16/09/2018 19:20 GMT+7 Email Print Like 0

ສະຫຼອງ 10 ປີ ຮ່າໂນ້ຍ ເປີດກວ້າງ ເຂດແດນບໍລິຫານ
ໂສມໜ້າຕົວເມືອງ ທີ່ຂະຫຍັນຂັນແຂງ ແລະ ທັນສະໄໝ

ຫຼັງຈາກ ເປີດກວ້າງເຂດແດນບໍລິຫານ (ເດືອນ ສິງຫາ 2008) ມາ ເປັນເວລາ 10 ປີ, ໂສມໜ້າຂອງ ນະຄອນຫຼວງ ຮ່າໂນ້ຍ ເບື້ອງ ຕົ້ນ ໄດ້ມີການຜັນປ່ຽນ ຢ່າງແຂງແຮງ. ທາງນະຄອນ ໄດ້ບັນລຸ ບັນ ດາ ຜົນສຳເລັດ ຢ່າງໜ້າ ພາກພູມໃຈ, ປະກອບສ່ວນ ສຳຄັນເຂົ້າ ໃນ ຜົນງານລວມ ຂອງ ປະເທດຊາດ. 
ຕົວເມືອງທັນສະໄໝ, ອະເນກປະສົງ

ຫຼັງຈາກດັດປັບເຂດແດນບໍລິຫານ, ເນື້ອທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ເປີດກວ້າງ ມີເນື້ອທີ່ທັງໝົດ 334.470,26 ເຮັກຕາ (ເພີ່ມຂຶ້ນ 3,63 ເທື່ອ), ຈໍານວນພົນລະເມືອງ 6.232.940 ຄົນ (ເພີ່ມຂຶ້ນ 1,87 ເທື່ອ). ໂດຍອາໄສ ທ່າໄດ້ປຽບນີ້, ຮ່າໂນ້ຍ ໄດ້ມີການຫັນ ປ່ຽນ ຢ່າງແຂງແຮງ ທາງດ້ານເສດຖະກິດ-ສັງຄົມ. ຫວ່າງແລ້ວນີ້, ຮ່າໂນ້ຍ ຖືກຈັດເຂົ້າ ໃນບັນຊີລາຍຊື່ 10 ນະຄອນ ທີ່ມີຄວາມ ຂະ ຫຍັນຂັນແຂງ ທີສຸດໃນໂລກ ໂດຍອີງຕາມ ດັດສະນີ ກຳລັງ ນະ ຄອນ (CMI) ປີ 2017. ດິນແດນ ທັງລອງ ຫຼື “ມັງກອນບິນ” (ຊື່ ເອີ້ນຂອງ ນະຄອນຫຼວງ ຮ່າໂນ້ຍ ໃນສະໄໝກ່ອນ) ກຳລັງ ປະກອບ ເປັນຮູບເປັນຮ່າງ, ເປັນຕົວເມືອງທັນສະໄໝແຫ່ງໜ່ຶງ, ນະ ຄອນທີ່ ໜ້າຢູ່ ຕິດອັນດັບສາກົນ.

ການປ່ຽນແປງ ທ່ີເຫັນໄດ້ຊັດສຸດ ແມ່ນໂຄງປະກອບຂອງຕົວເມືອງ. ກ່ອນໜ້ານີ້, ໂຄງປະກອບຂອງ ຮ່າໂນ້ຍ ເປັນພຽງຕົວເມືອງ ສູນ ກາງແຫ່ງໜຶ່ງ. ແຕ່ມາຮອດ ປັດຈຸບັນ, ຮ່າໂນ້ຍໄດ້ວາງແຜນສັງ ລວມ ຕາມແບບໂຄງປະກອບ ກຸ່ມຕົວເມືອງ ກັບໜ່ຶງຕົວເມືອງ ສູນ ກາງ ແລະ 5 ເມືອງອ້ອມຂ້າງ ຊຶ່ງມີ: ເມືອງຮ່ວາລາກ (ຕັ້ງຢູ່ທາງທິດ ຕາເວັນຕົກ); ເມືອງ ຊ໋ອກເຊີນ (ຕັ້ງຢູ່ທາງທິດເໜືອ); ເມືອງ ຝູ໋ ຊວຽນ (ຕັ້ງຢູ່ທາງທິດໃຕ້); ເມືອງ ຊວນມາຍ (ຕັ້ງຢູ່ທາງທິດ ຕາເວັນ ຕົກ ສ່ຽງໃຕ້, ໄກຈາກສູນກາງ ເກືອບ 40 ກິໂລແມັດ) ແລະ ເມືອງ ເຊີນໄຕ (ຕັ້ງຢູ່ທາງທິດ ຕາເວັນຕົກ ສ່ຽງເໜືອ, ຫ່າງຈາກໃຈກາງ 50 ກິໂລແມັດ).

