13/12/2017 09:01 GMT+7 Email Print Like 0

ລານແອງ-ຜູ້ສ້າງຄວາມຫວັງໃຫ້ແກ່ຄົນພິການ

ດ້ວຍຄວາມເຫັນໃຈທີ່ຕົນເປັນຄົນພິການ, ນາງ ຫງວຽນທິລານແອງ ຈຶ່ງ ຕັດສິນໃຈສ້າງຕັ້ງສູນກາງເຄື່ອນໄຫວເພື່ອການພັດທະນາປະຊາ ຄົມ (ACDC) ໂດຍຈຸດປະສົງ “ສ້າງຄວາມເຊື່ອໝັ້ນ ແລະ ຄວາມຫວັງ” ໃຫ້ແກ່ປະຊາຄົມ ຄົນພິການ. 
ບໍ່ຍອມຈຳນົນຕໍ່ຊາຕາກຳ
ນາງ ລານແອງ ເປັນລ່ອຍ ຕັ້ງແຕ່ນ້ອຍຍ້ອນຕິດພະຍາດ ກະດູກ ຜ່ອຍ, ແຕ່ລາວໂຊກດີທີ່ໄດ້ເກີດ ແລະ ໃຫຍ່ຂຶ້ນມາ ໃນຄອບຄົວ ທີ່ມີ ທັດສະນະໃນການດຳລົງຊີວິດທີ່ວ່າ: “ຄົນເຮົາ ເຖິງຈະ ຕົກຢູ່ສະຖາ ນະການໃດ ທຸກຄົນກໍ່ຕ້ອງມານະພະຍາຍາມ ຖ້າຍາກໄດ້ຮັບຄວາມ ເຄົາລົບ ນັບຖືຈາກສັງຄົມ”. ພໍ່ແມ່ເປັນຜູ້ທີ່ຊ່ວຍໃຫ້ ລານແອງ ຮັບຮູ້ ໄດ້ວ່າ: “ສິ່ງກີດຂວາງ ບາງຄັ້ງ ຢູ່ໃນຄວາມ ຮັບຮູ້, ບໍ່ແມ່ນນອນຢູ່ໃນ ຮ່າງ ກາຍ ຂອງພວກເຮົາ”.



ນາງ ຫງວຽນທິລານແອງ ຜູ້ອຳນວຍການ ACDC ທີ່ຫ້ອງເຮັດວຽກ
ຂອງຕົນ. ພາບ: ເຈິ່ນແທງຢາງ



ນາງ ຫງວຽນທິລານແອງ ໂອ້ລົມສົນທະນາກັບບັນດານັກຊ່ຽວຊານ
ມາຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ. ພາບ: ເຈິ່ນແທງຢາງ



ນາງ ຫງວຽນທິລານແອງ ໄປຢ້ຽມຢາມພື້ນຖານຜະລິດແຫ່ງໜຶ່ງຂອງ
ຄົນພິການຢູ່ແຂວງ ຖ໋າຍບິ່ງ. ພາບ: ເຈິ່ນແທງຢາງ



ນາງ ຫງວຽນທິລານແອງ ຖ່າຍຮູບຮ່ວມກັບບັນດາສະມາຊິກໃນ ຄະນະ ເນື່ອງໃນໂອກາດໄປຢ້ຽມຢາມ
ພື້ນຖານຜະລິດແຫ່ງໜຶ່ງ ຂອງຄົນພິ ການຢູ່ແຂວງ ຖ໋າຍບິ່ງ. ພາບ: ເຈິ່ນແທງຢາງ



ນາງ ຫງວຽນທິລານແອງ ກຳລັງໂອ້ລົມສົນທະນາກັບຄົນພິການກ່ຽວ
ກັບຄວາມສາມາດດ້ານວິຊາຊີບ. ພາບ: ເຈິ່ນແທງຢາງ

ບັນດາຜົນງານດີເດັ່ນໃນການຮຳ່ຮຽນຂອງ ລານແອງ ໄດ້ຮັບມາຈາກການສຶກສາຂອງຄອບຄົວ. ກວ່່າ 10 ປີກ່ອນ, ລານແອງ ກາຍເປັນ ໜຶ່ງ ໃນຈຳນວນຄົນພິການ ທີ່ເສັງເຂົ້າໄດ້ມະຫາວິທະຍາ ໄລ ພາສາ ຕ່າງປະເທດ ຮ່າໂນ້ຍ. ປີ 2010, ລາວ ໄດ້ຮັບໃບປະກາດ ປະລິນຍາ ໂທ ຂະແໜງວິຊາຄຸ້ມຄອງທຸລະກິດ ທີ່ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ.
 
