30/01/2019 15:32 GMT+7 Email Print Like 0

ຢາລາຍ-ເຂດດິນທີ່ສວຍງາມ ແລະ ອຸດົມຮັ່ງມີ

ກ່ອນປີ 1975, ໄປຼກູ ເວົ້າສະເພາະ ແລະ ຢາລາຍ ເວົ້າລວມ ຖື ວ່າ ເປັນປ້ອມດ່ານໜ້າ ຂອງ ກອງທັບ ອາເມລິກາ ແລະ ຫວຽດ ນາມ ສາທາລະນະ ຢູ່ ເຂດ 2 ຍຸດທະວິທີ ໄຕງວຽນ. ເຂດດິນ ແດງ ບາຢານ ທີ່ເຕັມໄປດ້ວຍ ແສງແດດ, ສາຍລົມ, ຂີ້ຝຸ່ນ ແລະ ກ້ອງສະໜັ່ນ ສຽງລະເບີດລູກບອມ ຍ້ອນສົງຄາມ ໃນເມື່ອກ່ອນ ມາຮອດ ປັດຈຸບັນ ກັບກາຍເປັນ ເຂດຕົວເມືອງ ທີ່ອຸດົມຮັ່ງມີ ກັບ ເນື້ອທີ່ ຢາງພາລາ, ຊາ ແລະ ກາເຟ ທີ່ກວ້າງໃຫຍ່ໄພສານ ... ທັງເປັນຈຸດນັດໝາຍ ທີ່ໜ້າ ອ່າວຄະນິງ ຫາ ສຳລັບຜູ້ທີ່ ຫວັງ ຢາກ ຄົ້ນພົບ ມໍລະດົກຄ້ອງກອງ ໄຕງວຽນ ແລະ ບັນດາ ທັດສະ ນີຍະພາບ ທີ່ໃຫຍ່ໂຕມະໂຫຖານ ແລະ ມີຄວາມສວຍງາມ ເປັນ ດັ່ງເດີມ ຂອງ ປາງກ່ອນ. 
ບົດທີໜຶ່ງ: ຈຸດນັດໝາຍ ຢູ່ ໄຕງວຽນ

ໃນຄວາມຊົງຈຳຂອງຫຼາຍຄົນ, ໃນສະໄໝສົງຄາມ, ໄປຼກູ (ປັດ ຈຸບັນແມ່ນເມືອງເອກຂອງ ແຂວງ ຢາລາຍ) ຖືວ່າ ເປັນ “ຕາແສງ ຂອງພົນທະຫານ”; ແຕ່ມາຮອດປັດຈຸບັນ ແຂວງ ຢາລາຍ ໄດ້ ເອີ້ນວ່າ “ເຂດທ່ອງທ່ຽວບໍ່ເກັບຄ່າປີ້” ຍ້ອນແຫ່ງນີ້ ມີ ທິວທັດທຳ ມະຊາດ ທີ່ສວຍງາມເປັນດັ່ງເດີມຂອງປາງກ່ອນ ຢູ່ ທຸກບ່ອນ ເຊັ່ນ: ໜອງ, ຕາດນຳ້ ແລະ ພູຜາປ່າໄມ້... ຊຶ່ງ ພ້ອມແລ້ວທີ່ຈະ ຕ້ອນຮັບ ແຂກຕ່າງດ້າວທ້າວຕ່າງແດນ ທີ່ມາ ຄົ້ນພົບ ດ້ວຍ ຄວາມເສລີ ໂດຍບໍ່ຕ້ອງເສຍຄ່າ. 

