01/02/2018 09:18 GMT+7 Email Print Like 0

ຟຸ່ງກວາງອວ໋າງ-ນັກສິລະປິນ ນຳໂຕຫຸ່ນ ຂອງ ພາກເໜືອ ເຂົ້າມາສະເໜີຢູ່ພາກໃຕ້

ຈາກ ຮ່າໂນ້ຍ ມາຍັງນະຄອນ ໂຮ່ຈີມິນ ເມື່ອປີ 2007, ນັກສິລະ ປິນ ຟຸ່ງກວາງແອ໋ວງ ເອົາໄປນຳບັນດາໂຕຫຸ່ນຂອງຕົນ ເພື່ອການ ສະເໜີສູ່ແຜ່ນດິນພາກໃຕ້ ແລະ ທ່ານເອງກໍເປັນ ໜຶ່ງ ໃນຈຳນວນ ບຸກຄົນທີ່ຫາຍາກ ຢູ່ພາກໃຕ້ຢຶດໝັ້ນກັບອາຊີບ ເຮັດ ຫຸ່ນນຳ້. 
ສິລະປະ ເຮັດຫຸ່ນນຳ້ ມັກໄດ້ເອີ່ຍເຖິງຢູ່ພາກເໜືອ, ແຕ່ບໍ່ຄ່ອຍເວົ້າ ເຖິງ ຢູ່ ພາກໃຕ້ ຊຶ່ງເປັນບ່ອນທີ່ມີຈຸດວັດທະນະທຳ ສະເພາະທ້ອງ ຖິ່ນ ກັບບັນດາເລື່ອງລາວ ທີ່ດຶງດູດຈັບໃຈ. ດ້ວຍຄວາມປາດຖະ ໜາ ແລະ ຕັດສິນໃຈ ນຳສິລະປະຫຸ່ນນຳ້ ເຂົ້າສູ່ວັດທະນະທຳພາກ ໃຕ້, ນັກສິລະປິນ ຟຸ່ງກວາງແອ໋ວງ ໄດ້ຕັ້ງອົກຕັ້ງໃຈ ກັບການປະ ດິດສ້າງ ບັນດາລາຍການສະແດງ ຫຸ່ນນຳ້ ທີ່ມີສີສັນວັດທະນະທຳ ຂອງຄົນພາກໃຕ້ເຊັ່ນ: ງານບຸນຕະຫຼາດເທິງແມ່ນຳ້ ກ໋າຍຣັງ (ແຂວງ ເກິ່ນເທີ), ແຂ່ງງົວ ໄບ໋ນຸ໋ຍ (ແຂວງ ອານຢາງ), ງານ ບຸນ ສະແດງຄ້ອງ ໄຕງວຽນ... ຊຶ່ງໄດ້ໂຮງລະຄອນ, ໜ່ວຍສະແດງ ຫຼາຍແຫ່ງຈັບຈອງ ແລະ ສະແດງ.

ມາຮອດປັດຈຸບັນ, ເກືອບທັງໝົດໜ່ວຍສະແດງຫຸ່ນນຳ ້ຢູ່ນະຄອນ ໂຮ່ຈີມິນ ຕ່າງກໍນຳໃຊ້ຜະລິດຕະພັນຂອງທ່ານ ແອ໋ວງ. ມີຫຸ່ນນຳ້ ຫຼາຍໂຕ ຂອງນັກສິລະປິນໄດ້ຖືກນຳໃຊ້ ເພື່ອການສະແດງ ແຕ່ ເໜືອ ຮອດໃຕ້ ແລະ ໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ຊົມ ເປັນຈຳນວນຫຼາຍ.


ນັກສິລະປິນຫຸ່ນນຳ້ ຟຸ່ງກວາງແອ໋ວງ. 


ໄມ້ເດື່ອເປັນວັດຖຸດິບຕົ້ນຕໍ ເພື່ອການຜະລິດຫຸ່ນນຳ້. 


