25/01/2015 23:29 GMT+7 Email Print Like 0

ສິລະປະການ ແຕ້ມຮູບສິນ ຂອງຊາວ ຮ່າໂນ້ຍ

ໃນຄຸ້ມເມືອງເກົ່າຂອງຮ່າໂນ້ຍ ປະກອບດ້ວຍ ຖະໜົນຫົນທາງ 36 ສາຍນັ້ນ ຍັງຮັກສາໄດ້ ຮ້ານເກົ່າອາຊີບເດີມ. ການແຕ້ມຮູບສິນ ໃຫ້ຄົນແມ່ນອາຊີບໜຶ່ງ ທີ່ມີຊີວິດຂຶ້ນໆ ລົງໆ ໄປຄວບຄູ່ກັບ ສະຖານະການ ມາໃນທຸກວັນນີ້ ມັນຍັງຄົງຕົວຢູ່ໄດ້ຢ່າງງຽບໆ ຍ້ອນອາລົມຈິດໃຈ ຂອງບັນດານາຍຊ່າງຜູ້ອາວຸໂສ.
 
ໃນຊຸມປີ 60 ຂອງສະຕະວັດກ່ອນ, ອາຊີບການແຕ້ມຮູບສິນ ຢູ່ເຂດຄຸ້ມເມືອງເກົ່າຂອງຮ່າໂນ້ຍ ມີການຂະຫຍາຍຕົວ ຢ່າງຮຸ່ງ ເຮືອງ ດ້ວຍຮ້ານແຕ້ມຮູບສິນ ຫຼາຍຮ້ອຍຮ້ານ ລຽບຕາມຖະໜົນຮ່າງງາງ, ຮ່າງດ່າວ ແລະ ຮ່າງເດື່ອງ. ຜູ້ທີ່ມີ ຄວາມອາໄລອາວອນ ຕ່ໍກຳແພງຮ່າໂນ້ຍ ສະໄໝເກົ່າ ຍັງເຕື້ອງ ເຖິງຄວາມ ເກັ່ງກ້າສາມາດ ຂອງນາຍຊ່າງ ຫງວຽນລຸກ ດ້ວຍ ຟອຍແຕ້ມທີ່ໄດ້ຈົດກ່າຍໄວ້ ບ່ໍພຽງແຕ່ໃບໜ້າ ຄືດັ່ງພາບເດີມ ເທົ່ານັ້ນ ຫາກຍັງຈາລຶກໄດ້ທັງ ວິນຍານນະຂວັນ ຂອງຕົວແບບ. ຕາມວັນເວລາ, ການຂະຫຍາຍຕົວຂອງວິທະຍາສາດ ເຕັກໂນໂລຢີ ການພິມ, ກ້ອງຖ່າຍ ເຮັດໃຫ້ອາຊີບ ການແຕ້ມຮູບສິນ ຄ່ອຍໆສູນຫາຍໄປ. ຍ້ອນເຫດນັ້ນ, ຮູບພາບ ນາຍຊ່າງ ນັ່ງມະລຸກຄຸກຄຸ້ຍ ກັບກະດານແຕ້ມຢູ່ໃນຮ້ານ ຕ່າງໆ ກ່ໍນັບມື້ນັບໜ້ອຍລົງ.

ເຖິງຢ່າງນັ້ນກ່ໍຕາມ, ຜູ້ຊຳນານການສະສົມພາບແຕ້ມ ໃນກຳແພງ ຮ່າໂນ້ຍ ຍັງຫຼົງໄຫຼກັບພາບແຕ້ມຮູບສິນ ຂອງນາຍຊ່າງຢູ່ຄຸ້ມ ເມືອງເກົ່າ. ດ້ວຍເຫດນັ້ນ, ພາບແຕ້ມຮູບສິນ ຍັງແມ່ນປະເພດ ໜຶ່ງ ທີ່ໄດ້ຮັບການອະນຸລັກຮັກສາ ໄປພ້ອມໆ ກັບມືແຕ້ມຢ່າງ ໝົກມຸ່ນ ຂອງນາຍຊ່າງ ຈຳນວນໜ້ອຍ ຄືທ່ານ ຫງວຽນບ໋າງງວຽນ ຢູ່ເຮືອນເລກ 47 ຖະໜົນຮ່າງງາງ, ທ່ານ ເຈີ່ນວັນຖິ້ງ ເຮືອນເລກ 24 ຖະໜົນຮ່າງເດື່ອງ.

