02/01/2019 14:18 GMT+7 Email Print Like 0

ຜູ້ “ຮັກສາຈິດວິນຍານ” ຂອງ ການສະແດງຊວນຝາ

ທຸ້ມເທທັງຈິດໃຈ ຕະຫຼອດຊີວິດ ກັບ ແຕ່ລະ ລາຍການສະແດງ, ນັກສິລະປິນ ບຸ່ຍວັນຮຸ່ງ ເປັນໜຶ່ງດຽວ ຢູ່ສະຖານທີ່ເປັນ ຕົ້ນກຳເນີດ ຂອງ ການສະແດງ ຊວນຝາ (ຕາແສງ ຊວນເຈື່ອງ, ເມືອງ ເຖາະຊວນ, ແຂວງ ແທງຮ໋ວາ) ຍັງຄົງຮັກສາໄວ້ໄດ້ ແຫຼ່ງວິຊາຄວາມຮູ້ ກ່ຽວກັບ ການສະແດງ ຊວນຝາ  ຜ່ານ ແຕ່ລະ ຈັງຫວະ ກອງ ແລະ ວາດຟ້ອນ ຢ່າງສົມບູນຄົບຖ້ວນທີສຸດ. 
ຫວນຄືນຄວາມຊົງຈຳ, ນັກສິລະປິນ ບຸ່ຍວັນຮຸ່ງ ໃຫ້ຮູ້ວ່າ: “ຖ້າ ຫາກວ່າ ມີຄວາມກ່ຽວພັນໃດໜ່ຶງ, ຂ້າພະເຈົ້າຄິດວ່າ ນັ້ນແມ່ນ ຄວາມຮັກ ແລະ ຄວາມຮູ້ບຸນຄຸນຕໍ່ກັບ ມໍລະດົກ ຂອງ ບ້ານເກີດ ເມືອງນອນ”. ທ້າວນ້ອຍຮຸ່ງ, ໃນຄາວນັ້ນ ຍັງຄົງຢູ່ ໄວ ຫັດອ່ານ, ຫັດຂຽນ ໄດ້ຕິດຕາມຜູ້ໃຫຍ່ ຂອງ ບ້ານໄປເຖິງເດີ່ນສະຫະກອນ ເພື່ອຊົມ ການສະແດງ ຊວນຝາ. ມີຄັ້ງໜຶ່ງ ງານສະແດງ ມີມວນ ຊົນມາ ຊົມຫຼາຍຈົນແຫຍ້ກັນ ເຮັດໃຫ້ ລາວ ເຈັບຄໍ ເປັນເດືອນ, ແຕ່ ຫາກວ່າ ມື້ໃດມີລາຍການສະແດງ, ທ້າວນ້ອຍ ຮຸ່ງ ກໍມີໜ້າຄືກັນ. 

ມາຮອດປີ 1990, ທາງລັດມີນະໂຍບາຍ ຟື້ນຟູຄືນວັດທະນະທຳ ແຫ່ງຊາດ, ໝູ່ບ້ານ ຊວນເຈື່ອງ ຈຶ່ງເລີ່ມຟື້ນຄືນ ການສະແດງ ຊວນຝາ. ນັກສິລະປິນ ຮຸ່ງ ຫວນຄິດຄືນຫຼັງວ່າ: “ຂ້າພະເຈົ້າເປັນ ໜຶ່ງໃນຈຳນວນ ຊາວໜຸ່ມ 20 ຄົນທຳອິດ ໄດ້ບັນດາຜູ້ເຖົ້າຜູ້ແກ່ ຄັດເລືອກ ເພື່ອການຖ່າຍທອດ ສິລະປະການສະແດງ ຊວນຝາ ໃຫ້”.

