12/11/2017 16:44 GMT+7 Email Print Like 0

ມູມມອງໃໝ່ ກ່ຽວກັບຕົວລະຄອນໃນຮູບແຕ້ມ ລາຊະວົງຫງວຽນ

ພາຍຫຼັງໄດ້ຊອກຮູ້ໄລຍະໜຶ່ງ, ຄົ້ນຄວ້າພາບເກັບສຳເນົາ ກໍຄື ເອກະສານ ຂ້ໍມູນຕ່າງໆ ກ່ຽວກັບລາຊະວົງຫງວຽນ (1802-1945 ), ຈິດຕະກອນ ເຈິ່ນມິງເຕີມ ໄດ້ປະດິດແຕ້ມ ຊຸດຮູບ ພາບກະສັດອົງຕ່າງໆ ນັບທັງບັນດາມະເຫສີ ໃນລາຊະວົງ ຫງວຽນ ດ້ວຍທາດວັດຖຸ ທີ່ຫຼາກຫຼາຍ.
ເນື່ອງຈາກວ່າ ເປັນເມືອງຫຼວງ ຂອງ ຫວຽດນາມ ນັບແຕ່ປີ 1802 - 1945, ສະນັ້ນຮ່ອງຮອຍ ຂອງ ລາຊະວົງ ຫງວຽນ ຍັງ ພໍເກັບຮັກສາໄວ້ໄດ້ແລະ ເຮັດໃຫ້ນັກຈິດຕະດອນ ເຈິ່ນມິງເຕີມ ຖືກດຶງເຂົ້າສູ່ກຸ່ມສະຖາ ປັດຕະຍະກຳ ລາຊະວົງຫງວຽນ ພາຍ ຫຼັງການຢ້ຽມຊົມຫຼາຍຄັ້ງ. ສຳລັບເຈິ່ນມິງເຕີມ "ຄວາມສຳພັນ ລະຫວ່າງຜູ້ຄົນ ແລະ ທິວທັດ ແມ່ນຕົວຈິງ. ຂ້າພະເຈົ້າມີ ຄວາມຮູ້ສຶກເຖິງ ຜູ້ຄົນທີ່ຄັ້ງໜຶ່ງ ເຄີຍດຳລົງຊີວິດ ໃນສະພາບ ແວດລ້ອມ ທີ່ສະຫງ່າງາມແຫ່ງນີ້".

ສາຍແນນ ທີ່ພາໃຫ້ ນັກຈິດຕະກອນ ເຈິ່ນມິງເຕີມ ເລືອກເອົາ ຫົວເລື່ອງການປະດິດແຕ້ມ ທີ່ກ່ຽວພັນເຖິງ ປະຫວັດສາດແມ່ນ ໂດຍບັງເອີນ, ເພາະມີເທື່ອໜຶ່ງເພິ່ນໄປເກັບສະສົມເຄື່ອງໄມ້ ແລະ ໄດ້ພົບເຫັນປະຕູໄມ້ ທີ່ ມີການອອກແບບສວຍງາມ ເລີຍ ມີແນວຄວາມຄິດທີ່ຕ້ອງແຕ້ມ ອັນໃດອັນໜຶ່ງໃສ່ ເພື່ອໃຫ້ມັນ ທົນທານ ແລະ ຢູ່ຕະຫຼອດໄປກັບການເວລາ ແລະ ເພິ່ນໄດ້ ເລືອກເອົາຫົວຂ້ໍລາຊະວົງ ຫງວຽນ ເພາະວ່າ ນີ້ແມ່ນລາຊະວົງ ທີ່ໃກ້ສຸດ, ສະນັ້ນຍັງມີ ເອກະສານຂ້ໍມູນຫຼາຍ ທັງສາມາດເຂົ້າ ເຖິງຫຼາຍຄົນ ເພື່ອເຂົ້າໃຈກ່ຽວກັບປະຫວັດສາດ ກໍຄືບຸກຄະ ລິກ ແລະ ຊະຕາກຳຂອງຜູ້ຄົນເຫຼົ່ານັ້ນ. ສະໄໝລາຊະວົງ ຫງວຽນ ແມ່ນສະໄໝທີ່ ຫວຽດນາມ ມີຜືນແຜ່ນດິນ ແລະ ເຂດ ໝູ່ເກາະ ອັນກວ້າງໃຫຍ່ທີ່ສຸດໃນປະຫວັດສາດ ແລະ ຈິດຕະກອນກໍ ນຳເອົາລາຍລະອຽດນີ້ເຂົ້າຢູ່ໃນຜົນການແຕ້ມ ຂອງຕົນ.



