10/02/2019 09:21 GMT+7 Email Print Like 0

ຮີດຄອງປະເພນີຂໍຕົວໜັງສືຍາມຕົ້ນປີໃໝ່ຂອງຊາວຫວຽດນາມ

      ເລື່ອງຂໍຕົວໜັງສືຍາມຕົ້ນປີໃໝ່ແມ່ນຮີດຄອງປະເພນີທີມີມາແຕ່ດົນນານຂອງຊາວຫວຽດນາມ. ໃນໂອກາດບຸນເຕັດວຽນມາ, ຕາມຖະໜົນສາຍຕ່າງໆ ແລະ ບັນດາເຂດບ້ານນາ ໄດ້ມີຜູ້ຂຽນຕົວໜັງສືຫວຽດເດີມ.

ຮີດຄອງປະເພນີຂໍຕົວໜັງສືຍາມຕົ້ນປີໃໝ່ຂອງຊາວຫວຽດນາມ
(ພາບ: phunutoday.vn)
      ຜູ້ຂຽນຕົວໜັງຫວຽດເດີມ ແມ່ນອາຈານ ແລະ ຜູ້ຂໍຕົວໜັງສືຕາມທຳມະດາແມ່ນບັນດາເຈົ້າຂອງເຮືອນ ມາຂໍຕົວໜັງສືເພື່ອພາວະນາຂໍໃຫ້ປະສົບແຕ່ສິ່ງທີ່ດີທີ່ງາມໃນປີໃໝ່ ແລະ ພິເສດແມ່ນມີຄວາມປາດຖະໜາຢາກມີຄວາມໂຊກດີໃນການຮ່ຳຮຽນ, ເສັງໄດ້ຄະແນນດີ. ນັກຂ່າວ ທູຮັ່ງ ໄດ້ແນະນຳບົດຂຽນທີ່ພາດຫົວຂໍ້ວ່າ “ຮີດຄອງປະເພນີຂໍຕົວໜັງສືຍາມຕົ້ນປີໃໝ່ຂອງຊາວຫວຽດນາມ”.
        “ນອກຈາກຈຸດປະສົງໄປຫຼີ້ນໃນຍາມຕົ້ນປີໃໝ່, ໄປຢ້ຽມຢາມເພື່ອນມິດແລ້ວ, ພວກຂ້າພະເຈົ້າມາສະຖານທີ່ແຫ່ງນີ້ ຍັງແມ່ນມາເພື່ອຂໍຕົວໜັງສືຈາກອາຈານໃຫ້ລູກເຕົ້າຮຽນເກັ່ງ ເສັງໄດ້ຄະແນນດີ. ລະດົມກຳລັງໃຈໃຫ້ລູກຕັ້ງໃຈຮ່ຳຮຽນ”.
        “ຄອບຄົວຂ້າພະເຈົ້າກໍ່ຄືທຸກໆຄອບຄົວ ປາດຖະໜາວ່າ ປີໃໝ່ຈະມີແຕ່ຄວາມສະຫງົບສຸກ, ມີສຸຂະພາບເຂັ້ມແຂງ, ລ່ຳລວຍ. ທຸກຄົນລ້ວນແຕ່ປາດຖະໜາບັນດາສິ່ງທີ່ດີງາມທີ່ສຸດມາສູ່ຄອບຄົວຂອງຕົນ ແລະ ຍາດຕິພີ່ນ້ອງ”.
        ພ້ອມກັບຮີດຄອງປະເພນີຂໍຕົວໜັງສືໃນຍາມຕົ້ນປີໃໝ່, ຊາວຫວຽດນາມ ມີຄວາມລື້ງເຄີຍຂໍຕົວໜັງສື ແລະ ໃຫ້ຕົວໜັງສືໃນຊຸມວັນບຸນເຕັດ. ນີ້ແມ່ນວຽກງານທີ່ມີຄວາມໝາຍທາງດ້ານວັດທະນະທຳຫຼາຍຢ່າງ, ສະແດງໃຫ້ເຫັນການຖືຕົວໜັງສື, ຖືພູມປັນຍາແມ່ນສຳຄັນ ແລະ ກໍ່ແມ່ນຄວາມປາດຖະໜາຢາກຂໍໄດ້ຕົວໜັງສືເພື່ອເອົາໂຊກເອົາໄຊ, ພາວະນາໃຫ້ປີໜຶ່ງມັ່ງຄັ່ງຮັ່ງມີລໍ່ຳລວຍ, ມີຄວາມຜາສຸກ ແລະ ອາຍຸຍືນໃຫ້ຄອບຄົວ.
