04/08/2019 12:35 GMT+7 Email Print Like 0

ອາຊີບໃສ່ມອງຢູ່ທະເລ ຫວຸ໊ງເຕົ່າ

ຍ່າງຫຼິ້ນຕາມຫາດຊາຍທະເລ ຫວຸ໊ງເຕົ່າ, ນັກທ່ອງທ່ຽວຈະຮູ້ ສຶກ ປະທັບໃຈກັບຕູບຫຼາຍຫຼັງ ທີ່ຊາວປະມົງ ຕັ້ງຂຶ້ນ ຫ່າງຈາກ ຊາຍຝັ່ງທະເລ ປະມານ 1 ກິໂລແມັດ ເພື່ອທຳອາຊີບໃສ່ມອງ. ພວກ ຂ້າພະເຈົ້າໄດ້ອອກໄປທະເລ ນຳຊາວປະມົງ ເພື່ອຊອກ ຮູ້ ກ່ຽວກັບອາຊີບໃສ່ມອງ ທີ່ໜ້າຈັບໃຈດັ່ງກ່າວ. 
ອອກໄປຍັງເຂດໃສ່ມອງນຳອ້າຍ ຫງວຽນວັນບັ່ງ, ເຮືອພາ ພວກຂ້າພະເຈົ້າເຂົ້າໃກ້ກັບຮ້ານສະເພາະໃສ່ມອງ. ປາກົດ ຂຶ້ນຢູ່ຕໍ່ໜ້າພວກຂ້າພະເຈົ້າແມ່ນເສົາເປຕົງໃຫຍ່ຄືເສົາເຮືອນ ຫຼາຍເສົາ ແລະ ໄດ້ສັກລົງພື້ນທະເລຢ່າງແໜ້ນໜາ. ເສົາເບຕົງ ດັ່ງກ່າວ ໄດ້ຕໍ່ເຂົ້າກັນດ້ວຍເຊືອກຫຼາຍເສັ້ນ ແລະ ໄດ້ລ້ອມ ດ້ວຍມອງ. ອ້າຍ ບັ່ງ ໃຫ້ຮູ້ວ່າ: “ຄອບຄົວຂ້າພະເຈົ້າມີມູນເຊື້ອ ທຳອາຊີບເປັນຊາວປະມົງ. ປີ 1968, ເມື່ອ ເຫັນຊາວທ້ອງຖິ່ນ ຫຼາຍຄົນ ໄດ້ທຳອາຊີບໃສ່ມອງ, ພໍ່ຂອງຂ້າພະເຈົ້າກໍ່ເລີຍ ເຮັດ ໄປນຳ”. ປັດຈຸບັນ, ອ້າຍ ບັ່ງ ມີຮ້ານສະເພາະໃສ່ມອງ 3 ຮ້ານ, ມີກຳມະກອນ 18 ຄົນ ແລະ ເຮືອຂົນສົ່ງສິນຄ້າສອງລຳ. ຮ້ານ ສະເພາະໃສ່ມອງ ຂະໜາດນ້ອຍກວ່າໝູ່ ຕ້ອງລົງທຶນສ້າງ ດ້ວຍຈຳນວນເງິນເກືອບ 200 ລ້ານດົ່ງ. ຮ້ານສະເພາະໃສ່ມອງ 3 ຮ້ານຂອງອ້າຍ ບັ່ງ ຈະສ້າງລາຍຮັບໄດ້ປະມານ 100 ລ້ານດົ່ງຕໍ່ເດືອນ. 



