25/04/2015 16:10 GMT+7 Email Print Like 0

ຫງວຽນຫືວທ້າຍ-ສັກຂີພະຍານທີ່ຍັງມີຊີວິດຂອງວັນທີ 30/4

ຕອນສວຍຂອງ ວັນທີ 30/4/1975, ທີ່ຫ້ອງອັດສຽງຂອງສະຖານີວິ ທະຍຸກະຈາຍສຽງ ໄຊງ່ອນ, ນອກຈາກພະນັກງານ ແລະ ນັກຮົບ ກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຈໍານວນໜຶ່ງແລ້ວ, ຍັງມີບຸກຄົນຜູ້ໜຶ່ງ ທີ່ເປັນພິເສດ ພໍສົມຄວນ ໄດ້ເປັນສັກຂີພະຍານ ໂດຍກົງ ໃນວິນາທີອັນເປັນປະຫວັດສາດ ເມື່ອປະທານາທິບໍດີ  ເຢືອງວັນມິງ ແລະ ບັນດາສະມາຊິກ ຂອງອຳນາດການປົກຄອງ ໄຊງ່ອນ ປະກາດຄຳຖະແຫຼງຍອມຈຳນົນ ໂດຍບ່ໍມີເງື່ອນໄຂ. ເຂົາ ຜູ້ນັ້ນແມ່ນ ທ່ານ ຫງວຽນຫືວທ້າຍ, ອະດີດປະທານສະມາຄົມໃຫຍ່ ນັກສຶກສາໄຊງ່ອນ.

ທ່ານຫງວຽນຫືວທ້າຍຜູ້ເປັນສັກຂີພະຍານປະຫວັດສາດພິເສດໃນຕອນສວຍວັນທີ 30/4/1975
ກັບມາຢາມທຳນຽບໂດກເລີບ, ເດືອນ 3/2015. ພາບ: ຫງວຽນລວນ/ VNP

 

ສຳລັບເພິ່ນແລ້ວ, ນີ້ເປັນສະຖານທີ່ໄດ້ຈາລຶກໄວ້ ຫຼັກໝາຍຕ່າງໆ ທີ່ເລິກເຊິ່ງ ໃນຊີວິດຂອງຕົນເອງ. ພາບ: ຫງວຽນລວນ/ VNP
 

ທ່ານ ຫງວຽນຫືວທ້າຍ ແລະ ຮູບພາບປະຫວັດສາດ ໃນຕອນສວຍ ວັນທີ 30/4/1975, ໃນນັ້ນມີພາບຖ່າຍ ທ່ານເປັນສັກຂີພະຍານ ປະທານາທິບໍດີ ເຢືອງວັນມິງ ອ່ານຄຳຖະແຫຼງຍອມຈຳນົນ ໂດຍບໍ່ມີເງື່ອນ ໄຂ ທີ່ ສະຖານີວິທະຍຸກະຈາຍສຽງໄຊງ່ອນ. ພາບ: ຫງວຽນລວນ/ VNP
 

ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນ ສະແດງ ຄວາມຕົກຕະລຶງທີ່ສຸດ ເມື່ອຮູ້ວ່າ ທ່ານທ້າຍນີ້ເອງເຄີຍເປັນສັດຂີພະຍານ ວິນາທີປະກາດ ຄຳຖະແຫຼງຍອມຈຳນົນ ຂອງປະທານາທິບໍດີ ເຢືອງວັນມິງ ໃນຕອນ ສວຍ ວັນທີ 30/4/1975. ພາບ: ຫງວຽນລວນ/ VNP
 

ດ້ວຍເຫດນັ້ນ, ເຂົາເຈົ້າຈຶ່ງໄດ້ຕັ້ງຫຼາຍຄຳຖາມ ກ່ຽວກັບວັນ ອຳນາດ ການປົກຄອງໄຊງ່ອນ ຖືກໂຄ່ນລົ້ມ. ພາບ: ຫງວຽນລວນ/ VNP
 

ເລື່ອງລາວຕ່າງໆຂອງທ່ານ ທ້າຍໄດ້ຊ່ວຍໃຫ້ ບັນດານັກທ່ອງທ່ຽວ ຕ່າງປະເທດ ມີມູມມອງໃໝ່ ແລະ ຈັບໃຈທີ່ສຸດ ກ່ຽວກັບເຫດການ
ທີ່ເກີດຂຶ້ນໃນຕອນສວຍວັນທີ 30/4/1975. ພາບ: ຫງວຽນລວນ/ VNP

