29/07/2018 07:58 GMT+7 Email Print Like 0

ພິທີອວຍພອນວັນເກີດຂອງຊາວເຜົ່ານຸ່ງ ຢູ່ແຂວງ ບັກຢາງ

      ໃນວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມການໄຫວ້ບູຊາປູ່ຍ່າຕາຍາຍບັນພະບຸລຸດພາຍຫຼັງທີ່ເສຍຊີວິດແລ້ວນັ້ນ ໄດ້ກາຍເປັນຈຸດວັດທະນະທຳອັນດີງາມເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງຜູ້ທີ່ລ່ວງລັບໄປແລ້ວເຖິງຢ່າງໃດກໍຕາມວົງຄະນະຍາດຊົນເຜົ່ານຸ່ງ ກໍມີຮີດຄອງປະເພນີທີ່ເປັນເອກະລັກສະເພາະໂດຍບໍ່ໄຫວ້ບູຊາບັນດາຜູ້ທີ່ລ່ວງລັບໄປແລ້ວ ຫາກພຽງແຕ່ “ບູຊາ” ຜູ້ທີ່ຍັງມີຊີວິດຢູ່ເທົ່ານັ້ນໃນວົງຄະນະຍາດຊົນເຜົ່ານຸ່ງ ຢູ່ແຂວງ ບັກຢາງ ນັ້ນ ເລື່ອງລູກຫຼານຈື່ຈຳວັນເດືອນປີເກີດຈັດງານວັນເກີດໃຫ້ພໍ່ແມ່ປູ່ຍ່າຕາຍາຍແມ່ນຖືເປັນສຳຄັນທີ່ສຸດ.
      ຊົນເຜົ່ານຸ່ງ ຢູ່ແຂວງ ບັກຢາງ ມີປະຊາກອນປະມານ 73,900 ຄົນ, ດຳລົງຊີວິດຕົ້ນຕໍຢູ່ບັນດາເມືອງ ລຸກງ້ານ, ອຽນເຖ໋, ລຸກນາມ, ເຊີນດົ້ງ, ລ້າງຢາງ… ເມື່ອເຕື້ອງເຖິງຊົນເຜົ່ານຸ່ງ, ຕາມປົກກະຕິແລ້ວ ເຂົາເຈົ້າມັກເວົ້າເຖິງສາງວັດທະນະທຳພື້ນເມືອງອັນອຸດົມສົມບູນດ້ວຍບັນດາຮີດຄອງປະເພນີທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ, ບັນດາພິທີກຳເຫຼື້ອມໃສໃນສາສະໜາທີ່ເປັນເອກະລັກສະເພາະ. ໜຶ່ງໃນບັນດາການເຫຼື້ອມໃສພິເສດສະເພາະນັ້ນ ແມ່ນພິທີບູຊາເນື່ອງໃນໂອກາດວັນເກີດ ຫຼື ພິທີບູຊາອວຍພອນໃຫ້ພໍ່ແມ່, ປູ່ຍ່າຕາຍາຍມີອາຍຸຍືນໃນເວລາຍັງມີຊີວິດຢູ່.
