22/08/2016 09:48 GMT+7 Email Print Like 0

ວິນຍານແຫ່ງຊາດໃນພາບໄມ້ແກະສະຫຼັກຂອງ ເຈີ່ນງວຽນດ໋ານ

ພາບໄມ້ແກະສະຫຼັກຂອງນັກຈິດຕະກອນເຈີ່ນງວຽນດ໋ານ ແມ່ນການປະສານກົມກຽວກັນຂອງສິລະປະສ້າງຮູບພື້ນເມືອງທີ່ມ່ວນຊື່ນສົດໃສ ກັບພາບທິວທັດທຳມະຊາດດ້ວຍເຕັກນິກແກະສະຫຼັກ ແລະ ພິມທີ່ເປັນຂອງສະເພາະມີມາແຕ່ຕົ້ນສະຕະວັດທີ XX. 
ນັກຈິດຕະກອນເຈີ່ນງວຽນດ໋ານໃຫ້ຮູ້ວ່າ, ສິ່ງທີ່ຍາກທີສຸດເພື່ອປະດິດແຕ່ງພາບໄມ້ແກະສະຫຼັກແຜ່ນໜຶ່ງໃຫ້ໄດ້ ນັ້ນແມ່ນຄວາມນຶກຄິດກ່ຽວກັບຫົວເລື່ອງ. ໃນຫົວເລື່ອງດຽວກັນແຕ່ຕ້ອງເຮັດແນວໃດເພື່ອຜະລິດອອກຫຼາຍແຜ່ນສະຫຼັກທີ່ແຕກຕ່າງກັນ. ພາບໄມ້ແກະສະຫຼັກຂອງລາວລວມມີສອງຊະນິດເຊັ່ນ: ພາບທັດສະນີຍະພາບ ແລະ ພາບຜູ້ຄົນໃນການອອກແຮງງານຜະລິດຜົນ. ພາບແຕ້ມຂອງລາວຍາມໃດກໍປ່ຽມລົ້ມໄປດ້ວຍຈິດວິນຍານແຫ່ງຊາດແຕ່ຫົວເລື່ອງຈົນເຖິງສິລະປະການສ້າງຮູບ. ເມື່ອຊົມພາບແຕ້ມຂອງລາວ, ທ່ານຜູ້ຊົມມີຄວາມຮູ້ສຶກ
ວ່າທຸກຕົວລະຄອນກໍຄືເຮືອນຊານບ້ານຊ່ອງ, ທົ່ງນາຮົ້ວສວນ, ພູຜາປ່າໄມ້, ແມ່ນ້ຳລຳເຊ, ເຮືອແພ… ຕ່າງກໍເໝືອນດັ່ງກຳລັງເຄື່ອນໄຫວຢ່າງມີຊີວິດຊີວາ.

ໂດຍເລີ່ມເຮັດອາຊີບນີ້ແຕ່ປາງສົງຄາມ ແລະ ໃນສະໄໝເກື້ອກູນ, ດັ່ງນັ້ນນັກຈິດຕະກອນ ເຈີ່ນງວຽນດ໋ານ ຍັງຄົງຮັກສາຄວາມຊິນເຄີຍແກະສະຫຼັກຢູ່ເທິງໄມ້ແປ້ນ, ນັບທັງປະກອບແປ້ນນ້ອຍເຂົ້າກັນເປັນແປ້ນແຜ່ນໃຫຍ່. ຊຸດເຄື່ອງມືທີ່ລາວໃຊ້ເພື່ອແກະສະຫຼັກແມ່ນຊຸດມີດທີ່ຄົມ ມິດມີຮູບຕົວໜັງສືໂຕ V,   ຮູບຮາງລິນມີດ້າມ ແລະ ໃຊ້ມືໜຶ່ງສຳຜັດໂດຍກົງລົງໜ້າແຜ່ນໄມ້ເພື່ອສ້າງເປັນລາຍຄວັດ. ໄປຄຽງຄູ່ກັບການແກະສະຫຼັກພາບໄມ້ພື້ນເມືອງແລ້ວ, ລາວກໍຍັງໝູນໃຊ້ທັງເຕັກນິກແກະສະຫຼັກທັນສະໄໝເພື່ອປະດິດສ້າງອອກບັນດາຮອຍຄວັດທີ່ອຸດົມສົມບູນ ແລະ ມີຊີວິດຊີວາ.

ບັນດາພາບແຕ້ມຈະໄດ້ແຕ້ມວາດຈຸດພື້ນຖານກ່ອນ, ແລ້ວຈຶ່ງນຳໄປແກະສະຫຼັກໃສ່ແຜ່ນໄມ້. 


