25/02/2018 16:20 GMT+7 Email Print Like 0

ອາຊີບ ເຮັດກະລໍ ຢູ່ ເຖີ່ນກິງ

ປະສານກັບສຽງຝົນ ຕົກຢ່າງແຮງ ໃສ່ຫຼັງຄາມຸງດ້ວຍສັງກະສີ ແມ່ນສຽງຄວັດເຈາະ ແລະ ບາງຄັ້ງຄາວແມ່ນສຽງ “ກ໋ອກ ກ໋ອກ” ຂອງກະລໍ ດັງຂຶ້ນຢ່າງສະໝໍ່າສະເໝີ ທ່າມກາງ ບັນຍາ ກາດທີ່ງຽບສະຫງົບ ຢູ່ຮ່ອມບ້ານນ້ອຍໆ ແຫ່ງໜຶ່ງ ຕັ້ງຢູ່ ເທິງ ເຂດໂນນພູ ທີ່ຫ່າງໄກພໍຄວນ ຂອງບ້ານ ຊວນຖຸຍ, ນະຄອນ ເຫວ້. ນັ້ນແມ່ນໝູ່ບ້ານອາຊີບ ເຮັດກະລໍ ຂອງ ເຂດດິນ ເຖີ່ນ ກິງ (ຊື່ເອີ້ນ ຂອງ ນະຄອນ ເຫວ້).
ນະຄອນເຫວ້ໃນຍາມລະດູຝົນ ມີຄວາມຫງ່ວມເຫງົາຫຼາຍ. ທ້ອງຟ້າ, ຖະໜົນຫົນທາງ, ຕົ້ນໄມ້ໃບຫຍ້າ...  ບໍ່ວ່າຢູ່ໃສກໍ ເປັນ ສີໝົ່ນໝອງ ແລະ ປຽກຊຸ່ມ. ຄິດວ່າ ຈະ ບໍ່ໄປໃສ ແຕ່ຄິດ ໄປຄິດມາ ຂ້າພະເຈົ້າ ຊຳ້ພັດ ນຸ່ງເສື້ອກັນຝົນ, ຈູງລົດຕິດຈັກ ແລ່ນຜ່ານຂົວ ເຈື່ອງຕ່ຽນ, ເຂົ້າຖະໜົນ ດຽນບຽນ ຝູ ແລ້ວລ້ຽວ ຂວາ ເຂົ້າຖະໜົນ ເລໂງກາດ ແລະ ມຸ່ງສູ່ ທິດ ສຸສານ ຕື້ດຶກ. ແລ່ນລົດ ວົນໄປວຽນມາຢູ່ຄາວໜຶ່ງ, ຂ້າມທາງຄ້ອຍ, ບາງເຂດ ສວນ ທີ່ກວ້າງໃຫຍ່ ແລະ ຫວ່າງເປົ່າຫງຽບເຫງົາ ໃນຍາມຝົນ ຕົກ, ໃນທີສຸດ ຂ້າພະເຈົ້າກໍ ຊອກເຫັນເຖິງ ໝູ່ບ້ານເຮັດກະລໍ ຂອງ ບ້ານ ຊວນຖຸຍ.

