16/10/2016 22:18 GMT+7 Email Print Like 0

ລາກ່ອນໂຮງງານຕຳແຜ່ນ ໃຫຍ່ສຸດອິນດູຈີນ

ຜ່ານການເວລາກວ່າ 110 ປີແຫ່ງການຄົງຕົວ ແລະ ພັດທະນາ, ມາບັດນີ້ ຕໍ່ໜ້າຄວາມຮຽກຮ້ອງກ່ຽວກັບຮັບປະກັນສິ່ງແວດລ້ອມ, ໂຮງງານປະສົມຕຳແຜ່ນນາມດິ້ງໄດ້ຍົກຍ້າຍໄປເຖິງເຂດອຸດສາຫະກຳ ຮ່ວາຊ໋າ. ແຕ່ບັນດາຮູບພາບທີ່ເປັນສັນຍາລັກວ່າດ້ວຍ ພື້ນຖານອຸດສາຫະກຳໃຫຍ່ທີສຸດອິນດູຈີນໃນໄລຍະໜຶ່ງຍັງຄົງ ຢູ່ໃນຈິດໃຈຂອງຫຼາຍເຊັ່ນຄົນຢູ່ແຜ່ນດິນນາມດິ້ງແຫ່ງນີ້. 
ໂຮງງານຕຳແຜ່ນນາມດິ້ງ ເປັນທີ່ຮູ້ຈັກກັນວ່າ ເປັນໂຮງງານ ທີ່ ໃຫຍ່ທີສຸດ ໃນແຫລມອິນດູຈີນ. ໂຮງງານມີຕົ້ນກຳເນີດ ເປັນພື້ນ ຖານຄົ້ນຄວ້າແຫ່ງໜຶ່ງ ກ່ຽວກັບແພໄໝ ໂດຍຜູ້ສຳເລັດລາຊະ ການ De Lanessan ເປັນຜູ້ສ້າງຕັ້ງຂຶ້ນໃນປີ (1887–1888). ມາຮອດປີ 1892, ຜູ້ສຳເລັດລາຊະການ Paul Doumer ໄດ້ ອະນຸຍາດ ໃຫ້ສ້າງຕັ້ງໂຮງງານຜະລິດເສັ້ນໄໝແຫ່ງໜຶ່ງ ແລ່ນ ດ້ວຍອາຍນ້ຳ ຫົກເຕົາ ຕັ້ງຢູ່ທີ່ໃຈກາງຂອງນະຄອນ ນາມດິ້ງ. ມາຮອດປີ 1924, ໂຮງງານມີກຳມະກອນປະມານ 6.000 ຄົນ. ທ້າຍປີ 1939, ໂຮງງານມີໂຮງຜະລິດ ເສັ້ນຝ້າຍ 3 ແຫ່ງ, ໂຮງຕຳ ແຜ່ນ 3 ແຫ່ງ, ໂຮງຍ້ອມສີ 1 ແຫ່ງ, ໂຮງຜະລິດຜະຫົ່ມ 1 ແຫ່ງ, ໂຮງກົນຈັກ 1 ແຫ່ງ. 

ໂຮງງານຕຳແຜ່ນນາມດິ້ງ ແຕ່ກ່ອນເປັນບ່ອນຄົ້ນຄວ້າ ກ່ຽວກັບ ແພໄໝ, ໂດຍຜູ້ສຳເລັດລາຊະການ De Lanessan. ມາຮອດປີ 1889,
ຜູ້ສຳເລັດລາຊະການ Paul Doumer ອະນຸຍາດໃຫ້ ສ້າງຕັ້ງ ໂຮງງານຜະລິດ ເສັ້ນໄໝ ແຫ່ງໜ່ຶງແລ່ນດ້ວຍອາຍນ້ຳ
ກັບເຕົາອາຍນຳ້ຫົກເຕົາ ຕັ້ງຢູ່ທີ່ໃຈກາງຂອງນະຄອນນາມດິ້ງ. ພາບ: ກົງດາດ



