19/10/2018 11:01 GMT+7 Email Print Like 0

ຫຼັງເຮືອນໂຊກດີຂອງ ຕີມ

ກ່ອນໜ້ານີ້ 25 ປີ, ນາງ Aline Rebeaud ນັກສຶກສາ ອາຍຸ 21 ປີ, ຈາກປະເທດສະວິດ ໄດ້ຕັດສິນໃຈໂຈະການຮຽນ ເປັນ ນັກແຕ້ມ ຊົ່ວຄາວເພື່ອໄປທ່ຽວທົ່ວໂລກ. ນາງມາ ຫວຽດນາມ ເພື່ອຊອກຫາຄວາມແປກໃໝ່ເທົ່ານັ້ນ, ແຕ່ການ ເດີນທາງໃນ ຄັ້ງນັ້ນ ໄດ້ສ້າງຄວາມສະໜິດຕິດພັນ ລະຫວ່າງ ນາງກັບ ແຜ່ນ ດິນແຫ່ງນີ້ ມາເປັນເວລາເກືອບ 3 ທົດສະວັດ. 
ຢູ່ຫວຽດນາມ ເປັນເວລາກວ່າ 30 ປີ, ນາງ Aline ຖືກຕັ້ງຊື່ໃຫ້ ວ່າ “ຕີມ”. ນາງ Aline ໃຫ້ຮູ້ວ່າ ຊື່ຂອງລາວ ຕິດ ພັນກັບເຫດ ການໜຶ່ງທີ່ໜ້າຈົດຈຳ. ມື້ນັ້ນ, ນາງ Aline ໄປຢ້ຽ ມຢາມໂຮງ ໝໍ ຈິດຕະເວດ ຢູ່ເມືອງ ຖູດຶກ ແລະ ພົບກັບຄົນເຈັບ ເດັກຊື່ວ່າ ເຈິ່ນວັນແທ່ງ, ປ່ວຍທາງຈິດຕະເວດ, ທັງເປັນໂລກຫົວໃຈ ຕັ້ງ ແຕ່ກຳເນີດ, ຊຶ່ງຄົນອ້ອມຂ້າງເວົ້າວ່າ ທ້າວ ແທ່ງ ມີຊີ ວິດ ຢູ່ບໍ່ ໄດ້ອີກດົນ, ນາງ Aline ຈຶ່ງຊອກຫາທຸກວິທີເພື່ອ ສົ່ງ ແທ່ງ ໄປ ປິ່ນປົວພະຍາດຢູ່ໂຮງໝໍ ຕີມ (ໂຮງໝໍປິ່ນປົວ ກ່ຽວກັບພະ ຍາດ ຫົວໃຈ). ຕະຫຼອດເວລາ 3 ເດືອນ, ນາງ Aline ເບິ່ງແຍງດູແລ ແທ່ງ ຢູ່ໂຮງໝໍ ຈົນເຖິງເວລາເດັກ ຄົນນີ້ ແຂງແຮງດີຂຶ້ນ. ມື້ທີ່ ນາງ Aline ສົ່ງທ້າວ ແທ່ງ ອອກ ຈາກໂຮງໝໍ, ບັນດາທ່ານໝໍ ແລະ ຄົນເຈັບຢູ່ທີ່ນີ້ ບອກວ່າ ຕັ້ງແຕ່ນີ້ໄປ ຈະເອີ້ນນາງ Aline ດ້ວຍຊື່ວ່າ ຕີມ (ຫົວໃຈ). 


ເດັກນ້ອຍຢູ່ໃນຫຼັງເຮືອນໂຊກດີ ຖືນາງ ຕີມ ຄືເປັນແມ່ຂອງຕົນ. ພາບ: ເອກະສານ


ຢູ່ ຫວຽດນາມ ເກືອບ 30 ປີ, ນາງ ຕີມ ໄດ້ຊ່ວຍເຫຼືອຜູ້ ພິການ, ເດັກກຳພ້າ ຫຼາຍຄົນຢູ່ ຫວຽດນາມ. ພາບ: ເອກະສານ


