25/12/2017 11:08 GMT+7 Email Print Like 0

ສິລະປະບ່າຍຈ່ອຍເຂດພາກກາງ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ

      ສິລະປະບ່າຍຈ່ອຍເຂດພາກກາງ ຫວຽດນາມ, ຫາກໍ່ໄດ້ຮັບການຮັບຮອງຈາກອົງການ ສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ວ່າ ແມ່ນມໍລະດົກບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດ.
      ການຮັບຮອງນີ້ມີຄວາມໝາຍຢ່າງໃຫຍ່ຫຼວງ, ຢືນຢັນສີສັນວັດທະນະທຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບຂອງຊາດ ຫວຽດນາມ, ທັງເປັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການອະນຸລັກຮັກສາບ່າຍຈ່ອຍເວົ້າສະເພາະ ແລະ ບັນດາຄຸນຄ່າວັດທະນະທຳຂອງມວນມະນຸດເວົ້າລວມ.
ສິລະປະບ່າຍຈ່ອຍເຂດພາກກາງ
(ພາບ: tuoitre.vn)
      ພາຍຫຼັງຊຸມວັນຝົນຕົກ, ໃນສວນຮູບປັ້ນຢູ່ ໂຫ້ຍອານ, ກວາງນາມ ນັກທ່ອງທ່ຽວກໍ່ມາຍັງເດີນບ່າຍຈ່ອຍເປັນຈຳນວນຫຼວງຫຼາຍ. ຢູ່ກາງເດີນເຂົາເຈົ້າໄດ້ປະໄວ້ລຳໄມ້ໄຜ່ທີ່ບັນຈຸໃບໄພ້, ສຽງກອງງານບຸນກໍ່ດັງຂຶ້ນ. ທຸງຫາງປາ ສີບົວຫາກໍ່ຫຍິບໃໝ່ເພື່ອແຈກໃຫ້ຜູ້ຫຼິ້ນໄດ້ຮັບຊະນະ. ໂຄສົກບ່າຍຈ່ອຍ ຫວໍທິເຟືອງຮ່ວາຍ ພວມແນະນຳ:
        “ແຂກກໍ່ສາມາດເຂົ້າຮ່ວມການຫຼິ້ນ, ຮັບຟັງອ້າຍເອື້ອຍອອກສັນຍານຂັບຮ້ອງທຳນອງເພງພືນເມືອງກວາງນາມ. ການລະຫຼິ້ນດຳເນີນໃນເວລາ 5 – 7 ນາທີ. ແຕ່ລະ ໃບໄພ້ ມີ 3 ຕົວໜັງສື. ມັນກໍ່ຄ້າຍຄືກັນກັບການລະຫຼິ້ນ ໂລໂຕ, ແຕ່ການລະຫຼິ້ນບ່າຍຈ່ອຍພັດແມ່ນຕົວໜັງສື. ຖ້າຫາກທັງສາມຕົວໜັງສືຂອງເຮົາລ້ວນແຕ່ຖືກຕ້ອງຈະເປັນຜູ້ໄດ້ຮັບໄຊຊະ“.
        ຊື່ວ່າ “ບ່າຍຈ່ອຍ“ ແມ່ນເລີ່ມມາຈາກຮູບການລະຫຼິ້ນ, ເພາະວ່າບັນດາຜູ້ຫຼິ້ນບ່າຍຈ່ອຍນັ່ງໃນຕູບ “ຈ່ອຍ“ 8 ຫຼື 10 ຫຼັງ ທີ່ຕັ້ງເປັນສອງແຖວເຊິ່ງໜ້າກັນ, ຢູ່ລະຫວ່າງກາງສອງແຖວເບື້ອງໜຶ່ງແມ່ນຕູບອອກສັນຍານ. ເຄື່ອງຫຼິ້ນແມ່ນ ໃບໄພ້ 32 ໃບ, ແບ່ງໃຫ້ 10 ຄົນ, ຜູ້ລະ 3 ໃບ, ສ່ວນ 2 ໃບຍັງເໝືອແມ່ນປະໄວ້. ຜູ້ ບັນຊາການຫຼິ້ນກໍ່ມີຊຸດໃບໄພ້ຄືດັ່ງກ່າວທີ່ບັນຈຸໄວ້ໃນລຳໄມ້ໄຜ່ເທິງເສົາໄມ້ສູງພໍດີເພື່ອບໍ່ໃຫ້ຜູ້ອອກສັນຍານເຫັນໄດ້ໃບໄພ້ແຕ່ຍັງສາມາດຖອນມັນໄດ້. ຜູ້ໃນຕູບສັນຍານຈະຖອນໃບໄພ້ຈາກລຳໄມ້ໄຜ່ອອກ, ເມື່ອຖອນແຕ່ລະໃບອອກມາກໍ່ຂັບຮ້ອງປະໂຫຍກຫນຶ່ງເພື່ອໃຫ້ທຸກຄົນຢູ່ຕູບອື່ນເດົາວ່ານັ້ນແມ່ນໃບໄພ້ ໃດ. ໃນຈຳນວນ 10 ຄົນເຂົ້າຮ່ວມການຫຼິ້ນ, ຖ້າຫາກຜູ້ໃດມີໃບໄພ້ ຖືກກັບຊື່ໃບໄພ້ເຊິ່ງຜູ້ອອກສັນຍານຫາກໍ່ຂັບຮ້ອງຈະຮ້ອງສຽງດັງວ່າ “ນີ້ແລ້ວ“, ເວລານັ້ນທະຫານຜູ້ໜຶ່ງຈະແລ່ນມາ ແລະ ມອບທຸງຫາງປາໃຫ້ຜູ້ນັ້ນເພື່ອແລກເອົາໃບໄພ້. ເມື່ອມີຄົນຊະນະທັງສາມໃບໄພ້ ການຫຼິ້ນຈະສິ້ນສຸດລົງ.