ທາງໄປມາຫວ່າງເປົ່າງຽບເຫງົາ ບໍ່ເຫັນຈັກຄົນ. ພວມກະວົນ ກະວາຍ ບໍ່ຮູ້ຈະຖາມໃຜ, ທັນໃດ ກໍໄດ້ຍິນສຽງ ຄວັດເຈາະ, ແລ້ວສຽງດັງ “ກ໋ອກກ໋ອກ” ຂອງ ກະລໍດັງຂຶ້ນມາ. ຂ້າພະເຈົ້າ ຫຼຽວ ເບິ່ງອ້ອມຂ້າງ ຈຶ່ງພົບເຫັນ ໂຮງຜະລິດນ້ອຍ ແຫ່ງໜຶ່ງ ຕັ້ງລີ້ຊ່ອນ ໃນເຂດສວນທີ່ເຕັມແຕ່ໃບໄມ້ຂຽວ ອຸ່ມທຸ່ມ. ຈູງລົດ ເຂົ້າຮ່ອມບ້ານ, ຂ້າພະເຈົ້າພົບກັບ ບັນດານາຍຊ່າງ 4-5 ຄົນ ກຳ ລັງເຮັດກະລໍ, ເມື່ອຖາມຂ່າວຈຶ່ງຮູ້ວ່າ ນີ້ແມ່ນ ເຮືອນ ຂອງ ພໍ່ຕູ້ ຟ້າມຫງອກຢື, ຊຶ່ງເປັນຄອບຄົວມີສາມຮຸ່ນ ຄົນ ທີ່ຜະລິດ ກະລໍ ທີ່ມີຊື່ສຽງ ຢູ່ນະຄອນເຫວ້ ແຫ່ງນີ້.



ໄມ້ມີ້, ພິເສດແມ່ນປະເພດໄມ້ມີ້ ປູກຢູ່ ເຫວ້ ແມ່ນ ເໝາະ ສົມ ທີສຸດ ກັບການເຮັດກະລໍ. ພາບ: ແທງຮ່ວາ


ເພື່ອສ້າງຮູບຊົງເບື້ອງຕົ້ນ ເຮັດກະລໍໜ່ວຍໜຶ່ງ ທີ່ມີເສັ້ນຜ່າ ກາງ ກວ່າ 1 ແມັດ, ອ້າຍ ຟ້າມຫງອກດຶກ (ຫຼານຄີງຂອງພໍ່ຕູ້ ຟ້າມຫງອກຢື)
ຕ້ອງໃຊ້ເລື່ອຍທີ່ເຄີຍໃຊ້ ເພື່ອການຕັດຕົ້ນ ໄມ້ ຂອງ ຊ່າງໄມ້. ພາບ: ແທງຮ່ວາ



ສີ່ວແມ່ນປະເພດເຄື່ອງມື ທີ່ງ່າຍ, ແຕ່ບໍ່ສາມາດຂາດໄດ້ ຂອງ ຄົນເຮັດກະລໍ. ພາບ: ແທງຮ່ວາ


ຊຸດເຄື່ອງມືຂອງຄົນເຮັດ ກະລໍ. ພາບ: ແທງຮ່ວາ


ສີ່ວໜ່ວຍນີ້ແມ່ນ ເຄື່ອງມືສ້າງເຕົ້າຂະຫຍາຍສຽງຂອງກະລໍ. ພາບ: ແທງຮ່ວາ

ອາດເປັນຍ້ອນໃກ້ຈະເຂົ້າ ບຸນເຕັດ, ຄວາມຕ້ອງ ການ ສິນຄ້າ ຫຼາຍ ເພາະສະນັ້ນ ໃຜໆ ກໍກົ້ມໜ້າກົ້ມຕາເຮັດວຽກ, ຢູ່ທາງ ໃນເຮືືອນ ແລະ ຢູ່ນອກລະບຽງ ຕ່າງກໍມີກະລໍທຸກຂະໜາດ ຖືກຈັດວາງ ຢ່າງເດຍລະດາດ, ຂີ້ເລື່ອຍ, ສິ່ງເສດເຫຼືອ ຈາກ ເສດໄມ້ ມີຢູ່ທຸກຈອກທຸກແຈ. ບໍ່ຢາກລົບກວນ ຕັດຕອນ ວຽກ ງານຂອງເຂົາ, ຫຼັງຈາກສະແດງ ຄວາມຂຳ່ນັບ ແລະ ຂໍອະນຸ ຍາດ ຈາກຜູ້ເປັນເຈົ້າຂອງ, ຂ້າພະເຈົ້າ ຈຶ່ງຊົມເບິ່ງ ສັງເກດ ດ້ວຍຕົນເອງ ແລະ ຍິ່ງຊອກຮູ້ ຂ້າພະເຈົ້າ ຍິ່ງພົບເຫັນ ຫຼາຍ ສິ່ງ ຫຼາຍຢ່າງທີ່ໜ້າດຶງດູດຈັບໃຈ ກ່ຽວກັບອາຊີບທີ່ແປກໆ ຊຶ່ງ ຂ້າພະເຈົ້າໄດ້ເຫັນກັບຕາ ເປັນເທື່ອ ທຳອິດ ນີ້.

