01/11/2018 14:20 GMT+7 Email Print Like 0

ເຂົ້າເໝົ້າ ເມ໊ຈີ່

ເຂົ້າເໝົ້າ ຖືວ່າ ເປັນອາຫານວ່າງທີ່ຂາດບໍ່ໄດ້ ຂອງຊາວ ຮ່າໂນ້ຍ ໃນໂອກາດລະດູໃບໄມ້ຫຼົ່ນວຽນມາເຖິງ. ຮູບພາບ ຂອງ ເຂົ້າເໝົ້າ ເມ໊ຈີ່ ໄດ້ນຳເຂົ້າສູ່ ບົດເພງຫຼາຍບົດ ຄືໃນບົດເພງ ຂອງອະດີດ ນັກດົນຕີ ທີ່ມີຊື່ສຽງ ຈິ້ງກົງເຊີນ ຊຶ່ງມີຊື່ທີ່ວ່າ  “ຄິດຮອດ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” .
ຜ່ານການເວລາກວ່າໜຶ່ງສະຕະວັດ, ອາຊີບເຮັດ ເຂົ້າເໝົ້າ ຢູ່ໝູ່ ບ້ານ ເມ໊ຈີ່ (ເມືອງ ຕື່ລຽມ-ຮ່າໂນ້ຍ) ຍັງຄົງໄດ້ອະນຸລັກຮັກສາ ແລະ ພັດທະນາ ມາຈົນເຖິງປັດຈຸບັນ. ມາໝູ່ບ້ານ ເມ໊ຈີ່ ໃນລະດູ ໃບໄມ້ຫຼົ່ນ, ແຕ່ປະຕູໂຂງ, ພວກເຮົາຈະໄດ້ຍິນ ສຽງຕຳເຂົ້າເໝົ້າ ແລະ ກິ່ນຫອມຂອງເຂົ້າເໝົ້າ ແຜ່ກະຈາຍ ອອກຈາກ ຫຼັງເຮືອນ ຂອງ 50 ຄອບຄົວ ທີ່ເຮັດເຂົ້າເໝົ້າໃນໝູ່ບ້ານ. ໃນຊ່ວງເວລານີ້, ເຂົ້າຫາກໍ ເກັບກ່ຽວໃໝ່ ຊຶ່ງໄດ້ເກັບຊື້ມາຈາກ ແຂວງຕ່າງໆ ທີ່ໃກ້ ຄຽງ ໄດ້ຂົນສົ່ງມາ ຕາກໃຫ້ແຫ້ງ ຢູ່ເດີ່ນສາລາ ແລະ ເດີ່ນບ້ານ. ບັນດາຮວງເຂົ້າ ຫຼັງຈາກຖືກພາດ ແລະ ເລືອກເອົາເມັດລີບ ອອກ ດ້ວຍການຮ່ອນ ໃສ່ນຳ້ ໃຫ້ເຫຼືອແຕ່ເມັດຕື່ງເຕັມ  ແລ້ວ ນຳໄປ ຂົ້ວໃສ່ໝໍ້ຂາງ. 


ເຂົ້າໜຽວອ່ອນເປັນວັດຖຸດິບ ເພື່ອເຮັດເຂົ້າເໝົ້າ.


ເຂົ້າເໝົ້າ ເມ໊ຈີ່ ເຮັດດ້ວຍເຂົ້ານາແຊງ ເພາະສະນັ້ນ ເມັດ ເຂົ້າ ເໝົ້າ ຈະອ່ອນໜຽວ ແລະ ຫອມ. 


ທີ່ໝູ່ບ້ານ ເມ໊ຈີ່, ປີໜຶ່ງມີ 2 ລະດູເຮັດເຂົ້າເໝົ້າເຊ່ັນ: ລະດູນາ ແຊງ (ແຕ່ເດືອນ 2-4) ແລະ ລະດູເຂົ້ານາປີ (ແຕ່ເດືອນ 7-10).


ເມັດເຂົ້າຖືກພາດອອກຈາກຮວງ ເພື່ອກະກຽມ ໃຫ້ບັນດາ ຂັ້ນ ຕອນ ເຮັດເຂົ້າເໝົ້າ. 


ປັດຈຸບັນ, ສ່ວນຫຼາຍປະຊາຊົນ ຢູ່ໝູ່ບ້ານ ເມ໊ຈີ່ ຈະໃຊ້ ເຄື່ອງຈັກ ໃນການຜະລິດເຂົ້າເໝົ້າ,
ຍັງມີຈຳນວນໜ້ອຍສຸດ ທີ່ເຮັດເຂົ້າ ເໝົ້າດ້ວຍມື. 