ແມ່ນແຕ່ຢູ່ນະຄອນ ໄປຼກູ, ນັກທ່ອງທ່ຽວສາມາດ ເຈືອຈານ ເຂົ້າ ກັບ ຍ່ານເວຫາ ທີ່ເປັນເອກະລັກ ຂອງເຂດຖະໜົນພູເຂົາ ແຫ່ງ ເມກໝອກ ແລະ ສາຍລົມ. ຖະໜົນຫົນທາງ ຢູ່ ໄປຼກູ ບໍ່ກວ້າງ, ບາງຄັ້ງມີທາງຄ້ອຍເສັ້ນໜ່ຶງແລ່ນອ້ອມ ກັບບັນດາແຖວເຮືອນ ຄືອ່ຽງໄປ ຢ່າງແປກໆ. ກໍຍ້ອນຄື ແນວນັ້ນແຫຼະ,  ປີ 1970, ນັກ ກະວີ ຫວູ້ຫືວດິ້ງ ເມື່ອມາ ຢ້ຽມຢາມ ເຂດຖະໜົນ ພູເຂົານີ້ ໄດ້ ປະດິດແຕ່ງ ບັນດາຄຳກອນ ມີຄວາມໝາຍທີ່ວ່າ: “ເມືອງ ພູເຂົາ ສູງ ເມືອງເຕັມແຕ່ ນຳ້ໝອກ” ແລະ “ຍ່າງໄປພຽງ ຫ້ານາທີ ກັບ ຄືນ ບ່ອນເກົ່າ”.

ໄປຍັງ ຢາລາຍ, ນັກທ່ຽວກໍບໍ່ຕ້ອງໄປໃສໄກ, ຍ້ອນໃນ ລັດສະໝີ ປະມານ 10-20 ກິໂລແມັດ ນັບແຕ່ໃຈກາງ ນະຄອນ ໄປຼກູ ໄດ້ ມີທັດສະນີຍະພາບ ທີ່ຍັງຮັກສາໄວ້ໄດ້ເຊິ່ງ ຄວາມງາມແບບ ປະ ຖົມປະຖານເຊັ່ນ: ທະເລສາບ ແຈ່, ສາຍພູ ຈືເນີມ, ພູເຂົາໄຟ ຈື ດັງຢາ ແລະ ພູເຂົາໄຟ ຮ່າມຣົ່ງ...



ທະເລສາບ ມີທັດທະນີຍະພາບທີ່ລືຊື່ ຂອງ ແຂວງ ຢາລາຍ. ພາບ: ແທງຮ່ວາ


ຄວາມສວຍງາມດັ່ງເດີມ ແລະ ກວ້າງໃຫຍ່ຂອງ ທະເລສາບ. ພາບ: ເອກະສານ


ພູເຂົາໄຟ ຈືດັງຢາ ແລະ ສາຍພູ ຈືເນີມ ທີ່ຍັງຮັກສາໄວ້ໄດ້ ຄວາມງາມແບບປະຖົມປະຖານ ຂອງເຂດດິນແດງ
ບາຢານ ຢູ່ ແຂວງ ຢາລາຍ. ພາບ: ກົງດາດ