ເຄື່ອງມືຜະລິດຫຸ່ນນຳ້ຂອງນັກສິລະປິນ ຟຸ່ງກວາງແອ໋ວງ.


ຄູ່ມືປະດິດສ້າງແຕ່ລະສ່ວນລາຍລະອຽດ ຂອງໂຕຫຸ່ນນຳ້. 


ບັນດາສ່ວນລາຍລະອຽດຂອງຫຸ່ນນຳ້ ຊຶ່ງ ທ່ານ ແອ໋ວງ ເອົາໃຈໃສ່ ຢ່າງພິຖີພິຖັນ ແລະ ລະມັດລະວັງ. 


ທ່ານ ແອ໋ວງ ໃຫ້ຮູ້ວ່າ ເຄັດລັບໃນການເຮັດຫຸ່ນນຳ ້ ແມ່ນຕ້ອງ ມີຄວາມຕະຫຼົກເຮຮາ ເພື່ອສ້າງສຽງຫົວ ດຶງດູດຈັບໃຈຜູ້ຊົມ. 


ຂັ້ນຕອນທາສີ, ແຕ່ງຕົວໃຫ້ແກ່ຜະລິດຕະພັນຫຸ່ນນຳ້ ສຳເລັດຮູບ.


ຜະລິດຕະພັນຫຸ່ນນຳ້ຈຳນວນໜຶ່ງ ໃນໂຮງຜະລິດຂອງທ່ານແອ໋ວງ. 


ທ່ານ ແອ໋ວງ ແລະ ຜະລິດຕະພັນຫຸ່ນນຳ້ ເປັນທີ່ສຸດຂອງຕົນ. 

ເຄີຍຮຽນວິຊາຄວັດ (ໂຮງຮຽນດົນຕີ ລະບາຍສີຊັ້ນກາງ), ເພາະ ສະນັ້ນເພິ່ນມີພອນສະຫວັນ ໃນການປະດິດສ້າງອອກ ບັນດາໂຕ ຫຸ່ນນຳ້. ແຕ່ຫາກວ່າ, ຕາມຄວາມຄິດຂອງທ່ານແອ໋ວງ ເພື່ອນຳ ເອົາ ຈຸດວັດທະນະທຳ ມູນເຊື້ອ ເຂົ້າສູ່ໂຕຫຸ່ນ, ນັກສິລະປິນ ຕ້ອງ ມີຄວາມຮູ້ເລັກນ້ອຍ ກ່ຽວກັບວັດທະນະທຳ ຂອງຊາດ ຍ້ອນ ມັນ ຫວນຄືນໃຫ້ເຫັນວັດທະນະທຳ ທີ່ເປັນມູນເຊື້ອ ຂອງຊາດ ຈຶ່ງສາມາດ ເຮັດໃຫ້ໂຕຫຸ່ນ ມີຊີວິດຊີວາ ໄດ້.

ຈາກວັດຖຸດິບໃນເບື້ອງຕົ້ນແມ່ນບັນດາທ່ອນໄມ້ເດື່ອ, ທ່ານ ແອ໋ວງ ຈຶ່ງເລີ່ມຕົ້ນການ ຄວັດເຈາະ ສ້າງເປັນຮູບຮ່າງໂຕຫຸ່ນ ທີ່ສວຍງາມ ແລະ ມີຄວາມປະສົມກົມກຽວກັນ. ເຄັດລັບໃນການສ້າງຮູບ ຂອງ ທ່ານແອ໋ວງ ແມ່ນບັນດາຕົວລະຄອນທີ່ສ້າງອອກມາ ຕ້ອງມີຄວາມ ຕະຫຼົກເລັກນ້ອຍ ເພື່ອສາມາດສ້າງສຽງຫົວ ແລະ ດຶງດູດຈັບໃຈ ທ່ານ ຜູ້ຊົມໃຫ້ໄດ້.


ຕົວລະຄອນໃນລາຍການສະແດງຫຸ່ນນຳ້ “ຟ້ອນນົກຫົງ”. 


