06/03/2016 17:16 GMT+7 Email Print Like 0

ໄບຮົ່ງ ນັກວິລະຊົນແຮງງານ

ນາງໄບຮົ່ງແມ່ນຜູ້ຍິງຄົນທຳອິດທີ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ  ໄດ້ປະດັບ ນາມມະຍົດເປັນວິລະຊົນແຮງງານຈາກລັດຖະບານຊຸດທຳອິດ ເມື່ອປີ 1986 ເວລານັ້ນນາງມີອາຍຸພຽງ ແຕ່ 36 ປີ. ນາງໄດ້ມີຜົນງານພົ້ນເດັ່ນເປັນພິເສດໃນຂະບວນການບຸກເບີກຖາກຖາງທົ່ງດົ່ງທາບເມື່ອຍເພື່ອນຳໃຊ້້ເຂົ້າໃນ ການປູກເຂົ້າ.
ເມື່ອພວກຂ້າພະເຈົ້າໄດ້ໄປເຖິງເທດສະບານກ້ຽນເຕື່ອງ ແຂວງລອງອານ,  ແລ້ວຖາມຂ່າວເຖິງເຮືອນຂອງນາງໄບຮົ່ງເຫັນວ່າພໍ່ແມ່ພີ່ນ້ອງຢູ່ແຖວນີ້ແມ່ນຮູ້ຈັກຊື່ນາງ “ນາງຮົ່ງຂັບ ລົດໄຖ” ເກືອບວ່າ ໝົດທຸກຄົນ ນອກນັ້ນຍັງເອີ້ນວ່າ “ນັກວິລະຊົນຕີນຫີນສົ້ມໄບຮົ່ງ” ຊຶ່ງເປັນການເອີ້ນຊື່ທີ່ສະຫນິດສະຫນົມທີ່ທຸກຄົນສະແດງຄວາມຮັກແພງ, ນັບວ່າເປັນຜູ້ຫນຶ່ງທີ່ເກ່ງທີ່ສຸດໃນການບຸກເບີກທີ່ດິນເພື່ອປູກເຂົ້າ.

ຊື່ໃນໃບລາຍເກີດຂອງນາງໄບຮົ່ງແມ່ນນາງ ຫວໍ້ທິຮົ່ງ ເກີດປີ 1950,  ແມ່ນລູກສາວຜູ້ທີຫົກໃນຄອບຄົວຊາວນາ ສະນັ້ນຈຶ່ງໄດ້ເອີ້ນຕາມຊື່ຂອງຊາວພາກໃຕ້ແມ່ນວ່າໄບຮົ່ງ (ຫມາຍຄວາມວ່າເປັນລູກສາວຜູ້ທີເຈັດ, ຊື່ນາງຮົ່ງ). ຄາວຍັງນ້ອຍ, ນາງໄບຮົ່ງເຄີຍເປັນຜູ້ຕິດຕ່ໍນຳໃຊ້ເຮືອແພສົ່ງຈົດໝາຍ, ເອກະ ສານໃນເຂດດົ່ງທາບເມື່ອຍ ຮັບໃຊ້ໃຫ້ແກ່ທະຫານປົດປ່ອຍຕີກັບອາເມລິກາ. ເພາະສະນັ້ນ, ມັນໄດ້ເຝິກຝົນໃຫ້ນາງໄບຮົ່ງ ມີນິດໄສໃຈກ້າ, ດຸຫມັ່ນ ແລະ ມີສະຕິຕັ້ງແຕ່ນັ້ນມາ.

