29/07/2018 17:20 GMT+7 Email Print Like 0

ເຊີນຈ່າ ລະດູ ຄ່າງ ຫ້າສີ ລົງພູ

ແຕ່ລະປີ, ເມື່ອເຂດປ່າແຄມທະເລ ຂອງແຫຼມເຊີນຈ່າ (ນະຄອນ ດ່າໜັງ) ເຂົ້າສູ່ລະດູໃບໄມ້ປົ່ງ ແລະ ບັນດາ ຕົ້ນ “ຖ່ານມາດ” (Callerya atropurpurea) ເລີ່ມອອກ ດອກສີອິດ ໄປທົ່ວຂົງເຂດ ທີ່ກວ້າງໃຫຍ່ໄພສານ ກໍແມ່ນ ຍາມຝູງ ຄ່າງຫ້າສີ Pygathrix nemaeus EN, ຊຶ່ງເປັນ ປະເພດ ສັດປ່າ ທີ່ມີຄ່າຫາຍາກ ຖືວ່າ ເປັນ “ລາຊານີ” ຂອງ ບັນດາປະເພດ ລີງ ໄດ້ພາກັນອອກມາຊອກຫາ ກິນໃບໄມ້ອ່ອນ ທ່າມກາງແສງແດດ ອັນໄດ້ສ້າງ ຄວາມ ງາມ ດັ່ງໃນຝັນ. ບັນດາຮູບພາບ ທີ່ສວຍງາມດັ່ງກ່າວ ໄດ້ເຮັດໃຫ້ ນັກທ່ອງທ່ຽວ ແລະ ນັກຖ່າຍຮູບ ເປັນຈຳ ນວນຫຼວງຫຼາຍ ຫຼົງໄຫຼ ຈົນຕົກຕະລຶງ. 
ດ່າໜັງເປັນນະຄອນໜຶ່ງທີ່ມີທະເລ, ພູຜາປ່າໄມ້ ແມ່ນຳ້ ລຳເຊ ທີ່ມີຄວາມສວຍງາມ ແບບກົມກຽວກັນ, ເປັນແຮງ ບັນດານໃຈ ໃນການປະດິດຄິດແຕ່ງ ຂອງ ບັນດານັກກະ ວີ, ນັກດົນຕີ... ແຕ່ມີອີກສິ່ງໜຶ່ງ ທີ່ເຮັດໃຫ້ນະຄອນ ດ່າ ໜັງ ມີຄວາມແຕກຕ່າງ ແລະ ປະທັບໃຈຢ່າງຍິ່ງ ນັ້ນກໍ່ຄື ແຫຼມເຊີນຈ່າ ຊຶ່ງເປັນ ດິນແດນ ຂອງ ຄ່າງຫ້າສີ, “ລາຊາ ນີ” ຂອງ ບັນດາລີງ ແລະ ວອກ. 
 