ພິເສດ, ນັບແຕ່ສ້າງແຜນສັງລວມ ກໍ່ສ້າງ ນະຄອນຫຼວງ ໄດ້ອະນຸ ມັດຜ່ານ ເມື່ອປີ 2011, ຮ່າໂນ້ຍ ໄດ້ປະກົດຕົວ ບັນດາ ກຸ່ມຕົວ ເມືອງ ທີ່ທັນສະໄໝ ທີ່ມີຮູບຮ່າງ ເໝືອນດັ່ງ “ຕົວເມືອງ ຂະໜາດ ນ້ອຍ” ຢູ່ໃນນະຄອນ. ມີເຂດຕົວເມືອງໃໝ່ ທີ່ສີວິໄລ, ທັນສະໄໝ ຫຼາຍແຫ່ງ ໄດ້ຮັບການກໍ່ສ້າງຂຶ້ນເຊັ່ນ: ວັນກ໋ວານ, ໝີ໊ດິ່ງ, ໂໝ໊ ລາວ, ອານແຄ໋ງ ຢູ່ທາງທິດຕາເວັນຕົກ; ຫວຽດຮຶງ, Vinhome Riverside ຢູ່ທາງທິດຕາເວັນອອກ, Ciputra ຢູ່ທາງທິດເໜືອ... ພ້ອມກັບບັນດາຕົວເມືອງໃໝ່ ຊ່ຶງນອນຢູ່ໃນ ເຂດວົງແຫວນທີ 3 ເຊັ່ນ: Royal City, Time City…


ໜອງໄຕ ແລະ ເຂດໃກ້ຄຽງ ໃນຍາມຄໍ່າຄືນ. ພາບ: ກົງດາດ

 
ເຂດ Royal City ຖືວ່າ ເປັນ “ນະຄອນເອີຣົບ ຫຍໍ້ສ່ວນ” ຂອງ ຮ່າ ໂນ້ຍ, ມີຄວາມທັນສະໄໝ, ສີວິໄລ
ແລະ ສະຖາປັດຕະຍະກຳຕາມ ແບບສະໄໝກ່ອນ ຂອງ ສະພະລາຊະວັງ ເອີຣົບ. ພາບ: ກົງດາດ


 
Vinhomes Riverside - ໜຶ່ງໃນບັນດາຕົວເມືອງ ທີ່ທັນສະໄໝ ທີສຸດ ຂອງ ຮ່າໂນ້ຍ. ພາບ: ເອກະສານ


ຂົວ ເຍິດເຕິນ ໄດ້ລົງທຶນກໍ່ສ້າງດ້ວຍງົບປະມານກວ່າ 13.626 ຕື້ດົ່ງ ຊຶ່ງເປັນຂົວໜຶ່ງໃນ 7 ແຫ່ງ ຂ້າມຜ່ານແມ່ນຳ້ແດງ
ຢູ່ ຮ່າໂນ້ຍ,ເຊື່ອມ ຕໍ່ ເມືອງ ໄຕໂຮ່ ກັບເມືອງ ດົງແອງ. ພາບ: ກົງດາດ



