25/05/2018 19:32 GMT+7 Email Print Like 0

ເທິງເຂດດິນແຫ້ງແລ້ງ ນິງຖ້ວນ

ແຕ່ເດືອນເມສາ ຮອດ ເດືອນ ກໍລະກົດ ຂອງທຸກປີ ແມ່ນ ຊ່ວງ ເວລາ ແຫ້ງແລ້ງທີສຸດ ຢູ່ແຂວງ ນິງຖ້ວນ, ເຮັດໃຫ້ດິນເຂດນີ້ ກາຍເປັນ ທະເລຊາຍນ້ອຍ, ການຜະລິດກະສິກຳ ປະສົບ ກັບ ຄວາມຫຍຸ້ງຍາກ ນາໆ ປະການ. ໃນການ ຫາລ້ຽງຊີບ ຢູ່ ເທິງ ເຂດດິນ ທີ່ແຫ້ງກະແດ້ງນີ້, ປະຊາຊົນ ແຂວງ ນິງຖ້ວນ ໄດ້ ຮັບ ມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ເຮັດໃຫ້ ເຂດດິນ ທີ່ເຕັມໄປດ້ວຍ ແສງແດດ ແລະ ສາຍລົມນີ້ ມີຄວາມປ່ຽນແປງ ເປັນສີຂຽວໃໝ່. 
ທົ່ງນາທີ່ແຫ້ງແລ້ງ ເຜົາໄໝ້ດ້ວຍແສງແດດ
 
ເຖິງວ່າ ຫາກໍກ້າວຕົ້ນລະດູແຫ້ງ ແຕ່ ຕົ້ນໄມ້ໃບຫຍ້າ ຢູ່ສອງ ໝູ່ບ້ານ ດົ່ງໄຢ່ ແລະ ທາມຢູ໋ (ຕາແສງ ເຟືອກຈຸງ, ເມືອງ ບາກ ອ໋າຍ) ເກືອບວ່າຕາຍແຫ່ວແຫ້ງໝົດ, ຍັງເຫຼືອພຽງ ຕົ້ນກະບອງ ເພັດ ທີ່ມີໜາມ ທີ່ປູກໄວ້ເພື່ອເປັນຮົ້ວກັ້ນ ລະຫວ່າງ ບັນດາ ຕອນດິນ ທີ່ຝຸງແບ້, ຝຸງແກ້ກິນ ບໍ່ໄດ້.

ຍ້ອນປະລິມານນໍ້າຝົນປີ 2017 ມີໜ້ອຍ ພ້ອມກັບ ລັກສະນະ ຈຳເພາະ ກ່ຽວກັບພູມສັນຖານ ແລະ ພູມອາກາດຮ້ອນ, ແດດ ກ້າ ເຮັດໃຫ້ ບັນດາໜອງນໍ້າຊົນລະປະທານ ຢູ່ແຂວງ ນິງຖ້ວນ ເກືອບວ່າ ບົກແຫ້ງໝົດກ້ຽງ, ເພາະສະນັ້ນ ບໍ່ມີນໍ້າຫົດ ໃຫ້ແກ່ ຜົນລະປູກ ກໍຄືນໍ້າ ໃຫ້ແກ່ຝຸງສັດລ້ຽງກິນ.



ຕະຫຼອດສອງເດືອນ 3-4/2018, ມີໜອງເກັບນຳ້ ຫຼາຍແຫ່ງ ຢູ່ ແຂວງ ນິງຖ້ວນ ເຊັ່ນ: ໜອງ ເຟືອກເຍີນ (ຕາແສງ ເຟືອກຈຸງ, ເມືອງ ບ໋າກອ໋າຍ) ໄດ້ບົກແຫ້ງ ເຮັດໃຫ້ຜົນລະປູກ ຫ່ຽວແຫ້ງ, ຝຸງສັດລ້ຽງ ຂອງບັນດາຄອບຄົວ ຕ້ອງຫາກິນ ດ້ວຍຄວາມລຳ ບາກ. ພາບ: ຈ້ອງຈິ໋ງ/VNP


ຝຸງແກະ 1000 ກວ່າ ໂຕ ຂອງ ທ່ານ ເຈິ່ນກາວຮ່ວາ ໄດ້ທ່ານ ເຈິ່ນກວາງເລີ ຕ້ອນໄປລ້ຽງແຕ່ເຊົ້າ ເພື່ອໃຫ້ພວກມັນສາມາດ
ຫາກິນຫຍ້າສົດໄດ້ຫຼາຍກວ່າ. ພາບ: ຫງວຽນລວນ/VNP