ຈິດຕະກອນ ເຈິ່ນມິງເຕີມ ປະດິດແຕ້ມບັບດາຕົວລະຄອນ ໃນ ຊຸດພາບແຕ້ມ ຜູ້ຄົນໃນລາຊະວົງ ຫງວຽນ II ສຸດທີ່ ມີຊີວິດ ຊີວາ
ແລະ ຟື້ນຄືນໃຫ້ເຫັນສ່ວນໜຶ່ງ ຂອງ ປະຫວັດສາດ ສະ ໄໝລາຊະວົງ ຫງວຽນ ສຸດທ້າຍ
ຂອງ ລະບອບສັກດິນາ ຫວຽດ ນາມ. ພາບ: ຫງວຽນຫວູແທ່ງດາດ



ມູມໜຶ່ງໃນຫ້ອງວາງສະແດງຊຸດພາບແຕ້ມກ່ຽວກັບ ລາຊະວົງ ຫງວຽນ. ພາບ: ຫງວຽນຫວູແທ່ງດາດ


ມວນຊົນເຂົ້າຊົມງານວາງສະແດງ ຊຸດພາບແຕ້ມກ່ຽວກັບ ລາຊະວົງ ຫງວຽນ II. ພາບ: ເອກະສານ


ຜູ້ຊົມມີຄວາມປະທັບໃຈກັບບັນດາພາບແຕ້ມ ກ່ຽວກັບ ຮູບພາບ ທີ່ວາງສະແດງຢູ່ທີ່ນີ້. ພາບ: ເອກະສານ


ຕົວລະຄອນ ຜູ້ຍິງ ໃນ ລາຊະວົງ ຫງວຽນ II ຂອງ ເຈິ່ນມິງເຕີມ ມັກຊ້ອນແຝງຊາຕາກຳທີ່ພິເສດ. ພາບ: ເອກະສານ


ນັກທ່ອງທ່ຽວຕ່າງປະເທດມີຄວາມປະທັບໃຈ ກັບວີທີການ ສະ ແດງຂອງຈິດຕະກອນ ເຈິ່ນມິງເຕີມ ໃນພາບແຕ້ມ ຂອງລາວ. ພາບ: ເອກະສານ


ຊຸດພາບແຕ້ມ ລາຊະວົງ ຫງວຽນ II ຂອງ ຈິດຕະກອນ ເຈິ່ນມິງ ເຕີມ ໄດ້ນຳມາຄວາມແປກໃໝ່ ຕໍ່ທ່ານຜູ້ຊົມ. ພາບ: ເອກະສານ
 
ສຳລັບຫົວຂ້ໍ ລາຊະວົງຫງວຽນ II, ບໍ່ພຽງແຕ່ແຕ້ມຄືນກ່ຽວກັບ ປະຫວັດສາດເທົ່ານັ້ນ, ເຈິ່ນມິງເຕີມ ຍັງສະແດງໃຫ້ເຫັນ ເຖິງ ການກ້າວໄກ ກ່ຽວກັບລັກສະນະສິລະປະ ໂດຍສະເພາະ ແມ່ນ ປະຕິມາກຳ, ການເລືອກຕົວແບບ, ເອົາໃຈໃສ່ເຖິງ ຈຸດລະອຽດ ລະອໍໃນພາບແຕ້ມ. ທັງໝົດນັ້ນໄດ້ຊ່ວຍໃຫ້ ເຈິ່ນມິງເຕີມ ສ້າງ ຂຶ້ນຮູບພາບ ທີ່ມີເອກະລັກກ່ຽວ ກັບຜູ້ຄົນ ທີ່ເປັນປະຫວັດສາດ ຈຳນວນໜຶ່ງໃນລາຊະວົງ ຫງວຽນ.

ຈິດຕະກອນໄດ້ເປີດຄວາມໃນໃຈວ່າ: “ສຳລັບພາບເຈົ້າຊີວິດ ຢາລອງ, ຂ້າພະເຈົ້ານຳໃຊ້ການຈັດວາງແບບສົມດຸນ ຂອງ ຊາວ ອາຊີຕາເວັນອອກ ສົມທົບກັບການແຕ້ມເປັນກຸ່ມກ້ອນ ຕາມເຕັກນິກ ຂອງ ຕາເວັນຕົກ ເພື່ອສ່ອງແສງ ຍຸກສະໄໝ ທີ່ ກະສັດ ຢາລອງ ຂຶ້ນຄອງລາດ, ຊຶ່ງກົງກັບ ເວລາທີ່ ຫວຽດນາມ ພວມມີການປັບຕົວເຂົ້າໃກ້ກັບຕາເວັນຕົກ ແລະ ມີການເຊື່ອມ ໂຍງ ລະຫວ່າງວັດທະນະທຳຕາເວັນອອກ-ຕາເວັນຕົກ. ທາງ ຫຼັງຂອງພາບເຈົ້າຊີວິດ ຢາລອງ, ຂ້າພະເຈົ້າ ໄດ້ວາດຈຸດພື້ນ ຖານ ຂອງ ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຂອງ ຫວຽດນາມ…”

