15/04/2016 09:57 GMT+7 Email Print Like 0

ຮສຈ.ດຣ.ໂຮ່ວັນຈ໋ີນ - ໃຊ້ຄວາມພະຍາຍາມຄົ້ນຄວ້າເຂດ ດິນທີ່ເຊື່ອມຄຸນ

ກິດຈະກຳຄົ້ນຄວ້າສັງລວມກ່ຽວກັບທາດແທ້ຂອງການພົວ ພັນລະຫວ່າງທໍລະນີ, ພືດສາຊາດ ແລະ ແຫຼ່ງນ້ຳຢູ່ທົ່ງພຽງ ແມ່ ນ້ຳກືວລອງ (ທົ່ງພຽງແມ່ນຳ້ຂອງ) ຂອງ ຮສຈ.ດຣ. ໂຮ່ວັນຈ໋ີນ ພ້ອມດ້ວຍທີມງານຕະຫຼອດ 40 ປີ ຜ່ານມາ ໄດ້ປະກອບສ່ວນສ້າງໃຫ້ມີອູ່ເຂົ້າທີ່ໃຫຍ່ທີ່ສຸດຢູ່ຫວຽດນາມ ຄືດັ່ງປັດຈຸບັນ.
ປີ 1983, ນັກວິທະຍາສາດຫຼາຍສິບຄົນຢູ່ນະຄອນໂຮ່ຈີມິນ ເຊິ່ງນຳໜ້າໂດຍນັກຄົ້ນຄວ້າທໍລະນີສາດໂຮ່ວັນຈ໋ີນ ແລະ ຫງວຽນຊິງຮຸຍ ທີ່ຂຶ້ນກັບສະຖາບັນພູມີສາດ-ຊັບພະຍາກອນນະຄອນໂຮ່ຈີມິນໄດ້ເດີນທາງໄປທົ່ງດົ່ງທາບເມື່ອຍ ຕັດສິນໃຈຄົ້ນຄວ້າວິທີການປູກເຂົ້າໃຫ້ໄດ້ເທິງດິນສົ້ມ, ບ່ອນທີ່ເອີ້ນວ່າ “ເຂດນຳ້ຖ້ວມຫລາຍສຸດ” ຂອງທົ່ງພຽງແມ່ນ້ຳກືວລອງ . ຊຶ່ງເປັນສິ່ງທີ່ກ່ອນຫນ້ານັ້ນນັກວິທະຍາສາດທັງຢູ່ພາຍໃນ  ແລະ ຕ່າງປະເທດຢືນຢັນວ່າ “ບ່ໍສາມາດ ປູກເຂົ້າໄດ້”.

ທ່ານຈີ໋ນຫວນຄືນເຖິງເມື່ອກ່ອນ, ມີບາງວັນຢ່າງຜ່ານທົ່ງຫຍ້າຮອດຄ່ຳເມື່ອຮອດເຮືອນແກ້ໂສ້ງອອກເຫັນຂາທັງສອງເບື້ອງບວມຊ້ຳ ຍ້ອນຖືກຫຍ້າບາດ ແລະ ໜາມຄູດ. ມີນັກຄົ້ນຄວ້າບາງຄົນເປັນພູມແພ້ ທົນບ່ໍໄດ້ເລີຍຈຳຕ້ອງ ກັບເມືອລະຫວ່າງທາງ.  ໃນເວລານັ້ນ, ຄຳເວົ້າທີ່ເປັນລັກ ສະນະກຳນົດທິດທາງຂອງຮອງປະທານສະພາລັດຖະມົນຕີ ຫວໍວັນກຽດແມ່ນ “ມີຊີວິດຮ່ວມກັບນ້ຳຖ້ວມ” ແລະ “ປ່ອຍນ້ຳຖ້ວມອອກໄປທາງທະເລຕາເວັນຕົກ” ເປັນພະລັງຊ່ວຍໃຫ້ທ່ານພ້ອມດ້ວຍທີມງານຕັດສິນຈັດຕັ້ງປະຕິບັດ.

ຮສຈ.ດຣ.ໂຮ່ວັນຈ໋ີນ, ສະຖາບັນພູມີສາດ-ຊັບພະຍາ ກອນນະຄອນໂຮ່ຈີມິນ. ພາບ:  ທົງຫາຍ.


