18/01/2018 15:20 GMT+7 Email Print Like 0

ລົດເກົ່າ ຄົນເດີມ

ໃນຄວາມຟ້າວຟັ່ງໄປມາເພື່ອການຫາລ້ຽງຊີບ ຂອງ ຊີວິດຍຸກໃໝ່, ພາບພົດຂອງບັນດາຄັນລົດຖີບເກົ່າ ໄດ້ປະກອບສ່ວນ ເພີ່ມຄວາມ ງາມ ແກ່ນະຄອນຫຼວງພັນປີແຫ່ງຄວາມສິວິໄລ. ລົດຖີບແຕ່ລະຄັນ ໄດ້ກາຍເປັນເລື່ອງລາວອັນໜຶ່ງທີ່ຍາກຈະລືມໄດ້ ໃນຄວາມຊົງຈຳ ຂອງ ຊາວນະຄອນຫຼວງແຕ່ລະຄົນ ກ່ຽວກັບ ສະໄໝໜຶ່ງຂອງຮ່າໂນ້ຍ ຊຶ່ງຫ່າງຈາກນີ້ເຄິ່ງສະຕະວັດ. 
ໃນມື້ໜຶ່ງ ຂອງ ຕົ້ນລະດູໜາວ,  ພວກຂ້າພະເຈົ້າ ໄດ້ຕິດຕາມທ່ານ ຫງວຽນແມ້ງຮຸ່ງ (ຮ່ອມບ້ານ ກິມຮວາ, ບ້ານ ກິມລຽນ, ເມືອງ ດົ໋ງດາ, ຮ່າໂນ້ຍ) ອອກໄປສູ່ເຂດ ໜອງໄຕ ໂຮມຊຸມນຸມກັບ ບັນດາສະມາຊິກ ສະໂມສອນລົດຖີບບູຮານ ຮ່າໂນ້ຍ ສະໄໝເກົ່າ ແລະ ປັດຈຸບັນ ແລະ ສະໂມສອນລົດຖີບ Peugeot ຮ່າໂນ້ຍ. 


ທຸກເຊົ້າວັນທິດ, ບັນດາສະມາຊິກຂອງສະໂມສອນລົດຖີບ ຮ່າໂນ້ຍ ສະໄໝເກົ່າ ແລະ ປັດຈຸບັນ ໄດ້ເຕົ້າໂຮມກັນຢູ່ຖະໜົນ ແທງນຽນ. 
ໄດ້ຮັບການສ້າງຕັ້ງເປັນເວລາ 9 ປີແລ້ວ, ມາບັດນີ້ ສະໂມສອນ ໄດ້ ມີສະມາຊິກ ເກືອບ 100 ຄົນ ໃນໄວແຕ່ 22-80 ປີ.


ປັດຈຸບັນ, ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີຂ່າວສານ, ການຊອກຊື້ລົດຖີບບູຮານມາຈາກຕ່າງປະເທດ ບໍ່ມີຄວາມຫຍຸ້ງຍາກຫຼາຍ.
ມີສະມາຊິກຫຼາຍຄົນໃນໄວ 70, 80 ປີ ໄດ້ຮຽນຮູ້ຄວາມຮູ້ ທາງ ອິນເຕີເນັດ, ທາງດ້ານພາສາອັງກິດ... ເພື່ອສາມາດເຂົ້າ ໜ້າ ເວັບ
ຊອກຫາ ຄັນລົດຖີບ ທີ່ຕົນເອງຖືກໃຈ ເພື່ອ ສົມປະສົງຄວາມ ຮັກມັກຂອງຕົນ. 



ບັນດາລົດຖີບ ກັບສີສັນເດີມ ທີ່ໄດ້ຜ່ານການເວລາ. ສຳລັບຜູ້ທີ່ມີຄວາມຮັກ ແລະ ຫຼົງໄຫຼກັບລົດຖີບບູຮານ
ຄວາມຮຽກຮ້ອງຂັ້ນຕົ້ນ ກ່ຽບກັບລົດຖີບ ແມ່ນຕ້ອງມີສີສັນເດີມ.



