25/05/2016 15:22 GMT+7 Email Print Like 0

ສາລາຊໍ

ດ້ວຍພູມີປະເທດຫວງຈຸ້ຍ(feng shui) ອັນ​ໂດດ​ເດັ່ນ​ ພ້ອມກັບສະຖາປັດຕະຍາກຳບູຮານເປັນ​ສັນ​ຍາ​ລັກ, ສາລາຊໍ (ບ້ານຊໍ, ຕາແສງກົ້ງຮວ່າ, ເມືອງກວັກອວາຍ, ຮ່າໂນ້ຍ) ໄດ້ຮັບຂະໜານນາມວ່າເປັນ ສາລາບູຮານ ​ເກົ່າ​ແກ່​ທີ່ງາມທີສຸດຢູ່ເຂດດວ່າຍ. 
ເຂດດວ່າຍແມ່ນຊື່ເອີ້ນຂອງແຂວງເຊີນໄຕ (ເກົ່າ), ເປັນ ໜຶ່ງໃນຈຳນວນ 13 ແຂວງໄດ້ຮັບການສ້າງຕັ້ງຂຶ້ນກ່ອນ ໝູ່ ຢູ່ພາກເໜືອ (ປີ 1831), ລວມມີເນື້ອ ທີ່ຂອງແຂວງ ຫວີງຟຸກ, ຮ່າໄຕ, ທາງທິດເໜືອ ແຂວງ ຝູ໋ເຖາະ, ສ່ວນ ໜຶ່ງຂອງແຂວງຕວຽນກວາງ ແລະ ນະຄອນ ຮ່າໂນ້ຍ ປັດຈຸບັນ. ດ້ວຍເຫດນັ້ນ, ຊື່ເຂດ ດວ່າຍ ມາຮອດປະຈຸບັນແມ່ນບໍ່ໄດ້ເອີ້ນອີກແລ້ວ, ແຕ່ເນື່ອງຈາກມີເຂດດິນທີ່ຍັງກວ້າງຂວາງ, ເຂດດິນດັ່ງກ່າວຍັງມີສາລາບູຮານ ນັບເປັນຮ້ອຍແຫ່ງ ຊຶ່ງໃນຈຳນວນນັ້ນ ມີສາລາຊໍໄດ້ຖືກຂະຫນານນາມວ່າ “ທີໜຶ່ງ” ຂອງເຂດດ່ວາຍທີ່ມີ ອາຍຸ 350 ປີ ຂອງໝູ່ບ້ານ ຊໍ . ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ຖານະບົດບາດສຳຄັນ ດ້ານສະຖາປັດຍະກຳບູຮານ ຂອງສາລາຊໍຢູ່ເຂດພາກເໜືອຫວຽດນາມ.

ສາລາຊໍໄດ້ຖືກບັນດານັກຄົ້ນຄວ້າຕີລາຄາ ແລະ ໄດ້ຮັບ ຮອງວ່າ ເປັນໜຶ່ງໃນຈຳນວນຫຼາຍສາລາບູຮານທີ່ມີສະ ຖາປັດຕະຍະກຳເປັນຕົວແບບທີ່ສຸດ. ເປັນສາລາບູຊາ ງວຽນຊ໋ວາຍ ດ້າຍເວືອງ 3 ອົງ, ຜູ້ເປັນນາຍພົນຕິດຕາມ ອົງກະສັດ ດິງຕຽນຮວ່າງ ໄປປາບປາມຄວາມວຸ້ນວາຍ ຂອງທະຫານເຈົ້າແຂວງ 12 ເຂດ (ກາງສະຕະວັດທີ X).


ສາລາຊໍຕັ້ງຢູ່ໝູ່ບ້ານຊໍ, ຕາແສງກົ້ງຮ່ວາ, ເມືອງ ກວັກອວາຍ, ຮ່າໂນ້ຍ, ມີອາຍຸກວ່າ 350 ປີ. 


ຕາມກວານ (ປະຕູໂຂງທາງເຂົ້າສາມທາງ)ຂອງ ສາລາຊໍ. 


ມັງກອນຫີນຢູ່ສອງຝາກທາງຂຶ້ນສອງເບື້ອງຈົນເຖິງ ປະຕູ ສາລາ. 
 

ຂັ້ນໄດ 18 ຂັ້ນຂຶ້ນໄປເຖິງປະຕູໂຂງຕາມກວານ ຂອງ ສາລາຊໍ. 