ຢູ່ ຫວຽດນາມ, ຄ່າງຫ້າສີ ສ່ວນຫຼາຍ ມີຢູ່ ທາງທິດເໜືອ ສາຍພູຫຼວງ (ແຕ່ ແຂວງ ເງ້ະອານ ຮອດ ແຂວງ ກອນ ຕຸມ) ເປັນຕົ້ນ. ພິເສດ, ຕາມການຕີລາຄາ ຂອງ ວົງການ ວິທະຍາສາດ, ປັດຈຸບັນ ທີ່ແຫຼມເຊີນຈ່າ ມີຄ່າງຫ້າສີ ໃຊ້ ຊີວິດເປັນກຸ່ມ ມີຈຳນວນປະມານ 300-400 ໂຕ. ອີກ ແຫຼ່ງຂ່າວໜຶ່ງ ໃຫ້ວ່າ ຈຳນວນ ຄ່າງຫ້າສີ ອາດຈະເພີ່ມ ຂຶ້ນກວ່າ 1300 ໂຕ, ແຕ່ວ່າຕົວເລກ ນີ້ ຍັງບໍ່ທັນໄດ້ກວດ ກາ ແລະ ຢັ້ງຢືນເທື່ອ. 
ແຫຼມ ເຊີນຈ່າ ຕັ້ງຢູ່ ບ້ານ ຖໍ້ກວາງ, ເມືອງ ເຊີນຈ່າ, ຫ່າງ ຈາກ ໃຈກາງ ນະຄອນ ດ່າໜັງ ປະມານ 10 ກິໂລແມັດ ໄປຕາມທາງທິດ ຕາເວັນຕົກ ສ່ຽງເໜືອ. ແຫຼມ ເຊີນຈ່າ ບໍ່ພຽງແຕ່ ມີຈຸດທີ່ຕັ້ງ ຍຸດທະສາດ ດ້ານປ້ອງກັນຊາດ ປ້ອງກັນ ຄວາມສະຫງົບເທົ່ານັ້ນ, ຫາກ ຍັງເປັນສະຖານ ທີ່ມີ ທັດສະນີຍະພາບ ແລະ ບັນດາຄຸນຄ່າ ດ້ານຊີວະ ວິທະຍາ ທີ່ເປັນເອກະລັກ ຂອງ ທົ່ວທັງ ແຫຼມອິນດູຈີນ ອີກດ້ວຍ.

ດ້ວຍເນື້ອທີ່ກວ່າ 4.400 ເຮັກຕາ, ປ່າເຊີນຈ່າ ມີ ຄຸນລັກ ສະນະສະເພາະ ຂອງ ລະບົບນິເວດ ປ່າທຳມະຊາດ ຕິດ ກັບ ທະເລ ມີໜ່ຶງດຽວ ຢູ່ ຫວຽດນາມ. ນີ້ເປັນບ່ອນໃຊ້ ຊີ ວິດ ຂອງສັດ ນັບຫຼາຍສິບປະເພດ, ໃນນັ້ນ ມີ 22 ປະ ເພດ ໄດ້ຈັດວ່າ ມີຄ່າຫາຍາກ, ພິເສດແມ່ນ ຄ່າງຫ້າສີ ຊຶ່ງ ເປັນ ປະເພດສັດ ທີ່ມີຄ່າຫາຍາກ ຂອງ ອິນດູຈີນ. ອາດ ຍ້ອນແນວນັ້ນ ບັນດານັກຄົ້ນຄວ້າ ຢູ່ ພາຍໃນ ແລະ ຕ່າງ ປະເທດ ໄດ້ກ່າວວ່າ ເຊີນຈ່າ ເປັນ ສິ່ງປະເສີດ ຂອງ ດ່າໜັງ.



ປ່າ ເຊີນຈ່າ ມີພູມສັນຖານຄ່ອຍຕ່ຳລົງໄປທິດທະເລ ກັບລະບົບພືດສາດ ທີ່ອຸດົມຫຼາກຫຼາຍ ພ້ອມກັບ ພູມອາກາດທີ່ສົດໃສ
ຊຶ່ງສ້າງເປັນບ່ອນຢູ່ອາໄສທີ່ດີ ຂອງ ປະເພດ ທະນີດ່າງຕີນສີໝາກກະເບົາ. ພາບ: ແທງຮ່ວາ



ແຕ່ເດືອນເມສາ ເຖິງ ເດືອນ ມິຖຸນາ ເປັນລະດູ ປ່າ ເຊີນ ຈ່າ ປົ່ງໃບ, ນີ້ກໍແມ່ນລະດູ ມີແຫຼ່ງອາຫານ
ທີ່ອຸດົມສົມບູນ ໃຫ້ແກ່ປະເພດ ຄ່າງຫ້າສີ. ພາບ: ແທງຮ່ວາ



ແຕ່ເດືອນເມສາ ເຖິງ ເດືອນ ມິຖຸນາ, ດອກຖ່ານມາດ ຈະ ອອກດອກ ເຕັມປ່າ ເຊີນຈ່າ.
ນີ້ກໍແມ່ນອາຫານ ທີ່ມັກ ຂອງ ຄ່າງຫ້າສີ. ພາບ: ແທງຮ່ວາ