ສະມາຊິກ ສະໂມສອນລົດຖີບບູຮານ ຮ່າໂນ້ຍ ສະໄໝເກ່ົ່າ ແລະ ປັດ ຈຸບັນ ມີຄັນລົດຖີບທີ່ມີຄວາມເກົ່າແກ່ສຸດ ແມ່ນໃນຊຸມປີ 1920
ຂອງ ສະຕະວັດກ່ອນ, ມີຄ່າເຖິງ 200 ລ້ານດົ່ງ, ເຄື່ອງອາໄຫຼ່ ຂອງ ມັນຖືກ ສຸດກໍມີມູນຄ່າເຖິງ 10 ລ້ານດົ່ງ. 



ລົດຖີບແຕ່ລະຄັນແມ່ນເລື່ອງລາວ ທີ່ບໍ່ອາດຫຼົງລືມ ໃນຄວາມຊົງຈຳ ຂອງ ແຕ່ລະຄົນ ກ່ຽວກັບສະໄໝໜຶ່ງຂອງຮ່າໂນ້ຍ ຊຶ່ງຫ່າງຈາກນີ້
ເຄິ່ງສະຕະວັດ. ບັນດາລົດຖີບ ໄດ້ເຈົ້າຂອງ ຂັດຖູ ແລະ ບຳລຸງຮັກສາເປັນປະຈຳ ຍ້ອນສຳລັບເຂົາເຈົ້າ ນັ້ນແມ່ນຊັບສົມບັດອັນລ້ຳຄ່າ.



ເໝືອນກັບຄ່ານິຍົມອື່ນໆ, ການຫຼິ້ນລົດຖີບບູຮານກໍບໍ່ງ່າຍດາຍ ແຕ່ ຢ່າງໃດ ຍ້ອນລົດຖີບບູຮານ ຖ້າວ່າເປ່ເພ ຈະຍາກ ໃນການສ້ອມ ແປງ.
ເຄື່ອງອາໄຫຼ່ຂອງລົດຖີບບູຮານເຊ່ັນ: ນອດກຽວ, ອານລົດ, ບັ້ງສູບ ບູຮານ ບໍ່ແມ່ນ ມີຢູ່ສະເໝີໄປ, ສະນັ້ນ
ຕ້ອງເສຍເວລາ ແລະ ເຫື່ອ ແຮງ ຫຼາຍຈຶ່ງສາມາດ ຫາໄດ້ ເຄື່ອງອາໄຫຼ່ ປ່ຽນແທນ.



ເຖິງວ່າມີອາຍຸເກືອບ 50 ປີແລ້ວ ແຕ່ລົດຖີບຄັນນີ້ ຍັງຄົງຮັກສາໄວ້ ຮູບຊົງ ແລະ ສີ ເກົ່າຢ່າງບໍ່ມີການປ່ຽນແປງ. 


ລົດຖີບແຕ່ລະຄັນແມ່ນເລື່ອງລາວ ທີ່ບໍ່ອາດຫຼົງລືມ ໃນຄວາມຊົງຈຳ ຂອງ ແຕ່ລະຄົນ ກ່ຽວກັບສະໄໝໜຶ່ງຂອງຮ່າໂນ້ຍ ຊຶ່ງຫ່າງຈາກນີ້ ເຄິ່ງສະຕະວັດ. ບັນດາລົດຖີບ ໄດ້ເຈົ້າຂອງ ຂັດຖູ ແລະ ບຳລຸງຮັກສາເປັນປະຈຳ ຍ້ອນສຳລັບເຂົາເຈົ້າ ນັ້ນແມ່ນຊັບສົມບັດອັນລ້ຳຄ່າ.
ເມື່ອລົດຖີບ ເປ່ເພຫຼື ເສຍ ອາໄຫຼ່ໃດໜຶ່ງ, ບາງທີແມ່ນ ນອດກຽວ ອັນໜຶ່ງ, ເຈົ້າຂອງ ລົດກໍຕ້ອງຊອກຫາອັນໃໝ່ ໃຫ້ຖືກ ກັບປະເພດ ລົດນັ້ນ.



ໃນບັນຍາກາດຂອງເຂດຕົວເມືອງຍຸກໃໝ່ ທີ່ນຳໃຊ້ພາຫະນະ ເຄື່ອງ ຍົນເປັນສ່ວນໃຫຍ່ ຍັງຄົງມີຄົນຈຳນວນໜຶ່ງ ມັກຮັກສາໄວ້
ບັນດາລົດຖີບເກົ່າ ເພື່ອໃຫ້ຜູ້ເປັນເຈົ້າຂອງ ນຶກເຖິງ ຊ່ວງໜຶ່ງ ຂອງຮ່າ ໂນ້ຍ ໃນ ສະໄໝກ່ອນ.



