06/05/2018 19:20 GMT+7 Email Print Like 0

ພິທີ ແລະ ຄ່ານິຍົມຕ່າງໆ ການຫຼິ້ນ ໃນໂອກາດປີໃໝ່ ຢູ່ກຸງເກົ່າ ເຫວ້ ສະໄໝປາງກ່ອນ

ສູນອະນຸລັກຮັກສາບູຮານສະຖານກຸງເກົ່າ ເຫວ້ ໄດ້ ເສີມສ້າງ ແລະ ສະແດງຄືນໃໝ່ ພິທີ ແລະ ການລະຫຼິ້ນຕ່າງໆ ໃນວັງຫ້າມ ສະໄໝລາຊະວົງ ຫງວຽນ (1802 – 1945), ລາຊະວົງ ສັກດິນາ ສຸດທ້າຍ ຢູ່ຫວຽດນາມ ຊຶ່ງ ດຶງດູດ ນັກທ່ອງທ່ຽວທີ່ມາ ເຫັນ ປະຈັກຕາ ແລະ ຄົ້ນພົບ ເປັນຈຳນວນຫຼວງຫຼາຍ.
ພິທີຕ່າງໆ ຢູ່ບ່ອນກຸງເກົ່າ ເຫວ້
ເບື້ອງຕົ້ນຄິດວ່າ ເລື່ອງລາວຕ່າງໆ ໃນສະໄໝກ່ອນ ພຽງຖືກບັນ ທຶກໄວ້ ໃນປຶ້ມປະຫວັດສາດເທົ່ານັ້ນ, ແຕ່ວ່າ ໃນໂອກາດ ບຸນ ເຕັດ ປີຈໍ 2018 ນີ້, ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມ ດ້າຍໂນ້ຍ ເຫວ້ (ພາຍໃນວັງ) ໄດ້ເຫັນກັບຕາ ບັນດາຮີດຄອງປະເພນີທີ່ ແປກໆ ໃນການດຳລົງຊີວິດ ພາຍໃນພະລາຊະວັງ ເຫວ້ ໂດຍ ຜ່ານການເຄື່ອນໄຫວ ຟື້ນຟູຄືນໃໝ່ ພິທີຕ່າງໆ ທີ່ເຄີຍຈັດຂຶ້ນ ໃນ ອາກາດປີ ໃໝ່ເຊັ່ນ: ພິທີ ເຖື໊ອງຕຽວ (ປູກຕົ້ນກະຖິນ), ປ່ຽນ ຜຽນເວນຍາມ, ການເຄື່ອນໄຫວ ຂອງ ກອງທະຫານ ໃນວັງ, ບັນ ດາພິທີ ຟ້ອນລຳທຳເພງ ໃນພະລາຊະວັງ ອວຍພອນປີໃໝ່ ເຈົ້າ ຊີວິດ, ພະລາຊີນີ ແລະ ບັນດາເມຍນ້ອຍ ຂອງເຈົ້າຊີວິດ ສະໄໝ ລາຊະວົງ ຫງວຽນ ແລະ ອື່ນໆ ອີກຫຼາຍຢ່າງ...

ທ່ານ ປອ. ຟານແທງຫາຍ ຜູ້ອຳນວຍການ ສູນອະນຸລັກ ຮັກສາ ບູຮານສະຖານກຸງເກົ່າ ເຫວ້ ສະໄໝລາຊະວົງ ຫງວຽນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວດ້ານພິທີ ກ່ອນ ແລະ ຫຼັງບຸນປີໃໝ່ປະຈຳ ຊາດ ໄດ້ຈັດຂຶ້ນຢ່າງຊົງກຽດ ແລະ ຮອບຄອບ, ແຕກຕ່າງ ກັບ ບັນດາພິທີ ຂອງ ສາມັນຊົນ ຢູ່ພາຍນອກ ຢ່າງຂາດຂັ້ນ, ບາງພິທີ ແມ່ນອົງກະສັດ ເປັນເຈົ້າພາບ, ບັນຊາ ແລະ ຈັດຕັ້ງ.



