10/07/2018 17:41 GMT+7 Email Print Like 0

ພາບພື້ນເມືອງດົງໂຮ່-ມໍລະດົກວັດທະນະທຳໂລກ

      ພາບພື້ນເມືອງດົງໂຮ່-ມໍລະດົກວັດທະນະທຳໂລກ. ພາບດົງໂຮ່ແມ່ນພາບປະເພດທີ່ຖືກພິມດ້ວຍແມ່ພິມໄມ້ທີ່ມີແຕ່ນັບ 100 ປີມານີ້. ພາບພື້ນເມືອງດົງໂຮ່ມີຕົ້ນກຳເນີດຈາກ ບ້ານດົງໂຮ່, ຕາແສງຊອງໂຮ່, ເມືອງ ຖ໋ວນແທ່ງ, ແຂວງບັກນິງ. ປີ 2013, ອາຊີບເຮັດພາບພື້ນເມືອງດົງໂຮ່ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ເມື່ອບໍ່ດົນມານີ້, ໂດຍໄດ້ຮັບຄວາມເຫັນດີຈາກນາຍົກລັດຖະມົນຕີຫວຽດນາມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມໄດ້ດຳເນີນການຄົ້ນຄວ້າ, ສ້າງສຳເນົາເອກະສານວິທະຍາສາດເພື່ອຍື່ນສະເໜີຕໍ່ UNESCO ຮັບຮອງອາຊີບເຮັດພາບພື້ນເມືອງດົງໂຮ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ, ຄວນໄດ້ຮັບການຮັກສາຢ່າງຮີບດ່ວນຂອງມວນມະນຸດ

