ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຮອງສາດສະດາຈານ, ປະລິນຍາເອກ ເລກວ໋ກຫຼີ໋, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ນັບທັງລາວ ແລະ ຫວຽດນາມລ້ວນແຕ່ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ໃນນັ້ນຖືເອົາການພັດທະນາເສດຖະກິດເປັນຈຸດສຸມ, ການກໍ່ສ້າງພັກເປັນຫຼັກແຫຼ່ງ, ປ່ຽນແປງໃໝ່ລະບົບການເມືອງເທື່ອລະກ້າວ, ປ່ຽນແປງວິທີການນຳພາຂອງພັກ, ດຳເນີນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ວິວັດການກໍ່ສ້າງ, ປ່ຽນແປງໃໝ່ລະບົບການເມືອງຢູ່ທັງສອງປະເທດໃຫ້ບັນລຸໄດ້ໝາກຜົນສຳຄັນ;
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຫັນດີເປັນເອກະພາບໂດຍຖືວ່າ, ລະບົບການເມືອງຂອງລາວ ແລະຫວຽດນາມ ໄດ້ມີການປ່ຽນແປງ, ມີການປັບຕົວຢ່າງເໝາະສົມ ແລະ ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງການພັດທະນາພື້ນຖານເສດຖະກິດຕະຫຼາດ, ກຳນົດທິດສັງຄົມນິຍົມ, ຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ຢັ້ງຢືນໄດ້ບົດບາດຂອງຕົນໃນວິວັດການເຊື່ອມໂຍງ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)