        ເພື່ອກະກຽມໃຫ້ແກ່ພິທີກໍານັ້ນ, ຍາມໃດກໍມີເງິນແລະເຄື່ອງຂອງບູຊາທີ່ເຮັດດ້ວຍເຈ້ຍ ໂດຍພໍ່ແມ່ປະຊາຊົນເຮັດເອົາເອງ ໃນເມື່ອສິ່ງຂອງເຫຼົ່ານີ້ບໍ່ມີຂາຍ ແລະ ຕະຫຼາດກໍຢູ່ຫ່າງໄກຈາກເຮືອນ. ໃນພິທີບູຊາ, ນອກຈາກເຄື່ອງຂອງບູຊາແລ້ວ ກໍຍັງມີໝູ, ໄກ່ເປັນ, ເຂົ້າສານ, ເຫຼົ້າ, ເກືອ, ນ້ຳ, ເຂົ້າໜົມ… ແລະ ເຂົ້າໜົມຢ່າງໜຶ່ງທີ່ບໍ່ອາດຂາດໄດ້ໃນພິທີອວຍພອນ ອາຍຸຍືນຂອງຊາວເຜົ່ານຸ່ງ ນັ້ນແມ່ນ “ເຂົ້າໜົມສີແດງ” ເຊິ່ງແມ່ນເຂົ້າໜົມໄຢ່ (ຫຼື ເຂົ້າໜົມເຂົ້າຕຳ) ທີ່ໄດ້ຍ້ອມສີແດງຂອງໃບໄມ້ປ່າຊະນິດໜຶ່ງ. ເຂົ້າໜົມໄຢ່ ໂດຍແມ່ນບັນດາລູກໃພ້, ລູກເຂີຍເປັນຜູ້ເຮັດເອງ ແລ້ວນຳໄປຖະຫວາຍຂຶ້ນຮ້ານບູຊາ… ໃນພິທີອວຍພອນໃຫ້ມີອາຍຸຍືນຂອງຊາວເຜົ່ານຸ່ງນັ້ນ ຄອບຄົວຕ້ອງເຊີນໝໍພອນມາເຮັດພິທີ. 

ເຄື່ອງຂອງບູຊາ 
      ໝໍພອນ ທັງປະຕິບັດບັນດາພິທີກຳ ທັງຂັບຮ້ອງພາວະນາຕາມຈັງຫວະຂັບແທນໃຫ້ໝົດທຸກຄົນໃນຄອບຄົວ. ເມື່ອເລີ່ມຕົ້ນເຮັດພິທີ, ໝໍພອນ ກໍກ່າວບົດສະດຸດີ ຕໍ່ກັບເທວະດາຟ້າແຖນ ລາຍງານວ່າ ມື້ນີ້ແມ່ນວັນເກີດເຈົ້າຂອງເຮືອນຄົບຮອບອາຍຸ, ພາວະນາຂໍໃຫ້ເຈົ້າຂອງເຮືອນຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຂວັນຍືນ ແລະ ພາວະນາຂໍໃຫ້ໝົດທຸກຄົນໃນຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີຄວາມໂຊກດີ. ໂດຍມີຄວາມແຕກຕ່າງກັບໝໍພອນຂອງຊົນເຜົ່າອື່ນ, ໝໍພອນຂອງຊົນເຜົ່ານຸ່ງໃຊ້ພິນ ແລະ ວີ ເພື່ອເຮັດພິທີ ແລະ ໃຊ້ຄຳຂັບຮ້ອງປຽບເໝືອນດັ່ງການໂອ້ລົມທີ່ເຂົ້າອົກເຂົ້າໃຈກັບເທວະດາຟ້າແຖນ. ເມື່ອປະຕິບັດພິທີກຳ, ບັນດາສະມາຊິກໃນຄອບຄົວກໍເຮັດຕາມຈັງຫວະຟ້ອນ, ສອຍໄຟຕາມຄຳຂັບຮ້ອງ ແລະ ສຽງພິນຂອງໝໍພອນ. ພິເສດ ພິທີບູຊາຂອງຊາວເຜົ່ານຸ່ງ ຕາມຄວາມສຳນຶກແລ້ວແມ່ນຕ້ອງໄປຜ່ານທ່ານ້ຳ ເພື່ອຮັບເອົາເຈົ້າຂອງເຮືອນກັບເມືອເຮືອນ, ເພາະຢ້ານວ່າໄປຫຼິ້ນແລ້ວບໍ່ຮູ້ທາງກັບເມືອເຮືອນ, ໝໍພອນ ແລະ ຄົນໃນຄອບຄົວເຮັດທ່າທີຂີ່ເຮືອເພື່ອເອີ້ນຂວັນກັບເມືອເຮືອນ.