ເມື່ອປະເທດຊາດໄດ້ເຕົ້າໂຮມເປັນປຶກແຜ່ນ, ລັດຖະບານມີ ນະໂຍບາຍບຸກເບີກທົ່ງດົ່ງທາບເມື່ອຍ ແລະ ນຳໃຊ້ວິທະຍາສາດເຕັກ ນິກເຂົ້າໃນການປູກເຂົ້າເທິງທົ່ງດິນຫີນສົ້ມ, ນາງໄບຮົ່ງເຫັນວ່າ ນີ້ແມ່ນໂອກາດເພື່ອບືນຕົວຂຶ້ນ ແລະ ເປັນເຈົ້າຂອງດິນແດນບ້ານເກີດເມືອງນອນຂອງຕົນ. ດ້ວຍມືສອງເບື້ອງທີ່ບໍ່ສົນກັບຄວາມຫຍຸ້ງຍາກ, ນາງໄດ້ຖາກຖາງເນື້ອ ທີ່ປູກເຂົ້າໄດ້ 30 ກວ່າເຮັກຕາແລ້ວປະຕິບັດມາດຕະການ ຕ່າງໆ ເອົານ້ຳໃສ່ນາ, ລ້າງນ້ຳສົ້ມ, ຈົກດູດຂີ້ຕົມ, ໃສ່ຝຸ່ນເພື່ອປູກເຂົ້າ.

ທັງເຮັດທັງຮຽນ ແລະ ທັງຖອດຖອນບົດຮຽນ, ນາງໄບຮົ່ງຄ່ອຍໆຮູ້ຈັກອາການພະຍາດມັກເກີດຂຶ້ນຂອງຕົ້ນເຂົ້າ, ຮູ້ຈັກທຸກສິ່ງຢ່າງທີ່ກ່ຽວພັນເຖິງສະມັດຕະພາບເຂົ້າ, ຫວ່ານກ້າ, ລ້າງດິນສົ້ມ… ນອກນັ້ນ, ນາງຮົ່ງຍັງຊອກຮູ້ຮ່ຳຮຽນດ້ວຍຕົນເອງ ເຕັກນິກການປູກເຂົ້າ ແລະ ປະສົບຜົນສຳເລັດໃນການປູກເຂົ້າສອງ-ສາມລະດູໃນເຂດດົ່ງທາບເມື່ອຍທີ່ຖືກເປັນດິນສົ້ມຢ່າງໜັກໜ່ວງ. ທົ່ວແຂວງລອງອານ ຄາວນັ້ນມີພຽງນາງໄບຮົ່ງຜູ້ດຽວເປັນເພດຍິງທີ່ຮູ້ຈັກຂັບລົດໄຖນາເພື່ອໄຖນາປູກເຂົ້າ.

ນາງຫວ້ໍທິຮົ່ງແມ່ນຜູ້ຍິງຄົນທຳອິດຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບນາມມະຍົດເປັນວິລະຊົນແຮງງານ
ຈາກລັດຖະບານເມື່ອນາງມີອາຍຸພຽງ 36 ປີ. ພາບ: ເລມິງ.



ນາງຫວ້ໍທິຮົ່ງພ້ອມກັບພີ່ນ້ອງຊາວນາໄປຢ້ຽມທົ່ງນາ. ພາບ: ທົງຫາຍ.


ນາງໄບຮົ່ງແລກປ່ຽນບົດຮຽນໃນການປູກເຂົ້າເທິງດິນສົ້ມ ກັບພີ່ນ້ອງຊາວນາ. ພາບ: ເລມິງ.


ດ້ວຍການກີ້ງເກືອກລີເລືອກັບດິນສົ້ມມາເປັນຫຼາຍສິບປີ, ສະນັ້ນ ນາງຮູ້ດີເຖິງຄຸນລັກສະນະຂອງຕົ້ນເຂົ້າຢູ່ເຂດດົ່ງທາບ ເມື່ອຍ. ພາບ: ເລມິງ.


ນາງຫວ້ໍທິຮົ່ງໄດ້ບຸກເບີກທີ່ດິນຫລາຍກວ່າ 30 ເຮັກຕາທີ່ເຕັມ ແຕ່ຫຍ້າຄາ, ຕົ້ນໄມ້ຊາຍເລັນເພື່ອປູກເຂົ້າ. ພາບ: ເລມິງ.