ເຂດຕົວເມືອງ Vinhomes Time City ມີຕົວແບບຄ້າຍຄື ສິງກະ ໂປ, ເປັນຕົວເມືອງປະສົມ ແຫ່ງທຳອິດ ຂອງພາກເໜືອ ຫວຽດນາມ
ທີ່ສົມບູນ ຄົບຖ້ວນ ພ້ອມກັບ ລະບົບສາທາລະນະສຸກ, ການສຶກສາ, ສະຖານທີ່ບັນເທີງ, ກິລາ, ການຄ້າ...
ທີ່ຄົບຊຸດ ແລະ ມີຂອບຂະໜາດ ທີ່ໃຫຍ່ໂຕ. ພາບ: ເອກະສານ Vingroup



ສູນປະຊຸມແຫ່ງຊາດ ຫວຽດນາມ ຕັ້ງຢູ່ 57 ຖະໜົນ ຟ້າມຮຸ່ງ, ຮ່າ ໂນ້ຍ. ນີ້ແມ່ນກຸ່ມກິດຈະກຳອະເນກປະສົງໃຫຍ່ທີສຸດ
ຢູ່ນະຄອນ ຫຼວງ ຮ່າໂນ້ຍ. ພາບ: ກົງດາດ



ຂົວຂ້າມ ຫງ໊າຕືເຊີ ຫຼັງຈາກ ໄດ້ເປີດນຳເຂົ້າໃຊ້ ຊ່ວຍໃຫ້ຫຼຸດຜ່ອນ ສະພາບລົດຕິດ
ແຕ່ຖະໜົນ ຫຼ໋າງ ຮອດຖະໜົນ ເຈື່ອງຈິງ. ພາບ: ກົງດາດ

 

ຂະແໜງການ ທ່ອງທ່ຽວ ມີການຂະຫຍາຍຕົວ

ການເປີດກວ້າງເຂດແດນບໍລິຫານ ໄດ້ເຮັດໃຫ້ ຮ່າໂນ້ຍ ມີການ ຂະ ຫຍາຍຕົວ ດ້ານການທ່ອງທ່ຽວຍິ່ງຂຶ້ນ. ສິ່ງດັ່ງກ່າວ ໄດ້ສ້າງ ເງື່ອນ ໄຂທີ່ດີ ເພື່ອຢັ້ງຢືນ ຮ່າໂນ້ຍ ເປັນຈຸດນັດໝາຍ ທີ່ໜ້າ ດຶງດູດໃຈ ຂອງພາກພື້ນ ແລະ ສາກົນ ໃນຂະນະທີ່ ຈຳນວນ ນັກທ່ອງທ່ຽວ ສາກົນ ມາ ຮ່າໂນ້ຍ ໄດ້ເພີ່ມຂຶ້ນ 4 ເທົ່າຕົວ ເມື່ອ ທຽບກັບ 10 ປີ ກ່ອນໜ້ານີ້.

ຮ່າໂນ້ຍໄດ້ນອນ ຢູ່ໃນບັນຊີລາຍຊື່ 10 ນະຄອນ ທີ່ມີການ ຂະຫຍາຍຕົວ ທາງດ້ານການທ່ອງທ່ຽວໄວທີ່ສຸດໃນໂລກ. ນັກທ່ອງທ່ຽວ ສາກົນ ທີ່ ມາຢ້ຽມຢາມຮ່າໂນ້ຍ ມີຈຳນວນ 1,3 ລ້ານເທື່ອຄົນ ໃນປີ 2008 ໄດ້ເພີ່ມຂຶ້ນ 4,95 ລ້ານເທື່ອຄົນ ໃນປີ 2017 (ເພີ່ມຂຶ້ນປະມານ 4 ເທົ່າ). ອັດຕາສ່ວນ ນັກທ່ອງທ່ຽວ ສາກົນ ເພີ່ມຂຶ້ນປະມານ 40% ໃນຈຳນວນ ນັກທ່ອງທ່ຽວ ຂອງ ທົ່ວປະເທດ. ຮ່າໂນ້ຍ ສືບຕໍ່ ຢືນຢັນ ຈຸດທີ່ຕັ້ງ ເປັນສູນກາງ ແຫ່ງການທ່ອງທ່ຽວ, ເປັນແຫຼ່ງແຈກ ຈ່າຍ ນັກທ່ອງທ່ຽວທີ່ໃຫຍ່ຫຼວງ ຂອງພື້ນທີ່ ທາງທິດເໜືອ ທັງເປັນ ຂົວຕໍ່ ນຳທ່ຽວ ນັກທ່ອງທ່ຽວ ຂອງ ບັນດາປະເທດໃນ ກຸ່ມ ASEAN ແລະ ບັນດາປະເທດໃນພາກພື້ນ ອີກດ້ວຍ.