ພາບແຕ້ມຜູ້ຄົນໃນລາຊະວົງ ຫງວຽນ II ຕ່າງກໍໄດ້ສະແດງ ໃຫ້ເຫັນເຖິງອາລົມມ່ວນຊື່ນ, ໂສກເສົ້າ, ອາໄລອາວອນ ນັບ ທັງຄວາມຮັກ ຕ່ໍການສູນເສຍ ຂອງ ບັນດາສະມາຊິກ ໃນ ວົງ ສານຸວົງ. ພາບແຕ້ມ “ເຈົ້າຊີວິດ ຢຸຍເຕີນ ແລະ ນາງ ໂຮ່ທິຈີ”, ແທນທີ່ຈະຕ້ອງເນັ້ນເຖິງພະອົງ ຜູ້ເປັນກະສັດ ທີ່ໂດ່ງດັງ ຍ້ອນ ຄວາມຮັກຊາດນັ້ນ, ພາບແຕ້ມພັດເລັ່ງໃສ່ຜູ້ຍິງເຊິ່ງ ແຕ່ໃດໆ ມາ ຍາມໃດກໍສວມບົດບາດເປັນສຳຮອງ. ແຕ່ໃນພາບແຜ່ນນີ້, ເຈົ້າຊີວິດ ຢຸຍເຕີນ ປະກົດຕົວພຽງເປັນເງົາ ຢູ່ເບື້ອງຫຼັງບ່າຂອງ ນາງໂຮ່ທິຈີ. ຜູ້ຊົມຈະຖືກຈັບຕາໃສ່ໃຈ ຕ່ໍພາບນາງ ໂຮ່ທິຈີ ໃນ ຊຸດເສື້ອຍາວສີໂດດເດັ່ນພ້ອມໆ ກັບນົກຍຸງທີ່ເປັນສັນຍາລັກ ແກ່ຄຸນສົມບັດ ແລະ ມີສະເໜ່. ຍ້ອນຄວາມຜັນແປ ຂອງສະ ຖານະການ ແລະ ເຊັ່ນດຽວກັບຊາຕາ ຂອງຜູ້ຍິງບໍ່ຈັກວ່າເທົ່າ ໃດໃນຍຸກນັ້ນ, ນາງໂຮ່ທິຈີ ກໍຫຼີກບໍ່ພົ້ນ ຈາກການສິ້ນສຸດທີ່ ເສົ້າສະຫຼົດໃຈ ສຳລັບຕົນເອງ. ອາດເວົ້າໄດ້ວ່າ, ຊຸດພາບແຕ້ມ ຜູ້ຄົນໃນລາຊະວົງຫງວຽນ II  ແມ່ນຊາບຊຶ້ງໄປດ້ວຍຄຸນຄ່າ ມະນຸດສະທຳ ອັນເລິກເຊິ່ງນີ້ແມ່ນຜົນສຳເລັດ ຂອງ ຈິດຕະ ກອນ ເຈິ່ນມິງເຕີມ.


ເຈົ້າຊີວິດ ຢາລອງ (1802-1820). ພາບ: ຫງວຽນຫວູແທ່ງດາດ


ເຈົ້າຊີວິດ ແທ່ງຖ໋າຍ(1889-1907). ພາບ: ຫງວຽນຫວູແທ່ງດາດ


ນາງ ໂຮ່ຈີ໋ລາກ, ພະມະເຫສີຂອງ ເຈົ້າຊີວິດ ແທ່ງຖ໋າຍ.  ພາບ: ຫງວຽນຫວູແທ່ງດາດ


ເຈົ້າຊີວິດ ຢຸຍເຕີນ(1907-1916). ພາບ: ຫງວຽນຫວູແທ່ງດາດ


V
ເຈົ້າຊີວິດ ຢຸຍເຕີນ ແລະ ນາງ ໂຮ່ທິຈີ. ພາບ: ຫງວຽນຫວູແທ່ງດາດ


ເຈົ້າຊີວິດ ຂ່າຍດິ້ງ(1916-1925). ພາບ: ຫງວຽນຫວູແທ່ງດາດ


ເຈົ້າຊີວິດ ບ່າວດ້າຍ(1926-1945)  ແລະ ພະລາຊີນີ ນາມ ເຟືອງ ໃນວັນແຕ່ງງານ. ພາບ: ເອກະສານ


ພະລາຊີນີ ນາມເຟືອງ (ທາງຫຼັງແມ່ນແມ່ນຳ້ເຮືອງ). ພາບ: ຫງວຽນຫວູແທ່ງດາດ


ພະລາຊີນີ ນາມເຟືອງ. ພາບ: ຫງວຽນຫວູແທ່ງດາດ


ເຈົ້ານາຍ. ພາບ: ເອກະສານ


ພາບ ມະເຫສີ. ພາບ: ຫງວຽນຫວູແທ່ງດາດ


ຂັບ “ໂບ້ຍ”. ພາບ: ຫງວຽນຫວູແທ່ງດາດ

ບົດ & ພາບ: ຫງວຽນຫວູແທ່ງດາດ & ເອກະສານ

ບັນດາບົດທີ່ຖືກນຳສະເໜີ