31/03/2015 15:46 GMT+7 Email Print Like 0

ແອ່ນຕົວຕ້ານໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມ

ເຂດທົ່ງພຽງແມ່ນ້ຳກືວລອງ(ທົ່ງພຽງແມ່ນ້ຳຂອງຕອນໃຕ້) ແຕ່ເດີມ ເຄີຍຂຶ້ນຊື່ລືນາມວ່າເປັນເຂດ “ເຂົ້າຂາວ-ນຳ້ໃສ”, ເປັນອູ່ເຂົ້າ, ອູ່ປາຕົ້ນຕໍຂອງຫວຽດນາມ. ແຕ່່ພໍເຖິງລະດູແລ້ງປີນີ້, ປະຊາຊົນຫລາຍລ້ານຄົນທີ່ອາໄສ ຢູ່ໃນເຂດທົ່ງພຽງແມ່ນໍ້າແຫ່ງນີ້ ຊ້ຳພັດຕ້ອງຢືນຢູ່ຕໍ່ໜ້າມະຫາໄພຂົ່ມຄູ່ຄື: ໄພແຫ້ງແລ້ງ ແລະໄພນ້ຳເຄັມຊຶມຢ່າງຮ້າຍແຮງທີ່ສຸດໃນຮອບ 100 ປີຜ່ານມາ. ແມ່ນ້ຳລຳທານເຕັມໄປດ້ວຍນ້ຳເຄັມ, ຄອງເໝືອງບົກແຫ້ງກະແດ້ງ, ທົ່ງນາແຕກແຫງອອກເປັນປ່ຽງໆ, ໜ້າດິນຂາວເຈວະໄປດ້ວຍເມັດເກືອ… ເຮັດໃຫ້ບໍ່ພຽງແຕ່ຕົ້ນເຂົ້າຕາຍ, ກຸ້ງປາຕາຍເທົ່ານັ້ນ ຫາກຍັງເຮັດໃຫ້ຜູ້ຄົນໃນເຂດນີ້ມີຄວາມກະວົນກະວາຍ, ອິດເມື່ອຍອ່ອນລ້າ ເພາະຂາດແຄນນ້ຳຈືດອີກດ້ວຍ. 
ຄວາມແສນລຳຄານຕໍ່ໜ້າໄພແຫ້ງແລ້ງແລະນ້ຳເຄັມຊືມ:
ຊຸມປີຜ່ານມາ, ພໍຕົກມາເດືອນມີນາກໍ່ພໍດີກົງກັບໄລຍະປະຊາຊົນ ເຂດທົ່ງພຽງແມ່ນ້ຳກືວລອງຫ້າງຫາກະກຽມໃຫ້ແກ່ການ ເກັບກ່ຽວເຂົ້າລະດູໜາວຕໍ່ລະດູບານໃໝ່, ແຕ່ຍ້ອນປີນີ້ປະສົບກັບ ໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມເຮັດໃຫ້ທົ່ງນາກາຍເປັນທົ່ງຫ່ຽວແຫ້ງ ແລະ ຮ້າງເປົ່າ.

ຄອບຄົວທ່ານ ເຈືອງກວກແທງ ຈາກແຂວງ ອານຢາງ ຍ້າຍມາບ້ານ ກຽນແທງ, ຕາແສງ ກຽນບິ່ງ, ເມືອງ ກຽນເລືອງ, ແຂວງ ກຽນຢາງ ເຊົ່າທີ່ດິນກະສິກຳ 20 ເຮັກຕາ ເພື່ອການປູກເຂົ້າໄດ້ 6 ປີນີ້ແລ້ວ.  5 ປີຜ່ານມາແມ່ນໄດ້ຮັບຜົນດີ, ແຕ່ພໍມາຮອດລະດູການເພາະປູກ ລະດູໜາວຕໍ່ລະດູບານໃໝ່ປີນີ້, ເມື່ອໄລຍະເຂົ້າ ເປັນຮວງ ກໍຖືກປະສົບກັບໄພແຫ້ງແລ້ງແກ່ຍາວ, ຖັດຈາກນັ້ນ ແມ່ນນ້ຳເຄັມຊຶມ, ເຮັດໃຫ້ຕົ້ນເຂົ້າຢຸດການຈະເລີນເຕີບໂຕ, ເມັດເຂົ້າບໍ່ຖອດຮວງແລ້ວຫ່ຽວແຫ້ງເຫຼືອງລ່າ.

ທ່ານແທງເວົ້າດ້ວຍຄວາມເຈັບແຄ້ນແໜ້ນໃຈວ່າ “ເຫັນນ້ຳ ຢູ່ໃນຄອງເໝືອງແຕ່ບໍ່ກ້າສູບເຂົ້າທົ່ງນາ, ຍ້ອນຖ້າມີແຕ່ນ້ຳເຄັມ ຈະຍິ່ງເຮັດໃຫ້ຕົ້ນເຂົ້າຕາຍໄວຂຶ້ນ”. ແຕ່ລະວັນຜ່ານໄປ, ຕົ້ນເຂົ້າໃນທົ່ງນາຂອງເພິ່ນກໍ່ຫ່ຽວແຫ້ງ ແລະ ຕາຍໄປເທ່ືອລະເລັກເທື່ອລະໜ້ອຍ. ສຸດທ້າຍ, 20 ເຮັກຕາເຂົ້າປູກກໍ່ຖືກຕາຍລຽບຢ່າງສິ້ນເຊິງ ແລະ ທ່ານແທງກາຍເປັນຄົນທີ່ໝົດເນື້ອໝົດຕົວ. 

