ແຂວງດັກນົງກວາງສະແດງວັດຖຸເອກະສານກ່ຽວກັບອະທິປະໄຕຫວຽດນາມສຳລັບໝູ່ເກາະຮ່ວາງຊາ,ເຈື່ອງຊາ
ປະຊາຊົນເຂົ້າຮ່ວມງານວາງສະແດງ
ຕອນບ່າຍວັນທີ 20/9, ຢູ່ເທດສະບານ ຢາເຫງັຍ, ແຂວງດັກນົງ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະກຳມະການປະຊາຊົນແຂວງ ດັກນົງ ໄດ້ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ຮ່ວາງຊາຂອງ ຫວຽດນາມ -ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ງານວາງສະແດງ ວັດຖຸເອກະສານຢູ່ແຂວງ ດັກນົງ ໄດ້ຮັບການຈັດຕັ້ງແຕ່ວັນທີ 20 – 24/9/2016, ຢູ່ສູນກອງປະຊຸມແຂວງ. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນ, ສິ່ງພິມ ແລະ ແຜນທີ່ 100 ແຜ່ນຊຶ່ງໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ.
(ແຫຼ່ງຄັດຈາກ VOV)