ແຕ່ກໍປະສົບກັບຄວາມຫຍຸ້ງຍາກ ເພາະໃນເວລານັ້ນ ມີ ຜູ້ເຖົ້າ ຜູ້ແກ່ ໃນບ້ານ ທີ່ມີສຸຂະພາບພຽງພໍ ເພື່ອ ການຖ່າຍທອດ ການ ສະແດງ ຊວນຝາ ໃຫ້ລູກສິດ ຍັງມີພຽງແຕ່  4-5 ຄົນເທົ່ານັ້ນ. ຕ່າງກັບ ລູກສິດຜູ້ອື່ນຄື ພຽງ ຮັບຟັງດ້ວຍປາກ, ນັກສິລະປິນຮຸ່ງ ໄດ້ ຈົດກາຍໄວ້ ຢ່າງລະອຽດ ແຕ່ລະຄຳສັ່ງສອນ ແລະ ເມື່ອມີ ໂອກາດ ໝູ່ບ້ານ ຈັດງານບຸນ ຫຼື ໄດ້ໄປສະແດງຢູ່ ຕ່າງແຂວງ ຈະ ໄດ້ນຳ ມາສົມທຽບ, ປະກອບເພີ່ມຕື່ມ.

ມື້ລະເລັກລະນ້ອຍ, ນັກສິລະປິນ ຮຸ່ງ ໄດ້ສະສົມ ບັນດາແຫຼ່ງຂໍ້ ມູນເອກະສານທີ່ອຸດົມສູມບູນ ກ່ຽວກັບການສະແດງ ຊວນຝາ. ໃນປຶ້ມເອກະສານສະບັບນີ້, ທ່ານບໍ່ພຽງແຕ່ ພັນລະນາດ້ວຍ ບົດ ເພງ, ອະລີຍະບົດຕ່າງໆ ເທົ່ານັ້ນ, ແຕ່ຍັງ ໄດ້ອະທິບາຍ ບັນດາ ທ່າຟ້ອນ ດ້ວຍຮູບພາບ ເພື່ອຮັບປະກັນວ່າ ຊາວບ້ານ ຜູ້ມີລະດັບ ຄວາມຮູ້ຕ່ຳ ຂອງຕາແສງ ເມື່ອເບິ່ງ ປຶ້ມສະບັບນີ້ ກໍສາມາດ ເຂົ້າ ໃຈ ແລະ ຟ້ອນຕາມແບບ ແຕ່ລະອະລີຍະບົດໄດ້.

ເມື່ອບັນດາຜູ້ເຖົ້າຜູ້ແກ່ໃນບ້ານ, ບັນດາອາຈານສອນຂອງ ນັກສິລະປິນ ຮຸ່ງ ທະຍອຍກັນຈາກໄປ, ປຶ້ມຂອງທ່ານຮຸ່ງ ພັດເປັນ ແຫຼ່ງ ເອກະສານໜຶ່ງດຽວ ກ່ຽວກັບການສະແດງ ຊວນຝາ. ນັກສິລະປິນ ຮຸ່ງ ໃນຂະນະນັ້ນ ໄດ້ຖືບົດບາດໃໝ່ ຢ່າງເປັນ ທາງການ ຄືເປັນ ອາຈານສອນ, ນັກກຳກັບ ຂອງ ຊາວບ້ານ ຊວນຝາ.

 

ນັກສິລະປິນ ບຸ່ຍວັນຮຸ່ງ (ຕາແສງ ຊວນເຈື່ອງ, ເມືອງ ເຖາະຊວນ, ແຂວງ ແທງຮ໋ວາ) - ຜູ້ທຸ້ມເທໝົດຈິດໃຈ ຕະຫຼອດຊີວິດ
ໃຫ້ແຕ່ລະ ລາຍການສະແດງ ຊວນຝາ. 



ເມື່ອມີເວລາວ່າງ, ນັກສິລະປິນ ບຸ່ຍວັນຮຸ່ງ ໄດ້ວາດພາບຄືນໃໝ່ ບັນດາວາດຟ້ອນ ໃນການສະແດງ ຊວນຝາ ເພື່ອຖ່າຍທອດ ໃຫ້ ລຸ້ນຄົນສືບທອດ. 


ນັກສິລະປິນ ບຸ່ຍວັນຮຸ່ງ ພ້ອມມັບ ທ່ານ ໂດ໊ວັນຮ່າວ, ຊ່າງໄມ້ ຢູ່ ຕາແສງ ໄດ້ປະດິດສ້າງບັນດາໜ້າກາກ ເພື່ອຮັບ ໃຊ້ໃຫ້ແກ່ການ ສະແດງ ຊວນຝາ. 

