03/01/2018 10:20 GMT+7 Email Print Like 0

ຜູ້ສະຫຼັກເງິນຄົນສຸດທ້າຍ ຢູ່ເທິງພູ ເປີ ລີ ງ່່າຍ

ເຖິງແມ່ນວ່າ ຊົນເຜົ່າ ນຸ່ງ ຢູ່ເມືອງ ຮວ່າງຊູຟີ່ (ແຂວງ ຮ່າຢາງ) ຮູ້ຈັກການສະຫຼັກເຄື່ອງປະດັບເອ້ ດ້ວຍເງິນ ມີຈຳນວນຫຼາຍ ພັນຄົນ, ແຕ່ຄົນຮູ້ຈັກການສະຫຼັກ ລາຍດອກບູຮານ ດ້ວຍເງິນ ຍັງພຽງມີແຕ່ ສອງສາມຄົນ ແລະ ສຳລັບ ພໍ່ເຖົ້າ ນາຍຊ່າງ ຈ໋າງແທງເຕີ່ ທີ່ໃຊ້ຊີວິດ ຢູ່ຈອມພູ ເປີ ລີ ງ່າຍ ເປັນ ຄົນໜຶ່ງດຽວ ຮູ້ຈັກການເຈຍລະໄນ ເຄື່ອງປະດັບເອ້ ດ້ວຍເງິນ 12 ຊຸດ ຕາມວັດທະນະທຳມູນເຊື້ອ ຂອງ ຊົນເຜົ່າ ນຸ່ງ ຊຶ່ງໄດ້ ໃຊ້ໃນງານດອງ.
ພໍ່ເຖົ້າ ຈ໋າງ ແທງ ເຕີ່ ກໍບໍ່ສາມາດຈື່ໄດ້ຢ່າງຄັກແນ່ວ່າ ຕົນເອງ ໄດ້ມີຄວາມສະໜິດຕິດພັນ ກັບອາຊີບມູນເຊື້ອ ຂອງຄອບຄົວ ແຕ່ຍາມໃດ. ຮູ້ພຽງແຕ່ວ່າ ເມື່ອອາຍຸ 20 ປີ ພໍ່ເຖົ້າສາມາດ ຜະລິດເຄື່ອງປະດັບເອ້ ມູນເຊື້ອດ້ວຍເງິນ ຂອງ ຊົນເຜົ່ານຸ່ງ ດ້ວຍ ຄວາມຊຳນິຊຳນານ ແລະ ບາງເທື່ອຄົງຍ້ອນ ຄຳຕັກ ເຕືອນ ຂອງ ຜູ້ເປັນພໍ່່່ ກ່ອນເພິ່ນຈະລ່ວງລັບໄປວ່າ: “ເຄື່ອງ ປະດັບເອ້ ດ້ວຍເງິນ ເປັນວິນຍານນະຂັນ, ເປັນຮີດຄອງປະ ເພນີ, ບໍ່ຖືເງິນ ໝາຍຄວາມວ່າ ຊົນເຜົ່ານຸ່ງ ບໍ່ຮູ້ຈັກເຖິງກົກເຄົ້າ ເງົ້າກໍ, ບໍ່ຮູ້ ຈັກ ເຖິງປູ່ຍ່າຕາຍາຍຂອງຕົນ, ເພາະສະນັ້ນ ລູກ ບໍ່ຕ້ອງເຮັດ ໃຫ້ ອາ ຊີບນີ້ສູນຫາຍໄປ ຢ່າງເດັດຂາດ” ໄດ້ ກາຍເປັນແຮງບັນດານ ໃຈ ຊຸກຍູ້ພໍ່ເຖົ້າ ຈ໋າງ ແທງ ເຕີ່ ຂະ ຫຍັນໝັ່ນພຽນ ຕະຫຼອດ ເວລາ 2/3 ຊີວິດ ເພື່ອການ ປະດິດສ້າງ ຊຸດໆ ເຄື່ອງປະດັບເອ້ ທີ່ ມີ ຄວາມປານີດ ຊຶ່ງມີສີສັນວັດທະນະທຳຂອງຊົນເຜົ່ານຸ່ງ.

