22/01/2015 15:09 GMT+7 Email Print Like 0

“ແມ່ນາງເຫັດ” ຂອງຫວຽດນາມ

ທ່ານນາງຮອງສາດສະດາຈານ, ດຣ. ຫງວຽນທິຈິ້ງ ເປັນໜຶ່ງ ໃນຈຳນວນບຸກຄົນລິເລີ່ມ ທີ່ນຳແນວພັນເຫັດຄຸນນະພາບສູງ ມາ ປູກຢູ່ຫວຽດນາມ, ຊຶ່ງມາຮອດປັດຈຸບັນແນວພັນເຫັດຂອງນາງ ໄດ້ນຳໄປປູກ ຢ່າງກວ້າງຂວາງຢູ່ນິຄົມໃຫຍ່ນ້ອຍຕ່າງໆ ໃນທົ່ວປະເທດ. ທ່ານນາງ ແມ່ນຮອງ ສາດສະດາຈານ, ດຣ. ຫງວຽນທິຈິ້ງ ນັ້ນເອງ, ຊຶ່ງໄດ້ຮັບຂະໜານນາມວ່າເປັນ “ແມ່ນາງເຫັດ”. 
 
ຂະບວນການ ນຳເຫັດ ມາ ຫວຽດນາມ
ຕ້ອນຮັບພວກຂ້າພະເຈົ້າຢູ່ນິຄົມປູກເຫັດ ຂະຫນາດ 15.000 ແມັດມົນທົນ ຂອງຄອບຄົວ ຢູ່ທີ່ເມືອງຢາເລີມ, ຮ່າໂນ້ຍ, ທ່ານນາງຮອງສາດສະດາຈານ, ດຣ.ຫງວຽນທິຈິ້ງ ອົດອຳບໍ່ໄດ້ ເຖິງຄວາມດີໃຈໃນເວລາພາ ພວກຂ້າພະເຈົ້າ ໄປຢ້ຽມຢາມ ເຂດປູກເຫັດຫຼິນຈື່ ແລະ ເຫັດຫົວລີງ (Norugongdengi, beoseot) ທີ່ກຳລັງເຖິງເວລາເກັບກູ້.

ປະຈຸບັນນີ້, ເມື່ອຊົມນິຄົມປູກເຫັດຂະຫນາດໃຫ່ຍຄືແນວນັ້ນ, ແຕ່ອາດມີຫນ້ອຍຄົນ ຈະຮູ້ໄດ້ວ່າ ຊົ່ວຈະໃຫ້ເຫັດເປັນຢານີ້ສາມາດເກີດຂຶ້ນໄດ້ຢູ່ໃນດິນແດນຂອງຫວຽດ, ທ່ານນາງຈະຕ້ອງຜ່ານຂະບວນການ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ທ້າທາຍນາໆປະການຄືແນວໃດ. ແຕ່ຄວາມຫຍຸ້ງຍາກດັ່ງກ່າວ ບໍ່ສາມາດຈະກີດຂວາງ ນັກວິທະຍາສາດ ດັ່ງຜູ້ຍິງ ຄົນນີ້ໄດ້. ຍ້ອນຄວາມຮັບຮູ້, ການຕີລາຄາໄດ້ຄວາມສຳຄັນ, ຄວາມຈຳເປັນ ກໍ່ຄືພາລະກິດ ຊ່ວຍຊາວກະສິກອນຫລຸດພົ້ນຈາກຄວາມທຸກຍາກ ຈາກການປູກເຫັດ ໄດ້ເປັນແຮງບັນດານໃຈ ອັນແຮງກ້າ ທີ່ຊ່ວຍໃຫ້ທ່ານຕັດສິນໃຈກ້າວສູ່ຄວາມສຳເລັດດັ່ງທຸກວັນນີ້.

ສາດສະດາຈານ, ດຣ. ຫງວຽນທິຈິ້ງ ເປັນໜຶ່ງໃນຈຳນວນ ຜູ້ທຳອິດ
ນຳເອົາແນວພັນເຫັດໃໝ່ມາປູກຢູ່ຫວຽດນາມ.


ຮອງສາດສະດາຈານ, ດຣ. ຫງວຽນທິຈິ້ງ ກັບແນວພັນ ເຫັດຫົວລີງ (Norugongdengi-beoseot)
ທີ່ກຳລັງ ປູກຢູ່ ບໍລິສັດເຫັດຫຼິນຈື່ຈຳກັດ.


