19/04/2018 09:18 GMT+7 Email Print Like 0

ຮັບປະກັນສິດພັດທະນາວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍ

      ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ພວມດຳເນີນໄປຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ຮ່າໂນ້ຍ ແມ່ນຕົວຢ່າງລະອຽດກ່ຽວກັບເລື່ອງ ຫວຽດນາມ ຖືເປັນສຳຄັນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ຂອງບັນດາເຜົ່າ ຫວຽດນາມ.
ເຖິງວ່າຈຳນວນປະຊາກອນກວມອັດຕາສ່ວນນ້ອຍກໍ່ຕາມ, ແຕ່ບັນດາຊົນເຜົ່າສ່ວນໜ້ອຍແມ່ນເລືອດເນື້ອເຊື້ອໄຂສ່ວນໜຶ່ງຂອງຊາດ ຫວຽດນາມ. ໃນທ່າອ່ຽງທີ່ປະເທດພວມເຊື່ອມໂຍງເຂົ້າກັບສາກົນ ແລະ ຫັນເປັນໂລກາພິວັດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ດຳເນີນໄປພ້ອມກັບນະໂຍບາຍອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ພ້ອມກັບເລື່ອງເອົາໃຈໃສ່ຕໍ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໃຫ້ພໍ່ແມ່ປະຊາຊົນ. ບົດຂຽນຂອງບັນນາທິການ ທູຮວາ ຮັບປະກັນສິດພັດທະນາວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍຢູ່ ຫວຽດນາມ”.

ພາບປະກອບ
      ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ພວມດຳເນີນໄປຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ຮ່າໂນ້ຍ ແມ່ນຕົວຢ່າງລະອຽດກ່ຽວກັບເລື່ອງ ຫວຽດນາມ ຖືເປັນສຳຄັນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ຂອງບັນດາເຜົ່າ ຫວຽດນາມ. ເຫດການດັ່ງກ່າວ ໄດ້ຈັດຕັ້ງປະຈຳປີນັບແຕ່ປີ 2010 ມາຮອດປັດຈຸບັນ ກໍ່ສະແດງໃຫ້ເຫັນວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໄດ້ຢັ້ງຢືນ ແລະ ອະນຸລັກຮັກສາ ວັດທະນະທຳຫລາຍຮູບຫລາຍແບບທີ່ເປັນມູນເຊື້ອຂອງຕົນໄວ້ດ້ວຍຕົນເອງ.
        ນະໂຍບາຍຖືເປັນສຳຄັນຄຸນຄ່າວັດທະນະທຳທີ່ເປັນມູນເຊືື້ອຂອງຊົນເຜົ່າສ່ວນໜ້ອຍ
        ເລື່ອງຖືເປັນສຳຄັນໃນການອະນຸລັກຮັກສາ, ການເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍລວມມີ: ພື້ນຖານວັນນະຄະດີ, ສິລະປະ, ພາສາປາກເວົ້າ, ພາສາຂຽນ, ຊຸດອາພອນປະຈຳເຜົ່າ, ງານບຸນປະເພນີ…ຊຶ່ງພັກກອມມູນິດ ຫວຽດນາມ ໄດ້ກຳນົດໄວ້ຢູ່ໃນໂຄງການສ້າງສາປະເທດຊາດໄລຍະຂ້າມຜ່ານກ້າວຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011), ໃນມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບ “ການກໍ່ສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ” ແລະ ໃນມະຕິເລກທີ 33-ມຕ/ສກ ຊຸດທີ 11 ກ່ຽວກັບ “ການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃຫ້ຍືນຍົງ” (ປີ 2014).
        ມາດຕາ 42 ລັດຖະທຳມະນູນ 2013 ກໍ່ກຳນົດວ່າ “ພົນລະເມືອງມີສິດກຳນົດຊົນເຜົ່າຂອງຕົນ, ນຳໃຊ້ພາສາແມ່, ເລືອກເຟັ້ນພາສາໃນການພົບປະ, ໂອ້ລົມ”. ກ່ອນໜ້ານັ້ນ, ມາດຕາ 7, ກົດໝາຍວ່າດ້ວຍການສຶກສາປີ 2005 ກໍ່ລະບຸແຈ້ງວ່າ “ລັດສ້າງເງື່ອນໄຂເພື່ອໃຫ້ຊົນເຜົ່າສ່ວນໜ້ອຍໄດ້ຮຽນພາສາປາກເວົ້າ, ພາສາຂຽນຂອງຊົນເຜົ່າຕົນ”. ບັນດາຂໍ້ກຳນົດດັ່ງກ່າວ ແມ່ນຮັບປະກັນໃຫ້ບັນດາເຜົ່າສ່ວນໜ້ອຍມີສິດເສລີໃນການຕັດສິນທີ່ມາຂອງຕົນເອງກໍ່ຄືສະແດງໃຫ້ເຫັນສິດນຳໃຊ້ພາສາປາກເວົ້າ, ພາສາຂຽນຂອງຊົນເຜົ່າ, ແມ່ນບັນດາບັນຫາຕົ້ນຕໍເພື່ອຢັ້ງຢືນສິດສະເໝີພາບຂອງບັນດາເຜົ່າສ່ວນໜ້ອຍໃນວົງຄະນະຍາດບັນດາເຜົ່າ ຫວຽດນາມ.