ໃນລະດູເຂົ້າເໝົ້າ, ເຂົ້າໜຽວອ່ອນ ໄດ້ຕາກເຕັມສາລາ ແລະ ຕໍ່ ໜ້າເດີ່ນເຮືອນຫຼັງຕ່າງໆ ຢູ່ບ້ານ ເມ໊ຈີ່.


ບັນດາກະບຸງເຂົ້າ ໄດ້ລ້າງໃຫ້ສະອາດ ແລະ ກັ່ນຕອງເອົາເມັດ ລີບ ອອກ ກຽມພ້ອມຖອກໃສ່ໝໍ້ຂາງເພື່ອຂົ້ວ.


ປະຊາຊົນ ບ້ານ ເມ໊ຈີ່ ໃຫ້ຮູ້ວ່າ ເມື່ອເຖິງລະດູເກັບກ່ຽວ, ແຮງງານ ທຸກຄົນໃນຄອບຄົວ ໄດ້ສຸມໃສ່ໃນການເຮັດເຂົ້າເໝົ້າ.
ວຽກງານເຮັດເຂົ້າເໝົ້າ ອາດຈະເລີ່ມແຕ່ 4 ໂມງເຊົ້າ ແລະ ແກ່ ຍາວ ເຖິງ 22 ໂມງຕອນກາງຄືນຈຶ່ງໄດ້ພັກຜ່ອນ.



ຕາມປະສົບການຂອງຄົນເຮັດເຂົ້າເໝົ້າຢູ່ທີ່ນ້ີ, ເຂົ້າເໝົ້າຂົ້ວ ຕ້ອງ ໃຊ້ໄຟອ່ອນ ແລະ ຄົນໃຫ້ສະເໝີ ເພື່ອໃຫ້ເຂົ້າເໝົ້າຮ້ອນສະເໝີ. 


ເມື່ອເຂົ້າເປືອກປ່ຽນຈາກສີຂຽວເປັນສີຂາວ, ມີກິ່ນຫອມ, ເຫັນ ເປືອກລອກອອກ
ແລະ ເມັດບໍ່ຕິດເຂົ້າກັນ ໝາຍຄວາມວ່າ ເຂົ້າ ເໝົ້າສຸກແລ້ວ.



ຫຼັງຈາກເຮັດໃຫ້ສະອາດແລ້ວ, ເຂົ້າເໝົ້າ ຈະໄດ້ນຳໄປຕຳ.


ການເຮັດເຂົ້າເໝົ້າແຕ່ລະຄັ້ງ ຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອຽດ. 


ຂັ້ນຕອນສຸດທ້າຍແມ່ນ ຂັດສ່ວນເຂົ້າເປືອກ ທີ່ຍັງເຫຼືອ ຕິດຢູ່ ຕາມເມັດເຂົ້າເໝົ້າ.
ການເຮັດເຂົ້າເໝົ້າ ແຕ່ລະເທື່ອ ຕ້ອງເຮັດຢ່າງພິຖີພິຖັນ ເຖິງ 3 ເທື່ອ ເພື່ອໃຫ້ໄດ້ເຂົ້າເໝົ້າທີ່ສະອາດ.  

ເຕົາໄຟ ທີ່ຂົ້ວເຂົ້າເໝົ້າ ແມ່ນໃຊ້ແຕ່ຟືນເທົ່ານັ້ນ ແລະ ຖ່ານ ຕ້ອງ ປົກດ້ວຍຂີ້ເຖົ່າ. ໝໍ້ຂົ້ວເຂົ້າເໝົ້າ ຕ້ອງໃຊ້ສະເພາະໝໍ້ຂາງ ເພື່ອ ໃຫ້ເມັດເຂົ້າເໝົ້າ ເມື່ອຂົ້ວຈະບໍ່ຖືກໄໝ້ ທັງຮັກສາ ໄດ້ຄວາມ ອ່ອນໜຽວ ແລະ ຫອມ. ເວົ້າລວມແລ້ວ ບັນດາຂັ້ນຕອນ ເຮັດ ເຂົ້າເໝົ້າ ຕ້ອງໄດ້ດຳເນີນໄປ ສຸດທີ່ລະອຽດ ແລະ ພິຖີພິຖັນ.