ເປັນຜູ້ມີຄະຕິ ຕ່ໍອາຊີບຈະບ່ໍຖືກເນລະຄຸນ. ອາດຍ້ອນຄວາມຄິດ ແນວນັ້ນ ມັນໄດ້ຊ່ວຍໃຫ້ນາຍຊ່າງ ເຈີ່ນວັນຖິ້ງ ສາມາດຢືດໝັ້ນ ກັບຟອຍແຕ້ມຂອງຕົນ ເຖິງວ່າ ສັງຄົມມີຄວາມຜັນຜວນ ແລະ ຂຶ້ນໆ ລົງໆ ເປັນຫຼາຍຄັ້ງແລ້ວກ່ໍຕາມ. ຂ້າພະເຈົ້າພົບກັບທ່ານ ຂະນະທີ່ທ່ານ ຫາກ່ໍຜ່ານພົ້ນຈາກ ພະຍາດ ອັນຕະລາຍ, ແຕ່ເມື່ອ ຢືນຂຶ້ນໄດ້ບ່ໍພໍເທົ່າໃດມື້ ທ່ານໄດ້ມານັ່ງ ຕິດກັບກະດານແຕ້ມ. ທ່ານອະທິບາຍວ່າ: “ມື້ໜຶ່ງບ່ໍໄດ້ ຈັບຝອຍແຕ້ມ, ແຕ່ງນ້ຳມືກ ຮູ້ສຶກຢູ່ຍາກ ແລະ ບ່ໍເປັນສຸກ”.
 
ມາດຽວນີ້, ນາຍຊ່າງເຈີ່ນວັນຖິ້ງແມ່ນໜຶ່ງໃນຈຳນວນ ຊ່າງ ແຕ້ມຮູບສິນທີ່ຍັງຫຼົງເຫຼືອຢູ່ ຮ່າໂນ້ຍ.

ນາຍຊ່າງ ເຈີ່ນວັນຖິ້ງ ພວມປະຕິບັດ ການແຕ້ມຮູບສິນຕາມ ຄວາມຕ້ອງການ ຂອງລູກຄ້າ.

ບາງລາຍລະອຽດ ຈຳຕ້ອງໃຊ້ແວ່ນຂະຫຍາຍ ຈຶ່ງສາມາດ ເຫັນແຈ້ງ ເພື່ອແຕ້ມຄືນໄດ້.

ການແຕ້ມວາດຈຸດພື້ນຖານໃບໜ້າຄົນ.
ທ່ານຖິ້ງເລ່ົາໃຫ້ຟັງວ່າ, ຄາວມີອາຍຸ 6 ປີ ພ່ໍຂອງທ່ານໄດ້ເລີ່ມ ສອນການແຕ້ມຮູບສິນໃຫ້. ທ່ານຍັງຈື່ບ່ໍລືມເຖິງການຕັກ ເຕືອນຂອງພ່ໍຕົນ ຄືທ່ານກ໊າເງ້ ວ່າ: “ອາຊີບນີ້ບ່ໍນຳມາເຊິ່ງຄວາມລ້ຳລວຍ ແຕ່ມັນເຝິກໃຫ້ຄົນເຮົາມີຄວາມມານະອົດທົນ, ນັ້ນແມ່ນກົກເຄົ້າແຫ່ງການກຳເນີດ ຂອງທຸກອາຊີບ ກ່ໍຄືການສຳເລັດຜົນ ທຸກປະການ. ຖ້າພາຍລຸນມາ, ເຖິງວ່າ ລູກບ່ໍຢຶດໝັ້ນອາຊີບ ການແຕ້ມຮູບສິນຕ່ໍໄປອີກກ່ໍຕາມ ແຕ່ລູກຈຳເປັນຕ້ອງມີນິ ໄສມານະພະຍາຍາມ ເພື່ອເປັນສິ່ງ ຕິດຕົວໄປໃນຕະຫຼອດຊີວິດ ຂອງລູກ”.