ໄລ່ມາຮອດກາງເດືອນມີນາ 2016, ຂະນະທີ່ນັກຂ່າວ ຂ່າວພາບຫວຽດນາມຖ່າຍຮູບພາບຢູ່ເທິງພັ່ນທົ່ງນາ ທີ່ຖືກນ້ຳເຄັມຊຶມຂອງຄອບຄົວທ່ານ ຫງວຽນວັນເຟືອງ
(ບ້ານ ກ່າແຈງ, ຕາແສງຟອງດົງ, ເມືອງຫວີງຖ້ວນ, ແຂວງກຽນຢາງ)ຢູ່ນີ້, ທັງໝົດ13/13 ແຂວງຢູ່ເຂດທ່ົງພຽງແມ່ນ້ຳກືວລອງ
ລ້ວນແຕ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພແຫ້ງແລ້ງແລະ ນ້ຳເຄັມຊຶມ. ພາບ: ຫງວຽນລວນ



ສະພາບແຫ້ງແລ້ງແລະນ້ຳເຄັມຊຶມໄດ້ບັນລຸລະດັບຮ້າຍແຮງທີສຸດໃນຮອບ 100 ປີຜ່ານມາ. ພາບ: ຫງວຽນລວນ


ລະບົບຄອງເໝືອງກໍບົກແຫ້ງຢູ່ບ້ານຮ່ວາເຟືອກ, ຕາແສງແທ້ງລົກ, ເມືອງເຈົາແທ່ງ, ແຂວງກຽນຢາງ. ພາບ: ຫງວຽນລວນ


ທ່ານນາງເຈີ່ນທິເຈົາ, ຊາວກະສິກອນຄົນໜຶ່ງຢູ່ນະຄອນ ແຣກຢ໋າ, ແຂວງກຽນຢາງກັບທົ່ງນາຂອງຄອບຄົວ
ທີ່ໄດ້ຮັບຜົນເສຍຫາຍຢ່າງສິ້ນເຊີງ. ພາບ: ຫງວຽນລວນ





ຕົ້ນເຂົ້າໃນໄລຍະຖອດຮວງປະສົບກັບໄພແຫ້ງແລ້ງແລະ ນ້ຳເຄັມຊຶມເຮັດໃຫ້ເມັດເຂົ້າລີບແລະເສຍຫາຍທັງໝົດ. ພາບ: ຫງວຽນລວນ


ພໍ່ເຖົ້າຫງວຽນວັນເຟືອງຢູ່ບ້ານກ່າແຈງ, ຕາແສງຟອງດົງ, ເມືອງຫວີງຖ້ວນ, ແຂວງກຽນຢາງພວມຄັວດຊັ້ນເກືອ
ທີ່ຕົກຂ້ອນເທິງໄຮ່ນາຂອງຄອບຄົວຕົນ. ພາບ: ຫງວຽນລວນ



ປະຊາຊົນຢູ່ເມືອງໝໍໄກ່ນາມ, ແຂວງເບັ໋ນແຈສະສົມນ້ຳຝົນຈາກລະດູຝົນຂອງປີກ່ອນເພື່ອນຳໃຊ້ໃນລະດູແລ້ງປີຕໍ່ມາ. ພາບ: ຫງວຽນລວນ


ຄອບຄົວທ່ານຫງວຽນວັນຕືຢູ່ບ້ານແສ່ວກາວອາ, ຕາແສງນາມຖ໋າຍ, ເມືອງອານບຽນ, ແຂວງກຽນຢາງຕ້ອງຂຸດເຈາະນໍ້າບາດານ
ເລິກເຖິງ 90 ແມັດຈຶ່ງມີນ້ຳຈືດໃຊ້. ພາບ: ຫງວຽນລວນ



ປະຊາຊົນຢູ່ບ້ານ 5, ຕາແສງອານຮຽບ, ເມືອງບາຈີ, ແຂວງ ເບັ໋ນແຈຂຸດນ້ຳສ້າງໃຫຍ່ເພື່ອຊອກຫາແຫຼ່ງນ້ຳຈືດ. ພາບ: ຫງວຽນລວນ


ອ້າຍເລກົງຈິ່ງຢູ່ບ້ານ 8, ຕາແສງອານຮຽບ, ເມືອງບາຈີ, ແຂວງເບັ໋ນແຈສູບນ້ຳຈືດຈາກນ້ຳບາດານໃສ່ກະຕຸກນ້ຳ
ເພື່ອນຳມາໃຊ້ໃນຄອບຄົວແລະຂາຍໃຫ້ຜູ້ຕ້ອງການ. ພາບ: ຫງວຽນລວນ

