03/02/2018 18:49 GMT+7 Email Print Like 0

ວັດແຈ໋ນກຽວ - ສັນຍະລັກ ແຫ່ງຄວາມສາມັກຄີ ຂອງຊາວ ຂະແມ.

ຜູ້ຄົນທີ່ມາທຳບຸນ ຢູ່ວັດ ຊ່າໂລນ ເມື່ອໄດ້ເຫັນການຕົບແຕ່ງ ວັດ ດ້ວຍຈອກ, ຖ້ວຍ, ຈານທີ່ແປກໆ ແລະ ເປັນໜ້າຈັບໃຈ ຈິ່ງ ພາກັນເອີ້ນວັດຊ່າໂລນ ວ່າ ວັດແຈ໋ນກຽວ (ໝາຍເຖິງ ຈອກທີ່ ເປັນຕົວແບບ). ຈອກ, ຖ້ວຍ, ຈານທີ່ໄດ້ຕົບແຕ່ງອ້ອມຮອບວັດ ໂດຍ ປະຊາຊົນ ພາຍໃນເຂດເກັບກຳມາ ເພື່ອປະກອບສ່ວນ ກ່ໍສ້າງ. ດ້ວຍເຫດນັ້ນ, ວັດ ແຈ໋ນກຽວ ແມ່ນສັນຍະລັກ ແຫ່ງ ຄວາມສາມັກຄີ ຂອງ ຊາວຂະແມ ຢູ່ ຊອກຈັງ.
ທ່ານ ຈິ້ງຕ່ຽນ ຜູ້ທີ່ເປັນສະມາຊິກ ໃນຄະນະຄຸ້ມຄອງ ວັດ ແຈ໋ນ ກຽວ ໃຫ້ຮູ້ວ່າ ວັດຫຼັງນີ້ ໄດ້ຮັບການກ່ໍສ້າງ ໃນຕົ້ນ ສະຕະວັດ ທີ່ 19. ຕາມວັນເວລາ, ຫໍກາງ ຂອງວັດຖືກເປ່ເພຈຳເປັນຕ້ອງ ສ້າງ ຄືນໃໝ່. ມາຮອດປີ 1969, ພະມະຫາ ຕັງຕຸກ(ຜູ້ ເປັນເຈົ້າ ອາ ວາດ ວັດລຸ້ນທີ 9) ໄດ້ລະດົມການສ້້າງ ກິດຈະການຈຳ ນວນ ໜຶ່ງ ໃນວັດຄືນໃໝ່ຄື: ຫໍກາງ, ກຸດຕິ, ສາລາໂຮງ ທຳ, ພະທາດ, ຝາຜະໜັງ, ເສົາຕ່າງໆ ດ້ວຍ ການນໍາໃຊ້ ກະເບື້ອງ ປະເພດ ເກົ່າ ທີ່ມີສີສັນ ໂດດເດັ່ນຂອງ ຍີ່ປຸ່ນ.

ແຕ່ຍ້ອນໃນການກ່ໍສ້າງ, ກະເບື້ອງເຫຼົ່ານີ້ໝົດໄປ, ເຈົ້າອາ ວາດ ວັດ ເກີດມີແນວຄວາມຄິດໃນການ ຂົນຂວາຍ ພີ່ນ້ອງເຜົ່າ ຂະ ແມ ຢູ່ເຂດອ້ອມແອ້ມວັດ ປະກອບຈອກ, ຈານ, ຖ້ວຍ, ໂຖ ທຸກ ແນວ ທັງເປັນໂຕ ຫຼື ວ່າຖືກເປ່ເພ, ແຕກແຫງ ນຳມາ ເພື່ອສືບຕ່ໍ ການສ້າງວັດ. ຈາກການປະກອບສ່ວນ ຢ່າງສະໝັກໃຈ ຄືແນວ ນັ້ນ ໄດ້ ຊ່ວຍໃຫ້ນາຍຊ່າງ ແລະ ບັນດາ ພະສົງສຳມະເນນ ພາຍໃນວັດ ສືບຕ່ໍການ ກໍ່ສ້າງວັດ ດຳເນີນໄປໂດຍດີ.

 

ວັດ ຊ່າໂລນ ເປັນທີ່ຮູ້ຈັກກັນດີ ດ້ວຍຊື່ເອີ້ນອີກຢ່າງໜຶ່ງ ແມ່ນ ວັດ ແຈ໋ນກຽວ, ຕັ້ງຢູ່ຕາແສງ ດ້າຍເຕີມ, ເມືອງ ໝີ້ຊວຽນ,
ແຂວງ ຊອັກຈັງ, ຫ່າງຈາກນະຄອນ ຊອັກຈັງ ປະມານ 12 ກິໂລ ແມັດ.



ຝາຜະໜັງເບື້ອງໜຶ່ງ ຂອງຫໍທຳມະ ຖືກປະດັບເອ້ ດ້ວຍຈອກ, ຈານທຸກປະເພດທີ່ມີຫຼາກຫຼາຍສີສັນ.