ນັກທ່ອງທ່ຽວ ຍ່າງຫຼິ້ນ ຢູ່ໃນເຂດທ່ອງທ່ຽວ ດົ່ງແຊງ, ແຂວງ ຢາລາຍ. ພາບ: ກົງດາດ


ທາດ ຝູ໋ເກື່ອງ, ເປັນໜຶ່ງໃນຈຳນວນທາດຫຼາຍແຫ່ງ ທີ່ສວຍງາມ ຂອງ ແຂວງ ຢາລາຍ. ພາບ: ເອກະສານ

ພຽງແຕ່ລົດຈັກຄັນໜຶ່ງ ນັກທ່ອງທ່ຽວກໍ່ສາມາດ ໄດ້ທ່ຽວຫຼິ້ນ ໃນ ແສງແດດ ແລະ ສາຍລົມ ໃຕ້ທ້ອງຟ້າ ໄຕງວຽນ ແລະ ໄປຍັງ ທະເລສາບ ທີ່ມີ ອາກາດ ສົດໃສ, ເຢັນດີ ຊຶ່ງຖືວ່າ ເປັນ “ຄູ່ ຕາ ຂອງ ໄປຼກູ”, ໄດ້ປ່ອຍຕົວພະເນຈອນ ຢູ່ເທິງ ບັນດາ ໂນນຊາ ທີ່ ກວ້າງໃຫຍ່ໄພສານ ຢູ່ ທະເລສາບແຈ່, ໄດ້ຄົ້ນພົບ ລະດູດອກ ຕາເວັນປ່າ ກຳລັງເບັ່ງບານ ຢູ່ຕາມເປີ້ນພູເຂົາໄຟ ທີ່ໄດ້ມອດແຕ່ ຫຼາຍລ້ານປີມາກ່ອນ ຫຼື ອອກໄປໄກ ອີກໜ້ອຍໜຶ່ງ ແມ່ນ ຄວາມ ງາມແບບປະຖົມປະຖານ ຂອງ ເຂດປ່າຢາງພາລາ ຢູ່ ດັກດວາ ໃນລະດູໃບໄມ້ປົ່ງ.

ສຳລັບຜູ້ທີ່ຮັກມັກການທ່ອງທ່ຽວແບບພະຈົນໄພ, ປ່າສະຫງວນ ແຫ່ງຊາດ ກອນຈືຣັງ ແລະ ປ່າສະຫງວນແຫ່ງຊາດ ກອນກາກິງ (ປ່າມໍລະດົກ ອາຊຽນ) ຈະເປັນສະຖານທີ່ດຶງດູດໃຈ. ມາຍັງທີ່ນີ້, ນັກທ່ອງທ່ຽວສາມາດຍ່າງຢູ່ໃຕ້ ເຂດປ່າດົງດິບ ເພື່ອຄົ້ນພົບ ບັນດາປະເພດສັດ ແລະ ພືດ ທີ່ຮົກເຮື້ອ, ບັນດາຕາດນ້ຳ ທີ່ແສນ ສວຍງາມ ຫຼື ຕັ້ງຄ້າຍ ພັກແຮມຄືນ ຢູ່ໃນປ່າ...

ຢາລາຍ ບໍ່ພຽງແຕ່ເປັນເຂດດິນ ທີ່ໄດ້ທຳມະຊາດດົນບັນດານ ໃຫ້ມີທັດສະນີຍະພາບທີ່ມີຄວາມສວຍງາມ ແບບດັ່ງເດີມ ຫຼາຍ ແຫ່ງເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ແຫ່ງສັນຍາລັກ ວັດທະນະ ທຳທີ່ເປັນເອກະລັກ ຂອງແຖບດິນ ແລະ ຜູ້ຄົນ ໄຕງວຽນ ອີກ ດ້ວຍ. ພິເສດ, ຂະນົບທຳນຽມ ອັນເປັນ ມູນເຊື້ອແຕ່ປາງກ່ອນ ຂອງວົງຄະນາຍາດບັນດາເຜົ່າເຊັ່ນ: ຢາຣາຍ, ບານາ, ເມນົງ, ເຈີຮໍ, ເຊີດັງ, ເອເດ, ຈູຣູ, ສະຕຽງ, ເຣີມຳ... ຊຶ່ງຍາມໃດ ກໍມີ ຄວາມດຶງດູດຈັບໃຈເປັນຢ່າງຍິ່ງ.



ບັນດານັກສິລະປິນຄ້ອງກອງໜຸ່ມ ຊາວເຜົ່າ ບານາ ທຳພິທີ ສະ ຫຼອງເຮືອນ ຣົງ ຫຼັງໃໝ່. ພາບ: ກົງດາດ


ໃນຊຸມປີຜ່ານມາ, ແຂວງ ຢາລາຍ ໄດ້ກໍ່ສ້າງ ແລະ ຖ່າຍທອດ ສິລະປະຄ້ອງກອງ ໃຫ້ລຸ້ນໄວໜຸ່ມ ເພື່ອການອະນຸລັກຮັກສາ
ແລະ ເສີມຂະຫຍາຍມໍລະດົກນີ້. ພາບ: ກົງດາດ