ນາງ ຕີມ ສອນພວກນ້ອງນ້ອຍຢູ່ໃນເຮືອນ. ພາບ: ເອກະສານ

ນາງ ຕີມ ຊ່ວຍເຫຼືອບັນດາຜູ້ເຖົ້າທີ່ບໍ່ມີ ລູກຫຼານ. ພາບ: ເອກະສານ


ນາງ ຕີມ ຊ່ວຍເຮັດໃຫ້ຜູ້ພິການ ໄດ້ມີວຽກເຮັດງານທຳ. ພາບ: ທົງຫາຍ


ຜູ້ພິການຢູ່ໃນຫຼັງເຮືອນໂຊກດີ ຍັງໄດ້ເຮັດວຽກກ່ຽວກັບ ສິລະປະ. ພາບ: ເອກະສານ


ນາງ ຕີມ ເປັນບ່ອນອີງ ທາງດ້ານຈິດໃຈ ຂອງເດັກກຳພ້າ ແລະ ຜູ້ພິການ. ພາບ: ເອກະສານ


ທີ່ສູນກາງແຫ່ງນີ້ ຍັງມີຫ້ອງຮຽນອະນຸບານ ສຳລັບໃຫ້ລູກຂອງ
ຜູ້ພິການ. ພາບ: ເອກະສານ



ນາງ ຕີມ ຖ່າຍຮູບກັບບັນດານັກຮຽນທີ່ຫຼັງເຮືອນ ໂຊກດີ. ພາບ: ເອກະສານ
ປິ່ນປົວພະຍາດໃຫ້ແກ່ເດັກຫຼາຍຄົນແລ້ວ, ນາງ ຕີມ ຕັດສິນໃຈນຳໃຊ້ເງິນທີ່ຫາມາຈາກການຂາຍຮູບແຕ້ມ ເພື່ອເຊົ່າເຮືອນຫຼັງໜຶ່ງຢູ່ບ້ານ ບິ່ງຮຶງຮວ່າ, ເມືອງ ບິ່ງເຕີນ (ນະຄອນ ໂຮ່ຈີມິນ) ໃຫ້ ແທ່ງ ແລະ ເດັກນ້ອຍຫຼາຍຄົນທີ່ບໍ່ມີຄອບຄົວຢູ່ນຳກັນ. ຕັ້ງແຕ່ ນັ້ນ, ໂຄງການ ຫຼັງເຮືອນ ໂຊກດີ ຖືກສ້າງຂຶ້ນມາ.

ໃນເຮືອນໂຊກດີຫຼັງນີ້, ນາງ ຕີມ ໄດ້ຕ້ອນຮັບບັນດາເດັກກຳ ພ້າ, ເດັກທີ່ ອາໄສຕາມທ້ອງຖະໜົນ ແລະ ຄົນພິການ ທີ່ ຕ້ອງ ການມາພັກຢູ່ແບບ ຊົ່ວຄາວ ຫຼື ຊອກຫາວຽກເຮັດງານທຳຕາມ ຄວາມສາມາດຂອງ ຕົນ. ປີ 1995, ນາງ Aline ໄດ້ສ້າງໂຄງ ການສຶກສາໃຫ້ແກ່ ເດັກກຳພ້າ, ຄົນພິການທີ່ອາໄສໃນເຮືອນ ຫຼັງນີ້. ທຸກຄົນ ຈະໄດ້ຮຽນໜັງສື ແລະ ຮຽນຮູ້ກ່ຽວກັບວິທີການ ແຕ້ມຮູບ. ພ້ອມກັນນັ້ນແມ່ນການຟື້ນຟູສຸຂະພາບໃຫ້ກັບຄືນ ສູ່ ສະພາບປົກກະຕິ ໃຫ້ແກ່ຄົນພິການ ໄດ້ຖືກສ້າງຕັ້ງຂຶ້ນມາ.  

ຫຼັງຈາກນັ້ນ ອີກ 2-3 ປິ, ນາງ ຕີມ ສືບຕໍ່ເປີດກວ້າງ ການສອນ ອາຊີບໃຫ້ແກ່ສະມາຊິກທີ່ອາໄສໃນຫຼັງເຮືອນໂຊກດີ. ເຂົາ ເຈົ້າ ໄດ້ຮຽນກ່ຽວກັບຄອມພີວເຕີ, ແຟຊັ່ນ ແລະ ອອກແບບພິມ ເທິງ ຜ້າແພ. ດ້ວຍຄວາມຮູ້ ຄວາມສາມາດຂອງຕົນ, ເດັກກຳພ້າ ແລະ ຄົນພິການ ຫຼາຍຄົນ ທີ່ ອາໄສຢູ່ທີ່ນີ້ ສາມາດຊອກຫາ ໄດ້ ວຽກເຮັດງານທຳທີ່ ເໝາະສົມ, ເຖິງວ່າ ລາຍຮັບບໍ່ຫຼາຍ ແຕ່ ມັນເປັນແຫຼ່ງ ກຳລັງໃຈ ທີ່ຍິ່ງໃຫຍ່, ຊ່ວຍເຮັດໃຫ້ເຂົາເຈົ້າມີ ຄວາມໝັ້ນໃຈໃນຊີວິດ.