ການຮັກສາ ແລະ ສະໜອງແຫຼ່ງອາຫານ ແລະ ນໍ້າ ໃຫ້ແກ່ຝຸງສັດລ້ຽງກິນ ແມ່ນບັນຫາເລັ່ງດ່ວນ ຂອງທ້ອງຖິ່ນ. ພາບ: ຈ້ອງຈິ໋ງ/VNP


ກວດກາຈຳນວນຝຸງແກະ ຢູ່ນິຄົມລ້ຽງແກະແຫ່ງໜຶ່ງ ຫຼັງຈາກ ອອກໄປຫາກິນຢູ່ໄກ ກັບເມືອນິຄົມ. ພາບ: ຈ້ອງຈິ໋ງ/VNP

ແຂວງ ນິງຖ້ວນ ມີປະມານ 150.000 ຄອບຄົວ ລ້ຽງແກະ ດ້ວຍຈຳນວນ ສັດລ້ຽງ ໄລ່ຮອດທ້າຍເດືອນ 2017 ແມ່ນ ມີ ແກະ 160.000 ກວ່າໂຕ, ງົວ 112.000 ກວ່າໂຕ ແລະ ແບ້ 137.000 ກວ່າໂຕ. .
(ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງນິງຖ້ວນ)
ທ່ານ ເຈິ່ນກາວຮ່ວາ, ເຈົ້າຂອງ ນິຄົມ ມີຝຸງແກະ ກວ່າ 1000 ໂຕ ໄດ້ເວົ້າດ້ວຍຄວາມເຈັບແສບວ່າ: “ເຖິງວ່າ ຫາກໍກ້າວເຂົ້າ ຕົ້ນລະດູແລ້ງ, ແຕ່ຝຸງແກະ ຂອງຂ້າພະເຈົ້າຕາຍໄປແລ້ວ ເກືອບ 100 ໂຕ ຍ້ອນຂາດອາຫານ ແລະ ນໍ້າກິນ. ລະດູນີ້ຖ້າວ່າລ້ຽງ ແກະ ບໍ່ຫຼຸບທຶນ ແມ່ນໂຊກດີແລ້ວ”.

ໃນຊຸມມື້ ລົງຕົວຈິງ ຢູ່ ຕາມເມືອງຕ່າງໆ ເຊັ່ນ ບ໋າກອ໋າຍ, ຖ້ວນນາມ, ຖ້ວນບັກ ຊຶ່ງແມ່ນຈຸດໃຈກາງຂອງເຂດແຫ້ງແລ້ງ, ສາມາດພົບພໍ້ໄດ້ງ່າຍ ບັນດາຝຸງແກະ, ຝຸງງົວ ທີ່ຈ່ອຍເຫຼືອແຕ່ ກະດູກ ກຳລັງຄ້ຽວຫຍ້າແຫ້ງ ຫຼື ເຟືອງ ດ້ວຍຄວາມອົດທົນ ເພື່ອ ລໍຖ້າລະດູຝົນ ທີ່ຈະມາເຖິງ.

ນາງ ເລທິທູລິງ, ຮັບຈ້າງ ລ້ຽງຝຸງແກະເກືອບ 400 ຮ້ອຍໂຕ ຢູ່ ບ້ານ ດົ່ງໄຢ່ ໃຫ້ຮູ້ວ່າ: “ການລ້ຽງ ແກະ ໃນລະດູນີ້ ຫຍຸ້ງທີສຸດ, ຕ້ອງຕ້ອນຝຸງແກະ ເຂົ້າໄປເຂດຕີນພູ ໄກປະມານ 10 ກິໂລ ແມັດ ດ້ວຍຄວາມຫວັງວ່າ ຍິ່ງໄປໄກ ຍິ່ງຫາອາຫານ ໃຫ້ ພວກ ມັນໄດ້ງ່າຍ”.