ບັນດານັກສິລະປິນ ກັບຊຸດເຄື່ອງນຸ່ງມູນເຊື້ອ ເຂົ້າຮ່ວມ ງານບຸນ ຢູ່ຕາມຖະໜົນ ທີ່ ໄປຼກູ. ພາບ: ກົງດາດ

ດ້ວຍທ່າແຮງໄດ້ປຽບ ທີ່ບໍ່ຄ່ອຍບ່ອນໃດມີ, ໃນຍຸດທະສາດ ວິໄສ ທັດກ່ຽວກັບ ໄຕງວຽນ ໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ເນັ້ນໜັກວ່າ ໄຕງວຽນ, ໃນນັ້ນມີ ຢາລາຍ ຕ້ອງ ແມ່ນ ສັນຍາລັກ ພັດທະນາ ການທ່ອງທ່ຽວ ຫວຽດນາມ ທີ່ ເຂັ້ມ ຂົ້ນໄປດ້ວຍສີສັນຕຳນານ ແລະ ມໍລະດົກ ອາຊີ ໃນສະຕະ ວັດທີ XXI.

ເພື່ອຫັນວິໄສທັດນີ້ໃຫ້ເປັນຈິງ, ທ່ານນາຍົກລັດຖະມົນຕີ ໄດ້ສະ ແດງຄວາມຫວັງວ່າ ໄຕງວຽນ ຕ້ອງມີຍຸດທະສາດ ທີ່ໝັ້ນຄົງ ໃນ ການຟື້ນຊີບຄືນໃໝ່ ແຫ່ງຄວາມສວຍງາມ ຂອງເຂດດິນ ທີ່ເຄີຍ ໄດ້ ຄົງຕົວຢູ່ໃນປະຫວັດສາດ ແຕ່ສະໄໝປາງກ່ອນ; ຍາມໃດກໍ ຕ້ອງມີສະຕິ ຮັກສາ ສະພາບແວດລ້ອມ ແຫ່ງການດຳລົງຊີວິດ, ເສີມຂະຫຍາຍ ບັນດາຄຸນຄ່າ ວັດທະນະທຳ ທີ່ເປັນນາມມະທຳ ມູນເຊື້ອ, ຄວາມເອກອ້າງ ທະນົງໃຈ ຂອງ ບັນດາວົງຄະນາຍາດ ຊົນເຜົ່າ ເອເດ, ຢາຣາຍ, ເມີນົງ, ບານາ, ກິງ... ໃນມະຫາຄອບ ຄົວ ບັນດາເຜົ່າ ຫວຽດນາມ.


ຄວາມຝັນ ຈາກປ່າດົງພົງໄພ

ໃນເດືອນ ທັນວາ ອາກາດຢູ່ຢາລາຍ ແມ່ນປອດໂປ່ງເປັນພິເສດ, ເຮັດໃຫ້ເຂດດິນແດນ ແຫ່ງນີ້ ເໝືອນດັ່ງອວດອ້າງ ຄວາມ ສວຍ ງາມ ແລະ ອຸດົມຮັ່ງມີທຸກຢ່າງ ຂອງ ຕົວເມືອງແຫ່ງພູເຂົາ ດ້ວຍ ຮູບພາບບັນດາ ສວນກາເຟສຸກແດງ, ບັນດາໂນນຊາ ທີ່ກວ້າງ ໃຫຍ່ໄພສານ ແລະ ບັນດາເຂດປ່າຢາງພາລາ ກຳລັງເຂົ້າລະດູ ໃບໄມ້ປົ່ງ...

