01/09/2016 11:29 GMT+7 Email Print Like 0

ສຽງດັງກັງວານຈາກໝູ່ເກາະຮວ່າງຊາ, ເຈື່ອງຊາ

ປະເທດຊາດຫວຽດນາມ, ແຕ່ເໜືອຮອດໃຕ້ຖືກອ້ອມກອດ ແລະ ປອບໃຈດ້ວຍທະເລອັນກວ້າງໃຫຍ່. ມື້ແລ້ວມື້ເລົ່າ ກະແສຄື້ນນ້ຳທະເລຈາກ ຮວ່າງຊາ ແລະ ເຈື່ອງຊາ ກະທົບ ໃສ່ຝັ່ງເໝືອນສົ່ງຄໍາຕັກເຕືອນ ແລະ ຮຽກຮ້ອງມາຍັງ ປະຊາຊົນ ຫວຽດນາມ ແຕ່ລະຄົນຈົ່ງໄດ້ສະຖິດໄວ້ໃນໃຈ ກ່ຽວກັບສິດອຳນາດອະທິປະໄຕເໜືອໝູ່ເກາະທະເລ ອັນສັກສິດຂອງປະເທດຊາດ, ນັ້ນຄື ຮວ່າງຊາ ແລະ ເຈື່ອງຊາທີ່ແສນຮັກ ອຸດົມສົມບູນຮັ່ງມີໄປດ້ວຍ ຊັບພະຍາກອນ, ຂຽວອຸ່ມທຸ່ມໄປດ້ວຍສີຂຽວຂອງ ພະລັງຊີວິດ ແລະ ສຽງຫົວຂອງຊາວປະມົງຜູ້ມີນິດໄສໃຈດີ. 
ຕາມຮອຍຂອງບັນພະບຸລຸດ

ຈາກເກາະຫຼີເຊີນຢູ່ແຂວງກວ່າງຫງາຍ, ພວກຂ້າພະເຈົ້າ ເລີ່ມການເດີນທາງຕາມຮອຍຕີນຂອງບັນດາບັນພະບຸລຸດ. ນັ້ນແມ່ນເກາະພົ້ນທະເລທີ່ສວຍງາມແຫ່ງໜຶ່ງ ຕັ້ງຢູ່ຫ່າງຈາກຝັ່ງປະມານ 15 ໄມ, ບ່ອນທີ່ຍັງຮັກສາໄວ້ວັດຖຸພັນ, ຮ່ອງຮອຍປະຫວັດສາດຫຼາຍຢ່າງ ພ້ອມທັງເລື່ອງລາວ ທີ່ໜ້າຈັບໃຈກ່ຽວກັບກອງທະຫານເຮືອຮວ່າງຊາໂດຍ ເຈົ້າຫງວຽນຢູ່ທາງພາກໃຕ້ຫວຽດນາມສ້າງຕັ້ງຂຶ້ນແຕ່ຕົ້ນສະຕະວັດທີ XVII ເພື່ອເຮັດໜ້າທີ່ຂຸດຄົ້ນຊັບສິນມີຄ່າ, ວັດແທກທາງເດີນທະເລ, ປົກປັກຮັກສາ ແລະ ປັກຫຼັກໝາຍ ອຳນາດອະທິປະໄຕຢູ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

ປະຈຸບັນ, ບັນດາຕະກຸນໃຫຍ່ຢູ່ເທິງເກາະຫຼີເຊີນເຊ່ັນ ຕະກຸນ ຫງວຽນ, ຕະກຸນ ຟ້າມ, ຕະກຸນ ຫວໍ ຍັງຄົງຮັກສາ ໃບສັ່ງ, ພະລາຊະໂອງການວ່າດ້ວຍປະດັບຍົດທີ່ສຳຄັນ ຂອງລາຊະວົງ ຫງວຽນໄວ້ເປັນຈໍານວນຫລວງຫລາຍ, ໃນນັ້ນໄດ້ລະບຸແຈ້ງ ວິທີການຈັດຕັ້ງ, ໜ້າທີ່, ຜົນງານຂອງກອງທະຫານເຮືອ ຮວ່າງຊາສະໄໝກ່ອນກີ້. 

ພິທີລ້ຽງດວງວິນຍານທະຫານຮວ່າງຊາ ເປັນໜຶ່ງໃນບັນດາ ພິທີຮີດຄອງປະເພນີທີ່ໄດ້ຮັບການຈັດຂຶ້ນໃນເດືອນ 3 ຕາມຈັນທະປະຕິທິນຂອງແຕ່ລະປີ
ໂດຍຊາວປະມົງ ຢູ່ ເມືອງເກາະຫຼີເຊີນ ເພື່ອລະລຶກເຖິງຄຸນງາມຄວາມດີຂອງ ບັນດາທະຫານໃນກອງເຮືອຮວ່າງຊາ. ພາບ: ກົງດາດ/VNP



ປ່ອຍເຮືອຈຳລອງ ແລະ ຫຸ່ນຄົນລົງທະເລແມ່ນພິທີກໍາທີ່ສຳຄັນທີສຸດໃນພິທີລ້ຽງດວງວິນຍານທະຫານ ຮວ່າງຊາ ຢູ່ເມືອງເກາະຫຼີເຊີນ. ພາບ: ກົງດາດ/VNP


ບັນດາໃບສັ່ງ, ສາດ, ແໜບໄມ້ໄຜ່, ບັດບັນທຶກຊື່ ແລະ ນາມສະກູນແມ່ນວັດຖຸບູຮານທີ່ກ່ຽວພັນເຖິງກອງທະຫານ ເຮືອຮວ່າງຊາ,
ມາເຖິງປັດຈຸບັນ ບັນດາຕະກູນໃຫຍ່ໆ ຢູ່ເກາະຫຼີເຊີນ ຍັງຄົງເກັບຮັກສາໄວ້ເປັນຢ່າງດີ. ພາບ: ກົງດາດ/VNP