ອ້າຍ ຟ້າມຫງອກຟຸກ, ອາຍຸ 30 ປີ ຜູ້ເປັນຫຼານ ຂອງພໍ່ຕູ້ ຟ້າມ ຫງອກຢື ໃຫ້ຮູ້ວ່າ ອາຊີບຄວັດເຈາະກະລໍ ປະກົດມີຢູ່ ບ້ານ ຊວນຖຸຍ ເປັນດົນນານມາແລ້ວ. ສະເພາະຢູ່ຄອບຄົວ ຂອງ ເພິ່ນເອງ, ແຕ່ປາງກ່ອນ ພໍ່ຕູ້ລາວໄດ້ເຮັດອາຊີບນີ້ ແລະ ຖ່າຍ ທອດ ໃຫ້ແກ່ ພໍ່ລາວ, ພາຍຫຼັງມາ ພໍ່ລາວ ຖ່າຍທອດໃຫ້ 3 ອ້າຍນ້ອງ ຟຸກ. ຕາມອ້າຍ ຟຸກແລ້ວ, ອາຊີບນີ້ ມີຈຸດພິເສດທີ ສຸດ, ນັ້ນແມ່ນບໍ່ຄ່ອຍຖ່າຍທອດໃຫ້ຄົນພາຍນອກ, ດ້ວຍເຫດ ນັ້ນ ອ້ອມໄປອ້ອມມາ ມີແຕ່ 3 ອ້າຍນ້ອງ ຟຸກ ແລະ ອີກສອງ ສາມຄົນ ໃນວົງຕະກຸນດຽວກັນ ບອກສອນກັນ ເຮັດອາຊີບນີ້.

ແຕ່ໃດໆ ມາ ມີບໍ່ຫຼາຍຄົນສ້າງຮ່ັງຄຸນມີ ຈາກການເຮັດກະລໍ ແຕ່ກໍບໍ່ມີຄົນທຸກ, ເບິ່ງລວມແລ້ວແມ່ນພໍຢູ່ພໍກິນ. ເຫວ້ ໄດ້ຮັບ ຖືວ່າ ເປັນເຂດແຄ້ວນດິນແດນ ຂອງ ພະພຸດທະເຈົ້າ, ມີ ວັດ ວາອາຮາມຫຼາຍແຫ່ງ ແລະ ເກືອບວ່າຄອບຄົວໃດໆ ກໍມີ ແທ່ນ ບູຊາ ພະພຸດທະເຈົ້າ, ເພາະສະນັ້ນ ອາຊີບຜະລິດ ກະລໍ ກໍໄດ້ ຮັບຄວາມນິຄົມ ບໍ່ຫຼາຍກໍໜ້ອຍ. ປະຈຸບັນ, ກະລໍ ຂອງບ້ານ ຊວນຖຸຍ ມີຊື່ສຽງໂດ່ງດັງໄປທ່ົວປະເທດ, ມີວັດ ຫຼາຍແຫ່ງຢູ່ ພາກເໜືອ ແລະ ພາກໃຕ້ຫວຽດນາມ ຍິນຊື່ສຽງ ໄດ້ມາສັ່ງ ສິນ ຄ້າ, ບາງຄັ້ງຄາວ ຜະລິດຕະພັນກະລໍ ກໍໄດ້ຮັບ ການສົ່ງອອກ ໄປຍັງປະເທດຖືສາສະໜາພຸດ ຈຳນວນໜຶ່ງເຊັ່ນ: ລາວ, ໄທ, ກຳປູເຈຍ, ສປ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ..., ມີທັງພີ່ ນ້ອງ ຊາວພຸດ ທີ່ອາໄສຢູ່ ບັນດາປະເທດ ອີລົບ ກໍສັ່ງຊື້.

