົນໜຶ່ງ ຖືກເລືອກ ສວມບົດເປັນນາຍພົນ ແລະ ອີກສາມຄົນ ສວມບົດບາດເປັນຮອງ ກຳລັງກະກຽມ
ເຄື່ອງນຸ່ງຖື ຢູ່ທົ່ງນາແຫ່ງ ໜຶ່ງ ທີ່ໄກຈາກບ່ອນເປີດງານບຸນ. 



ສີ່ຄົນທີ່ຖືກເລືອກນີ້ ຕ້ອງໄດ້ມາດຕະຖານຕ່າງໆ ເຊັ່ນ: ຄອບຄົວບໍ່ ຢູ່ ໃນໄລຍະໄວ້ທຸກ, ເຂົ້າໃຈ ຫຼັກການ ປະພຶດຕົນ
ແລະ ຕ້ອງປະຕິບັດ ການຄະລຳ ເປັນເວລາ ສອງທິດ ກ່ອນ ແລະ ຫຼັງງານບຸນ. 



ຂະບວນແຫ່ທີສອງ ຂອງ ງານບຸນ ນ໋າແຍ່ມ ໄດ້ເລີ່ມຕົ້ນ ເມື່ອ ບັນດາ ວັດຖຸສິ່ງຂອງ ສັກສິດ ໄດ້ນຳໄປຖວາຍ
ຕໍ່ບັນດາເທວະດາຟ້າແຖນ, ຜີສາງ ຂອງ ໝູ່ບ້ານ ໝໍ. 



ອາໄວຍະວະເພດຂອງຜູ້ຊາຍ ແລະ ຜູ້ຍິງ ເປັນວັດຖຸສິ່ງຂອງສັກສິດ ສອງຢ່າງ ທີ່່ພົ້ນເດັ່່ນ ໃນຂະບວນແຫ່ ຢູ່ງານບຸນ ນ໋າແຍ່ມ. 


ບັນດາແມ່ຍິງ ທຳການ ຟ້ອນລຳທຳເພງ ຢູ່ຕໍ່ໜ້າຂະບວນແຫ່ ຕົ້ນ ເຜືອກ ຊຶ່ງເປັນໜຶ່ງ ໃນບັນດາວັດຖຸສິ່ງຂອງ ສຳລັບ
ການຖວາຍ ຕໍ່ ບັນດາເທວະດາຟ້າແຖນ, ຜີສາງ ຂອງໝູ່ບ້ານ ໝໍ.



ບາງຄັ້ງຄາວ, ບັນດາຊາຍສະກັນ ໃນຂະບວນແຫ່ ຈະຢຸດ ແລ້ວ ຈັດ ສາກ ວາງກຳລັງທະຫານ ເພື່ອທຳການສູ້ຮົບ ຈຳລອງ.


ປະຊາຊົນເຜົ່າໄຕ່ ໝູ່ບ້ານ ໝໍ ເຂົ້າຮ່ວມ ວັນບຸນ ໃຫຍ່ທີສຸດ ຂອງປີ ດ້ວຍຄວາມເບີກບານມ່ວນຊື່ນ. 


ໃນຂະນະທີ່ ເຄື່ອງໄຊຍະທານ ທັງໝົດ ໄດ້ນຳເຂົ້າສູ່ເດີ່ນວິຫານ, ປະ ຊາຊົນ ກໍຈະນຳເຄື່ອງໄຊຍະທານ ຖະຫວາຍຕໍ່ເທວະດາຟ້າແຖນ
ປີ ໃໝ່ ຂໍໃຫ້ມີຄວາມສຸກຕະຫຼອດໄປ. 

ທ້າຍສຸດແມ່ນ ພິທີແຫ່ ບັນດາວັດຖຸສິ່ງຂອງທີ່ສັກສິດ ເພື່ອ ນຳໄປ ຖະຫວາຍ ຕໍ່ ບັນດາເທບພະເຈົ້າເຊັ່ນ: ຕົ້ນ ທຽນເຕ໋ວ, ຕົ້ນເຜືອກ, ຕົ້ນເຂົ້າ... ພ້ອມກັບ ອາໄວຍະວະເພດຊາຍ ແລະ ເພດຍິງ ຊຶ່ງສະ ແດງ ໃຫ້ເຫັນການແຜ່ຂະຫຍາຍ ຂອງ ດິນຟ້າອາກາດ, ຂະນະທີ່ ວັດຖຸສິ່ງຂອງ ສັກສິດ ສອງຢ່າງນີ້ ມີຄວາມກົມກືນກັນ ຈະນຳ ຄວາມ ສະຫງົບສຸກໃນຊີວິດ.

ຕາມທຳມະດາ ການແຫ່ຂະບວນ ຈະແກ່ຍາວ ໄປເຖິງ ຕອນທ່ຽງ ຈຶ່ງ ສິ້ນສຸດລົງ ໃນຂະນະທີ່ ບັນດາ ເຄື່ອງໄຊຍະທານ ໄດ້ສົ່ງເຂົ້າ ເດີ່ນວິ ຫານ ແລະ ຖະຫວາຍ ຕໍ່ເທວະດາຟ້າແຖນ, ຜີສາງ. ໃນຕອນແລງ, ການເຄືີ່ອນໄຫວ ວັດທະນະທຳ, ການສະແດງ, ລະຫຼິ້ນຈະໄດ້ ຮັບ ການຈັດຂຶ້ນ ໃນບັນຍາກາດ ທີ່ຄຶກຄື້ນມ່ວນຊື່ນ ຊຶ່ງ ດຶງດູດ ແຂກຕ່າງ ດ້າວ ທ້າວຕ່າງແດນ ມາເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ.


ນ໋າແຍ່ມ ໃນພາສາໄຕ່ ໝາຍຄວາມວ່າ “ໜ້າຂີ້ິໝິນໝໍ້” ແລະ ງານ ບຸນ ນີ້ ມີຄວາມຕິດພັນ ກັບເທບນິຍາຍ ຕ້ານສັດຕູ ຮັກສາໝູ່ບ້ານ ເພາະ ສະນັ້ນ ຊາຍສະກັນ ທີ່ເຂົ້າຮ່ວມງານບຸນ ສ່ວນຫຼາຍ ຕ້ອງທາ ຂີ້ ໝິນໝໍ້ ໃສ່ໜ້າ ເພື່ອສະແດງ ຮູບຊົງ ຄືສັດຕູ ທີ່ມາປຸ້ນລະດົມເຜົາ ຜານ ໝູ່ບ້ານ. ເຂົາເຈົ້າ ມີຄວາມເຊື່ອວ່າ ເຮັດແນວນັ້ນ ຈະ ເຮັດຜິດ ເຂວຈາກທິດທາງ ຂອງຂວັນຜີສາງ ເພື່ອໃຫ້ພວມມັມ ບໍ່ອາດມາລົບ ກວນອີກ. 

 
ບົດ ແລະ ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