ຈາກເຄື່ອງມືຕ່າງໆສຸດທີ່ງ່າຍດາຍແຕ່ນັກຈິດຕະກອນ ເຈີ່ນງວຽນດ໋ານສາມາດປະດິດສ້າງ
ພາບແຕ້ມຕ່າງໆຫຼາຍແຜ່ນທີ່ເປັນຂອງສະເພາະບໍ່ຊ້ຳແບບໃຜ.



ຂັ້ນຕອນໃຊ້ເຈ້ຍຕັງຊີນເພື່ອພິມບັນດາສ່ວນປິກຍ່ອຍຢູ່ເທິງແຜ່ນໄມ້. 


ແກະສະຫຼັກໄມ້ແມ່ນຂັ້ນຕອນເສຍເວລາ ແລະ ເຫື່ອແຮງທີ່ສຸດ.


ຫຼັງຈາກຂັ້ນຕອນແກະສະຫຼັກເທິງແຜ່ນໄມ້ສຳເລັດແລ້ວຈະໄດ້ກິ້ງຜ່ານນ້ຳມຶກສີດຳກ່ອນເມື່ອວາງເຈ້ຍໃສ່ແຜ່ນໄມ້ເພື່ອການພິມເປັນພາບ.


ໃຊ້ໝາກໝູນກິ້ງໄປກິ້ງມາຢ່າງສະເໝີຢູ່ເທິງແຜ່ນແກະສະຫຼັກເພື່ອໃຫ້ຮູບປະກົດຢູ່ເທິງເຈ້ຍບໍ່ຖືກມົວ ແລະ ແຈ້ງດີ. 


ໃນຂັ້ນຕອນພິມຢູ່ເທິງເຈ້ຍ, ນັກຈິດຕະກອນໃຊ້ໃຍໝາກບວບທາໃສ່ໜ້າເຈ້ຍເພື່ອຮອຍພິມສະໝໍ່າສະສະເໝີ. 


ພາບແຕ້ມສຳເລັດ. 


ໂດຍໄດ້ສະໜິດຕິດພັນກັບປະເພດສິລະປະພາບໄມ້ແກະສະຫຼັກເກືອບ 50 ປີມາແລ້ວ, ນັກຈິດຕະກອນ ເຈີ່ນງວຽນດ໋ານ ໄດ້ເປັນທີ່ຮູ້ຈັກເໝືອນດັ່ງນັກຈິດຕະກອນອາວຸໂສທີ່ມີຊື່ສຽງໃນແວດວົງພາບຄວັດແກະສະຫຼັກຢູ່ຫວຽດນາມ. 
 
ພາບແຕ້ມຂອງນັກຈິດຕະກອນ ເຈີ່ນງວຽນດ໋ານໄດ້ຝັງເລິກເຂົ້າໃນດວງໃຈຂອງທຸກຊັ້ນຄົນທີ່ຮັກຫອມສິລະປະແຫ່ງຄວາມງາມເນື່ອງຈາກບັນດາລາຍຄວັດທີ່ນຽບນຽນ, ງ່າຍດາຍ, ເຕັມໄປດ້ວຍຄວາມຮູ້ສຶກ ແລະ ເຂັ້ມຂຸ້ນໄປດ້ວຍຊີວິດຈິງ. ພາຍຫລັງແກະສະຫລັກເທິງໜ້າແປ້ນໄມ້ແລ້ວ, ລາວຈະນຳໄປພິມຢູ່ເທິງເຈ້ຍ “ຢໍ໋”, ເຈ້ຍ “ດຽບ” ຫຼື ຢູ່ເທິງແພໄໝ, ແພບໍ່ທັນຍ້ອມ… ໃຫ້ເປັນພາບແຕ້ມ.

ຫວ່າງມໍ່ໆມານີ້, ພາບໄມ້ແກະສະຫຼັກ 100 ກວ່າແຜ່ນຂອງນັກຈິດຕະກອນ ເຈີ່ນງວຽນດ໋ານ ທີ່ປະດິດແຕ່ງແຕ້ມໃນຊ່ວງໄລຍະປີ 1967-2015ໄດ້ຖືກນັກສະສົມ ຫງວຽນທິທູຮວ່າຍ ທ້ອນໂຮມ ແລະ ນຳໄປວາງສະແດງ ຢູ່ໃນງານວາງສະແດງທີ່ໃສ່ຊື່ “ຮອຍແກະສະຫຼັກແຕ່ມູນເຊື້ອຈົນເຖິງທັນສະໄໝ”.