 
ໃນປຶ້ມ “ດ້າຍນາມຖືກລູກຕ່ຽນບຽນ” (ປຶ້ມປະຫວັດສາດ ສະບັບທຳອິດຂອງດ້າຍນາມ)ໂດຍກວກສືກວ໋ານ(ອົງການ ຮຽບຮຽງປະຫວັດສາດ)ສະໄໝລາຊະວົງຫງວຽນຮຽບຮຽງ ຕາມໃບສັ່ງຂອງອົງກະສັດມິງມ້າງປີທີ 2 (ປີ 1821), 9 ຮ່າງ ແລະ ສະຫຼັກພິມໃນປີຖ້ຽວຈີ້ທີ 4 (ປີ 1844), ໃນນັ້ນໜ້າທີ 10,
ສະບັບທີ 8 ໄດ້ບັນທຶກເຫດການ: “ລະດູແລ້ງ, ເດືອນ ເມສາ, ປີ 1771, ຜູ້ນຳກອງທະຫານຮັກສາ ເຂດຮ່າຕຽນໂດຍແມ່ນທ່ານມາກກື່ວ ໄດ້ຮັບລາງວັນຢ່າງສົມກຽດ ຈາກ ເຈົ້າຫງວຽນຟຸກຈູ ຍ້ອນມີຜົນງານ
ໃນການສໍາເລັດການວັດແທກຫາດຊາຍເຈື່ອງຊາ”.       
                                

ແຜນທີ່ Carte generale des Indes orientales et des Islles Adiacentes ໂດຍທ່ານ Mariette ເປັນຜູ້ສ້າງເມື່ອປີ 1790 ໄດ້ສະແດງໃຫ້ເຫັນວ່າ
ໝູ່ເກາະຮວ່າງຊາແມ່ນຂອງ ຫວຽດນາມ. 
ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014). 



ຢູ່ເທິງແຜນທີ່ອິນເດຍ Orientalis ໂດຍທ່ານ Jodocus Hondius ເປັນຜູ້ດໍາເນີນການເມື່ອປີ 1613, ໝູ່ເກາະ ຮວ່າງຊາ, ເຈື່ອງຊາ ຖືກແຕ້ມເຊື່ອມຕໍ່ກັນ
ແລະ ມີຊື່ເອີ້ນ ລວມວ່າ Peacel.
ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014). 



ແຜນທີ່ຂອງຈີນໂດຍ Atlats  of the World ພິມຈຳໜ່າຍ ຢູ່ລອນດອນ(ອັງກິດ) ເມື່ອປີ 1914 ໄດ້ສະແດງໃຫ້ເຫັນ ສ່ວນອານາເຂດດ້ານໃຕ້ຂອງຈີນ
ຮອດພຽງແຕ່ເກາະໄຫໜານເທົ່ານັ້ນ. 
 ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014). 



ຫີນສີລາຢືນຢັນອຳນາດອະທິປະໄຕໂດຍຄົນຫວຽດຕັ້ງຂຶ້ນຢູ່ ເກາະຮວ່າງຊາໃນເດືອນມິຖຸນາ 1938. ຢູ່ເທິງຫີນສີລາ ໄດ້ສະຫຼັກໜັງສື: “ສາທາລະນະລັດ
ຝຣັ່ງ-ລາຊະອານາຈັກ ອານນາມ-ໝູ່ເກາະຮວ່າງຊາ 1816 - ເກາະ ຮວ່າງຊາ 1938”. ພາບຖ່າຍປີ 1938. 

ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”  
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014). 

 