ເຫັດຫົວລີງ (Norugongdengi-beoseot) ເປັນໜຶ່ງ ໃນຈຳ ນວນປະເພດເຫັດເປັນຢາ
ທີ່ໄດ້ຮັບການ ຕີລາຄາສູງຈາກ ວົງການນັກວິທະຍາສາດ.


ສາດສະດາຈານ, ດຣ.ຫງວຽນທິຈິ້ງ ແນະນຳເຫັດຫຼິນຈື່ ອາຍຸ ສາມເດືອນກວ່າ ຕໍ່ລູກຄ້າ.

ເຫັດຫຼິນຈື່ ມີອາຍຸໜຶ່ງເດືອນກວ່າ ຢູ່ນິຄົມປູກເຫັດຂອງ ບໍລິສັດເຫັດຫຼິນຈື່ຈຳກັດ.
ບົນເສັ້ນທາງເບຕົງຍາວຢຽດນຳໄປສູ່ເຂດອາຄານປູກເຫັດ,ພວກເຮົາໄດ້ຮັບຟັງ ຄວາມໃນໃຈ ກ່ຽວກັບຂະບວນວິວັດໃນການນຳເອົາເຫັດມາປູກຢູ່ຫວຽດນາມ.

ໄລຍະນັ້ນແມ່ນສະໄຫມຊຸມປີ 70 ຂອງສະຕະວັດທີ XX. ຕອນນັ້ນທ່ານກຳລັງ ສຶກສາ ແລະ ເປັນນັກຄົ້ນຄວ້າ ຢູ່ປະ ເທດ ເຊັກໂກ (ເກົ່າ). ໃນຊ່ວງເວລາຮຳ່ຮຽນຢູ່ທີ່ນີ້, ນາງສັງເກດເຫັນວ່າ, ຢູ່ປະເທດເຊັກໂກ ແລະ ບັນດາປະເທດ ເອີຣົບ, ຊາວກະສິກອນ ໄດ້ນຳໃຊ້ສິ່ງເສດເຫຼືອຈາກພືດກະ ສິກຳ ເພື່ອປູກເຫັດໃນຂອບເຂດກ້ວາງຂວາງ ແລະ ບັນລຸປະ ສິດທິຜົນທາງດ້ານເສດຖະກິດສູງທີ່ສຸດ.  ແຕ່ ຢູ່ຫວຽດນາມ ພັດກົງກັນຂ້າມ. ໃນຖານະເປັນປະເທດກະສິກຳ, ຫວຽດ ນາມ ມີສິ່ງເສດເຫຼືອຈາກພືດກະສິກຳຫລາຍທີ່ສຸດເຊັ່ນ: ເຟືອງ, ເຫຍື້ອອ້ອຍ, ຂີ້ເລື່ອຍ…  ແຕ່ຊາວກະສິກອນ ຫວຽດ ນາມ ພັດບໍ່ຮູ້ໝູນໃຊ້, ຈິ່ງເປັນການສິ້ນເປືອງ ແລະ ທັງສົ່ງ ຜົນກະທົບ ຕໍ່ສິ່ງແວດລ້ອມ. ຍິ່ງກ່ວານັ້ນ, ອາກາດຮ້ອນຊຸ່ມ ຊື້ນຂອງ ຫວຽດນາມຖືວ່າ ເໝາະສົມທີ່ສຸດເພື່ອພັດທະນາ ການປູກເຫັດປະເພດຕ່າງໆ.

ຈາກການທີ່ນາງໄດ້ສັງເກດຕົວຈິງ ບວກກັບທ່າແຮງຂອງ ຫວຽດນາມ ທີ່ມີຢູ່,  ປີ 1973 ຫຼັງຈາກໄດ້ຮັບໃບປະກາດ ປະລິນຍາໂທຢູ່ປະເທດເຊັກໂກ, ນາງໄດ້ຕັດສິນໃຈ ເລືອກ ແນວພັນເຫັດຈຳນວນໜຶ່ງ ທີ່ໃຫ້ປະສິດທິຜົນສູງຢູ່ບັນດາ ປະເທດເອີຣົບໃນເວລານັ້ນ, ມາປູກທົດລອງ ຢູ່ ຫວຽດນາມ.