ໃນຊຸມປີ 80, 90 ຂອງສະຕະວັດກ່ອນ, ການຫາລ້ຽງຊີບ ດ້ວຍອາ ຊີບການແຕ້ມຮູບສິນຢູ່ຄຸ້ມເມືອງເກົ່າ ເບິ່ງຄືວ່າບໍ່ມີທາງອອກ, ເພາະວ່າ ຄົນທັງຫຼາຍ ຖືກດຶງດູດ ດ້ວຍການ ຖ່າຍພາບສີ ແລະ ເຕັກນິກ Photoshop ສາມາດ ສ້າງເປັນ ພາບຖ່າຍ ທັງແປກໆ ແລະ ງາມຕາ. ຄາວນັ້ນ, ບາງທີ ໝົດເດືອນໜຶ່ງ ກ່ໍບ່ໍມີແຂກພໍຄົນ. ແຕ່ຍ້ອນຫຼົງໄຫຼ ກັບອາຊີບ, ທ່ານຖິ້ງ ພັດເກັບເອົາພາບຖ່າຍທີ່ມີຊື່ ສຽງສະໄໝນັ້ນ ມາແຕ້ມຄືນ.

ແລະແລ້ວ, ຂະບວນການນິຍົມພາບຖ່າຍ ຈາກການນຳໃຊ້ Photoshop ກ່ໍຄ່ອຍໆ ງຽບລົງ. ຜູ້ທີ່ມີສາຍຕາແຫຼມຄົມແນມເຫັນ ຄວາມງາມເລິກໄດ້ຮູ້ສຶກວ່າ, ມີແຕ່ພາບແຕ້ມກ່າຍຂາວດຳນັ້ນ ຈຶ່ງມີ ຄວາມສາມາດ ສະແດງໄດ້ໝົດເຖິງຈິດໃຈ, ສີໜ້າກ່ໍຄືກຳລັງວັງຊາ ຂອງຕົວລະຄອນ. ປີ 1999, ທ່ານຫງວຽນບິ່ງ ຢູ່ເມືອງ ດົ໋ງດາ ໄດ້ ນຳພາບຖ່າຍຂາວດຳທີ່ເກົ່າແກ່ ຍູ່ຍີ່ ຈົນຫຼາຍບ່ອນເຫັນບ່ໍແຈ້ງ ອາໄສທ່ານແຕ້ມຄືນ. ດ້ວຍປະສົບການ ທີ່ມີມາເປັນເວລາ ຫຼາຍປີ, ທ່ານໄດ້ ໃຊ້ເວລາ ໝົດທັງເດືອນ ເພື່ອແຕ້ມຄືນ ທຸກລາຍລະອຽດ. ເມື່ອທ່ານ ບິ່ງມາຮັບ ກ່ໍງຶດງ້ໍ ເຖິງຂັ້ນ ເວົ້າບ່ໍອອກຄວາມ ຍ້ອນເຫັນວ່າ ທ່ານໄດ້ແຕ້ມ ຄືກັບພາບເກົ່າ ກ່ອນທີ່ມັນຖືກເສຍ 100%.

ກ່ອນນີ້ ສອງສາມປີ, ອາຊີບການແຕ້ມຮູບສິນຢູ່ຄຸ້ມເມືອງ ເກົ່າ ເຫຼືອພຽງແຕ່ສອງຄົນຄື ທ່ານ ຫງວຽນບ໋າວງວຽນ ຢູ່ເຮືອນເລກ 47 ຮ່າງງາງ ແລະ ທ່ານເຈີ່ນວັນຖິ້ງ ຢູ່ເຮືອນເລກ 24 ຮ່າງເດື່ອງ. ນັບແຕ່ຕົ້ນປີມານີ້, ຍ້ອນທ່ານ ຫງວຽນບ໋າວງວຽນ ອາຍຸສູງແລ້ວ, ສະຂະພາບກ່ໍອ່ອນເພຍ, ບ່ໍອາດຈັບຟອຍແຕ້ມ ໄດ້ອີກ, ໝາຍຄວາມວ່າ, ໝົດທັງຄຸ້ມເມືອງເກົ່າ ມີພຽງແຕ່ ທ່ານຖິ້ງ ຍັງປະກອບອາຊີບນີ້ເທົ່ານັ້ນ. ທ່ານຖິ້ງບອກວ່າ: “ພ່ໍເຖົ້າງວຽນ ແມ່ນນາຍຊ່າງຜູ້ຍອດຍ້ຽມ ແຕ່ຍ້ອນ ຂຶນກັບອາຍຸສັງຂານບ່ໍໄດ້ ສະນັ້ນເມື່ອມີລູກຄ້າ ມາຫາເພິ່ນພັດແນະນຳ ໃຫ້ໄປຮ້ານຄ້າ ຂອງຂ້າພະເຈົ້າ”.
 
