14/11/2021 09:41 GMT+7 Email Print Like 0

ຢ້ຽມຢາມ “ຫໍພິພິທະພັນ ເກີ່ມທີ”, ບ່ອນເກັບຮັກສາບັນດາຊຸດສະສົມວັດຖຸບູຮານທີ່ເປັນເອກະລັກສະເພາະຢູ່ ໄຕໂດ

      ໃນກວ່າ 15 ປີຜ່ານມາ, ທ່ານ ຫງວຽນອານຮ່າ ໄດ້ສະສົມ ແລະ ມີວັດຖຸບູຮານນັບຮ້ອຍຢ່າງ - ບັນດາວັດຖຸບູຮານໄດ້ວາງສະແດງໃນເຮືອນຫຼັງພິເສດ, ປຽບເໝືອນຫໍພິພິທະພັນສ່ວນຕົວ, ເພື່ອຕອບສະໜອງຄວາມເມົາມົວຫຼົງໄຫຼຂອງຕົນ.
(“ຫໍພິພິທະພັນ ເກີ່ມທີ” ຂອງທ່ານ ຫງວຽນອານຮ່າ)
      ຢູ່ນະຄອນ ເກີ່ນເທີ, ບັນດາຜູ້ເມົາມົວສະສົມວັດຖຸບູຮານທີ່ເປັນເອກະລັກສະເພາະມັກຈະເວົ້າເຖິງ “ຫໍພິພິທະພັນ ເກີ່ມທີ” ຂອງທ່ານ ຫງວຽນອານຮ່າ. ດ້ວຍຄວາມສຸດຈິດສຸດໃຈເກັບຮັກສາຈຸດວັດທະນະທຳເຂດດິນແດນໄຕໂດ ຜ່ານສະໄໝຕ່າງໆໄວ້, ໃນກວ່າ 15 ປີຜ່ານມາ, ທ່ານ ຫງວຽນອານຮ່າ ໄດ້ສະສົມ ແລະ ມີວັດຖຸບູຮານນັບຮ້ອຍຢ່າງ - ບັນດາວັດຖຸບູຮານໄດ້ວາງສະແດງໃນເຮືອນຫຼັງພິເສດ, ປຽບເໝືອນຫໍພິພິທະພັນສ່ວນຕົວ, ເພື່ອຕອບສະໜອງຄວາມເມົາມົວຫຼົງໄຫຼຂອງຕົນ.
ເຮືອນຫຼັງພິເສດຂອງທ່ານ ຫງວຽນອານຮ່າ ມີຊື່ວ່າ “ຫໍພິພິທະພັນ ເກີ່ມທີ”, ຕັ້ງຢູ່ຖະໜົນ ຫງວຽນວັນລິງ, ຕາແສງ ເທີຍອາດົງ, ເມືອງ ບິ່ງຖຸຍ, ນະຄອນ ເກີ່ນເທີ. ພາຍຫຼັງສະສົມເປັນເວລາ 15 ປີ, ທ່ານ ຮ່າ ໄດ້ເກີດມີແນວຄວາມຄິດຈັດແບ່ງປະເພດວັດຖຸບູຮານ, ເຄື່ອງເກົ່າແກ່ ແລະ ແບ່ງເປັນ 11 ຫົວເລື່ອງເພື່ອວາງສະແດງຄື: ປະຕູໜ້າບ້ານເຂດຕາເວັນຕົກໃນເມື່ອກ່ອນ, ຊຸດເສື້ອຍາວພາກໃຕ້ໃນເມື່ອກ່ອນເກືອບ 200 ຊຸດ, ໜັງສືພິມຜ່ານສະໄໝຕ່າງໆ…