ນາງ ຟ້າມທິຕີ, ຊ່າງເຮັດເຂົ້າເໝົ້າ ຢູ່ ໝູ່ບ້ານ ເມ໊ຈີ່ ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ປະຊາຊົນ ໝູ່ບ້ານ ເມ໊ຈີ່ ມັກ ເລືອກແນວພັນເຂົ້າ ເພື່ອເຮັດເຂົ້າເໝົ້າດ້ວຍຕົນເອງ. ແຕ່ໃນໃນຊຸມປີມໍ່ໆນີ້, ຍ້ອນໄດ້ ຮັບຜົນສະທ້ອນ ຈາກການຫັນເປັນຕົວເມືອງ, ເນື້ອທີ່ດິນ ປູກເຂົ້າ ຍັງເຫຼືອໜ້ອຍ, ເພາະສະນັ້ນ ພວກຂ້າພະເຈົ້າ ຕ້ອງ ໄປເກັບຊື້ ເຂົ້າໜຽວ ຢູ່ແຂວງຕ່າງໆ ທີ່ໃກ້ຄຽງເຊັ່ນ: ແຂວງ ບັກນິງ ມາເພື່ອ ເຮັດເຂົ້າເໝົ້າ. ຍ້ອນຜະລິດຕະພັນເຂົ້າ ຢູ່ບັນດາເຂດນີ້້ ມີຄຸນນະ ພາບສູງ ເພາະສະນັ້ນ ເຂົ້າເໝົ້າ ທີ່ ຜະລິດອອກ ຈະມີຄວາມ ອ່ອນໜຽວ ແລະ ຫອມແຊບ. ໃນລະດູ ເຮັດເຂົ້າເໝົ້າ, ແຕ່ລະມື້ ຄອບຄົວຂອງຂ້າພະເຈົ້າ ຜະລິດເຂົ້າເໝົ້າ ໄດ້ປະມານ 100 ກິ ໂລກຣາມ ແລະ ຈຳໜ່າຍອອກສູ່ຕະຫຼາດ ຮ່າໂນ້ຍ ເປັນຕົ້ນຕໍ”.


ເຂົ້າເໝົ້າສຳເລັດຮູບ ມີເມັດແຂງແໜ້ນ ແລະ ຫອມແຊບ.  


ເຂົ້າເໝົ້າສົດ ທີ່ຂາຍຢູ່ໝູ່ບ້ານ ເມ໊ຈີ່ ມີລາຄາ ແຕ່ 160.000-180.000 ດົ່ງ/ກິໂລກຣາມ.


ເຂົ້າເໝົ້າ ໄດ້ຖືວ່າ ເປັນອາຫານວ່າງ ທີ່ຂາດບໍ່ໄດ້ ໃນໂອກາດ ລະດູໃບໄມ້ຫຼົ່ນວຽນມາເຖິງ.


ເຂົ້າເໝົ້າສຳເລັດຮູບ ຈະໄດ້ຫໍ່ ດ້ວຍໃບບົວ ເພື່ອໃຫ້ ລົດຊາດ ຂອງ ເຂົ້າເໝົ້າ  ແລະ  ລົດຫອມ ຂອງໃບບົວ ມີການປະສົມ ປະສານເຂົ້າກັນ.


ເມື່ອລະດູໃບໄມ໊ຫຼົ່ນວຽນມາ, ທົ່ວທັງໝູ່ບ້ານ ເມ໊ຈີ່  ມີຄວາມຄຶກ ຄັກ ໃນສຽງຕຳເຂົ້າ ແລະ ລົດຫອມຫວນ ຂອງເຂົ້າເໝົ້າໃໝ່. 

ອາດເວົ້າໄດ້ວ່າ ອາຊີບເຮັດເຂົ້າເໝົ້າຢູ່ ບ້ານເມ໊ຈີ່ ໄດ້ ປະກອບສ່ວນ ສ້າງເປັນເຍື່ອງອາຫານ ທີ່ເຂັ້ມຂົ້ນໄປດ້ວຍ ສີສັນ ຮ່າໂນ້ຍ ແລະ ໄດ້ຖືວ່າ ເປັນຈຸດວັດທະນະທຳ ອາຫານການກິນ ທີ່ເປັນ ເອກະລັກຂອງ ນະຄອນຫຼວງ ຮ່າໂນ້ຍ. 
 
ບົດ ແລະ ພາບ: ເຕິດເຊີນ - ກົງດາດ
ບັນດາບົດທີ່ຖືກນຳສະເໜີ