ພາບ ຄ່າງຫ້າສີ ຫາກິນ ໃນປ່າ ທີ່ ເຕັມແຕ່ດອກ ຖ່ານ ມາດ. ພາບ: ແທງຮ່ວາ


ປ່າ ເຊີນຈ່າ ເປັນບ່ອນທີ່ນິຍົມ ຂອງ ວົງການນັກຖ່າຍຮູບ ຄ່າງຫ້າສີ ຢູ່ ນະຄອນ ດ່າໜັງ. ພາບ: ແທງຮ່ວາ

ແຕ່ລະປີ, ແຕ່ເດືອນເມສາ ຫາເດືອນມິຖຸນາ, ປ່າ ເຊີນຈ່າ ເຂົ້າລະດູໃບໄມ້ປົ່ງ ມີຄວາມງາມ ແບບເພີນໃຈ ເໝືອນ ດັ່ງ ປ່າໃນລະດູໃບໄມ້ຫຼົ່ນ ຢູ່ບັນດາປະເທດ ຕາເວັນຕົກ. ໃນຊ່ວງ ເວລານີ້ ດອກໄມ້ຖ່ານມາດ ແຂ່ງຂັນ ກັນເບັ່ງ ບານ ຢ່ອນລົງເປັນພວງໆ ສີອິດ ຄື ພວງດອກ ກ້ວຍ ໄມ້ ເຮັດໃຫ້ ເຊີນຈ່າ ຍິ່ງມີຄວາມງາມ ແບບຍົ້ວຍວນໃຈ.

ໃນລະດູນີ້, ຄ່າງຫ້າສີ ມັກປາກົດຕົວ ຫຼາຍ ຢູ່ຕາມເປີ້ນ ພູຕໍ່າ ຢູ່ແຄມທະເລ. ພວກມັນມັກໄປເປັນຝູງ, ຝູງໜຶ່ງ ມີ ປະມານ 5-7 ໂຕ, ເຄື່ອນຈາກ ຕົ້ນໄມ້ ນີ້ ໄປສູ່ ຕົ້ນໄມ້ ອື່ນ ເພື່ອຫາໃບໄມ້ອ່ອນກິນ. ທ່າມກາງແສງແດດທີ່ສ່ອງ ຜ່ານຮົ່ມໄມ້, ບັນດາຮູບພາບ ຄ່າງຫ້າສີ ໂດດເດັ່ນຂຶ້ນ ເປັນພິເສດ. ບາງຄັ້ງຄາວ ນັກທ່ອງທ່ຽວ ກໍສາມາດ ພົບເຫັນຄ່າງຫ້າສີ  ໄປຫາກິນ ເປັນຝູງ ຢູ່ຕາມຕົ້ນ ຖ່ານມາດ ທີ່ກຳລັງ ອອກດອກ ອວດ ສີສັນ ຢ່າງບໍ່ຮ້ອນ ບໍ່ເຄືອງ ເຮັດໃຫ້ຜູ້ທີ່ເຫັນແລ້ວກໍ ມີຄວາມສະອອນໃຈ.

ຄ່າງຫ້າສີ ແມ່ນສັດທ່ີມີສີສັນໂດດເດັ່ນ, ໃບໜ້າມີສີ ເຫຼືອງ, ດັງແງນ ເປັນຕາໜ້າຮັກ, ຄູ່ຕາທີ່ສົດໃສ ຄື ຢາກ ເປ່ັງສຽງ ພ້ອມກັບ ຈຸ້ມໝວດຄາງຂາວ ຄື ໄຍເສັ້ນໄໝ... ເພາະສະນັ້ນ ມີຫຼາຍຄົນມັກເວົ້າຢອກວ່າ ເບິ່ງພວກ ມັນ ຄືດັ່ງ ບຸລຸດຜູ້ ມີປັນຍາເລີດ ທີ່ກຳລັງຄິດຫງຳ ສິ່ງໃດສິ່ງ ໜ່ຶງ.