ສາລາແຫ່ງນີ້ບູຊາ ງວຽນຊ໋ວາຍດ້າຍເວືອງ 3 ອົງ, ຜູ້ເປັນ ນາຍພົນຕິດຕາມອົງກະສັດ ດິງຕຽນຮວ່າງ
ໄປປາບປາມຄວາມວຸ້ນວາຍຂອງທະຫານເຈົ້າແຂວງ 12 ເຂດ.



ເຄື່ອງຕົບແຕ່ງຢູ່ສອງເບື້ອງຂອງແທ່ນບູຊາຫໍກາງ. 


ລວດລາຍສະຫຼັກຢ່າງລະອຽດແນບນຽນຢູ່ປະຕູສອງ ເບື້ອງຂອງສາລາຊໍ.


ປະຕູເຂົ້າຫໍກາງສາລາຊໍ. 


ມູມຫນຶ່ງຂອງຫຼັງຄາທາງທິດໃຕ້ຂອງສາລາຊໍ. 


ທັງສີ່ມູມຂອງສາລາຊໍລ້ວນແຕ່ມີຫົວຄົດງໍ ສ້າງ ຄວາມອ່ອນໂຍນ ແລະ ງາມຕາ. 


ທຸກຫົວຕະປູຢູ່ສາລາຊໍລ້ວນແຕ່ໄດ້ຄວັດສະຫຼັກຮູບມັງ ກອນຫົງຢ່າງປານີດ. 


ສາລາຊໍມີເສົາໄມ້ດູ່ແດງຂະໜາດໃຫຍ່, ນອ້ຍ ທັງໝົດ 64 ເສົາບວກກັບຕີນເສົາທີ່ເຮັດດ້ວຍຫີນສີຂຽວ. 


ປະຕູເຮັດດ້ວຍໄມ້ດູ່ແດງມີອາຍຸຫລາຍກວ່າ 350 ປີ ມີຢູ່ 3 ດ້ານຂອງສາລາຊໍ. 


ເຕັກນິກຄວັດສະຫຼັກຢ່າງລະອຽດແນບນຽນເທິງສິ້ນ ສ່ວນໄມ້ຂອງສາລາຊໍ. 

ສາລາຊໍເປັນສະຖານທີ່ປະຊາຊົນຕາແສງ ກົ້ງຮ່ວາ ຈັດຕັ້ງ ງານບຸນໃຫຍ່ 3 ຄັ້ງຕໍ່ປີ, ໃນນັ້ນໃຫຍ່ທີສຸດແມ່ນງານບຸນ ຂອງໝູ່ບ້ານທີ່ໄດ້ຮັບການດຳເນີນໃນລະຫວ່າງວັນທີ 8-11 ຕາມຈັດທະປະຕິທິນ. 
ບໍ່ມີໃຜຮູ້ຊັດເຈນວ່າສາລາ ຊໍໄດ້ເລີ່ມກໍສ້າງແຕ່ເມື່ອໃດ. ຕາມປຶ້ມ “ເຊີນໄຕເດ້ຍຈີ໋” (ປຶ້ມບັນທຶກພູມສາດແຂວງ ເຊີນໄຕ)ຂອງນັກແຕ່ງຟ້າມຊວນໂດ້, ຜະລິດອອກຈຳ ໜ່າຍ ປີ 1741, ສາລາຊໍໄດ້ຮັບການເສີມສ້າງ ແລະ ສ້ອມແປງຄືນເມື່ອປີ 1673 ສະໄໝອົງກະສັດ ເລຢາຕົງ. ນອກນັ້ນ, ຕາມຄຳຈາລຶກຢູ່ແຜ່ນສີລາ “ຕູຊ໋າງ ຮວາດິ່ງ ບີກີ໋” ທີ່ໄດ້ສະຫຼັກໄວ້ໃນເມື່ອປີເຢືອງດຶກທີ 3 (1674), ຊຶ່ງປະຈຸບັນຍັງຕັ້ງຢູ່ສາລານີ້ ແມ່ນ ໄດ້ຮັບການບູລະ ນະສ້ອມແປງໃນປີເຖາະ (1663). ຜ່ານ ເວລາຫຼາຍປີ, ສາລາແຫ່ງນີ້ໄດ້ຮັບການປະຕິສັງຂອງຕື່ມອີກ 4 ຄັ້ງໃນປີ 1743, 1924, 1928 ແລະ 1953. ຂະຫນາດສະຖາ ປັດຕະຍະກຳຂອງສາລາປັດຈຸບັນແມ່ນຕາມ “ໂນ້ຍກົງ ງ້ວາຍກວກ” (ການຈັດໜ້າພຽງຢູ່ທາງໃນສາ ລາມີຮູບ ຊົງຄ້າຍຄືຕົວໜັງສືຫາ້ນວ່າ ກຸງ (cung), ທາງໃນ ມີຮູບຊົງຄ້າຍຄືຕົວໜັງສືຫາ້ນວ່າ ເກີວ (quo) ໃນ ເນື້ອ ທີ່ດິນຈຳນວນ 1.100 ຕາລາງແມັດ. 