ໂຄງການຂອງນາງ ຕີມ ພັດທະນາຢ່າງບໍ່ຢຸດຢັ້ງ. ແຕ່ຫຼັງເຮືອນໂຊກດີໃນເບື້ອງຕົ້ນ, ນາງ ຕີມ ພ້ອມກັບເພື່ອນຮ່ວມງານ ໄດ້ສ້າງຕັ້ງສູນກາງແຫ່ງໜຶ່ງທີ່ມີຂະໜາດໃຫຍ່ ລວມມີໂຮງງານ ຕັດຫຍິບ, ແຕ້ມ, ສ້ອມແປງຄອມພີວເຕີ, ຊ່າງເຟີນີເຈີ, ສິລະ ປະກຳ... ເຖິງປີ 2011, ໝູ່ບ້ານ ໂຊກດີ ໄດ້ສ້າງຕັ້ງ ຂຶ້ນມາ. ບໍ່ ຄືກັບເຮືອນຫຼາຍຫຼັງທີ່ໄດ້ກໍ່ສ້າງມາກ່ອນ, ບັນດາຫຼັງ ເຮືອນຢູ່ ໃນໝູ່ບ້ານ ໂຊກດີ ສາມາດເຄື່ອນຍ້າຍໄດ້. ໃນບ້ານແຫ່ງ ນີ້ ຍັງມີສະລອຍນຳ້ເພື່ອຮັບໃຊ້ໃຫ້ແກ່ຄົນພິການ,ໂຮງຮຽນ ປະ ຖົມ, ເຮືອນລ້ຽງເດັກ ແລະ ຮ້ານອາຫານ. ຫຼັງເຮືອນ ໂຊກດີ ແລະ ສູນກາງຫຼາຍແຫ່ງ ທີ່ຫາກໍ່ໄດ້ສ້າງໃໝ່ ຫ່າງຈາກກັນ 1 ກິໂລແມັດ, ໄດ້ຮັບຮູ້ດ້ວຍສີຂຽວ, ເປັນສັນຍາລັກຂອງ ຄວາມ ມຸ່ງຫວັງ.

ສິ້ນສຸດການໂອ້ລົມກັນກັບພວກຂ້າພະເຈົ້າ, ນາງ ຕີມ ໃຫ້ຮູ້ວ່າລາວ ມີຫຼານເກືອບ 70 ຄົນ, ເປັນລູກເປັນຫຼານຂອງຜູ້ພິການ 200 ຄົນທີ່ພວມອາໄສຢູ່ທີ່ນີ້.

ຜະລິດຕະພັນຈຳນວນໜຶ່ງຂອງຄົນພິການຢູ່ ຫຼັງເຮືອນໂຊກດີ:










ຈາກການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຜູ້ພິການ ຫວຽດ ນາມ, ນາງ Aline Rebeaud ໄດ້ຮັບສັນຊາດ ຫວຽດນາມ ຊຶ່ງ ມີຊື່ວ່າ ຫວ່າງນືຫງອກຕີມ.  

ແຂວງ ດັກນົງ ໄດ້ມອບເນື້ອທີ່ດິນ 27.000 ຕາລາງແມັດ ໃຫ້ ນາງ ຕີມ ເພື່ອຮັບໃຊ້ໃຫ້ແກ່ໂຄງການກໍ່ສ້າງ ໝູ່ບ້ານ ໂຊກດີ. ຫຼັງຈາກໄດ້ເປີດນຳໃຊ້ໃນໄລຍະທ້າຍປີ 2018, ໝູ່ບ້ານແຫ່ງນີ້ ຈະຮັບລ້ຽງດູແລ ຄົນພິການ 250 ຄົນ, ໃນນັ້ນ ມີເດັກອຳມະ ພາດ ມັນສະໝອງ 30 ຄົນ, ເດັກເປ້ຍລ່ອຍ 30 ຄົນ, ເດັກກຳ ພ້າ 30 ຄົນ ແລະ ຜູ້ພິການອີກຈຳນວນໜຶ່ງ.  
ບົດ: ທົງຫາຍ - ພາບ: ທົງຫາຍ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