ນຳໜ້າຄະນະ ເຖື໋ອງຕຽວ (ປູກຕົ້ນກະຖິນ) ແມ່ນພະຍາສອງຄົນ ຍໍກາຈໍ້າ ຂອງ ລາຊະວົງ ຫງວຽນ. ພາບ: ແທງຮ່ວາ 


ມີ 10 ຄົນ ຖືບົດບາດ ເປັນທະຫານໃນວັງ ຫາມ ຕົ້ນກະຖິນໃຫຍ່ ທີ່ເຮັດຈາກໄມ້ໄຜ່ ທີ່ມີກິ່ງ ແລະ ໃບ. ພາບ: ແທງຮ່ວາ


ວິທີປູກຕົ້ນກະຖິນ ຢູ່ວັງ ລອງອານ ໄດ້ດຳເນີນໄປ ຢ່າງສົມກຽດ. ພາບ: ແທງຮ່ວາ


ກອງອາລັກຂາ ລາຊະວົງ ຫວຽນ ກ່ອນການປ່ຽນຜຽນຍາມ ຢູ່ ງໍ້ມົນ. ພາບ: ແທງຮ່ວາ


ຟື້ນຟູຄືນ ຮູບພາບ ກອງອາລັກຂາ ໂດຍພະຍາ ຮັກສາກຳແພງ ດ້ານໜ້າ ກ້າວເຂົ້າສູ່ ຕື່ເກີ໋ມແທ່ງ ຜ່ານ ທິດປະຕູ ງໍ້ມົນ. ພາບ: ແທງຮ່ວາ


“ຈິ່ງເຕື່ອງເຕີບແຄ໋ງ” ເປັນວາດຟ້ອນໃນລາຊະວັງ ລວມມີ 4 ຕົວ ລະຄອນຖືບົດບາດເປັນ ຈະຕຸເສນາ ປະຕິບັດຕາມຄຳສັ່ງ
ຂອງ ພະຜູ້ເປັນເຈົ້າ ລົງແດນມະນຸດ ເພື່ອ ອວຍພອນເຈົ້າຊີວິດ.  ພາບ: ແທງຮ່ວາ



ບັນດານັກດົນຕີ ໃນພະລາຊະວັງ ສະໄໝ ລາຊະວົງ ຫງວຽນ. ພາບ: ແທງຮ່ວາ


ຟ້ອນຈອກ, ໜຶ່ງໃນບັນດາວາດຟ້ອນມູນເຊື້ອ ທີ່ລືຊື່ ຂອງ ດິນ ແດນ ເຫວ້. ພາບ: ແທງຮ່ວາ

ລາຊະວົງ ຫງວຽນ ເປັນ ລາຊະວົງ ສັກດິນາ ສຸດທ້າຍ ຂອງ ຫວຽດນາມ, ຄົງຕົວ ແຕ່ປີ 1802 ເຖິງ ປີ 1945, ລວມທັງໝົດ 143 ປີ ກັບ 13 ຮຸ່ນ ອົງກະສັດ ຂຶ້ນຄອງບັນລັງ. ນີ້ແມ່ນ ລາຊະ ວົງ ສ້າງໄວ້ 5 ມໍລະດົກ ຊຶ່ງ ໄດ້ ຢູແນັສໂກ ຮັບຮອງ ເຊັ່ນ: ກຸ່ມປູ ສະນີຍະສະຖານກຸງເກົ່າເຫວ້ (1993), ດົນຕີໃນລາຊະວັງ ເຫວ້ (2003), ແມ່ພິມດ້ວຍໄມ້ ສະໄໝລາຊະວົງ ຫງວຽນ (2009), ເອກະສານດ້ານບໍລິຫານ ສະໄໝລາຊະວົງ ຫງວຽນ (2014), ວັນນະຄະດີ ກາບກອນ, ສະຖາປັດຕະຍະກຳ ພະລາຊະວັງເຫວ້ (2016). 
ປຶ້ມປະຫວັດສາດເກົ່າໄດ້ບັນທຶກໄວ້ວ່າ: ຕາມປະເພນີທົ່ວໄປ, ລາຊະວົງ ຫງວຽນ ພັກບຸນເຕັດ 12 ວັນ, ແຕ່ ວັນທີ 25 ເດືອນ ສິບສອງ ເຖິງ ວັນທີ 7 ເດືອນຈຽງ. ໃນຊຸມມື້ດັ່ງກ່າວ, ເຈົ້າຊີວິດ ຈະຈັດບັນດາການເຄື່ອນໄຫວດ້ານພິທີ ຢູ່ ຕື໊ເກີ໋ມແທ່ງ (ພາຍໃນ ວັງຫ້າມ) ເຊັ່ນ: ພິທີ ເຖື໋ອງຕຽວ (ປູກຕົ້ນກະຖິນ) ໃນວັນທີ 27 ຫຼື 30 ເດືອນຈຽງ. ມື້ທີໜຶ່ງ ແລະ ມື້ທີ່ສອງ ຂອງບຸນເຕັດ ຈະມີພິ ທີ ເຂົ້າເຝົ້າອວຍພອນປີໃໝ່ ເຈົ້າຊີວິດ ຢູ່ວັງ ຖ໋າຍຮ່ວາ, ພິທີ ເຈົ້າ ຊີວິດເປີດງານລ້ຽງ ໃຫ້ບັນດາມະຫາເສນາ, ພິທີ ອວຍພອນ ປີ ໃໝ່ ແມ່ເຈົ້າຊີວິດ, ພິທີໄຕ້ທູບ ຖະຫວາຍ ດອກໄມ້ ຕໍ່ປູ່ຍ່າ ຕາ ຍາຍ ຢູ່ຖ໋າຍມ໋ຽວ, ເຖ໋ມ໋ຽວ, ອວຍພອນ ບັນດາສະມາຊິກ ໃນວົງ ກະສັດ, ອາດຍາເຈົ້ານາຍ ແລະ ທະຫານ...