ຄ່ານິຍົມຫຼິ້ນລົດຖີບເກົ່າກໍແມ່ນວິທີໜຶ່ງ ທີ່ຊ່ວຍໃຫ້ຜູ້ຄົນ ທີ່ໄດ້ຜ່ານ ຜ່າ ຄວາມຜັນແປ ປ່ຽນແປງຫຼາຍຢ່າງໃນຊີວິດສ່ວນຕົວ
ຈະຕ້ອງໃຊ້ຊີ ວິດໃຫ້ຕົງກັບສະພາວະການ.

ຢູ່ຄຽງຂ້າງຈອກນ້ຳຊາຮ້ອນ ແມ່ນບັນດາເລື່ອງລາວ ກ່ຽວກັບ ລົດຖີບ, ເຄື່ອງອາໄຫຼ່ ແລະ ປະຫວັດຄວາມເປັນມາ ຂອງແຕ່ລະປະເພດ ລົດ Peugeot ອັນໄດ້ສົ່ງສຽງອຶກກະທຶກໄປທົ່ວ ເສັ້ນທາງໜຶ່ງ ໄລຍະໜຶ່ງ ຢູ່ແຄມໜອງ ໄຕ. ທ່ານ ຫວູແທ່ງກົງ-ຜູ້ສ້າງຕັ້ງສະໂມສອນລົດຖີບ Peugeot ຮ່າ ໂນ້ຍ, ເປັນໜຶ່ງໃນບັນດານັກສະສົມມີຊ່ືສຽງ, ກໍາມະ ສິດລົດ ຖີບບູຮານ ຂອງ ຝຣັ່ງ ຈຳນວນປະມານ 150 ຄັນ ໃຫ້ຮູ້ວ່າ: “ປີ 1972, ຂ້າພະເຈົ້າຂາຍລົດຖີບຄັນໜຶ່ງ ໄດ້ 1,6 ລ້ານດົ່ງ ແລະ ຊື້ເຮືອນນ້ອຍ ຫຼັງໜຶ່ງຢູ່ເລກທີ 6, ຄຸ້ມຖະໜົນ ເຫວ້ ຊຶ່ງເປັນ ຄຸ້ມຖະ ໜົນຢູ່ໃຈກາງເມືອງ, ມີຄວາມຄັບຄາໜາແໜ້ນ ອັນດັບໜຶ່ງ ຢູ່ນະ ຄອນຫຼວງ. ເລື່ອງລາວດັ່ງກ່າວມາບັດຈຸບັນ ຂ້າພະເຈົ້າເລົ່າຄືນ ຫຼາຍ ຄົນ ບໍ່ຢາກ ເຊື່ອ ແຕ່ມັນແມ່ນຄວາມຈິງ”. 

ງານວາງສະແດງສາກົນ ລົດສອງລໍ້ ຫວຽດນາມ ຄັ້ງທີ 6 (Vietnam Cycle2017) ຊຶ່ງຫາກໍໄດ້ຈັດຂຶ້ນໃນມໍ່ໆນີ້ ຢູ່ສູນວາງສະແດງສາກົນ ມີພາກສ່ວນວາງສະແດງ ບັນດາຕົວແບບລົດຖີບບູຮານ ຂອງສະໂມ ສອນລົດຖີບເກ່ົາ ຮ່າໂນ້ຍ ຊຶ່ງໄດ້ດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ. 
ລົດຖີບ Peugeot  ປາຄຳ (ລົດຖີບຍີ່ຫໍ້ Peugeot ສີທອງ) ຊຶ່ງທ່ານ ຫງວຽນແມ້ງຮຸ່ງ ຖືວ່າເປັນຂອງປະເສີດ. ປີ 1972, ຫຼັງຈາກ ໄປບຳລຸງ ວິຊາຊີບຢູ່ສະຫະພາບ ໂຊວ໋ຽດ ກັບຄືນເມືອປະເທດ, ທ່ານ ຊື້ໄດ້ ລົດ ຄັນນີ້ ດ້ວຍກ້ອນເງິນປະຢັດ ແລະ ນີ້ກໍແມ່ນຊັບສົມບັດ ທີ່ມີຄ່າສຸດ ຂອງຕົນ ໃນຄາວນັ້ນ.

