22/07/2016 00:01 GMT+7 Email Print Like 0

ອາຊີບປະກອບກຳປັ່ນຢູ່ ກວາງຫງາຍ

ແຂວງ ກວາງຫງາຍ ເປັນທ້ອງຖິ່ນມີອາຊີບຂຸດຄົ້ນສິນໃນນຳ້ ພັດທະນາຢ່າງເຂັ້ມແຂງກວ່າເມື່ອທຽບກັບບັນດາແຂວງແຄມທະເລຢູ່ພາກກາງ ຫວຽດນາມ ດ້ວຍ 4 ເມືອງ ແລະ ນະຄອນ ແຄມທະເລ ແລະ ເກາະໜ່ວຍໜຶ່ງ, ມີຝັ່ງທະເລຍາວກວ່າ 130 ກິໂລແມັດພ້ອມກັບທ່າເຮືອທີ່ໃຫຍ່ນ້ອຍ 6 ແຫ່ງ. ເພາະສະນັ້ນ, ທ້ອງຖິ່ນດັ່ງກ່າວ ມີບັນດາໂຮງງານປະກອບກຳປັ່ນດ້ວຍຂະໜາດໃຫຍ່ເພື່ອຮັບໃຊ້ໃຫ້ແກ່ອາຊີບຂຸດຄົ້ນສິນໃນນຳ້.
ມາຍັງ ຊາຮວິ່ງ, ເມືອງ ດຶກໂພ, ແຂວງ ກວາງຫງາຍ ໃນມື້ໜຶ່ງຂອງເດືອນເມສາ, ພວກຂ້າພະເຈົ້າກໍ່ເລີຍໄດ້ຍິນສຽງຈັກເລື່ອຍໄມ້, ສຽງຄ້ອນຕີ, ສຽງເຈາະ…ເປັນລັກສະນະສະເພາະຂອງ ໂຮງງານປະກອບກຳປັ່ນທີ່ດັງກ້ອງມາ. ນາຍຊ່າງຫຼາຍຮ້ອຍຄົນກຳລັງຕັ້ງໃຈໃນການປະກອບກຳປັ່ນ. ທີ່ນີ້ ມີກຳປັ່ນຫຼາຍລຳຫາກໍ່ສຳເລັດການປະກອບໃໝ່ ແລະ ກຳປັ່ນເກົ່າຫຼາຍລຳກຳລັງໄດ້ຮັບການສ້ອມແປງບົວລະບັດຮັກສາ.
 
ໃນຈຳນວນກຳປັ່ນທີ່ໄດ້ປະກອບໃໝ່ຢູ່ທີ່ນີ້,​ ກຳປັ່ນທີ່ໄດ້ປະກອບດ້ວຍໄມ້ຍັງກວມມາດຕາສ່ວນຫຼາຍກວ່າເມື່ອທຽບກັບພາຫະນະທີ່ຜະລິດດ້ວຍອຸປະກອນຕ່າງໆ ດ້ວຍລັກສະນະພິເສດຂອງມັນເອງແມ່ນປະກອບໄດ້ງ່າຍ, ມີຄວາມທົນເມື່ອຕຳແຮງ, ລາຄາໄມ້ກໍ່ຖືກ ແລະ ອື່ນໆ.​ 


ໂຮງງານປະກອບກຳປັ່ນແຫ່ງໜຶ່ງຂອງຊາວປະມົງ ຊາຮວິ່ງ.


ໄມ້ແປ້ນຫຼາຍແຜ່ນຢູ່ທາງໃນກຳປັ່ນ ໄດ້ທາສີຫຼາຍຊັ້ນເພື່ອຕ້ານ
ສະພາບປວກກິນ, ມອດກັດ ແລະ ການທຳລາຍຂອງນຳ້ທະເລ ອີກດ້ວຍ. 



ເພື່ອສຳເລັດການປະກອບກຳປັ່ນລຳໜຶ່ງທີ່ມີສະມັດຕະພາບ 300-400 CV
ຕ້ອງເສຍເວລາ 3 ເດືອນ ແລະ ຕ້ອງການໄມ້ ເຖິງ 100 ແມັດກ້ອນ. 