ຈີນເລີ່ມຕົ້ນມີກົນອຸບາຍຢຶດຄອງໝູ່ເກາະຮວ່າງຊາ ຂອງ ຫວຽດນາມຕັ້ງແຕ່ປີ 1909 ດ້ວຍເຫດການນາຍພົນເຮືອເອກ ຫຼີຈວຽນ(Li zhun) ບັນຊາເຮືອປືນໃຫຍ່ 3 ລຳ ອອກສູ່ ພື້ນທີ່ໝູ່ເກາະຮວ່າງຊາແລ້ວສົ່ງພົນຂຶ້ນເກາະຝູ໋ເລີມ ຢ່າງບັງອາດ. ຕໍ່ຈາກນັ້ນມາ, ໃນເມື່ອປີ 1946, ອຳນາດ ການປົກຄອງປະຊາຈີນຂອງ ຈຽງໄຊເຂັກ (Chiang Kai-shek)ສວຍໂອກາດຍາມຫວຽດນາມປະເຊີນກັບຄວາມ ຫຍຸ້ງຍາກ ໃນເມື່ອຫາກໍຍາດໄດ້ເອກະລາດໃໝ່ຫຼັງສົງຄາມ ໂລກຄັ້ງທີ I ໄດ້ສົ່ງກໍາລັງໄປບຸກຢຶດເອົາກຸ່ມເກາະຕ່າງໆ ທາງທິດຕາເວັນອອກຂອງ ໝູ່ເກາະ ຮວ່າງຊາ ຢ່າງຜິດກົດໝາຍ. ຕໍ່ມາ, ໃນເມື່ອປີ 1956, ສວຍໂອກາດເວລາກອງທະຫານຝຣັ່ງຈຳຕ້ອງ ຖອນອອກຈາກອິນດູຈີນ ຕາມຂໍ້ກຳນົດຂອງສັນຍາເຊີແນວ ແລະ ໃນຂະນະທີ່ອຳນາດ ການປົກຄອງຫວຽດນາມ ສາທາລະນະຍັງບໍ່ທັນຄອບຄອງ ເກາະຈຳນວນໜຶ່ງ ຂອງໝູ່ເກາະຮວ່າງຊາຕາມຂໍ້ຕົກລົງ ຂອງສັນຍາດັ່ງກ່າວ, ຈີນໄດ້ສວຍໂອກາດນີ້ສົ່ງກໍາລັງ ໄປຢຶດຄອງກຸ່ມເກາະ ອານຫວີງ ຢູ່ທາງທິດຕາເວັນອອກ ຂອງໝູ່ເກາະຮວ່າງຊາ ຢ່າງຜິດກົດໝາຍ. ພິເສດ, ເມື່ອປີ 1974, ສວຍໂອກາດເວລາ ຫວຽດນາມກຳລັງ ສຸມໃສ່ ສົງຄາມປົດປ່ອຍປະເທດຊາດ, ຈີນໄດ້ໃຊ້ ກຳລັງອາວຸດ ບຸກຢຶດເອົາໝູ່ເກາະຮວ່າງຊາ ທັງໝົດນັບແຕ່ນັ້ນ ມາຮອດ ປັດຈຸບັນ. 
ເມື່ອເວົ້າເຖິງບົດບາດການສ້າງສິດອໍານາດອະທິປະໄຕຂອງ ຊາວຫວຽດນາມຢູ່ຮວ່າງຊາ, ເຈື່ອງຊາ ກໍມີນາໆເລື່ອງລາວ ທີ່ໜ້າປະທັບໃຈ. ສົມມຸດໃນ “ເຈົາບ່ານ” ລາຊະວົງ ຫງວຽນ ເປັນເອກະສານບໍລິຫານທີ່ມີ ລັກສະນະນິຕິກຳສູງ ຂອງລາຊະວົງຫງວຽນ ຊຶ່ງຢູແນັສໂກໄດ້ຮັບຮອງວ່າເປັນມໍລະດົກ ເອກະສານທີ່ນອນຢູ່ໃນແຜນງານຄວາມຊົງຈຳໂລກພາກພື້ນ ອາຊີ-ປາຊີຟີກ, ລະບຸຢ່າງຈະແຈ້ງຂະບວນວິວັດແຫ່ງການ ປະຕິບັດອໍານາດອະທິປະໄຕຂອງ ກອງທະຫານເຮືອ ຮວ່າງຊາ ຢູ່ສອງໝູ່ເກາະດັ່ງກ່າວ. ຈາກນັ້ນ ແຕ່ປີ 1816, ອົງກະສັດ ຢາລອງ ໄດ້ອອກ ຄຳສັ່ງປັກທຸງຊາດເທິງເກາະ ແລະ ດຳເນີນການວັດແທກທະເລຢ່າງເປັນທາງການ. ພາຍໃຕ້ການປົກຄອງຂອງອົງກະສັດມິງມ້າງ (1820-1841), ລາຊະວົງ ຫງວຽນ ໄດ້ອະນຸຍາດໃຫ້ສ້າງຫໍວັງ, ຕັ້ງຫີນສີລາ, ປັກຫລັກ ແລະ ປູກຕົ້ນໄມ້. ພາຍລຸນມາ, ກອງທະຫານເຮືອດັ່ງກ່າວໄດ້ຮັບມອບໝາຍໜ້າທີ່ ຫຼາຍຕື່ມອີກເຊັ່ນ: ຂຸດຄົ້ນສິນທະເລ, ລາດຕະເວັນ, ເກັບສ່ວຍ ແລະ ປ້ອງກັນປົກປັກຮັກສາສອງໝູ່ເກາະດັ່ງກ່າວນີ້.

ໃນໃບ “ເຈົາບ່ານ” ລົງວັນທີ 28 ທັນວາ ປີຖ້ຽວຈີ້ທີ 7(ປີ 1847) ໂດຍ ໂບ້ກົງ (ກະຊວງຮັບຜິດຊອບການກໍ່ສ້າງ, ສ້ອມແປງຂົວທາງ, ກຳແພງ…) ຍື່ນສະເໜີ ແລະ ມີຄໍາເຫັນ ຂອງອົງກະສັດຍົກໃຫ້ເຫັນຢ່າງຈະແຈ້ງວ່າ: “ຕາມຮີດຄອງ, ຮວ່າງຊາແມ່ນດິນແດນພົ້ນທະເລຂອງປະເທດເຮົາ, ແຕ່ລະປີໄດ້ສົ່ງກອງທະຫານເຮືອໄປສໍາຫລວດ ຢັ່ງສືບເພື່ອຈື່ຈຳ ອັນດັບການເດີນທາງທະເລ”. ຫຼືວ່າໃນເຈົາບ່ານ ລົງວັນທີ 27 ມິຖຸນາ ປີ ມິງເມ້ງທີ 11(ປີ 1830) ໂດຍຄະນະຄຸ້ມຄອງ ບໍລິຫານຂັ້ນສູງຍື່ນສະເໜີ ກໍຈົດກ່າຍ ຢ່າງຈະແຈ້ງກ່ຽວກັບ ເລື່ອງເຮົາສົ່ງເຮືອໄປກູ້ຊີບກຳປັ່ນຄ້າຂາຍຂອງຝຣັ່ງ ຖືກ ລົ້ມຈົມຢູ່ຮວ່າງຊາ…