ຈຸດທີ່ສ້າງຄວາມປະທັບໃຈໃຫ້ຫຼາຍຄົນເມື່ອມາຢ້ຽມຊົມຊຸດສະສົມຂອງທ່ານ ຫງວຽນອານຮ່າ ນັ້ນແມ່ນວັດຖຸບູຮານໄດ້ຈັດແບ່ງຕາມຫົວເລື່ອງສະເພາະ, ແຕ່ລະຫົວເລື່ອງລ້ວນແຕ່ມີເລື່ອງລາວຄວາມເປັນມາຕ່າງຫາກ. ຕົວຢ່າງຄື, ຊຸດສະສົມຊຸດເສື້ອຍາວໃນເມື່ອກ່ອນກວ່າ 200 ຊຸດ, ເສື້ອແຕ່ລະຜືນ ລ້ວນແຕ່ຕິດພັນກັບອະນຸສອນເຮືອນແຕ່ລະຫຼັງຢູ່ເຂດດິນແດນ ໄຕໂດ. ພິເສດ, ຜ່ານຊຸດສະສົມໜັງສືພິມຜ່ານແຕ່ລະໄລຍະ, ພົ້ນເດັ່ນແມ່ນ ໜັງສືພິມອານຮ່າ ແລະ ຊຸດໜັງສືພິມລະດູບານໃໝ່ 1949 – 1954… ຊຸດສະສົມແຕ່ລະຊຸດໄດ້ສະຫຼັກຮູບພາບນະຄອນ ເກີນເທີ ໃນເມື່ອກ່ອນ, ຄຸນຄ່າວັດທະນະທຳໃນເມື່ອກ່ອນໄວ້ໃນຈິດໃຈຂອງໄວໜຸ່ມ. ອ້າຍ ຫງວຽນກົງເຢືອງ, ຢູ່ເມືອງ ຟອງດຽນ, ແຂກມາຢ້ຽມຊົມຫໍພິພິທະພັນ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາຊຸດສະສົມກ່ຽວກັບໜັງສືພິມໃນເມື່ອກ່ອນ. ພາບໜ້າປົກໄດ້ແຕ້ມດ້ວຍລາຍມື ທີ່ເປັນເອກະລັກສະເພາະ. ຂ້າພະເຈົ້າຖືວ່າ ນີ້ແມ່ນການສຸມກຳລັງ ແລະ ສະຕິປັນຍາຂອງທ່ານ ຮ່າ ໃນຕະຫຼອດຫຼາຍປີຜ່ານມາ, ມີຄຸນຄ່າທີ່ສຸດ. ບໍ່ພຽງແຕ່ເປັນການຢ້ຽມຊົມແບບທຳມະດາເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງໄດ້ຮ່ຳຮຽນເອົາຄວາມຮູ້ຫຼາຍຢ່າງກ່ຽວກັບວັດທະນະທຳ, ປະຫວັດສາດຂອງເຂດດິນແດນ, ຊາວ ເກີນເທີ ກໍຄືພາກໃຕ້ ຫວຽດນາມ ຕື່ມອີກ”.
(ເສື້ອແຕ່ລະຜືນລ້ວນແຕ່ຕິດພັນກັບອະນຸສອນເຮືອນແຕ່ລະຫຼັງຢູ່ເຂດດິນແດນ ໄຕໂດ)
      ຕາມທ່ານ ເຍິມຮຸ່ງ, ນັກຄົ້ນຄວ້າວັດທະນະທຳທາງພາກໃຕ້ ຫວຽດນາມ ແລ້ວ, ເຮືອນຫຼັງພິເສດຂອງທ່ານ ຫງວຽນ ອານຮ່າ ໄດ້ວາດພາບເຖິງ ຈຸດທີ່ເປັນເອກະລັກສະເພາະຂອງເຂດດິນແດນທາງພາກໃຕ້ ຫວຽດນາມຢ່າງຈະແຈ້ງ, ໂດຍສະເພາະແມ່ນ ເກີນເທີ ໃນເມື່ອກ່ອນ. ນອກຈາກບັນດາຍານພາຫະນະຄົມມະນາຄົມ ສຳລັບພົນລະເຮືອນ ໃນສະໄໝທົດສະວັດ 50-60 ໃນສະຕະວັດກ່ອນແລ້ວ, ຊຸດສະສົມລົດທະຫານໃນສະໄໝສົງຄາມທີ່ “ຫາຍາກ” ຢູ່ ຫວຽດນາມ ກໍ່ແມ່ນຈຸດທີ່ສ້າງຄວາມດຶງດູດໃຈ.