ພາບສິນຈຳນວນໜຶ່ງຂອງທ່ານ ເຈີນວັນຖິ້ງ:

ຮູບສິນຂອງທ່ານພົນເອກຫວ້ໍງວຽນຢາບ. 
















ຄຸ້ມເມືອງເກົ່າ ຮ່າໂນ້ຍ ດຽວນີ້ ແມ່ນສະຖານທີ່ໆ ແຂກທ່ອງທ່ຽວ ຊາວຕ່າງປະເທດນິຍົມຫຼາຍ ແລະ ອາຊີບການແຕ້ມຮູບສິນ ກາຍເປັນສິລະປະປະເພດໜຶ່ງ ທີ່ ແປກໃໝ່ ສຳລັບເຂົາເຈົ້າ. ທ່ານ ຖິ້ງເລົ່າສູ່ຟັງວ່າ, ໃນເດືອນກ່ອນ ມີຊາວອີຣານຄົນໜຶ່ງ ພາ ລູກຊາຍມາຂໍໃຫ້ທ່ານສອນອາຊີບໃຫ້. ຍ້ອນຂະນະນັ້ນ, ສຸຂະ ພາບຂອງທ່ານຍັງບ່ໍຟື້ນຄືນໄດ້ດີ, ທ່ານບ່ໍກ້າຮັບ ແລະ ຕ້ອງ ນັດ ໄວ້ໂອກາດໜ້າ. ລູກຄ້າຂອງທ່ານຖິ້ງດຽວນີ້ ມີທັງແຂກຕ່າງປະ ເທດ. ເຂົາເຈົ້າສົ່ງຈົດໝາຍ ທາງອິນເທີແນດ ອາໄສທ່ານແຕ້ມ ແຕ້ມຮູບສິນແລ້ວສົ່ງໃຫ້ເຂົາເຈົ້າດ້ວຍທາງໄປສະນີ. ເຖິງວ່າ ປັດຈຸບັນ ທ່ານບ່ໍຕ້ອງວິ້ງເຕັ້ນ ເລື່ອງຫາລ້ຽງຊີບແລ້ວກ່ໍຕາມ, ແຕ່ ໃນໃຈທ່ານ ພັດມີຄວາມພະວົງອັນງຽບໆ . ທ່ານພວມ ພະຍາຍາມຖ່າຍຖອດ ຄວາມຮັກຫອມອາຊີບ ໃຫ້ແກ່ ລູກສາວໂທນ ເພື່ອບ່ໍໃຫ້ອາຊີບນີ້ ຖືກ ສູນຫາຍໄປ. ທ່ານເປີດ ຄວາມໃນໃຈວ່າ: “ຖ້າບ່ໍມີລຸ້ນຄົນໃໝ່ ສືບທອດອາຊີບນີ້, ຂ້າພະເຈົ້າຮູ້ສຶກຄືວ່າ ຕົນເອງເປັນຜູ້ເນລະຄຸນ ກັບບັນພະຊົນ. ດ້ວຍເຫດນັ້ນ, ດຽວນີ້ມີໃຜ ຢາກຮຽນ ຂ້າພະເຈົ້າກ່ໍ ສອນໂລດ ທະແນມວ່າອາຊີບນີ້ບ່ໍຖືກສູນເສຍ”.
ບົດ: ທົງທ້ຽນ - ພາບ: ເຕີດເຊີນ
ບັນດາບົດທີ່ຖືກນຳສະເໜີ