30/04/2020 09:07 GMT+7 Email Print Like 0

ເຈື່ອງຊາ - ໝູ່ເກາະທີ່ກ້າແກ່ນຢູ່ເຂດທະເລ ດ້ວຍຄື້ນຍັກລົມແຮງ

      ໃນຊຸມມື້ກ່ອນນີ້ 45 ປີ (1975 – 2020) ໝູ່ເກາະເຈື່ອງຊາ ປັດຈຸບັນແມ່ນເມືອງ ເກາະເຈື່ອງຊາ ແຂວງ ແຄັ໊ງຮວ່າ ໄດ້ຮັບການປົດປ່ອຍ. ພາຍຫຼັງ 45 ປີ ແຫ່ງການກໍ່ສ້າງ, ຂະຫຍາຍຕົວ ແລະ ເຕີບໃຫຍ່, ກອງທັບ ແລະ ປະຊາຊົນ ເຈື່ອງຊາ ຍາມໃດກໍ່ສາມັກຄີກັນ ແກ້ໄຂຄວາມຫຍຸ້ງຍາກ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈ ປະກອບສ່ວນກໍ່ສ້າງເມືອງເກາະ ໃຫ້ຮັ່ງມີທາງດ້ານເສດຖະກິດ ເຂັ້ມແຂງທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຍົກສູງກຳລັງຄວາມສາມາດ, ສະຕິລະວັງຕົວຢ່າງບໍ່ຢຸດຢັ້ງ ກຽມພ້ອມຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ທີ່ສັກກາລະບູຊາຂອງປະເທດຊາດ

ຮູບຖ່າຍຈາກໄກກ່ຽວກັບເກາະເຈື່ອງຊາເຫຼີ້ນ  
      ພາຍຫຼັງໄດ້ຮັບປົດປ່ອຍເປັນເວລາ 45 ປີ, ເຈື່ອງຊາ ບໍ່ພຽງແຕ່ມີຊາຍ, ປະກາລັງພ້ອມກັບແດດຮ້ອນລົມແຮງເທົ່ານັ້ນ ປັດຈຸບັນ ໝູ່ເກາະເຈື່ອງຊາ ຖືກປົກຄຸມໄປດ້ວຍສີຂຽວຂອງຮົ່ມເຢັນຕົ້ນໄມ້ ໃນບັນດາໝູ່ບ້ານຊາວປະມົງ. ຢູ່ເກາະຕ່າງໆ ມີຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ, ບັນດາຮູບພາບທີ່ໃກ້ຊິດ ສະໜິດສະໝົມຂອງດິນຕໍ່ແຜ່ນ ໄດ້ປາກົດຂຶ້ນດ້ວຍຕົ້ນໝາກກ້ວຍ, ໝາກຮຸ່ງ, ບັນດາຝູງໄກ່ ຝູງເປັດ ຝູງງົວ… ພ້ອມກັບເຮືອນຖືກມຸງດ້ວຍດິນຂໍສີແດງ ອັນໄດ້ສ້າງຄວາມຮູ້ສຶກທີ່ລື້ງເຄີຍ ແລະ ຄວາມສະຫງົບສຸກ ຄືດັ່ງໝູ່ບ້ານເຂດບ້ານນາຢູ່ດິນຕໍ່ແຜ່ນ. ນັກຂ່າວ ຫງວຽນໝີຈ່າ ສັງກັດ VOV ແບ່ງປັນວ່າ:
      “ໃນຄວາມວາດນຶກຂອງຂ້າພະເຈົ້າ, ເຈື່ອງຊາ ແມ່ນຢູ່ຫ່າງໄກ ແລະ ພຽງແຕ່ມີຄື້ນລົມແຮງ ຫາດຊາຍ ແຕ່ເມື່ອໄປຮອດເກາະ, ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າໄດ້ເຫັນ ແມ່ນມີຄວາມແຕກຕ່າງຫຼາຍ. ສີຂຽວຂອງຕົ້ນໄມ້ໃບຫຍ້າ,  ທັດຊະນີຍະພາບທີ່ສະຫງົບສຸກ ແມ່ນມີຄວາມປະທັບໃຈຢ່າງແທ້ຈິງ. ຢູ່ຫ່າງໄກຈາກດິນຕໍ່ແຜ່ນ ແລະ ຍັງຂາດເຂີນຫຼາຍຢ່າງ ແຕ່ພະນັກງານນັກຮົບ ແລະ ປະຊາຊົນຢູ່ເມືອງ ເກາະເຈື່ອງຊາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ໄດ້ກໍ່ສ້າງ ເຈື່ອງຊາ ໃຫ້ມີໂສມໜ້າໃໝ່ ຂຽວສະອາດ ແລະ ເຕັມໄປດ້ວຍພະລັງຊີວິດ”.