ນັກສິລະປິນຟ້ອນ ຊວນຝາ ບຸ່ຍວັນຮຸ່ງ ກຳລັງ ບອກສອນ ຖ່າຍ ທອດ ບັນດາວາດຟ້ອນ ໃນການສະແດງ ຊວນຝາ ໃຫ້ແກ່ ພວກ ນ້ອງນັກຮຽນ ໃນຕາແສງ. 


ນັກສິລະປິນ ບຸ່ຍວັນຮຸ່ງ ພ້ອມກັບຄະນະນັກຟ້ອນ ໃນວາດຟ້ອນ ຕູ໋ຮ່ວນ ຊຶ່ງເປັນໜຶ່ງໃນ 5 ລາຍການສະແດງ ຊວນຝາ. 


ໃນການຝຶກແອບ ແລະ ສະແດງ ຊວນຝາ ຄັ້ງຕ່າງໆ, ນັກສິລະ ປິນ ບຸ່ຍວັນຮຸ່ງ ມັກເປັນຜູ້ຕີກອງໃຫຍ່ ເພື່ອໃຫ້ ບັນດານັກຟ້ອນ ສະແດງ ຖືກກັບຈັງຫວະ.


ນັກສິລະປິນ ບຸ່ຍວັນຮຸ່ງ ຈັດແຕ່ງ ເຄື່ອງນຸ່ງຖື ໃຫ້ແກ່ບັນດາ ນັກສະແດງ ໃນວາດຟ້ອນ ໂງກວກ ໃນຄັ້ງການສະແດງ ຢູ່ ງານບຸນ ລາມກິງ ປີ 2018. 


ການຝຶກຊ້ອມ ບັນດາຈັງຫວະ ເຄາະໄມ້ງອບແງບ ໃນວາດຟ້ອນ ຕູ໋ຮ່ວນ ກ່ອນການສະແດງ ທີ່ງານບຸນ ລາມກິງ ປີ 2018. 
 
ນັກສິລະປິນ ຮຸ່ງ ເປັນຜູ້ຮັບຜິດຊອບ ສະໂມສອນ ຊວນຝາ ໜຶ່ງດຽວ ຢູ່ຕາແສງ ຊວນເຈື່ອງ, ທັງເປັນຜູ້ຈັດຕັ້ງ ບັນດາ ການສະ ແດງ ຊວນຝາ ໃນບັນດາງານບຸນ, ກໍຄື ນຳຄະນະ ໄປສະແດງ ຢູ່ ເຫດການຕ່າງໆ ຢູ່ພາຍໃນ ແລະ ຕ່າງແຂວງ...

ສິ່ງທີ່ເຮັດໃຫ້ນັກສິລະປິນ ຮຸ່ງ ຍາມໃດກໍມີຄວາມປະທັບໃຈ ກັບ ການຍືນຍົງຄົງຕົວ ຂອງ ຊວນຝາ ນັ້ນແມ່ນ “ເຖິງວ່າ ຊີວິດການ ເປັນຢູ່ ຂອງປະຊາຊົນ ຢູ່ບ້ານ ຂ້າພະເຈົ້າ ຍັງປະສົບກັບຄວາມ ຫຍຸ້ງຍາກຫຼາຍປະການກໍຕາມ, ແຕ່ເຂົາເຈົ້າຍາມໃດກໍມ່ວນຊື່ນ ດີໃຈ ເມື່ອ ໄດ້ສະແດງລາຍການ ຊວນຝາ”. ໃນຕົວຈິງ, ວາດ ຟ້ອນ ໃນການສະແດງ ຊວນຝາ ແມ່ນຝາກຝັງໄວ້ ຄວາມໝາຍ ກ່ຽວກັບ ຄວາມສາມັກຄີ, ເຈດຈຳນົງ ແລະ ຄວາມດຸໝັ່ນຂະ ຫຍັນພຽນ ໃນການອອກແຮງງານຂອງປະຊາຊົນ ຕາແສງ ຊວນ ເຈື່ອງ.