 

ການພົບພໍ້ກັນຄືນໂດຍບັງເອີນລະຫວ່າງທ່ານ ຫງວຽນຫືວທ້າຍ ແລະ ທ່ານ ຫວູຮົ່ງຟຽວ, ອະດີດນັກຮົບ E136, ກອງກໍາລັງສຳຮອງ ຕາມຫຼັງຂະບວນລົດຕັງ
ເພື່ອເຂົ້າຮັບຕໍ່ການ ບໍລິຫານນະຄອນ ໄຊຊ່ອນຫລັງປົດປ່ອຍໃໝ່. ພາບ: ຫງວຽນລວນ/ VNP

 
“ພວກຂ້າພະເຈົ້າແມ່ນຜູ້ຕາງໜ້າ ໃຫ້ແກ່ຄະນະກຳມະການ ປະຊາຊົນ ປະຕິວັດໄຊງ່ອນ-ເຈິເລີ້ນ-ຢາດິ້ງ. ພວກຂ້າພະເຈົ້າ ເປັນກຸ່ມຄົນທຳອິດ ທີ່ໄດ້ມາຮອດ ຫໍທຳນຽບໂດກເລີບ(ເອກະລາດ) ກ່ອນ 12 ໂມງ ແລະ ໄດ້ພ້ອມກັບ ອ້າຍນ້ອງກອງທັບປົດປ່ອຍ ປັກທຸງໄຊ ເທິງ ທຳນຽບໂດກເລີບ. ພວກຂ້າພະເຈົ້າໄດ້ແກ່ສາດສະດາຈານ ຮວິ່ງ ວັນ ຕອັ່ງ ແລະ ອະດີດປະທານ ສະມາຄົມໃຫຍ່ ນັກສຶກສາ ໄຊງ່ອນ ຫງວຽນຫືວທ້າຍ… ຊີວິດອັນເປັນປົກກະຕິໄດ້ກັບຄືນມາສູ່ໄຊງ່ອນ-ນະຄອນໂຮ່ຈີມິນ, ນະຄອນທີ່ປະທານ ໂຮ່ຈີມິນ ເຄີຍຄອງຄອຍ ມາບັດນີ້ໄດ້ຮັບການປົດປ່ອຍ… ຂໍສະເໜີ ຄຳຮຽກຮ້ອງ ຂອງທ່ານ ເຢືອງ ວັນ ມິງ ແລະ ຫວູ້ ວັນ ເໝົ້າ ວ່າດ້ວຍການຍອມຈຳນົນ ຂອງອຳນາດການປົກຄອງ ໄຊງ່ອນໃນນະຄອນແຫ່ງນີ້ …”.

ນັ້ນແມ່ນຄໍາປະກາດເປີດເລື່ອງຂອງທ່ານ ຫງວຽນຫືວທ້າຍ ທີ່ໄດ້ ອອກອາກາດ ຜ່ານຄື້ນວິທະຍຸກະຈາຍສຽງ ໄຊງ່ອນ ໃນຕອນສວຍ ວັນທີ 30/4/1975 ເພື່ອຫຼັງນັ້ນ ປະທານາທິບໍດີ ສາທາລະນະລັດ ຫວຽດນາມ ເຢືອງວັນມິງ ອ່ານຄຳຖະແຫຼງ ຍອມ ຈຳນົນ ໂດຍບ່ໍມີ ເງື່ອນໄຂ ຕ່ໍກອງທັບປົດປ່ອຍພາກໃຕ້ຫວຽດນາມ, ຢຸດຕິສົງຄາມ, ປະເທດຊາດເປັນເອກະພາບ. ທ່ານແມ່ນສັກຂີ ພະຍານທີ່ຍັງມີ ຊີວິດ ຂອງຊ່ວງເວລາອັນສັ້ນໆເປັນປະຫວັດສາດ ຂອງຕອນສວຍ ວັນທີ 30/4/1975.