ທີ່ໂຮງງານປະກອບກຳປັ່ນ ເຫງ້ຍຝູ (ຕາແສງ ເຫງ້ຍຝູ, ເມືອງ ຕືເຫງ້ຍ) ມີກຳປັ່ນ 30 ລຳກຳລັງສຳເລັດການຜະລິດ,
ລຳນ້ອຍກວ່າໝູ່ມີສະມັດຕະພາບ  400 CV, ສະເພາະລຳ

ໃຫຍ່ທີ່ສຸດມີລວງຍາວກວ່າ 24 ແມັດ, ມີສະມັດຕະພາບກວ່າ 800 CV.



ນາຍຊ່າງຫຼາຍຄົນກຳລັງບົວລະບັດຮັກສາໝາກປິ່ນຂອງກຳປັ່ນ
ລຳໜຶ່ງທີ່ມີສະມັດຕະພາບເກືອບ 1.000 CV.



ການປະກອບກຳປັ່ນຕ້ອງການຄວາມລະອຽດລະອໍ, ຊັດເຈນໃນທຸກໆ ຂັ້ນຕອນ. 


ການມີໜ້າຂອງຊາວປະມົງ ຫວຽດນາມ ເທິງທະເລ ບໍ່ພຽງແຕ່ແມ່ນການໄປຫາສິນໃນນຳ້
ເພື່ອພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ

ຂອງບ້ານເກີດເມືອງນອນອີກດ້ວຍ. 



ຊາວປະມົງໃນແຂວງ ກວາງຫງາຍ ມີທັງໝົດເກືອບ 4 ໝື່ນຄົນ,
ປະລິມານສິນໃນນຳ້ທີ່ຂຸດຄົ້ນໄດ້ໃນປີ 2014 ແມ່ນເກືອບ 150.600 ໂຕນ, ປີ 2015 ແມ່ນກວ່າ 160.000 ໂຕນ.



ກຳປັ່ນຫາປາຂອງຊາວປະມົງແຂວງ ກວາງຫງາຍ ຈອດຢູ່ທ່າເຮືອ ຈ່າຄຸກ. 

 
ເພື່ອສຳເລັດການປະກອບກຳປັ່ນລຳໜຶ່ງທີ່ມີສະມັດຕະພາບ 300-400 CV ຕ້ອງເສຍເວລາ 3 ເດືອນ ແລະ ຕ້ອງການໄມ້ ກ່ຽນ (HopeapierreiHance), ເຕົ໋າ (Vatica) ຫຼື ຈໍ່ຈີ (Parashoreachinensis Wang Hsie) ເຖິງ 100 ແມັດກ້ອນ. ເພື່ອປະກອບແຜ່ນໄມ້ແປ້ນທີ່ໜາ ແລະ ໂກ່ງຕາມລຳກຳປັ່ນໄດ້, ນາຍຊ່າງຕ້ອງອັດແປ້ນໄມ້ໃຫຍ່ ແລະ ຍາວຜ່ານ ໄຟຢູ່ລະດັບຄວາມຮ້ອນສູງ, ຫຼັງຈາກນັ້ນ ຈຶ່ງປະກອບເຂົ້າກັນຕາມຮູບແຂ້ວເລື່ອຍຢ່າງແໜ້າໜາ. ຫຼັງຈາກຂອບ ແລະ ລຳ ກຳປັ່ນໄດ້ກໍ່ຮ່າງສ້າງຕົວຂຶ້ນແລ້ວ, ເຂົາເຈົ້າຈຶ່ງປະກອບທ້ອງເຮືອ ແລະ ຫ້ອງເກັບຮັກສາສິນຄ້າຕໍ່… ເວລາປະກອບທຸກໆ ຂັ້ນຕອນຂອງກຳປັ່ນ ຕ້ອງປະຕິບັດຕາມການກວດກາ, ຄຸ້ມຄອງຢ່າງ ເຄັ່ງຄັດຂອງຊ່າງໃຫຍ່. ຖ້າພາກສ່ວນໃດບໍ່ຕອບສະໜອງໄດ້ຕາມມາດຕະຖານຂອງເຕັກນິກ ກໍ່ຈະຖືກຄັດອອກ.
  