ອາຊີບເຮັດ ກະລໍ ຖ້າເບິ່ງແບບເຜີນໆກໍຄິດວ່າງ່າຍດາຍຫຼາຍ, ແຕ່ຕົວຈິງແມ່ນຍາກທີສຸດ, ຍ້ອນມັນຕ້ອງມີເຄັດລັບ ສະເພາະ ຕ່າງຫາກ ທີ່ໄດ້ສືບສານ ຜ່ານຫຼາຍເຊັ່ນຄົນ ໃນວົງຕະກຸນ. ການເລືອກເຟັ້ນໄມ້ກໍມີຈຸດພິເສດ ຍ້ອນໃນຮ້ອຍໆ ຊະນິດໄມ້ ເກືອບ ວ່າມີແຕ່ໄມ້ມີ້ ຈຶ່ງເຮັດກະລໍໄດ້ ຍ້ອນໄມ້ມີ້ ເຮັດກະລໍ ໃຫ້ສຽງ ມ່ວນ ທັງມີສີເຫຼືອງ ພໍເໝາະກັບສີຂອງສາສະໜາພຸດ.

ເພື່ອເຮັດກະລໍ ໜ່ວຍໜຶ່ງທີ່ສວຍງາມ ແລະ ມີສຽງມ່ວນ, ນາຍ ຊ່າງຕ້ອງເອົາໃຈໃສ່ຢ່າງຮອບຄອບ ແຕ່ຂອດ ການເລືອກໄມ້, ຄວັດເຈາະຮູບຊົງເບື້ອງຕົ້ນ, ຄວັດລາຍລະອຽດ, ທາສີ, ອົບ ແຫ້ງ...ແລະ ສຳຄັນທີສຸດແມ່ນການຄວັດເຈາະເຕົ້າ ຂະຫຍາຍ ສຽງ. ນີ້ຖືວ່າເປັນເຄັດລັບສະເພາະ ຂອງ ນາຍຊ່າງ ກໍຄື ຂອງ ແຕ່ລະຄອບຄົວ.

ອ້າຍ ຟຸກ ໃຫ້ຮູ້ຕື່ມວ່າ ບໍ່ມີປຶ້ມຫຼັກສູດໃດໆ ສອນກ່ຽວກັບ ວິທີ ເຈາະກະລໍ, ທັງໝົດແມ່ນອີງໃສ່ຄູ່ມື ແລະ ຄວາມຊຳນານງານ ຂອງຜູ້ເປັນນາຍຊ່າງ. ເພື່ອເຈາະເຕົ້າ ຂະຫຍາຍສຽງ, ນາຍ ຊ່າງ ຕ້ອງໃຊ້ສິ່ວ ທີ່ມີຮູບຮາງລິນ, ບາງເທື່ອ ຍາວເຖິງໜຶ່ງ ແມັດ ແລ້ວເຈາະງົມ ເທື່ອລະໜ້ອຍເຂົ້າໃນ ທ່ອນໄມ້. ເນື່ອງ ຈາກການເຈາະງົມ ບໍ່ເຫັນແຈ້ງທາງໃນ ເພາະສະນັ້ນ ທັງໝົດ ແມ່ນຂຶ້ນກັບ ຄວາມຊຳນານ ແລະ ປະສົບການ ຂອງ ຜູ້ເປັນ ນາຍຊ່າງ. ເຂົົາເຈົ້າຕ້ອງເດົາເອົາ ຄວາມເລິກ ຕື້ນ, ໜາ ບາງ ຫຼືວ່າ ແຂງ ອ່ອນ ຂອງໄມ້, ຊຳ້ບໍ່ໜຳ ຕ້ອງອີງໃສ່ ນຳ້ສຽງ, ຄວາມຮູ້ສຶກຂອງຄູ່ມື ຜ່ານການເຈາະແຕ່ລະຄັ້ງ ເພື່ອຊັ່ງ ຊາ, ຄິດໄລ່ໃຫ້ຊັດເຈນ. ທັງໝົດບໍ່ໄປຕາມມາດຖານ ຫຼື ຕົວ ແບບ ໃດໆ ແຕ່ຮຽກຮ້ອງຄວາມຊັດເຈນ ແລະ ສົມບູນແບບ, ຍ້ອນ ວ່າ ຖ້າເຈາະບໍ່ເຖິງ, ກະລໍໜາ ເມື່ອເຄາະໃສ່ ຈະບໍ່ ອອກ ສຽງ, ສ່ວນເຈາະບາງເກີນໄປ ກະລໍຈະມີສຽງບໍ່ມ່ວນ ຂີນຫູ.