ນິຄົມ ຢູ່ເທິງ ເຂດທະເລຊາຍ

ຕໍ່ໜ້າສະພາບ ການປ່ຽນແປງ ຂອງດິນຟ້າອາກາດ ຂອງໂລກ, ຫຼາຍປີຜ່ານມາ, ແຂວງ ນິງຖ້ວນ ໄດ້ມີແຜນນະໂຍບາຍ ຫັນ ປ່ຽນ ຕົວແບບການ ຜະລິດກະສິກຳ ຕາມທິດແທດເໝາະ ກັບ ຄວາມແຫ້ງແລ້ງ. ດ້ວຍເຫດນັ້ນລຽບຕາມເສັ້ນທາງສາຍຕ່າງໆ ຢູ່ແຄມຝັ່ງທະເລ ສັງກັດຈະເຫັນອານາບໍລິເວນ ຂອງ ຕາແສງ ເຟືອກຢິງ, ເມືອງ ນິງເຟືອກ ແມ່ນ ບັນດາ ໜອງລ້ຽງກຸ້ງຊີວະ ສາດ ເປັນຈຳນວນຫຼວງຫຼາຍ ທີ່ພົ້ນເດັ່ນຢູ່ທະເລຊາຍ. ປັດຈຸ ບັນ, ທົ່ວແຂວງ ມີເນື້ອທີ່ລ້ຽງກຸ້ງ ຢູ່ທະເລຊາຍ ປະມານ 900 ເຮັກຕາ, ຫຼາຍທີສຸດ ແມ່ນຢູ່ຕາແສງ ເຟືອກຢິງ.

ໜຶ່ງ ໃນບັນດານິຄົມ ລ້ຽງກຸ້ງ ໃຫຍ່ສຸດ ໃນເຂດນີ້ ຂອງ ຄອບ ຄົວ ທ່ານ ຫວໍ້ແທ່ງຫວູ໊ ຢູ່ບ້ານ ເຊີນຫາຍ. ດ້ວຍເນື້ອທີ່ ກວ້າງ 3,5 ເຮັກຕາ, ບັນດາໜອງລ້ຽງກຸ້ງ ຂອງອ້າຍຫວູ໊ ລ້ວນແຕ່ໄດ້ ປູຜ້າຢາງຮອງພື້ນ ເພື່ອຮັກສານຳ້ ຕາມແບບວິທີລ້ຽງກຸ້ງ ຢູ່ເທິງ ດິນຊາຍ, ມີຜ້າກັ້ງ ປົກເທິງ ເພື່ອ ລົດແສງສະຫວ່າງ ສ່ອງ ເຂົ້າໜອງ. ນອກຈາກນັ້ນ ຍັງມີລະບົບ ຈັກພັດນຳ້ ທີ່ທັນສະໄໝ, ລະບົບ ໃຫ້ກຸ້ງກິນ, ວັດແທກ ສິ່ງແວດລ້ອມ, ພ້ອມກັບ ລະບົບ ກຳຈັດ ນຳ້ເປື້ອນ ໄດ້ລົງທຶນ ຢ່າງມີແບບແຜນ.

ທ່ານ ຫວໍ້ແທ່ງຫວູ້ ໃຫ້ຮູ້ວ່າ: “ການລ້ຽງກຸ້ງຊີວະສາດ ຢູ່ເທິງທະ ເລຊາຍ ດ້ວຍການນຳໃຊ້ເຕັກໂນໂລຊີສູງ ຕ້ອງມີ ເງິນລົງທຶນ ກ້ອນໃຫຍ່, ເຊັ່ນນິຄົມ ຂອງຂ້າພະເຈົ້າ ໄດ້ລົງທຶນເຖິງ 5 ຕື້ດົ່ງ ໃຫ້ແກ່ໜອງລ້ຽງ 12 ໜອງ. ສອງລະດູທຳອິດ ເກັບຄືນໄດ້ 2,5 ຕື້ດົ່ງ, ປະຈຸບັນ ຫາກໍ ປ່ອຍກຸ້ງພັນ ລະດູທີສອງ, ຖ້າຫາກວ່າ ມີຄວາມສະດວກ ຂ້າພະເຈົ້າຈະເກັບທຶນຄືນໄດ້”.