        ໃນແຕ່ລະປີ, ຕາມປົກກະຕິແລ້ວຈະແມ່ນວັນທີ 2 (ໄລ່ຕາມຈັນທະປະຕິທິນ), ທຸກຄົນຈະເລີ່ມພາກັນໄປຂໍຕົວໜັງສື. ຈາກຜູ້ອາຍຸສູງ ຕະຫຼອດຮອດໄວໜຸ່ມ, ນັກຮຽນ, ນັກສຶກສາ. ຫວ່າງມໍ່ໆມານີ້, ເລື່ອງຂໍຕົວໜັງສືໃນຍາມຕົ້ນລະດູບານໃໝ່ ໄດ້ກາຍເປັນຄວາມລື້ງເຄີຍຂອງໄວໜຸ່ມ, ສ້າງເປັນວັດທະນະທຳຫຼີ້ນຕົວໜັງສືແບບໃໝ່. ບັນດາຜູ້ທີ່ໄດ້ໃຫ້ຕົວໜັງສືແມ່ນນັກຮຽນຮູ້, ບັນດາຄູອາຈານທີ່ມີຊື່ສຽງ, ມີຄວາມຮູ້ຫຼາຍຢ່າງ, ຂຽນຕົວໜັງສືງາມ. ຜູ້ຂໍຕົວໜັງສືທັງປາດຖະໜາຢາກໄດ້ຮັບການປົກປ້ອງຈາກຜູ້ໃຫ້ຕົວໜັງສື, ທັງປາດຖະໜາຂໍໃຫ້ໄດ້ຕົວໜັງສືຖືກກັບຄວາມມຸ່ງມາດປາດຖະໜາສູ້ຊົນຂອງຄອບຄົວ, ຂອງຕົນເອງ. ທ່ານ ຫງວຽນວັນຄອຍ, ສັງກັດສະໂມສອນຕົວໜັງສືຫວຽດເດີມ ເຟືອງນາມ, ແບ່ງປັນວ່າ.
        “ຜູ້ຂຽນຕົວໜັງສື ແລະ ຜູ້ຮັບຕົວໜັງສື ທັງ 2 ຝ່າຍຕ້ອງມີຄວາມເຫັນດີເຫັນພ້ອມນຳກັນ. ທີ 1 ແມ່ນ ຈຸດວັດທະນະທຳໃນຮີດຄອງປະເພນີ. ທີ 2 ແມ່ນຕ້ອງເຄົາລົບຕົວໜັງສືເຊິ່ງເຮົາໄດ້ຮັບ. ພວກຂ້າພະເຈົ້າແມ່ນບັນດາຜູ້ຂຽນຕົວໜັງສື ຕ້ອງເຮັດແນວໃດເພື່ອໃຫ້ຕົວໜັງສືນັ້ນມີຄວາມໝາຍ, ມີຄວາມງາມທີ່ສຸດ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງຜູ້ຂໍຕົວໜັງສື”.
        ປະຈຸບັນ, ມີໄວໜຸ່ມຫຼາຍຄົນໄດ້ພາກັນໄປຂໍຕົວໜັງສື, ບາງເທື່ອກໍ່ຍ້ອນມັກມີສິ່ງທີ່ມີຄວາມໝາຍ ມາແຂວນໄວ້ໃນເຮືອນ, ເຖິງວ່າບໍ່ຮູ້ຄວາມໝາຍກ່ຽວກັບຕົວໜັງສືນັ້ນເປັນຄືແນວໃດກໍ່ຕາມ, ແຕ່ກໍ່ມີໄວໜຸ່ມຫຼາຍຄົນມີຄວາມເມົາມົວກັບວັດທະນະທຳທ່ີເປັນຮີດຄອງປະເພນີຂອງຊາດ, ດ້ວຍການຮຽນນຳຜູ້ເປັນແມ່, ແມ່ເຖົ້າ, ໄປນຳພໍ່ເຖົ້າເພື່ອໄປຊອກຫາບັນດາຮີດຄອງປະເພນີໃນເມື່ອກ່ອນ. ບໍ່ພຽງແຕ່ຂໍຕົວໜັງສື ເພື່ອຂໍຄວາມສະຫງົບສຸກໃຫ້ແກ່ຕົນເອງເທົ່ານັ້ນ, ແຕ່ກໍ່ມີຫຼາຍຄົນມາຂໍຕົວໜັງສືເພື່ອເປັນຂອງຂວັນມອບໃຫ້ຍາດຕິພີ່ນ້ອງຂອງຕົນອີກດ້ວຍ. ນ້ອງ ດິງຊວນລານ, ນັກສຶກສາສັງກັດສະຖາບັນຖະແຫຼງຂ່າວ ແລະ ໂຄສະນາ, ແບ່ງປັນວ່າ.
