18/11/2018 10:11 GMT+7 Email Print Like 0

ພົບປະກັບຄອບຄົວທີ່ມີຄວາມເມົາມົວແຕ້ມຮູບຜະໜັງ ແລະ ສິລະປະແກະຄວັດສະຫຼັກລວດລາຍ ຂະແມ

      ໃນວົງການບັນດາຜູ້ມັກແຕ້ມຮູບຜະໜັງ ແລະ ສິລະປະແກະຄວັດສະຫຼັກລວດລາຍຂອງຊາວ ຂະແມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນປະຈຸບັນ, ຕ້ອງໄດ້ເວົ້າເຖິງຄູ່ຜົວເມຍເອື້ອຍ ເຊີນຊ່າແທ ແລະ ອ້າຍ ເລິມຟຽນ, ຢູ່ຕາແສງ 2, ນະຄອນ ຊອັກຈັງ, ແຂວງ ຊອັກຈັງ.

ອ້າຍ ເລິມຟຽນ ພວມແຕ້ມຮູບຜະໜັງ
      ເຖິງວ່າອາຍຸຍັງໜຸ່ມແໜ້ນກໍ່ຕາມ ແຕ່ຄູ່ຜົວເມຍນີ້ໄດ້ປະຕິບັດການແຕ້ມຮູບຜະໜັງນັບຮ້ອຍຮູບດ້ວຍຄວາມປານີດລະອຽດລະອໍ, ເປັນເອກະລັກສະເພາະຢູ່ວັດ ຂະແມ ແຫ່ງຕ່າງໆ ຫຼື ແຕ້ມຮູບຢູ່ບັນດາເຮືອງໍ (ເຮືອຍາວ) ທີ່ງານບຸນຊ່ວງເຮືອງໍບົດຂຽນຂອງ ແທັກຮົ່ງ, ນັກຂ່າວ VOV.
        ໃນຊຸມວັນຂອງງານບຸນ ອັອກອອມບອັກ - ງານບຸນຊ່ວງເຮືອງໍທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນ ຂະແມ ທາງພາກໃຕ້ ຍັບໃກ້ເຂົ້າມາ, ເລື່ອງແຕ້ມລວດລາຍໃສ່ເຮືອງໍ ກະກຽມໃຫ້ແກ່ງານບຸນຍິ່ງກາຍເປັນວຽກງານອັນຮີບດ່ວນສຳລັບບັນດາວັດຂະແມ ແຫ່ງຕ່າງຢູ່ແຂວງ ຊອັກຈັງ. ເລື່ອງສ້າງຄວາມງາມໃຫ້ເຮືອງໍນັບສິບໆລຳນັບແຕ່ຫຼາຍປີມານີ້, ຜົວເມຍເອື້ອຍ ເຊີນຊ່າແທ ແລະ ອ້າຍ ເລິມຟຽນ ໄດ້ຮັບເຊີນໄປປະດັບປະດາແຕ້ມລວດລາຍໃສ່ເຮືອງໍຂອງວັດແຫ່ງຕ່າງໆ.
        ພວກຂ້າພະເຈົ້າໄດ້ພົບປະກັບຜົວເມຍເອື້ອຍ ເຊີນຊ່າແທ ແລະ ອ້າຍ ເລິມຟຽນ ເມື່ອເຂົາເຈົ້າພວມແຕ້ມລວດລາຍຂັ້ນຕອນສຸດທ້າຍໃສ່ເຮືອງໍຂອງວັດ ໄດຕ່າຊົ໊ວ ຢູ່ບ້ານ ຊອັກຊ່ວາຍ, ຕາແສງ ຝູໝີ, ເມືອງ ໝີຕູ໋, ແຂວງ ຊອັກຈັງ. ເອື້ອຍ ຊ່າແທ ໃຫ້ຮູ້ວ່າ: ເຮືອງໍທັງໝົດຂອງຊາວ ຂະແມ ລ້ວນແຕ່ມີລວດລາຍ ແລະ ສັນຍາລັກສະເພາະ. ສຳລັບ ວັດ ໄດຕ່າຊົ໊ວ ນັ້ນແມ່ນແຕ້ມສິງໂຕຢູ່ຫົວເຮືອ. ນີ້ແມ່ນຈຸດພົ້ນເດັ່ນ ດັ່ງນັ້ນຂັ້ນຕອນການເລືອກຕຳແໜ່ງການແຕ້ມ ລວດລາຍໃສ່ນັ້ນແມ່ນເຮັດແນວໃດເມື່ອເບິ່ງແລ້ວໃຫ້ມີຊີວິດຊີວາແມ່ນສຳຄັນທີ່ສຸດ:
        ຖ້າຫາກວ່າສອງຄົນພ້ອມກັນແຕ້ມນັ້ນຈະໃຊ້ເວລາປະມານອາທິດໜຶ່ງກໍ່ແລ້ວ. ໃນນັ້ນພາກສ່ວນລຳຕົວຂອງເຮືອງໍຈະໃສ່ເວລາ 3 ວັນທັງຂັ້ນຕອນການແຕ້ມ ແລະ ລະບາຍສີ. ສຳລັບຫົວເຮືອແມ່ນໃຊ້ເວລາມື້ໜຶ່ງ ແລະ ຫາງເຮືອກໍ່ເຊັ່ນກັນ, ແຕ່ວ່າແຕ້ມຫົວ ແລະ ຫາງເຮືອນັ້ນແມ່ນຍາກທີ່ສຸດ, ຍ້ອນວ່າຕ້ອງຄິດໄລ່ຊັ່ງຊາຄືແນວໃດໃຫ້ທັງ 2 ສ່ວນມັນເຂົ້າກັນ.
