02/12/2018 09:45 GMT+7 Email Print Like 0

ອະນຸລັກຮັກສາອາຊີບເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ຢ້າວ, ເມືອງ ບັ໊ກກວາງ, ແຂວງ ຮ່າຢາງ

      ຊົນເຜົ່າ ຢ້າວ ຢູ່ແຂວງ ຮ່າຢາງ ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ ເຊິ່ງສະແດງອອກໂດຍຜ່ານຮີດຄອງປະເພນີ ແລະ ອາຊີບດັ້ງເດີມຫຼາຍຢ່າງ. ໃນນັ້ນ ມີອາຊີບເຮັດເຈ້ຍສາເຊິ່ງແມ່ນເຈ້ຍຫັດຖະກຳຊະນິດໜຶ່ງ ແລະ ເຮັດມາຈາກຕົ້ນຊາງລໍ (ຕະກຸນຕົ້ນໄຜ່, ຕົ້ນເຮ້ຍ) ເພື່ອໃຊ້ໃນວັນບຸນຕ່າງໆຄື ບຸນມອບຍົດສັກ, ບຸນພາວະນາຂໍຄວາມສະຫງົບສຸກຕາມຮີດຄອງປະເພນີຂອງຊາວເຜົ່າ ຢ້າວ.
        ເຈ້ຍສາມີສີເຫຼືອງອ່ອນ, ຫຍາບ ແລະ ທົນທານດີ. ນອກຈາກໃຊ້ເພື່ອຕັດເປັນເຈ້ຍເງິນເຈ້ຍຄຳບູຊາໃນພິທີບູຊາຕ່າງໆແລ້ວ, ເຈ້ຍສາຍັງໃຊ້ຕິດຮ້ານບູຊາບັນພະບຸລຸດ, ປະດັບປະດາພາຍໃນເຮືອນ, ໃຊ້ເພື່ອຂຽນໜັງສືຍໍ, ໜັງສືຫ໊ານ (ໜັງສືຈີນເດີມ), ຍ້ອນວ່າ ເຈ້ຍສາຫຍາບ ແລະ ຊຶມຊັບມຶກໄດ້ດີ, ໜັງສືທີ່ຂຽນໃສ່ເຈ້ຍສາ ບໍ່ຈາງ ແລະ ບໍ່ລຶບຈັກເທື່ອ.  ເຈ້ຍຊະນິດນີ້ ສາມາດຜະລິດໄດ້ດ້ວຍຕົ້ນໄມ້ປ່າຫຼາຍຊະນິດ ແຕ່ສຳລັບພໍ່ແມ່ປະຊາຊົນເຜົ່າ ຢ້າວ ຢູ່ບ້ານ ແທັງເຊີນ, ບ້ານ ເຕິນເຊີນ, ເທດສະບານ ຫວຽດກວາງ, ເມືອງ ບັ໊ກກວາງ, ແຂວງ ຮ່າຢາງ ເຂົາເຈົ້າເຄີຍໃຊ້ຕົ້ນຊາງລໍເທົ່ານັ້ນ ເພື່ອຜະລິດ ແລະ ອະນຸລັກຮັກສາອາຊີບດັ້ງເດີມນີ້.