ຈາກໃຈກາງນະຄອນ ໄປຼກູ, ພວກຂ້າພະເຈົ້າ ແລ່ນລົດຈັກ ໄປ ຍັງ ເຂດເມືອງຕ່າງໆ ຢູ່ອ້ອມຂ້າງເຊັ່ນ: ຈືປັງ, ດັກດວາ... ຫາກໍ ອອກຈາກນະຄອນ, ຢູ່ຕາມສອງຝາກທາງ ໄດ້ປະກົດຕົວ ບັນດາ ສວນກາເຟ ກຳລັງເຂົ້າສູ່ລະດູເກັບກ່ຽວ ຊຶ່ງຕົ້ນໃດ ກໍມີໝາກດົກ ຈົນງ່າກ່ອງ. ບັນຍາກາດໃນລະດູເກັບກ່ຽວ ຕາມ ສວນກາເຟ ຢູ່ ຢາລາຍ ມີຄວາມຟົດຟື້ນທີ່ສຸດ ຍ້ອນຄືວ່າ ໃຜໆ ກໍກຳລັງ ອອກ ແຮງແຂ່ງຂັນ ກັບແສງແດດ ແລະ ບັນດາສວນ ກາເຟ ໃນຍາມ ລະດູ ເກັບກ່ຽວ.

ຢູ່ເດີ່ນ ໝູ່ບ້ານ ງອນ (ເທສະບານ ດັກດວາ, ເມືອງ ດັກດວາ) ທີ່ ເຕັມໄປດ້ວຍແສງແດດ, ສອງແມ່ລູກ ນາງ ໂຮ່ທິເຈົາ ທັງຕາກ ແລະ ບົດກາເຟ. ລູກຊາຍ ຂອງ ນາງເຈົາ ທັງຊ່ວຍ ແມ່ຖອກ ກາ ເຟ ແຫ້ງເຂົ້າຈັກບົດ, ທັງແມມເບິ່ງເມັດກາເຟ ທີ່ຕຶງເຕັມໄດ້ ແຍກ ເປືອກອອກຢ່າງສະອາດ ກຳລັງໄຫຼລົງ ພ້ອມທັງເວົ້າ ກັບ ພວກຂ້າພະເຈົ້າວ່າ: “ກາເຟ ຫາກໍ ຕາກແດດແຫ້ງ ຕ້ອງຍາດ ເວລາບົດເລີຍ ຈຶ່ງແຊບ”.




ການກຳເນີດຂອງບັນດາສວນກ້າເບ້ຍ ບັນລຸມາດຕະຖານ ໄດ້ ຮັບໃຊ້ ໃຫ້ແກ່ການພັດທະນາ
ຕົ້ນກາເຟ ຢູ່ແຂວງ ຢາລາຍ . ພາບ: ກົງດາດ



ຕົ້ນກາເຟ ປູກຢູ່ແຖບດິນ ຢາລາຍ, ຖ້າເກັບກ່ຽວ ຖືກລະດູ ແລະ ຕາກແຫ້ງ ຈະໃຫ້ລົດຊາດທີ່ດີເລີດ. ພາບ: ກົງດາດ


ນິຄົມຢາງພາລາຢູ່ ຢາລາຍ. ພາບ: ແທງຮ່ວາ


ຕົ້ນກາເຟ ປູກຢູ່ແຖບດິນ ຢາລາຍ, ຖ້າເກັບກ່ຽວ ຖືກລະດູ ແລະ ຕາກແຫ້ງ ຈະໃຫ້ລົດຊາດທີ່ດີເລີດ. ພາບ: ກົງດາດ


ຮອຍຍິ້ມ ເມື່ອຜົນລະປູກໄດ້ຮັບຜົນດີ ຂອງ ຜູ້ປູກກາເຟ ຢູ່ແຂວງ ຢາລາຍ. ພາບ: ກົງດາດ


ດິນທີ່ອຸດົມສົມບູນ ແມ່ນເງື່ອນໄຂທີ່ດີເລີດ ເພື່ອໃຫ້ ຢາລາຍ ພັດ ທະນາ ບັນດາປະເທດຕົ້ນໄມ້ ອຸດສາຫະກຳ
ມີທ່າແຮງສົ່ງອອກ ເຊ່ັນ: ຢາງພາລາ, ກາເຟ ແລະ ໝາກພິກໄທ... ພາບ: ກົງດາດ