 

ແມ່ນ້ຳຂອງເກີດຈາກພູພຽງຊີຈາງ(tibet)(ຈີນ) ຢູ່ລະດັບຄວາມສູງ ກວ່າ 5000 ແມັດ, ໄຫຼຜ່ານແຂວງຢຸນໜານ(ຈີນ) ແລ້ວຜ່ານ ມຽນມາ, ໄທ, ລາວ, ກຳປູເຈຍ ແລະ ສຸດທ້າຍແມ່ນຫວຽດນາມ. ເຂດທົ່ງພຽງແມ່ນ້ຳກືວລອງແມ່ນຍ່ານລຸ່ມແມ່ນ້ຳຂອງ, ດ້ວຍເຫດນັ້ນ, ການກໍ່ສ້າງບັນດາເຂື່ອນໄຟຟ້ານ້ຳຕົກ ຢູ່ເທິງ ສາຍຫຼັກຂອງແມ່ນ້ຳຂອງແມ່ນສາຍເຫດຕົ້ນຕໍພາໃຫ້ເກີດມີການ ເຊາະເຈື່ອນ, ເສຍຄວາມສົມດູນລະບົບນິເວດ, ພິເສດແມ່ນ ເຮັດໃຫ້ມີການປ່ຽນແປງວິຖີຊີວິດ ຂອງຊາວກະສິກອນ ແລະ ຊາວປະມົງ ຢູ່ເຂດແມ່ນ້ຳຂອງຕອນໃຕ້. ຕາມການຄິດໄລ່ຂອງ ບັນດາ ນັກວິທະຍາສາດ, ເຂດທົ່ງພຽງແມ່ນ້ຳກືວລອງໄດ້ຮັບຜົນກະທົບຄື: ການຜະລິດສິນທາງນໍ້າຫລຸດລົງ 600.000 ໂຕນ/ປີ, ກຳລັງການຜະລິດກະສິກຳຫຼຸດລົງເກືອບ 224.000 ໂຕນ/ປີ. ລວມຍອດຜົນເສຍຫາຍດ້ານກະສິກຳ ແລະ ສິນໃນນ້ຳແມ່ນ ປະມານ 5.200 ຕື້ດົ່ງ, ກວມ 2,3 ລວມຍອດຈີດີປີ (GDP) ຂອງທົ່ວເຂດ. 
ບັນດານັກຊ່ຽວຊານໃຫ້ການສັງເກດວ່າ, ລະດູຝົນປີ 2015 ມາຊ້າ ແຕ່ສິ້ນສຸດໄວ, ລະດູຮ້ອນພັດແກ່ຍາວເຮັດໃຫ້ປະລິມານນ້ຳ ສະສົມໄວ້ຫຼຸດລົງຢ່າງຫລວງຫຼາຍພໍຄວນຈຶ່ງບໍ່ສາມາດສະໜອງນໍ້າໄດ້ຢ່າງພຽງພໍໃຫ້ແກ່ການຜະລິດ ແລະ ດຳລົງຊີວິດຂອງປະຊາຊົນ. ບັນຫາບັນດາປະເທດຢູ່ຍ່ານເໜືອ ແມ່ນ້ຳຂອງໃນໄລຍະ ຜ່ານມາດຳເນີນການກໍ່ສ້າງກິດຈະການ ເຂື່ອນໄຟຟ້ານ້ຳຕົກ ຫຼາຍແຫ່ງ ແລະ ເພີ່ມທະວີການສະສົມນ້ຳໄດ້ເຮັດໃຫ້ປະລິມານ ນ້ຳໄຫຼມາຍ່ານໃຕ້ທົ່ງພຽງແມ່ນ້ຳກືວລອງຖືກຫຼຸດລົງເຄິ່ງໜຶ່ງ. ພ້ອມກັນນັ້ນ, ແມ່ນປະກົດການ El Nino (ປະກົດການປ່ຽນແປງ ຂອງດິນຟ້າອາກາດ) ໃນທົ່ວໂລກເຮັດໃຫ້ນ້ຳທະເລຍຶ່ງຂຶ້ນກໍ່ການ ເຊາະເຈື່ອນ ຊາຍຝັ່ງທະເລ, ນໍາໄປສູ່ສະພາບ ນ້ຳເຄັມຈາກປາກແມ່ນ້ຳທີ່ຕິດກັບທະເລຊຶມເຂົ້າທົ່ງນາ. ຍ້ອນ “ຜົນກະທົບຄູ່” ນີ້ຈຶ່ງໄດ້ຮັບ “ຜົນເສຍຫາຍຄູ່” ຕາມມານັ້ນກໍ່ຄືເຮັດໃຫ້ປະຊາຊົນ ເຂດທົ່ງພຽງແມ່ນ້ຳກືວລອງຕ້ອງແອ່ນຕົວທົນກັບໄພແຫ້ງແລ້ງ ແລະ ໄພນ້ຳເຄັມຊຶມດັ່ງທີ່ເຫັນ.