ໃນເວລານັ້ນ, ການປູກເຫັດຍັງເປັນສິ່ງທີ່ແປກປະຫລາດທີ່ສຸດສຳລັບຊາວຫວຽດນາມ. ດ້ວຍເຫດນັ້ນ, ຈາກຫ້ອງວິໄຈ, ບ່ອນເພາະແນວພັນເຫັດຮອດເຕັກນິກການຜະລິດເຫັດ ຕະ ຫຼອດຮອດຂອດການຊອກຫາຕະຫຼາດຈຳໜ່າຍເຫັດແມ່ນຍັງບໍ່ທັນມີຫຍັງໝົດ. ມີບາງຄັ້ງ, ນາງຕ້ອງໃຊ້ຕຽງນອນຕຽງດຽວທີ່ມີຢູ່ໃນເຮືອນ ເພື່ອເປັນບ່ອນກ້າເຫັດ ແລະ ເຮືອນທີ່ມີເນື້ອທີ່ພຽງ 16 ແມັດມົນທົນ ຂອງຄອບຄົວນາງ ເປັນຫ້ອງ ວິໃຈ ແລະ ເປັນບ່ອນປູກເຫັດທົດລອງ.

ຜ່ານການທົດລອງຫຼາຍຄັ້ງກໍ່ຍັງບໍ່ປະສົບຄວາມສຳເລັດ, ນາງໄດ້ຕັດສິນໃຈ ກັບຄືນປະເທດ ເຊັກໂກ ເພື່ອສືບຕໍ່ເຮັດບົດນິພົນຮອງປະລິນຍາເອກ, ທັງປະຕິບັດຈຸດໝາຍ ຊອກຮູ້ ແລະ ຄົ້ນຄວ້າວິທີປູກເຫັດໃຫ້ໄດ້.  ຄວາມອົດທົນ ຂອງນາງ ສຸດທ້າຍກໍ່ໄດ້ຮັບສິ່ງຕອບແທນ. ປີ 1986, ນາງເປັນກຽດໄດ້ ຮັບໃບປະກາດສະນີຍະບັດດ້ານຫົວຄິດ ປະດິດສ້າງ ໂດຍແມ່ນປະເທດເຊັກໂກ ເປັນຜູ້ມອບໃຫ້ ໃນໂຄງການຄົ້ນຄ້ວາ “ຜະລິດເຫັດຫອຍ ດ້ວຍເຕັກໂນໂລຢີ ເພາະເຊື້ອຈຸລິນຊີ ໂດຍບໍ່ອະເຊື້ອໂລກ” (Production of Mushroom Using Micro-biology Fermented Technology without Sterilisation). ປີ 1987, ນາງໄດ້ສຳເລັດການ ປ້ອງກັນບົດນິພົນ ຈົບຊັ້ນຮອງປະລິນຍາເອກ ໃນຫົວຂໍ້:      “ເຊື້ອຈຸ ລິນຊີໃນເຕັກໂນໂລຢີ ການຜະລິດເຫັດ”. ໂຄງການ ຂອງນາງໄດ້ຖືກນຳໃຊ້ເຂົ້າໃນພື້ນຖານການ ຜະລິດເຫັດ ຕ່າງໆຂອງປະເທດ ເຊັກໂກ ທີ່ນຳຜົນຜະລິດ ເພີ່ມຂຶ້ນເທົ່າ ຕົວ ໃຫ້ແກ່ຊາວກະສິກອນ.


ເສັ້ນທາງຂອງການເປັນ “ແມ່ນາງເຫັດ”
ເມື່ອກັບຄືນປະເທດ, ພາຍຫລັງນາງປູກທົດລອງແນວພັນ ເຫັດສຳເລັດຈຳນວນໜຶ່ງ, ນາງໄດ້ຂະຫຍາຍອອກສູ່ເຂດຊົນ ນະບົດຈຳນວນໜຶ່ງ. ຢູ່ເຂດໃດນາງກໍ່ໄດ້ໄປ ແນະນຳໂດຍກົງກັບຊາວນາແລະເຈົ້າຂອງນິຄົມຫຼາຍແຫ່ງ ກ່ຽວກັບ ການ ປູກເຫັດດ້ວຍສິ່ງເສດເຫລືອຈາກການກະສິກຳ-ປາໄມ້ທີ່ມີຢູ່ໃນ ທ້ອງຖິ່ນນັ້ນ.

