08/05/2016 18:20 GMT+7 Email Print Like 0

ອອກແຮງໃຊ້ຄວາມພະຍາຍາມເພື່ອຮັກສາແຫຼ່ງນ້ຳແມ່ນ້ຳຂອງ

ໃນສະພາບແວດລ້ອມການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປໄປຢ່າງທໍລະຫົດເຮັດໃຫ້ແຫຼ່ງນ້ຳນັບມື້ນັບເກີດຄວາມ ຂາດແຄນ, ໂດຍສະເພາະແມ່ນສຳລັບບັນດາປະເທດຢູ່ລຸ່ມ ແມ່ນ້ຳຂອງ, ດ້ວຍເຫດນັ້ນການກຳເນີດກົນໄກຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ(MLC)ມີຄວາມມຸ່ງຫວັງວ່າຈະຊ່ວຍໃຫ້ບັນດາປະເທດ ຢູ່ອະນຸພາກພື້ນນີ້ຄຸ້ມຄອງ ແລະ ຂຸດຄົ້ນແຫຼ່ງນ້ຳແມ່ນ້ຳຂອງຢ່າງມີ ປະສິດທິຜົນ ແລະ ຍືນຍົງ.
ຕາມການຕີລາຄາຂອງສະຫະປະຊາຊາດ, ຫວຽດນາມເປັນໜຶ່ງ ໃນບັນດາປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີສຸດຈາກມະຫາໄພ ແລະ ການປ່ຽນແປງຂອງດິນຟ້າອາກາດ. ໃນຊຸມປີມໍ່ໆນີ້, ເຂດທ່ົງພຽງແມ່ນ້ຳກືວລອງ(ທົ່ງພຽງແມ່ນ້ຳຂອງຕອນໃຕ້) ເຄີຍເປັນອູ່ເຂົ້າ, ອູ່ປາທັງເປັນສະຖານທີ່ສະໜອງສິນຄ້າກະສິກຳ ໃຫຍ່ທີສຸດຂອງຫວຽດນາມກຳລັງຕ້ອງແອ່ນຕົວຕ້ານກັບ ໄພແຫ້ງແລ້ງ ແລະໄພນ້ຳເຄັມຊຶມ.

ໃນສອງສາມເດືອນຕົ້ນປີ 2016 ມານີ້, ຍ້ອນໄດ້ຮັບຜົນກະທົບ ຈາກ ການປ່ຽນແປງຂອງດິນຟ້າອາກາດ, ບວກກັບຄວາມຂາດແຄນນ້ຳໄຫລຈາກແມ່ນ້ຳຂອງຫນັກຫນ່ວງກວ່າທຸກປີ, ທົ່ງພຽງແມ່ນ້ຳຂອງ ຕ້ອງປະເຊີນໜ້າກັບໄພແຫ້ງແລ້ງຢ່າງຂ້ຽວຂາດໃນຮອບ 100 ປີ ຜ່ານມາ, ສົ່ງຜົນສະທ້ອນຢ່າງຮ້າງແຮງ ເຖິງລະບົບນິເວດ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບຫຼາຍລ້ານຄົນ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຟ້າມບິ່ງມິນ ແລະ ຜູ້ນຳບັນດາປະເທດຢູ່ເຂດແມ່ນ້ຳຂອງ-ລ້ານຊ້າງ
ປະຕິບັດພິທີເປີດການເຄື່ອນໄຫວ ຮ່ວມມື ແມ່ນ້ຳຂອງ-ລ້ານຊ້າງ. ພາບ: ອ໋ຽນກຽນ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຟ້າມບິ່ງມິນ ແລະ ຜູ້ນຳບັນດາປະເທດຢູ່ເຂດແມ່ນ້ຳຂອງ-ລ້ານຊ້າງ
ເຂົ້າຮ່ວມພິທີປຸກລະດົມການຮ່ວມມື ແມ່ນ້ຳຂອງ-ລ້ານຊ້າງ. ພາບ: ອ໋ຽນກຽນ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດຟ້າມບິ່ງມິນ ແລະ ທ່ານນາຍົກລັດຖະມົນຕີ ລີເຄີສຽງ
ທີ່ກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ-ລ້ານຊ້າງຄັ້ງທີ 1  ຢູ່ ໄຫໜານ(ຈີນ). ພາບ: ອ໋ຽນກຽນ/VNA

ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງເປັນກົນໄກການຮ່ວມມືລະຫວ່າງ 6 ປະເທດແຄມແມ່ນ້ຳຂອງ(ຈີນເອີ້ນວ່າແມ່ນນຳ້ລ້ານຊ້າງ) ຊຶ່ງລວມມີກຳປູເຈຍ, ລາວ, ມຽນມາ, ໄທ, ຈີນແລະຫວຽດນາມ. 
ໜ້າສົນໃຈຄື, ທົ່ງພຽງແມ່ນ້ຳຂອງເປັນເຂດຍ່ານລຸ່ມຂອງແມ່ນ້ຳຂອງ, ເປັນເຂດທີ່ມີຄວາມກະທົບໄວ ແລະ ຈະຮອງຮັບການປ່ຽນແປງ ໃຫຍ່ຫລວງຍ້ອນການກະທົບຂອງມະນຸດເທິງແມ່ນ້ຳຂອງ.

ໃນສະຖານະການດັ່ງກ່າວ, ທ້າຍເດືອນມີນາຜ່ານມາ, ເປັນຄັ້ງ ທຳອິດທັງໝົດ 6 ປະເທດສັງກັດອະນຸພາກພື້ນແມ່ນ້ຳຂອງ ໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ(MLC)ຄັ້ງທີ 1 ທີ່ແຂວງໄຫໜານແຫ່ງ ສປ ຈີນ ເພື່ອ ປຶກສາຫາລືກ່ຽວກັບທິດທາງ, ມາດຕາການພັດທະນາແບບຍືນຍົງ ອະນຸພາກພື້ນແມ່ນຳ້ຂອງ, ໃນນັ້ນ, ມີບັນຫາເລື່ອງການຄຸ້ມຄອງ ແລະ ຂຸດຄົ້ນແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະ ຍືນຍົງ.

ການກຳເນີດເກີດຂຶ້ນການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ (MLC) ແມ່ນຢືນຢັນຄຳໝັ້ນສັນຍາຂອງ 6 ປະເທດແຄມແມ່ນ້ຳຂອງ ພ້ອມກັນຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ແບບຍືນຍົງຂອງອະນຸພາກພື້ນ ແລະ ພາກພື້ນ. ນີ້ກໍ່ເປັນຄັ້ງທຳອິດທີ່ 6 ປະເທດ ແຄມແມ່ນ້ຳຂອງບັນລຸຄວາມເປັນເອກະພາບກັນ ກ່ຽວກັບການໃຫ້ບຸລິມະສິດຮ່ວມມືຄຸ້ມຄອງ ແລະ ນຳໃຊ້ຢ່າງໝັ້ນຄົງແຫຼ່ງນຳ້ແມ່ນ້ຳຂອງ.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ, ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ (MLC) ຕ້ອງ ເສີມຂະຫຍາຍບົດບາດສຳຄັນໃນການປະສານສົມທົບຄວາມພະຍາຍາມຂອງບັນດາປະເທດສະມາຊິກພ້ອມກັນຄຸ້ມຄອງ, ນຳໃຊ້ແຫຼ່ງ ແມ່ນ້ຳຂອງຢ່າງມີວິທະຍາສາດ ແລະ ຍືນຍົງ. ດ້ວຍເຫດນັ້ນ, ຫວຽດນາມສະໜັບສະໜູນການຮ່ວມມືແຫຼ່ງແມ່ນ້ຳເປັນຈຸດສຸມລະດັບແຖວໜ້າໃນ 5 ຂົງເຂດບຸລິມະສິດຂອງການຮ່ວມມື ແມ່ນ້ຳຂອງ-ລ້ານຊ້າງ(MLC).