      ປັດຈຸບັນ ເຈື່ອງຊາ ໄດ້ມີໄຟຟ້າໃຊ້ ມີໂຮງຮຽນ ສຸກສາລາ… ຢູ່ເກາະກໍ່ຍັງມີເຮືອນທີ່ລະນຶກຂອງປະທານ ໂຮ່ຈີມິນ, ຫໍວັດທະນະທຳ, ເຮືອນຮັບແຂກ… ທັງໝົດເຫຼົ່ານັ້ນປຽບເໝືອນທັດຊະນີຍະພາບ ຂອງໝູ່ບ້ານທີ່ສະຫງົບສຸກຢູ່ດິນຕໍ່ແຜ່ນ. ບໍ່ພຽງແຕ່ເທົ່ານັ້ນ, ວັດຕ່າງໆຢູ່ບັນດາຕາແສງເກາະຄື ເຈື່ອງຊາເຫຼີນ, ຊອງຕື໋, ຊິງໂຕ໊ນ, ນາມອຽດ, ເຊີນກາ, ຟານວິງ… ໄດ້ຮັບການບູລະນະປະຕິສັງຂອນ ຮັບໃຊ້ຊີວິດທາງດ້ານຈິດວິນຍານຂອງປະຊາຊົນ ແລະ ຊາວປະມົງ. ພະອາຈານ ທິກເຕິມແທັງ ເຈົ້າອະທິການວັດໆ ຊິງໂຕ໊ນ ເວົ້າວ່າ:
       “ຢູ່ບ່ອນໃດມີຊາວ ຫວຽດນາມ ດຳລົງຊີວິດ ແມ່ນຢູ່ບ່ອນນັ້ນມີວັດວາອາຮາມ; ຢູ່ແຫ່ງໃດທີ່ຂຶ້ນກັບຜືນແຜ່ນດິນ ອະທິປະໄຕຂອງປະເທດຊາດນັ້ນ, ຢູ່ແຫ່ງນັ້ນກໍ່ມີຮູບພາບຂອງນັກບວດ ຫວຽດນາມ. ສຽງລະຄັງຂອງວັດ ໄດ້ປຸກຕື່ນມະນຸດ, ປະປ່ອຍຄວາມເປັນຫ່ວງກັງວົນ ແລະ ກໍ່ແມ່ນຄວາມອຸ່ນອ່ຽນໃຈ ສຳລັບພະນັກງານ ນັກຮົບ ແລະ ປະຊາຊົນຢູ່ແຫ່ງນີ້ ໃຫ້ມີຄວາມໝັ້ນໃຈປະຕິບັດໜ້າທີ່ ປົກປັກຮັກສາເຂດນ້ຳແດນດິນຂອງປະເທດຊາດ”.
      ເມືອງເກາະເຈື່ອງຊາ ກໍ່ມີບັນດາເກາະເໜືອໜ້ານ້ຳ, ເກາະນ້ຳຖ້ວມ… ສຳລັບເກາະເໜືອໜ້ານ້ຳມີເນື້ອທີ່ກວ້າງຂວາງ, ມີຕົ້ນໄມ້ຂຽວປົກຄຸມໄປທົ່ວ, ສ່ວນເກາະນ້ຳຖ້ວມ ກໍ່ມີເຮືອນຫຼັງຕ່າງໆ ຖືກຕັ້ງບົນຫາດດອນຫີນປະກາລັງ ດ້ວຍເນື້ອທີ່ນັບ 10 ຕາລາງກິໂລແມັດ. ບັນດາເກາະເໜືອໜ້ານ້ຳຢູ່ ເຈື່ອງຊາ ປຽບເໝືອນເກາະທົ່ວໄປຢູ່ກາງທະເລ ດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ ແລະ ຫາດຊາຍຍາວຢຽດ. ອ້ອມຮອບບັນດາເກາະກໍ່ແມ່ນບັນດາກຸ່ມປະກາລັງ. ຕົ້ນໄມ້ຕ່າງໆທີ່ເຄີຍເຫັນໃນເກາະ ແມ່ນຕົ້ນຫູ ກວາງ, ຕົ້ນຟອງບາ, ຕົ້ນບ໊າວຕາບ… ເກາະເຫຼົ່ານີ້ປຽບເໝືອນຊາຍຄາລວມ ຂອງກອງທັບ ແລະ ປະຊາຊົນຢູ່ກາງທະເລ ທັງແມ່ນບ່ອນອີງຢ່າງໜັກແໜ້ນ ໃຫ້ແກ່ຊາວປະມົງໃຫ້ມີຄວາມໝັ້ນໃຈເດີນເຮືອໄປຫາປາ ແລະ ປົກປັກຮັກສາອະທິປະໄຕ ເຂດທະເລໝູ່ເກາະຂອງປະເທດຊາດ. ໃນຈຳນວນໜູ່ເກາະຕ່າງໆຢູ່ ໝູ່ເກາະເຈື່ອງຊາ, ມີເກາະເຈື່ອງຊາ ຫຼື ເອີ້ນວ່າ ເຈື່ອງຊາເຫຼີນ ດ້ວຍເນື້ອທີ່ກວ້າງ ແລະ ມີພື້ນຖານໂຄງລ່າງດີທີ່ສຸດ ເມື່ອທຽບໃສ່ເກາະຕ່າງໆ. ຢູ່ເກາະມີເທດສະບານເມືອງ ເຈື່ອງຊາ ຂຶ້ນກັບເມືອງ ເຈື່ອງຊາ ແຂວງ ແຄັ໊ງຮວ່າ ຢູ່ທີ່ນີ້ມີບັນດາອົງການສຳນັກງານ ອຳນາດການປົກຄອງ, ກອງທັບ, ໂຮງຮຽນ ສຸກສາລາ… ພິເສດ ເຈື່ອງຊາເຫຼີນ ກໍ່ຍັງມີລານບິນ ແລະ ບ່ອນຈອດເຮືອບິນ, ມີເຮືອນທີ່ລະນຶກປະທານ ໂຮ່ຈີມິນ, ອະນຸສາວະລີບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ວັດເຈື່ອງຊາ… ຍັງມີເກາະໜ່ວຍໜຶ່ງທີ່ເປັນໜ້າປະທັບໃຈທີ່ສຸດ ນັ້ນແມ່ນເກາະ ນາມອຽດ. ດ້ວຍເນື້ອທີ່ບໍ່ຮອດໜຶ່ງຕະລາງກິໂລແມັດ ແຕ່ຢູ່ເກາະໜ່ວຍນີ້ ມີຕົ້ນໝາກພ້າວປະມານ 400 ຕົ້ນ. ພັນໂທ ເຈິ່ນວັນເຖາະ ອະດີດຜູ້ບັນຊາການເກາະ ນາມອຽດ ໃຫ້ຮູ້ວ່າ:
       “ຕົ້ນໝາກພ້າວມີເຄື່ອງໝາຍຫວຽດ ຂອງພວກເຮົາ ໄດ້ຕິດພັນກັບທົ່ວທຸກແຫ່ງຂອງປະເທດຊາດຫວຽດນາມ ດັ່ງນັ້ນມັນເປັນສິ່ງທີ່ໃກ້ຊິດຕິດແທດກັບພະນັກງານ,ນັກຮົບທຸກໆຄົນ ເມື່ອໄດ້ເຫັນຕົ້ນພ້າວ ກໍ່ປຽບເໝືອນໄດ້ເຫັນ ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ນັກຮົບແຕ່ລະຄົນເມື່ອອອກຈາກເກາະໄປຍັງດິນຕໍ່ແຜ່ນ ກໍ່ໄດ້ປູກຜູ້ລະຕົ້ນ ເພື່ອເປັນທີ່ລະນຶກ ເຊິ່ງບົ່ງບອກເຖິງຄວາມຮັບຜິດຊອບຂອງຕົນ ໃນການກໍ່ສ້າງທັດຊະນີຍະພາບທີ່ສວຍງາມຢູ່ເກາະ”.
         ໃນຊຸມມື້ທີ່ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງລັດ ເຈື່ອງຊາ ນັບມື້ນັບພັດທະນາ ແລະ ຍາມໃດກໍ່ຢືນຢູ່ຢ່າງໝັ້ນຄົງຢູ່ເຂດທະເລ ດ້ວຍຄື້ນຍັກລົມແຮງ ແມ່ນບ່ອນອີງຢ່າງໜັກແໜ້ນໃຫ້ແກ່ຊາວປະມົງ ເມື່ອເດີນເຮືອໄປຫາປາ. ພ້ອມກັນນັ້ນກໍ່ແມ່ນຄວາມເຊື່ອໝັ້ນ ຂອງປະຊາຊົນໃນທົ່ວປະເທດ ເພື່ອປົກປັກຮັກສາເຂດນ້ຳແດນດິນທີ່ສັກກາລະບູຊາຂອງຊາດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)