        ອະນຸລັກຮັກສາຕິດພັນກັບການພັດທະນາວັດທະນະທຳທີ່ເປັນມູນເຊື້ອບັນດາຊົນເຜົ່າສ່ວນໜ້ອຍ
        ແຜນຮ່າງ “ອະນຸລັກຮັກສາ, ພັດທະນາວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ຈົນຮອດປີ 2020”, ມາຮອດປັດຈຸບັນ ລັດຖະບານໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງ, ໃນນັ້ນ ສຸມໃສ່ເຂົ້າໃນການໃຫ້ບຸລິມະສິດພັດທະນາວັດທະນະທຳບັນດາເຜົ່າສ່ວນໜ້ອຍທີ່ມີຄົນໜ້ອຍທີ່ສຸດ, ບັນດາຊົນເຜົ່າບໍ່ມີເງື່ອນໄຂຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຂອງຊົນເຜົ່າຕົນດ້ວຍຕົນເອງ. ເພື່ອປະຕິບັດແຜນຮ່າງນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສຳເລັດການກວດກາ, ສະຖິຕິ ແລະ ໜູນຊ່ວຍຢ່າງຮີບດ່ວນ, ຍົກສູງກຳລັງຄວາມສາມາດຮັກສາພື້ນຖານວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍກ່ວາ 10.000 ຄົນດ້ວຍຕົນເອງ, ພິເສດແມ່ນ 10 ຊົນເຜົ່າລວມມີ: ເບີເຣົາ, ເຣີມຳ, ຊີລາ, ປູແປ໋ວ, ໂບ໋ອີ, ເອີດູ, ໂລໂລ, ໝາງ, ກົ໋ງ, ເກີລາວ.
        ໂດຍອີງໃສ່ແຜນຮ່າງດັ່ງກ່າວ, ບັນດາມູນເຊືື້ອວັດທະນະທຳອັນດີງາມ, ບັນດາພິທີກຳທີ່ເປັນເອກະລັກສະເພາະ, ບັນດາງານບຸນ, ການຂັບຮ້ອງເພງພື້ນເມືອງ, ວາດຟ້ອນ, ຊຸດອາພອນປະຈຳເຜົ່າ, ການລະຫຼິ້ນພື້ນເມືອງຫລາຍຢ່າງຂອງບັນດາເຜົ່າສ່ວນໜ້ອຍໄດ້ຮັບການຟື້ນຟູ, ໄດ້ສະແດງອອກ ຜ່ານບັນດາວັນບຸນວັດທະນະທຳຢູ່ທຸກເຂດພາກໃນທົ່ວປະເທດ. ບັນດາວັນບຸນວັດທະນະທຳເຂດຕາເວັນຕົກສ່ຽງເໜືອ, ຕາເວັນອອກສ່ຽງເໜືອ, ພາກກາງ, ພາກຕາເວັນອອກສ່ຽງໃຕ້, ວັນວັດທະນະທຳບັນດາເຜົ່າ ຫວຽດນາມ…ກໍ່ໄດ້ສ້າງກາລະໂອກາດໃຫ້ບັນດາເຜົ່າສ່ວນໜ້ອຍຍົກສູງຄວາມເອກອ້າງທະນົງໃຈ, ຄວາມເຄົາລົບຊົນເຜົ່າຕົນດ້ວຍຕົນເອງ, ຢັ້ງຢືນບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ ແລະ ນັ້ນກໍ່ແມ່ນວິທີໜຶ່ງເພື່ອຮັບປະກັນສິດວັດທະນະທຳທີ່ໄດ້ສັງເກດຈາກ ລວງເລິກ ແລະ ມີວັດທະນະທຳມະນຸດທີ່ສຸດ.