        ຜ່ານບັນດາຮູບແຕ້ມຂອງອ້າຍເອື້ອຍ, ຜູ້ຊົມກໍ່ສາມາດເຂົ້າໃຈໄດ້ຫຼາຍກ່ວາກ່ຽວກັບວັດທະນະທຳຂອງຊາວ ຂະແມ ທາງພາກໃຕ້ມີຫຼາຍຮູບຫຼາຍສີ, ອຸດົມສົມບູນ ແລະ ຍາມໃດກໍ່ຕິດພັນກັບສາສະໜາພຸດນິກາຍນິຣະຍານຂອງ ຂະແມ. ເມື່ອຕີລາຄາກ່ຽວກັບບັນດາຮູບລວດລາຍໂດຍຜົວເມຍເອື້ອຍ ເຊີນຊ່າແທ ແຕ້ມໃສ່ເຮືອງໍຂອງວັດຕົນ, ທ່ານ ແທັກເຮີ, ຜູ້ຕາງໜ້າວັດ ໄດຕ່າຊົ໊ວ ໄດ້ແບ່ງປັນວ່າ:
        ຂ້າພະເຈົ້າເຫັນວ່າບັນດາຮູບແຕ້ມນີ້ມີຫຼາຍຮູບຫຼາຍສີ, ຈິດຕະກອນຄົນອື່ນໆກໍ່ບໍ່ມີສີມືເທົ່າກັບເອື້ອຍ ເຊີນຊ່າແທ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງເຫັນດີເຊື້ອເຊີນເອື້ອຍມາແຕ້ມ ແລະ ປະດັບປະດາໃສ່ເຮືອງໍຂອງວັດນີ້. ພາຍຫຼັງເຮັດສຳເລັດ, ພວກຂ້າພະເຈົ້າມີຄວາມພໍໃຈຫຼາຍ.

     
      ເອື້ອຍ ເຊີນຊ່າແທ ໃຫ້ຮູ້ວ່າ, ສຳລັບສິລະປະການແຕ້ມ, ຖ້າອີງໃສ່ພຽງແຕ່ພອນສະຫວັນຢ່າງດຽວແມ່ນຍັງບໍ່ທັນພຽງພໍເທື່ອ, ຕ້ອງມີຄວາມເມົາມົວ, ມັກຮ່ຳມັກຮຽນ ແລະ ມີຫົວຄິດປະດິດສ້າງນຳອີກ. ເອື້ອຍ ເຊີນຊ່າແທ ແມ່ນນັກສິລະປະການລຸ້ນທີ 3 ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວມີມູນເຊື້ອເມົາມົວກັບການແຕ້ມຮູບໃສ່ຝາວັດແຫ່ງຕ່າງໆຂອງ ຂະແມ ແລະ ແກະຄວັດສະຫຼັກຢູ່ໜ່ວຍ 5, ຕາແສງ 2, ນະຄອນ ຊອັກຈັງ, ແຂວງ ຊອັກຈັງ. ເມື່ອເອື້ອຍ ເຊີນຊ່າແທ ມີອາຍຸ 14 ປີ, ພໍ່ເຖົ້າຂອງລາວ ເຊິ່ງເປັນນັກສິລະປະການຊື່ດັ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແມ່ຂອງລາວກໍ່ແມ່ນນັກສິລະປະການດີເດັ່ນ ໄດ້ຖ່າຍທອດບັນດາຄວາມຮູ້ດ້ານສິລະປະແຕ່ຂັ້ນພື້ນຖານຕະຫຼອດຮອດລະດັບສູງໃຫ້ແລ້ວ. ດ້ວຍພອນສະຫວັນ ແລະ ສີມືທີ່ຄ່ອງແຄ້ວ ພ້ອມກັບການມີຫົວຄິດປະດິດສ້າງຂອງຕົນ, ເອື້ອຍໄດ້ກາຍເປັນນັກສິລະປະການແຕ້ມອາຊີບ, ໄດ້ຮັບຄຳເຊື້ອເຊີນຈາກວັດ ຂະແມຫຼາຍແຫ່ງຢູ່ ຊອກຈັງ, ບາກລຽວ, ຈ່າວີງ ເພື່ອໄປແຕ້ມບັນດາລວດລາຍຕ່າງໆໂດຍອີງໃສ່ເທບນິຍາຍຂອງພຸດທະສາສະໜາ. ເອື້ອຍ ເຊີນຊ່າແທ ໃຫ້ຮູ້ວ່າ:
        ຂ້າພະເຈົ້າຮຽນແຕ້ມແຕ່ຄາວມີອາຍຸ 8 ປີ, ເມື່ອອາຍຸໄດ້ 14 ປີກໍ່ແຕ້ມເປັນແລ້ວ, ແຕ່ຍ້ອນຄ້າງຄາກັບການຮ່ຳຮຽນດັ່ງນັ້ນຈຶ່ງຍັງບໍ່ທັນໄປຮັບແຕ້ມຫຼາຍປານໃດ. ທຳອິດກໍ່ເຫັນວ່າແຕ້ມຍາກຫຼາຍ, ແຕ່ຍ້ອນມີພອນສະຫວັນ, ຄວາມເມົາມົວ, ມັກຮັກໃນການແຕ້ມດັ່ງນັ້ນຂ້າພະເຈົ້າຈຶ່ງຮຽນຂະແໜງແຕ້ມ. ນີ້ກໍ່ແມ່ນອາຊີບມູນເຊື້ອຂອງຄອບຄົວຂ້າພະເຈົ້າ.