ຫຼືໃນປຶ້ມສະບັບ “ດ້າຍນາມຖືກລູກຈີ້ງບຽນ (ປຶ້ມ ປະຫວັດສາດສະບັບທຳອິດຂອງດ້າຍນາມ) ໂດຍ ກວກສືກວ໋ານ (ອົງການຮຽບຮຽງປະຫວັດສາດ)ໃນ ສະໄໝລາຊະວົງ ຫງວຽນ ກໍໄດ້ລະບຸຢ່າງຈະແຈ້ງວ່າ: “ເມື່ອເດືອນມັງກອນປີວອກ (1836), ບັນດາພະຍາຂອງ ໂບ້ກົງ ໄດ້ຍື່ນສານກາບຮຽນວ່າ: “ຊາຍແດນໜ້ານ້ຳທະເລ ມີເຂດຮວ່າງຊາແມ່ນມີຄວາມສຳຄັນຍິ່ງດ້ານຍຸດທະສາດ. ກ່ອນໜ້ານັ້ນໄດ້ສົ່ງຄົນໄປແຕ້ມແຜນທີ່ແລ້ວ ແຕ່ປົກຄຸມໄດ້ ພຽງແຫ່ງໜຶ່ງ, ກໍບໍ່ທັນຈະແຈ້ງ ຍ້ອນຮູບພາບພູມສັນຖານ ສຸດທີ່ກວ້າງ ແລະ ໄກ. ແຕ່ລະປີ, ຄວນສົ່ງຄົນ ໄປຢັ່ງສືບໃຫ້ທົ່ວເພື່ອຈື່ຈຳສາຍທາງເດີນທາງທະເລ…”.

ສິດອຳນາດອະທິປະໄຕຂອງຫວຽດນາມສາມາດຊອກເຫັນໄດ້ໃນເອກະສານຕ່າງໆຂອງຕາເວັນຕົກ. ຍົກຕົວຢ່າງເຊັ່ນ ໃນບົດຄົ້ນຄວ້າ “Les marchands européens en Cochinchine et au Tonkin (1660 - 1695)” (ບັນດາ ພໍ່ຄ້າຊາວເອີຣົບຢູ່ Cochinchine (ພາກເໜືອ ຫວຽດນາມ) ແລະ ຢູ່ Tonkin (ພາກໃຕ້ ຫວຽດນາມ) ຂອງ Ch.B.Maybon ໄດ້ຈັດພິມຈຳໜ່າຍ ເຫດການ ທ່ານ Duijcker,  ຫົວໜ້າຫ້ອງການຄ້າຊາວ ໂຮນລັງປະຈໍາຢູ່ເມືອງໂຮຍອານໄດ້ ຮ້ອງທຸກຕໍ່ເຈົ້າ ຫງວຽນຟຸກລານ ກ່ຽວກັບ ເລື່ອງກຳປັ່ນສິນຄ້າ Grootebroek ຖືກລົ້ມຈົມຢູ່ເຂດ ທະເລຮວ່າງຊາ ເມື່ອວັນທີ 21 ກໍລະກົດ 1634 ໄດ້ຮັບການຊ່ວຍເຫລືອກູ້ຊີບໂດຍຊາວຫວຽດນາມ ແຕ່ຊ້ໍາພັດຮິບເອົາເງິນຄໍາຂອງພວກເຂົາເຈົ້າ…

ຈາກບັນດາຫຼັກຖານດ້ານເອກະສານ ແລະ ນິຕິທຳ ປະຫວັດສາດຄືດັ່ງກ່າວມາຢູ່ຂ້າງເທິງໄດ້ສະແດງໃຫ້ເຫັນວ່າ, ນັບແຕ່ຕົ້ນສະຕະວັດທີ XVII, ອຳນາດການປົກຄອງ ເຈົ້າ ຫງວຽນ ຢູ່ເຂດດ່າງຈອງ (ທາງພາກໃຕ້ຫວຽດນາມ) ໄດ້ເປັນເຈົ້າຂອງ ແລະ ຄວບຄຸມໄດ້ໝົດທຸກ ການເຄື່ອນ ໄຫວຂອງເຂດໝູ່ເກາະທະເລຮວ່າງຊາ. ຕະຫຼອດໄລຍະ ເວລາ 3 ສະຕະວັດ(ແຕ່ສະວັດທີ XVII ຮອດ XIX), ກອງທະຫານເຮືອຮວ່າງຊາຕາງໜ້າ ອຳນາດການປົກຄອງ ລາລະວົງຫງວຽນໄດ້ປະຕິບັດໜ້າທີ່ ຢືນຢັນສິດອຳນາດ ອະທິປະໄຕຢູ່ສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ ຢ່າງຕໍ່ເນື່ອງໂດຍປາສະຈາກຂໍ້ພິພາດ ຍາດແຍ່ງໃດໆຈາກພາຍນອກ ຈົນເຖິງສະໄໝ ຊາວຝຣັ່ງເຂົ້າມາຮຸກຮານ ອິນດູຈີນ (ປີ1858) ແລະ ຄອບຄອງໝູ່ເກາະສອງແຫ່ງ ດັ່ງກ່າວ.


ເກາະຊິງໂຕ່ນປີ 1988. ພາບ: ວິງກວາງ/VNP


ເກາະຖວ່ຽນຈ່າຍໃນປີ 1988. ພາບ: ວິງກວາງ/VNP


ເກາະຟານວິງໃນປີ 1988. ພາບ: ວິງກວາງ/VNP


ເສົາຫຼັກໝາຍຢູ່ເທິງເກາະຊິງໂຕ່ນ ໃນປີ 1988. ພາບ: ວິງກວາງ/VNP


ສະຖານີອຸຕຸນິຍົມອຸທົກກະສາດເຈື່ອງຊາໃນປີ 1988. ພາບ: ວິງກວາງ/VNP


ໃນເດືອນມີນາ 1988, ຈີນໄດ້ໃຊ້ກຳລັງອາວຸດບຸກຢຶດ ແລະເຂັນຂ້ານັກຮົບຊ່າງແສງ ຂອງ ຫວຽດນາມຢູ່ເທິງເກາະ ກາກມາຈໍານວນ 64 ຄົນ, ຕໍ່ມາໃນເດືອນເມສາຂອງປີ ດຽວກັນ, ທິມງານນັກຂ່າວສອງຄົນຄື ວິງກວາງ ແລະ ເລຟຶກ ຂອງວາລະສານຂ່າວພາບຫວຽດນາມໄດ້ມີໜ້າຢູ່ເທິງເກາະເຈື່ອງຊາເພື່ອບັນທຶກສະພາບການເຄັ່ງຕຶງ ຢູ່ທະເລ ຕາເວັນອອກໃນຄາວນັ້ນ. ໃນພາບ: ບັນດານັກຂ່າວ ພວມ ລັ່ນກ້ອງເທິງກຳປັ່ນ HQ 505 ຢູ່ເກາະໂກລິນ. ພາບ: ວິງກວາງ/VNP
 