ຕົວລະຄອນໃນລາຍການສະແດງ “ກອງບຸນ”.


ຕົວລະຄອນໃນລາຍການສະແດງ “ວິງກີວບ໋າຍໂຕ໊”.


ຕົວລະຄອນໃນລາຍການສະແດງ “ບາດຕຽນ”. 


ລາຍການສະແດງຫຸ່ນນຳ້ “ພາຍເຮືອ”. 


ຕົວລະຄອນໃນລາຍການສະແດງ “ຕຶກກົບ”. 


ຜະລິດຕະພັນຫົວມັງກອນສຳເລັດຮູບຂອງທ່ານ ແອ໋ວງ. 


ຜະລິດຕະພັນຫຸ່ນນຳ້ ຂອງນັກສິລະປິນ ແອ໋ວງ ບັນລຸໄດ້ ຄວາມ ປານີດ, ສົມດູນກັນ ແລະ ເໝາະ ກັບຄວາມຕ້ອງການ ຂອງໜ່ວຍ ສະແດງ. 

ກວ່າ 23 ປີ ທີ່ຢຶດໝັ້ນກັບອາຊີບ, ທ່ານ ຟຸ່ງກວາງແອ໋ວງ  ຖືວ່າເປັນ ຜູ້ຫາຍາກ ຢູ່ໄຊງ່ອນ ທີ່ທຳອາຊີບ ເຮັດຫຸ່ນນຳ້. ປັດຈຸບັນ ທ່ານ ກຳລັງມີແຜນ ກໍ່ສ້າງສະຖານທີ່ແຫ່ງໜຶ່ງ ໃນອະນາຄົດອັນ ໃກ້ໆ ນີ້ ສຳລັບສະເພາະການຜະລິດ ແລະ ສະແດງຫຸ່ນນຳ້ ເພື່ອ ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ຕ່າງປະເທດສາມາດມາຊອກຮູ້ ແລະ ເຫັນກັບຕາ ການສະແດງ ສິລະປະຫຸ່ນນຳ.້ ທັງນີ້ກໍຍ້ອນ ຕົວທ່ານ ເອງ ມີ ຄວາມປາດຖະໜາ ຢາກແນະນຳສູ່ທ່ານຜູ້ຊົມວັດທະນະທຳ ທີ່ເປັນເອກະລັກ ຂອງຊາດ ຈາກນັ້ນພ້ອມກັນ ເສີມຂະຫຍາຍ ແລະ ອະນຸລັກຮັກສາ. 


 

ການສະແດງຫຸ່ນນຳ້ ແມ່ນຮູບການສິລະປະ ສະແດງເທິງເວທີ ພື້ນ ເມືອງທີ່ເປັນມູນເຊື້ອ ຂອງຄົນຫວຽດ ຊຶ່ງໄດ້ກຳເນີນຂຶ້ນ ຢູ່ເຂດທົ່ງ ພຽງພາກເໜືອ ແຕ່ສະຕະວັດທີ XI ແລະ  ຖືວ່າ ເປັນຈຸດວັດທະນະທຳ ທີ່ບໍ່ມີຕົວຕົນ ທີ່ເປັນເອກະລັກ. ຮູບແບບນີ້ ນຳໃຊ້ໂຕຫຸ່ນເພື່ອ ການສະແດງເລື່ອງ ຫຼື ຫຼິ້ນລະຄອນ ຢູ່ເທິງໜ້ານຳ້ ໃນໂອກາດ ມີ ງານບຸນ ຫຼື ປີໃໝ່. ສິລະປະສະແດງຫຸ່ນມີຫຼາຍຢູ່ໃນໂລກ ແຕ່ ການສະແດງຫຸ່ນນຳ້ ປະກົດວ່າ ມີພຽງແຕ່ຢູ່ຫວຽດນາມເທົ່ານັ້ນ. 

(ຕາມ  Wikipedia) 

 
ບົດ: ເຊີນເງ້ຍ-ພາບ: ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