ປີນີ້, ນ້ຳເຄັມແຊກຊຶມເຂົ້າມາໄວກວ່າທຸກປີເຖິງ 2 ເດືອນ, ຂອບເຂດພື້ນທີ່ການແຊກຊຶມກໍເລິກ ແລະ ກວ້າງກວ່າ. ປະຈຸບັນ, ຢູ່ໃນລະບົບແມ່ນ້ຳຫຼັກຂອງພາກຕາເວັນຕົກເຊັ່ນ: ແມ່ນ້ຳຕ່ຽນ, ແມ່ນ້ຳເຮົ້າ, ແມ່ນ້ຳຫວ່າມກໍ້, ແມ່ນ້ຳກ້າຍເລີ້ນ… ນໍ້າເຄັມ ແຊກຊຶມເລິກເຂົ້າມາຫຼາຍ, ບາງບ່ອນເລິກເຂົ້າມາເຖິງ 70-90 ກິໂລແມັດ, ເລິກກວ່າລະດັບປານກາງຂອງຊຸມປີຜ່ານມາ 20-30 ກິໂລແມັດ, ລະດັບຄວາມເຄັມຢູ່ປາກແມ່ນ້ຳຫຼັກ ບາງບ່ອນຂຶ້ນເຖິງ 8-9‰.

ແຂວງຕ່າງໆເຊັ່ນ: ກຽນຢາງ, ບາກລຽວ, ກ່າເມົາແມ່ນທ້ອງຖິ່ນທີ່ໄດ້ຮັບຜົນເສຍຫາຍຈາກ “ຜົນກະທົບຄູ່” ຢ່າງໜັກໜ່ວງທີ່ສຸດ. ສະເພາະແຕ່ແຂວງກຽນຢາງ, ຍ້ອນຕິດກັບທະເລໄຕ (ດ້ານຕາເວັນຕົກ) ແລະ ແມ່ນ້ຳກ້າຍເລີ້ນ. ດັ່ງນັ້ນ, ສະພາບການ ນ້ຳເຄັມຊຶມຍິ່ງຮ້າຍແຮງ ແລະ ຍາກໃນການສະກັດກັ້ນແກ້ໄຂ. ຫຼາຍຄອບຄົວຢູ່ເມືອງຕ່າງໆເຊັ່ນ: ກຽນເລືອງ, ອານບຽນ, ອານມິງ, ຫວີງຖ້ວນ, ອູມິງເຖື້ອງ ເຖິງວ່າໄດ້ຊອກຫາທຸກວິທີເພື່ອກອບກູ້ເອົາຕົ້ນເຂົ້າແລ້ວແຕ່ກໍ່ບໍ່ປະສົບຜົນສຳເລັດ. ພໍ່ເຖົ້າ ຫງວຽນວັນເຟືອງ ຢູ່ບ້ານກ່າແຈງ, ຕາແສງຟອງໂດງ, ເມືອງ ຫວີງຖ້ວນ ເຖິງວ່າໄດ້ດຳນາຕ່າວເຖິງ 3-4 ເທື່ອແລ້ວ ແຕ່ຍ້ອນ ທົ່ງນາບໍ່ມີນ້ຳຈືດ ເພາະສະນັ້ນຈຶ່ງບໍ່ສາມາດກອບກູ້ເອົາໄວ້ໄດ້ ໃນທີສຸດກໍຕ້ອງຢຶນເບິ່ງຕົ້ນເຂົ້າຫ່ຽວແຫ້ງ ຄ່ອຍຕາຍໄປ ແລະ ຕັບໄຕໄສ້ພຸງຂອງຕົນກໍ່ຄ່ອຍແຫ່ວແຫ້ງ ອ່ອນລ້າໄປຕາມ.

ສະພາບນ້ຳເຄັມຊຶມຍັງເຮັດໃຫ້ປະລິມານນ້ຳຈືດຫຼຸດລົງຢູ່ຫຼາຍແຫ່ງ, ບວກກັບການແຫ້ງແລ້ງຍິ່ງເຮັດໃຫ້ສາຍນ້ຳໃຕ້ດິນ ໝົດສ້ຽງໄວ, ກະທົບຕໍ່ຊີວິການເປັນຢູ່ຂອງປະຊາຊົນ ຢ່າງໜັກໜ່ວງ. ການຊອກຫາແຫຼ່ງນ້ຳຈືດ, ນ້ຳສະອາດເພື່ອຮັບໃຊ້ຊີວິດການ ເປັນຢູ່ຂອງປະຊາຊົນຢູ່ຕາມເມືອງຕ່າງໆເຊັ່ນ: ອານບຽນ, ອານມິງ, ກຽນເລືອງ… ຢູ່ແຂວງກຽນຢາງນັບມື້ນັບຫຍຸ້ງຍາກຍິ່ງຂຶ້ນ. ຫຼາຍບ່ອນເຈາະນໍ້າບາດານເລິກເຖິງ 90 ແມັດຈຶ່ງມີນ້ຳໃຊ້.

