15/05/2018 08:28 GMT+7 Email Print Like 0

ແຂວງບີງດິ້ງຮັກສາ ແລະ ເສີມຂະຫຍາຍຄຸນຄ່າສິລະປະຂັບບາຍຈອຍ

      ປະຊາຊົນຢູ່ 9 ແຂວງທາງພາກກາງຫວຽດນາມຫາກໍ່ໄດ້ຮັບໃບຢັ້ງຢືນຂອງຄະນະກຳມະການ UNESCO ທີ່ຮັບຮອງສິລະປະຂັບບາຍຈອຍພາກກາງຫວຽດນາມແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ເຫດການນີ້ໄດ້ເປີດໄລຍະໃໝ່ໃຫ້ແກ່ການເສີມຂະຫຍາຍຄຸນຄ່າຂອງສິລະປະຂັບບາຍຈອຍ

ລາຍການສະແດງສິລະປະຂັບບາຍຈອຍຢູ່ແຂວງບິງດີ້ງ
      ສິລະປະຂັບບາຍຈອຍແມ່ນການເຄື່ອນໄຫວວັດທະນະທຳທີ່ສຳຄັນ, ສາມາດຕອບສະໜອງຄວາມຕ້ອງການໃນການບັນເທິງ ແລະ ຮັບຊົມການສະແດງສິລະປະຂອງປະຊາຊົນຢູ່ຕາມໜູ່ບ້ານ, ຕາແສງ. ບັນດາເລື່ອງລາວໃນການສະແດງຂັບບາຍຈອຍໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຄວາມຜູກຮັດໃນວົງຄະນະຍາດ ແລະ ບັນດາບົດຮຽນທາງດ້ານຄຸນສົມບັດ, ບົດຮຽນມີລັກສະນະສຶກສາສູງໃນການດຳລົງຊີວິດຂອງປະຊາຊົນ. ແມ່ຕູ້ເລທິດາວ, ນັກສິລະປິນດີເດັ່ນຢູ່ຕາແສງເຍິນຟຸກ, ເທດສະບານອານເຍິນ ແຂວງບີງດິ້ງໃຫ້ຮູ້ວ່າ:
    “ນັບແຕ່ຄາວທີ່ເປັນໄວໜຸ່ມ, ຂ້າພະເຈົ້າໄດ້ເລີ່ມຂັບບາຍຈອຍແລ້ວ. ຂ້າພະເຈົ້າໄດ້ຂັບຮ້ອງວ່າ “ແມ່ເອີຍ, ທຸກຍາກລຳບາກແນວໃດລູກກໍ່ຕ້ອງເວົ້າໃຫ້ແມ່ຟັງ, ໄປເດັດເອົາຜັກ, ຈັບຫອຍເພື່ອໃຫ້ຜົວໄປຮ່ວມງານປະກວດ, ແຕ່ລູກຟັງເປັນໜ້າມ່ວນຫູຄືສຽງຮ້ອງໃນພິທີໄຂງານບຸນ...”.
   ສຳລັບຊາວແຂວງບີງດິ້ງເວົ້າສະເພາະ, ກໍ່ຄືປະຊາຊົນບັນດາແຂວງທາງພາກກາງເວົ້າລວມ, ຂັບບາຍຈອຍໄດ້ກາຍເປັນສ່ວນໜຶ່ງໃນຈິດວິນຍານທີ່ຂາດບໍ່ໄດ້ໃນຊີວິດວັດທະນະທຳ ແລະ ຈິດໃຈ. ນັບຮ້ອຍປີມານີ້, ຂັບບາຍຈອຍບາດສູງບາດຕ່ຳ, ບາດຂຶ້ນບາດລົງ, ສິລະປະຂັບບາຍຈອຍປຽບເໝືອນກະແສນ້ຳປະດານ, ຍາມໃດກໍ່ປະກົດຕົວໃນຊີວິດວັດທະນະທຳ ແລະ ຈິດໃຈຂອງຊາວແຂວງບີງດິ້ງ. ທ່ານ ຫງວຽນກຽມອະດີດຫົວໜ້າຄະນະສິລະປະກອນຂັບບາຍຈອຍບີງດິ້ງໃຫ້ຮູ້ວ່າ: 
     “ຂັບບາຍຈອຍໄດ້ກຳເນີດຂຶ້ນແບບທຳມະຊາດ ບໍ່ມີຄູສອນ. ຂັບບາຍຈອຍແມ່ນຂອງອ້າຍນ້ອງໃນເຂດບ້ານນາທຳການສະແດງ. ໃນເວລາສະແດງກໍ່ມີປະມານແຕ່ສີ່ຫາຫ້າຄົນພັດປ່ຽນກັນຂັບຮ້ອງ. ມື້ໃດທີ່ຂັບຮ້ອງແບບຫຼົງລືມ, ຊາວບ້ານຢືນຊົມຢູ່ນອກ ກໍ່ບອກເຕືອນໃຫ້ພວກເຮົາ. ໝາຍຄວາມວ່າຊາວບ້ານໄດ້ສະໜັບສະໜູນ ແລະ ມີການປະກອບສ່ວນເພື່ອການພັດທະນາຂອງສິລະປະຂັບບາຍຈອຍ. ຖ້າບໍ່ມີຊາວທ້ອງຖິ່ນອານຸລັກຮັກສານັ້ນ, ຂັບບາຍຈອຍຈະຖືກສູນຫາຍໄປແຕ່ດົນແລ້ວ”.