ປີ 1986 ແມ່ນສະໄໝປະເທດຊາດຫາກໍ່ຫຼຸດພົ້ນຈາກ ຄວາມເກື້ອ ກູນ. ຕອນກາງເວັນທ່ານ ຮຸ່ງ ຖີບລົດໄປການ, ຮອດຕອນກາງຄືນ, ເທິງ ອານລົດແມ່ນຖັງເຂົ້າຈີ່, ທ່ານ ຖີບລົດໄປຂາຍຢູ່ທົ່ວທຸກ ຖະ ໜົນຫົນທາງ ແລະ ຮ່ອມບ້ານ ຢູ່ຮ່າໂນ້ຍ ຫາເງິນເພີ່ມ ເພື່ອລ້ຽງລູກ.

ທ່ານ ຮຸ່ງ ໄຂຄວາມໃນໃຈອອກມາວ່າ: “ປັດຈຸບັນ, ລູກຊາຍທັງສອງ ຂອງຂ້າພະເຈົ້າ ຕ່າງກໍມີລົດໃຫຍ່ແລ້ວ, ແຕ່ລະເທື່ອ ເມື່ອນັ່ງເທິງ ເບາະ ລົດໃຫຍ່ ທີ່ອ່ອນນຸ້ມ, ຂ້າພະເຈົ້າບໍ່ສາມາດລືມໄດ້ ຄວາມຮູ້ ສຶກ ຂອງ ຊ່ວງໜຶ່ງໃນສະໄໝກ່ອນ, ຫຼັງຈາກຂາຍເຈົ້າຈີ່ກັບເມືອ ເຮືອນ, ກົ້ນສອງ ເບື້ອງໃຄ່ຂຶ້ນ, ປວດຂາທັງສອງ ຍ້ອນຖີບລົດຫຼາຍ ແລະ ທາງກໍ່ເຕັມແຕ່ຂຸມ.

ໃນບັນດາສະມາຊິກກວ່າ 100 ຄົນ ຂອງສະໂມສອນລົດຖີບບູຮານ ຮ່າໂນ້ຍ ສະໄໝເກົ່າ ແລະ ປັດຈຸບັນ ຕ່າງກໍມີທີ່ລະລຶກຕິດພັນ ກັບ ລົດຖີບຂອງຕົນ. ສຳລັບເຂົາເຈົ້າ, ລົດຖີບບໍ່ພຽງແຕ່ ເປັນ ເຄື່ອງ ໃຊ້ ທຳມະດາ ຫາກຍັງເປັນຄວາມຊົງຈຳ, ເປັນສິ່ງທີ່ເຮັດໃຫ້ ນຶກເຖິງຊ່ວງ ໄລຍະໜຶ່ງໃນສະໄໝກ່ອນ ອີກດ້ວຍ.


ເຄື່ອງອາໄຫຼ່ລົດຖີບບູຮານຈຳນວນໜຶ່ງ ທີ່ສ້າງຄວາມປະທັບໃຈຂອງ ສະມາຊິກ ສະໂມສອນລົດຖີບບູຮານ ຮ່າໂນ້ຍ ສະໄໝເກົ່າ ແລະ ປັດຈຸບັນ: 
 





























ລົດຖີບສະໄໝຊຸມປີ 1950-1980 ຂອງສະຕະວັດກ່ອນ ບໍ່ພຽງແຕ່ ເປັນພາຫະນະເພື່ອການໄປມາເທ່ົານັ້ນ ຫາກຍັງເປັນຊັບສົມບັດ ທີ່ ແສນປະເສີດຂອງແຕ່ລະຄອບຄົວອີກດ້ວຍ ແລະ ຖືວ່າ “ຫຼັງເຮືອນ ເຄື່ອນ ຍ້າຍ” ຂອງຜູ້ເປັນເຈົ້າຂອງ. ຄອບຄົວໃດມີຢູ່ມີກິນ, ໂຊກດີ ໄດ້ກຳມະສິດລົດຖີບ ຂອງຝຣັ່ງ ຍີ່ຫໍ້ Peugeot ຫຼື Mercier, Alcyon, Caminargents, Rochers... ຕ່າງກໍຖືກຈັດເຂົ້າບັນຊີ ລາຍຊື່ວ່າ “ເສດຖີ”. 

ປະຕິບັດ: ທົງທ້ຽນ-ກົງດາດ

ບັນດາບົດທີ່ຖືກນຳສະເໜີ