ຍ້ອນເຕັກນິກການເຈາະເຕົ້າຂະຫຍາຍສຽງ ກະລໍ ສຸດທີ່ຍາກ, ເພາະສະນັ້ນ ຈຳນວນຄົນເຮັດໄດ້ຂັ້ນຕອນນີ້ ມີພຽງບໍ່ເທົ່າໃດ ຄົນ. ຍ້ອນແນວນັ້ນ ມາຮອດປັດຈຸບັນ ມີຮາກຖານການຜະລິດ ກະລໍ ຫຼາຍແຫ່ງ ເຮັດດ້ວຍຈັກຕັດCNC ສາມາດສ້າງ ຮູບຊົງ ກະລໍ ສຳເລັດຮູບ ທັງໄວ ທັງງາມ, ແຕ່ເມື່ອຮອດ ຂັ້ນ ຕອນ ເຈາະ ເຕົ້າຂະຫຍາຍສຽງ ກໍຕ້ອງນຳມາອາໄສ ໂຮງຜະລິດ ຂອງ ນາຍຊ່າງຜູ້ມີສີມືດີ ຄືບັນດາຜູ້ຄົນຢູ່ໃນ ຄອບຄົວຂອງ ພໍ່ຕູ້ ຟ້າມຫງອກຢື.



ບັນດາຜະລິດຕະພັນ ກະລໍ ເຄິ່ງສຳເລັດຮູບ ໄດ້ຖາກດ້ວຍມື ແຕ່ມີຂະໜາດ ແລະ ຮູບຊົງສະໝໍ່າສະເໝີກັນພໍຄວນ... ພາບ: ແທງຮ່ວາ


... ແລະ ໄດ້ເຮັດຈາກໄມ້ມີ້ ຊະນິດດີໆ, ມີສີເຫຼືອງປະສົມ ແດງ ເຂັ້ມ. ພາບ: ແທງຮ່ວາ


ຍ້ອນກະລໍ ມີຂະໜາດບໍ່ຄືກັນ ດັ່ງນັ້ນ ທຸກລວດລາຍ ປະດັບ ປະດາຢູ່ເທິງ ກະລໍ ຕ່າງກໍໄດ້ແຕ້ມດ້ວຍມື ແລ້ວຈຶ່ງ ທຳການ ຄວັດ ເຈາະ
ບໍ່ໄປຕາມຕົວແບບທີ່ແນ່ນອນໃດໆ. ພາບ: ແທງຮ່ວາ



ຍ້ອນກະລໍ ມີຮູບວົງກົມ ມັກກິ້ງງ່າຍ ດັ່ງນັ້ນ ເວລາຄວັດເຈາະ ກະລໍ ນາຍຊ່າງ ຕ້ອງນັ່ງທ່າ ກ້ຽວຂາກອດເອົາກະລໍ. ພາບ: ແທງຮ່ວາ