ອອກຈາກນິຄົມລ້ຽງກຸ້ງ ຢູ່ຕາແສງ ເຟືອກຢິງ, ພວກຂ້າພະເຈົ້າ ໄປຮອດ ເຂດໂນນຊາຍ ນາມເກືອງ ຢູ່ ບ້ານ ຕ໋ວນຕູ້ (ຕາແສງ ອານຫາຍ, ເມືອງ ນິງເຟືອກ) ໄດ້ເຫັນ ເນື້ອທີ່ປູກໜໍ່ໄມ້ຝຣັ່ງ ນັບຫຼາຍສິບເຮັກຕາ ທີ່ໄດ້ຮັບການປູກ ໂດຍບັນດາຄອບຄົວ ຊາວຊົນເຜົ່າ ຈຳ ຊຶ່ງ ນຳມາປະສິດທິຜົນສູງທາງ ດ້ານເສດຖະ ກິດ.

ນິຄົມປູກໜໍ່ໄມ້ຝຣັ່ງ ໃຫຍ່ທີສຸດໃນເຂດ ທີ່ພວກຂ້າພະເຈົ້າ ແວ່ ຢາມ ແມ່ນ ຂອງ ຄູ່ຜົວເມຍ ທ່ານ ຮຸ່ງກີ, ຊາວຊົນເຜົ່າຈຳ ຜູ້ ໜຶ່ງ ທີ່ຂຶ້ນຊື່ລືສຽງ ຍ້ອນການປູກຕົ້ນໜໍ່ໄມ້ຝຣັ່ງ ມີລາຍຮັບສູງ.



ປັດຈຸບັນ, ທົ່ວແຂວງ ນິງຖ້ວນ ມີປະມານ 900 ເຮັກຕາ ລ້ຽງ ກຸ້ງ ຊີວະສາດ ເທິງທະເຊາຍ, ໃນນັ້ນ ລວມສູນຫຼາຍທີສຸດແມ່ນ
ຢູ່ຕາແສງ ເຟືອກຢິງ (ເມືອງ ນິງເຟືອກ). ພາບ: ຫງວຽນລວນ/VNP



ນິຄົມລິງດານ ມີເນື້ອທີ່ປູກໜໍ່ໄມ້ຝຣ່ັງ ກວ່າ 2 ເຮັກຕາ ຢູ່ບ້ານ ຕ໋ວນຕູ້, ຕາແສງ ອານຫາຍ, ເມືອງ ນິງເຟືອກ) 
ໄດ້ຕາມມາດ ຕະຖານ VietGAP. ພາບ: ຫງວຽນລວນ/VNP



ຄູ່ຜົວເມຍ ທ່ານ ຮຸ່ງກີ ແລະ ນາງ ຕື່ທິແຮ້ນ, ແມ່ນຊາວຊົນ ເຜົ່າ ຈຳ ໄດ້ມີຊື່ສຽງ ຍ້ອນການປູກໜໍ່ໄມ້ຝຣັ່ງ ມີລາຍຮັບສູງ. ພາບ: ຈ້ອງຈິ໋ງ/VNP


ຜະລິດຕະພັນ ໜໍ່ໄມ້ຝຣັ່ງ ຢູ່ແຂວງ ນິງຖ້ວນ ມີລາຄາແຕ່  60.000-90.000 ດົ່ງ/ກິໂລກຼາມ, ປັດຈຸບັນ ແມ່ນ ຜະລິດ ຕະ ພັນກະເສດ
ທີ່ນຳມາຊຶ່ງ ປະສິດທິຜົນສູງທາງ ດ້ານເສດຖະ ກິດ. ພາບ: ຫງວຽນລວນ/VNP

ປີ 2012, ໂດຍສັງເກດເຫັນ ຕົ້ນໜໍ່ໄມ້ຝຣັ່ງ ເໝາະສົມ ກັບພູມ ອາກາດ ແລະ ລັກສະນະດິນແດນທີ່ແຫ້ງແລ້ງ,  ບວກກັບມີລາ ຄາສູງ, ທ່ານ ຮຸ່ງກີ ກ້າຕັດສິນໃຈ ກູ້ຢືມເງິນ ມາລົງທຶນ, ເປີດ ກວ້າງເນື້ອທີ່ການຜະລິດ ຂຶ້ນ 2,4 ເຮັກຕາ, ໃນນັ້ນ ສ່ວນໃຫຍ່ ເນື້ອທີ່ປູກ ໄດ້ໃຊ້ວິທີຫົດນຳ້ຢອດ ແນໃສ່ປະຢັດນຳ້. ປັດຈຸບັນ, ລາຄາໜໍ່ໄມ້ຝຣັ່ງ ຖ້າຫັກຄ່າ ໃຊ້ຈ່າຍທັງໝົດອອກ ຄາດວ່າ ທ່ານ ເກັບລາຍຮັບໄດ້ປະມານ 1 ລ້ານດົ່ງຕໍ່ວັນ.