ທົ່ວແຂວງ ເບ້ນແຈ ມີເຖິງ 160/164 ຕາແສງ ຖືກປະສົບກັບ ໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມ, ພາໃຫ້ຂາດແຄນນໍ້າສະອາດເພື່ອການດຳລົງຊີວິດ. ປະຊາຊົນປະຢັດນ້ຳ ດ້ວຍວິທີອາບນ້ຳ ດ້ວຍນ້ຳ ເຄິ່ງເຄັມເຄິ່ງຈືດ, ຫຼັງຈາກນັ້ນຈຶ່ງອາບລ້າງດ້ວຍນ້ຳຝົນ ໜ້ອຍໜຶ່ງ ທີ່ກັກແຮໄວ້ແຕ່ລະດູຝົນຂອງປີກ່ອນ… ດ້ວຍເຫດນັ້ນຍັງ ບໍ່ມີເວລາໃດຄວາມເປັນກັງວົນກ່ຽວກັບການຂາດແຄນນ້ຳຈືດໃຊ້ ກາຍເປັນຄວາມຫຼອກຫຼອນຊີວິດຂອງປະຊາຊົນເຂດທົ່ງພຽງ ແມ່ນ້ຳກືວລອງຄືປັດຈຸບັນ.


ວິທີການຕ້ານສະກັດກັ້ນໄລຍະຍາວ
ຕາມທ່ານເຈີ່ນຮົ່ງຮ່າ, ລັດຖະມົນຕີຊ່ວຍວ່າການກະຊວງ ຊັບພະຍາກອນ-ສິ່ງແວດລ້ອມແລ້ວ, ສາຍເຫດຕົ້ນຕໍຂອງການ ຜັນແປໄພແຫ້ງແລ້ງ ແລະ  ນ້ຳເຄັມຊຶມສຸດທີ່ດຸເດືອດຮ້າຍແຮງ ຢູ່ເຂດທົ່ງພຽງແມ່ນ້ຳ ກືວລອງແມ່ນບັນດາບັນຫາຢູ່ຍ່ານເໜືອ ສາຍນ້ຳໄຫຼ.
ປະຈຸບັນ, ບັນດາອ່າງເກັບນ້ຳໃນສາຍແມ່ນ້ຳຫຼັກ ຢູ່ເບື້ອງຈີນ ມີບໍລິມາດບັນຈຸປະມານ 23 ຕື້ແມັດກ້ອນ, ບັນດາອ່າງເກັບນໍ້າໃນແມ່ນ້ຳສາຂາມີປະມານ 20 ຕື້ແມັດກ້ອນ. ລວມຍອດບໍລິມາດ ນ້ຳທັງໝົດນີ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການດັດສົມນ້ຳ ແລະ ກະແສນ້ຳໄຫຼລົງສູ່ຍ່ານລຸ່ມແມ່ນໍ້າ.
ເນື່ອງໃນໂອກາດບຸນກຸດຈີນຈຶ່ງເຮັດໃຫ້ຄວາມຕ້ອງການ ດ້ານພະລັງງານຫຼຸດລົງ ສະນັ້ນເຂົາເຈົ້າສະສົມນ້ຳໄວ້ຈຶ່ງເຮັດໃຫ້ໄລຍະນີ້ປະລິມານນ້ຳຫຼຸດລົງພໍສົມຄວນ, ຕໍ່ຈາກນັ້ນ, ກະແສນ້ຳໄຫຼ ເພີ່ມຂຶ້ນ(ເມື່ອບັນດາອ່າງເກັບນໍ້າປ່ອຍນ້ຳ ເພື່ອຜະລິດກະແສໄຟຟ້າ). ທ່ານຮ່າໄດ້ເວົ້າວ່າ: “ຂ້າພະເຈົ້າ ຢືນຢັນວ່າ, ນີ້ແມ່ນ ສາຍເຫດຕົ້ນຕໍ”.
(ແຫຼ່ງ: ໜັງສືພິມຕ໊ວຍແຈ໊)
ຄາດວ່າ, ສະພາບການແຫ້ງແລ້ງ ແລະ ນ້ຳເຄັມຊຶມຈະຂຶ້ນເຖິງ ຈຸດສູງສຸດໃນທ້າຍເດືອນພຶດສະພາ ແລະ ອາດຈະແກ່ຍາວ ເຖິງ ເດືອນມິຖຸນາ. ດັ່ງນັ້ນ, ການປ້ອງກັນ ແລະ ຕ້ານກັບ ໄພແຫ້ງແລ້ງ, ນ້ຳເຄັມຊຶມໃຫ້ແກ່ເຂດທົ່ງພຽງແມ່ນ້ຳກືວລອງກຳລັງແມ່ນບັນຫາ ຮີບດ່ວນທີສຸດ.

ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ລົງກວດກາເບິ່ງສະພາບຕົວຈິງ ຢູ່ບັນດາແຂວງ ທົ່ງພຽງແມ່ນ້ຳກືວລອງ ເພື່ອພິຈາລະນາສະຖານະການ, ໃຫ້ກຳລັງໃຈແກ່ປະຊາຊົນ ແລະ ຊອກຫາທິດທາງຈຳກັດແກ້ໄຂ. ທ່ານນາຍົກລັດຖະມົນຕີ ກໍໄດ້ອອກຄໍາສັ່ງແນະນໍາຜັນຂະຫຍາຍ ນໍາໃຊ້ວິທີການຕ່າງໆຢ່າງຮີບດ່ວນເພື່ອຮັບມືກັບໄພແຫ້ງແລ້ງ, ນ້ຳເຄັມຊຶມຢູ່ເຂດທົ່ງພຽງແມ່ນ້ຳກືວລອງ ແລະ ຖືວ່າ, ນີ້ແມ່ນ ໜ້າທີ່ຈຸດສຸມຂອງທົ່ວທັງລະບົບການເມືອງ.