ຮູບພາບທີ່ເປັນຕຳນານສຸດ ຂອງ ໂຮງງານຕຳແຜ່ນນາມດິ້ງ ແມ່ນ ໄດ້ຮັບກຽດ ເລືອກເປັນສັນຍາລັກ ຂອງ ອຸດສາຫະກຳ ຫວຽດນາມ
ໃນການປ່ຽນແປງໃໝ່ ເພື່ອພິມ ລົງໃນເງິນໃບ 2.000 ດົ່ງ ຂອງ ທະນາຄານ ແຫ່ງລັດ ຫວຽດນາມ ຊຶ່ງຍັງນຳໃຊ້ໃນປະຈຸບັນ.  ພາບ: ກົງດາດ



ປະຈຸບັນ, ມີບາງໂຮງງານຕຳແຜ່ນ ແລະ ຜະລິດເສັ້ນ ຝ້າຍ ຍັງ ເຄື່ອນໄຫວ ເປັນປົກກະຕິໃນພື້ນທີ່ບໍລິເວນຂອງໂຮງງານຕຳແຜ່ນ ນາມດິ້ງ. ພາບ: ກົງດາດ


ນອກຈາກໂຮງຍ້ອມສີ ທີ່ສ້າງມົນພິດສູງ ໄດ້ຮັບການຍົກຍ້າຍ ກ່ອນ ໄປຍັງເຂດອຸດສາຫະກຳຮ່ວາຊ໋າ,
ແຕ່ພາກສ່ວນອື່ນໆ ຂອງ ໂຮງງານຍັງເຄື່ອນໄຫວເປັນປົກກະຕິ. ພາບ: ກົງດາດ



ກຳມະກອນ ເຮັດວຽກ ຄຽງຂ້າງເຄື່ອງຈັກຜະລິດເສັ້ນ ຝ້າຍ ຊຶ່ງ ມີອາຍຸການໃຊ້ງານ ເທົ່າໜຶ່ງເຊັ່ນຄົນ. ພາບ: ກົງດາດ


ມູມໜຶ່ງຂອງໂຮງຜະລິດເສັ້ນຝ້າຍ ທ່ີຍັງເຄື່ອນໄຫວ.  ພາບ: ກົງດາດ


ການຜະລິດແຜ່ນແພ ຂອງ ໂຮງງານ ແມ່ນ ອັດຕະໂນມັດ ທັງ ໝົດ. ພາບ: ກົງດາດ


ຄຽງຂ້າງສະຖານທີ່ໂຮງງານທີ່ກຳລັງຖືກຮື້ຖອນ, ກຳມະກອນ ຍັງຄົງເຮັດວຽກຢ່າງເປັນປົກກະຕິ ໃນຂະນະລໍຖ້າຍົກຍ້າຍໄປ ບ່ອນໃໝ່. ພາບ: ກົງດາດ


ນາງ ເຈິ່ນຖິກິມອ໋ຽນ ອາຍຸ 48 ປີ ໄດ້ຕິດພັນ ແລະ ເຮັດວຽກ ຢູ່ ແຫ່ງນີ້ ໄດ້ 25 ປີແລ້ວ. ສຳລັບນາງ ໂຮງງານແຫ່ງ ນີ້ບໍ່ພຽງແຕ່
ເປັນບ່ອນດຳລົງຊີວິດ, ຍັງເປັນບ່ອນຈາລຶກອະນຸສອນ ຕ່າງໆ ສະ ໄໝໄວໜຸ່ມ ໃນການສ້າງສາພັດທະນາປະເທດ. ພາບ: ຫວຽດລິງ

 