ຫ່າງຈາກນິຄົມຂອງທ່ານ ຮຸ່ງກີ ບໍ່ໄກ ແມ່ນນິຄົມອີກແຫ່ງໜຶ່ງ ທີ່ປູກໜໍ່ໄມ້ຝຣ່ັງ ກວ່າ 2 ເຮັກຕາ  ໄດ້ປູກຕາມມາດຕະຖານ VietGAP ຂອງບໍລິສັດ ລິງດານ ກໍາລັງ ຢູ່ໃນ ລະດູເກັບກ່ຽວ. ປະຈຸບັນ, ໜໍ່ໄມ້ຝຣັ່ງສົດ ແລະ ຊາໜໍ່ໄມ້ຝຣັ່ງ ກຳລັງເປັນຜະ ລິດຕະພັນຫຼັກ ຂອງບໍລິສັດ ກັບຕະຫຼາດຈຳໜ່າຍຕົ້ນຕໍ ແມ່ນ ຢູ່ບັນດາຮ້ານອາຫານ, ສັບພະສິນຄ້າ ຢູ່ ບັນດາ ນະຄອນ ແຫ່ງ ໃຫຍ່. ນອກຈາກນັ້ນ, ບໍລິສັດ ລິງດານ ຍັງແມ່ນ ບໍລິສັດ ສະ ໜອງແນວປູກ, ສະໜອງ ວິທະຍາສາດເຕັກນິກ, ພ້ອມກັນ ນັ້ນ ຍັງຮັບຈຳໜ່າຍ ຜະລິດຕະພັນ ໃຫ້ແກ່ ຊາວກະສິກອນ.

ນອກຈາກນັ້ນ ມີຫຼາຍຕົວແບບກະສິກຳ ຢູ່ແຂວງ ນິງຖ້ວນ ເຊັ່ນ: ປູກອະງຸ່ນ ຢູ່ເທສະບານ ແຄ໋ງຫາຍ, ເຮັດເກືອ ຢູ່ເມືອງ ນິງຫາຍ, ປູກແນວພັນອະງຸ່ນໄລຍະສັ້ນ ຢູ່ ຖ໋າຍອານ... ເບື້ອງ ຕົ້ນນຳມາຊຶ່ງປະສິດທິຜົນສູງ. ປະຊາຊົນ ແຂວງ ນິງຖ້ວນ ເທື່ອ ລະກ້າວ ຜ່ານພົ້ນຄວາມໂຫດຮ້າຍ ຂອງ ສະພາບອາກາດ ເພື່ອ ໃຊ້ຊີວິດ ແລະ ຂະຫຍາຍຕົວເສດຖະກິດ ເທິງທະເລ ຊາຍ ທີ່ແຫ້ງແລ້ງ.

ປັດຈຸບັນ, ບັນດານິຄົມ ອະງຸ່ນ ຢູ່ແຂວງ ນິງຖ້ວນ ພວມປະ ກອບສ່ວນ ຍົກສູງ ຄຸນຄ່າຜະລິດຕະພັນ ຈາກຕົ້ນອະງຸ່ນ ກໍຄື ນຳມາ ຊຶ່ງ ຮູບແບບການທ່ອງທ່ຽວໜຶ່ງ ທີ່ໂດດເດັ່ນ ແລະ ດຶງ ດູດ ໃຈນັກທ່ອງທ່ຽວ ທີ່ມາຍັງເຂດດິນທີ່ແຫ້ງແລ້ງນີ້.

ປັດຈຸບັນ, ນິຄົມອະງຸ່ນ ບາມ້ອຍ ມີຊື່ສຽງໂດ່ງດັງທີສຸດ ຂອງ ແຂວງ ນິງຖ້ວນ ກຳລັງເປັນຈຸດເດັ່ນ ຂອງ ນັກທ່ອງທ່ຽວ ເມື່ອ ມາຍັງແຂວງ ນິງຖ້ວນ  ທີ່ຈະຕ້ອງໄດ້ສຳພັດຕົວຈິງຢູ່ທີ່ນີ້. ດ້ວຍເນື້ອທີ່ປູກຕົ້ນ ອະງຸ່ນ ແລະ ຕົ້ນກະທັນ ລວມ 2 ເຮັກຕາ, ນິຄົມ ບາມ້ອຍ ໄດ້ຕ້ອນຮັບແຂກທີ່ມາທ່ຽວ ສະເລ່ຍ 1.000 ຄົນຕໍ່ເດືອນ. 


