08/02/2018 09:57 GMT+7 Email Print Like 0

ຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ

      ເປົ້າໝາຍຂອງໂຄງການ ແມ່ນຍົກອອກບັນດາແບບຢ່າງກ່ຽວກັບກົດແຫ່ງການປະພຶດທີ່ກ່ຽວຂ້ອງເຖິງການຄຸ້ມຄອງອາຊີບຫາປາ ແລະ ອານຸລັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ.

ຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ (ພາບ: vietnamnet.vn)
      ແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ, ເຊິ່ງແມ່ນພາຫະນະໜຶ່ງເພື່ອໃຫ້ບັນດາຝ່າຍ ຊຸກຍູ້ການຄຸ້ມຄອງຮ່ວມ ແລະ ຮັກສາສະຖຽນລະພາບຢູ່ເຂດທະເລຕາເວັນອອກ, ແມ່ນຂໍ້ລິເລີ່ມໂດຍສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ອາເມລິກາ ປະກາດໃນທ້າຍປີ 2017. ນີ້ແມ່ນການຄົ້ນຄວ້າທຳອິດຂອງບັນດານັກຊ່ຽວຊານສາກົນ ເພື່ອແນໃສ່ສະໜອງຮູບແບບການຮ່ວມມືທີ່ເປັນໄປໄດ້ ສຳລັບບັນດາປະເທດຮຽກສິດຢູ່ທະເລຕາເວັນອອກ ກ່ຽວກັບການຄຸ້ມຄອງການຂັດແຍ້ງກັນທາງທະເລ. ພວກຂ້າພະເຈົ້າ ຂໍແນະນຳການຄົ້ນຄວ້ານີ້ ໃຫ້ທ່ານຜູ້ຟັງໃນລາຍການມື້ນີ້.
        ໂຄງການແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຕາເວັນອອກຂອງອົງການຂໍ້ລິເລີ່ມທີ່ສົດໃສໃນການເດີນທະເລ ອາຊີ ໂດຍ CSIS ຍົກອອກມາ, ຕາມນັ້ນແລ້ວ ສ້າງຕັ້ງກຸ່ມນັກຊ່ຽວຊານທີ່ມາຈາກບັນດາປະເທດໃນພາກພື້ນເຂົ້າໃຈກົດໝາຍ, ນະໂຍບາຍ ແລະ ສິ່ງແວດລ້ອມ. ເປົ້າໝາຍຂອງໂຄງການ ແມ່ນຍົກອອກບັນດາແບບຢ່າງກ່ຽວກັບກົດແຫ່ງການປະພຶດທີ່ກ່ຽວຂ້ອງເຖິງການຄຸ້ມຄອງອາຊີບຫາປາ ແລະ ອານຸລັກຮັກສາສິ່ງແວດລ້ອມຢູ່ທະເລຕາເວັນອອກ.
ບັນດາປະເທດທັງໝົດ ມີພັນທະຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ
        ຕາມຂໍ້ມູນຈາກສະຖາບັນຄົ້ນຄວ້າຍຸດທະສາດທະເລຕາເວັນອອກ, ທະເລຕາເວັນອອກແມ່ນໜຶ່ງໃນຫ້າເຂດຫາປາທີ່ມີສະມັດຕະພາບສູງໃນໂລກ, ກວມເອົາປະມານ 12% ຍອດປະລິມານການຫາປາທົ່ວໂລກໃນປີ 2015. ກ່ຳປັ່ນຫາປາໃນໂລກກ່ວາເຄິ່ງໜຶ່ງທີ່ມີການເຄື່ອນໄຫວໃນເຂດທະເລນີ້. ຍ້ອນຄວາມສຳຄັນຄືດັ່ງກ່າວ ບັນດາປະເທດໃນພາກພື້ນ ນັບທັງບັນດາປະເທດມີຄຳຮຽກສິດກ່ຽວກັບອະທິປະໄຕ ຫຼືບໍ່, ລ້ວນແຕ່ມີພັນທະຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ ແລະ ຄຸ້ມຄອງອູ່ປາ, ຕາມເນື້ອໃນ ເຊິ່ງຂໍ້ລິເລີ່ມແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຕາເວັນອອກຍົກອອກມາ.