ຍົກຄູ່ມືຫຍາບດ້ານ ຍ້ອນຕະຫຼອດຊີວິດ ຄວັດເຈາະ ລາຍ ດອກ ຢູ່ເທິງແຜ່ນເງິນຂຶ້ນ, ພໍ່ເຖົ້າເວົ້າດ້ວຍ ນ້ຳສຽງ ທີ່ເສົ້າໆ ວ່າ: “ມີບາງຄັ້ງ ຄູ່ມືນີ້, ອາຊີບນີ້ ຊຳ້ພັດບໍ່ສາມາດ ລ້ຽງ ຄອບຄົວ ແລະ ຕົວເອງ ໃຫ້ຫຼ້ອນໄດ້!”. 


ພໍ່ເຖົ້າ ເຕ່ີ ຊັ່ງ ເງິນ ກ່ອນການເຮັດເຄື່ອງປະດັບເອ້ ເພື່ອຕີລາຄາມູນຄ່າ. 


ພໍ່ເຖົ້າ ຈ໋າງ ແທງ ເຕີ່ ຄຽງຂ້າງໂຕະເຮັດວຽກ. 


ຂັ້ນຕອນໃຊ້ປັ້ງອົກຊີເປົ່າ ເພື່ອໃຫ້ເງິນ ເປື່ອຍເພື່ອສ້າງຮູບເຄື່ອງເງິນ. 


ພໍ່ເຖົ້າ ເຕີ່ ຕີເງິນໃຫ້ເປັນແຜ່ນບາງໆ ເພື່ອ ເຮັດເຄື່ອງປະດັບ. 


ເພື່ອສ້າງຮູບເຄື່ອງເງິນ, ພໍ່ເຖົ້າ ເຕີ່ ໃຊ້ຢາງແປກ ປົນກັບ ໜັງ ຄວາຍ ເຜົາ ເປັນທາດປະສົມ
ອ່ອນໜຽວເມື່ອຮ້ອນ ແລະ ເມື່ອ ເຢັນແລ້ວຈະແຂງປານຫີນ. 



ເຄື່ອງປະດັບເອ້ ຮູບ ປາ, ປູ, ນົກ ດ້ວຍເງິນ ແມ່ນເປັນທີ່ນິຍົມ ຂອງ ຊົນເຜົ່າ ນຸ່ງ ຢູ່ເມືອງ ຮວ່າງຊູຟີ່. 


ພໍ່ເຖົ້າ ເຕີ່ ສະຫຼັກລາຍດອກຢູ່ເທິງປອກແຂນ ດ້ວຍການ ຊ່ວຍ ເຫຼືອ ຂອງ ພັນລະຍາ. 


ພໍ່ເຖົ້າ ເຕີ່ ໃຊ້ຢາງແປກ ເພື່ອສ້າງຮູບ ໃຫ້ຜະລິດຕະພັນ. 


ຊຸມເດັກນ້ອຍ ໃນໝູ່ບ້ານ ມາເບິ່ງ ພໍ່ເຖົ້າ ເຕີ່ ສະຫຼັກ ເຄື່ອງ ປະດັບເອ້ ດ້ວຍເງິນ. 

ນັ້ນແມ່ນຊ່ວງເວລາກວ່າ 10 ປີກ່ອນນີ້, ຂະນະທີ່ ເຄື່ອງປະດັບ ເອ້ ປອມ ມີຢ່າງຖ້ວນລົ້ມ ບັນດາຫ້າງຮ້ານ ຢູ່ຕະຫຼາດເມືອງ ວິງກວາງ. ຊຸມຜູ້ບ່າວເຜົ່າ ນຸ່ງ ບອກວ່າ ເຮັດ ປອກແຂນດ້ວຍ ເງິນຕາມແບບມູນເຊື້ອ ເສຍເງິນເທົ່າມູນ ຄ່າ ງົວ ໂຕໜຶ່ງ, ຖ້າ ຫາກຊື້ຢູ່ຕະຫຼາດເມືອງ ເສຍເງິນພຽງສອງ ສາມແສນດົ່ງ, ເພາະສະນັ້ນ ບໍ່ຕ້ອງເສຍແຮງດອກ! ສ່ວນຜູ້ເຖົ້າຜູ້ແກ່ ຊຳ້ພັດ ບອກກັບຕົນເອງ ແລະ ຄິດວ່າ ເຄື່ອງ ປະດັບເອ້ ດ້ວຍເງິນ ງາມແທ້, ປູ່ຍ່າຕາຍາຍລຸ້ນກ່ອນໆ ເຄີຍໃຊ້ ແຕ່ເຄື່ອງປະດັບເອ້ ດ້ວຍເງິນແລ້ວ, ແຕ່ຍ້ອນຄວາມທຸກຍາກ, ເພາະສະນັ້ນ ຊື້ເຄື່ອງເງິນປອມ ມາໃຊ້ແທນ,  ປູ່ຍ່າຕາຍາຍ ຈະໃຫ້ອະໄພ. 