ຮສຈ.ດຣ.ໂຮ່ວັນຈ໋ີນຄົ້ນຄວ້າເອກະສານຕ່າງໆ ກ່ອນຈະລົງ ສະໜາມ.  ພາບ: ທົງຫາຍ


ຮສຈ.ດຣ.ໂຮ່ວັນຈ໋ີນແລກປ່ຽນກັບນາຍົກ ຫວໍວັນກຽດ ໃນກອງປະຊຸມ. ພາບ: ເອກະສານ


ຮສຈ.ດຣ.ໂຮ່ວັນຈ໋ີນລົງພາກສະຫນາມຕົວຈິງຢູ່ເມືອງ ຫງອກຫຽນ ແຂວງກ່າ ເມົາ. ພາບ: ເອກະສານ


ຮສຈ.ດຣ.ໂຮ່ວັນຈ໋ີນໃນຖ້ຽວປະຕິບັດງານດ້ວຍເຮືອຈັກ cano ທີ່ເມືອງຫງອກຫຽນ ແຂວງກ່າເມົາ. ພາບ: ເອກະສານ


ຫນ່ວຍງານຄົ້ນຄວ້າຂອງ ຮສຈ.ດຣ.ໂຮ່ວັນຈ໋ີນລົງສະໜາມ ຢູ່ເຂດທົ່ງດົ່ງທາບເມື່ອຍ. ພາບ: ເອກະສານ


ຮສຈ.ດຣ.ໂຮ່ວັນຈ໋ີນ(ຜູ້ທີສອງ, ນັບແຕ່ຊ້າຍ)ໄປສຳຫຼວດຢູ່ ເຂດຈະຕຸລັດລອງຊວຽນ. ພາບ: ເອກະສານ


ຕົວຢ່າງດິນທີ່ເກັບກຳໄດ້ເພື່ອການຄົ້ນຄວ້າຖືກເກັບໄວ້ ທີ່ສະຖາບັນພູມີສາດ-ຊັບພະຍາກອນນະຄອນໂຮ່ຈີມິນ.  ພາບ: ເອກະສານ 

ອີງໃສ່ຜົນການວິໃຈຕົວຈິງ, ທີມງານໄດ້ສະຫຼຸບສັງລວມ ແລະ ສ້າງເປັນແຜນງານຄົ້ນຄວ້າຂຸດຄົ້ນທົ່ງດົ່ງທາບເມື່ອຍ ແລະ ວາງອອກໃຫ້ປະຊາຊົນໄດ້ຊາບວ່າຢູ່ ເຂດໃດປູກຕົ້ນ ໄມ້ຫຍັງ, ລ້ຽງສັດໃດໃຫ້ເໝາະສົມສອດຄ່ອງກວ່າ. ໃນນັ້ນ, ການນຳສະເຫນີກ່ໍສ້າງລະບົບຄອງເໝືອງປ່ອຍນ້ຳຖ້ວມອອກ ແລະຫຼັ່ງນຳ້ເຂົ້າລ້າງທາດສົ້ມ ແມ່ນມີບົດບາດສຳຄັນທີ່ສຸດໃນການຜະລິດກະສິກຳ.

ຍ້ອນວ່າມີການປະກອບສ່ວນອັນສຳຄັນນີ້ໄດ້ຫັນທົ່ງດົ່ງທາບ ເມື່ອຍ ຈາກບ່ອນທີ່ເປັນເຂດດິນ ຮົກເຮື້ອຫວ່າງເປົ່າໃນເມື່ອ ກ່ອນ ໄດ້ກາຍເປັນອູ່ເຂົ້າອັນໃຫຍ່ຫຼວງຂອງທົ່ວປະເທດ ດ້ວຍປະລິມານການຜະລິດເຂົ້າບັນລຸ 3,5 ລ້ານໂຕນ/ປີ (ຕົວເລກສະຖິຕິປີ 2014). ຜ່ານຜົນການຄົ້ນຄວ້າວິທະຍາ ສາດ ແລະ ໄດ້ຮັບການໝູນໃຊ້ໃນພາກຕົວຈິງ, ບັນດານັກ ວິທະຍາສາດຕ່າງກໍດີອົກດີໃຈ. ຮສຈ.ດຣ.ໂຮ່ວັນຈ໋ີນປາບ ປຶ້ມໃຈເວົ້າວ່າ: “ການຄົ້ນຄວ້າ ຂອງພວກຂ້າພະເຈົ້າແມ່ນ ມີລັກສະນະຕົວຈິງ ແລະ ຖືກຕ້ອງບ່ໍພຽງແຕ່ຢູ່ໃນໄລຍະ ເວລານີ້ເທ່ົານັ້ນຫາກຍັງຕື່ມອີກຈັກ 10 ປີ ຫລື 20 ປີຂ້າງ ໜ້າກໍຍັງຖືກຕ້ອງເຫມາະສົມຢູ່”.

