ບັນດາປະເພດເຂົ້າໜົມເປັນກັບຄຸນນະພາບຊັ້ນສູງຄື: Tipo, Omoni, Spring, Oriental, Goldream…ຊຶ່ງມີທາດບຳລຸງຢ່າງຫຼວງຫຼາຍຕໍ່ສຸຂະພາບ ແລະ ຖືໄດ້ວ່າເປັນຜະລິດຕະພັນ “ພົວພັນກັບຕ່າງປະເທດ” ກໍ່ເປັນໄດ້, ຍ້ອນວ່າບັນດາເຂົ້າໜົມປະເພດນີ້ ຜູ້ຄົນມັກຈະຊື້ເປັນຂອງຝາກຂອງຕ້ອນເນື່ອງໃນໂອກາດບຸນປີໃໝ່ແຕ່ລະປີ. ຄຽງຄູ່ກັນນັ້ນ, ຮືວງີ້ ຍັງມີຜະລິດຕະພັນປະເພດເຂົ້າໜົມອົມເປັນກັບ ໂຈລີ ແລະ ຊູຣິ ທີ່ມີລົດຊາດນໍ້ານົມ, ໂຊໂກລາ, ກາຣາແມນທີ່ມີສີສັນຫຸ້ມຫໍ່ສະດຸດຕາ ຊຶ່ງໄດ້ຄົນລຸ້ນໜຸ່ມນິ ຍົມຫຼາຍ.
ມໍ່ໆມານີ້, ຮືວງີ້ ໄດ້ນໍາອອກສູ່ຕະຫຼາດຜະລິດຕະພັນປະເພດເຂົ້າຈີ່ “ກິນໄວ” ມີຊື່ວ່າ Staff ແລະ Lucky ຊຶ່ງເໝາະສົມທີ່ສຸດກັບ ຈັງຫວະການດໍາລົງຊີວິດແບບອຸດສາຫະກໍາ. ເພາະສະນັ້ນ, ຈຶ່ງໄດ້ຮັບຄວາມນິຄົມຊົມຊອບຢ່າງຫຼວງຫຼາຍຈາກຜູ້ເຮັດວຽກໃນຫ້ອງການສໍານັກງານຕ່າງໆ. ຊາວຕ່າງປະເທດທີ່ອາໄສ ແລະ ເຮັດວຽກຢູ່ຫວຽດນາມ ຫຼາຍຄົນກໍ່ເລືອກເອົາຜະລິດຕະພັນດັ່ງ ກ່າວສໍາລັບຄາບອາຫານເຊົ້າທີ່ເລັ່ງດ່ວນຂອງຕົນ.
ຍ້ອນອຸດົມສົມບູນທາງດ້ານລົດຊາດ, ຮູບຊົງ ແລະ ຫຍີ່ຫໍ້. ສະນັ້ນ, ຕະຫລາດຈໍາໜ່າຍຂອງ ຮືວງີ້ ຈຶ່ງກວ້າງຂວາງພໍສົມຄວນ ໂດຍແບ່ງເປັນຫຼາຍລະດັບແຕກຕ່າງກັນ, ນັບແຕ່ປະເພດລະ ດັບສາມັນຊົນເຖິງຊັ້ນສູງ. ດ້ວຍເຫດນັ້ນ, ຈຶ່ງສາມາດຕອບສະ ໜອງໄດ້ຄວາມຮຽກຮ້ອງຕ້ອງການທີ່ຫຼາຍຮູບຫຼາຍສີຂອງຜູ້ບໍລິໂພກ. ຫຼາຍປີຕິດຕໍ່ກັນຜ່ານມາ ເຄື່ອງໝາຍການຄ້າ ຮືວງີ້ ໄດ້ຖືກຄັດເລືອກເປັນສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ. ບໍລິສັດບັນລຸລາຍຮັບກວ່າ 1.000 ຕື້ດົ່ງຕໍ່ປີເປັນປະຈໍາທຸກປີ, ມອບພັນທະໃຫ້ງົບປະມານແຫ່ງລັດຫຼາຍກວ່າ 44 ຕື້ດົ່ງ ແລະ ສົ່ງອອກໄປຍັງ 10 ກວ່າປະເທດ ລວມມູນຄ່າຫຼາຍກວ່າ 10 ລ້ານ USD ຕໍ່ປີ.