ອາຊີບຜະລິດເຈ້ຍສາຂອງຊົນເຜົ່າ ຢ້າວ ຢູ່ບ້ານ ແທັງເຊີນ (ພາບ: danviet.vn)
      ປັດຈຸບັນ ທົ່ວບ້ານ ແທັງເຊີນ ມີກວ່າ 100 ຄອບຄົວ, ໃນນັ້ນ 100% ແມ່ນຊາວເຜົ່າ ຢ້າວ ແລະ ສ່ວນຫຼາຍບັນດາຄອບຄົວຢູ່ທີ່ນີ້ລ້ວນແຕ່ມີອາຊີບເຮັດເຈ້ຍສາ. ຕາມບັນດາຜູ້ອາຍຸສູງຢູ່ໃນບ້ານແລ້ວ, ອາຊີບຜະລິດເຈ້ຍສາຂອງຊົນເຜົ່າ ຢ້າວ ຢູ່ບ້ານ ແທັງເຊີນ ແມ່ນອາຊີບດັ້ງເດີມທີ່ໄດ້ສືບທອດກັນມາແຕ່ປີ 1925 ຈົນມາຮອດປັດຈຸບັນ. ເມື່ອປີ 1920 ພໍ່ເຖົ້າ ຈ້ຽວຢູ່ນຟິນ, ຊົນເຜົ່າ ຢ້າວ ຢູ່ບ້ານ ແທັງເຊີນ ຮຽນໄດ້ອາຊີບເຮັດເຈ້ຍສາ ແລະ ຖ່າຍທອດໃຫ້ລູກຫຼານໃນຕະກຸນ ຈ້ຽວ. ນັບແຕ່ປີ 1925 ເປັນ ຕົ້ນມາ, ອາຊີບເຮັດເຈ້ຍສາກໍຄ່ອຍໆພັດທະນາຂຶ້ນ. ແມ່ເຖົ້າ ຫຼີທິຮົ່ງ, ຢູ່ບ້ານ ແທັງເຊິນ ໃຫ້ຮູ້ວ່າ: ພໍ່ແມ່ຂອງແມ່ເຖົ້າໄດ້ສອນວິທີເຮັດເຈ້ຍສາໃຫ້ແຕ່ຄາວຍັງນ້ອຍ ແລະ ໄດ້ເຮັດເປັນອາຊີບນີ້ມາເປັນເວລາກວ່າ 30 ປີແລ້ວ. ເຈ້ຍໄດ້ຜະລິດຈາກວັດຖຸດິບຕົ້ນຕໍນັ້ນແມ່ນ ຕົ້ນຊາງລໍອ່ອນ ແລະ ປະເພດຕົ້ນໄມ້ເປັນເຄືອເພື່ອສ້າງຄວາມໜຽວໃຫ້ຕິດເຂົ້າກັນ. ແຫຼ່ງວັດຖຸດິບທີ່ນຳມາເຮັດເຈ້ຍສາແມ່ນມີພ້ອມຈາກໃນປ່າ, ຈາກສວນຄົວເຮືອນ ແລະ ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ. ອາຊີບເຮັດເຈ້ຍຂອງພໍ່ແມ່ປະຊາຊົນ ດຳເນີນຕະຫຼອດປີ, ຫຼາຍສຸດແມ່ນເວລາສິ້ນກວ່າໝູ່ລະດູການຜະລິດກະສິກຳ.
        ເມື່ອເກັບກ່ຽວເອົາຕົ້ນຊາງລໍອ່ອນມາແລ້ວ ແມ່ນແຊ່ນ້ຳປູນໄວ້ ປະມານ 1 – 2 ເດືອນ. ຫຼັງຈາກນັ້ນ ເອົາຂຶ້ນມາລ້າງໃຫ້ສະອາດ ແລະ ແຊ່ຄືນອີກກວ່າ 1 ເດືອນ ແລ້ວນຳໄປບົດ. ເມື່ອບົດໃຫ້ມຸ່ນແລ້ວແມ່ນຈະນຳມາລະລາຍປົນກັບນ້ຳ ແລະ ລາດໃຫ້ເປັນຕັບເຈ້ຍ, ໜີບໃຫ້ແຫ້ງຈາກນັ້ນ ນຳມາລອກເອົາເທື່ອລະແຜ່ນ”.