ການເວລາໄດ້ຜ່ານພົ້ນໄປ, ສາລາແຫ່ງນີ້ຍັງຄົງ ຮັກສາໄວ້ຄວາມສວຍງາມອັນປານີດ ແລະ ເກົ່າແກ່.  ສາລາຕັ້ງຢອງເທິງພູຣົ່ວ, ຫັນໜ້າໃສ່ຄັນຄູກັນນ້ຳໄດ້ ສ້າງເປັນໜອງນ້ຳຄືຮູບເຄິ່ງວົງເດືອນ.

ປະຕູໂຂງທາງເຂົ້າສາມດ້ານກັບການອອກແບບກໍ່ສ້າງ ເປັນ 2 ຊັ້ນ, 3 ຫ້ອງ, ມີ 4 ຫຼັງຄາ. ບັນດາລວດລາຍ ທີ່ຕົບແຕ່ງ ແລະ ຄວັດສະຫຼັກ ຢູ່ເທິງຫຼັງຄາ ມາຮອດ ປັດຈຸບັນຍັງຮັກສາໄວ້ໄດ້ຄວາມສວຍງາມແບບດັ້ງເດີມ, ໂດຍສະເພາະແມ່ນຮູບໂຕມັງກອນສອງໂຕ ທີ່ກຳລັງເຝົ້າ ຢູ່ສອງ ເບື້ອງຂອງດວງຈັນຢູ່ເບື້ອງເທິງຫຼັງຄາ ພ້ອມກັບ ສັດມົງຄຸນ 4 ໂຕຢູ່ຕີນເສົາສາລາ.

ສາລາມີທັງໝົດ  7 ຫ້ອງໃຫຍ່, 2 ຫ້ອງນ້ອຍຢູ່ ສອງ ເບື້ອງ. ທາງດ້ານໃນສາລາມີ 32 ເສົາເຮັດດ້ວຍໄມ້ດູ່ແດງ ຂະໜາດໃຫຍ່, ນ້ອຍຈັດລຽງກັນເປັນ 6 ແຖວ ຕາມລວງຂວາງ. ທາງຫຼັງ ແທ່ນບູຊາແມ່ນ “ກຸງ” (ວັງ) ເປີດປະຕູເຂົ້າໄດ້ພຽງເນື່ອງໃນໂອກາດ ມີງານບຸນຂອງສາລາ. ພື້ນສາລາກໍ່ປູດ້ວຍໄມ້ດູ່ແດງ.

ປະຈຸບັນ, ສາລາດັ່ງກ່າວຍັງຮັກສາໄວ້ ພະລາຊະໂອງ ການປະດັບຍົດແຕ່ປີ ແຮວ່ງດິ້ງທີ 2 (1601) ສະໄໝ ລາຊະວົງເລ ເຖິງປີຂາຍດິ້ງທີ 9 (1924)ສະໄໝ ລາຊະວົງ ຫງວຽນ, ພ້ອມກັບແຜ່ນໄມ້ສະຫຼັກຄຳພີ ດ້ວຍຕົວອັກສອນຫານ ແລະ ປ້າຍຄຳຄູ່ຫຼາຍແຜ່ນ. ດ້ວຍຄຸນຄ່າທາງດ້ານສະຖາປັດຕະຍະກຳ ແລະ ປະຫວັດສາດ, ສາລາຊໍໄດ້ຖືກກະຊວງວັດທະນະທຳ ແລະ ທ່ອງທ່ຽວຮັບຮອງວ່າເປັນບູຮານສະຖານແຫ່ງຊາດ ທີ່ຕ້ອງໄດ້ຮັບການອະນຸລັກຮັກສາ. 
ບົດ: ຖາວວີ - ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