ມື້ທີ່ 3 ຂອງ ບຸນເຕັດ, ບັນດາເຈົ້າຊີວິດ ສະໄໝລາຊະວົງຫງວຽນ ມີປະເພນີ ໄປຢ້ຽມຢາມຄູສອນ. ມື້ທີ່5 ຂອງ ບຸນເຕັດ, ເຈົ້າຊີວິດ ໄປຢ້ຽມຢາມສຸສານ, ວັດວາອາຮາມ ແລະ ໄປ ທ່ຽວ ຢູ່ນອກກຳ ແພງ. ມື້ທີ່ 7 ຂອງ ບຸນເຕັດ ຈຶ່ງເຮັດພິທີ ຊັກຕົ້ນກະຖິນລົງ, ເປີດ ໃຊ້ກາຈໍ້າ ເທື່ອທຳອິດ ໃນປີ ແລະ ຈັດການກວດກອງກຽດຕິຍົດ ມື້ເລີ່ມຕົ້ນ ການເຮັດວຽກ ຂອງ ປີໃໝ່.

ເລື່ອງກ່ຽວກັບວັງເກົ່າ ຖືກເລົ່າຄືນ ດ້ວຍຮູບການ ຟື້ນຟູຄືນໃໝ່ ແມ່ນ ວິທີການທີ່ດີ ຂອງ ຜູ້ເຮັດວຽກງານ ອະນຸລັກຮັກສາ ບູຮານ ສະຖານ ກຸງເກົ່າ ເຫວ້ ແນໃສ່ ຊ່ວຍໃຫ້ ນັກທ່ອງທ່ຽວ ມີໂອກາດ ໄດ້ເຫັນປະຈັກຕາ ແລະ ຄົ້ນພົບ ກ່ຽວກັບຊີວິດຢູ່ ວັງ ໃນ ສະໄໝ ລາຊະວົງ ຫງວຽນ ທີ່ເຄີຍຖືກປິດບັງໄວ້ ໃນຕະຫຼອດຊ່ວງການ ປົກຄອງ.


ຄ່ານິຍົມຕ່າງໆ ໃນການບັນເທີງ ພາຍໃນວັງ ສະໄໝ ລາຊະວົງ ຫງວຽນ
ລະດູບານໃໝ່ ແມ່ນລະດູ ຂອງ ບຸນເຕັດ ແລະ ການຫຼິ້້ນມ່ວນ ຊື່ນ ຂອງ ຄົນຫວຽດ. ຮີດຄອງປະເພນີດັ່ງກ່າວ ບໍ່ພຽງແຕ່ ເປັນທີ່ ນິຍົມໃນໝູ່ຊົນທັງຫຼາຍເທົ່ານັ້ນ ຫາກຍັງ ຢູ່ໃນພະລາລະວັງ ອີກ ດ້ວຍ. ມັນຕ່າງກັນຢູ່ບ່ອນວ່າ ປະຊາຊົນຫຼິ້ນ ບຸນປີໃໝ່ ດ້ວຍ ການລະຫຼິ້ນພື້ນເມືອງ, ມີລັກສະນະທົ່ວໄປ, ສ່ວນຢູ່ໃນພະລາ ຊະວັງ ກໍມີການຫຼິ້ນບັນເທີງ ທີ່ໄດ້ຮັບຖືວ່າ ມີລັກສະນະສູງສົ່ງ ແລະ ສຸພາບສວຍງາມກວ່າ. 