ແຂວງ ຢາລາຍ ມີເນື້ອທີ່ຢາງພາລາ 120.000 ເຮັກຕາ, ໄດ້ຮັບ ຂະໜານນາມວ່າ ເປັນ “ເມືອງເອກ
ຢາງພາລາ ຂອງ ເຂດໄຕ ງວຽນ. ພາບ: ແທງຮ່ວາ



ທົ່ງຊາທີ່ແສນສວຍງາມ ຢູ່ ທະເລສາບແຈ່, ເມືອງ ຈືປັງ, ແຂວງ ຢາລາຍ. ພາບ: ແທງຮ່ວາ

ລະດູກາເຟ ປີນີ້ ບໍ່ໄດ້ຮັບຜົນດີປານໃດ ຍ້ອນຝົນຕົກຫຼາຍ, ແຕ່ ດ້ວຍເນື້ອທີ່ 5 ເຮັກຕາ, ນາງ ໂຮ່ທິເຈົາ ເກັບກາເຟ ສົດໄດ້ປະ ມານ 20 ໂຕນ ແຕ່ໄດ້ບໍລິສັດ ຫວີງຮຽບ ຊຶ່ງເປັນວິສາຫະກິດ ລາຍໃຫຍ່ ດຳເນີນທຸລະກິດກາເຟ ຢູ່ແຂວງ ຢາລາຍ ຮັບຊື້ ທັງ ໝົດ ເພາະສະນັ້ນ ນາງ ເຈົາ ກໍບໍ່ຕ້ອງ ເປັນຫ່ວງຫຼາຍ.

ບໍ່ພຽງແຕ່ກາເຟເທົ່ານັ້ນ, ແຂວງ ຢາລາຍ ຍັງມີຊາ, ຢາງພາລາ ແລະ ໝາກພິກໄທອີກດ້ວຍ. ຢູ່ພື້ນທະເລສາບແຈ່, ເມືອງ ຈືປັງ ຊຶ່ງຫ່າງຈາກນະຄອນ ໄປຼກູ ປະມານ 13 ກິໂລແມັດ ແມ່ນ ເຂດ ປູກຊາ ມີເນື້ອທີ່ກວ່າ 1.100 ເຮັກຕາ. ນີ້ແມ່ນ ນິຄົມ ແຫ່ງທຳ ອິດ ທີ່ຄົນຝຣັ່ງ ປູກຢູ່ ຢາລາຍ ໃນສະຕະວັດທີ XX. ຜະລິດຕະພັນຊາ ບ໊ຽນໂຮ່ ມາຮອດ ປັດຈຸບັນ ໄດ້ມີຊື່ສຽງ ໂດ່ງດັງ, ໄດ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ມອບໃບຢັ້ງຢືນ ສິນຄ້າ ກະສິກຳ ຫວຽດນາມ ຄຸນນະພາບສູງ, ໄດ້ສົ່ງອອກໄປຍັງ ບັນດາ ປະເທດ ອົດສະຕຣາລີ, ອັຟການິສຖານ, ປາກິດສະ ຖານ, ສິງກະໂປ ແລະ ອື່ນໆ...


ໄປຍັງເມືອງ ດັກດວາ, ເຖິງວ່າ ບໍ່ແມ່ນເຂດຈຸດສຸມ ປູກຢາງພາລາ ແລະ ຕົ້ນພິກໄທ ຂອງ ແຂວງ ຢາລາຍ, ແຕ່ ບັນດາສວນນິຄົມ ຢາງພາລາ ແລະ ໝາກພິກໄທ ຢູ່ທີ່ນີ້ ກໍເຮັດໃຫ້ຫຼາຍຄົນ ມີ ຄວາມປະທັບໃຈຢ່າງຍິ່ງ. ຊ່ວງເວລາທ້າຍປີ, ປ່າຢາງພາລາ ເຂົ້າລະດູປ່ຽນໃບ ແລະ ຢຸດ ການປາດຢາງ, ເພາະສະນັ້ນ ບັນຍາກາດ ຢູ່ແຫ່ງນີ້ ງຽບສະຫງົບ, ແຕ່ເມື່ອຍ່າງໃຕ້ ຮົ່ມປ່າ ຢາງພາລາ ທີ່ກວ້າງໃຫຍ່ໄພສານ, ຂ້າພະເຈົ້າ ມີຄວາມຮູ້ສຶກໄດ້ເຖິງ ຄວາມສາມາດບົ່ມຊ້ອນ ແລະ ຄຸນຄ່າຂອງ ອັນທີ່ເອີ້ນວ່າ “ຄຳ ຂາວ” ຂອງແຂວງ ຢາລາຍ ນະແຫ່ງນີ້.