ທ່ານ ຫງວຽນວັນທ້າຍ ເກີດປີ 1940 ຢູ່ດ່ານັ້ງ, ເປັນນັກສະຖາປາ ນິກຜູ້ໜຶ່ງ. ທ່ານຮຽນຂະແໜງສະຖາປັດຕະຍະກຳ ແລະ ກົດໝາຍທີ່ ສະຖາບັນມະຫາວິທະຍາໄລໄຊງ່ອນ. ທ່ານໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນຂະບວນການຕ່ໍສູ້ຂອງຊາວໜຸ່ມ, ນັກສຶກສາ, ນັກຮຽນ ພາກໃຕ້ແຕ່ ປີ 1960 ຮອດປີ 1975 ແລະ ໄດ້ຮັບການເລືອກຕັ້ງໃຫ້ ເປັນປະທານ ຜູ້ທຳອິດ ຂອງສະມາຄົມໃຫຍ່ນັກສຶກສາໄຊງ່ອນ (1963-1964) ພາຍຫຼັງມື້ ລະບອບ ໂງ ດິ່ງ ຢ້ຽມ ລົ້ມທະລາຍ. ສະໄໝນີ້, ຫງວຽນຫືວທ້າຍ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມການ ເຄື່ອນໄຫວຕ່າງໆ ທີ່ຟົດຟື້ນ ເຊັ່ນ: ຮຽກຮ້ອງນັກສຶກສາ ອອກສູ່ຖະ ໜົນ, ເດີນຂະບວນຄັດຄ້ານ ອາເມລິກາ ແຊກແຊງເຂົ້າໃນວຽກ ງານພາຍໃນຂອງຫວຽດນາມ ເປັນຕົ້ນ…

40 ປີໄດ້ຜ່ານພົ້ນໄປ, ອະດີດປະທານສະມາຄົມໃຫຍ່ນັກສຶກສາໄຊງ່ອນ ໃນເມື່ອກ່ອນ, ປະຈຸບັນໄດ້ເປັນຜູ້ເຖົ້າຫົວຫງອກຈູນພູ່ນ, ວາດ ຊົງບາງຈ່ອຍ.  ປີນີ້ ທ່ານມີອາຍຸ 75 ປີ ແລ້ວ, ແຕ່ກິລິຍາທ່າທີຍັງຄ່ອງແຄ້ວວ່ອງໄວ, ສະຕິປັນຍາຍັງໃສແຈ້ງ ແລະ ພິເສດແມ່ນແວວຕາສະທ້ອນຄວາມຫລັກແຫລມ. ຊີວິດຄູ່ຜົວເມຍ ປັດຈຸບັນແມ່ນ ສົມ ປະສົງ, ລູກສອງຄົນຕ່າງກ່ໍເປັນຫລັກເປັນແຫລ່ງທີ່ໝັ້ນຄົງ.

ຕ້ອນຮັບພວກຂ້າພະເຈົ້າທີ່ໂຮງແຮມຂອງລູກສາວທ່ານຢູ່ເມືອງ ບິ່ງແທ້ງ, ນະຄອນໂຮ່ຈີມິນ, ທ່ານ ທ້າຍ ຈັບມືແຕ່ລະຄົນພ້ອມທັງຖາມຂ່າວຄາວຢ່າງສະໜິດສະໜົມ. ລົມກັນໄປໄດ້ໄລຍະໜຶ່ງແລ້ວ, ທ່ານພ້ອມກັບພັນລະຍາ ແລະ ລູກສາວໄດ້ພາພວກຂ້າພະເຈົ້າ ໄປຢ້ຽມຊົມ ທຳນຽບໂດກເລີບ ແລະ ສະຖານີວິທະຍຸກະຈາຍ ສຽງໄຊງ່ອນ (ປັດຈຸບັນແມ່ນສະຖານີວິທະຍຸກະຈາຍສຽງຂອງ ປະ ຊາຊົນນະຄອນໂຮ່ຈີມິນ), ບ່ອນທີ່ໄດ້ຈາລຶກໄວ້ຫຼັກໝາຍ ອັນເປັນ ປະຫວັດສາດຂອງວັນ ທີ 30/4 ແລະ ຂອງທັງຊົ່ວຊີວິດທ່ານ.

ພໍຍ່າງຜ່ານປະຕູ ຫໍທໍານຽບ, ທ່ານຫງວຽນຫືວທ້າຍ ມຸ່ງໜ້າໄປຫາ ບ່ອນວາງສະແດງລົດຕັງ ຄັນທີ່ທະລຸ ປະຕູໂຂງທຳນຽບ ໂດກເລີບ ໃນວັນ ທີ 30/4, ເປັນບ່ອນທີ່ນັກທ່ອງທ່ຽວ ຊາວຕ່າງປະເທດ ຈຳນວນ ຫລວງ ຫຼາຍພວມຖ່າຍຮູບເປັນທີ່ລະນຶກຢູ່. ພວກເຂົາເຈົ້າ ສະແດງ ຄວາມຕົກສະເງີ້ ແລະ ປະທັບໃຈທີ່ສຸດ ເມື່ອໄດ້ພົບພ້ໍກັບ ຜູ້ເປັນ ສັກຂີພະຍານປະຫວັດສາດ ທີ່ພິເສດຄື ທ່ານທ້າຍ ໂດຍບັງເອີນ ແນວນີ້. ເຂົາເຈົ້າໄດ້ຕັ້ງໃຈຟັງ ທ່ານເລົ່າ ເລື່ອງລາວຕ່າງໆ ທີ່ກ່ຽວພັນ ກັບວັນທີ 30/4 ໂດຍຜ່ານການແປ ຂອງເອື້ອຍ ຕີນາ ທຽນງາ, ຜູ້ ເປັນລູກສາວຂອງທ່ານທ້າຍເອງ.