        ຕາມທ່ານ Gregory Poling, ຜູ້ອຳນວຍການໂຄງການຂໍ້ລິເລີ່ມທີ່ປອດໃສໃນການເດີນທະເລ, ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ອາເມລິກາ ແລ້ວ, ຕ່າງກັບການຂຸດຄົ້ນນ້ຳມັນອາຍແກັສ  ພຽງແຕ່ອາດຈະປະຕິບັດໂດຍອີງໃສ່ສິດອະທິປະໄຕຂອງປະເທດແຄມທະເລກັບເຂດໄຫລ່ທະວີບ, ພັນທະພ້ອມກັນຄຸ້ມຄອງແຫຼ່ງຊັບພະຍາກອນຊີວະ ທະເລ ເຮັດໃຫ້ການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມ ກາຍເປັນຂົງເຂດຊຸກຍູ້ການຮ່ວມມືຢູ່ທະເລຕາເວັນອອກຢ່າງງ່າຍດາຍກ່ວາ. ບັນດາປະເທດຢູ່ອ້ອມແອ້ມທະເລຕາເວັນອອກ ສາມາດຮ່ວມມືຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາບັນດາລະບົບຊີວະພາບນີ້ໄວ້ ແລະ ຄຸ້ມຄອງອູ່ປາ ຊຶ່ງບໍ່ສົ່ງຜົນສະທ້ອນເຖິງບັນດາຄຳຮຽກສິດທະເລ ແລະ ເຂດແຄ້ວນທີ່ທັບຊ້ອນກັນ
        “ກ່ຽວກັບດ້ານການເມືອງ, ນີ້ແມ່ນແຜນການເປັນໄປໄດ້ຢ່າງສິ້ນເຊິ່ງ, ຍ້ອນວ່າ ແຜນການນີ້ ໄດ້ຢູ່ນອກບັນດາປັດໃຈທີ່ຂັດແຍ້ງ ອະທິປະໄຕ,ເຂດແຄ້ວນ. ເລື່ອງບັນດາຝ່າຍມີຄຳຮຽກສິດອະທິປະໄຕເຂົ້າຮ່ວມໃນແຜນການ ກໍ່ຄືເຫັນດີບັນດາເນື້ອໃນໃນແຜນການ ບໍ່ໝາຍຄວາມວ່າ ເຂົາເຈົ້າຜ່ອນສັ້ນຜ່ອນຍາວນຳກັນ; ບໍ່ໝາຍຄວາມວ່າ ເຂົາເຈົ້າປະລະບັນດາຄຳຮຽກສິດກ່ຽວກັບອະທິປະໄຕຂອງຕົນ ແລະ ກໍ່ບໍ່ໝາຍຄວາມວ່າ ເຂົາເຈົ້າຮັບຮູ້ອະທິປະໄຕ ເຂດແຄ້ວນ ຫຼື ຄຳຮຽກສິດຂອງບັນດາປະເທດອື່ນໆ ຊຶ່ງເນື້ອໃນຕົ້ນຕໍຂອງແຜນການນີ້ ແມ່ນພວກຂ້າພະເຈົ້າຢາກສຸມໃສ່ເຂົ້າໃນການຮຽກຮ້ອງຕ້ອງການຮ່ວມມືກ່ຽວກັບການຄຸ້ມຄອງອາຊີບຫາປາ, ປົກປັກຮັກສາສິ່ງແວດລ້ອມທະເລຢູ່ທະເລຕາເວັນອອກ.
        ມາດຕາ 123 ໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UCNLOS) ໄດ້ກຳນົດວ່າ: ບັນດາປະເທດຢູ່ອ້ອມແອ້ມເຂດທະເລຕາເວັນອອກ ມີພັນທະຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ ແລະ ຄຸ້ມຄອງອູ່ປາ.
ຮັກສາສິ່ງແວດລ້ອມທະເລໂດຍຜ່ານການຮ່ວມມືຫລາຍຝ່າຍ
        ເມື່ອເປັນເຊັ່ນນັ້ນພັນທະດ້ານນິຕິກຳສາກົນກ່ຽວກັບການຮ່ວມມືຄຸ້ມຄອງອາຊີບຫາປາ ແລະ ສິ່ງແວດລ້ອມທະເລ ໄດ້ກຳນົດຢ່າງຈະແຈ້ງ ແລະ ເໝາະສົມກັບຄວາມຕ້ອງການຕົວຈິງ.