ປະເທດຊາດຫວຽດນາມໄດ້ຜ່ານຊ່ວງໄລຍະປະຫວັດສາດ ມາແລ້ວເກືອບພັນປີ, ມີທັງຄວາມຈະເລີນຮຸ່ງເຮືອງ ທັງວຸ້ນວາຍປ່າຍປ່ວງ, ແຕ່ຄວາມເຈັບປວດຈາກການທີ່ຖືກຄົນຈີນໃຊ້ຄວາມຮຸນແຮງຢຶດເອົາຮວ່າງຊາ, ຫາດຊາຍຄຳຢູ່ກາງທະເລຕາເວັນອອກຂອງປູ່ຍ່າຕາຍາຍຍັງຄົງເປັນຄວາມກະວົນກະວາຍໃນຈິດໃຈຂອງພວກເຮົາຢູ່ບໍ່ເຊົາ. 

ພວກເຮົາມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ຮວ່າງຊາ ສຸດທ້າຍແລ້ວກໍ່ຈະກັບຄືນສູ່ແຜ່ນດິນແມ່ຫວຽດນາມ ແລະ ໃນສ່ວນເລິກຂອງດວງໃຈຊາວຫວຽດນາມແຕ່ລະຄົນ, ໃນຈິດສໍານຶກກ່ຽວກັບອໍານາດອະທິປະໄຕເໜືອໝູ່ເກາະທະເລແຫ່ງຊາດແມ່ນ ສຸດແສນສັກສິດ ອັນບໍ່ມີສິ່ງໃດປ່ຽນແທນໄດ້. ຍ້ອນວ່າ ດັ່ງຄໍາສອນ ຂອງເຈົ້າຊີວິດເລແທ໋ງຕົງ (ສະຕະວັດທີ XV)ທີ່ວ່າ: “ພູຫຼາໜຶ່ງ, ແມ່ນ້ຳລຳເຊຄືບໜຶ່ງ ຂອງພວກເຮົາ, ບໍ່ຫ່ອນປະປ່ອຍຖິ້ມ? ”.


ລົມຫາຍໃຈຂອງເຈື່ອງຊາ

ຫ່າງຈາກໝູ່ເກາະຮວ່າງຊາປະມານ 350 ກວ່າໄມໄປ ທາງທິດຕາເວັນອອກສ່ຽງໃຕ້ແມ່ນໝູ່ເກາະເຈື່ອງຊາ ຂຶ້ນກັບເມືອງເກາະເຈື່ອງຊາຂອງຫວຽດນາມ. ນີ້ແມ່ນ ພື້ນທີ່ທີ່ມີຈຸດທີ່ຕັ້ງພູມສາດທີ່ສຳຄັນຕົ້ນຕໍຈຸດໜຶ່ງບົນເສັ້ນທາງເດີນເຮືອທະເລທີ່ຄຶກຄັກທີ່ສຸດຂອງໂລກເດີນຜ່ານທະເລຕາເວັນອອກ. 

ປະຈຸບັນ, ຖ້າຫາກວ່າມີໂອກາດໄດ້ມາຢ້ຽມຢາມເຈື່ອງຊາ, ຜູ້ມາຢາມຈະປາສະຈາກບໍ່ໄດ້ຄວາມປະຫຼາດໃຈຕໍ່ສະພາບອັນສະຫງົບງຽບເໝືອນບ້ານຕ່າງໆໃນແຜ່ນດິນໃຫຍ່ ຂອງບັນດາເກາະໜ້ອຍໃຫຍ່ແຫ່ງນີ້ຊຶ່ງປະກອບດ້ວຍສີຂຽວຂອງ ຕົ້ນໄມ້ໃບຫຍ້າ, ສຽງໄກ່ຂັນຕອນທ່ຽງ, ສຽງລະຄັງຂອງວັດດັງກ້ອງກັງວານໃນທ່າມກາງສຽງກະແສຄື້ນທະເລ. ຢູ່ທີ່ນີ້, ແຕ່ເທົ່າໃດເຊັ່ນຄົນມາແລ້ວມີບາງຊື່ທີ່ຄຸ້ນເຄີຍໄດ້ຝັງເລິກຢູ່ໃນດວງໃຈຂອງຊາວຫວຽດນາມເຊັ່ນ: ເກາະເຈື່ອງຊາເລີ໋ນ (ໃຫຍ່), ເກາະຖວ່ຽນຈ່າຍ, ເກາະຊອງຕື່ໄຕ, ເກາະຟານວິງ, ເກາະດ໋າໄຕ, ເກາະນາມອ໋ຽດ, ເກາະ ເຊີນກາ, ເກາະຊິງໂຕ່ນ ແລະ ອື່ນໆ.