ລົດຕັງຂອງທະຫານປົດປ່ອຍບຸກເຂົ້າທຳນຽບໂດກເລີບ ຕອນ ສວຍວັນທີ 30/4/1975. ພາບ: ເຈີ່ນມາຍເຫືອງ/VNA
 

ບັນດາພະນັກງານທະຫານປົດປ່ອຍຄຸມຕົວທ່ານ ເຢືອງວັນມິງ  ແຕ່ທຳນຽບໂດກເລີບ ໄປສະຖານີວິທະຍຸກະຈາຍສຽງໄຊງ່ອນ
ເພື່ອ ອ່ານຖະແຫຼງການຍອມຈຳນົນ ໃນຕອນສວຍວັນທີ 30/4/1975. ພາບ: ເອກະສານ

 

ທ່ານ ຫງວຽນຫືວທ້າຍ (ຜູ້ນຸ່ງເສື້ອຂາວຈັບເອກະສານ ຜູ້ຢືນ ທີສອງນັບແຕ່ຂວາ) ພ້ອມກັບບັນດາພະນັກງານທະຫານປົດປ່ອຍ ພາກໃຕ້ ພວມລໍຖ້າປະທານາທິບໍດີ ຫວຽດນາມ ສາທາລະນະ ເຢືອງວັນ ມິງ(ນຸ່ງເສື້ອດຳ, ນັ່ງແຫງໜ້າ) ອ່ານຄຳຖະແຫຼງ ຍອມ ຈຳນົນຢູ່ ຫ້ອງອັດສຽງຂອງສະຖານີວິທະຍຸກະຈາຍສຽງໄຊງ່ອນ ຕອນສວຍ ວັນທີ 30/4/1975.  ພາບ:  ເອກະສານ
 

ປະຊາຊົນ ໄຊງ່ອນ ຫຼາຍໝື່ນຄົນຫລັ່ງໄຫຼອອກສູ່ຖະໜົນເພື່ອ ຕ້ອນຮັບທະຫານປົດປ່ອຍໃນວັນທີ 30/4/1975. ພາບ:  ເອກະສານ
 

ປະຊາຊົນໄຊງ່ອນເຂົ້າຮ່ວມໂຮມຊຸມນຸມມິດຕິງສະຫຼອງວັນ ໄຊຊະນະ ທີ່ຫໍທໍານຽບວັນທີ 7/5/1975. ພາບ: ເອກະສານ VNP
 
ຕາມຄໍາເລົ່າຂອງທ່ານທ້າຍ, ວັນທີ 30/4/1975, ທຳນຽບໂດກເລີບ ຕອນເຊົ້າ ເວລາປະມານ 9 ໂມງປາຍ ໃນຂະນະກຸ່ມຂອງທ່ານ ພວມຢູ່ ໃນທຳນຽບໂດກເລີບ, ທາງພາກເບື້ອງຖະໜົນ ຖົ໋ງເຍິດ(ດຽວນີ້ແມ່ນ ຖະໜົນ ເລຢ໋ວນ) ໄດ້ແນມເຫັນສະພາບສຸດແສນທີ່ສະຫງ່າຜ່າເຜີຍ. ນັ້ນກໍ່ຄືພາບຂະບວນ ລົດຕັງຂອງທະຫານ ປົດປ່ອຍຂະບວນໜຶ່ງ ກຳລັງເພືອບໆບຸກທະລຸປະຕູໂຂງທຳນຽບ ໂດກເລີບ ເຂົ້າມາຢຸດຢູ່ຕໍ່ໜ້າຫໍ,  ຫລັງຈາກນັ້ນມີທະຫານລົດຕັງຜູ້ໜຶ່ງ (ພາຍລຸນມາ ທ່ານທ້າຍ ຈຶ່ງ ຮູ້ຊື່ແມ່ນ ບຸ່ຍ ກວາງ ເຖິນ) ໂດດລົງ ມາ ຈາກລົດ ແລະ ຖົກເອົາ ຄັນອັງແຕນທີ່ຕິດທຸງປົດປ່ອຍ ເຄິ່ງຂຽວ ເຄິ່ງແດງ ຢູ່ເທິງລົດຕັງແລ້ວແລ່ນມຸ່ງໜ້າຂຶ້ນໄປພື້ນລະບຽງຫໍ.