ພົ້ນເດັ່ນໃນວາດຟ້ອນ ຮວາລາງ ແມ່ນນັກຟ້ອນໃຊ້ວີ, ຟ້ອນຈັງ ຫວະ ໂຮຍດອກໄມ້, ສະແດງ ຄວາມເບີກບານມ່ວນຊື່ນ ແລະ ຄວາມປະທັບໃຈ. ພ້ອມກັນນັ້ນ ນັກຟ້ອນ ນຳໃຊ້ບັນດາບົດ “ຂັບ ແຈ່ວ” ເພື່ອສະແດງ ການຫາລ້ຽງຊີບ ປະຈຳວັນ ຂອງ ປະຊາຊົນ ຢູ່ແຫ່ງນີ້, ນັ້ນແມ່ນ ການຫາລ້ຽງຊີບ ຈາກສາຍນຳ້.

ຫຼືວາດຟ້ອນ ລູກໂຮ່ນຍຸງ ຊຶ່ງສະແດງໃຫ້ເຫັນ ການດຳລົງຊີວິດ ໃນຄອບຄົວໜຶ່ງ ລວມມີຫຼາຍລຸ້ນຄົນເຊ່ັນ: ແມ່ເຖົ້າ, ແມ່, ລູກ... ແນໃສ່ສັ່ງສອນໃຫ້ ຜູ້ເປັນລູກຫຼານ ຕ້ອງໃຊ້ຊີວິດແບບ ເຄົາລົບ ນັບຖື ຜູ້ເຖົ້າຜູ້ແກ່, ປະນິປະນອມກັບຜູ້ນ້ອຍ ຊຶ່ງສະແດງໃຫ້ເຫັນ ນຳ້ໃຈສາມັກຄີ ໃນຄອບຄົວໜຶ່ງ.

ປີ 2017, ປະຊາຊົນ ຊວນເຈື່ອງ ເວົ້າສະເພາະ ແລະ ເວົ້າລວມ ແມ່ນປະຊາຊົນ ແຂວງ ແທງຮ໋ວາ ໄດ້ຮັບ ຂ່າວດີດັ່ງໃຈປະສົງ ເມື່ອການສະແດງ ຊວນຝາ ໄດ້ຈັດຢູ່ໃນບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳຂອງຊາດ.

ຄົນທັງຫຼາຍມ່ວນຊື່ນ ແຕ່ສຳລັບຕົວນັກສິລະປິນ ຮຸ່ງ ພັດຍິ່ງ ມີ ຄວາມເປັນຫ່ວງກັງວົນຫຼາຍ ຍ້ອນວ່າ ຜູ້ຕີກອງໜຶ່ງດຽວໃນ ບ້ານ ຄືພໍ່ເຖົ້າ ໂດ໊ດິ່ງຕ້າ ປີນີ້ໄດ້ກ້າວເຂົ້າສູ່ໄວ 82 ແລ້ວ. ຜູ້ຕີກອງເປັນ ໜຶ່ງໃນສອງປັດໃຈອັນສຳຄັນ ເພື່ອ ປະກອບສ່ວນ ໃຫ້ການສະ ແດງ ຊວນຝາ ປະສົບຜົນສຳເລັດ.

ເພື່ອຕີກອງໄດ້ ຜູ້ປະຕິບັດຕ້ອງທ່ອງຈຳບັນດາວາດຟ້ອນ ແລະ ນອກຈາກ ເປັນຜູ້ມີພອນສະຫວັນແລ້ວ ຜູ້ຕີກອງ ກໍຕ້ອງມີຄວາມ ເມົາມົວ, ສຸດອົກສຸດໃຈ ກັບສິລະປະການສະແດງ ຊວນຝາ ຈຶ່ງ ສາມາດຕີກອງ ເປັນສໍານຽງມ່ວນ ແລະ ນັກຟ້ອນຈຶ່ງຈັບ ຈັງຫວະ ຟ້ອນ ຕາມໄດ້.


ນັກສິລະປິນ ບຸ່ຍວັນຮຸ່ງ ແນະນຳການຈັບງ້າວ ໃຫ້ນັກຟ້ອນ ໃນ ວາດຟ້ອນ ໂງກວກ.