ເມື່ອຕີລາຄາກ່ຽວກັບພາບໄມ້ແກະສະຫຼັກຂອງນັກຈິດຕະກອນ ເຈີ່ນງວຽນດ໋ານ, ນັກຄົ້ນຄວ້າ ຫງວຽນດຶກຮ່ວາ ໄດ້ມີຄຳສັງເກດວ່າ: “ພາບຂອງນັກ ຈິດຕະກອນ ເຈີ່ນງວຽນດ໋ານ ຍາມໃດກໍພົ້ນເດັ່ນນ້ຳໃຈແຫ່ງຊາດຫວຽດນາມນັບຕັ້ງແຕ່ການຈັດວາງໂຄງຮ່າງ ຮອດລາຍແຕ້ມ, ສີສັນ, ຄວາມເຂັ້ມ, ອ່ອນ… ຊ້ຳບໍ່ໜຳທັງ ຄວາມມີສະເໜ່ລະມູນລະມອນກໍຊໍ່ສະແດງໃຫ້ເຫັນວິນຍານແຫ່ງຊາດຢູ່ໃນນັ້ນອີກດ້ວຍ”.

ມາເຖິງປະຈຸບັນ, ເຖິງວ່າໄດ້ອອກກິນເບ້ຍບຳນານແລ້ວ, ແຕ່ລາວຍັງຄົງສະຫງວນເວລາ ແລະ ພູມປັນຍາສືບຕໍ່ປະດິດຄິດແຕ່ງພາບໄມ້ແກະສະຫຼັກຫຼາຍແຜ່ນທີ່ມີຄຸນຄ່າສູງ. ນັກຈິດຈະກອນ ເຈີ່ນງວຽນດ໋ານ ໄຂຄວາມໃນໃຈອອກມາວ່າ, ລາວໄດ້ແຕ້ມພາບຫຼາຍແຜ່ນແລ້ວແຕ່ບໍ່ມີແນວຄວາມຄິດທີ່ຈະຮັກສາຜະລິດຜົນໄວ້ເພື່ອເປັນຊັບສົມບັດສ່ວນຕົວ, ກົງກັນຂ້າມລາວຢາກມອບພາບຂອງຕົນໃຫ້ແກ່ນັກສະສົມ, ຫໍພິພິຕະພັນສິລະປະພາຍໃນຫລືຕ່າງປະເທດເພື່ອສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າສິລະປະສ້າງຮູບພາບໄມ້ແກະສະຫຼັກ ຂອງຫວຽດນາມ.


“ຮ່າໂນ້ຍໃນສາຍຕາຂ້າພະເຈົ້າ”. 


“ນະຄອນແຫ່ງດອກຝາງແດງ”. 


“ຂ້າພະເຈົ້າຮັກຮ່າໂນ້ຍ”. 


“ຍຸວັນນາລີຊາຊົນເຜົ່າຢາວແດງ”. 


“ຂັບກວານຫໍ້ໃນຊຸມມື້ປີໃໝ່”. 


“ໂຮ້ຍອານໃນດວງຕາຂ້າພະເຈົ້າ”. 


“ນະຄອນຢູ່ແຄມຝັ່ງແມ່ນ້້ຳ”. 


“ກວກຕືຢາມໃນລະດູໃບໄມ້ຫລົ່ນ”. 


“ວັດຂົວໂຮ້ຍອານ”.
 



ພາບແຕ້ມຂອງນັກຈິດຕະກອນ ເຈີ່ນງວຽນດ໋ານ ໄດ້ຮັບລາງວັນ ທີໜຶ່ງໃນງານວາງສະແດງ 10 ປີ ສິລະປະສ້າງຮູບທົ່ວປະເທດປີ 1985; ລາງວັນທີ 3 ຂອງສະມາຄົມວິຈິດສິນຫວຽດນາມປີ 1994; ລາງວັນ B ທີ່ງານວາງສະແດງວິຈິດສິນເຂດ I (ນະຄອນຫຼວງຮ່າໂນ້ຍ) ປີ 2000; ພິເສດ, ເມື່ອປີ 2007, ນັກຈິດຕະກອນ ເຈີ່ນງວຽນດ໋ານໄດ້ຮັບມອບລາງວັນແຫ່ງລັດກ່ຽວກັບສິລະປະວັດທະນະທຳ ງວດທີ II ໃຫ້ແກ່ພາບແກະສະຫຼັກ 5 ແຜ່ນເຊັ່ນ: “ສິລະປະພາບຮ່າງຈົ໋ງ”, “ໝັ່ນຮຽນ, ໝັ່ນເຮັດວຽກ”, “ກັບຄືນຕາມບາກ”, “ບຸນວິຫານຮຸ່ງ” ແລະ “ທັງລອງ-ໂດງໂດ-ຮ່າໂນ້ຍ”. 

 
ບົດ: ເງີນຮ່າ - ພາບ: ແຄ໋ງລອງ
 
 
ບັນດາບົດທີ່ຖືກນຳສະເໜີ