ໃນໂອກາດບຸນປີໃໝ່ ປະຈຳຊາດ, ຢູ່ພະລາຊະວັງ ສະໄໝ ລາ ຊະວົງຫງວຽນ ເຄີຍເຫັນ ການລະຫຼິ້ນເຊັ່ນ: ບ່າຍວູ້, ໂດ໊ຊຳເຮື່ອງ , ເດົ່າໂຮ່, ຂຽນໜັງສື ແບບລວດລາຍ... ນີ້ແມ່ນຮູບແບບການ ຫຼິ້ນ ເພື່ອການຜ່ອນຄາຍອາລົມ ແຕ່ກໍຖື ສຳຄັນ ກ່ຽວກັບ ພູມ ປັນຍາ ແລະ ການສຶກສາຮໍ່າຮຽນ.

ໂດ໊ຊຳເຮື່ອງ ເປັນການຫຼິ້ນລູກອີ່ເຕົາ ເພື່ອຍາດເອົາບັນດາບັດສີ ແດງ ທີ່ບັນທຶກໄວ້ ບັນດາວິທະຍາຖານະ ໃນລະບົບສອບເສັງ ຂອງ ສະໄໝກ່ອນ. ຢາກເອົາຊະນະ ຜູ້ຫຼິ້ນ ຕ້ອງຫວ່ານ ລູກອີ່ ເຕົາ ແນວໃດ ເພື່ອຍາດໄດ້ ບັດຕ່າງໆ ກັບ ວິທະຍາສາດຖະນະ ທີ່ຄົບຖ້ວນ ເຊັ່ນ: ຕູ໋ຕ່າຍ (ຈົບມັດທະຍົມ ຕອນປາຍ), ກື່ ເຍີນ (ຈົບປະລິນຍາຕີ), ຕ໋ຽນສີ໊ (ຈົບປະລິນຍາເອກ), ໂຮ້ຍງວຽນ (ຜູ້ ເສັງ ໄດ້ອັນດັບໜຶ່ງ ຂອງ ການເສັງໂຮ້ຍ), ຖ໋າມຮວາ (ເປັນນາມ ມະຍົດ ຂອງວິທະຍາຖານະປະລິນຍາເອກ), ບ່າງຍ໊ານ (ເປັນ ນາມມະຍົດ ຂອງວິທະຍາຖານະ ປະລິນຍາເອກ, ລື່ນຖ໋າມ ຮວາ) ແລະ ຈ້າງງວຽນ (ຜູ້ເສັງໄດ້ອັນດັບທີໜຶ່ງ ໃນການສອບ ເສັງຂັ້ນສູງສຸດ ເພື່ອເລືອກ ອາດຍາດເຈົ້ານາຍ).


ລະດູບານໃໝ່ ໃນກຳແພງເມືອງ ເຫວ້. ພາບ: ແທງຮ່ວາ


ເດົ່າໂຮ່ ເປັນການຫຼິ້ນ ທີ່ເປັນເອກະລັກໃນພະລາຊະວັງ ສະໄໝ ລາຊະວົງ ຫງວຽນ. ຕາມເລື່ອງເລົ່າທີ່ສືບທອດກັນມາວ່າ ເຈົ້າຊີວິດ ສອງອົງ
ຄື ຕື້ດຶກ ແລະ ບ່າວດ້າຍ ມີຄວາມສາມາດຫຼິ້ນ ເກັ່ງ ທີສຸດ. ພາບ: ແທງຮ່ວາ



ນັກທ່ອງທ່ຽວຕ່າງປະເທດ ສະແດງຄວາມຕົກສະເງີ້ ຕໍ່ ການຫຼິ້ນ ຂອງ ເດັກນ້ອຍ ໃນພະລາຊະວັງ ໃນໂອກາດ ບຸນເຕັດ. ພາບ: ແທງຮ່ວາ


ນັກທ່ອງທ່ຽວຄົ້ນພົບ ການຫຼິ້ນ “ໂດ໊ຊຳເຮື່ອງ”, ການຫຼິ້ນໜຶ່ງ ຊຶ່ງ ໄດ້ບັນດາ ເມຍນ້ອຍຂອງເຈົ້າຊີວິດມັກຫຼິ້ນ ໃນໂອກາດບຸນເຕັດ. ພາບ: ແທງຮ່ວາ