        “ມື້ນີ້ພວກນ້ອງມາສະຖານທີ່ແຫ່ງນີ້ເພື່ອຂໍຄຳກອນຄູ່ຂຽນດ້ວຍພາສາຫວຽດເດີມ ເພື່ອມອບໃຫ້ບັນດາຄູອາຈານໃນພະແນກ. ນ້ອງປາດຖະໜາ ແລະ ອວຍພອນໃຫ້ບັນດາຄູອາຈານຢູ່ໂຮງຮຽນນັບມື້ນັບມີສຸຂະພາບເຂັ້ມແຂງ, ສຸມຈິດສຸມໃຈຕໍ່ອາຊີບຂອງຕົນ ແລະ ສອນໃຫ້ພວກນ້ອງບັນດາຄວາມຮູ້ທີ່ມີປະໂຫຍດຫຼາຍຢ່າງ ເພື່ອໃຫ້ພວກນ້ອງກາຍເປັນພົນລະເມືອງທີ່ດີ ມີປະໂຫຍດຕໍ່ສັງຄົມ”.
        ເຖິງວ່າຈຸດປະສົງຂອງການຂໍຕົວໜັງສືແມ່ນຈະເປັນໃດກໍ່ຕາມ, ແຕ່ນັ້ນກໍ່ແມ່ນຄວາມງາມ ຊ່ວຍຟື້ນຟູຈຸດວັດທະນະທຳມະນຸດຂອງວັດທະນະທຳຫວຽດນາມ ທີ່ຖືກສູນຫາຍໄປ. ຮູບພາບຂອງຜູ້ໃຫ້ຕົວໜັງສືບໍ່ພຽງແຕ່ຢູ່ໃນພາບແຕ້ມ ຫຼື ພາບຖ່າຍເຊິ່ງໄດ້ພິມໃນບັດອວຍພອນເທົ່ານັ້ນ, ຫາກໃນປະຈຸບັນ ເມື່ອບຸນເຕັດວຽນມາພັດໄດ້ເຫັນບັນດາຜູ້ໃຫ້ຕົວໜັງສືມາເຕົ້າໂຮມກັນຢຕາມຖະໜົນສາຍຕ່າງໆໃນຊຸມວັນບຸນເຕັດ.
        ຕົວໜັງສືຫວຽດເດີມແຕ່ລະຕົວ, ຜູ້ຂຽນລ້ວນແຕ່ສະແດງໃຫ້ເຫັນຈິດວິນຍານ, ຄວາມເກັ່ງກ້າສາມາດ ແລະ ພູມປັນຍາຂອງຕົນ. ຜູ້ຂໍຕົວໜັງສືກໍ່ຕ້ອງມີມູມມອງຢ່າງເລິກເຊິ່ງ ຈຶ່ງເຫັນໄດ້ຄວາມງາມຂອງຕົວໜັງສືເຫຼົ່ານັ້ນ. ທ່ານ ຟ້າມວັນຄອຍ, ໃຫ້ຮູ້ວ່າ.
        “ຍາມຕົ້ນລະດູບານໃໝ່, ຂ້າພະເຈົ້າຈະຂຽນຕົວໜັງສືດ້ວຍຄຳວ່າ ສະດວກດີ. ມີຄວາມໝາຍວ່າເຮັດສິ່ງໃດກໍ່ມີຄວາມສະດວກດີ, ຜົວເມຍ, ເພື່ອນມິດສະຫາຍກໍ່ມີຄວາມຖືກຕ້ອງປອງດອງກັນ, ສັງຄົມສະດວກດີ”.
        ໃນເມື່ອກ່ອນ, ບັນດາຜູ້ຂໍຕົວໜັງສືປາດຖະໜາຢາກໄດ້ຮັບໂຊກຮັບໄຊຈາກຜູ້ໃຫ້ຕົວໜັງສື, ທັງປາດຖະໜາຂໍໄດ້ຕົວໜັງຖືກກັບຄວາມມຸ່ງມາດປາດຖະໜາສູ້ຊົນຂອງຄອບຄົວ, ຕົນເອງ. ປະຈຸບັນ, ໄວໜຸ່ມໄປຂໍຕົວໜັງສື ບາງເທື່ອພຽງແຕ່ແມ່ນຄວາມນິຍົມຢາກມີສິ່ງທີ່ມີຄວາມໝາຍມາແຂວນໄວ້ຢູ່ໃນເຮືອນເທົ່ານັ້ນ - ເຖິງຢ່າງໃດກໍ່ຕາມ, ນັ້ນກໍ່ແມ່ນຄວາມນິຍົມທີ່ດີງາມ, ຊ່ວຍຟື້ນຟູຈຸດວັດທະນະທຳມະນຸດໃນພື້ນຖານວັດທະນະທຳຫວຽດນາມ.
 (ແຫຼ່ງຄັດຈາກ VOV)