ແຕກຕ່າງກັບປະເພດລີງເຫຼືອງ ທີ່ສະຫຼາດ, ມັກເຄື່ອນ ໄຫວ ໄປມາຕາມຕົ້ນໄມ້ ແລະ ສົ່ງສຽງດັງກ້ອງໄປທົ່ວປ່າ, ສ່ວນຄ່າງຫ້າສີ ມັກຄວາມສະຫງົບ ແລະ ຂີ້ຄ້ານໃນການ ເຄື່ອນໄຫວ. ທຳມະດາ ຫຼັງຈາກຫາກິນອີ່ມແລ້ວ ພວກ ມັນ ມັກເລືອກ ງ່າໄມ້ທີ່ສູງ, ມີ ຄວາມປອດໂປ່ງ ເຢັນດີ ແລະ ງຽບໆ ເພື່ອ ການພັກຜ່ອນ ແລະ ຝີງແດດ. ໃນເວ ລາດຽວກັນ ພວມມັນ ກໍ່ມີທ່ານອນ, ທ່ານັ່ງ ທີ່ແປກ, ບາງ ຄັ້ງຄືຄົນ. ມີບາງໂຕ ນັ່ງຫົດຕົວ, ເອົາມືສອງເບື້ອງ ວາງ ເທິງຫົວເຂົ່າ, ບາງໂຕນັ່ງ ກ່າຍຂາທະມາດ, ມີບາງໂຕ ນັ່ງ ຢຽດຂາທັງສອງເບື້ອງ ຫຼື ນອນອຸ້ມກອດງ່າໄມ້ ຢ່າງສະ ບາຍ ແລະ ຂີ້ຄ້ານ...ແຕ່ເບິ່ງທ່າທາງ ຂອງ ພວກມັນແລ້ວ ກໍ່ເປັນຕາຮັກ, ງ່າຍຕໍ່ການເຂົ້າໃກ້ ແລະ ເປັນຕາຫົວ ເມື່ອ ແນມເບິ່ງໃບໜ້າ ຂອງ ພວກມັນ.



ຄ່າງຫ້າສີ ທີ່ຫາກໍເກີດມາ ມັກເກາະຫ້ອຍຢູ່ທ້ອງແມ່ ເພື່ອ ດູດນົມ. ພາບ: ແທງຮ່ວາ


ຕາມສັນຊາດຕະຍານ, ຄ່າງຫ້າສີ ນ້ອຍ ມັກກອດແມ່ ໃຫ້ ແໜ້ນ ເມື່ອໂຕແມ່ເຄື່ອນຍ້າຍ ແຕ່ ງ່າໄມ້ນີ້ ສູ່ ງ່າໄມ້ ອື່ນ. ພາບ: ແທງຮ່ວາ


ຄ່າງຫ້າສີ ນ້ອຍ ມັກເຄື່ອນໄຫວ ແຕ່ງ່າໄມ້ນີ້ ຫາງ່າ ໄມ້ ອື່ນ ຈາກການເຝົ້າຍາມ ຂອງ ໂຕແມ່. ພາບ: ແທງຮ່ວາ


ບາງເທື່ອ, ຄ່າງຫ້າສີ ມີທ່ານັ່ງ ທີ່ເປັນຕາໜ້າຮັກ ຄືກັບ ຄົນ. ພາບ: ແທງຮ່ວາ


ຄ່າງຫ້າສີ ຖືວ່າເປັນ “ລາຊີນີ” ຂອງ ບັນດາປະເພດລີງ, ໂດຍມີຂົນຫ້າສີ, ຕາບ້ຽວ, ຈຸ້ມໝວດຄາງຂາວ ຄື ໄຍເສັ້ນ ໄໝ
ພ້ອມກັບຄູ່ມື ແລະ ຄູ່ຕີນສີຂາວ ແລະ ສີໝາກກະ ເບົາແດງຊ້ຳ ເໝືອນດັ່ງໃສ່ຖົງຕີນ. ພາບ: ແທງຮ່ວາ