ເວລານັ້ນ  ທ່ານ ແລະ ສາດສະດາຈານ ຮວິ່ງ ວັນ ຕ່ອງ (ອາຈານສອນ ຂະແໜງສື່ມວນຊົນ) ພວມຢືນຢູ່ຫ້ອງໂຖງໃຫຍ່ ຂອງ ຫໍ. ເຫັນອ້າຍເຖິນແລ່ນເຂົ້າມາ, ທ່ານກ້າວອອກໄປ ຫາສະເໜີ ຂໍເປັນຜູ້ພາທາງໃຫ້. ທຳອິດ, ອ້າຍເຖິນເບິ່ງທ່ານດ້ວຍ ຄວາມ ລະແວງສົງໄສ ແຕ່ເມື່ອແນມເຫັນຢູ່ແຂນ ຂອງທ່ານມີຜ້າພັນ ຂຽວ ແດງ ຂອງກຳລັງ ມະຫາຊົນລຸກຮຶ້ຂຶ້ນ ເລີຍເຫັນດີ ແລະ ແລ່ນ ຕາມ ທ່ານຂຶ້ນຂັ້ນໄດໄຟຟ້າສຳຮອງ.

ຍ້ອນຫ້ອງຂັ້ນໄດໄຟຟ້າແຄບໂພດ ສະນັ້ນທ່ານໄດ້ຊ່ວຍອ້າຍ ເຖິນ ຫັກທົບຄັນອັງແຕນເຂົ້າ ຈຶ່ງເອົາທຸງເຂົ້າທາງໃນໄດ້. ພໍຮອດດາດຟ້າຫໍ, ຍ້ອນທຸງສາມລາຍ ຂອງອຳນາດການປົກຄອງໄຊງ່ອນ ທັງໃຫຍ່ ແລະ ມັດແໜ້ນຫລາຍ ເຮັດໃຫ້ເຂົາທັງສອງຕ້ອງໃຊ້ເວລາ ຄາວໜຶ່ງ ຈຶ່ງຖົກມັນລົງ ແລະ ຊັກທຸງປົດປ່ອຍຂຶ້ນແທນ ພາຍໃຕ້ສຽງ ໄຊໂຍ ໂຮຮ້ອງ ປົນກັບ ສຽງປືນບອກເຕືອນດັງສະໜັ່ນຫວັ່ນໄຫວ.

ແລະ ກ່ໍໃນຕອນສວຍຂອງມື້ນັ້ນເອງ, ເລື່ອງລາວທີ່ບັງເອີນໄດ້ເກີດຂຶ້ນຕໍ່ກັບຊີວິດຂອງທ່ານ ແລະ ຕໍ່ມາເປັນຂີດໝາຍປະຫວັດສາດ ພິເສດຂອງວັນມະຫາໄຊ 30/4. ຕອນສວຍມື້ນັ້ນ, ທ່ານໄດ້ຮັບອະນຸ ຍາດ ໃຫ້ໄປກັບບັນດາ ພະນັກງານ ແລະ ນັກຮົບກອງທັບປົດປ່ອຍ ເພື່ອຄຸມຕົວປະທານາທິບໍດີ ເຢືອງວັນມິງ ພ້ອມກັບສະມາຊິກ ລັດ ຖະບານຈຳນວນໜຶ່ງຂອງອຳນາດການປົກ ຄອງໄຊງ່ອນໄປ ສະຖາ ນີວິທະຍຸກະຈາຍສຽງ ໄຊງ່ອນ ເພື່ອອ່ານຄຳຖະແຫຼງຍອມຈຳນົນ.