ຢູ່ທີ່ນີ້, ນາງໃຫ້ນຳໃຊ້ສູດຕາມໂຄງການທີ່ໄດ້ຄົ້ນຄວ້າ ແລະ ປະຕິບັດສຳເລັດຢູ່ທີ່ປະເທດເຊັກໂກ, ນັ້ນຄື:  ວິທີການຜະ ລິດເຫັດຫອຍ ເທິງຕົ້ນເຟືອງໂດຍບໍ່ອະເຊື້ອໂລກ ຊຶ່ງຜົນ ຜະລິດໄດ້ຮັບແມ່ນເກີນຄາດຄິດ. ຈາກຜົນສຳເລັດ ດັ່ງກ່າວ ນາງໄດ້ເປີດກວ້າງ ທິດທາງການ ຜະລິດຂະໜາດໃຫຍ່ ໃຫ້ແກ່ບັນດາ ຫົວຫນ່ວຍການຜະລິດ ແລະ ນິຄົມປູກເຫັດ ເພາະ ມັນເປັນວິທີປູກແບບງ່າຍ, ເຮັດງ່າຍ, ສະມັດຕະ ພາບພັດສູງ ເຖິງ 80 – 100% ຂອງວັດຖຸດິບ. ປະຈຸບັນ, ປະເພດເຫັດດັ່ງກ່າວ ຮັບແຜ່ຂະຫຍາຍອອກສູ່ແຂວງ ແລະ ນະຄອນຫຼາຍແຫ່ງ ພາຍໃນ ປະເທດຄື: ແຂວງເຊີນ ລາ, ລາຍເຈົາ, ທ້າຍບິ່ງ, ເຫງະອານ, ເລີມດົ່ງ, ດັກລັກ ແລະ ຫວີງລອງ…

ຮອງສາດສະດາຈານ, ດຣ.ຫງວຽນທິຈິ້ງ ດຳເນີນຂັ້ນຕອນການເກັບກູ້ເຫັດດົງຈຸ່ງຮ້າຖາວ
ທີ່ໄດ້ປູກເຊື້ອຢູ່ໃນ ຫລອດແກ້ວທົດລອງ.


ເຫັດ ດົງຈຸ່ງຮ້າຖາວ (Cordyceps sinensis) ໄດ້ຮັບການຕີລາຄາວ່າເປັນໜຶ່ງໃນບັນດາຢາ “ວິເສດ”.

ຮອງສາດສະດາຈານ, ດຣ. ຫງວຽນທິຈິ້ງ (ຜູ້ທີ 2 ຈາກ ຂວາ) ໃນພິທີມອບລາງວັນ ການປະກວດນັກທຸລະກິດຍິງ ແມ່ນ້ຳຂອງ
ແລະ ນຳສະເຫນີ “ວັນແມ່ຍິງຫວຽດນາມ ມີຫົວຄິດ ປະດິດສ້າງ 2013”.

ສາດສະດາຈານ, ດຣ. ຫງວຽນທິຈິ້ງ(ຜູ້ທຳອິດຈາກຂວາ) ຮັບລາງວັນ
ໃນວັນບຸນແມ່ຍິງນະຄອນຫຼວງປະດິດສ້າງ ປີ 2013.
ເຖິງແມ່ນວ່າ ທ່ານນາງ ຈິ້ງ ໄດ້ຄົ້ນຄວ້າປະສົບຜົນສຳເລັດ ແນວພັນເຫັດຫລາຍປະເພດເຫັດກິນ, ເຫັດເປັນຢາພື້ນເມືອງກໍຕາມ, ແຕ່ນາງໄດ້ຕັດສິນໃຈສຸມໃສ່ຜະລິດ ເຫັດຫຼິນ ຈື່ຄຸນນະພາບສູງ. ນາງໄດ້ສ້າງຕັ້ງບໍລິສັດຈຳກັດ ຜະລິດສະ ເພາະເຫັດຫຼິນຈື່. ນາງໃຫ້ຮູ້ວ່າ, ຢູ່ບາງປະເທດຄື: ສປ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ… ເຂົາເຈົ້າຖືສຳຄັນທີ່ສຸດ ການຄົ້ນ ຄວ້າ ແລະ ນຳໃຊ້ເຫັດເປັນຢາ ປະເພດຕ່າງໆເພື່ອຜະລິດ ຜະລິດຕະພັນຫຼາຍຢ່າງ ທີ່ສາມາດຊ່ວຍປີ່ນປົວພະຍາດ ຈຳນວນໜຶ່ງຄື: ຄວາມດັນເລືອດສູງ, ເບົາ ຫວານ, ອັກເສບຕັບ B, ພິເສດແມ່ນພະຍາດມະເຮັງ.