ສະເພາະໜ້າ, ເພື່ອຕ້ານກັບໄພແຫ້ງແລ້ງ, ນ້ຳເຄັມຊຶມ ທີ່ພວມ ສືບຕໍ່ເປັນໄປຢ່າງຮ້າຍແຮງ ຢູ່ເຂດທົ່ງພຽງແມ່ນ້ຳກືວລອງ ແລະ ໄພແຫ້ງແລ້ງຢ່າງໜັກໜ່ວງຢູ່ເຂດພາກກາງຕອນໃຕ້ ແລະ ເຂດ ໄຕງວຽນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຮຽກຮ້ອງ ແລະ ສະເໜີຂໍການສະໜັບສະໜູນ, ຊ່ວຍເຫລືອມະນຸດສະທໍາຢ່າງຮີບດ່ວນຈາກບັນດາອົງການຈັດຕັ້ງສາກົນ ໃຫ້ແກ່ປະຊາຊົນຜູ້ຖືກຮັບຜົນເສຍຫາຍຢ່າງໜັກໜ່ວງ; ດໍາເນີນການສ້າງຄູ ກັນນ້ຳເຄັມຊົ່ວຄາວ, ຂຸດໜອງ, ຂຸດນ້ຳສ້າງ, ເຈາະນໍ້າບາດານ, ຂົນສົ່ງນ້ຳບໍລິໂພກຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ ປະຊາຊົນ, ຊ່ວຍໜູນດ້ານເສດຖະກິດເພື່ອບໍ່ໃຫ້ປະຊາຊົນອຶດຢາກ, ຂາດນ້ຳໃນຊີວິດປະຈຳວັນ.



ຕໍ່ໜ້າຜົນເສຍຫາຍຈາກໄພແຫ້ງແລ້ງແລະນ້ຳເຄັມຊຶມ, ທ່ານເລຂາທິການໃຫຍ່ຫງວຽນຝູ໋ຈ້ອງໄດ້ລົງກວດກາສະພາບຕົວຈິງ
ຢູ່ບັນດາແຂວງທົ່ງພຽງແມ່ນ້ຳກືວລອງ. ໃນພາບ: ຕອນເຊົ້າວັນທີ 17 ມີນາ 2016, ທ່ານເລຂາທິການໃຫຍ່
ລົງຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດທົ່ງນາຖືກ ນ້ຳເຄັມຊຶມຢູ່ຕາແສງ
ເຕິນແທງ, ເມືອງຢົ່ງຈົມ, ແຂວງເບັ໋ນແຈ. ພາບ: ຈີ໋ຢຸງ



ຕະຄອງປ້ອງກັນ ແລະ ຕ້ານນໍ້າເຄັມພວມໄດ້ຮັບການ ກໍ່ສ້າງຢ່າງຮີບດ່ວນທີ່ຕາແສງນາມຖ໋າຍອາ,
ເມືອງອານບຽນ, ແຂວງກຽນຢາງ. ພາບ: ຫງວຽນລວນ



ນະຄອນແຣກຢ໋າ, ແຂວງກຽນຢາງພວມເລັ່ງລັດກໍ່ສ້າງໃຫ້ສຳເລັດລະບົບຕະຄອງແມ່່ນ້ຳກຽນ. ພາບ: ຫງວຽນລວນ


ລະບົບເສົາໄມ້ຕ້ານກະແສຟອງນ້ຳແລະປ່າປ້ອງກັນ ຕ້ານການ ເຊາະເຈື່ອນຢູ່ປາກແມ່ນ້ຳເມືອງອານມິງ, ແຂວງກຽນຢາງ. ພາບ: ຫງວຽນລວນ


ກຳລັງເຈົ້າໜ້າທີ່ຄຸ້ມຄອງປ່າສະຫງວນແຫ່ງຊາດອູມິງເຖື້ອງ ພວມແທກລະດັບນ້ຳໃຕ້ພົມຖ່ານຕົມເພື່ອກວດກາ,
ປ້ອງກັນ ແລະຕ້ານໄຟໄໝ້ປ່າ. ພາບ: ຫງວຽນລວນ



ປະຊາຊົນທີ່ເມືອງໝໍໄກ່ນາມ, ແຂວງເບັ໋ນແຈພວມຂຸດເຈາະນໍ້າສ້າງ, ນໍ້າບາດານເລິກດ້ວຍຄວາມລຳບາກ
ຍາກເຂັນເພື່ອຫວັງວ່າຈະພົບແຫຼ່ງນ້ຳຈືດ. ພາບ: ຫງວຽນລວນ


