17/12/2017 22:09 GMT+7 Email Print Like 0

ແພຄຽນຫົວ ຂອງ ຊົນເຜົ່າລາຫູ

ໃນວົງຄະນາຍາດ 54 ຊົນເຜົ່າອ້າຍນ້ອງຢູ່ ຫວຽດນາມ, ຊຸດປະ ຈຳຊົນເຜົ່າ ຍາມໃດກໍສະແດງອອກເຖິງ ວັດທະນະທຳ ທີ່ເປັນ ເອກະລັກ ຂອງແຕ່ລະທ້ອງຖິ່ນ, ເຂດພາກ. ສຳລັບແມ່ນຍິງ ຊົນເຜົ່າ ລາຫູ (ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ), ຮູບພາບ ແພຄຽນຫົວ ໄດ້ຮັບການ ຕົບແຕ່ງ ຢ່າງລະອຽດ ແລະ ພິຖີພິ ຖັນ ທີ່ເປັນເອກະລັກ ຊຶ່ງສະແດງ ອອກມາ ຄວາມມຸ່ງມາດປາດ ຖະໜາ ໄດ້ດໍາລົງຊີວິດ ແບບເຈືອຈານ ກັບທໍາມະຊາດ. 
ຊົນເຜົ່າລາຫູ ສວມແພຄຽນຫົວ ຢ່າງຮອບຄອບທີສຸດ, ລວມມີ ຫຼາຍຂັ້ນຕອນ ເພື່ອການຈັດລຽງເປັນ 4 ຊັ້ນ  ສ້າງເປັນ ແພຄຽນ ຫົວ ທີ່ສົມບູນແບບ. ທຳອິດ ເຂົາເຈົ້າແບ່ງຜົມ ເປັນສອງສ່ວນ ແລ້ວເຮັດໃຫ້ຜົມຄົງທີ່ ດ້ວຍກອບສີໝາກກະເບົາ ເຮັດດ້ວຍ ປຼາສຕິກ. ຫຼັງຈາກນັ້ນ ຈະສວມແພຄຽນຫົວ ທີ່ ປັກແສ່ວ ລາຍດອກຢ່າງພິຖີພິຖັນ ແລະ ຕິດໝາກຕຸ້ມສີຂາວ. ນີ້ແມ່ນ  ສ່ວນຫຼັກຂອງແພຄຽນຫົວ ຊຶ່ງ ສະແດງອອກ ເຖິງ ຄວາມຄ່ອງແຄ່ວ ຂອງ ແມ່ຍິງ ຊົນເຜົ່າລາຫູ ແຕ່ລະຄົນ ໃນການຫຍິບປັກຖັກແສ່ວ.

ຕາມທຳມະດາ ເຂົາເຈົ້າໃຊ້ແພສີຂຽວ, ສີຟ້າ ແລະ ສີແດງ ເພື່ອ ເປັນພື້ນປັກລາຍດອກດ້ວຍດ້າຍສີຕ່າງໆ. ເຖິງວ່າມີຫຼາຍ ສີສັນ ກໍຕາມ, ແຕ່ດ້ວຍສີມືອັນຄ່ອງແຄ່ວ ມັນໄດ້ກາຍເປັນແຜ່ນແພ ທີ່ມີ ຄວາມປະສົມກົມກຽວກັນ ແລະ ສຳຄັນທີສຸດແມ່ນສວຍ ງາມຕາມຄວາມສຳນຶກ ກ່ຽວກັບຄວາມງາມ ຂອງຊົນເຜົ່າລາຫູ.



ປອກຄຽນຫົວ ສີໝາກກະເບົາ ເຮັດດ້ວຍປຼາສຕິກ ເຮັດໃຫ້ ຜົມ ຄົງທີ່ ແມ່ນຊັ້ນທຳອິດຂອງແພຄຽນຫົວຂອງ ຊົນເຜົ່າລາຫູ.


ຊັ້ນທີສອງແມ່ນແພຄຽນຫົວ, ເຮັດດ້ວຍແພຫຼາຍສີ ແລະ ພັບ ເຂົ້າກັນ ກ່ອນທີ່ສວມໃສ່ຫົວ. 


ຍິງຊົນເຜົ່າລາຫູ ຈະຮັກສາແພຄຽນຫົວ ມູນເຊື້ອໃຫ້ຄົງທີ່. 


ຫຼັງຈາກສວມແພຊັ້ນທີສອງແລ້ວ ເຂົາເຈົ້າໃຊ້ເສັ້ນຢືດ ຄຽນຜົມ ເພື່ອປິດບັງສ່ວນຜົມທີ່ຍັງເຫຼືອ. 