ປີ 2015 ຜ່ານມາ, ຊາວປະມົງພາຍໃນແຂວງ  ກວາງຫງາຍປະກອບໄດ້ກຳປັ່ນໃໝ່ຫຼາຍລຳທີ່ມີສະມັດຕະພາບໃຫຍ່ກວ່າເກົ່າທົບຫຼາຍເທື່ອ. ທີ່ໂຮງງານປະກອບກຳປັ່ນ ເຫງ້ຍຝູ (ຕາແສງ ເຫງ້ຍຝູ, ເມືອງ ຕືເຫງ້ຍ), ຊ່າງປະກອບກຳປັ່ນຢູ່ທີ່ນີ້ ໃຫ້ຮູ້ວ່າ ມີກຳປັ່ນ 30 ລຳກຳລັງສຳເລັດການ ຜະລິດ, ລຳນ້ອຍກວ່າໝູ່ມີສະມັດຕະພາບ  400 CV, ສະເພາະລຳໃຫຍ່ທີ່ສຸດມີລວງຍາວກວ່າ 24 ແມັດ, ມີສະມັດຕະພາບກວ່າ 800 CV.
  
ເຖິງວ່າ ຍັງປະສົບຄວາມຫຍຸ້ງຍາກຫຼາຍປະການໃນການທຳອາຊີບຫາສິນໃນນຳ້, ແຕ່ດ້ວຍຄວາມມານະພະຍາຍາມພັດທະນາເສດຖະກິດ, ປະກອບສ່ວນປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ, ຊາວປະມົງແຂວງ ກວາງຫງາຍ ຍັງພະຍາ ຍາມອອກໄປຫາສິນໃນນຳ້ຢູ່ເຂດທະເລ ຮວ່າງຊາ ແລະ ເຈື່ອງຊາ. ການມີໜ້າຂອງຊາວປະມົງ ຫວຽດນາມ ເທິງທະເລ ບໍ່ພຽງແຕ່ແມ່ນການໄປຫາສິນໃນນຳ້ເພື່ອພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນອີກດ້ວຍ. 


ຈຳນວນກຳປັ່ນຂອງຊາວປະມົງແຂວງ ກວາງຫງາຍ ຂຸດຄົ້ນຢູ່ເຂດທະເລອ່າວພາກເໜືອ, ເຂດຕາເວັນອອກສ່ຽງໃຕ້ ແລະ ເຂດຕາເວັນຕົກສ່ຽງໃຕ້ ກວມປະມານ 35-40% ຈຳນວນ ກຳປັ່ນຫາປາທີ່ມີສະມັດຕະພາບແຕ່ 20 CV ຂຶ້ນໄປຂອງແຂງ. ປະມານ 900 ລຳເຄື່ອນໄຫວຢູ່ເຂດທະເລ ຮວ່າງຊາ, ເຈື່ອງຊາ ແລະ ຖານຂຸດເຈາະນຳ້ມັນ DK1, ສ່ວນຍັງເຫຼືອແມ່ນເຄື່ອນ ໄຫວຢູ່ເຂດທະເລພາຍໃນແຂວງ ແລະ ເຂັດແຄ້ວນຕ່າງໆ. ຈຳນວນຊາວປະມົງທີ່ທຳອາຊີບຫາປາໃນທົ່ວແຂວງແມ່ນເກືອບ 4 ໝື່ນຄົນ. ປະລິມານສິນໃນນຳ້ທີ່ຂຸດຄົ້ນໄດ້ໃນປີ 2015 ແມ່ນກວ່າ 160.000 ໂຕນ. 

ບົດ ແລະ ພາບ: ກົງດາດ
ບັນດາບົດທີ່ຖືກນຳສະເໜີ