        ເພື່ອເຮັດເຈ້ຍສາງາມໄດ້ນັ້ນ, ຜູ້ເຮັດຕ້ອງໄດ້ປະຕິບັດຕາມຫຼາຍຂັ້ນຕອນ ສະນັ້ນ ຕ້ອງມີຄວາມແຂງແຮງ ແລະ ປະນີດສູງ. ຍ້ອນວ່າ ບັນດາຂັ້ນຕອນຂອງການເຮັດເຈ້ຍລ້ວນແຕ່ຍາກເຊັ່ນ ການນຳວັດຖຸດິບຂຶ້ນມາຈາກການແຊ່, ການບົດວັດຖຸດິບ, ການລາດໃຫ້ເປັນແຜ່ນເຈ້ຍ, ການລອກເອົາເຈ້ຍ... ແມ່ເຖົ້າ ຫຼີທິຮົ່ງ, ຢູ່ບ້ານ ແທັງເຊິນ ໃຫ້ຮູ້ຕື່ມອີກວ່າ:
        ມື້ໃດກໍຕ້ອງເບິ່ງວ່າ ຢູ່ໜອງແຊ່ໄມ້ຊາງລໍ ມີນ້ຳພຽງພໍຫຼືບໍ່, ນ້ຳຕ້ອງຖ້ວມໄມ້, ຖ້ານ້ຳບໍ່ຖ້ວມໝົດ ແມ່ນຈະຜະລິດເຈ້ຍບໍ່ໄດ້. ເມື່ອກ່ອນ ແຊ່ໄມ້ຊາງລໍແລ້ວຕ້ອງຢຽບດ້ວຍຕີນໃຫ້ແຕກຫັກມຸ່ນອອກ, ຢຽບໝົດຕອນເຊົ້າຈິ່ງມີວັດຖຸດິບພຽງພໍສຳລັບການເຮັດເຈ້ຍໃນໜຶ່ງມື້. ດຽວນີ້ ມີຈັກບົດ ຊ່ວຍໃຫ້ຫຼຸດແຮງງານຫຼາຍສົມຄວນ ແລະ ບໍ່ລຳບາກຫຼາຍ”.
        ໂດຍໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອ ແລະ ໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນໃນບໍລິເວນບ້ານ ແທັງເຊີນ ໄດ້ໃຊ້ເຄື່ອງຈັກເຂົ້າໃນການຜະລິດເຈ້ຍສາ. ແຕ່ເຖິງຢ່າງໃດກໍຕາມ ຂັ້ນຕອນການປຸງແຕ່ງວັດຖຸດິບ, ວິທີການລາດໃຫ້ເປັນແຜ່ນ ແລະ ອ່າງລາດເຈ້ຍ ພໍ່ແມ່ປະຊາຊົນເຜົ່າ ຢ້າວ ຍັງຄົງຮັກສາຕາມແບບວິທີດັ້ງເດີມ. ແມ່ເຖົ້າ ລໍ່ທິວ້ຽນ ຢູ່ບ້ານ ແທັງເຊີນ ໃຫ້ຮູ້ວ່າ:
        ແຕ່ລະມື້, ເຮັດເຈ້ຍໄດ້ປະມານ 5 ມັດໃຫຍ່, ແຕ່ລະມັດມີ 80 ຕັບ, ແຕ່ລະຕັບມີ 5 ແຜ່ນ. ຊົນເຜົ່າເຮົາຕ້ອງຮັກສາອາຊີບນີ້ໃຫ້ລູກຫຼານ ເພື່ອໃນອະນາຄົດຜູ້ໃດກໍເຮັດເປັນ ເພື່ອເຮັດບຸນເຮັດງານລ້ວນແຕ່ມີເຈ້ຍໄວ້ໃຊ້”.