ລະບົບຈັກສູບນ້ຳທີ່ປ່າສະຫງວນແຫ່ງຊາດອູມິງເຖື້ອງດັດປັບປະລິມານນ້ຳໃນປ່າແນໃສ່
ຮັບປະກັນຄວາມປອດໄພ ໃຫ້ແກ່ເຂດປ່າ. ພາບ: ຫງວຽນລວນ



ປະຊາຊົນຈຳນວນໜຶ່ງຢູ່ເທດສະບານໝໍໄກນາມໄດ້ເປັນເຈົ້າການລົງທຶນຊື້ລະບົບກັ່ນຕອງນ້ຳເພື່ອກັ່ນຕອງນ້ຳປະປາຄືນໃໝ່,
ເພື່ອຕອບສະໜອງຄວາມຕ້ອງການ ຂອງຕົນເອງ ທັງຮັບໃຊ້ພໍ່ແມ່ປະຊາຊົນໃນເຂດ. ພາບ: ຫງວຽນລວນ



 ທີ່ດອນເຕິນຝູ໋ດົງ, ແຂວງຕ່ຽນຢາງ, ພໍ່ແມ່ປະຊາຊົນ ໄດ້ຫັນປ່ຽນຮູບແບບປູກເຂົ້າມາເປັນ ປູກຕົ້ນຫົວສິງໄຄແທນ
ຊຶ່ງບັນລຸປະສິດທິຜົນເສດຖະກິດສູງ.  ພາບ: ຫງວຽນລວນ



ຢູ່ບາງທ້ອງຖິ່ນຈໍາເປັນຕ້ອງໄດ້ກ່ຽວເຂົ້າກ່ອນເວລາ ຍ້ອນ ໄພແຫ້ງແລ້ງແລະນ້ຳເຄັມຊຶມ. ພາບ: ຫງວຽນລວນ
 

ກະຊວງກະສິກຳແລະພັດທະນາຊົນນະບົດໄດ້ຮຽກຮ້ອງ ແລະ ສະເໜີຂໍການສະໜັບສະໜູນ, ຊ່ວຍເຫລືອມະນຸດສະທໍາຢ່າງຮີບດ່ວນຈາກບັນດາອົງການຈັດຕັ້ງສາກົນ ໃຫ້ແກ່ ປະຊາຊົນຜູ້ທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ; ດໍາເນີນ ການສ້າງຄູກັນນ້ຳເຄັມຊົ່ວຄາວ, ຂຸດໜອງ, ຂຸດນ້ຳສ້າງ, ເຈາະນໍ້າບາດານ, ຂົນສົ່ງນ້ຳບໍລິໂພກຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຊ່ວຍໜູນດ້ານເສດຖະກິດເພື່ອບໍ່ໃຫ້ປະຊາຊົນອຶດຢາກ, ຂາດນ້ຳໃນຊີວິດປະຈຳວັນ.
ໃນໄລຍະຍາວ, ທາງລັດຖະບານກຳນົດວ່າຕ້ອງຈັດສັນໂຄງປະກອບການປູກຝັງກະສິກໍາຄືນໃໝ່ໃຫ້ສອດຄ່ອງ; ຫັນເປັນ ຫຼາຍຮູບຫຼາຍແບບ ແລະ ຂະຫຍາຍການປູກພືດຕົ້ນໄມ້ທີ່ມີ ຄວາມສາມາດທົນທານຕໍ່ກັບສະພາບແຫ້ງແລ້ງ ແລະ ນ້ຳເຄັມຊຶມ; ຄົ້ນຄວ້າເລືອກເຟັ້ນເອົາບັນດາແນວພັນຕົ້ນໄມ້ ກິນໝາກ, ຕົ້ນໄມ້ອຸດສາຫະກຳ, ພືດພັນທັນຍາຫານທີ່ມີຄວາມ ທົນທານຕໍ່ກັບຄວາມແຫ້ງແລ້ງ, ຄວາມເຄັມໄດ້ດີ; ດັດສ້າງລະບົບໂຄງລ່າງພື້ນຖານເຕັກນິກ, ຫັນປ່ຽນໂຄງປະກອບ ເສດຖະກິດ, ຮີດຄອງປະເພນີໃນການຜະລິດ ແລະ ດຳລົງຊີວີດ ຂອງປະຊາຊົນຢູ່ຕາມຊາຍຝັ່ງທະເລເພື່ອໃຫ້ກົມກືນເຈືອຈານເຂົ້າກັບສະພາບນ້ຳທະເລຍຶ່ງຂຶ້ນ… ຄຽງຄູ່ກັນນັ້ນແມ່ນຮຽກຮ້ອງໄປຍັງປະເທດຕ່າງໆໃຫ້ຂຸດຄົ້ນນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ; ຮຽກຮ້ອງໄປຍັງບັນດາອົງການຈັດຕັ້ງສາກົນໃຫ້ການອຸປະຖຳ ດ້ານທຶນຮອນຊ່ວຍເຫລືອລ້າເພື່ອການພັດທະນາ(ODA) ສໍາລັບ ບັນດາ ໂຄງການກໍ່ສ້າງ ແລະ ຍົກສູງກຳລັງຄວາມສາມາດ ດ້ານການຄຸ້ມຄອງເພື່ອຮັບມືກັບໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມ.