ເມື່ອມາຍັງ ຮ່າໂນ້ຍ, ນັກທ່ອງທ່ຽວສາມາດເລືອກເຟັ້ນ ສະຖານທີ່ ທ່ອງທ່ຽວ ຕາມຄວາມມັກເຊັ່ນ: ເຂດບູຮານສະຖານ ຮ່ອງຮອຍ ປະ ຫວັດສາດ ກຳແພງທັງລອງ, ເຂດຈະຕຸລັດ ບາດິ່ງ, ສຸສານ ປະທານ ໂຮ່ຈີມິນ, ຫໍພິພິທະພັນ ໂຮ່ຈີມິນ, ວັນມ໋ຽວ-ກວກຕື້ຢ໋າມ, ໜອງໄຕ, ພິເສດແມ່ນເຂດຖະໜົນບູຮານ, ໜອງ ຮວ່ານກ໋ຽມ ຢູ່ໃຈກາງ ຂອງ ນະຄອນຫຼວງ ຮ່າໂນ້ຍ.


ເຂດໃຈກາງ ຮ່າໂນ້ຍ ກັບໜອງ ຮວ່ານກ໋ຽມ, ທາດເຕົ່າ, ຄຸ້ມຖະໜົນ ບູຮານ ເປັນຈຸດນັດໝາຍ
ທີ່ດຶງດູດໃຈ ຂອງ ນັກທ່ອງທ່ຽວສາກົນ. ພາບ: ກົງດາດ



ຂົວເທຮຸກ ເປັນສັນຍາລັກ ໃຫ້ແກ່ ຄວາມສວຍງາມ ດ້ານ ວັດທະນະທຳ ຂອງຊາວເມືອງ ຮ່າໂນ້ຍ. ພາບ: ກົງດາດ


ຂົວ ລອງບຽນ ເຄີຍເປັນຂົວແຫ່ງທີສອງ ທີ່ຍາວທີສຸດ ໃນໂລກ ຖັດ ຈາກ ຂົວ Brooklyn ທີ່ຂ້າມແມ່ນຳ້ East – River ຂອງ
ສ.ອາເມ ລິກາ ແລະ ຖືວ່າ ເປັນຫໍ Eiffel ຕັ້ງຕາມ ລວງຂວາງ ຂອງ ຮ່າໂນ້ຍ ເມື່ອຫາກໍ່ສ້າງສຳເລັດ.   ພາບ: ກົງດາດ



ເຂດຈະຕຸລັດ ການປະຕິວັດ ເດືອນສິງຫາ ກັບໂຮງມະໂຫລະສົບ ຮ່າໂນ້ຍ ຖືວ່າ ເປັນ “ໂຮງມະໂຫລະສົບ Opéra Garnier” ຢູ່ ນະຄອນຫຼວງ
ປາຣີ ຂອງ ຝຣັ່ງ, ເປັນແຫ່ງສະຖາປັດຕະຍະກຳ ຊຶ່ງເປັນ ການຢືນຢັນ ໃຫ້ແກ່ ໄລຍະປະຫວັດສາດໜຶ່ງ ຂອງ ນະຄອນ ທີ່ ສະໄໝ,
ມີການປະສົມປະສານ ລະຫວ່າງ ບັນດາພື້ນຖານ ວັດທະນະ ທຳ ທີ່ແຕກຕ່າງກັນ. ພາບ: ກົງດາດ