ເມື່ອເວົ້າເຖິງຄວາມມານະພະຍາຍາມຂອງຕົນ, ນາງ ລານແອງ ໄດ້ ໄຂຄວາມໃນໃຈກັບຂ້າພະເຈົ້າວ່າ: “ສຳລັບຄົນພິການ, ຖ້າຕ້ອງການ ປະສົບຜົນສຳເລັດ, ເຂົາເຈົ້າຕ້ອງມີຄວາມມານະພະຍາຍາມ10, 20 ເທົ່າ ຄົນທຳມະດາ, ຍ້ອນຄົນພິການເຂົາເຈົ້າເຂົ້າໃຈວ່າ ຕົນເອງບໍ່ມີ ໂອກາດຫຼາຍ. ເມື່ອຕົກຢູ່ສະຖານະການ ທີ່ຫຍຸ້ງຍາກ, ຄົນທຳມະດາ ຫຼາຍຄົນອາດຈະປະລະ, ແຕ່ສຳລັບຄົນ ພິການ, ເຂົາເຈົ້າຍິ່ງເຂັ້ມ ແຂງ ຂຶ້ນ. ນັ້ນແມ່ນວິທີເພື່ອ ໃຫ້ ພວກຂ້າ ພະເຈົ້າກຳໄດ້ມີໂອກາດ ທີ່ຊີວິດຕົນກຳລັງປະເຊີນຢູ່”.
 
ຄວາມຈິງ, ບາງເທື່ອ ລານແອງ ຕ້ອງຮັບມືກັບຄວາມເຈັບປວດແສນ ສາຫັດ ຈົນບໍ່ສາມາດລຸກຈາກຕຽງນອນໄດ້ ເມື່ອອາກາດປ່ຽນແປງ, ແຕ່ດ້ວຍຄວາມຕັ້ງໝັ້ນ, ຄວາມມານະພະຍາຍາມຂອງຕົນ, ເຮັດໃຫ້ ລາວ ສືບຕໍ່ລຸກຂຶ້ນຕໍ່ສູ້ເພື່ອ ໄປເຮັດວຽກ.
 
ຍ້ອນເຂົ້າໃຈໄດ້ຄວາມຫຍຸ້ງຍາກທີ່ຕົນເອງຕ້ອງຂ້າມຜ່ານ, ACDC ແມ່ນ ຜົນສຳເລັດຈາກຄວາມມຸ້ງຫວັງປະກອບສ່ວນໃຫ້ແກ່ປະຊາ ຄົມ ຄົນພິການຂອງນາງ ລານແອງ.

ໂຄງການກໍ່ສ້າງ “ເຮືອນ ACDC”
ນາງ ລານແອງ ກ່າວວ່າ ເພື່ອຮັກສາການເຄື່ອນໄຫວຂອງອົງການ ໜຶ່ງ ບໍ່ແມ່ນເລື່ອງງ່າຍດາຍ ຄື ລານແອງ ແລະ ສະມາຊິກໃນອົງການ ຄິດ. ລາວພ້ອມກັບບັນດາ ສະມາຊິກໃນອົງການ ACDC ຕ້ອງ ເສຍ ເວລາ ເປັນຫຼາຍປີເພື່ອ ສ້າງ ຄວາມໄວ້ເນື້ອເຊື່ອໃຈຕໍ່ຄູ່ຮ່ວມມື ແລະ ຜູ້ອຸປະຖຳ. “ເຂົາ ເຈົ້າບໍ່ເຊື່ອວ່າ ພວກຂ້າພະເຈົ້າສາມາດເຮັດໄດ້...”.
 