ເຊື່ອມຕ່ໍຜົນສຳເລັດດັ່ງກ່າວ, ຮສຈ.ດຣ.ໂຮ່ວັນຈ໋ີນ ຍັງສືບຕໍ່ປະຕິບັດແຜນງານ ຄົ້ນຄວ້າ “ບັນຊານ້ຳຖ້ວມຢູ່ເຂດຈະ ຕຸລັດ ລອງຊວຽນ ແລະ ລະບາຍນ້ຳຖ້ວມອອກສູ່ ທະເລ ຕາເວັນຕົກ”. ພາຍຫຼັງ 3 ປີຈັດຕັ້ງປະຕິບັດ 1997-1999, ເຂດຈະຕູ ລັດລອງຊວຽນທີ່ຖືກນ້ຳຖ້ວມເປັນປະຈຳ ໄດ້ກາຍ ເປັນທົ່ງນາ ຂຽວງາມກວ້າງໃຫຍ່ໄພສານ, ປະຊາກອນທຳມາຫາກິນນັບມື້ຫລາຍຂຶ້ນ ແລະ ມີຄວາມສະຫງົບສຸກ.

ສືບຕ່ໍໃຊ້ຄວາມພະຍາຍາມຄົ້ນຄວ້າ ເຂດດິນເຊື່ອມ ຄຸນນະ ພາບຢູ່ຫຼາຍແຫ່ງ, ຮສຈ.ດຣ.ໂຮ່ວັນຈ໋ີນ ຍັງປະຕິບັດການ ຄົ້ນຄວ້າຢູ່ຫຼາຍທ້ອງຖິ່ນຄື: ແຂວງກ່າເມົາ, ບິ່ງຖ້ວນ, ກວາງ ບິ່ງ, ກວາງຈີ້, ເທ່ືອທຽນເຫວ້…  ແລະ ຜົນການຄົ້ນຄວ້າ ເຫຼົ່ານັ້ນໄດ້ເຮັດໃຫ້ໄດ້ຮັບ ໝາກຜົນທີ່ເປັນຮູບປະທຳ ໃຫ້ແກ່ ທ້ອງຖິ່ນແຕ່ລະແຫ່ງໃນການກຳນົດແຜນ, ກໍ່ສ້າງ ແລະ ພັດ ທະນາພື້ນຖານກະສິກຳທີ່ເປັນສັນຍະລັກສະເພາະ.

ຮສຈ.ດຣ.ໂຮ່ວັນຈ໋ີນໄດ້ເຕົ້າໂຮມນັກວິທະຍາສາດຫຼາຍຄົນ ຈາກບັນດາພາກສ່ວນຕ່າງກັນຄື:  ຫງວຽນຊິງຮຸຍ(ສະຖາບັນ ພູມີສາດ-ຊັບພະຍາກອນ), ຫງວຽນເຕີ໋ນດັກ (ສະຖາບັນກົນ ຈັກປະຍຸກ), ກາວເຕີດຖ້ວນ(ສະຖາບັນສຳຫຼວດແຜນຜັງ ຊົນລະກະເສດພາກໃຕ້), ຫງວຽນດິ່ງເຟືອກ(ອະດີດ ຮອງ ຜູ້ອຳນວຍການສະຖານີອຸຕຸນິຍົມອຸທົກກະສາດ ພາກໃຕ້)… ສ້າງເປັນທີມງານໜຶ່ງ. ພວກເຂົາເຈົ້າໄດ້ພ້ອມກັນລົງທົ່ງດົ່ງ ທາບເມື່ອຍ ແລະ ລົງສູ່ເຂດຈະຕຸລັດລອງຊວຽນ ພ້ອມກັນນອນ, ພ້ອມກັນກິນ ແລະ ພ້ອມກັນຄົ້ນຄ້ວາຕົວຈິງຢູ່ພາກສະຫນາມເພື່ອຊອກຫາໃຫ້ໄດ້ຜົນການຄົ້ນຄວ້າທີ່ຄົບ ຊຸດ ແລະ ໂດຍສັງເຂບທີ່ສຸດ. 

ບົດ:  ເຊີນເງ້ຍ  - ພາບ:  ທົງຫາຍ ແລະ ເອກະສານ 

ບັນດາບົດທີ່ຖືກນຳສະເໜີ