ນອກຈາກຈັດຕັ້ງ ບັນດາການຫຼິ້ນ ພາຍໃນພະລາຊະວັງ ສະໄໝ ລາຊະວົງ ຫງວຽນ, ສູນອະນຸລັກຮັກສາ ບູຮານສະຖານ ກຸງເກົ່າ ເຫວ້
ຍັງໄດ້ຈັດໃຫ້ນັກທ່ອງທ່ຽວ ຢ້ຽມຢາມໃນໂອກາດ ປີໃໝ່. ຜູ້ໃດຊະນະຈະໄດ້ຮັບໜັງສື. ພາບ: ແທງຮ່ວາ



ຟ້ອນມັງກອນໃນໂອກາດປີໃໝ່ ມີຄວາມໝາຍ ຂໍພອນ ໃຫ້ ປະ ເທດຊາດມີສັນຕິພາບ, ປະຊາຊົນ ໃຊ້ຊີວິດ ໃນຄວາມຢູ່ ເຢັນ ເປັນສຸກ
ທັງສະແດງຄວາມເຂັ້ມແຂງ ຂອງ ລາຊະວົງ ຫງວຽນ. ພາບ: ແທງຮ່ວາ



ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ຕິດຕາມສາກການຟ້ອນ ກິເລນ ສິງໂຕ ອວຍພອນປີໃໝ່ ຢູ່ບໍລິເວນ
ວັງ ເກີ່ນແຈ໋ງ ໃນຕື໊ເກີ໋ມແທ່ງ, ເຫວ້. ພາບ: ແທງຮ່ວາ



ນັກທ່ອງທ່ຽວຕ່າງປະເທດ ສະແດງຄວາມຊື່ນຊົມຍິນດີ ຕໍ່ ຮູບ ພາບ ຝຸງປາລ່ອງລອຍໄປມາ ໃນໜອງ ຖ໋າຍຢີກ ຢູ່ຕໍ່ໜ້າວັງ
ຖ໋າຍຮ່ວາ ໃນພະລາຊະວັງ ເຫວ້. ພາບ: ແທງຮ່ວາ



ຄວາມງາມ ງຽບສະຫງົບ ໃນກຸງເກົ່າ ເຫວ້. ພາບ: ແທງຮ່ວາ

ຄ່ານິຍົມໃນການຫຼິ້ນ ທີ່ສຸພາບນີ້ ມີຄວາມໝາຍເພື່ອເຊີດຊູ ການ ສຶກສາ ແລະ ສອບເສັງ ຊຶ່ງເປັນວຽກທີ່ສຳຄັນ ໃນສະໄໝສັກ ດິນາ. ການຫຼິ້ນ ນີ້ໄດ້ປະກົດຕົວເລີ່ມຈາກ ພະລາ ຊະວັງ ລາຊະ ວົງ ຫງວຽນ, ພາຍຫຼັງໄດ້ຄົນໃນພະລາຊະວັງ ສະ ເໜີອອກສູ່ ສາ ມັນຊົນ ແລະ ຄ່ອຍກາຍເປັນການຫຼິ້ນ ໃນບຸນ ປີໃໝ່ ປະຈຳຊາດ ຂອງ ຊາວ ເມືອງຫຼວງເກົ່າ ຊຶ່ງ ມາຮອດປັດຈຸບັນ ຍັງປະກົດມີຢູ່ ທົ່ວໄປ, ໂດຍສະເພາະຢ່າງຍິ່ງແມ່ນຜູ້ອາວຸໂສ. 