ແຕ່ ACDC ໄດ້ເຮັດໃຫ້ຫຼາຍຄົນໃນສັງຄົມມີຄວາມຮັບຮູ້ປ່ຽນແປງ ຄວາມຄິດກ່ຽວກັບຄົນພິການ ດ້ວຍການເຂົ້າເຖິງແບບໃໝ່. ນັ້ນແມ່ນ ຕົວແບບເຂົ້າເຖິງ ໂດຍອີງໃສ່ສິດ ແລະ ຄວາມສາມາດ ຂອງ ຄົນພິ ການ, ແທນທີ່ຈະແມ່ນຄວາມສົງສານ ແລະ ສົງເຄາະ ຂອງ ຄົນພິ ການ.
 
ຕາມປົກກະຕິ, ທຸກຄົນຈະຄິດວ່າ ຄົນພິການ ຕ້ອງການຄວາມ ຊ່ວຍ ເຫຼືອທາງດ້ານວັດຖຸພື້ນຖານ ທີ່ພວກເຂົາຂາດເຂີນໃນຊີວິດ ປະຈຳ ວັນເຊັ່ນ: ລົດເຂັນ, ແຕ່ຕາມນາງ ລານແອງ ແລ້ວ, ສຳລັບຄົນພິການ  ສິ່ງທີ່ເຂົາເຈົ້າຕ້ອງການ ຄືໄດ້ຮັບຄວາມເຄົາລົບນັບຖື ຈາກສັງຄົມ, ໄດ້ເຊື່ອມໂຍງ ແລະ ມີສິດເທົ່າທຽມ...

ACDC ໄດ້ຊ່ວຍຄົນພິການເຂົ້າໃຈ ແລະ ເຂົ້າໃກ້ກັບສິດປະໂຫຍດຂອງ ຕົນ. ນັ້ນແມ່ນບັນດາໂຄງການທີ່ປຶກສາກົດໝາຍໂດຍ ບໍ່ເສຍ ຄ່າໃຫ້ກັບຄົນພິການ, ບັນດາໂຄງ ການຂົນຂວາຍປ່ຽນ ແປງນະໂຍ ບາຍ ຫຼື ບັນດາແຜນການ ກໍ່ ສ້າງຄວາມສາມາດດ້ານດຳລົງຊີວິດ, ດ້ານວິຊາຊີບໃຫ້ແກ່ ຄົນພິການ... ບັນດາໂຄງການດັ່ງກ່າວ ຊ່ວຍ ເຮັດໃຫ້ຄົນພິການ ມີໂອກາດ ໄດ້ພົບປະສ້າງສັນ, ແຮກສ່ຽວ, ມີ ຄວາມໝັ້ນໃຈເພື່ອເຊື່ອມໂຍງເຂົ້າ ກັບປະຊາຄົມ. 



ການປະຊຸມ ຂອງ ບັນດາສະມາຊິກ ACDC. ພາບ: ເຈິ່ນແທງຢາງ


ບັນດາສະມາຊິກ ACDC ຖ່າຍຮູບຮ່ວມກັນຢູ່ສະຖານທີ່ເຮັດ ວຽກ ໃໝ່. ພາບ: ເຈິ່ນແທງຢາງ


ນາງ ລານແອງ ຕັດແຖບຜ້າເປີດງານວາງສະແດງຮູບພາບພາຍ ໃຕ້ ຫົວຂໍ້: “ຂ້າພະ ເຈົ້າເຂັ້ມແຂງ”.
ພາບ: ເອກະສານ ACDC



ນາງ ລານແອງ ໃນງານວາງສະແດງຮູບພາບພາຍໃຕ້ຫົວຂໍ້: “ຂ້າພະເຈົ້າ ເຂັ້ມແຂງ”. ພາບ: ເອກະສານ ACDC


ນາງ ລານແອງ ໃນ Gala ຊົມເຊີຍ ກອງປະຊຸມ ຊຸກຍູ້ການຕິດຕາມ ກວດກາວຽກງານ ການປະຕິບັດສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍສິດຂອງຄົນພິການ. ພາບ: ເອກະສານ ACDC