ພາບພື້ນເມືອງດົງໂຮ່
      ພາບພື້ນເມືອງດົງໂຮ່ ແມ່ນອາຊີບເຮັດພາບໂດຍຖືກພິມດ້ວຍແມ່ພິມໄມ້, ມັນແມ່ນອາຊີບຫັດຖະກຳທີ່ມີມາແຕ່ດົນນານ, ຊຶ່ງຊາວບ້ານດົງໂຮ່ໄດ້ປະດິດຄິດສ້າງຂຶ້ນ ແລະ ຂະຫຍາຍຕົວ, ມີຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກສະເພາະ. ອາຊີບເຮັດພາບພື້ນເມືອງດົງໂຮ່ໄດ້ຄົງຕົວມາເປັນເວລາຫຼາຍສະຕະວັດ. ແຕ່ນັບແຕ່ທ້າຍສະຕະວັດທີ XIX ຫາປີ 1944 ແມ່ນໄລຍະຈະເລີນຮຸ່ງເຮືອງຂອງໝູ່ບ້ານພາບພື້ນເມືອງດ້ວຍ 17 ວົງຕະກຸນໃນບ້ານ ກໍ່ລ້ວນແຕ່ປະກອບອາຊີບເຮັດພາບພື້ນເມືອງ. ປະຊາຊົນຢູ່ເຂດຊົນນະບົດໃນທົ່ງພຽງພາກເໜືອເຄີຍມາຊື້ພາບດົງໂຮ່ເພື່ອປະດັບປະດາໃນວັນບຸນເຕັດ. ເພາະສະນັ້ນ ບ້ານດົງໂຮ່ມີຕະຫຼາດທີ່ຄັບຄາໜາແໜ້ນໃນໂອກາດເດືອນ 12 ໄລ່ຕາມຈັນທະປະຕິທິນ.
    ຊາວບ້ານດົງໂຮ່ຜະລິດພາບພື້ນເມືອງດ້ວຍວິທີຫັດຖະກຳຈາກການເຮັດເຈ້ຍຕະຫຼອດຮອດການຜະລິດບັນດາແມ່ພິມດ້ວຍໄມ້ທີ່ມີມາແຕ່ສະຕະວັດທີ່ XVI ແລະ ມາຮອດປັດຈຸບັນຍັງຄົງຮັກສາມູນເຊື້ອນີ້ໄວ້ໄດ້. ພາບດົງໂຮ່ຖືກເຮັດດ້ວຍບັນດາວັດຖຸດິບທີ່ເອົາມາຈາກທຳມະຊາດຄື ຕົ້ນໄມ້ໃບຫຍ້າ, ຊັບສິ່ງຂອງຢູ່ເຂດພາກເໜືອ. ນັ້ນແມ່ນເປືອກຂອງຕົ້ນສາເພື່ອຜະລິດເຈ້ຍສາ, ຕົ້ນຕໍແມ່ນຢູ່ເຂດພູດອຍໃນບໍລິເວນແຂວງ ບັກນິງ. ດ້ວຍຈຸດພິເສດແມ່ນຕ້ານຄວາມຊຸ່ມ, ເຈ້ຍສາໄດ້ຊ່ວຍໃຫ້ບັນດາຜະລິດຕະພັນວິຈິດຕະກຳບໍ່ຖືກສຸ່ມ ແລະ ເປັນໂໝກ ແລະ ສາມາດໃຊ້ໄດ້ນານ. ສີສັນພິມໃນພາບດົງໂຮ່ເຄີຍມີແຕ່ 4-5 ສີຕົ້ນຕໍເຊັ່ນ: ດຳ, ຂຽວ, ຄາມ, ແດງ, ເຫຼືອງ. ປ້າຫງວຽນທິແອວງ, ນັກສິລະປະການປະກອບອາຊີບເຮັດພາບພື້ນເມືອງຢູ່ບ້ານດົງໂຮ່ໃຫ້ຮູ່ວ່າ: 
     “ສີທຳມະຊາດຄືສີແດງແມ່ນເອົາມາຈາກຫີນເທິງພູ, ເອົາມາຕຳໃຫ້ແຫຼກ. ສ່ວນສີດຳເມື່ອກ່ອນນີ້ກໍ່ເອົາໃບໄມ້ໄຜ່, ແຕ່ໃນປັດຈຸບັນແມ່ນເອົາເຟືອງມາຈູດ, ແລ້ວເອົາຂີ້ເທົ່າຂອງມັນມາຄົນກັບແປ້ງເພື່ອເຮັດເປັນສີດຳ. ສ່ວນສີເຫຼືອງແມ່ນເອົາມາຈາກໜໍ່ດອກໄມ້, ສຳລັບສີຂຽວແມ່ນເອົາມາຈາກລຳຕົ້ນໄມ້ອ່ອນ.”
     ພາບດົງໂຮ່ຢູ່ໃນໄລຍະຂະຫຍາຍຕົວແມ່ນມີເຖິງ 180 ຫົວເລື່ອງ, ຖືກຈັດແບ່ງເປັນ 5 ປະເພດຫົວເລື່ອງ: ພາບບູຊາ, ພາບປະຫວັດສາດ, ພາບອວຍພອນ, ພາບພັນລະນາຊີວິດປະຈຳວັນ ແລະ ພາບເປັນຊຸດຕາມເລື່ອງນິທານ. ຫົວເລື່ອງຂອງພາບດົງໂຮ່ແມ່ນເອົາມາຈາກຊີວິດປະຈຳວັນ, ການເຄື່ອນໄຫວຜະລິດຂອງຊາວນາຫຼືເລີ່ມມາຈາກປັດຊະຍາຈະເລີນພັນແຕ່ມີຄວາມລຽບງ່າຍ ແລະ ໃກ້ຊິດກັບຊີວິດປະຈຳວັນ. ເນື້ອໃນຂອງພາບດົງໂຮ່ອາດຈະແມ່ນບັນດາຕົວລະຄອນໃນເລື່ອງນິທານ, ບັນດາທິວທັດທຳມະຊາດ, ຕະຫຼອດບັນດາພາບພື້ນເມືອງສະແດງໃຫ້ເຫັນຄວາມຫວັງມີການດຳລົງຊີວິດທີ່ອີ່ມໜຳສຳລານ, ຜາສຸກ, ລະດູການຜະລິດໄດ້ຮັບຜົນດີ. ຍ້ອນເຫດນີ້ເອງ, ພາບດົງໂຮ່ຖືກປະຊາຊົນມີຄວາມນິຍົມຊົມຊອບ, ແລະ ນຳມາປະດັບປະດາໃນວັນບຸນເຕັດເພື່ອເພີ່ມຄວາມເບີກບານມ່ວນຊື່ນຫຼາຍຂຶ້ນ. ໄດ້ມີໄລຍະທີ່ພັດທະນາຢ່າງຮຸ່ງເຮືອງເຊັ່ນນັ້ນ, ແຕ່ໃນຊຸມປີມໍ່ໆມານີ້, ການກະທົບຈາກກົນໄກການຕະຫຼາດໄດ້ພາໃຫ້ອາຊີບເຮັດພາບດົງໂຮ່ຄ່ອຍໆຖືກສູນຫາຍໄປ. ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປນັ້ນ, ບັນຫາອະນຸລັກຮັກສາ ແລະ ພັດທະນາໜູ່ບ້ານພາບດົງໂຮ່ພວມກາຍເປັນໜ້າທີ່ອັນຮີບດ່ວນ. ທ່ານ ຫງວຽນຫິວຫວຽດ, ນັກຄົ້ນຄວ້າເກັບກຳພາບພື້ນເມືອງຖືກວ່າ:
     “ເລື່ອງເຮັດສຳເນົາວິທະຍາສາດເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮອງອາຊີບເຮັດພາບພື້ນເມືອງດົງໂຮ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຄວນໄດ້ຮັບການຮັກສາຢ່າງຮີບດ່ວນນັ້ນ, ແມ່ນມີຄວາມໝາຍສຳຄັນເພື່ອແນໃສ່ສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງໝູ່ບ້ານອາຊີບ, ທັງເປັນການຍົກສູງສະຕິຈິດໃຈຂອງປະຊາຊົນໃນວຽກງານອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳນີ້”
     ດ້ວຍການທີ່ແຂວງ ບັກນິງ ສ້າງສຳເນົາຍື່ນສະເໜີຕໍ່ UNESCO ຮັບຮອງອາຊີບເຮັດພາບພື້ນເມືອງດົງໂຮ່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸນັ້ນບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມເທົ່ານັ້ນ, ພາບດົງໂຮ່ກໍ່ຍັງມີຊື່ສຽງໂດ່ງດັງໃນໂລກຫຼາຍກວ່າ, ປຽບເໝືອນມໍລະດົກວັດທະນະທຳຂອງມວນມະນຸດ.
 (ແຫຼ່ງຄັດຈາກ VOV)