ຊັ້ນທີສາມຂອງແພຄຽນຫົວ ມີສາຍຍອຍຜ້າຍາວ ປິດບັງ ສ່ວນ ງ່ອນ ຂອງ ແມ່ຍິງເຜົ່າລາຫູ. 


ທຳມະດາ ການສວມແພຊັ້ນທີສາມ ຕ້ອງມີຄວາມຊ່ວຍ ເພື່ອເຮັດໃຫ້ ການສວມ ແພຄຽນຫົວ ໃຫ້ສວຍງາມທີສຸດ. 


ສາຍຍອຍຜ້າແມ່ນຊັ້ນສຸດທ້າຍຂອງແພຄຽນຫົວ. 


ຍິງສາວຊົນເຜົ່າລາຫູ ມັກຈົ່ງຜົມຍາວ ແລະ ສວມ ແພຄຽນ ຫົວ ທີ່ເປັນມູນເຊື້ອ. 


ແພຄຽນຫົວເບິ່ງແຕ່ທາງຫຼັງ. 


ຍິງຊົນເຜົ່າລາຫູ ສອງລຸ້ນ ຢູ່ບ້ານບູມເຕີ໊, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ. ໃນມື້ທຳມະດາ ແມ່ຍິງຊົນເຜົ່າ ລາຫູ
ມັກນຸ່ງ ເສື້ອສີດຳ ແຂນຍາວມູນເຊື້ອ. 



ແພຄຽນຫົວທີ່ຫຼາກຫຼາຍສີສັນ ແມ່ນຈຸດເດັ່ນ ສ້າງ ຄວາມງາມ ແຕກຕ່າງ ໃນການນຸ່ງຖືຂອງຊົນເຜົ່າ ລາຫູ. 


ສາຍຍອຍຜ້າ ຢູ່ເທິງແພຄຽນຫົວ ສ້າງຄວາມມີຊີວິດຊີວາ ຍິ່ງ ຂຶ້ນ ໃຫ້ຊຸດອາພອນ ຂອງຊົນເຜົ່າ ລາຫູ. 


ບັນດາຍິງສາວຊົນເຜົ່າ ລາຫູ ຢູ່ຕາແສງບູມເຕີ໊, ເມືອງ ເມື່ອງ ແຕ່, ແຂວງ ລາຍເຈົາ ໃນຊຸດອາພອນມູນເຊື້ອ
ກຳລັງແອບ ຟ້ອນ, ຮ້ອງເພງ ໃນເຮືອນວັດທະນະທຳຂອງບ້ານ. 

ຫຼັງຈາກນັ້ນເຂົາເຈົ້າຈະມ້ວນປິດບັງປາຍຜົມຍາວ ດ້ວຍເສັ້ນ ຢືດສີ ແລ້ວຄຽນໃສ່ຫົວ. ສຸດທ້າຍ, ເຂົາຈະສວມໃສ່ຫົວ ວົງ ຍອຍຜ້າໜຶ່ງທີ່ມີຫຼາຍສີສັນ. ນີ້ແມ່ນ ຈຸດສະເພາະທີ່ເຫັນໄດ້ງ່າຍ ເພື່ອຈຳແນກໄວອາຍຸ ຂອງຜູ້ຍິງ ຊົນເຜົ່າ ລາຫູ ຍ້ອນວ່າ ຜູ້ອາຍຸສູງຈະບໍ່ສວມວົງຍອຍຜ້ານີ້.

ໃນເມື່ອກ່ອນ, ເມື່ອຊົນເຜົ່າ ລາຫູ ຍັງບໍ່ທັນໃຊ້ຊີວິດ ໂຮມເປັນ ໝູ່ບ້ານ, ແຕ່ລະໜ່ວຍພູ ມີແຕ່ຈັກສອງສາມ ຄອບຄົວໃຊ້ຊີວິດ, ເພາະສະນັ້ນ ໃນການເຂົ້າປ່າ, ໄປຕະຫຼາດ, ແພຄຽນຫົວ ກາຍ ເປັນ ສັນຍານເຮັດໃຫ້ເຂົາເຈົ້າ ຮັບຮູ້ໄດ້ ຄົນໃນຊົນເຜົ່າ ດຽວ ກັນ. ດ້ານອື່ນໆ, ຍ້ອນຊົນເຜົ່າລາຫູ ໃຊ້ຊີວິດ ຂຶ້ນກັບ ທຳມະ ຊາດເປັນສ່ວນຫຼາຍ, ໃນການເຂົ້າປ່າ, ເຮັດໄຮ່ ເຮັດນາ, ແພ ຄຽນ ຫົວທີ່ເຕັມໄປດ້ວຍສີສັນເປັນຮູບພາບ ເພື່ອການ ຈຳແນກ ລະຫວ່າງຄົນ ແລະ ສັດປ່າ, ບໍ່ໃຫ້ຄົນລ່າເນື້ອຫຼົງຍິງ.