ຕາມຕົວເລກສະຖິຕິ ໄດ້ສະແດງໃຫ້ເຫັນວ່າ ປັດຈຸບັນ, ແຂວງ ຢາລາຍ ມີເນື້ອທີ່ຢາງພາລາເກືອບ 120.000 ເຮັກຕາ, ປະລິມານ ນໍ້າຢາງ ສົດ ບັນລຸເກືອບ 290.000 ໂຕນ/ປີ, ກວມກວ່າ 30% ປະລິມານການຜະລິດນໍ້າຢາງພາລາ ຂອງ ທົ່ວປະເທດ, ທົບເກືອບ 4 ເທົ່າ ປະລິມານການຜະລິດນໍ້າຢາງ ຂອງທັງ 4 ແຂວງ ທີ່ຍັງເຫຼືອ ຂອງ ເຂດໄຕງວຽນ. ບັນດາຕົວເລກ ດັ່ງກ່າວ ສາມາດ ຢັ້ງຢືນໄດ້ວ່າ ຢາລາຍເປັນ “ເມືອງເອກ ແຫ່ງຢາງ ພາລາ” ຂອງ ໄຕງວຽນ.

ອາດເວົ້າໄດ້ວ່າ ຢາລາຍ ເປັນແຂວງມີທ່າແຮງ ວ່າດ້ວຍ ການ ຜະລິດກະສິກຳ, ຍ້ອນແຂວງ ນີ້ກຳລັງຢືນຢູ່ອັນດັບ ທີສອງ ຢູ່ ເຂດ ໄຕງວຽນ ກ່ຽວກັບເນື້ອທີ່ດິນ ຜະລິດກະສິກຳ ກັບຕົ້ນໄມ້ ປະເພດຕ່າງໆ ກວ່າ 500.000 ເຮັກຕາ ຊຶ່ງໃນນັ້ນ ມີເນື້ອທີ່ປູກ ຢາງພາລາກວ່າ 120.000 ເຮັກຕາ, ໝາກພິກໄທ ເກືອບ 17.000 ເຮັກຕາ, ກາເຟ ກວ່າ 94.000 ເຮັກຕາ, ໝາກມ່ວງ ຫິມະພານ 17.000 ເຮັກຕາ...

ເມື່ອປີ 2017, ໃນການເຮັດວຽກກັບ ແຂວງ ຢາລາຍ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ຊີ້ແຈ້ງວ່າ ຢາລາຍ ຕ້ອງ ກຳນົດທ່າແຮງຂອງຕົນ ໃນການພັດທະນາ ກະສິກຳ, ປ່າໄມ້ລະ ດັບສູງ, ຄຸນນະພາບສູງ ສະໜິດຕິດພັນກັບ ອຸດສາຫະກຳ ປຸງ ແຕ່ງ, ຕາມທິດຫັນເປັນຜະລິດໃຫຍ່ ຊຶ່ງເຊື່ອມຕໍ່ 4 ສ່ວນ ປະກອບ (ລັດ, ນັກວິທະຍາສາດ, ວິສາຫະກິດ ແລະ ຊາວກະສິ ກອນ), ສຸມໃສ່ກໍ່ສ້າງຊົນນະບົດໃໝ່, ຖືສຳຄັນການປົກປັກ ຮັກ ສາ ປ່າ ແລະ ປົກປັກຮັກສາລະບົບນິເວດອີກດ້ວຍ.