ເພື່ອຕ້ານທານກັບສະພາບການແຫ້ງແລ້ງ, ນ້ຳເຄັມຊຶມ ໄລຍະຍາວ, ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳກືວລອງກຳລັງສຸມໃສ່ ໃນການຄົ້ນຄວ້າບັນດາແນວພັນເຂົ້າທົນທານຕໍ່ລະດັບ ຄວາມເຄັມສູງເພື່ອສາມາດຄົງຕົວ ຢູ່ໃນຄວາມແຫ້ງແລ້ງ, ຄວາມເຄັມຢ່າງດີທີສຸດ. ມາຮອດ ປັດຈຸບັນ, ສະຖາບັນ ໄດ້ຄົ້ນຄວ້າສຳເລັດຜົນ ແລະ ກຳລັງ ຢູ່ໃນໄລຍະທົດລອງແນວພັນເຂົ້າຈຳນວນໜຶ່ງທີ່ສາມາດ ທົນທານໄດ້ກັບຄວາມເຄັມ ລະດັບ3-4 ‰.

ນອກນັ້ນ, ເພື່ອຫັນເປັນຫຼາກຫຼາຍບັນດາແນວພັນຕົ້ນໄມ້ ທີ່ສາມາດທົນກັບຄວາມແຫ້ງແລ້ງ ແລະ ຄວາມເຄັມ, ທ້ອງຖິ່ນຕ່າງໆກໍໄດ້ເອົາໃຈໃສ່ຖືເປັນສຳຄັນໃນການຄົ້ນຄວ້າຢູ່ໃນປະຈຸບັນ. ພົ້ນເດັ່ນຄື: ກໍລະນີປະຊາຊົນຢູ່ດອນ ເຕິນຝູ໋ດົງ, ແຂວງ ຕ່ຽນຢາງ ໄດ້ປະສົບຜົນສຳເລັດໃນການຫັນປ່ຽນປູກຕົ້ນຫົວສິງໄຄ ແທນການປູກເຂົ້າ ຍ້ອນດິນເຄັມ ສູງເກີນໄປ, ຜົນສໍາເລັດນີ້ໄດ້ເຮັດໃຫ້ເປີດທິດທາງໃໝ່ສໍາລັບປະຊາຊົນເຂດແມ່ນ້ຳຕ່ຽນ.

ຫວັງຢ່າງຍິ່ງວ່າ, ດ້ວຍບັນດາວິທີແກ້ໄຂໃນສະເພາະໜ້າ ແລະ ຍາວນານຄືດັ່ງກ່າວນີ້, ເຂດທົ່ງພຽງແມ່ນ້ຳກືວລອງ ຈະຜ່ານຜ່າ ຄວາມຫຍຸ້ງຍາກເພື່ອສືບຕໍ່ເປັນອູ່ເຂົ້າ, ອູ່ປາໃຫຍ່ທີສຸດ ຂອງທົ່ວປະເທດ, ປະກອບສ່ວນ ຄ້ຳປະກັນຄວາມສະຫງົບ ດ້ານສະບຽງອາຫານຢູ່ພາຍໃນ ປະເທດ ແລະ ໃນໂລກ.



ຕໍ່ໜ້າສະພາບນ້ຳເຄັມຊຶມຢ່າງຮ້າຍແຮງຢູ່ເຂດທົ່ງພຽງແມ່ນ້ຳ ກືວລອງ, ທ່ານປະລິນຍາໂທ ຫງວຽນຫືວທ້ຽນ, ນັກຊ່ຽວຊານ ຜູ້ໜຶ່ງທີ່ມີປະສົບການຫຼາຍປີຄົ້ນຄວ້າກ່ຽວກັບທົ່ງພຽງແມ່ນ້ຳ ກືວລອງກໍໄດ້ໃຫ້ຄໍາເຕືອນແກ່ປະຊາຊົນວ່າ, ຄວນຄ່ອຍໆ ຫັນປ່ຽນໄປສູ່ລະບົບການເຮັດກະເສດສຸມທີ່ຕິດພັນກັບດິນ ແລະ ນໍ້າເຄັມ. ທ່ານທ້ຽນໄດ້ເວົ້າວ່າ: “ເຮັດກະເສດສຸມ ເພາະປູກເຂົ້າຢູ່ເຂດ ຊາຍຝັ່ງທະເລແມ່ນບໍ່ເໝາະສົມຢູ່ແລ້ວ, ຊໍ້າພັດມາເຮັດກະເສດສຸມປູກເຂົ້າໃນລະດູແລ້ງຢູ່ເຂດຊາຍຝັ່ງທະເລກໍ່ຍິ່ງບໍ່ເໝາະສົມ ອີກ”. 
(ແຫຼ່ງ: ໜັງສືພິມເອເລັກຕໂຣນິກ VNExpress)

ບົດ: ເຊີນເງ້ຍ-ພາບ: ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