ດ້ວຍຫົວເລື່ອງທີ່ວ່າ: “ເພື່ອປະຊາຄົມລວມອະນາຄົດສັນຕິພາບ ແລະ ວັດທະນາຖາວອນລະຫວ່າງບັນດາປະເທດແມ່ນ້ຳຂອງ-ລ້ານຊ້າງ, ທີ່ກອງປະຊຸມ, ຜູ້ນຳ 6 ປະເທດໄດ້ເປັນເອກະພາບກັນ ກັບບັນດາຫຼັກການຕົ້ນຕໍຂອງການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ແມ່ນເຫັນດີເຫັນພ້ອມ, ສະເໝີພາບ, ປະສານສົມທົບ ແລະ ປຶກສາຫາລືເຊິ່ງກັນ ແລະ ກັນ, ສະໝັກໃຈ, ພ້ອມກັນມີສ່ວນຮ່ວມ ແລະ ແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຕໍ່ຫນ້າ, ບັນດາການນຳໄດ້ເປັນ ເອກະພາບກັນຊຸກຍູ້ການຮ່ວມມືໃນສາມເສົາຄ້ຳຄື: ການຮ່ວມມື ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ພັດທະນາ ແບບຍືນຍົງໄປພ້ອມໆກັບວັດທະນະທຳ-ສັງຄົມ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

ໃນໄລຍະສະເພາະໜ້າ, ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ຈະສຸມໃສ່ 5 ຂົງເຂດບຸລິມະສິດຕົ້ນຕໍຄື: ຄຸ້ມຄອງແຫຼ່ງ ຊັບພະຍາກອນນ້ຳ, ເຊື່ອມຕໍ່, ຄວາມອາດສາມາດໃນການຜະລິດ, ຮ່ວມມືທາງດ້ານເສດຖະກິດຊາຍແດນ, ກະສິກຳ ແລະ ລົບລ້າງ ຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ.

ເພື່ອເປັນການປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ເຂົ້າສູ່ພາກປະຕິບັດຕົວຈິງ, ຫວຽດນາມໄດ້ນຳສະເໜີ 3 ໂຄງການໃນບັນຊີໂຄງການທີ່ມີຜົນຕອບແທນໄວຖືກຈັດຕັ້ງຜັນຂະຫຍາຍ ທັນທີໄລຍະເລີ່ມຕົ້ນຂອງການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ.

ທັງສາມໂຄງການລ້ວນແຕ່ມີຜົນປະໂຫຍດຢ່າງແທດຈິງ ແລະ ສອດຄ່ອງກັບການໃຫ້ບຸລິມະສິດຂອງການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ, ໂດຍສະເພາະແມ່ນໂຄງການເພີ່ມທະວີປະສານສົມທົບ ຄຸ້ມຄອງໄພນ້ຳຖ້ວມ ແລະ ແຫ້ງແລ້ງຢູ່ເຂດລຸ່ມແມ່ນ້ຳຂອງ-ລ້ານຊ້າງ ແລະ ໂຄງການຫັນເປັນກົມກຽວມາດຕະຖານ, ລະບຽບການລະຫວ່າງບັນດາປະເທດໃນອະນຸພາກພື້ນ.


ໂດຍອາໄສແຫຼ່ງນ້ຳຈືດຈາກແມ່ນ້ຳຂອງ, ແມ່ນນ້ຳຕ່ຽນ ແລະ ແມ່ນ້ຳເຮົ້າ ພ້ອມກັບແມ່ນ້ຳລຳຄອງນັບຫຼາຍພັນລຳອື່ນໆ ຂອງ ຫວຽດນາມໄດ້ສ້າງຂຶ້ນ
ຈຸດເອກະລັກສະເພາະຂອງແມ່ນ້ຳລຳເຊ ເຂດທົ່ງພຽງແມ່ນ້ຳກືວລອງ. ໃນພາບ: ແມ່ນ້ຳເຮົ້າໄຫຼຜ່ານພື້ນທີ່
ສອງແຂວງອານຢາງ ແລະ ດົ່ງທາບ. ພາບ: ຢຸຍເຄືອງ/VNA



ເຂດທົ່ງພຽງແມ່ນ້ຳກືວລອງລະດູນ້ຳຍື່ງ. ພາບ: ກິມເຊີນ


ປະຊາຊົນຫາລ້ຽງຊີບຢູ່ຕາມຄອງເໝືອງເຂດທົ່ງພຽງແມ່ນ້ຳກືວລອງ. 