ໝໍພອນກ່າວບົດສະດຸດີ ແລະ ທໍາພິທີກໍາ 
      ໃນເວລາດຳເນີນພິທີນັ້ນ, ໝໍພອນໄດ້ຂັບຮ້ອງຢ່າງຕໍ່ເນື່ອງຄືເພື່ອປັດເປົ່າຄວາມຊົ່ວຮ້າຍໃນເຮືອນອອກໄປ ແລະ ພາວະນາຂໍໃຫ້ທຸກຄົນໃນຄອບຄົວຈົ່ງມີແຕ່ໂຊກດີ ແລະ ຄົນໃນຄອບຄົວກໍຈູດເຄື່ອງຂອງບູຊາເປັນໄລຍະ ດ້ວຍຄວາມໝາຍວ່າ ຖະຫວາຍສິ່ງດັ່ງກ່າວໃຫ້ເທວະດາຟ້າແຖນ ປຽບເໝືອນຄຳພາວະນາຂໍໃຫ້ເທວະດາຟ້າແຖນປົກປ້ອງຄອບຄົວເຈົ້າຂອງເຮືອນປາສະຈາກເຄາະຮ້າຍ… ຕາມປົກກະຕິ ໃນພາເຂົ້າສານບູຊານັ້ນ ຈະປັກໃບໝາກຄາຍໃສ່, ຕາມຄວາມສຳນຶກຂອງພໍ່ແມ່ປະຊາຊົນຊາວເຜົ່ານຸ່ງແລ້ວ, ໃບໝາກຄາຍແມ່ນມີປະໂຫຍດໃນການຂັບໄລ່ຜີສາງນາງຮ້າຍ, ໂດຍການເດັດເອົາໃບໝາກຄາຍມາຍ່ອງໃນກຳມືແມ່ນວິທີຂັບໄລ່ຜີສາງນາງຮ້າຍ. ຖັດຈາກການກ່າວຄໍາສະດຸດີແລ້ວ, ໝໍພອນກໍຫວ່ານເຂົ້າສານທີ່ຖະຫວາຍບູຊານັ້ນແຕ່ໃນເຮືອນອອກໄປນອກເດີ່ນບ້ານ ຄືດັ່ງໄດ້ປັດເປົ່າ ຄວາມຊົ່ວຮ້າຍອອກໄປ ແລະ ພາວະນາຂໍໃຫ້ເທວະດາຟ້າແຖນຢູ່ທົ່ວທຸກສາລະທິດມາເປັນພະຍານຕໍ່ຄຳພາວະນາ, ຊ່່ວຍເຫຼືອຄ້ຳຊູໃຫ້ຄອບຄົວເຈົ້າຂອງເຮືອນຢູ່ເຢັນເປັນສຸກ. ທ່ານ ວີຫວຽດຢຸງ, ນັກຄົ້ນຄວ້າກ່ຽວກັບຊົນເຜົ່າໄຕ່, ນຸ່ງ ໃຫ້ຮູ້ວ່າ:
        ຕາມປົກກະຕິແລ້ວເຂົາເຈົ້າຈະບໍ່ຈັດຕັ້ງວັນເກີດແຕ່ພິທີບູຊາດ້ວຍເຄື່ອງຂອງທີ່ເຮັດດ້ວຍເຈັ້ຍດັ່ງກ່າວນັ້ນເຂົາເຈົ້າເອີ້ນວ່າງານບຸນໃຫຍ່ຕາມຄວາມສຳນຶກຂອງຊາວເຜົ່ານຸ່ງແລ້ວແຕ່ລະຄົນລ້ວນແຕ່ມີພະແມ່ປົກປ້ອງຄຸ້ມຄອງຂວັນວິນຍານໂດຍຄອບຄົວໄດ້ເພິ່ງໝໍພອນເຊີນພະແມ່ມາເຂົ້າຊົງໝໍພອນ ເພື່ອເປັນພະຍານໃນພິທີພາວະນາອະທິດຖານໃຫ້ແກ່ຜູ້ທີ່ໄດ້ເຮັດພິທີບູຊາໃນວັນເກີດ”.