        ເຖິງຢ່າງໃດກໍ່ຕາມ ຢູ່ພາກພື້ນ, ອັດຕາສ່ວນໃນການຫາປາໄດ້ຫລຸດລົງໃນຊຸມປີມໍ່ໆມານີ້ ໂດຍການປະສົມປະສານຈາກ 2 ປັດໄຈ ນັ້ນແມ່ນຫາປາເກີນຂອບເຂດ ແລະ ຕັ້ງໃຈທຳລາຍສິ່ງແວດລ້ອມ. ທ່ານ Poling ຢັ້ງຢືນຕື່ມອີກວ່າ:
        “ຖ້າຫາກພວກເຮົາຕັ້ງໃຈສຸມໃສ່ເຂົ້າໃນການແກ້ໄຂການຂັດແຍ້ງກັນນັ້ນ ພວກເຮົາຈະຕ້ອງຢືນຢູ່ຕໍ່ໜ້າການເລືອກເຟັ້ນ 2 ຢ່າງ. ທີໜຶ່ງແມ່ນ ຍາມໃດກໍ່ແກ້ໄຂ້ການຂັດແຍ້ງອະທິປະໄຕໄດ້ ຍາມນັ້ນຈຶ່ງມີເວລາເວົ້າເຖິງການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຕາເວັນອອກ. ທີສອງແມ່ນ ໄປຄຽງຄູ່ກັບການແກ້ໄຂການຂັດແຍ້ງເຂດແຄ້ວນ ພວກເຮົາຕ້ອງມີບັນດາການກະທຳໃນທັນທີ ຍ້ອນການຄຸ້ມຄອງ, ການຂຸດຄົ້ນອູ່ປາ ແລະ ບັນຫາສິ່ງແວດລ້ອມຢູ່ທະເລຕາເວັນອອກບໍ່ສາມາດລໍຖ້າໄດ້”.
        ຂໍ້ລິເລີ່ມແຜນການດຳເນີນງານກ່ຽວກັບການຄຸ້ມຄອງອາຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຕາເວັນອອກຂອງ CSIS ຊີ້ໃຫ້ເຫັນວ່າ: ບັນດາປະເທດໃນພາກພື້ນ ຄວນຜັນຂະຫຍາຍບັນດາເນື້ອໃນຢ່າງວ່ອງໄວຄື: ສ້າງຕັ້ງເຂດຄຸ້ມຄອງສິ່ງແວດລ້ອມ ແລະ ອາຊີບຫາປາຢູ່ທະເລຕາເວັນອອກ; ກຳນົດການລະເມີດ, ຄວາມຮັບຜິດຊອບຂອງບັນດາຝ່າຍ ຕົວຢາງຄື ບັນດາປະເທດມີຄຳຮຽກສິດຄວນຮັບຜິດຊອບການຄວບຄຸມ ແລະ ສະກັດກັ້ນບັນດາກ່ຳປັ່ນທີ່ລະເມີດບັນດາຂໍ້ກຳນົດຈຳກັດການຫາປາ. ນອກນັ້ນ ບັນດາປະເທດທັງໝົດ ຄວນຫລີກລ້ຽງບັນດາການກະທຳມີລັກສະນະທຳລາຍສິ່ງແວດລ້ອມທະເລຄື: ຂຸດດິນ, ບູລະນະເກາະ, ຫລື ກໍ່ສ້າງບັນດາຮາກຖານໃນເຂດປະກາລັງທີ່ຍັງບໍ່ທັນມີປະເທດໃດໆຄວບຄຸມ. ສຸດທ້າຍ ບັນດາປະເທດທັງໝົດ ຄວນມີແຜນການຮ່ວມມືກ່ຽວກັບການຄົ້ນຄວ້າວິທະຍາສາດທະເລ ແນໃສ່ຜັນຂະຫຍາຍບັນດາຄວາມມານະພະຍາຍາມອະນຸລັກຮັກສາຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)