ທ່ານ ຫງວຽນວັນມຽງ, ຜູ້ອຳນວຍການ ບໍລິສັດຫຸ້ນສ່ວນ ຕຳແຜ່ນ ນາມດິ້ງ ໄດ້ເປີດປຶ້ມບັນທຶກສ່ວນຕົວ ແລະ ເລົ່າສູ່ພວກ ຂ້າພະ ເຈົ້າ ຟັງເລື່ອງລາວຕ່າງໆ ກ່ຽວກັບປະຫວັດຄວາມເປັນມາ ຂອງ ໂຮງງານ ຢ່າງຊ້າວ່າ: “ເມື່ອປີ 1954, ໂຮງງານຕຳແຜ່ນ ນາມດິ້ງ ລັດຖະບານໄດ້ເຂົ້າມາບໍລິຫານ ແລະ ປ່ຽນຊື່ເປັນໂຮງງານ ປະ ສົມ ຕຳແຜ່ນນາມດິ້ງ. ເມື່ອພວກຂ້າພະເຈົ້າເຂົ້າມາບໍລິຫານ ໂຮງ ງານ, ເຄື່ອງຈັກສ່ວນຫຼາຍ ແມ່ນຖືກທຳລາຍ ເກືອບທັງໝົດ, ຍັງ ເຄື່ອງຈັກ ບໍ່ເທົ່າໃດເຄື່ອງ ທ່ີຍັງໃຊ້ການໄດ້. ເມື່ອໄດ້ຮັບຄວາມ ຊ່ວຍເຫລືອຈາກລັດລັດຖະບານ ໃນການ ຍົກລະດັບ, ບັນດາ ຜະລິດຕະພັນຕົ້ນຕໍ ໃນເວລານັ້ນ ໄດ້ຜະລິດປະເພດ ແພທຳມະ ດາ ທົ່ວໄປ ແລະ ແພໄໝສີດຳ ເພື່ອສະໜອງ ໃຫ້ ແກ່ ຕະຫຼາດ ໃນ ພາກເໜືອ”.

ເມື່ອເລົ່າເຖິງຄວາມຫຍຸ້ງຍາກ ຂອງ ໂຮງງານໃນສະໄໝຕໍ່ສູ້ຕ້ານ ຈັກ ກະພັດອາເມລິກາ, ບໍ່ມີໃຜ ຈະເຂົ້າໃຈກວ່າ ກຳມະກອນ ຂອງ ໂຮງງານ ທ່ີເຮັດວຽກໂດຍກົງ ໃນໄລຍະນີ້. ທ່ານ ຫງວຽນ ວັນ ເຊີມ (ອາຍຸ 78 ປີ), ອະດີດ ເຄີຍເປັນກຳມະກອນຂອງ ໂຮງ ງານ ໄດ້ເລົ່າສູ່ຄືນວ່າ: “ສະໄໝຈັກກະພັດອາເມລິກາ ດຳເນີນສົງ ຄາມ ຍິງທຳລາຍພາກເໜືອຫວຽດນາມ ໃນເປີ 1965, ນາມດິ້ງ ເປັນໜຶ່ງໃນບັນດາທ້ອງຖິ່ນ ຖືກຍິງທຳລາຍຢ່າງໜັກໜ່ວງທີ່ສຸດ. ມີໂຮງຜະລິດຫຼາຍແຫ່ງຫາກໍໄດ້ຮັບຟື້ນຟູ ກັບຄືນສູ່ການຜະລິດ ໄດ້ບໍ່ດົນ ກໍຖືກທຳລາຍຢ່າງຮາບຄາບ ຍ້ອນລະເບີດ ຂອງ ຈັກກະ ພັດ. ຕໍ່ໜ້າສະພາບການດັ່ງກ່າວ ໂຮງງານ ຕ້ອງໄດ້ແບ່ງເປັນ ຫຼາຍໜ່ວຍງານນ້ອຍ ແລະ ໄດ້ອົບພະຍົບ ໄປຢູ່ຫຼາຍບ່ອນເພື່ອ ສືບຕໍ່ການຜະລິດ, ຮັກສາໄວ້ໂຮງຜະລິດ ເສັ້ນຝ້າຍ ແລະ ສ່ວນ ໜຶ່ງຂອງໂຮງຕຳແຜ່ນ, ເວລານີ້ທັງຜະລິດທັງສູ້ຮົບ”.

ຫຼັງຈາກສົງຄາມໄດ້ສິ້ນສຸດລົງ, ໂຮງງານປະສົມຕຳແຜ່ນນາມດິ້ງ ໄດ້ກ້າວເຂົ້າສູ່ຍຸກການຜະລິດເປັນປົກກະຕິ. ຍ້ອນມີວິທີການ ທີ່ ເດັດຂາດ ແລະ ກ້າຕັດສິນໃຈ ປ່ຽນແບບແຜນການ ດຳເນີນທຸລະ ກິດໃນການຜະລິດເຊັ່ນ: ກູ້ຢືມທຶນຈາກທະນາຄານ ເພື່ອຊື້ເຄື່ອງ ຈັກ ຈາກຕ່າງປະເທດ, ໄໝ, ເສັ້ນດ້າຍ ແລະ ນ້ຳສີຍ້ອມ  ເພື່ອ ເຮັດໃຫ້ຜະລິດຕະພັນມີຫລາກຫລາຍສີສັນ. ຮ່ວມມືກັບບັນດາ ວິສາຫະກິດ ພາຍໃນປະເທດ ເພື່ອເຮັດໃຫ້ຜະລິດຕະ ພັນສົມ ບູນແບບ. ມີບາງຄັ້ງ ໂຮງງານຕຳແຜ່ນນາມດິ້ງ ໄດ້ສ້າງວຽກເຮັດ ງານທຳໃຫ້ເກືອບ 18.000 ຄົນ, ກວມ 10% ຈຳນວນພົນລະ ເມືອງຂອງນະຄອນນາມດິ້ງ.