ດ້ວຍເຫດນັ້ນ, ເຕັກໂນໂລຢີຜະລິດເຫັດຫຼິນຈື່ ໂດຍທ່ານນາງຮອງສາດສະດາຈານ, ດຣ. ຫງວຽນທິຈິ້ງ ເປັນຜູ້ຄົ້ນ ຄວ້າ ໄດ້ກາຍເປັນເຕັກໂນໂລຢີ ທຳອິດໄດ້ຮັບການໝູນໃຊ້ ຢູ່ ຫວຽດນາມ. ຈາກຜົນສຳເລັດດ້ານເຕັກໂນໂລຢີດັ່ງກ່າວ, ລາວຈຶ່ງໄດ້ຮັບລາງວັນ WIFOTEC 2002 (ລາງວັນ ປະດິດສ້າງ ວິທະຍາສາດ-ເຕັກໂນໂລຢີ ຫວຽດນາມ). ບັນດາກິດຈະກຳຄົ້ນຄວ້າກ່ຽວກັບ ເຫັດຫຼິນຈື່ຂອງລາວ ໄດ້ຮັບການຕີລາຄາສູງ ຢູ່ທັງພາຍໃນ ແລະ ຕ່າງປະເທດ. ມີຜະລິດຕະພັນຈຳນວນໜ່ຶງ ໂດຍບໍລິສັດ ຂອງລາວ ຄົ້ນ ຄວ້າໄດ້ຮັບການນຳໃຊ້ຢ່າງກວ້າງຂວາງຄື: ຜະລິດຕະພັນ ຊິງລິງ (ແປ້ງເຫັດຫຼິນຈື່); ຈຸລິນຊີເຫັດຫຼິນຈື່ສົດ ແລະ ເມັດຢາທີ່ຜະລິດຈາກເຫັດຫຼິນຈື່ສົດ, ເຫັດດົງຈຸ່ງຮ້າຖາວ (cordycepsroberti), ຍົ້ງຈຸ່ງຖາວ (cordycepsmilitaris) ແລະ ເຫັດຫົວລີງ.

ປະຈຸບັນ, ຂະແໜງການປູກເຫັດ ຢູ່ຫວຽດນາມ ກຳລັງຂະຫຍາຍຕົວຢ່າງແຂງແຮງ ລວມທັງປະລິມານ ແລະ ຄຸນນະພາບ. ບັນດາແນວພັນເຫັດ ທີ່ມີຍີ່ຫໍ້ “made in Viet Nam” ບໍ່ພຽງແຕ່ປະກົດຕົວ ຢູ່ທົ່ວທຸກແຂວງ, ນະຄອນ ຫລວງ ຢູ່ພາຍໃນເທົ່ານັ້ນ, ຫາກຍັງໄດ້ສົ່ງອອກ ໄປຕ່າງ ປະເທດ ອີກດ້ວຍ.

ຕົ້ນເຫັດໄດ້ສ່ອງແສງຢ່າງຖືກຕ້ອງ ຕາມຄວາມໄຝ່ຝັນເບື້ອງຕົ້ນທີ່ ທ່ານນາງ ຮອງສາດສະດາຈານ, ດຣ.ຫງວຽນທິຈິ້ງ ໄດ້ຕາມຫາຕະຫຼອດມາ, ຊຶ່ງມັນບໍ່ພຽງແຕ່ຊ່ວຍໃຫ້ຊາວກະ ສິກອນ ບືນຕົວສ້າງຮັ່ງຄູນມີບົນຜືນແຜ່ນດິນບ້ານເກີດເມືອງນອນຂອງຕົນ ຫາກຍັງເປັນພືດທີ່ມີຄຸນຄ່າດ້ານການຂາອອກສູງ, ປະກອບສ່ວນປ້ອງກັນ ແລະ ປົວພະຍາດຕ່າງໆ ທີ່ຮ້າຍແຮງ ໃຫ້ແກ່ປະຊາຊົນ ໄດ້ອີກດ້ວຍ.
ບົດ: ຖາວວີ - ພາບ​: ຫວຽດເກື່ອງ

ບັນດາບົດທີ່ຖືກນຳສະເໜີ