        ສິລະປະບ່າຍຈ່ອຍ ແມ່ນຮູບການດຳເນີນຊີວິດດ້ານວັດທະນະທຳທີ່ຕອບສະໜອງຄວາມຕ້ອງການບັນເທິງ ແລະ ຊົມໃຊ້ສິລະປະຂອງປະຊາຄົມ. ບ່າຍຈ່ອຍມີສອງຮູບການຕົ້ນຕໍ: “ຫຼິ້ນບ່າຍຈ່ອຍ“ ແລະ “ສະແດງບ່າຍຈ່ອຍ“. ນັບແຕ່ດົນນານມາແລ້ວ, ຊາວ ໂຫ້ຍອານ ໄດ້ມີຄວາມຊິນເຄີຍກັບສຽງຮ້ອງທັງອ່ອນຫວານທັງເປັນຕາຫົວຂອງຜູ້ອອກສັນຍານ. ແມ່ເຖົ້າ ເລຢ້ຽວຄວາ, ນັກສິນລະປິນຂັບບ່າຍຈ່ອຍຢູ່ ໂຫ້ຍອານ, ຂັບບ່າຍຈ່ອຍກ້າວເຂົ້າຕົ້ນປີໃໝ່.
        “ຕົ້ນປີເມື່ອຂັບຮ້ອງຂ້າພະເຈົ້າຕ້ອງເວົ້າກັບເຂົາເຈົ້າວ່າ: ຕົ້ນປີເຄົາລົບບູຊາບັນພະບຸລຸດ, ພາວະນາຂໍໃຫ້ຄອບຄົວມີຄວາມຖືກຕ້ອງປອງດອງ, ມີສັນຕິສຸກ, ພໍ່ແມ່ມີສຸຂະພາບເຂັ້ມແຂງ, ຊາວບ້ານມີຄວາມສຸກສຳລານ, ລູກຫຼານເປັນຄົນດີ. ທຳການຜະລິດໃນກວ່າ 10 ປີຜ່ານມາ. ເພື່ອນເຮົາເຮີຍ, ພີ່ນ້ອງເຮີຍ, ແມ່ນປະໂຫຍກສາຊວດ, ສາຊວດນີ້ລະ (ແມ່ນຊື່ໃບໄພ້ ໜຶ່ງ)“.