ນາງ ລານແອງ ກັບບັນດາສະມາຊິກໃນຄອບຄົວ. ພາບ: ເອກະສານ ACDC

ປີ 2013, ນາງ ລານແອງ ໄດ້ຮັບລາງວັນ ວິໄສທັດແມ່ຍິງ 2013 ໂດຍສະໂມສອນແມ່ຍິງສາກົນ ຮ່າໂນ້ຍ (HIWC) ມອບໃຫ້. ໃນພິທີມອບຮັບລາງວັນ, ທ່ານນາງ Paulina Pineda ປະທານ HIWC ໄດ້ກ່າວວ່າ: “ເພື່ອໄດ້ຮັບຜົນປະໂຫຍດເໝືອນດັ່ງຄວາມປາດຖະໜາຂອງຕົນ, ພວກ ເຮົາຕ້ອງມີສະຕິ, ຄວາມຕັ້ງໝັ້ນ, ຄວາມພິລະອາດຫານ ແລະ ຄວາມ ເຊື່ອໝັ້ນຂອງຕົນເອງ. ສຳລັບຂ້າພະເຈົ້າ, ລານແອງ ຊ່ວຍ ເຮັດໃຫ້ ຂ້າ ພະເຈົ້າຮັບຮູ້ໄດ້ວ່າ ສິ່ງກີດຂວາງບາງຄັ້ງ ຢູ່ ໃນຄວາມ ຮັບຮູ້, ບໍ່ແມ່ນນອນ ໃນຮ່າງກາຍຂອງພວກເຮົາ. ລານແອງ ເຮັດໃຫ້ ພວກເຮົາ ຕ້ອງຖາມ ຕົນເອງກ່ຽວກັບບົດບາດ ແລະ ການປະກອບ ສ່ວນ ຂອງ ຕົນໃນໂລກ...”.
 
ເລື່ອງລາວກ່ຽວກັບຂະບວນການເດີນທາງໄປຫາຜົນສຳເລັດຄືປະຈຸບັນຂອງ ລານແອງບໍ່ພຽງແຕ່ແມ່ນເລື່ອງກ່ຽວກັບຄວາມມານະຈິດເທົ່ານັ້ນ, ຫາກຍັງແມ່ນເລື່ອງກ່ຽວກັບຄວາມຮັບຮູ້ອີກດ້ວຍ. ແບບຢ່າງກ່ຽວກັບຄວາມມານະຈິດໃນການດຳລົງຊີວິດຂອງ ລານແອງ ບໍ່ພຽງແຕ່ສ້າງຄວາມເຊື່ອໝັ້ນເທົ່ານັ້ນ, ຫາກຍັງເຮັດໃຫ້ຄວາມຮັບຮູ້ຂອງປະຊາຄົມມີການປ່ຽນແປງວ່າ: “ສິ່ງກີດຂວາງບາງຄັ້ງຢູ່ໃນຄວາມ ຮັບຮູ້, ບໍ່ແມ່ນ ນອນຢູ່ ໃນຮ່າງກາຍ ຂອງພວກເຮົາ”.



ACDC ໄດ້ສ້າງຂຶ້ນຕາມ 4 ເປົ້າໝາຍຕົ້ນຕໍ່ຄື: ຂົນຂວາຍປ່ຽນແປງນະ ໂຍບາຍໃຫ້ແກ່ຄົນພິການ; ຊ່ວຍເຮັດໃຫ້ບັນດາການເຄື່ອນໄຫວ ຂອງ ປະຊາຄົມຄົນພິການ ມີປະສິດທິຜົນກວ່າເກົ່າ; ສືບຕໍ່ຍົກສູງຄວາມ ຮັບ ຮູ້ຂອງປະຊາຄົມກ່ຽວກັບຄົນພິການ ແລະ ຊອກຫາບັນດາຕົວແບບ ໃໝ່ ໃນໂລກເພື່ອປົກປັກຮັກສາສິດປະໂຫຍດຂອງຄົນພິການໄດ້ດີກວ່າ. 


ບົດ: ຖາວວີ - ພາບ: ເຈິ່ນແທງຢາງ ແລະ ເອກະສານ ACDC
ບັນດາບົດທີ່ຖືກນຳສະເໜີ