ຫຼັງຄາວັດ ຖືກອອກແບບເປັນຮູບສາມແຈສາກ, ມີສາມຊັ້ນ ແລະ ຮູບທາດແຫຼມຢູ່ຊັ້ນສູງສຸດ.


ຈອກຈານທຸກປະເພດສົມທົບກັບກະເບື້ອງຂອງ ຍີ່ປຸ່ນ ໄດ້ເຮັດໃຫ້ ຫໍທຳມະ ໂດດເດັ່ນຂື້ນ ດ້ວຍສີສັນສົດໃສ ໂດຍປະລິຍາຍ.


ຈານຕ່າງໆ ຖືກໂອບເຂົ້າຝາຜະໜັງ ຢ່າງສົມດຸນ ແລະ ກົມ ກຽວກັນ, ສ້າງເປັນພາບປະທັບໃຈທີ່ເປັນເອກະລັກ.


ນັບແຕ່ໄດ້ຮັບການກໍ່ສ້າງ ຈົນມາຮອດ ປັດຈຸບັນ ແມ່ນ 40 ກວ່າ ປີແລ້ວ ແຕ່ກະເບື້ອງ ພ້ອມກັບຈອກຈານຕ່າງໆ
ຍັງ ຮັກສາໄວ້ໄດ້ສີສັນທີ່ສົດໃສງົດງາມຕາມວັນເວລາ.



ພາກສ່ວນຕົ້ນຕໍຂອງຫໍທຳມະ ມີເນື້ອທີ່ 30x 15 ແມັດ, ມີ ເສົາໃຫຍ່ 16 ເສົາ ຖືກແບ່ງເປັນສອງແຖວ ເພື່ອເປັນເສົາ ຄ້ຳທາງ ໃນຂອງຫໍ.


ວັດ ແຈ໋ນກຽວ ຍັງອະນຸລັກຮັກສາໄວ້ໄດ້ ເຄື່ອງຂອງອັນມີຄ່າ ຈຳນວນໜຶ່ງ ຂອງ ທ່ານ ເຈີ່ນຈິງຮຸຍ-ຜູ້ທີ່ຖືກຂະໜານນາມວ່າ
ແມ່ນ ກຸນລະບຸດ ບາກລຽວ ຊຶ່ງປາງໜຶ່ງເຄີຍມີຊື່ສຽງ ດັງທົ່ວ ເຂດ ແຄ້ວນ ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ.

ຝາຜະໜັງ ເບື້ອງຕິດກັບ ຮົ້ວກັ້ນຂອງຫໍທຳມະ ເປັນບ່ອນ ໄດ້ ຮັບການໂອບຈອກ ຈານຫຼາຍປະເພດກວ່າໝູ່. ນອກນັ້ນ, ຢູ່ ຂັ້ນໄດ, ຮາວຂັ້ນໄດ, ຮົ້ວກັ້ນອ້ອມຮອບ ຫໍທຳມະ ກໍໄດ້ ໂອບ ຈອກຈານ ທີ່ຖືກແຕກແຫງ, ບິ່ນ. ຈອກຈານທຸກ ແນວ ສົມທົບ ກັບ ກະເບື້ອງຂອງ ຍີ່ປຸ່ນພາໃຫ້ສີສັນ ຂອງ ຫໍທຳມະ ເດ່ັນຂຶ້ນ ໂດຍປະລິຍາຍ ທັງສ້າງໃຫ້ ມີລາຍດອກທີ່ ໜ້າຈັບໃຈ. ແນວ ຄວາມຄິດນີ້ ຂອງເຈົ້າອາວາດວັດ ໄດ້ປະຢັດ ລາຍຈ່າຍ ການ ສ້າງວັດ, ສະແດງອອກຄວາມປະດິດສ້າງ ກໍຄື ນ້ຳໃຈ ສະມັກຄີ ຂອງວົງຄະນາຍາດ ຊາວພຸດເຜົ່າຂະແມ ເຊິ່ງ ຍາມໃດ ກໍມຸງ ຫາ ວັດ ທີ່ເປັນບ່ອນສັກສິດ ສຳລັບເຂົາເຈົ້າ.

ນັບແຕ່ການກໍ່ສ້າງມາເຖິງປັດຈຸບັນແມ່ນ 40 ກວ່າປີແລ້ວ, ແຕ່ ກະເບື້ອງພ້ອມກັບຈອກຈານຕ່າງໆ ຍັງຮັກສາໄວ້ໄດ້ສີສັນທີ່ສົດ    ໃສງາມຕາ ອັນພາໃຫ້ ຫໍທຳມະ ຍາມໃດ ກໍໂດດເດັ່ນຂຶ້ນ  ພາຍ ໃນ ເຂດບໍລິເວນ ຂອງວັດ. ນອກນັ້ນ, ພະມະຫາ ຕັງຕຸກ ຍັງ ນຳ ໃຊ້ ຈອກຈານເພື່ອໂອບໃສ່ ເພດານຫ້ອງສັນອາຫານ ແລະ ອີກ ບາງບ່ອນພາຍໃນວັດ.