        ພ້ອມກັບເລື່ອງສ້າງເງື່ອນໄຂໃຫ້ວັດທະນະທຳບັນດາເຜົ່າສ່ວນໜ້ອຍໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ, ອຳນາດການປົກຄອງທຸກຂັ້ນກໍ່ຜັນຂະຫຍາຍບັນດາວຽກເຮັດງານທຳຢ່າງແທດຈິງ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າປັບປຸງ, ຍົກສູງຊີວິດທາງດ້ານວັດທະນະທຳ, ຈິດໃຈເທື່ອລະກ້າວ. ມາຮອດປັດຈຸບັນ, ກ່ວາ 90% ຄອບຄົວເຂດບັນດາເຜົ່າສ່ວນໜ້ອຍໄດ້ຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ ແລະ ກ່ວາ 80% ຈຳນວນຄອບຄົວໄດ້ເບິ່ງໂທລະພາບ. ບັນດາລາຍການກະຈາຍສຽງ, ໂທລະພາບໄດ້ອອກອາກາດຢ່າງເປີດກ້ວາງເຖິງບັນດາໝູ່ບ້ານຢູ່ເຂດຫ່າງໄກຊອກຫຼີກ ດ້ວຍພາສາ ຫວຽດ ແລະ ພາສາຊົນເຜົ່າ 26 ພາສາ.
        ວຽກງານສຶກສາ ແລະ ບຳລຸງສ້າງ, ຍົກສູງຄວາມຮູ້ໃຫ້ປະຊາຊົນຢູ່ເຂດທີ່ມີຊາວເຜົ່າສ່ວນໜ້ອຍດຳລົງຊີວິດເປັນຈຳນວນຫລວງຫລາຍ ກໍ່ໄດ້ຮັບຄວາມສົນໃຈຍູ້ແຮງ ແລະ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ. ລະບົບບັນດາໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ, ໂຮງຮຽນຊັ້ນສູງ, ໂຮງຮຽນສອນວິຊາຊີບ; ບັນດາຮູບແບບໂຮງຮຽນກິນນອນ, ໂຮງຮຽນເຄິ່ງກິນນອນ, ໂຮງຮຽນກຽມເຂົ້າມະຫາວິທະຍາໄລຊົນເຜົ່າຢູ່ເຂດມີຊາວເຜົ່າສ່ວນໜ້ອຍເປັນຈຳນວນຫລາຍ ລ້ວນແຕ່ໄດ້ຮັບການລົງທຶນກໍ່ສ້າງ. ແຕ່ປີ 2012, ມີຕາແສງບັນລຸໄດ້ມາດຕະຖານການສຶກສາຂັ້ນປະຖົມ 100%, ຫລາຍແຫ່ງບັນລຸໄດ້ມາດຕະຖານການສຶກສາຂັ້ນມັດທະຍົມຕອນຕົ້ນ, ເດັກນ້ອຍຊົນເຜົ່າສ່ວນໜ້ອຍໄດ້ໄປໂຮງຮຽນບັນລຸໄດ້ 95%.
        ໄປຄຽງຄູ່ກັບການຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອນັ້ນ, ລະບົບພາສາປາກເວົ້າ, ພາສາຂຽນຂອງບັນດາຊົນເຜົ່າສ່ວນໜ້ອຍກໍ່ແມ່ນບັນຫາໄດ້ໃຫ້ບຸລິມະສິດໃນນະໂຍບາຍການສຶກສາຂອງລັດ ຫວຽດນາມ. ແຕ່ປີ 2008, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຮ່ວມມືກັບອົງການ UNICEF ທົດລອງປະຕິບັດການສຶກສາ 2 ພາສາບົນພື້ນຖານພາສາແມ່ຢູ່ 3 ແຂວງ ລາວກາຍ, ຈາວິງ, ຢາລາຍ, ປະກອບສ່ວນສຳຄັນຫລຸດຜ່ອນອັດຕາສ່ວນນັກຮຽນປະຮຽນຢູ່ບັນດາທ້ອງຖິ່ນດັ່ງກ່າວ.
        ບັນດາຜົນງານໃນການຮັບປະກັນສິດພັດທະນາວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍແມ່ນບັນດາພະຍານຫຼັກຖານລະອຽດ ໃນການຮັບປະກັນ ແລະ ຊຸກຍູ້ສິດຂອງຊົນເຜົ່າສ່ວນໜ້ອຍເວົ້າສະເພາະ ແລະ ສິດທິມະນຸດເວົ້າລວມຢູ່ ຫວຽດນາມ./.
 (ແຫຼ່ງຄັດຈາກ VOV)