ປັດຈຸບັນ, ຊົນເຜົ່າ ລາຫູ ໄດ້ຢູ່ເປັນບ່ອນເປັນທີ່ ຢ່າງຖາວອນ ແລ້ວ ແຕ່ແພຄຽນຫົວ ແລະ ຊຸດເສື້ອຜ້າອາພອນ ທີ່ມີຄວາມ ງາມສະດຸດຕານີ້ ຍັງຄົງໄດ້ ແມ່ຍິງຊົນເຜົ່າລາຫູ ທຸກລຸ້ນຄົນ ຮັກສາໄວ້ ເພື່ອການນຸ່ງຖື ໃນໂອກາດມີງານບຸນ ຫຼື ພິທີບູຊາ ຕ່າງໆ ຂອງໝູ່ບ້ານ.

ເມື່ອທຽບກັບແມ່ຍິງເຂດພາກຕາເວັນຕົກສ່ຽງເໜືອ, ແມ່ຍິງຊົນ ເຜົ່າ ລາຫູ ແມ່ນນຸ່ງເສື້ອແຂນຍາວສີດຳ ມີແນບຮີມຜ້າ ສີຂຽວ ໂອບຕິດກັບຮ່າງກາຍຢ່າງລຽບໆ. ແຕ່ທົດແທນໃສ່ນັ້ນ ແມ່ນ ແພຄຽນຫົວທີ່ໄດ້ຮັບການຕົບແຕ່ງຢ່າງພິຖີພິຖັນ ແລະ ມີ ສີສັນ ຊຶ່ງສ້າງຄວາມງາມໂດດເດັ່ນ ແລະ ແຕກຕ່າງ. ແພຄຽນຫົວນີ້ ບໍ່ພຽງແຕ່ສ່ອງແສງລະດັບຄວາມຮູ້ສູງກ່ຽວກັບຄວາມງາມ ເທົ່າ ນັ້ນ, ຫາກຍັງເປັນ ຈຸດເດັ່ນ ສ້າງຂຶ້ນຄວາມປະສົມກົມກຽວ ໃນ ຊຸດເສື້ອຜ້າອາພອນມູນເຊື້ອ ທີ່ມີຄວາມງາມຢ່າງປານີດແລະ ມີສະເໜ່ຂອງ ແມ່ຍິງຊົນເຜົ່າລາຫູ ອີກດ້ວຍ./.


 

ຕາມສະຖິຕິ ກ່ຽວກັບຈຳນວນພົນລະເມືອງ ແລະ ເຮືອນຢູ່ ປີ 2009, ຊົນເຜົ່າ ລາຫູ ຢູ່ ຫວຽດນາມ ມີ 9.651 ຄົນ, ອາໄສຢູ່ 16/63 ແຂວງ, ນະຄອນ. ຊົນເຜົ່າ ລາຫູ ສ່ວນຫຼາຍອາໄສ ຢູ່ ແຂວງ ລາຍເຈົາ (ລວມ 9600 ຄົນ, ກວມ 99,4%). ກ່ອນໜ້າ ນີ້, ຊົນເຜົ່າ ລາຫູ ດຳລົງຊີວິດ ດ້ວຍອາຊີບ ເຮັດໄຮ່, ລ່າເນື້ອ ແລະ ເກັບຜັກຮັກໜໍ່. ເຄື່ອງມືອອກແຮງງານຕົ້ນຕໍ ຂອງ ເຂົາ ເຈົ້າ ແມ່ນມີດ ແລະ ຈົກ. ໃນສອງສາມສິບປີມານີ້, ຊົນເຜົ່າ ລາຫູ ໄດ້ເປີດກວ້າງການເຮັດເຂົ້ານາ ແລະ ເຂົ້າໄຮ່ ເປັນແຫຼ່ງ ສະບຽງອາຫານຕົ້ນຕໍ ແລະ ໃຊ້ຄວາຍລາກໄຖ. ຜູ້ຊາຍ ລາຫູ ສາມາດ ສານຕັ່ງ, ພາເຂົ້າ, ສາດ, ກະດົ້ງ, ກະຈາດ... ດ້ວຍ ຫວາຍ ແລະ ສ່ວນຫຼາຍ ຮູ້ຈັກ ອາຊີບຕີເຫຼັກ. 

 
ບົດ ແລະ ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