ຖະໜົນ ແທງນຽນ (ຕັ້ງຢູ່ລະຫວ່າງກາງ ໜອງໄຕ ແລະ ໜອງຈຸກ ແບກ) ເບິ່ງແຕ່ມູມສູງ ຊຶ່ງຖືວ່າ ເສັ້ນທາງ ທີ່ມີຄວາມງາມ
ແບບ ເພີນໃຈ ທີສຸດ ຢູ່ຮ່າໂນ້ຍ. ພາບ: ກົງດາດ



ຖືວ່າ ເປັນມະຫາວິທະຍາໄລ ແຫ່ງ ທຳອິດຂອງ ຫວຽດນາມ, ວັນ ມ໋ຽວ-ກວກຕືຢາມ ບໍ່ພຽງແຕ່ ເປັນປູສະນີຍະສະຖານ ປະຫວັດ ສາດ
ທີ່ລືຊື່ ຂອງ ນະຄອນຫຼວງ ຮ່າໂນ້ຍ ເທ່ົານັ້ນ ຫາກຍັງເປັນ ບ່ອນ ທີ່ບັນຈຸ ສິ່ງຍອດຍິ່ງດ້ານ ພູມປັນຍາ ແລະ ຄຸນຄ່າ
ປະຫວັດ ສາດ, ມູນເຊື້ອ ຂອງ ຫວຽດນາມ. ພາບ: ກົງດາດ



ວັດເສົາດຽວ ຕັ້ງຢູ່ລະຫວ່າງກາງ ນະຄອນຫຼວງ ຮ່າໂນ້ຍ, ໃກ້ກັບ ຫໍ ພິພິທະພັນ ໂຮ່ຈີມິນ, ວັດເສົາດຽວ ພ້ອມກັບ “ເຄວວັນກາກ”
ກຳລັງເປັນໜຶ່ງ ໃນບັນດາ ຮ່ອງຮອຍ ປະຫວັດສາດ ວັດທະນະທຳ ທີ່ ມາແຕ່ເຫີງນານ, ເປັນສັນຍາລັກ ຂອງ ນະຄອນຫຼວງ
ຮ່າໂນ້ຍ ພັນ ປີ. ພາບ: ກົງດາດ



ກຳແພງ ທັງລອງ ເປັນ ກຸ່ມສະຖາປັດຕະຍະກຳ ທີ່ໃຫຍ່ໂຕ ມະໂຫ ຖານ ຊຶ່ງບັນດາກະສັດ ໄດ້ກໍ່ສ້າງ ໃນຫຼາຍໄລຍະປະຫວັດສາດ
ແລະ ກາຍເປັນຮ່ອງຮອຍປະຫວັດສາດ ອັນສຳຄັນທີສຸດ ໃນລະບົບ ປູສະນີຍະນະຖານປະຫວັດສາດ
ຂອງ ຫວຽດນາມ. ພາບ: ກົງດາດ



ນັກທ່ອງທ່ຽວ ຊົມລາຍການສະແດງສິລະປະພື້ນເມືອງ ຢູ່ໂຮງມະ ໂຫລະສົບ ຮ່າໂນ້ຍ. ໃນພາບ: ກົງດາດ


ສິລະປະຂັບ “ຕ່ວງ” ພື້ນເມືອງ ໄດ້ທຳການສະແດງ ເພື່ອ ການຕ້ອນ ຮັບນັກທ່ອງທ່ຽວ ທີ່ ໂຮງມະໂຫລະສົບ ຮ່າໂນ້ຍ. ພາບ: ກົງດາດ