ທ່ານ ຫງວຽນວັນມຽງ ໄກ້ຫວນຄືນອະດີດຜ່ານມາວ່າ: “ໃນຂອບ ເຂດບໍລິເວນຂອງໂຮງງານໃນຄາວນັ້ນ ມີໂຮງລ້ຽງເດັກ ອະນຸບານ ສຳລັບລູກ ຂອງ ກຳມະກອນ ທີ່ເຮັດວຽກ 3 ຜຽນຕໍ່ມື້, ມີໂຮງຮຽນ, ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ, ໂຮງຮຽນສອນວິຊາຊີບ, ໂຮງໝໍ, ເຂດພັກຜ່ອນ ເພື່ອສຸຂະພາບ. ເວົ້າລວມແລ້ວໂຮງງານ ປຽບສັງຄົມ ທີ່ຫຍໍ້ສ່ວນເຂົ້າ. ຊ້ຳບໍ່ໜຳ, ເມື່ອເຖິງເວລາເບີກຈ່າຍ ເງິນເດືອນ ໃຫ້ກຳມະກອນກໍເປັນຄັ້ງໜຶ່ງທີ່ເຮັດໃຫ້ລາຄາສິນຄ້າຢູ່ຕະຫຼາດ ນະຄອນນາມດິ້ງ ຜັນຜວນ ຢ່າງເຫັນໄດ້ຊັດ… ”.


ສະໂມສອນຂອງໂຮງງານທີ່ເຂັ້ມຄົ້ນໄປດ້ວຍຈຸດສະຖາປັດຕະຍະກຳບູຮານຂອງຝຣັ່ງ, ບ່ອນທີ່ເຄີຍດຳເນີນການປະຊຸມ,
ສຳມະນາ ຄັ້ງຕ່າງໆ ຂອງ ການນຳໂຮງງານກັບກຳມະກອນ. ພາບ: ກົງດາດ



ສຳລັບປະຊາຊົນນາມດິ້ງ, ພິເສດແມ່ນຜູ້ເຄີຍເຮັດວຽກໃນສະ ໄໝໄວໜຸ່ມ ທີ່ຕິດພັນກັບໂຮງງານ ແຫ່ງນີ້
ເມື່ອຫວນຄືນເຖິງອະ ດີດ ອັນສະຫວ່າງສະໄຫວ ຂອງໂຮງງານຕ່າງກໍຮູ້ສຶກ ຕື້ນຕັນໃຈ. ພາບ: ຫວຽດລິງ



ບັນດາປ້າຍໂຄສະນາ, ຄຳຂວັນ ທີ່ຕິດພັນກັບກຳມະກອນ ໂຮງ ງານຕຳແຜ່ນ ຜ່ານຫຼາຍໄລຍະຍັງຄົງ ໄດ້ຮັກສາໄວ້ມາ ເຖິງປັດຈຸ ບັນ. ພາບ: ຫວຽດລິງ


ເຂດສຳນັກງານເກົ່າຂອງໂຮງງານໃນສະພາບຊຸດໂຊມຢ່າງໜັກໜ່ວງ ຈະຖືກຮື້ຖອນ ໃນມໍ່ໆ ນີ້. ພາບ: ຫວຽດລິງ