ນອກຈາກ ນິຄົມບາມ້ອຍ, ໃນຊຸມປີມໍ່ໆ ນີ້, ໝູ່ບ້ານອະງຸ່ນ ຖ໋າຍອານ, ຕາແສງ ຫວິງຫາຍ (ເມືອງ ນິງຫາຍ) ກໍແມ່ນຈຸດ ທ່ອງທ່ຽວ ຢ້ຽມຊົມ ສວນອະງຸ່ນ ທີ່ໜ້າຈັບໃຈ ຢູ່ ແຂວງ ນິງ ຖ້ວນ. 


ປັດຈຸບັນ, ບັນດານິຄົມ ອະງຸ່ນ ຢູ່ແຂວງ ນິງຖ້ວນ ພວມປະ ກອບສ່ວນ ຍົກສູງ ຄຸນຄ່າຜະລິດຕະພັນ ຈາກຕົ້ນອະງຸ່ນ ກໍຄື ນຳມາ
ຊຶ່ງ ຮູບແບບການທ່ອງທ່ຽວໜຶ່ງ ທີ່ໂດດເດັ່ນ ແລະ ດຶງ ດູດ ໃຈນັກທ່ອງທ່ຽວ ທີ່ມາຍັງເຂດດິນທີ່ແຫ້ງແລ້ງນີ້. ພາບ: ຈ້ອງຈິ໋ງ/VNP



ທ່ານ ຫງວຽນວັນມ້ອຍ, ຊາວກະສິກອນ ຜູ້ໃຈບຸນ ຂອງ ເຂດ ດິນ ທີ່ແຫ້ງແລ້ງ ນິງຖ້ວນ ປັດຈຸບັນ ເປັນເຈົ້າຂອງ
ນິຄົມອະງຸ່ນ ບາມ້ອຍ ທີ່ມີຊື່ສຽງທີສຸດ ຂອງແຂວງ ນິງຖ້ວນ. ພາບ: ຈ້ອງຈິ໋ງ/VNP



ນິຄົມອະງຸ່ນ ບາມ້ອຍ ຕ້ອນຮັບແຂກຄົນ ສະເລ່ຍ 1000 ຄົນ/ເດືອນ ມາຢ້ຽມຢາມ ແລະ ຊື້ບັນດາຜະລິດຕະພັນ
ພິ ເສດ ຢູ່ທີ່ນີ້. ພາບ: ຫງວຽນລວນ/VNP



ນັກທ່ອງທ່ຽວ ຢ້ຽມຊົມ ແລະ ກິນໝາກອະງຸ່ນ ຢູ່ກັບສວນ ໂດຍ ອັດຕະຍາໄສ ຢູ່ເຮືອນສວນ ຂອງ ນາງ ຫງວຽນທິເຟື້ອງ
ຢູ່ໝູ່ ບ້ານອະງຸ່ນ ຖ໋າຍເອີນ (ຕາແສງ ຫວິງຫາຍ, ເມືອງ ນິງຫາຍ). ພາບ: ຈ້ອງຈິ໋ງ/VNP



ເຫຼົ້າແວງ ຟານຣາງ, ຜະລິດຕະພັນໜຶ່ງ ທີ່ມີຄຸນນະພາບ ແລະ ມີຊື່ສຽງ ໂດຍມີເຄື່ອງໝາຍການຄ້າ ນິຄົມ ບາມ້ອຍ. ພາບ: ຫງວຽນລວນ/VNP


ທ່ານ ເລຕ໋ວນແຄງ ກຳລັງປະຕິບັດ ຂັ້ນຕອນສະກັດ ແລະ ອັດ ຝາຜະລິດຕະພັນນຳ້ຫວານ ອະງຸ່ນ ຟານຣາງ ທີ່ ນິຄົມອະງຸ່ນ ບາມ້ອຍ ດ້ວຍກຳລັງການຜະລິດ 300 ກວດ ຕໍ່ມື້ໜຶ່ງ. ພາບ: ຈ້ອງຈິ໋ງ/VNP