ເຂົາເຈົ້າຕ້ອງຍ່າງເທິງສາຍເຊືອກເພື່ອໃສ່ມອງ, ເຖິງວ່າ ສະພາບອາກາດ ຈະມີລົມແຮງກໍ່ຕາມ. ພາບ: ເຕິດເຊີນ/VNPຊາວນະຄອນ ຫວູ໊ງເຕົ່າ ມີອາຊີບພິເສດ, ນັ້ນແມ່ນ ອາຊີບໃສ່ມອງຢູ່ທະເລ. ພາບ: ເຕິດເຊີນ/VNP



ພໍ່ເຖົ້າ ເວິນ ໄດ້ທຳອາຊີບ “ເພື່ອນຮ້ານ” ມາເປັນເວລາ 20 ປີ ແລ້ວ, ໜ້າທີ່ຂອງລາວ ແມ່ນນອນຢູ່ເທິງຮ້ານ ແລະ ເບິ່ງແຍງ ຮ້ານສະເພາະໃສ່ມອງ. ພາບ: ກົງດາດ/VNP


ຕາມປົກກະຕິ, ເຂົາເຈົ້າຈະໃສ່ມອງເພື່ອຈັບຫາສິນໃນນຳ້  ໃນ ຍາມແລງ. ພາບ: ກົງດາດ/VNP


ຮ້ານສະເພາະໃສ່ມອງຂອງຄອບຄົວອ້າຍ ຫງວຽນວັນບັ່ງ ຢູ່ ຫວຸ໊ງເຕົ່າ ພວມຢູ່ໃນໄລຍະເກັບກ່ຽວ. ພາບ: ເຕິດເຊີນ/VNP


ຜູ້ທຳອາຊີບໃສ່ມອງ ມີຄວາມສາມາດພິເສດແມ່ນຢືນ ແລະ  ເຄື່ອນຍ້າຍເທິງສາຍເຊືອກໄດ້ຢ່າງສະດວກສະບາຍ. ພາບ: ທົງຫາຍ/VNP


ປັດຈຸບັນ, ຫວຸ໊ງເຕົ່າ ມີຈຳນວນຮ້ານໃສ່ມອງ ໄດ້ຫຼຸດລົງເມື່ອທຽບກັບເມື່ອກ່ອນ ເພາະ ຕ້ອງມອບທີ່ຕັ້ງຮ້ານ ໃຫ້ແກ່ການເດີນເຮືອທາງທະເລ. ພາບ: ທົງຫາຍ/VNP 


ການໃສ່ມອງຈະສຳເລັດໃນຕອນເຊົ້າ. 
ພາບ: ທົງຫາຍ/VNP 


ອາຊີບໃສ່ມອງ ຢູ່ ຫວຸ໊ງເຕົ່າ ແມ່ນອາຊີບສືບທອດຕາມແບບ ລູກແທນພໍ່ ໜໍ່ແທນລຳ ແລະ ໄດ້ຊາວປະມົງຢູ່ເຂດທະເລ ພາກ ໃຕ້ ຫວຽດນາມ ສ້າງຕັ້ງຂຶ້ນມາເພື່ອຈັບສິນໃນນຳ້. ເຂດໃສ່ ມອງຈະຢູ່ບ່ອນມີລະດັບນຳ້ເລິກແຕ່ 15-16 ແມັດ, ເຂົາເຈົ້າ ຈະສັກເສົາເປຕົງ ຫຼື ເສົາໄມ້ ລົງພື້ນທະເລດ້ວຍ ຄວາມເລິກ ແຕ່ 17-18 ແມັດ.

ເພື່ອທຳອາຊີບໃສ່ມອງ ຕ້ອງມີ 3-5 ຄົນຮ່ວມກັນເຮັດຄື: ຜູ້ອອກເງິນສ້າງຮ້ານສະເພາະໃສ່ມອງ ແມ່ນເຈົ້າຂອງ ຮ້ານສະເພາະໃສ່ມອງ; ຜູ້ຂົນສົ່ງປາກຸ້ງ, ສະບຽງອາຫານແຕ່ຝັ່ງ ມາຮ້ານສະເພາະໃສ່ມອງ ເອີ້ນວ່າ “ເພື່ອນເຮືອ”; ຜູ້ເຝົ້າຍາມ ຮ້ານ ຈະຕ້ອງຖ້າຮອດຍາມນຳ້ ສະດວກຈຶ່ງໃສ່ມອງ ເອີ້ນວ່າ “ເພື່ອນຮ້ານ”. ຍ້ອນຈຸດພິເສດຂອງໜ້າວຽກ, ສະນັ້ນ “ເພື່ອນ ຮ້ານ” ຕ້ອງເປັນຜູ້ມີປະສົບການກ່ຽວກັບທະເລ, ລອຍນໍ້າເກັ່ງ ແລະ ກ້າຫານ, ກ້າປະເຊີນກັບພາຍຸລົມແດງ, ພິເສດແມ່ນ ການຢູ່ໃນຮ້ານ ຊຶ່ງມີເນື້ອທີ່ປະມານ 4-10 ຕະລາງແມັດ. 