ເກາະເຈື່ອງຊາດົງ ແລະ ລະບົບໄຟຟ້າພະລັງລົມໄດ້ຮັບການ ກໍ່ສ້າງຢ່າງທັນສະໄໝ. ພາບ: ເຈີ່ນມິງຫງອກ/VNP


ເຂດຊຸມຊົນຢູ່ເທິງເກາະຊິງໂຕ່ນ. ພາບ: ເຈີ່ນມິງຫງອກ/VNP


ວັດເຈື່ອງຊາເລີ໋ນ ບໍ່ພຽງແຕ່ເປັນສະຖານທີ່ ແຫ່ງຄວາມ ເຊື່ອຖືສາດສະໜາເທົ່ານັ້ນ ຫາກຍັງເປັນສະຖາປັດຕະຍະກຳ ທີ່ເປັນເອກະລັກ
ຊຶ່ງສະແດງເຖິງອຳນາດອະທິປະໄຕ ຂອງ ຊາດຫວຽດນາມຕໍ່ເຈື່ອງຊາຢູ່ເທິງທະເລຕາເວັນອອກ. ພາບ: ຫວຽດເກື່ອງ/VNP



ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເທິງ ເກາະເຈື່ອງຊາເລີ໋ນ. ພາບ: ເຈີ່ນມິງຫງອກ/VNP
 
ທ່ານ ຖ່ຽວວັນກວາງ, ຊາວຫວຽດນາມອາໄສຢູ່ ສ.ແຊັກ ເຖິງກັບຕົກສະເງີ້ເມື່ອເປັນຄັ້ງທຳອິດມາຢ້ຽມຢາມເຈື່ອງຊາ ໃນເດືອນເມສາຜ່ານມາ: “ຂ້າພະເຈົ້າບໍ່ນຶກບໍ່ຝັນວ່າ, ເກາະ ຕ່າງໆຢູ່ເຂດໝູ່ເກາະເຈື່ອງຊາຂອງພວກເຮົາ ຈະຂຽວກະຈີ ແລະ ມີຄວາມສວຍສົດງົດງາມເໝືອນດັ່ງເທດສະບານຕາແສງຕ່າງໆຢູ່ແຜ່ນດິນໃຫຍ່”. 

ປະຈຸບັນ, ຖະຫາກວ່າມີໂອກາດໄດ້ມາຢ້ຽມຢາມເຈື່ອງຊາ, ຜູ້ມາຢາມຈະປາສະຈາກບໍ່ໄດ້ຄວາມປະຫຼາດໃຈຕໍ່ສະພາບອັນສະຫງົບງຽບເໝືອນບ້ານຕ່າງໆໃນແຜ່ນດິນໃຫຍ່ ຂອງບັນດາເກາະໜ້ອຍໃຫຍ່ແຫ່ງນີ້ຊຶ່ງປະກອບດ້ວຍສີຂຽວຂອງ ຕົ້ນໄມ້ໃບຫຍ້າ, ສຽງໄກ່ຂັນຕອນທ່ຽງ, ສຽງລະຄັງຂອງວັດດັງກ້ອງກັງວານໃນທ່າມກາງສຽງກະແສຄື້ນທະເລ. 
ເທດສະບານເຈື່ອງຊາ, ສູນກາງປົກຄອງຂອງເມືອງເກາະ ເຈື່ອງຊາ ຕັ້ງຢູ່ເກາະເຈື່ອງຊາເລີ໋ນ, ມີເນື້ອທີ່ປະມານ 40 ເຮັກຕາ, ໄດ້ປົກຄຸມດ້ວຍປ່າໄມ້ສີຂຽວ ແລະ ມີກິດຈະການ ທີ່ສຳຄັນຫລາຍຢ່າງເຊັ່ນ: ນ້ຳສ້າງ, ເຂື່ອນນ້ຳມີປະຕູຂັ້ນ ຢູ່ທ່າເຮືອ, ໂຮງຮຽນ, ໂຮງໝໍ, ເຮືອນວັດທະນະທຳ, ອະນຸສາວະລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ວັດເຈື່ອງຊາ, ເຂດອະນຸສອນສະຖານທ່ານປະທານໂຮ່ຈີມິນ, ສູນກູ້ຊີບ, ສະຖານີໂຄມໄຟທະເລ, ສະຖານີອຸຕຸນິຍົມ ອຸທົກກະສາດ ແລະ ອື່ນໆ… ດ້ວຍເຫດນັ້ນ, ຜູ້ຄົນມາທີ່ນີ້ຜູ້ໃດກໍ່ຕົກຕະລຶງ ຕໍ່ພະລັງຊີວິດອັນແຮງກ້າຂອງເຈື່ອງຊາ.

ເກາະ ນາມອ໋ຽດ ໄດ້ຮັບການຂະໜານນາມເປັນ “ຖິ່ນກຳເນີດ ຂອງໝາກພ້າວຢູ່ກາງທະເລຕາເວັນອອກ”. ໝາກພ້າວຢູ່ທີ່ນີ້ ບໍ່ພຽງແຕ່ເປັນຜະລິດຕະພັນພິເສດຂອງເກາະເທົ່ານັ້ນ ຫາກຍັງເປັນແຫຼ່ງແນວພັນເພື່ອໃຫ້ປະຊາຊົນນຳໄປປູກຂະຫຍາຍກວ້າງອອກໄປສູ່ເກາະອື່ນໆເພື່ອປະກອບສ່ວນສ້າງເປັນສີຂຽວງາມໃຫ້ແກ່ ໝູ່ເກາະເຈື່ອງຊາອີກດ້ວຍ.