ດ້ວຍທ່າແຮງ ຕັ້ງ ຢູ່ເທິງເສັ້ນທາງ 702 ຊຶ່ງ ແມ່ນຕອນທາງ ທ່ອງທ່ຽວແຄມທະເລ ຊຶ່ງຖືວ່າ ງາມທີສຸດ ຫວຽດນາມ, ແລ່ນ ຜ່ານ ປ່າສະຫງວນແຫ່ງຊາດ ນຸ໋ຍຈົວ, ໄປຮອດ ອ່າວ ຫວິງຮີ, ໝູ່ບ້ານ ອະງຸ່ນ ຖ໋າຍອານ ທີ່ມີ ບັນດາສວນ ອະງຸ່ນ ຂຽວສົດ ທີ່ ກວ້າງໃຫຍ່, ບັນດາພວງໝາກອະງຸ່ນ ສຸກເຕັມທີ ຢູ່ເທິງຖ້ານ ຢ່ອນເປັນພົ້ວ ເປັນທີ່ຈັບອົກຈັບໃຈຕໍ່ຜູ້ທ່ຽວຊົມ.

ພວກຂ້າພະເຈົ້າ ມາຢ້ຽມຢາມ ສວນ ອະງຸ່ນ ລາງເຟື້ອງ ໃນຂະ ນະກຳລັງມີນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ນາງຫງວຽນ ທິເຟື້ອງ, ເຈົ້າຂອງສວນອະງຸ່ນນີ້ ໃຫ້ຮູ້ວ່າ ນັກທ່ອງທ່ຽວ ເມື່ອ ມາຍັງສວນອະງຸ່ນ ໄດ້ຢ້ຽມຊົມ ແລະ ກິນ ໝາກອະງຸ່ນ ຢູ່ກັບ ສວນ ໂດຍອັດຕະຍາໄສ. ຫຼັງຈາກນັ້ນ ສາມາດ ເລືອກຕັດ ພົ້ວ ໝາກອະງຸ່ນ ທີ່ຕົນເອງມັກ ເພື່ອຊື້ເມືອເຮືອນ.


ໄປພ້ອມກັບພວກຂ້າພະເຈົ້າ ແມ່ນ ທ່ານ ຫງວຽນຫາຍດັງ ຮອງປະທານ ຕາແສງ ຫວິງຫາຍ ໃຫ້ຮູ້ວ່າ ປະຈຸບັນ, ທົ່ວ ຕາ ແສງ ມີເນື້ອທີ່ປຸກ ຕົ້ນອະງຸ່ນ ກວ່າ 180 ເຮັກຕາ ກັບເຮືອນ ສວນ ປະມານ 400 ແຫ່ງ, ແຕ່ລະປີ ສາມາດເກັບກ່ຽວ ໄດ້ 3 ລະດູ ດ້ວຍປະລິມານ ການຜະລິດອະງຸ່ນ ແຕ່ 2,5-3 ໂຕນ/ໄຮ່/ລະດູ. ບັນດາເຈົ້າຂອງສວນ ລ້ວນແຕ່ໄດ້ຮຽນ ຈາກ ຊຸດອົບຮົມ ກ່ຽວກັບດ້ານວິຊາຊີບການທ່ອງທ່ຽວ, ພາສາ ອັງ ກິດ, ວິທີປະສົມທາດຕ່າງໆ... ເພື່ອບໍລິການນັກທ່ອງທ່ຽວ ໄດ້ ດີທີ່ສຸດ.

ປັດຈຸບັນ, ຕົວແບບປູກຕົ້ນອະງຸ່ນ ປະສົມກັບ ທ່ອງທ່ຽວ ຢ້ຽມ ຊົມສວນ ໄດ້ເປັນທ່າແຮງ, ທັງປະກອບສ່ວນ ຍົກສູງ ຄຸນຄ່າ ຜະລິດຕະພັນ ທັງແມ່ນ ຮູບແບບການທ່ອງທ່ຽວ ທີ່ ພົ້ນເດັ່ນ, ດຶງດູດໃຈນັກທ່ອງທ່ຽວ ໃນສາຍທາງເດີນ ຄົ້ນພົບ ແຂວງ ນິງຖ້ວນ.
ບົດ: ເຊີຍເຫງ້ຍ - ພາບ: ຈ້ອງຈິ໋ງ, ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