ເຖິງວ່າ ອາຍຸຍັງໜຸ່ມ ແຕ່ ອ້າຍ ຟ້າມຫງອກໂຣ (ຫຼານຄີງຂອງ ພໍ່ຕູ້ ຟ້າມຫງອກຢື) ໄດ້ມີເຕັກນິກຢ່າງສູງ ໃນການຄວັດເຈາະ,
ປະດັບປະດາ ກະລໍ. ພາບ: ແທງຮ່ວາ



ຄວາມງາມຂອງກະລໍ ຂຶ້ນກັບສີມືຂອງຜູ້ເປັນນາຍຊ່າງ. ພາບ: ແທງຮ່ວາ


ອ້າຍ ຟ້າມຫງອກຟຸກ ວັດແດກ, ຄິດໄລ່ ຢ່າງຮອບຄອບ ທີ່ຕັ້ງ ຈຸດຜ່າເຕົ້າຂະຫຍາຍສຽງ ຂອງກະລໍ.  ພາບ: ແທງຮ່ວາ


ຄວາມກວ້າງ, ແຄບ ໃນເຕັກນິກຜ່າເຕົ້າຂະຫຍາຍສຽງ ຈະ ເປັນ ປັດໃຈຕັດສິນ ເຖິງນຳ້ສຽງຂອງກະລໍ ວ່າຈະມ່ວນ ຫຼື ບໍ. ພາບ: ແທງຮ່ວາ


ໃນເວລາເຈາະເຕົ້າຂະຫຍາຍສຽງ, ໂຄມໄຟນ້ອຍໆ  ແລະ ແສງໄຟອ່ອນ ແມ່ນແສງສະຫວ່າງໜຶ່ງດຽວ ສາມາດຊ່ວຍໃຫ້
ອ້າຍ ຟ້າມຫງອກແທງຫາຍ (ຫຼານຄີງຂອງພໍ່ຕູ້ ຟ້າມຫງອກຢື) ມອງໄດ້ສ່ວນໃດໜຶ່ງຢູ່ທາງໃນກະລໍ ຜ່ານຮູນ້ອຍມີເສັ້ນ ຜ່າກາງ
ພຽງສອງສາມຊັງຕີແມັດ, ຖ້າຢາກເບິ່ງແຈ້ງກວ່າ ລາວຈະ ຕ້ອງຖອນປາຍສີ່ວອອກນອກ.  ພາບ: ແທງຮ່ວາ



ໃນວັດທະນະທຳພຸດທະສາສະໜາ, ລະຄັງ ແລະ ກະລໍ ແມ່ນ ເຄື່ອງດົນຕີຕົ້ນຕໍ ເພື່ອຮັກສາຈັງຫວະຂອງຄົນສວດມົນ, ສວດ ມົນໄວ
ຈັງຫວະກະລໍຈະໄວ, ສວດມົນຊ້າ ຈັງຫວະກະ ລໍຈະ ຊ້າ. ພາບ: ແທງຮ່ວາ

ອ້າຍ ຟຸກ ນຳຂ້າພະເຈົ້າ ເຂົ້າຫ້ອງບູຊາ ພ້ອມເອົາກະລໍ ທີ່ຫາ ກໍເຮັດສຳເລັດ ມາເຄາະ. ອີກຄັ້ງໜ່ຶງໃນວັນນີ້ ຂ້າພະເຈົ້າໄດ້ ຮັບຟັງສຽງກະລໍ ໃນລະຫວ່າງ ບັນຍາກາດ ຂອງສຽງຝົນຕົກ ເໝືອນດັ່ງ ເຕືອນໃຫ້ ຄົນທັງຫຼາຍຮູ້ ກ່ຽວກັບ ການຄົງຕົວ ຂອງ ໝູ່ບ້ານອາຊີບ ມີໜຶ່ງ ບໍ່ມີສອງ ຢູ່ນະຄອນເຫວ້ ແຫ່ງນີ້. 
 
ບົດ ແລະ ພາບ: ແທງຮ່ວາ
ບັນດາບົດທີ່ຖືກນຳສະເໜີ