      “ຂ້າພະເຈົ້າຕີລາຄາສູງຕໍ່ຈິດໃຈ, ຄວາມເມົາມົວຂອງຜູ້ເປັນເຈົ້າຂອງ. ບັນດາຊຸດສະສົມດັ່ງກ່າວໄດ້ຊ່ວຍໃຫ້ຄົນລຸ້ນຕໍ່ໄປມີຄວາມເຂົ້າໃຈສັງຄົມກ່ອນນີ້ນັບຮ້ອຍປີ ໃນຄາວນັ້ນໄດ້ຂັບລົດຫຍັງ, ອ່ານໜັງສືພິມຫຍັງ, ນຸ່ງເຄື່ອງຄືແນວໃດ?... ຊຸດສະສົມທັງໝົດເຫຼົ່ານັ້ນ ທັງມີຄວາມປະທັບໃຈ, ທັງມີຄຸນຄ່າດ້ານການສຶກສາສູງ”.
      ປະຈຸບັນ, ທ່ານ ຫງວຽນອານຮ່າ ພວມສ້າງລະບຽບການໃຫ້ສຳເລັດ ເພື່ອນຳເຮືອນຫຼັງພິເສດຂອງຕົນໄດ້ຮັບການຮັບຮູ້ວ່າແມ່ນ ຫໍພິພິທະພັນເອກະຊົນ; ພ້ອມທັງນຳເອົາ “ຫໍພິພິທະພັນ ເກີ່ມທີ” ເຂົ້າໃນກຸ່ມຮ່ວມສຳພັນການທ່ອງທ່ຽວ, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນຕື່ມອີກ.
“ເຮັດຕາມຮູບແບບທ່ອງທ່ຽວຊຸມຊົນ, ຈາກການຮ່ວມສຳພັນດ້ານອາຫານການກິນ ຕະຫຼອດຮອດເຮືອນສວນ, ຢູ່ທີ່ນີ້ ຂ້າພະເຈົ້າໄດ້ຮ່ວມສຳພັນກັບ 10 ເຮືອນສວນໃນບໍລິເວນຕາແສງ ເທີຍອານດົງ ນີ້. ຫໍພິພິທະພັນແມ່ນຈຸດໂດດເດັ່ນ - ເລື່ອງລາວກ່ຽວກັບວັດທະນະທຳ, ຕໍ່ຈາກນັ້ນແມ່ນເລື່ອງລາວກ່ຽວກັບອາຫານການກິນ ແລະ ສຸດທ້າຍແມ່ນເລື່ອງລາວກ່ຽວກັບການດຳລົງຊີວິດຢູ່ເຂດພາກໃຕ້ ຫວຽດນາມ”.
      ປະຈຸບັນ, “ຫໍພິພິທະພັນ ເກີ່ມທີ” ກາຍເປັນສະຖານທີ່ທັດສະນະສຶກສາ, ຢ້ຽມຊົມ, ດຶງດູດນັກທ່ອງທ່ຽວຢູ່ ເກີນເທີ. ຫຼາຍປີທີ່ໄດ້ “ຊອກຫາ” ເກັບຮັກສາ, ສະສົມບັນດາວັດຖຸບູຮານ ທີ່ມີຄວາມໝາຍດ້ານວັດທະນະທຳ, ປະຫວັດສາດເຂດດິນແດນ ເກີນເທີ ເວົ້າສະເພາະ, ເຂດພາກໃຕ້ເວົ້າລວມ, ທ່ານ ຫງວຽນອານຮ່າ ໄດ້ສ້າງເຮືອນຫຼັງໜຶ່ງທີ່ເປັນເອກະລັກສະເພາະ ດຶງດູດເອົາຜູ້ທີ່ຢາກຊອກຮູ້ເຄື່ອງວັດຖຸບູຮານ ກໍຄືຜູ້ຢາກມີເຂດຜັກຜ່ອນຢ່ອນອາລົມພາຍຫຼັງທີ່ມີຄວາມອິດເມື່ອຍໃນການດຳລົງຊີວິດ./.
(ແຫຼ່ງຄັດຈາກ VOV)