ງານມະໂຫລານ Carnival ສະແດງສິລະປະຢູ່ເທິງຖະໜົນ ໄດ້ຈັດ ຂຶ້ນ ທີ່ຄຸ້ມຖະໜົນຄົນຍ່າງ ໜອງ ຮວ່ານກ໋ຽມ, ຮ່າໂນ້ຍ, ໂດຍການ
ເຂົ້າຮ່ວມ ຂອງ ນັກສິລະປິນ ສາກົນ 86 ຄົນ, ສັງກັດ ຄະນະສິລະ ປະ Sun World Ba Na Hills ທີ່ມາຈາກ ນະຄອນ ດ່າໜັງ ເພື່ອ
ການ ສະແດງ ຫຼາຍລາຍການ ຢູ່ຕາມຖະໜົນ ຊຶ່ງໄດ້ສ້າງ ຄວາມ ປະທັບໃຈ, ຟົດຟື້ນ ແລະ ເປັນເອກະລັກ.  ພາບ: ກົງດາດ



ຕົວແບບລົດໃຫຍ່ສອງຊັ້ນ ບັນທຸກນັກທ່ອງທ່ຽວໄປ ຊົມທິວທັດ ທຳມະຊາດ ຂອງ ນະຄອນ ຜ່ານສະຖານທີ່ທ່ອງທ່ຽວຕ່າງໆ ຊຶ່ງນິຍົມໃຊ້ໃນຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ສິງກະໂປ, ມາເລເຊຍ... ປັດຈຸບັນ ໄດ້ມີໜ້າ ຢູ່ ຮ່າໂນ້ຍ ເພື່ອຮັບໃຊ້ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ
ໄປຊົມຖະໜົນສາຍຕ່າງໆ ແລະ ສະຖາປັດຕະຍະກຳ ຂອງ ຮ່າໂນ້ຍ ຜ່ານ ມູມມອງທີ່ແປກໃໝ່. ພາບ: ກົງດາດ

ຫຼັງຈາກດັດປັບເຂດແດນບໍລິຫານ ເຮັດໃຫ້ ຮ່າໂນ້ຍ ໄດ້້ເປັນເຈົ້າ ຂອງ ແຫຼ່ງ ຊັບພະຍາກອນ ດ້ານການທ່ອງທ່ຽວ ທີ່ສຸດທີ່ອຸດົມສົມ ບູນ ແລະ ລຳ້ຄ່າ. ປັດຈຸບັນ, ຮ່າໂນ້ຍ ເປັນທ້ອງຖິ່ນນຳໜ້າ ຂອງ ທົ່ວປະເທດກ່ຽວ ກັບຈຳນວນມໍລະດົກຕົວເມືອງ ກັບ ເຂດຮ່ອງຮອຍ ປະຫວັດສາດ ເກືອບ 6.000 ແຫ່ງ, ມໍລະດົກ ທີ່ບໍ່ມີຕົວຕົນ ເກືອບ 1.800 ແຫ່ງ ແຕ່ລະດັບສາກົນ ເຖິງ ລະດັບຊາດ, ນະຄອນ.

ຫຼັງປີ 2008, ຮ່າໂນ້ຍໄດ້ປະກົດເປັນຮູບເປັນຮ່າງ 6 ກຸ່ມ ທ່ອງທ່ຽວ ຊຶ່ງລວມມີ: ເຂດໃຈກາງນະຄອນຫຼວງ, ເຊີນໄຕ-ບາວີ່, ເຮືອງເຊີນ-ກວານເຊີນ, ພູຊ໋ອກ-ດົ່ງກວານ, ເວີນຈີ່-ໂກ່ລວາ, ຮ່າດົງ ແລະ ເຂດ ຕ່າງໆ ທີ່ໃກ້ຄຽງ ກັບ ບັນດາຜະລິດຕະພັນ ທີ່ຕອບສະໜອງ ຕາມ ຄວາມຮຽກຮ້ອງຕ້ອງການ ທີ່ຫຼາກຫຼາຍ ຂອງ ບັນດາ ກຸ່ມນັກທ່ອງ ທ່ຽວ. ບັນດາ ຜະລິດຕະພັນຕົ້ນຕໍ ລວມມີ ທ່ອງທ່ຽວວັດທະນະທຳ, ທ່ອງທ່ຽວ ຊີວະພາບ, ເຂດພັກຜ່ອນ ທ້າຍສັບປະດາ, ທ່ອງທ່ຽວ ກະ ສິກຳ ແລະ ນິຄົມ, ທ່ອງທ່ຽວ MICE (ທ່ອງທ່ຽວປະສານສົມທົບກັບ ການຈັດຕັ້ງ ການປະຊຸມ, ງານວາງສະແດງ...).