ພໍ່ເຖົ້າ ຈ໋າງ ແທງ ເຕີ່ ໃຫ້ຮູ້ວ່າ ຊຸດເຄື່ອງປະດັບເອ້ ຂອງ ເຈົ້າ ສາວ ຊົນເຜົ່າ ນຸ່ງ ໃນວັນແຕ່ງງານ ລວມມີ ປອກຄໍ, ປອກ ແຂນ, ປິ່ນຜົມ, ກະດູມເສື້ອ, ໝາກຕຸ້ມ ແລະ ອື່ນໆ ອີກຫຼາຍ ຢ່າງ, ຊຶ່ງທັງໝົດໄດ້ເຮັດຈາກ ເງິນ ຮວາແຊ່ວ  ແລະ ຖືກ ຄວັດ ສະຫຼັກຢ່າງພິຖີພິຖັນ. 
ໃນຄາວນັ້ນ, ພໍ່ເຖົ້າ ຈ໋າງ ອາ ເຕີ່ ແລະ ອີກຈຳນວນ ບໍ່ພໍເທົ່າ ໃດຄົນຮູ້ຈັກ ການສະຫຼັກເຄື່ອງປະດັບເອ້ ດ້ວຍເງິນ ມີຄວາມຮູ້ ສຶກ ເປົ່າປ່ຽວ ແລະ ເສຍໃຈທີສຸດ. ຈຸດວັດທະນະທຳ ທີ່ເປັນ ເອກະລັກ ຂອງຊົນເຜົ່ານຸ່ງ ຄື ໃນງານແຕ່ງດອງ, ເຈົ້າສາວຈະ ໄດ້ ຄອບຄົວເຈົ້າບ່າວ ຊື້ໃຫ້ເຄື່ອງປະດັບເອ້ ຊຸດໜຶ່ງ ດ້ວຍ ເງິນ. ພໍ່ເຖົ້າ ຈ໋າງ ອາ ເຕີ່ ໄຂຄວາມໃນໃຈອອກມາວ່າ ຕົວ ເພິ່ນ ຮູ້ສຶກເຈັບໃຈຫຼາຍ ເມື່ອເຂົ້າຮ່ວມງານດອງ ຢູ່ໃນບ້ານ, ເຈົ້າສາວບໍ່ໃຊ້ເຄື່ອງປະດັບເອ້ ດ້ວຍເງິນ, ດົນຕີ ໃຊ້ໃນພິທີ ກໍບໍ່ແມ່ນ ສຽງແສ່ງ, ສຽງແຄນ ສຽງກອງອີກແລ້ວ ຫາກແທນ ໃສ່ນັ້ນ ແມ່ນສຽງດົນດີ ດັງອຶກກະທຶກ ຂອງ ເຄື່ອງຂະຫຍາຍ ສຽງ.

ເມື່ອເຫດການຮ້າຍໆ ຜ່ານໄປ,  ຊີວິດການເປັນຢູ່ ຂອງ ຊົນ ເຜົ່ານຸ່ງ ມີຄວາມ ອີ່ນໜຳ ສຳລານຍິ່ງຂຶ້ນ ເນື່ອງຈາກການ ຮູ້ຈັກປູກຕົ້ນຊາ ແລະ ຕົ້ນໝາກແໜ່ງ. ບັນດາເຈົ້າບ່າວ ກໍຊື້ ເຄື່ອງປະດັບເອ້ ໃຫ້ແກ່ ເຈົ້າສາວ ໃນວັນແຕ່ງດອງອີກ. ຫຼາຍ ຄົນໄດ້ມາຫາສ່ັງຊື້ ເຄື່ອງປະດັບເອ້ ໃຫ້ເມຍຂອງເຂົາເຈົ້າ ເຖິງ ວ່າມີຫຼາຍຊຸດ ໄດ້ຜະລິດ ຢ່າງປານີດ ຄືປອກຄໍ, ປອກ ແຂນສະຫຼັກ ຮູບດອກໄມ້, ໃບໄມ້, ຮູບປາ, ຮູບນົກ ຫຼື ກະດູມ ເສື້ອ... ມີລາຄາສູງເຖິງ ກວ່າ 40 ລ້ານດົ່ງ. ສຽງສະຫຼັກເຄື່ອງ ເງິນ ໄດ້ກັບຄືນມາດັງຄຶກຄັກ ທົ່ວບ້ານ. ພໍ່ເຖົ້າ ຈ໋າງ ອາ ເຕີ່ ເວົ້າດ້ວຍຄວາມດີໃຈວ່າ: “ບັນດາ ຄູນຄ່າຂອງປູ່ຍ່າຕາຍາຍ ທີ່ປະໄວ້ໃຫ້ ມາບັດນີ້ ໄດ້ຟື້ນຊີບຄືນໃໝ່ ໃນຊີວິດການເປັນຢູ່ ຂອງຊາວເຜົ່າ ນຸ່ງ ພວກຂ້າ ພະເຈົ້າແລ້ວ.