ແຕ່ລະເດືອນ, ຜູ້ທຳອາຊີບໃສ່ມອງ ສາມາດ ໃສ່ມອງ ໄດ້ 2 ເທື່ອ, ນັ້ນແມ່ນໃນວັນທີ 1 ແລະ ວັນທີ 15 ຂອງເດືອນຕາມ ຈັນທະປະຕິທິນ, ຕາມປົກກະຕິແຕ່ລະເທື່ອຈະແກ່ຍາວເຖິງ 5 ມື້. ເຖິງມື້ໃສ່ມອງ, ເຮືອຈະໄດ້ ເຂົ້າອອກເຂດໃສ່ມອງ ເພື່ອຂົນ ສິນທະເລ ແລະ ສົ່ງສະບຽງອາຫານ, ນຳ້ດື່ມ... ໃຫ້ “ເພື່ອນຮ້ານ”.

ຜູ້ທຳອາຊີບໃສ່ມອງ ທີ່ອາໄສ ແລະ ເຮັດວຽກຢູ່ເທິງຮ້ານ ຖືກ ຂະໜານນາມວ່າ ນັກກາຍຍະສິນ ຂອງທະເລ. ເຂົາເຈົ້າສາມາດຍ່າງເທິງສາຍເຊືອກເພື່ອໃສ່ມອງ, ເຖິງວ່າ ສະພາບອາກາດ ຈະມີລົມແຮງກໍ່ຕາມ. ຮູບພາບແຖວເສົາໄມ້, ເສົາເບຕົງ ຕັ້ງຢູ່ໂດດດ່ຽວ, ສາຍເຊືອກ ຖືກມັດໄຂ່ວກັນໄປມາ ແລະ ຄື້ນ ໃຫຍ່ພັດເຂົ້າໃສ່ທັງເວັນທັງຄືນ ໄດ້ເຮັດໃຫ້ຫຼາຍຄົນຮູ້ສຶກ ຢ້ານ ກົວ. ໃນເວລາມີຝົນຕົກລົມແຮງ, ທະເລເກີດຄື້ນສູງ, ເຮັດຮ້ານ ໃສ່ມອງສັ່ນສະເທືອນ ໄດ້ເຮັດໃຫ້ການໃສ່ມອງ ຍິ່ງອັນຕະລາຍ. 

ປັດຈຸບັນ, ຫວຸ໊ງເຕົ່າ ມີຈຳນວນຮ້ານໃສ່ມອງ ຫຼາຍຮ້ອຍຮ້ານ. ຈຳນວນດັ່ງກ່າວ ໄດ້ຫຼຸດລົງເມື່ອທຽບກັບເມື່ອກ່ອນ ເພາະ ຕ້ອງມອບທີ່ຕັ້ງຮ້ານ ໃຫ້ແກ່ການເດີນເຮືອທາງທະເລ. ອາຊີບ ໃສ່ມອງຢູ່ເຂດພາກໃຕ້ ຫວຽດນາມ ເວົ້າລວມ, ໂດຍສະເພາະ ແມ່ນຂອງ ຫວຸ໊ເຕົ່າ ໄດ້ ແລະ ພວມກາຍເປັນອາຊີບໜຶ່ງບໍ່ມີ ສອງ ຂອງຊາວປະມົງ ຫວຽດນາມ. 

 
ບົດ ແລະ ພາບ: ເຕິດເຊີນ, ກົງດາດ, ທົງຫາຍ