ນັກທ່ອງທ່ຽວ ສາມາດ ເລືອກເຂົ້າຮ່ວມ ຮູບແບບ ການທ່ອງທ່ຽວ ສິລະປະ ຕິດພັນກັບມໍລະດົກ (ເຊັ່ນຊົມ ລາຍການ ສະແດງ ຕຸກກະຕານໍ້າ ດ່າວຖຸກ ປະສານສົມທົບກັບ ການໄປຢ້ຽມຊົມເຂດ ຮ່ອງຮອຍ ປະຫວັດສາດ ໂກ່ລວາ ທີ່ເມືອງ ດົງແອງ) ຫຼື ທ່ອງທ່ຽວຊີວະພາບ ຜັກຜ່ອນເພື່ອສຸຂະພາບ ທີ່ເມືອງ ບາວີ່. ນັ້ນແມ່ນ ຍັງບໍ່ທັນ ໄລ່ເຖິງ ຮູບແບບທ່ອງທ່ຽວ ໝູ່ບ້ານ ອາຊີບ ກັບບັນດາຈຸດນັດໝາຍ ທີ່ມີຊື່ສຽງ ເຊັ່ນ ໝູ່ບ້ານຕໍ່າຫູກ ວ້ານຟຸກ (ເມືອງ ຮ່າດົງ), ໝູ່ບ້ານ ເຮັດ ເຄື່ອງປັ້ນດິນເຜົາ ບາດຈ່າງ (ເມືອງ ຢາເລີມ)...

ເຂດດິນ “ຮ້ອຍອາຊີບ”, ຮ່າໄຕ ໄດ້ເຕົ້າໂຮມກັບ ຮ່າໂນ້ຍ ຊຶ່ງເຮັດ ໃຫ້ນະຄອນຫຼວງ ມີທັງໝົດ 1.350 ໝູ່ ບ້ານອາຊີບ ແລະ ໝູ່ບ້ານ ມີອາຊີບ, ກວມ 59% ໃນຈຳນວນທັງ ໝົດ ໝູ່ບ້ານໃນທົ່ວປະເທດ, ໃນນັ້ນ ມີ 297 ໝູ່ບ້ານອາຊີບທີ່ ຄະ ນະກຳມະການ ປະຊາຊົນ ນະ ຄອນ ຮ່າໂນ້ຍ ຮັບຮອງ.

ໝູ່ບ້ານອາຊີບແຕ່ລະແຫ່ງ ກັບບັນດາສິ່ງທີ່ເປັນເອກະລັກສະເພາະ ໄດ້ກາຍເປັນກຳລັງແຮງ ທີ່ມີຄ່າ ໃຫ້ແກ່ ບັນດາຄວາມສາມາດບົ່ມ ຊ້ອນ ດ້ານການທ່ອງທ່ຽວ ໝູ່ບ້ານອາຊີບ ຊຶ່ງເປັນໜຶ່ງ ໃນຫຼາຍ ທ່າ ອຽງທ່ອງທ່ຽວ ທີ່ນິຍົມໃຊ້ຫຼາຍຢູ່ໃນໂລກ.


