04/07/2016 09:58 GMT+7 Email Print Like 0

ພາບເດັກຊືມເສົ້າຈາກກ້ອງຖ່າຍຮູບຂອງ Debbie Rasiel

ມືກ້ອງຊາວອາເມລິກາ Debbie Rasiel ໄດ້ເລືອກຫວຽດ ນາມເປັນປະເທດທີ 6 ເພື່ອປະຕິບັດໂຄງການ “Picturing Autism” ຖ່າຍຮູບກ່ຽວກັບຄົນຊືມເສົ້າ. ພາບຖ່າຍຕ່າງໆ ຂອງ Debbie Rasiel ໄດ້ສ້າງຄວາມປະທັບໃຈໃຫ້ກັບ ຜູ້ຊົມຍ້ອນຄວາມເຂົ້າໃຈອັນເລິກເຊິ່ງ ແລະ ມີໃຈເມດຕາຂອງຜູ້ຖ່າຍຮູບ.
ນັກຖ່າຍຮູບ Debbie Rasiel ເຜີຍໃຫ້ຮູ້ວ່າ: “ສຳລັບຂ້າພະ ເຈົ້າ ການປະຕິບັດໂຄງການນີ້ແມ່ນຍາກຫຼາຍເນື່ອງຈາກວ່າ ເມື່ອໄປເຖິງຄອບຄົວທີ່ຂ້ອຍໄປຢ້ຽມຢາມເພື່ອຖ່າຍຮູບນັ້ນ ຕ້ອງໃຊ້ເວລາຫຼາຍເພື່ອໂອ້ລົມກັບເຂົາເຈົ້າ. ຂ້າພະເຈົ້າຢາກ ໃຫ້ເຂົາມີຄວາມຮູ້ສຶກວ່າ ເຂົາກຳລັງໄດ້ຮັບການແບ່ງເບົາ ຢ່າງແທ້ຈິງ”.

ດ້ວຍຈຸດປະສົງສຸມໃສ່ຕົ້ນຕໍແມ່ນໂຮງຮຽນ, ຄອບຄົວ ແລະ ອະນາຄົດຂອງຜູ້ຊືມເສົ້າ, Debbie Rasiel ໄດ້ບັນທຶກໄວ້ ຮູບພາບຄວາມເປັນຈິງຂອງຄົນຊືມເສົ້າທີ່ກຳລັງດຳລົງຊີວິດຮ່ວມກັນ ຢູ່ນະຄອນຮ້າລອງ ແລະ ຮ່າໂນ້ຍ. 

ນ້ອງນ້ອຍຜູ້ໜຶ່ງໃນຫ້ອງຮຽນສຳລັບເດັກຊືມເສົ້າຢູ່ນະຄອນ ຮ້າລອງ.  ພາບ:  Debbie Rasiel


ທ້າວນ້ອຍຊື່ແນມ ດຳລົງຊີວິດຢູ່ຮ່າໂນ້ຍໄດ້ຖືກນັກຖ່າຍພາບ Debbie Rasiel ບັນທຶກໄວ້ໃນງານວາງສະແດງ. ພາບ:  Debbie Rasiel


ສອງແມ່ລູກ. ພາບ:  Debbie Rasiel


ຄອບຄົວທີ່ມີເດັກຊືມເສົ້າຢູ່ນະຄອນຮ້າລອງ. ພາບ: Debbie Rasiel


ໃນງານວາງສະແດງ ຍັງວາງສະແດງພາບຖ່າຍຕ່າງໆທີ່ ໄດ້ ຖ່າຍຢູ່ເປຣູ. ພາບ: Debbie Rasiel


ຢອກຫຼິ້ນນຳເດັກຊືມເສົ້າຢູ່ອາເມລິກາ. ພາບ: Debbie Rasiel


ເດັກຊືມເສົ້າຫຼິ້ນຜູ້ດຽວຢູ່ອາເມລິກາ. ພາບ: Debbie Rasiel


ພາບຖ່າຍໂດຍ Debbie Rasiel ບັນທຶກໄວ້ຢູ່ໄອສແລນ. ພາບ: Debbie Rasiel



ໃນພາບຖ່າຍຕ່າງໆຂອງຕົນ, ຍາມໃດ Debbie Rasiel ກໍ ສະແດງໃຫ້ເຫັນຄວາມຮູ້ສຶກເຫັນອົກເຫັນໃຈ
ກັບເດັກຊືມເສົ້າ   .ພາບ: Debbie Rasiel