ວັດ ແຈ໋ນກຽວ ມີພະພຸດທະຮູບໃຫຍ່ນ້ອຍ 20 ອົງຢູ່ໃນທ່າຊົງ ຕ່າງກັນ. ເທິງຝາຜະໜັງ ທັງສອງເບື້ອງ ມີພາບແຕ້ມເລົ່າເຖິງ ຊີວິດຂອງ ສະກິຍະມຸນີ ນັບແຕ່ເວລາພະອົງ ປະສູດ ຈົນເຖິງ ເວລາເປັນອໍລະຫັນ.

ວັດ ແຈ໋ນກຽວ ມີເນື້ອທີ່ 2,1 ເຮັກຕາ. ທາງຫຼັງ ຂອງວັດ ແມ່ນ ສວນ ສະກິຍະມຸນີ ປະຕິບັດ ທຳມະຂັນ ແລະ ປະລິນິພານ. ນີ້ ແມ່ນ ກຸ່ມສະຖາປັດຕະຍະກຳ ປະກອບດ້ວຍ ພະພຸດທະຮູບ ໃຫຍ່ນ້ອຍຫຼາຍອົງ ສະແດງອອກເຖິງ ວິວັດການ ກຳເນີດຂຶ້ນ, ຕັດສະຣຸ ກາຍເປັນພະອໍລະຫັນ ແລ້ວ ປະລິນິພານ ຂອງ ພະ ພຸດທະເຈົ້າ.



ພະພຸດທະຮູບຂະໜາດນ້ອຍຫຼາຍອົງ ຖືກເກັບບູຊາ ໃນຫໍ ກຸດຕິ.


ໂຖດິນເຜົາເຄືອບຫຼາຍອັນ ໄດ້ນຳໃຊ້ ເພື່ອຕົບແຕ່ງ ໃຫ້ຮົ້ວກັ້ນ ອ້ອມຂ້າງ ຫໍທຳມະ.


ຊ່າງກໍ່ສ້າງນຳໃຊ້ ຈອກຈານຫຼາກຫຼາຍຮູບແບບ ແລະ ຂະໜາດ ຕ່າງກັນ ເພື່ອປະດັບຝາຜະໜັງ ຢ່າງມີຫົວຄິດປະດິດສ້າງ.


ຈານຫຼາຍອັນຍັງຖືກນຳມາໂອບອ້ອມເສົາຄ້ຳຂອງວັດ.


ຈອກຕ່າງໆ ຄວ້ຳໃສ່ກັນແລ້ວກ່າຍກອງເປັນເສົາ ກາຍເປັນ ຮົ້ວກັ້ນ ຢູ່ອ້ອມຫໍທຳມະ.


ຈຳພວກສັດ ທີ່ສັກສິດ ຢູ່ເດີ່ນວັດ ກໍໄດ້ຄວັດສະຫຼັກ ແລະ ປະ ດັບເອ້ ດ້ວຍປ່ຽງດິນເຜົາ, ດິນຈີ່ ທີ່ເປັນເອກະລັກ.


ມູມໜຶ່ງ ຂອງ ຝາຜະໜັງ ຫໍທຳມະ ຖືກຕົບແຕ່ງ ດ້ວຍຈອກ ຈານ, ປ່ຽງດິນເຜົາ ທີ່ແຕກຕ່າງກັນ.


ເສົາ ແລະ ຝາຜະໜັງ ທີ່ໂອບດ້ວຍຈອກຈານຫຼາຍແນວຢ່າງ ຕິດເຂົ້າກັນ.


ຈອກຕ່າງໆ ຄວ້ຳໃສ່ກັນແລ້ວຈັດໃຫ້ກອງກັນເປັນເສົານ້ອຍ ໃຊ້ເປັນຮາວຂັ້ນໄດ.


ການທາສີ, ສັບຊ້ອນຈັດແຈງປ່ຽງດິນເຜົາ, ຈອກ,ຈານແຕກໃສ່ ຝາຜະໜັງ ໄດ້ສ້າງໃຫ້ມີຄວາມປະທັບໃຈ ເປັນຢ່າງຍິ່ງ.


ຝາຜະໜັງ ທີ່ໂອບດ້ວຍຈອກຈານ ທຸກປະເພດ ຢ່າງ ມີຫົວ ຄິດ ປະດິດສ້າງ.

ທຸກວັນນີ້, ນອກຈາກວົງຄະນາຍາດຊາວພຸດ ທີ່ເປັນເຜົ່າຂະແມ ໄດ້ໄປຫາວັດ ເປັນປະຈຳແລ້ວ, ວັດ ແຈ໋ນກຽວ ຍັງດຶງດູດ ແຂກ ຄົນຈາກທຸກສາລະທິດມາທຳບຸນ, ທັດສະນະສຶກສາ ເພື່ອ ຊອກ ຮູ້ ກ່ຽວກັບ ວັດ ທີ່ມີຄວາມເອກະລັກແຫ່ງນີ້.
 
ບົດ: ເຊີນເງ້ຍ  -  ພາບ: ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