ຜະລິດຕະພັນສິນໃນນ້ຳໃນລະດູນ້ຳຍື່ງຂອງເຂດທ່ົງພຽງແມ່ນ້ຳ ກືວລອງໄດ້ວາງຂາຍຢູ່ຕະຫຼາດ. ພາບ: ກິມເຊີນ


ຊີວິດການເປັນຢູ່ຂອງປະຊາຊົນເຂດທົ່ງພຽງແມ່ນ້ຳກືວລອງມີຄວາມສະໜິດຕິດພັນກັບແມ່ນ້ຳລຳເຊ. ໃນພາບ: ອາຊີບລ້ຽງປາກະຊັງ
ເທິງແມ່ນ້ຳຕ່ຽນຢູ່ເມືອງເຈົາແທ່ງ, ແຂວງກຽນຢາງ. ພາບ: ຮວ່າງຫາຍ



ນັກທ່ອງທ່ຽວໄປທັດສະນາຈອນຊີວິດການເປັນຢູ່ຂອງປະຊາຊົນ ເຂດແມ່ນ້ຳລຳເຊ. ພາບ: ຫງອກຮ່າ/VNA
 
ທີ່ກອງປະຊຸມຂັ້ນສູງດັ່ງກ່າວ, ຫວຽດນາມໄດ້ມີຄວາມເປັນ ເອກະພາບປະສານສົມທົບກັບຈີນສ້າງໂຄງການລວມກ່ຽວກັບການສ້າງຕັ້ງສູນຮ່ວມມືແຫຼ່ງແມ່ນ້ຳຂອງ-ລ້ານຊ້າງແນໃສ່ເພື່ອແລກປ່ຽນ ຂໍ້ມູນຂ່າວສານ, ຍົກສູງຄວາມອາດສາມາດ ກ່ຽວກັບການຄຸ້ມຄອງ ຄວາມໝັ້ນຄົງຊັບພະຍາກອນແຫຼ່ງນ້ຳແມ່ນຳ້ຂອງ, ໃນນັ້ນ ຫວຽດນາມພ້ອມແລ້ວທີ່ຈະປະກອບສ່ວນດ້ານງົບປະມານ ແລະ ນັກຊ່ຽວຊານເຮັດວຽກຢູ່ໃນສູນດັ່ງກ່າວ. 

ຕາມການລາຍງານຂອງບັນດາທ້ອງຖິ່ນ, ໄລ່ມາຮອດວັນທີ 13 ເມສາ, ຄາດຄະເນຍອດຜົນເສຍຫາຍຍ້ອນໄພແຫ້ງແລ້ງ ແລະ ນ້ຳເຄັມຊຶມຢູ່ເຂດພາກກາງຕອນໃຕ້, ເຂດໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງມີເຖິງປະມານ 5.161 ຕື້ດົ່ງ. ລະອຽດ, ທົ່ວປະເທດມີປະມານ 390.000 ກວ່າຄອບຄົວຖືກຂາດນ້ຳໃຊ້, ມີເນື້ອທີ່ປູກເຂົ້າ 232.434 ເຮັກຕາ, ເນື້ອທີ່ປູກພືດ ຈຳນວນ 17.136 ເຮັກຕາ, ເນື້ອທີ່ປູກຕົ້ນໄມ້ກິນໝາກຈຳນວນ 61.992 ເຮັກຕາ, ເນື້ອທີ່ປູກຕົ້ນໄມ້ອຸດສາຫະກຳຈຳນວນ 62.558 ເຮັກຕາ ແລະ ເນື້ອທີ່ເຜາະລ້ຽງສັດທະເລຈຳນວນ 4.052 ເຮັກຕາໄດ້ຮັບຜົນເສຍຫາຍ. 

ປະຕິບັດ: VNA/VNP
ບັນດາບົດທີ່ຖືກນຳສະເໜີ