ທ້າວນ້ອຍທີ່ເປັນໂລກຊືມເສົ້າຢູ່ປະເທດເປຣູທີ່ແສນໄກ. ພາບ: Debbie Rasiel


ທ້າວນ້ອຍຊື່ແນມ ແມ່ນໜຶ່ງໃນຈຳນວນຕົວລະຄອນທີ່ມືກ້ອງ  ໄດ້ຖ່າຍຮູບໃນໂຄງການຂອງຕົນກໍມາຮ່ວມງານວາງສະແດງ.


ງານວາງສະແດງ “ຊົມ - Picturing Autism Vietnam” ໄດ້ດຶງດູດເພື່ອນໜຸ່ມໆຫລາຍຄົນເຂົ້າຮ່ວມ.


ເພື່ອນມິດ, ຜູ້ຮ່ວມງານອວຍພອນຜົນສຳເລັດຂອງງານ ວາງສະແດງໂດຍ Debbie Rasiel ປະຕິບັດ.
 
ທ່ານຫງວຽນວັນຮ່ວາ-ຄົນເຮືອນດຽວກັນກັບນ້ອງ ຫງວຽນ ຫາຍດັງ ເປັນພະຍາດຊືມເສົ້າຢູ່ແຂວງ ກວາງນິງ ຮູ້ສຶກປາບປື້ມໃຈຫຼາຍເມື່ອ Debbie Rasiel ມາຫາ ແລະ ຖ່າຍຮູບ ກ່ຽວກັບຫຼານຂອງຕົນ. ລາວໄດ້ເລົ່າສູ່ຟັງວ່າ: “ເມື່ອໄດ້ເບິ່ງ ຮູບພາບ Debbie Rasiel ຖ່າຍແລ້ວ, ຂ້າພະເຈົ້າຮູ້ສຶກວ່າ ນາງໄດ້ຖ່າຍດ້ວຍຄວາມຮັກຄວາມແພງທັງໝົດຂອງຕົນ ທີ່ສະຫງວນໄວ້ໃຫ້ແກ່ເດັກຊືມເສົ້າ”.

ໃນຂະບວນວິວັດການຖ່າຍຮູບ, Debbie Rasiel ເຫັນວ່າ ຄວາມຮັບຮູ້ ກ່ຽວກັບອາການຊືມເສົ້າຢູ່ຫວຽດນາມ ບ່ໍສູງ ເທົ່າທີ່ຄວນ ສະນັ້ນການປະກອບສ່ວນ, ການໃຫ້ຄວາມ ຮ່ວມມືເພື່ອຊ່ວຍເຫຼືອ, ແກ້ໄຂສະພາບຂອງຜູ້ຊືມເສົ້າ ຂອງວົງຄະນາຍາດບ່ໍທັນເໝາະສົມເທື່ອ. ນາງໄຂຄວາມໃນ ໃຈວ່າ: “ພວກເດັກຊືມເສົ້າທີ່ຂ້າພະເຈົ້າໄດ້ພົບຢູ່ ຫວຽດນາມ ລ້ວນແຕ່ແມ່ນເດັກທີ່ສະຫຼາດ, ມີຄວາມສາມາດ ແຕ່ທັກສະ ຕ່າງໆເຫລົ່ານັ້ນຂອງພວກນ້ອງຍັງບ່ໍທັນໄດ້ຮັບການພັດທະນາ. ຂ້າພະເຈົ້າຫວັງວ່າ, ຫວຽດນາມຈະມີບັນດາ ສູນບຳບັດ ເພື່ອຊ່ວຍໃຫ້ຜູ້ຊືມເສົ້າສາມາດດຳລົງຊີວິດ ແລະ ເຮັດວຽກ ຄືກັນກັບປະເທດອື່ນ ທີ່ຂ້າພະເຈົ້າໄດ້ ໄປເຖິງ ໃນຂະບວນ ການປະຕິບັດໂຄງການຖ່າຍພາບຂອງຕົນ”.
 
ບົດ: ເງິນຮ່າ - ພາບ:  Debbie Rasiel,  ແຄ໋ງລອງ
ບັນດາບົດທີ່ຖືກນຳສະເໜີ