ນັກສິລະປິນ ບຸ່ຍວັນຮຸ່ງ ກຳລັງດັດອະລີຍະບົດ ເຄາະ ໄມ້ງອບແງບ ໃຫ້ແກ່ ນັກຟ້ອນ ໃນລາຍການສະແດງ ຕູ່ຮ່ວນ. 


ນັກສິລະປິນ ບຸ່ຍວັນຮຸ່ງ ແນະນຳ ວິທີການຍ່າງ, ຄໍ້າໄມ້ຄ້ອນເທົ້າ ໃຫ້ຜູ້ສວມບົດ ເປັນແມ່ເຖົ້າ ໃນລາຍການສະແດງ ຕູ໋ຮ່ວນ.


ນັກສິລະປິນ ບຸ່ຍວັນຮຸ່ງ ແນະນຳໃຫ້ນັກຟ້ອນ ໃນລາຍການ ສະແດງ ຈຽມແທ່ງ ປະຕິບັດ ອະລີຍະບົດ ໂຮຍດອກໄມ້. 


ນັກສິລະປິນ ບຸ່ຍວັນຮຸ່ງ ດັດອະລີຍະບົດຕ່າງໆ ໃນລາຍການ ສະແດງ ຈຽມແທ່ງ, ເຮັດໃຫ້ນັກຟ້ອນ 10 ຄົນ ຟ້ອນໃຫ້ ສະເໝີກັນ.


ນັກສິລະປິນ ບຸ່ຍວັນຮຸ່ງ ຟ້ອນເປັນຕົວແບບ ບັນດາອະລີຍະບົດ ຂອງລາຍການສະແດງ ຈຽມແທ່ງ ໃນການຝຶກຊ້ອມບົດຟ້ອນ. 


ການສະແດງ ຈຽມແທ່ງ ລວມມີຫຼາຍອະລີຍະບົດທີ່ຍາກ ຊຶ່ງຮຽກຮ້ອງ ນັກສິລະປິນ ບຸ່ຍວັນຮຸ່ງ ຕ້ອງແນະນຳໃຫ້ ບັນດານັກຟ້ອນ ປະຕິບັດຕາມຢ່າງພິຖີພິຖັນ. 


ເໝືອນວ່າມີພອນສະຫວັນທີ່ພິເສດ, ບັນດາພວກນ້ອງນ້ອຍ ຢູ່ຕາແສງ ຊວນເຈື່ອງ ໄດ້ສຳຜັດ ແລະ ຟ້ອນ ບັນດາອະລີຍະບົດ
ຂອງ ການສະແດງ ຊວນຝາ ຢ່າງຊຳນິຊຳນານ ພາຍໃຕ້ ການແນະນຳ ຂອງ ນັກສິລະປິນ ບຸ່ຍວັນຮຸ່ງ. 

 
ໄດ້ເຫັນກັບຕາ ບັນດາຊົ່ວໂມງ ສິດສອນ ທີ່ເຕັມໄປດ້ວຍ ນຳ້ໃຈ ແຕ່ກໍສຸດທີ່ເຂັ້ມງວດ ຂອງ ນັກສິລະປິນ ຮຸ່ງ ກັບບັນດາ ລູກສິດ ຜູ້ສືບທອດ, ພວກຂ້າພະເຈົ້າ ຈຶ່ງເຂົ້າໃຈໄດ້ວ່າ ນັກສິລະປິນ ຮຸ່ງ ຍັງຄົງ ບົນເສັ້ນທາງຊອກຫາ “ຜູ້ສືບທອດມໍລະດົກ” ທີ່ມີພອນ ສະຫວັນຢ່າງແທ້ຈິງ ເພື່ອໃຫ້ ສິລະປະ ການສະແດງ ຊວນຝາ ສາມາດຍືນຍົງຄົງຕົວຢູ່ຄູ່ ກັບວັນເວລາ. 
ບົດ: ຖາວວີ -ພາບ: ເຈິ່ນກົງດາດ, ເຈິ່ນແທງຢາງ
 
ບັນດາບົດທີ່ຖືກນຳສະເໜີ