ຍ້ອນມີຜົນງານທີ່ໂດດເດັ່ນໃນການບຸກເບີກທີ່ດິນເພື່ອປູກເຂົ້າ, ນາງໄບຮົ່ງ
ໄດ້ຮັບນາມມະຍົດອັນສູງສົ່ງຫຼາຍຢ່າງ. ພາບ: ທົງຫາຍ.  
             
ເລື່ອງການບຸກເບີກເພື່ອປູກເຂົ້າ, ເພີ່ມລະດູດການ, ຍົກສູງສະ ມັດຕະພາບເພື່ອຜະລິດເຂົ້ານັບມື້ນັບຫຼາຍຂອງນາງຮົ່ງຍາມ ນັ້ນແມ່ນມີຄວາມໝາຍເປັນຜູ້ນຳໜ້າພາທາງ, ເປັນແບບຢ່າງ ໃນການປູກເຂົ້າເທິງດິນສົ້ມປະສົບຜົນສຳເລັດອັນໄດ້ເຮັດໃຫ້ ພີ່ນ້ອງຊາວນາເຂດທົ່ງພຽງແມ່ນ້ຳຂອງມີຄວາມຍົກຍ້ອງນັບຖື ແລະ ຖືເປັນແບບຢ່າງ.

ຈາກການປູກໄດ້ລະດູດຽວຕໍ່ປີ ດ້ວຍສະມັດຕະພາບປະມານ 1-2 ໂຕນ/ເຮັກຕາ, ມາດຽວນີ້ ນາງຮົ່ງປູກໄດ້ສອງລະດູ , ຊ້ຳບ່ໍ ໜຳສາມາດປູກໄດ້ສາມລະດູຕໍ່ປີ ດ້ວຍສະມັດຕະພາບຄິດ ສະເລ່ຍ 7-8 ໂຕນ/ເຮັກຕາ, ບາງປີບັນລຸໄດ້ເຖິງ 10-11 ໂຕນ/ເຮັກຕາກໍມີ.

ທີ່ກອງປະຊຸມວິລະຊົນນັກຮົບແຂ່ງຂັນທົ່ວປະເທດປີ 1986, ນາງສາວຊາວນາ ຫວ້ໍທິຮົ່ງ ຢູ່ລອງອານເວລານັ້ນອາຍຸພຽງ 36 ປີໄດ້ຮັບການປະດັບນາມມະຍົດວິລະຊົນແຮງງານຈາກ ລັດຖະບານ ຊຶ່ງໄດ້ເຮັດໃຫ້ທຸກຄົນຕ່າງກໍມີຄວາມນິຍົມນັບຖື. ພິເສດ, ໃນເວລານັ້ນ ນາງຮົ່ງແມ່ນໜຶ່ງໃນຈຳນວນຜູ້ແທນ ສາມທ່ານຖືກເຊື້ອເຊີນຂຶ້ນເວທີເພື່ອລາຍງານຜົນງານ ການ ປູກເຂົ້າຕ່ໍກອງປະຊຸມ.

ຫວນຄືນເຖິງເລື່ອງເກົ່າ, ນາງໄບຮົ່ງ ມີແຕ່ເວົ້າດ້ວຍຄວາມຖະຫນອມຖອນຕົນວ່າ: “ຂ້ອຍປູກເຂົ້າບ່ໍແມ່ນເພື່ອການແຂ່ງຂັນ ຫາກແມ່ນເພື່ອການຫລຸດພົ້ນຈາກຄວາມທຸກຍາກ, ຢຶດຄອງ ທຳມະຊາດດ້ວຍມື ແລະ ມັນສະຫມອງຂອງຕົວເຮົາເອງ”.
ບົດ: ເຊີນເງັ້ຍ - ພາບ: ເລມິງ, ທົງຫາຍ
ບັນດາບົດທີ່ຖືກນຳສະເໜີ