ຢູ່ເກາະ ດ໋າໄຕ, ບໍລິສັດສິນທະເລເຈື່ອງຊາ ຊໍ້າພັດຍັງພັດທະນາໄດ້ທັງອາຊີບປູກລ້ຽງສິນທະເລດ້ວຍຮູບແບບ ກະຊັງ. ໄດ້ຮູ້ວ່າ, ໃນຕໍ່ໜ້ານີ້ ນອກຈາກການພັດທະນາ ຢູ່ເກາະດ໋າໄຕ, ບໍລິສັດຍັງຈະຜັນຂະຫຍາຍເປີດກວ້າງໄປສູ່ ເກາະ ໂຕກຕານ, ກ້າວໄປສູ່ການສ້າງຕັ້ງໝູ່ບ້ານຊາວປະມົງປູກລ້ຽງ ແລະ ຂຸດຄົ້ນສິນທະເລຢູ່ໝູ່ເກາະເຈື່ອງຊາ ແລະ ກາຍເປັນຖານທີ່ໝັ້ນພະລາທິການໃຫ້ແກ່ອາຊີບການປະມົງເພື່ອຊ່ວຍໜູນໃຫ້ແກ່ຊາວປະມົງໃນຄັ້ງໆການໄປຫາ ສິນທະເລຢູ່ໄກຈາກຝັ່ງ.


ຊົ່ວໂມງສອນວັນນະຄະດີຂອງນາງຄູ ບຸ່ຍທິຍຸງໃນບົດ: “ໂດ່ງຢາວບຽນດາວ ”(ບົດເພງກ່ຽວກັບເກາະ ແລະ ທະເລ)
ຢູ່ໂຮງຮຽນປະຖົມເຈື່ອງຊາເລີ໋ນ. ພາບ: ຫວຽດເກື່ອງ/VNP



ຫ້ອງກວດພະຍາດພ້ອມດ້ວຍເຄື່ອງມືອຸປະກອນ ສາທາລະນະສຸກທີ່ທັນສະໄໝຢູ່ເກາະເຈື່ອງຊາເລີ໋ນ. ພາບ: ຫວຽດເກື່ອງ/VNP


ພະນັກງານຂອງສະຖານີອຸຕຸນິຍົມອຸທະກະສາດ ທີ່ເກາະ ເຈື່ອງຊາເລີ໋ນ ໃນໂມງເຮັດວຽກ. ພາບ: ຫວຽດເກື່ອງ/VNP


ກໍ່ສ້າງພື້ນຖານໂຄງລ່າງຢູ່ທີ່ເກາະເຈື່ອງຊາເລີ໋ນ. ພາບ: ເຈີ່ນແທງຢາງ/VNP


ລະບົບຕວກບິນໄຟຟ້າໃຊ້ພະລັງແຮງລົມ ສະໜອງແຫຼ່ງໄຟຟ້າໄດ້ປະມານ 60%
ໃຫ້ແກ່ເຂດຊຸມຊົນຢູ່ເທິງເກາະ ເຈື່ອງຊາເລີ໋ນ. ພາບ: ຫວຽດເກື່ອງ/VNP



ເຮືອນຊານບ້ານຊ່ອງຂອງປະຊາຊົນທີ່ເກາະຊິງໂຕ່ນ ໄດ້ຮັບການກໍ່ສ້າງຢ່າງແໜ້ນໜາຖາວອນ
ເພື່ອຕ້ານທານກັບ ພູມອາກາດທີ່ຮ້າຍແຮງ. ພາບ: ຫງວຽນລວນ/VNP



ກຳປັ່ນຫາປາຂອງປະມົງຫວຽດນາມຢູ່ເຂດທະເລເຈື່ອງຊາ. ພາບ: ຫວຽດເກື່ອງ/VNP

ຊາວປະມົງຢູ່ເຈື່ອງຊາທີ່ຫາກໍກັບມາຈາກການຫາປາ ຢູ່ແຄມເກາະ. ພາບ: ເຟືອງຮວາ


ຊີວິດການເປັນຢູ່ທີ່ແສນສະຫງົບສຸກທີ່ເກາະເຈື່ອງຊາເລີ໋ນ ໃນທຸກວັນນີ້. ພາບ: ດັ້ງກິມເຟືອງ/VNP
 
ຄຽງຄູ່ກັບຄວາມສະຫງົບງຽບຄືດັ່ງກ່າວ, ເຈື່ອງຊາກໍຍັງມີ ໄພອັນຕະລາຍບົ່ມຊ້ອນ ແລະສາມາດລະເບີດເກີດຂຶ້ນ ກາຍເປັນການທະເລາະພິພາດກັນ ອັນເນື່ອງມາຈາກ ການຍາດຊີງ ແລະ ບຽດຢືດຢ່າງຜິດກົດໝາຍ ຂອງປະເທດ ຈຳນວນໜຶ່ງ. ໂດຍສະເພາະແມ່ນເລື່ອງຈີນ ກໍານົດອອກມາລໍາພັງພຽງຝ່າຍດຽວສິ່ງທີ່ເອີ້ນວ່າ “ທາງ 9 ຕອນ” ດ້ວຍ ກົນອຸບາຍຫວັງຢຶດຄອງທະເລຕາເວັນອອກທັງໝົດພຽງ ຜູ້ດຽວ ແລະ ດຳເນີນການບຽດຊີງ, ຈົກຕັກ, ຄູນຖົມດິນຊາຍ, ກໍ່ສ້າງກິດຈະການຕ່າງໆທີ່ແໜ້ນໜາຖາວອນຢ່າງຜິດກົດໝາຍ ເພື່ອຮັບໃຊ້ຈຸດປະສົງດ້ານການທະຫານ ເທິງ ຫາດຫີນຢູ່ໃຕ້ນ້ຳ ແລະ ກຸ່ມປາກະລັງຈຳນວນໜຶ່ງຢູ່ໝູ່ເກາະ ເຈື່ອງຊາ ເຮັດໃຫ້ສະພາບການຂອງພາກພື້ນມີຄວາມ ເຄັ່ງຕຶງເພີ່ມຂຶ້ນ.