        ຮອດປີ 1995, ເອື້ອຍ ເຊີນຊ່າແທ ໄດ້ແຕ່ງງານກັບອ້າຍ ເລິມຟຽນ ກໍ່ແມ່ນລູກສິດຂອງພໍ່ເຖົ້າຕົນ. ຮອດປີ 1996, ຜົວເມຍເອື້ອຍ ເຊີນຊ່າແທ ໄດ້ຮັບຄຳເຊີນໃຫ້ໄປແກະຄວັດສະຫຼັກ ແລະ ແຕ້ມຮູບໃສ່ຝາຫໍບູຊາໃຫຍ່…ບັນດາຜະລິດຕະພັນໂດຍຜົວເມຍເອື້ອຍ ເຊີນຊ່າແທ ປະຕິບັດນັ້ນມີຄວາມປານີດລະອຽດອ່ອນ, ມີຊີວິດຊີວາ, ບັນດາເຈົ້າອາວາດວັດໄດ້ຍ້ອງຍໍຊົມເຊີຍ, ດີໃຈຫຼາຍ.
        ຜົວຮັບຜິດຊອບຂັ້ນຕອນແກະຄວັດສະຫຼັກ, ສ່ວນເມຍແມ່ນຮັບຜິດຊອບການແຕ້ມຮູບຜະໜັງ, ເອື້ອຍ ເຊີນຊ່າແທ ແລະ ອ້າຍ ເລິມຟຽນ ໄດ້ສົມທົບກັນສ້າງໃຫ້ມີບັນດາຮູບແຕ້ມທີ່ມີຊີວິດຊີວາ. ອ້າຍ ເລິມຟຽນ ແບ່ງປັນວ່າ:
        ຂ້າພະເຈົ້າມັກຮັກອາຊີບນີ້ຫຼາຍຍ້ອນວ່າແມ່ນອາຊີບທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ ດັ່ງນັ້ນຂ້າພະເຈົ້າຈຶ່ງພະຍາຍາມອະນຸລັກຮັກສາໄວ້. ກ່ອນນີ້ຂ້າພະເຈົ້າພຽງແຕ່ຮຽນແກະຄວັດສະຫຼັກເທົ່ານັ້ນ, ຫຼັງຈາກນັ້ນຈຶ່ງຮຽນແຕ້ມ. ປະຈຸບັນຂ້າພະເຈົ້າສາມາດແກະຄວັດສະຫຼັກໄດ້ທຸກສິ່ງທຸກຢ່າງຕາມຄວາມຕ້ອງການຂອງແຂກ.
        ສຳລັບຄວາມປີຊາສາມາດຂອງຕົນ, ນັບແຕ່ຫຼາຍປີມານີ້, ຜົວເມຍເອື້ອຍ ເຊີນຊ່າແທ ແລະ ອ້າຍ ເລິມຟຽນ ມີຫຼາຍຮູບແຕ້ມໄດ້ ແລະ ພວມໄດ້ຮັບການອານຸລັກຮັກສາໄວ້ຢູ່ວັດ ຂະແມແຫ່ງຕ່າງໆໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຜ່ານນັ້ນ, ປະກອບສ່ວນແທດຈິງເຂົ້າໃນການອະນຸລັກຮັກສາ ແລະ ພັດທະນາສີສັນວັດທະນະທຳຂອງຊາວ ຂະແມ ທາງພາກໃຕ້.
 (ແຫຼ່ງຄັດຈາກ VOV)