ໂດຍຜ່ານນະໂຍບາຍພັດທະນາທີ່ເໝາະສົມ ແລະ ກຳໄດ້ທ່າອ່ຽງຂອງຜູ້ບໍລິໂພກຢ່າງທັນການ, ຮືວງີ້ ໄດ້ສາມາດສ້າງໃຫ້ມີຖານະບົດບາດທີ່ໝັ້ນຄົງຢູ່ຕະຫຼາດພາຍໃນ ແລະ ບືນຕົວອອກສູ່ຕະຫຼາດຕ່າງປະເທດຄື: ລາວ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄທ, ມຽນມາ, ສິງກາໂປ, ຟີລີບປິນ, ອິນໂດເນເຊຍ ແລະ ອື່ນໆ. ໃນຍຸດທະສາດພັດທະນາຂອງຕົນ, ຮືວງີ້ ພວມອອກແຮງສູ້ຊົນເພື່ອໃຫ້ກາຍເປັນໜຶ່ງໃນຈຳນວນວິສາຫະກິດຜະລິດເຂົ້າໜົມແຫ່ງທຳອິດຂອງ ຫວຽດນາມ ແຊກຊຶມເຂົ້າສູ່ຕະຫຼາດບັນດາປະເທດອິດສະລາມ ຊຶ່ງເປັນບ່ອນຜະລິດຕະພັນເຂົ້າໜົມມີກໍາລັງຊົມໃຊ້ຫຼາຍທີ່ສຸດ.
ເພື່ອປະຕິບັດຍຸດທະສາດພັດທະນາຂອງຕົນ, ຮືວງີ້ ໄດ້ລົງທຶນ ຂະຫຍາຍໂຮງງານ, ຕ່ອງໂສ້ການຜະລິດໃໝ່ໃຫ້ກວ້າງອອກຕື່ມອີກ ດ້ວຍເຕັກໂນໂລຢີທັນສະໄໝ. ປະຈຸບັນ, ບໍລິສັດມີໂຮງງານ 4 ແຫ່ງປະກອບດ້ວຍຫຼາຍສິບຕ່ອງໂສ້ການຜະລິດທີ່ທັນສະໄໝ, ບັນລຸມາດຕະຖານເອີຣົບ. ມີເຄືອຂ່າຍຈຳໜ່າຍຜະລິດຕະພັນຢູ່ພາຍໃນທີ່ເຂັ້ມແຂງ ໂດຍມີຫຼາຍຮ້ອຍຕົວແທນຈໍາ ໜ່າຍ ແລະ ເກືອບ 200.000 ຮ້ານບໍລິການຂາຍຍ່ອຍໃນທົ່ວປະເທດ. ຮືວງີ້ ກໍ່ເປັນວິສາຫະກິດລາຍໃຫຍ່ຂອງ ຫວຽດນາມທີ່ ນຳໜ້າໃນການນຳໃຊ້ຢ່າງເຂັ້ມງວດມາດຕະຖານອະນາໄມຄວາມ ປອດໄພດ້ານສະບຽງອາຫານ ແລະ ລະບົບຄຸ້ມຄອງຄຸນນະພາບ ISO 22.000:2005 ແລະ HACCP.
ຍ້ອນມີຄວາມອອກເຫື່ອເທແຮງຄືດັ່ງກ່າວ, ຮືວງີ້ຈຶ່ງຢຶດໝັ້ນໄດ້ເຄື່ອງໝາຍການຄ້າຂອງຕົນ ດ້ວຍການສາມາດຍາດໄດ້ຫຼາຍລາງວັນທີ່ມີກຽດຄື: ເຄື່ອງໝາຍການຄ້າທີ່ເຂັ້ມແຂງຂອງ ຫວຽດ ນາມ (2009), ວິສາຫະກິດເຊື່ອມໂຍງ ແລະ ພັດທະນາ (2009), ຂັນຄຳຜະລິດຕະພັນດີເດັ່ນ 1.000 ປີ ທັງລອງ-ຮ່າໂນ້ຍ (2010), ສິນຄ້າ ຫວຽດນາມ ຄຸນນະພາບສູງຫຼາຍປີຕິດຕໍ່ກັນ.
ບົດ: ບິກເວີນ - ພາບ: ເຈີ່ນແທງຢາງ ແລະ ເອກະສານ