ວັດ ໄຕເຟືອງ ຫຼື ເອີ້ນວ່າ “ຊຸ່ງຟຸກຕື້” ເປັນຮ່ອງຮອຍ ປະຫວັດສາດ ທີ່ສັງກັດຮູບແບບສະຖາປັດຕະຍະກຳສິລະປະ, ຕັ້ງຢູ່ໃນພື້ນທີ່ ຂອງ ຕາແສງ ແຖກຊ໋າ, ເມືອງ ແຖ໋ກເຖິດ, ຫ່າງຈາກໃຈກາງ ນະຄອນຮ່າ ໂນ້ຍ ປະມານ 40 ກິໂລແມັດ ໄປທາງທິດ ຕາເວັນຕົກ. ເປັນຮ່ອງຮອຍປະຫວັດສາດ ແຫ່ງຊາດພິເສດ ຂອງ ນະຄອນ ຫຼວງ ຮ່າໂນ້ຍ. ພາບ: ກົງດາດ


ໝູ່ບ້ານ ຈວງ (ເມືອງ ແທງອວາຍ, ຮ່າໂນ້ຍ) ມີອາຊີບເຮັດກຸບ ມີປະ ຫວັດສາດ ກວ່າ 300 ປີ ແລະ ຮູບພາບກຸບ ຂອງ ໝູ່ບ້ານຈວງ
ໄດ້ ກາຍເປັນສັນຍາລັກ ຂອງແມ່ຍິງຫວຽດນາມ. ພາບ: ກົງດາດ



ຫ່າງຈາກໃຈກາງ ຮ່າໂນ້ຍປະມານ 30 ກິໂລແມັດ ໄປທາງທິດ ຕາເວັນຕົກສ່ຽງໃຕ້, ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ກິມລານ
ຕັ້ງຢູ່ ແຄມຝັ່ງແມ່ນຳ້ແດງ ຂອງ ເມືອງ ຢາເລີມ. ທາງທິດເໜືອ ຕິດກັບ ໝູ່ບ້ານບູຮານ ບາດຈ່າງ, ທາງທິດຕາເວັນຕົກ ຕິດກັບ ເມືອງ ຮວ່າງ ມາຍ.
ຕາມບັນດານັກຄົ້ນຄວ້າປະຫວັດສາດ ແລະ ເອກະສານປະຫວັດ ສາດ, ໝູ່ບ້ານ ກິມລານ ກຳເນີດຂຶ້ນແຕ່ສະຕະວັດທີ IX. ອາຊີບ ປັ້ນດິນເຜົາ ເລີ່ມຕົ້ນ ແລະ ຂະຫຍາຍຕົວ ຢູ່ໝູ່ບ້ານ ກິມລານໄດ້ ເປັນທີ່ຮູ້ຈັກ ເໝືອນດັ່ງຕົ້ນກຳເນີດ ຂອງ ອາຊີບ ເຮັດເຄື່ອງປັ້ນ ດິນເຜົາ
ຢູ່ເຂດ ທ່ົງ ພຽງພາກເໜືອ. ພາບ: ກົງດາດ



ນັກທ່ອງທ່ຽວຕ່າງປະເທດ ເຂົ້າຢ້ຽມຊົມໝູ່ບ້ານອາຊີບ ເຄື່ອງປັ້ນ ດິນເຜົາ ກິມລານ. ພາບ: ກົງດາດ


ໝູ່ບ້ານແພໄໝ ວ້ານຟຸກ ຕັ້ງຢູ່ລຽບຝັ່ງ ແມ່ນຳ້ ເຍ້ວ, ບ້ານ ວ້ານ ຟຸກ, ເມືອງ ຮ່າດົງ, ນະຄອນ ຮ່າໂນ້ຍ ຊຶ່ງເປັນໝູ່ບ້ານ
ອາຊີບ ທີ່ມີ ມາແຕ່ດົນນານສຸດ ຂອງ ຫວຽດນາມ. ພາບ: ກົງດາດ

 
ບົດ: ຖາວວີ-ພາບ: ກົງດາດ, ເອກະສານ VNP
ບັນດາບົດທີ່ຖືກນຳສະເໜີ