ທີ່ສະຖານີວິທະຍຸກະຈາຍສຽງໄຊງ່ອນ, ເວລານັ້ນ ຍ້ອນສະພາບສຸດ ທີ່ຮີບດ່ວນ ສະນັ້ນທ່ານຈຶ່ງໄດ້ຖືກມອບໝາຍໃຫ້ເປັນໂຄສົກວິທະຍຸ ປະກາດ ກ່ຽວກັບການທີ່ປະທານາທິບໍດີ ເຢືອງວັນມິງ ຈະອ່ານ ຄຳ ຖະແຫຼງຍອມຈຳນົນ. ເຖິງວ່າຮັບບົດບາດເປັນ ໂຄສົກວິທະຍຸຜູ້ ໜຶ່ງແບບດ້ວຍຄວາມຈໍາເປັນກ່ໍຕາມ, ແຕ່ຍ້ອນມີນ້ໍາສຽງຄົນ ພາກ ໃຕ້ທີ່ຈະແຈ້ງ. ສະນັ້ນ, ໂດຍຜ່ານຄື້ນ ວິທະຍຸກະຈາຍສຽງ ໄຊງ່ອນ, ທ່ານໄດ້ອອກຄໍາປະກາດ ເປີດເລື່ອງທີ່ມີລັກສະນະປະຫວັດສາດ ຂອງຊາດ. ຫຼັງຄຳປະກາດຂອງທ່ານ, ປະທານາທິບໍດີ ເຢືອງວັນ ມິງ, ທີ່ເປັນປະທານາທິບໍດີສຸດທ້າຍ ຂອງ ລະບອບ ສາທາລະນະລັດ ຫວຽດນາມ ໄດ້ອ່ານຄຳຖະແຫຼງ ຍອມຈຳນົນໂດຍ ບ່ໍມີເງື່ອນໄຂ. ເວລານັ້ນ ຢູ່ໄຊງ່ອນແມ່ນປະມານ 14ໂມງ 20 ນາທີ, ກົງກັບ 13ໂມງ 20 ນາທີ ຢູ່ຮ່າໂນ້ຍ (ສະໄໝນັ້ນ ໂມງຢູ່ໄຊງ່ອນ ຊ້າກວ່າ ຮ່າໂນ້ຍ 1 ຊົ່ວໂມງ). ຜູ້ຄົນຈຳນວນຫຼາຍໝື່ນຄົນໄດ້ສະອື້ນຕື້ນ ຕັນໃຈ ໃນຄວາມມ່ວນຊື່ນດີໃຈ ວັນແຫ່ງເອກະພາບ. ສຳລັບ ທ່ານ ທ້າຍ ຊ່ວງເວລານັ້ນກໍ່ເປັນຊ່ວງເວລາທີ່ບ່ໍອາດຫຼົງລືມ ໄດ້ໃນຕະ ຫຼອດຊີວິດ.

ຫຼັງ 40 ປີ, ເມື່ອກັບມາຢາມສະຖານີວິທະຍຸກະຈາຍສຽງໄຊງ່ອນ, ແນມເຫັນໂຕະພ້ອມໄມໂຄໂຟນ ທີ່ຕົນເອງໄດ້ໃຊ້ ເພື່ອອອກຄຳ ປະກາດພິເສດປີໃດນັ້ນ, ໝາກຫົວໃຈຂອງທ່ານທ້າຍໄດ້ ຖ້ວມລົ້ນ ໄປດ້ວຍ ຄວາມຮູ້ສຶກ ຕື້ນຕັນຍາກທີ່ຈະພັນລະນາໄດ້.

ທ່ານເລົ່າສູ່ຟັງວ່າ: “ຕອນຄ່ຳວັນທີ 30/4/1975, ທ້ອງຟ້າ ໄຊງ່ອນ ງຽບສະງັດ, ບ່ໍມີສຽງເຮືອບິນຈັກໜ້ອຍ. ໃນເມືອງກ່ໍບ່ໍມີສຽງວໍ ຂອງ ລົດທະຫານ. ເດິກຄໍ່າຄືນບໍ່ມີແສງໂຄມໄຟເຝົ້າຍາມກວດກາ, ມີພຽງສຽງປືນກ້ອງມາແຕ່ໄກ… ນັ້ນແມ່ນຄືນທໍາອິດ ຂອງວັນປະເທດຊາດ ມີສັນຕິພາບ, ເປັນເອກະພາບ, ວັນເຕົ້າໂຮມຂອງຍາດຕິພີ່ນ້ອງ.
ບົດ: ຫງວຽນແອວງ
ພາບ: ເຈີ່ນາຍເຫືອງ, ຫງວຽນລວນ, ເອກະສານຂອງທ່ານເຈີ່ນຫືວທ້າຍ ແລະ VNP
ບັນດາບົດທີ່ຖືກນຳສະເໜີ