ດ້ວຍການກຳນົດທິດດ່ັງກ່່າວ, ຢາລາຍ ໄດ້ຕັດສິນໃຈ ປະຕິບັດ ຈຸດໝາຍ ມຸ່ງສູ່ການພັດທະນາພື້ນຖານ ເສດຖະກິດສີຂຽວ, ດຶງດູດ ການລົງທຶນມີເລືອກເຟັ້ນ, ບໍ່ແລກກັບສິ່ງແວດລ້ອມ. ໃນ ການພັດທະນາກະສິກຳ, ຢາລາຍ ເລືອກເຟັ້ນ ການພັດທະນາ ກະສິກຳ ອິນຊີ, ໝູນໃຊ້ເຕັກໂນໂລຊີສູງ ເປັນຂົງເຂດປາຍແຫຼມ ເພື່ອ ຂະຫຍາຍຕົວເສດຖະກິດທີ່ໝັ້ນຄົງ. ພິເສດແມ່ນ ຢາລາຍ ໄດ້ມີແຜນນະໂຍບາຍສົ່ງເສີມບັນດາວິສາຫະກິດ, ກຸ່ມບໍລິສັດ ເສດຖະກິດ ລາຍໃຫຍ່ ເພີ່ມທະວີການເຊື່ອມຕໍ່, ຊ່ວຍໜູນ ສະ ຫະກອນ ຜະລິດ ພ້ອມກັບຊາວກະສິກອນ; ລົງທຶນພັດທະນາ ບັບດາໂຄງການກະສິກຳ ເຕັກໂນໂລຊີສູງ.

ດ້ວຍບັນດາວິທີແກ້ໄຂຢ່າງມັດທະຍັດ, ຍືນຍົງ ພ້ອມກັບ ຄຸນນະ ທາດຂອງຕົນເອງ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ຢາລາຍ ມີບ່ອນ ອີງ ໂດຍເຊື່ອໝັ້ນວ່າ ເຂດດິນແດນ ແຫ່ງນີ້ ສາມາດກາຍ ເປັນ ແຖບດິນທີ່ອຸດົມຮ່ັງມີ ແລະ ໜ້າຢູ່ ຂອງໄຕງວຽນ ໃນມໍ່ໆ ນີ້.

ຢາລາຍມີເນື້ອທີ່ດິນທຳມະຊາດກວ່າ 15.500 ກິໂລແມັດ ມົນ ທົນ, ກວ້າງອັນດັບທີສອງ ຂອງປະເທດ ແລະ ກວ້າງສຸດເຂດ ໄຕງວຽນ; ມີປະຊາກອນກວ່າ 1,4 ລ້ານຄົນ ແລະ ລວມມີ 34 ຊົນເຜົ່າ. ແຂວງ ຢາລາຍ ມີເງື່ອນໄຂພູມອາກາດ ແລະ ມີລັກ ສະນະທີ່ດິນ (ດິນແດງ ບາຢານ) ທີ່ສະດວກໃຫ້ແກ່ ການພັດ ທະນາ ຕົ້ນໄມ້ ອຸດສາຫະກຳ (ກາເຟ, ຢາງພາລາ, ໝາກພິກ ໄທ); ມີແຮ່ທາດ ຫຼາຍປະເພດທີ່ມີຄ່າຫາຍາກ, ມີ ຄວາມສາມາດບົ່ມຊ້ອນ ໃນການເປີດກວ້າງພັດທະນາ ຊົນລະປະທານ, ການທ່ອງທ່ຽວ ຊີວະພາບ, ທ່ອງທ່ຽວ ວັດທະນະທຳ, ປະຫວັດສາດ ແລະ ອື່ນໆ...

ບົດ:ແທງຮ່ວາ - ພາບ: ກົງດາດ-ແທງຮ່ວາ
ບັນດາບົດທີ່ຖືກນຳສະເໜີ