     ໃນຊຸມປີມໍ່ໆມານີ້, ຂະບວນການຂັບບາຍຈອຍ, ງານບຸນຂັບບາຍຈອຍໄດ້ຖືກຈັດຂຶ້ນຕະຫຼອດປີ, ຈາກເຂດຕົວເມືອງຕະຫຼອດຮອດເຂດຊົນນະບົດ, ອັນໄດ້ສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນຢູ່ດິນແດນບີງດິ້ງ. ເລື່ອງສິລະປະຂັບບາຍຈອຍໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດນັ້ນ, ໄດ້ເປັນການເປີດໂອກາດໃໝ່ໃຫ້ແກ່ອຳນາດການປົກຄອງ ແລະ ຊາວທ້ອງຖິ່ນເສີມຂະຫຍາຍຄຸນຄ່າປະເພດສິລະປະພື້ນເມືອງນີ້. ເມື່ອບໍ່ດົນມານີ້, ຂະແໜງການສຶກສາ ແລະ ບຳລຸງສ້າງນະຄອນກຸຍເຍີນໄດ້ສົມທົບກັບສູນວັດທະນະທຳນະຄອນກຸຍເຍີນຈັດຕັ້ງງານປະກວດສິລະປະຂັບບາຍຈອຍຢູ່ບັນດາໂຮງຮຽນມັດທະຍົມຕອນຕົ້ນ, ອັນໄດ້ດຶງດູດນັກຮຽນນັບຮ້ອຍຄົນເຂົ້າຮ່ວມ. ນ້ອງເລເຟືອງຮວາງຢ້ຽວ ຜູ້ເຂົ້າຮ່ວມງານປະກວດປີດເຜີຍວ່າ: 
     “ທຳອິດນ້ອງແອບຂັບກໍ່ຍັງບໍ່ທັນລຶ້ງເຄີຍເທື່ອ ເຫັນວ່າບໍ່ມ່ວນ, ແຕ່ເວລາແອບຂັບເປັນໄລຍະໜຶ່ງແລ້ວ ກໍ່ເຫັນວ່າມ່ວນຫຼາຍ, ວິທີສະແດງກໍ່ງ່າຍດາຍ, ບໍ່ສັບສົນຄືປະເພດສິລະປະເພດອື່ນ. ອັນໄດ້ສ້າງການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນໃຫ້ແກ່ພວກນ້ອງ, ທັງນີ້ກໍ່ເພື່ອສາມາດເຂົ້າໃຈເລິກກ່ຽວກັບມູນເຊື້ອວັດທະນະທຳພື້ນເມືອງແມ່ນຄືແນວໃດ”.
       ການອະນຸລັກຮັກສາສິລະປະຂັບບາຍຈອຍຖືກອຳນາດການປົກຄອງແຂວງບີງດິ້ງໄດ້ວາງອອກແຕ່ດົນນານມາແລ້ວ. ຕາມນັ້ນແລ້ວມີ 7 ໜ້າທີ່,  ວິທີການແກ້ໄຂ້ຄື: ຄົ້ນຄວ້າ, ສະສົມ, ສຳຫຼວດກວດກາ, ອະນຸລັກຮັກສາບັນດາຄຸນຄ່າທີ່ພົ້ນເດັ່ນຂອງສິລະປະຂັບໂບ້ຍ, ຂັບບາຍຈອຍ; ຖ່າຍທອດສິລະປະຂັບໂບ້ຍ, ຂັບບາຍຈອຍໃນຊຸມຊົນ ແລະ ໂຮງຮຽນ. ທ່ານຫງວຽນອານຟາ ປະທານສະມາຄົມວັນນະຄະດີສິລະປະແຂວງບີງດິ້ງໃຫ້ຮູ້ວ່າ: 
 “ການອະນຸລັກຮັກສາຂັບບາຍຈອຍແມ່ນວຽກງານທີ່ສຳຄັນ. ສຳລັບວຽກງານນີ້ແມ່ນຂຶ້ນກັບປະຊາຊົນ, ຕ້ອງລົງທຶນໜູນຊ່ວຍໃຫ້ປະຊາຊົນຈັດຕັ້ງຂະບວນການຂັບບາຍຈອຍ ແລະ ທັງງານບຸນສະແດງຂັບບາຍຈອຍໃນໜູ່ປະຊາຊົນ. ສ່ວນຂັບບາຍຈອຍອາຊີບກໍ່ແມ່ນເລື່ອງຂອງລັດຕ້ອງອະນຸລັກຮັກສາ” .
     ແລະກໍ່ຢູ່ທີ່ພິທີຮັບໃບຢັ້ງຢືນຈາກອົງການ UNESCO, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ປະກາດໂຄງການເຄື່ອນໄຫວແຫ່ງຊາດເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກສິລະປະຂັບບາຍຈອຍ; ການທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໝັ້ນໝາຍປະຕິບັດໂຄງການເຄື່ອນໄຫວແຫ່ງຊາດເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກນີ້ໃຫ້ໝັ້ນຄົງກໍ່ແມ່ນເພື່ອຮັບປະກັນເພື່ອໃຫ້ສິລະປະຂັບບາຍຈອຍຍືນຍົງຄົງຕົວໃນວົງຄະນະຍາດຊາວແຂວງບີງດິ້ງ ແລະ ບັນແຂວງທາງພາກກາງຫວຽດນາມ.
 (ແຫຼ່ງຄັດຈາກ VOV)