ຄ່າງຫ້າສີ ກິນແຕ່ໃບໄມ້, ບໍ່ກິນຊີ້ນ, ພວກມັນມັກກິນ ບັນ ດາປະເພດໃບໄມ້ອ່ອນ. ພາບ: ແທງຮ່ວາ


ຄ່າງຫ້າສີ ມັກໃຊ້ຊີວິດເປັນກຸ່ມ ເປັນຝູງ, ຝູງໜຶ່ງ ມີປະ ມານ 5-7 ໂຕ. ບາງກໍລະນີ ຝູງໜຶ່ງ
ອາດມີຫຼາຍສິບໂຕ ແຕ່ວ່າບໍ່ຄ່ອຍເຫັນ. ພາບ: ແທງຮ່ວາ



ຈຸດພິເສດສະເພາະ ຂອງ ປະເພດ ຄ່າງຫ້າສີ ແມ່ນມີສີ ສັນ ທີ່ສວຍງາມ
ທັງມີ ໃບໜ້າສະແດງ ອາລົມຈິດ. ພາບ: ແທງຮ່ວາ



ຄ່າງຫ້າສີ ມີກະເພາະໃຫຍ່ ແລະ ສາມາດ ຍ່ອຍອາຫານ ທີ່ ມີທາດໃຍ ເພາະສະນັ້ນ
ທ້ອງຂອງ ພວກມັນ ມັກເບັງ ຂຶ້ນ. ພາບ: ແທງຮ່ວາ



ໃນຝູງ ຄ່າງຫ້າສີ, ໂຕເປັນຈ່າຝູງ ຍາມໃດກໍເປັນໂຕຜູ້ ໃຫຍ່ ແລະ ແຂງແຮງ, ມັນມີ ບົດບາດຮັກສາເຊື້ອສາຍ
ແລະ ປົກປ້ອງໝູ່ຝູງ ຂອງຕົນ. ພາບ: ແທງຮ່ວາ



ຕາມກິລິຍາແບບທຳມະຊາດ, ຄ່າງຫ້າສີ ມັກໄປຫາກິນ ໃນຕອນເຊົ້າ ແລະ ຕອນແລງ, ຕອນທ່ຽງ
ແລະ ຕອນຄໍ່າ ພວກມັນ ຈະພັກຜ່ອນ ຢູ່ເທິງງ່າໄມ້ສູງ. ພາບ: ແທງຮ່ວາ

ຄວາມງາມທີ່ຫາຍາກ ແລະ ຄຸນລັກສະນະ ເຊື້ອພັນ ທີ່ມີ ຄ່າ ບໍ່ພຽງແຕ່ເຮັດໃຫ້ ຄ່າງຫ້າສີ ກາຍເປັນເປົ້າໝາຍ ສົນ ໃຈພິເສດ ຂອງ ວົງການນັກ ຄົ້ນຄວ້າເທົ່ານັ້ນ, ຍັງ ເປັນ ຈຸດສົນໃຈ ຂອງບັນດາ ຜູ້ທີ່ຮັກມັກສຳຫຼວດທຳມະຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນນັກຖ່າຍຮູບ ຜູ້ມີ ຄວາມ ຫຼົງໄຫຼ ກັບ ສິລະປະ ຖ່າຍຮູບອີກດ້ວຍ.

ອາດຍ້ອນແນວນັ້ນ, ໃນຫຼາຍປີຜ່ານມາ, ເມື່ອເຖິງລະດູ ປ່າ ເຊີນຈ່າ ປົ່ງໃບມາເຖິງ, ຜູ້ຄົນທັງຫຼາຍ ກໍຈະເຫັນ ນັກ ທ່ອງທ່ຽວ ຢູ່ທົ່ວທຸກສາລະທິດ ມາທີ່ແຫຼມເຊີນຈ່າ ແຫ່ງນີ້ ດ້ວຍຄວາມຈູບຈ້າວຫ້າວຫັນ ເພື່ອຕາມລ່າ ຊອກຫາ ຄວາມງາມທີ່ແປກຕ່າງ ຂອງ ຄ່າງຫ້າສີ.