        ພິທີບູຊາວັນເກີດ, ອວຍພອນອາຍຸຍືນ ຕາມປົກກະຕິ ອາດຈະແກ່ຍາວໝົດຄືນ, ທຸກຄົນໃນຄອບຄົວບໍ່ມີຜູ້ໃດນອນ. ໃນພິທີກຳຕ່າງໆ, ໝໍພອນເຂົ້າຊົງ ແລະ ພະແມ່ບາງເທື່ອກໍປະທານເຫຼົ້າໃຫ້ທຸກຄົນ ປຽບເໝືອນໄດ້ປະທານບັນດາໂຊກລາບ ແລະ ຄຳອວຍພອນໃຫ້ມີສຸຂະພາບແຂງແຮງ. ພາຍຫຼັງພິທີບູຊາຕ່າງໆ ກໍແມ່ນພິທີທີ່ສຳຄັນທີ່ສຸດ, ນັ້ນແມ່ນພິທີຈູດເຄື່ອງຂອງບູຊາທີ່ເຮັດດ້ວຍເຈ້ຍ. ບັນດາຄົນຫຸ່ນ, ຮູບຈຳລອງ, ເຈ້ຍເງິນເຈ້ຍຄຳໄດ້ນຳອອກໄປຈູດຢູ່ກາງເດີ່ນ ເພື່ອໃຫ້ຂີ້ເທົ່າປິວຂຶ້ນສູງ ປຽບເໝືອນໄດ້ນຳເອົາບັນດາຄຳອະທິດຖານອັນບໍລິສຸດສົ່ງໄປເຖິງເທວະດາຟ້າແຖນ. ບໍ່ແມ່ນຜູ້ໃດກໍເປັນໝໍພອນໄດ້. ຕາມປົກກະຕິ ຜູ້ທີ່ເຮັດອາຊີບໝໍພອນແມ່ນບັນດາຄອບຄົວທີ່ມີມູນເຊື້ອ ມີປູ່ຍ່າຕາຍາຍ, ບັນພະບຸລຸດ ຫຼື ຄົນໃນຄອບຄົວເຄີຍໄດ້ເຮັດອາຊີບໝໍພອນມາແລ້ວ. ທ່ານ ວີຫວຽດຢຸງ, ນັກຄົ້ນຄວ້າກ່ຽວກັບຊົນເຜົ່າໄຕ່, ນຸ່ງ ໃຫ້ຮູ້ຕື່ມອີກວ່າ:
        ເມື່ອຫາກໍເລີ່ມເຮັດອາຊີບໝໍພອນ ບໍ່ແມ່ນຜູ້ໃດກໍສາມາດເຮັດໄດ້ໂລດເຂົາເຈົ້າຕ້ອງເຊີນອາຈານ 4 ຄົນມາເຮັດພິທີປະດັບຍົດສັກຄ້າຍຄືກັບການອອກໃບຢັ້ງຢືນວ່າ ມີເງື່ອນໄຂປັດໄຈຄົບຖ້ວນເພື່ອສາມາດເຮັດອາຊີບນີ້ໄດ້ອະນຸຍາດໃຫ້ໝໍພອນໄດ້ເຊື່ອມຕໍ່ລະຫວ່າງໂລກແຫ່ງຈິດວິນຍານ ແລະ ໂລກມະນຸດ”.
        ໃນຊີວິດແຫ່ງມະໂນຈິດຂອງຊາວເຜົ່ານຸ່ງແລ້ວ, ງານວັນເກີດກໍແມ່ນພິທີພາວະນາຂໍໃຫ້ຄົນເຮົາມີສຸຂະພາບແຂງແຮງ, ມີໂຊກມີໄຊໃນຊີວິດແຕ່ຫາກບໍ່ມີລັກສະນະຜົນປະໂຫຍດທາງທຸລະກິດ. ຜ່ານການເວລາ ພິທີບູຊາວັນເກີດ ຂັບແທນ ໄດ້ກາຍເປັນຈຸດວັດທະນະທຳມູນເຊື້ອອັນດີງາມທີ່ຄວນໄດ້ຮັບການປົກປັກຮັກສາໄວ້ຂອງພໍ່ແມ່ພີ່ນ້ອງຊາວເຜົ່ານຸ່ງ ເຂດພູສູງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ຫວຽດນາມ.
 (ແຫຼ່ງຄັດຈາກ VOV)