ຕາມສະຖິຕິ ຂອງສູນອະນຸລັກຮັກສາບູສະນີຍະສະຖານ ກຸງເກົ່າ ເຫວ້, ປີ 2017, ກຸ່ມປູສະນີຍະສະຖານກຸງເກົ່າເຫວ້ ໄດ້ ຕ້ອນ ຮັບ ນັກທ່ອງທ່ຽວທີ່ມາຢ້ຽມຢາມ ດ້ວຍຈຳນວນ ກວ່າ 3 ລ້ານ ເທື່ອຄົນ. ນີ້ແມ່ນຕົວເລກ ສະຖິຕິ ເມື່ອທຽບກັບ ຫຼາຍປີ ກ່ອນ ນັ້ນ. ໃນສາມມື້ບຸນປີໃໝ່ ປີຈໍ, ສະເພາະໃນພື້ນທີ່  ກຳແພງ ເມືອງ ເຫວ້ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ດ້ວຍຈຳນວນ ກວ່າ 30.000 ເທື່ອຄົນ, ຍ້ອນວ່າ ນີ້ແມ່ນ ສະຖານທີ່ຈັດຕັ້ງ ການ ເຄື່ອນໄຫວ ວັດທະນະທຳ ພະລາຊະວັງ ໃນໂອກາດ ບຸນເຕັດ.
ພິເສດ, ການຫຼິ້ນ ເດົ່າໂຮ່ ແມ່ນການຫຼິ້ນ ທີ່ສະຫງວນ ໃຫ້ແກ່ສະ ເພາະ ອາດຍາເຈົ້ານາຍ ແລະ ເຈົ້າຂຸນມຸນນາຍ ສະໄໝລາຊະ ວົງ ຫງວຽນ ເທົ່ານັ້ນ. ນີ້ແມ່ນ ການຫຼິ້ນທີ່ຍາກ, ຮຽກຮ້ອງ ຜູ້ຫຼິ້ນ ຕ້ອງມີເຕັກນິກ, ມີຄວາມຊຳນານ. ຜູ້ຫຼິ້ນ ຈະຈັບລູກສະນູ ທີ່ເຮັດ ດ້ວຍໄມ້ ຫຼື ໄມ້ໄຜ່ ຍາວ 50 ຊມ ຊັດເຂົ້າ ສູ່ຖານໄມ້ໜ່ວຍ ໜຶ່ງ ຊຶ່ງຖືວ່າ ເປັນໂຕມ້າ, ເຮັດແນວໃດ ໃຫ້ລູກສະນູ ເມື່ອຖືກ ຖານ ໄມ້  ຈະກະເດັນ ຂຶ້ນເທິງ ແລະ ຕົກໃສ່ ກວດໜ່ວຍໜຶ່ງ ທີ່ຫ່າງ ຈາກນັ້ນ ພໍປະມານ.

ການຫຼິ້ນ ເດົ່າໂຮ່ ຢູ່ ເຫວ້ ເຄີຍຖືກສູນຫາຍໄປ ດົນພໍຄວນ, ຮອດ ປີ 2006 ສູນອະນຸລັກຮັກສາ ບູຮານສະຖານ ກຸງເກົ່າ ເຫວ້ ຈຶ່ງ ໄດ້ຟື້ນຟູຄືນໃໝ່ ເພື່ອໃຫ້ ນັກທ່ອງທ່ຽວ ສາມາດ ລອງທົດສອບ ກັບການຫຼິ້ນ ທີ່ຮຽກຮ້ອງຄວາມຄ່ອງແຄ່ວ ແລະ ພິຖີພິຖັນນີ້.

ຫຼັງຈາກ ສູນອະນຸລັກຮັກສາບູຮານສະຖານກຸງເກົ່າ ເຫວ້ ໃຫ້ຟື້ນ ຟູຄືນໃໝ່ ບັນດາການຫຼິ້ນ ໃນພະລາຊະວັງ ແລະ ຈັດຕັ້ງ ຢູ່ບໍລິ ເວນເດີ່ນຫຼັງ ຂອງ ວັງ ຖ໋າຍຮ່ວາ ບໍ່ດົນ, ພະລັງດຶງດູດ, ຄວາມ ເປັນເອກະລັກ ແລະ ແປກໃໝ່ ຂອງບັນດາການຫຼິ້ນນີ້ ບໍ່ພຽງແຕ່ ດຶງດູດນັກທ່ອງທ່ຽວພາຍໃນເທົ່ານັ້ນ ຫາກຍັງ ກໍເຮັດໃຫ້ ນັກ ທ່ອງທ່ຽວຕ່າງປະເທດ ຕິດອົກຕິດໃຈ. ມີຫຼາຍຄົນ ບໍ່ໄດ້ລັ່ງເລໃຈ ໃນການລອງທົດສອບ ເພື່ອໃຊ້ ຄວາມສາມາດເປັນເທື່ອທຳອິດ ໄດ້ ເຂົ້າຮ່ວມ ບັນດາການຫຼິ້ນ ທີ່ເຄີຍສະຫງວນ ໃຫ້ແກ່ອົງກະ ສັດ ແລະ ຂັ້ນເຈົ້າຂຸນມຸນນາຍ ຢູ່ໃນລາຊະວັງ ໃນສະໄໝກ່ອນ. 
ບົດ ແລະ ພາບ: ແທງຮ່ວາ
ບັນດາບົດທີ່ຖືກນຳສະເໜີ