        ຄວາມຈິງແລ້ວ, ບ່າຍຈ່ອຍ ແມ່ນຮູບການສິລະປະພ້ືນເມືອງສົມທົບລະຫວ່າງດົນຕີ, ກະວີ, ບົດເພງ, ການສະແດງ, ຈິດຕະກຳ. ບັນດາເລື່ອງລາວໃນບ່າຍຈ່ອຍແມ່ນບົດຮຽນກ່ຽວກັບຄຸນສົມບັດ, ສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມສະໜິດຕິດພັນໃນປະຊາຄົມ ແລະ ບັນດາບົດຮຽນໃນການດຳລົງຊີວິດຂອງປະຊາຊົນ. ຜູ້ສະແດງ ແລະ ຄອບຄົວຂອງເຂົາເຈົ້າມີບົດບາດສຳຄັນໃນການຮັກສາມໍລະດົກດ້ວຍວີທີສອນທັກສະໃນການຂັບຮ້ອງ, ເຕັກນິກໃນການສະແດງ ແລະ ວິທີເຮັດໃບໄພ້ໃຫ້ລຸ້ນໜຸ່ມ. ເລື່ອງ UNESCO ຮັບຮອງບ່າຍຈ່ອຍແມ່ນມໍລະດົກບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດນັ້ນ ໄດ້ວາງອອກຄວາມຮຽກຮ້ອງສູງໃຫ້ພວກເຮົາໃນການອະນຸລັກຮັກສາມໍລະດົກ. ທ່ານ ຟຸ່ງເຕິ໋ນດົງ, ນັກຄົ້ນຄ້ວາບ່າຍຈ່ອຍຢູ່ ໂຫ້ຍອານ, ຍົກຄຳເຫັນວ່າ:
        “ບ່າຍຈ່ອຍແມ່ນຄວາມເອກອ້າງທະນົງໃຈຂອງເຂດພາກກາງ, ກໍ່ຄືທົ່ວປະເທດ. ຢາກອະນຸລັກຮັກສາມັນແມ່ນຕ້ອງມີນະໂຍບາຍລະດັບຊາດເພື່ອໃຫ້ມັນຄົງຕົວ ແລະ ເຜີຍແຜ່ໃນປະຊາຄົມ. ຕ້ອງມີການລົງທຶນບຳລຸງສ້າງຊັບພະຍາກອນມະນຸດເພື່ອສືບທອດ. ທີສອງແມ່ນກໍ່ສ້າງສາທາລະນະຊົນໃຫ້ມີຄວາມຮັກແພງ ແລະ ຍາມໃດກໍ່ສາມາດເສີມຂະຫຍາຍບ່າຍຈ່ອຍໄດ້“.
        ໃນຊຸມປີຜ່ານມາ, ພ້ອມກັບບັນດາອົງການຄຸ້ມຄອງລັດ ແລະ ປະຊາຄົມ, ບັນດານັກສິລະປິນບ່າຍຈ່ອຍສາມາດສ້າງຕັ້ງກອງ, ໜ່ວຍ, ສະໂມສອນໄດ້ເກືບ 90 ແຫ່ງເພື່ອເຝິກແອບແລະສືບສອນສິລະປະບ່າຍຈ່ອຍໃນປະຊາຄົມ. ນະຄອນ ໂຫ້ຍອານ ໄດ້ນຳໜ້າໃນການນຳເອົາບ່າຍຈ່ອຍເຂົ້າໃນຫຼັກສູດ, ພຶດຕິການຢູ່ໂຮງຮຽນ. ທ່ານ ເຈິ່ນດິ່ງເຈົາ, ຮອງຫົວໜ້າອຳນວຍການສູນວັດທະນະທຳ, ກິລານະຄອນ ໂຫ້ຍອານ, ໃຫ້ຮູ້ວ່າ:
        “ໃນ 15 ກວ່າປີທ່ີຜ່ານມາພວກຂ້າພະເຈົ້າໄດ້ກໍ່ສ້າງໃຫ້ລຸ້ນໜຸ່ມຢູ່ໂຮງຮຽນຕ່າງໆໃນຊົ່ວໂມງຮຽນນອກແຜນການ ແລະ ໄດ້ມີນັກຮຽນຫຼາຍຄົນກາຍເປັນນັກຮ້ອງເພງພື້ນເມືອງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວນະຄອນເປັນຈຳນວນຫຼວງຫຼາຍ. ໃນຫຼາຍປີຜ່ານມາ, ພວກຂ້າພະເຈົ້າໄດ້ເປີດຫຼາຍຊຸດຮຽນບ່າຍຈ່ອຍ. ຍ້ອນເຫດນັ້ນ, ລຸ້ນໜຸ່ມກໍ່ມີຫຼາຍຄົນນິຍົມ ແລະ ຮູ້ຂັບບ່າຍຈ່ອຍ“.
        ສິລະປະບ່າຍຈ່ອຍ ໄດ້ກາຍເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດ, ສະນັ້ນຕ້ອງສືບຕໍ່ສົ່ງເສີມການສົນທະນາລະຫວ່າງບັນດາປະຊາຄົມ, ກຸ່ມຄົນ ແລະ ສ່ວນບຸກຄົນກ່ຽວກັບຄວາມຮູ້, ທັກສະທີ່ກ່ຽວຂ້ອງເຖິງເລື່ອງປະຕິບັດສິລະປະບ່າຍຈ່ອຍ ແລະ ການອະນຸລັກຮັກສາມໍລະດົກນີ້.
 (ແຫຼ່ງຄັດຈາກ VOV)