ຢູ່ທີ່ແຂວງ ດ່າໜັງ, ຂະບວນການຕາມລ່າ ພາບຖ່າຍກ່ຽວ ກັບ ຄ່າງຫ້າສີ ຢູ່ ເຊີນຈ່າ ໄດ້ມີການ ຂະຫຍາຍຕົວ ຢ່າງ ແຂງແຮງ. ໃນນັ້ນ ຕ້ອງກ່າວເຖິງ ບັນດານັກຖ່າຍຮູບ ທີ່ ມີປະສົບການ ແລະ ເປັນທີ່ ແກ່ວນເຄີຍ ໃນວົງ ການນັກ ຖ່າຍຮູບກ່ຽວກັບ ຄ່າງ ຢູ່ດິນແດນ ດ່າໜັງ ເຊັ່ນ: ເລຫາຍ ເຊີນ, ຖ໋າຍຮົ່ງກີ່, ເຈິ່ນຢື້ດ໋າວ, ເຈິ່ນວັນຢຸ້ງ, ດັ້ງທູຖຸຍ, ໂຮ່ ຈຸງຕູ໋... ແລະ ນັກຖ່າຍຮູບອີກ ຫຼາຍຄົນ ຢູ່ສະໂມສອນ ຊ່າງພາບ ຊົງຮ່ານ ດ່າໜັງ. ສຳລັບເຂົາເຈົ້າ, ຄວາມຮັກ ມັກ ຖ່າຍຮູບ ຄ່າງຫ້າສີ ບໍ່ພຽງແຕ່ ເປັນການຖ່າຍຫຼິ້ນ ຄວາມງາມໃນຊ່ົວພິບຕາ ທີ່ເກີດຂຶ້ນ ໂດຍບັງເອີນເທົ່າ ນັ້ນ, ຫາກຍັງ ເປັນສະຕິເຕືອນໃຈ ໂຄສະນາເຜີຍແຜ່ ກໍຄື ຄວາມມຸ່ງຫວັງ ປະກອບສ່ວນພ້ອມ ກັບ ອຳນາດການປົກ ຄອງນະຄອນ ຮຽກຮ້ອງ ວົງຄະນາ ຍາດ ຮ່ວມມືກັນ ປົກປັກຮັກສາ ສິ່ງປະເສີດ ຂອງ ເຊີນຈ່າ.



ຄ່າງຫ້າສີ  (ຊື່ວິທະຍາສາດ: pygathrix nemaeus)  ຊຶ່ງວົງການ ວິທະຍາກສາດ ຮູ້ຈັກ ແຕ່ປີ 1771. ນີ້ ແມ່ນ ປະເພດທີ່ມີສີສັນສົດໃສສຸດ ໃນຈຳນວນພວກຄ່າງ ຊຶ່ງ ອົງການ ປົກປ້ອງ ສັດປ່າສາກົນ ຍົກໃຫ້ ເປັນ “ລາຊານີ” ຂອງ ບັນດາປະເພດ ລິງ ແລະ ວອກ.

ຄ່າງຫ້າສີ ຈະອາໃສຢູ່ຕາມຊາຍແດນຫວຽດນາມ ແລະ ລາວ, ມີໄພ ອັນຕະລາຍ ໃກ້ສູນພັນ ຍ້ອນການລ່າ. ພວກ ມັນ ເປັນໜຶ່ງ ໃນບັນດາ ປະເພດສັດ ທີ່ມີຄ່າຫາຍາກ ນອນຢູ່ໃນ ບັນຊີ ລາຍຊື່ ປຶ້ມແດງ ກ່ຽວກັບສັດ ໃກ້ສູນພັນ ຂອງ IUCN ແລະ ບັນຊີລາຍຊື່ ຖືກຫ້າມ ຄ້າຂາຍທົ່ວ ໂລກ ຂອງ CITES.
 
ປະຕິບັດ: ແທງຮ່ວາ
ບັນດາບົດທີ່ຖືກນຳສະເໜີ