ຂອບປ່ອງຢ້ຽມທີ່ຖືກປົກຄຸມໄປດ້ວຍຂີ້ຝຸ່ນຝ້າຍ. ພາບ: ກົງດາດ


ມູມໜຶ່ງ ຂອງ ຫຼັງຄາໂຮງຜະລິດ ມີສະຖາປັດຕະຍະກຳ ທີ່ເປັນ ເອກະລັກ. ພາບ: ກົງດາດ


ແຖວປ່ອງຢ້ຽມເກ່ົາທີ່ໃກ້ໆກັບສ່ວນຫຼັງຄາຖືກປົກຄຸມໄປດ້ວຍ ຂີ້ຝຸ່ນຝ້າຍ. ພາບ: ກົງດາດ


ພາກສ່ວນທາງນອກຂອງໂຮງງານໄດ້ຖືກຮື້ຖອນ ແລະ ປັບໃຫ້ ຮາບພຽງ. ພາບ: ກົງດາດ


ທ່ານ ຫງວຽນວັນມຽງ, ຜູ້ອຳນວຍການໃຫຍ່ໂຮງງານ ໃຫ້ຮູ້ວ່າ ມີຫລາຍໂຄງການ ທີ່ຕິດພັນກັບການຄົງຕົວ ແລະ ພັດທະນາ ຂອງ ໂຮງງານ
ຈະຖືກຮັກສາໄວ້. ຕົ້ນຫູກວາງທີ່ເກົ່າແກ່ ຊຶ່ງເປັນ ບ່ອນແຂວນຄັນທຸງຂອງຄະນະພັກ ໜ່ວຍທຳອິດ
ຢູ່ນະຄອນນາມ ດິ້ງຈະຖືກຮັກສາໄວ້ ຕະຫລອດໄປ. ພາບ: ກົງດາດ



ເມື່ອຫວນຄືນອະດີດຜ່ານມາ ບໍ່ມີໃຜເຊື່ອວ່າ ສະຖານທີ່ແຫ່ງນີ້ ເຄີຍເປັນບ່ອນຫາລ້ຽງຊີບຂອງ 1/10 ຈຳນວນ ພົນລະເມືອງ ຂອງ ນະຄອນນາມດິ້ງ. ພາບ: ກົງດາດ


ບໍ່ພຽງແຕ່ເປັນອະນຸສອນກັບຊ່ວງເວລາທີ່ສະຫວ່າງສະໄຫວ ເທ່ົາ ນັ້ນ, ໂຮງງານຕຳແຜ່ນນາມດິ້ງ ຍັງເປັນບ່ອນ ສະໜິດຕິດພັນ ໃນ ຊີວິດຈິດໃຈຂອງປະຊາຊົນເມືອງນາມດິ້ງ ອີກດ້ວຍ. ການຮື້ຖອນ ແລະ ຍົກຍ້າຍໂຮງງານຕຳແຜ່ນ ທີ່ໃຫຍ່ທີສຸດອິນດູຈີນ ໄປບ່ອນ ໃໝ່ໄດ້ເຮັດໃຫ້ຫຼາຍຄົນ ມີຄວາມຮູ້ສຶກເສຍດາຍ. ພາບ: ກົງດາດ
 
ຕາມແຜນຜັງລວມ ຂອງ ນະຄອນນາມດິ້ງ, ພາຍຫຼັງການ ຍົກ ຍ້າຍໂຮງງານ, ພື້ນຖານການຜະລິດຕ່າງໆ ຮຽບຮ້ອຍແລ້ວ, ເນື້ອ ທີ່ແຫ່ງນີ້ ຈະໄດ້ສ້າງເປັນເຂດຕົວເມືອງອຸດສາຫະກຳ ຕຳແຜ່ນ ນາມດິ້ງ. ແຂວງ ນາມດິ້ງ ກໍໄດ້ສະໜອງເນື້ອທີ່ດິນ ເທົ່າກັບເນື້ອ ທີ່ຂອງໂຮງງານເກົ່າຄືປະມານ 30 ເຮັກຕາ ທີ່ເຂດ ອຸດສາຫະກຳ ຮ່ວາຊ໋າ ຊຶ່ງຫ່າງຈາກໃຈກາງນະຄອນນາມດິ້ງ ປະມານ 5 ກິໂລ ແມັດ ເພື່ອກໍ່ສ້າງໂຮງງານແຫ່ງໃໝ່. 
ບົດ: ກົງດາດ - ຫວຽດລິງ
ບັນດາບົດທີ່ຖືກນຳສະເໜີ