ການກະທຳດັ່ງກ່າວບໍ່ພຽງແຕ່ລ່ວງລະເມີດຢ່າງຮ້າຍແຮງອຳນາດອະທິປະໄຕອານາເຂດອັນສັກກະລະບູຊາຂອງ ຫວຽດນາມເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນຢ່າງຮ້າຍແຮງ ຕໍ່ຄວາມສະຫງົບປອດໄພດ້ານການເດີນທະເລຢູ່ທະເລ ຕາເວັນອອກ ກໍຄືທຳລາຍຢ່າງໜັກໜ່ວງສະພາບແວດລ້ອມໃນທະເລແຫ່ງນີ້.

ນາງ ເຮື້ອຈຸງ ພາຍຫຼັງໄປຢ້ຽມຢາມເຈື່ອງຊາໃນເດືອນເມສາ ກັບມານາງໄດ້ໄຂຄວາມໃນໃຈອອກມາວ່າ, ນາງ ແລະ ອີກຫຼາຍໆຄົນໃນຄະນະຕ່າງກໍມີຄວາມຮູ້ສຶກບໍ່ສະບາຍໃຈເມື່ອມອງເຫັນບັນດາກິດຈະການທີ່ໄດ້ຮັບການກໍ່ສ້າງຢ່າງຖາວອນ, ໃຫຍ່ໂຕ ແລະ ເຢືອກເຢັນຄ້າຍກັບປ້ອມໝັ້ນ ທາງທະຫານ ທີ່ຄົນຈີນໄດ້ກໍ່ສ້າງຂຶ້ນຢ່າງຜິດກົດໝາຍຢູ່ ເຈື່ອງຊາ.

ຄວາມໃນໃຈຂອງນາງເຮື້ອຈຸງ ກໍແມ່ນຄວາມເຈັບແຄ້ນແໜ້ນໃຈຂອງຊາວຫວຽດນາມທັງຫຼາຍຕໍ່ໜ້າສະພາບທີ່ດິນແດນເກາະທະເລແຕ່ລະຄືບຂອງປູ່ຍ່າຕາຍາຍເຮົາປະໄວ້ໃຫ້ກຳລັງຖືກຜູ້ອື່ນຢຶດຄອງ. ເຖິງແມ່ນວ່າຄວາມຫຍຸ້ງຍາກກັນດານຍັງຂວາງໜ້າຢູ່ກໍຕາມ, ແຕ່ຫວັງຢ່າງຍິ່ງວ່າສັດຈະທຳຍາມໃດກໍຂຶ້ນກັບຄວາມເປັນຈິງຢູ່ສະເໝີ ແລະ ຄົນຫວຽດນາມ   ຍາມໃດກໍ່ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ “ຮວ່າງຊາ, ເຈື່ອງຊາແມ່ນເລືອດເນື້ອຂອງຫວຽດນາມ”.


ພາຍຫຼັງ 3 ປີກວ່າພິຈາລະນາໂດຍລະອຽດບົນພື້ນຖານ ເອກະສານຊ້ອນທ້າຍທີ VII ຂອງສົນທິສັນຍາ ສະຫະປະຊາຊາດວ່າດ້ວຍກົດໝາຍທະເລ 1982 (UNCLOS), ເມື່ອວັນທີ 12 ກໍລະກົດ 2016, ສານກຳມະການປະຈຳ(PCA) ທີ່ລາໄຮ(ໂຮນລັງ) ໄດ້ອອກ ຄຳຕັດສິນສຸດທ້າຍ ກ່ຽວກັບເລື່ອງຟີລິບປິນຮ້ອງຟ້ອງຈີນ. ຕາມນັ້ນ, PCA ໄດ້ປະຕິເສດການຮຽກສິດ ທີ່ໄຮ້ເຫດຜົນ ຂອງຈີນກ່ຽວກັບ “ບັນດາສິດປະຫວັດສາດ”ທີ່ມີຕໍ່ ບັນດາ ເຂດທະເລນອນຢູ່ໃນ “ທາງ 9 ຕອນ” ຕາມການ ຕັດສິນຂອງ PCA, ຈີນບໍ່ມີ “ຖານະປະຫວັດສາດ”ຕໍ່ບັນດາເຂດທະເລ ຢູ່ທະເລຕາເວັນອອກ ແລະ ບໍ່ມີພື້ນຖານນິຕິກຳເພື່ອອອກ ຖະແຫຼງການກ່ຽວກັບ “ບັນດາສິດປະຫວັດສາດ” ຕໍ່ແຫຼ່ງ ຊັບພະຍາກອນໃນ “ທາງ 9 ຕອນ”. ຄຳຕັດສິນຂອງສານ PCA ກໍຢັ້ງຢືນວ່າ, ບັນດາການເຄື່ອນໄຫວຄູນຖົມ ແລະ ກໍ່ສ້າງເກາະທຽມນັ້ນ ໄດ້ສົ່ງຜົນຮ້າຍຢ່າງໜັກໜ່ວງ ຕໍ່ສິ່ງແວດລ້ອມຂອງບັນດາກຸ່ມຫີນປະກາລັງ ແລະ ລ່ວງລະເມີດພັນທະອະນຸລັກຮັກສາ ແລະ ປົກປັກຮັກສາ ບັນດາລະບົບນິເວດທີ່ໄດ້ຮັບຜົນກະທົບ ດ້ານລົບໄດ້ງ່າຍ ກໍຄືສະພາບແວດລ້ອມ ຂອງບັນດາຊະນິດພືດ ແລະ ສັດທີ່ ກຳລັງຖືກອ່ອນເພຍລົງ, ຖືກນາບຂູ່ ແລະ ຖືກສູນຫາຍໄປ. 


ບົດ: ທົງທ້ຽນ - ພາບ: ວິງກວາງ, ຫວຽດເກ່ືອງ, ຫງວຽນລວນ, ແທງຢາງ, ເຈີ່ນມິງຫງອກ, ກົງດາດ, ດັ້ງກິມເຟືອງ, ເຟືອງຮວາ

ບັນດາບົດທີ່ຖືກນຳສະເໜີ