        ປັດຈຸບັນ ບັນດາຄອບຄົວຢູ່ບ້ານ ແທັງເຊິນ ສາມາດເຮັດເຈ້ຍໄດ້ສະເລ່ຍໜ້ອຍສຸດແມ່ນ 5 ມັດໃຫຍ່/1 ມື້, ໄລ່ສະເລ່ຍຄອບຄົວອາຊີບເຮັດເຈ້ຍນີ້ສາມາດເຮັດເຈ້ຍໄດ້ປະມານ 150 ມັດໃຫຍ່/ປີ. ຜະລິດຕະພັນທີ່ໄດ້ເຮັດອອກມາ ແມ່ນຈະນຳອອກສູ່ຕະຫຼາດບໍລິໂພກ, ດ້ວຍລາຄາຂາຍແຕ່ 180.000 – 250.000 ດົງ/ມັດໃຫຍ່ ຂຶ້ນກັບແຕ່ລະຍາມວັນບຸນຕ່າງໆ. ຜ່ານນັ້ນ, ປະຊາຊົນ ແທັງເຊີນ ບໍ່ພຽງແຕ່ມີລາຍຮັບຕື່ມໃນເວລາຫວ່າງ ເທົ່ນນັ້ນແຕ່ຍັງຮັກສາອາຊີບດັ້ງເດີມຂອງຊົນເຜົ່າຕົນໄວ້ໄດ້ນຳອີກ. ລຸງ ລໍ່ດຶກຈິ່ວ ນາຍບ້ານ ບ້ານ ແທັງເຊິນ ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ອາຊີບເຮັດເຈ້ຍສາທີ່ເປັນມູນເຊື້ອ ເຊິ່ງມີມາແຕ່ດົນນານຂອງພໍ່ແມ່, ບັນພະບຸລຸດປະໄວ້ໃຫ້ ແລະ ຈະພະຍາຍາມຮັກສາ, ເສີມຂະຫຍາຍອາຊີບນີ້. ພວກຂ້າພະເຈົ້າຈະສ້າງຫໍວາງສະແດງກ່ຽວກັບອາຊີບເຮັດເຈ້ຍສາ, ໝູ່ບ້ານຫັດຖະກໍາ ແລະ ບັນດາອຸປະກອນເຮັດເຈ້ຍສາຫັດຖະກຳແຕ່ສະໄໝກ່ອນ. ຈາກນັ້ນ ຮັກສາໄວ້ໃຫ້ຄົນລຸ້ນໜຸ່ມ ເພື່ອໃຫ້ລູກຫຼານຮູ້ຈັກເຖິງອາຊີບນີ້ ແລະ ຮັກສາບັນດາຈຸດວັດທະນະທຳຂອງຊົນເຜົ່າ ຢ້າວ ໄວ້. ສິ່ງລ້ຳຄ່າທີ່ສຸດນັ້ນແມ່ນ ອາຊີບເຮັດເຈ້ຍສາຢູ່ບ້ານ ແທັງເຊີນ ຍາມໃດຄົນລຸ້ນພໍ່ລຸ້ນແມ່ກໍໄດ້ຖ່າຍທອດວິຊາອາຊີບໃຫ້ລູກຫຼານ ແລະ ສ່ວນຫຼາຍລ້ວນແຕ່ຮູ້ຈັກເຖິງວິທີເຮັດເຈ້ຍສາ ມາແຕ່ຄາວຍັງນ້ອຍ”.
        ເພື່ອຟື້ນຟູໝູ່ບ້ານອາຊີບເຮັດເຈ້ຍສາຂອງຊາວເຜົ່າ ຢ້າວ ໄດ້ນັ້ນ, ໃນປີຜ່ານມາ ມີ 4 ຄອບຄົວຢູ່ບ້ານ ແທັງເຊິນ ໄດ້ຮັບການໜູນຊ່ວຍເຄື່ອງຈັກບົດວັດຖຸດິບ 4 ເຄື່ອງຈາກສະມາຄົມຊາວກະສິກອນເມືອງ ບັ໋ກຢາງ ເພື່ອຫຼຸດຜ່ອນກຳລັງແຮງງານຂອງປະຊາຊົນ ແລະ ເພີ່ມປະລິມານຜະລິດຕະພັນຂຶ້ນ. ແຂວງ ຮ່າງຢາງ ໄດ້ຮັບຮອງເອົາອາຊີບເຮັດເຈ້ຍສາຂອງຊົນເຜົ່າ ຢ້າວ ຢູ່ບ້ານ ແທັງເຊີນ, ເທດສະບານ ຫວຽດກວາງ, ເມືອງ ບັ໊ກຢາງ ເປັນໝູ່ບ້ານອາຊີບດັ້ງເດີມ, ພ້ອມທັງສ້າງບ້ານ ແທັງເຊີນ ກາຍເປັນໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນະຍາດ, ທ່ອງທ່ຽວຊີວະພາບ ຕິດພັນກັບອາຊີບເຮັດເຈ້ຍສາ ເພື່ອດຶງດູດແຂກທ່ອງທ່ຽວທີ່ມາຢ້ຽມຢາມ ຮ່າຢາງໃຫ້ນັບມື້ນັບຫລາຍ.
 (ແຫຼ່ງຄັດຈາກ VOV)