ສິ່ງທີ່ໜ້າດີໃຈກວ່ານັ້ນອີກ ກໍຄື ໃນຄັ້ງໜຶ່ງ ໄດ້ເຂົ້າຮ່ວມ ງານບຸນວັດທະນະທຳ ບັນດາເຜົ່າ ຂອງ ເມືອງຮ່ວາງຊູຟີ່ ຢູ່ເທສະບານ ວິງກວາງ ໃນເມື່ອປີ 2013, ພໍ່ເຖົ້າ ເຕີ່ ໄດ້ພົບກັບ ພໍ່ ເຖົ້ານາຍຊ່າງ ລີ ຊ່າວ ຕີນ ຊຶ່ງເປັນຜູ້ທີ່ມີຄວາມຫຼົງໄຫຼ ໄຝ່ ປອງ ກັບອາຊີບສະຫຼັກ ເງິນ ຂອງ ຊົນເຜົ່າ ນຸ່ງ. ພໍ່ເຖົ້າທັງສອງ ນີ້ ໄດ້ມີການ ແລກປ່ຽນ ບົດຮຽນ, ເຄັດລັບໃນອາຊີບ ແລະ ເປັນເອກະພາບກັນວ່າ ຈະໃຫ້ ລູກເຕົ້າຂອງຕົນ ນຳ ເຄື່ອງປະດັບເອ້ ດ້ວຍເງິນລົງຂາຍຢູ່ ງານຕະຫຼາດນັດ ຊຶ່ງ ໄດ້ເປີດໃນທຸກໆ ວັນອາທິດຢູ່ເທສະບານວິງກວາງ.

ຈາກນັ້ນ, ເມື່ອມາຍັງຕະຫລາດນັດ ວິງກວາງ ນັກທ່ອງທ່ຽວ ອາດສາມາດ ພົບເຫັນໄດ້ງ່າຍ ບັນດາຜູ້ຍິງຊົນເຜົ່າ ນຸ່ງ ຖື ເຄື່ອງປະດັບເອ້ ດ້ວຍ ເງິນເພື່ອການຊື້ຂາຍ. ຄົນເບິ່ງຫລາຍ ຄົນຂາຍໜ້ອຍ, ແຕ່ ພໍ່ເຖົ້າເຕີ່ ກໍ່ສະແດງຄວາມດີໃຈ ຢ່າງ ອອກໜ້າ ເພາະເຫັນວ່າ ມີຄົນເບິ່ງ ໝາຍຄວາມວ່າ ຊົນເຜົ່ານຸ່ງ ຍັງມີຄວາມນິຍົມໃນວັດທະນະທຳ ຂອງ ບັນພະບູລຸດ.

ແຕ່ວ່າ ພໍ່ເຖົ້າ ເຕີ່ ໃຫ້ຮູ້ວ່າ ເພິ່ນໄດ້ໄປທົ່ວ ຮວ່າງຊູຟີ່ ແຕ່ບໍ່ ມີ ຈັກຄົນ ທີ່ຮູ້ເຄັດລັບ ຜະລິດເຄື່ອງໃຫ້ກັບ ເຈົ້າສາວ ເຜົ່ານຸ່ງ ໃນ ມື້ແຕ່ງດອງ. ໃນຈຳນວນລູກຫຼານ ຂອງ ເພິ່ນ ກໍບໍ່ມີຜູ້ໃດ ສົນ ໃຈກັບອາຊີບນີ້, ພໍ່ເຖົ້າ ເຕີ່ ເປັນຫ່ວງວ່າ ເມື່ອເພິ່ນຈາກໄປ ສູ່ ບັນພະບູລຸດ, ອາຊີບຕີເງິນ ເຮັດເຄື່ອງປະດັບເອ້ ຂອງ ຊົນເຜົ່າ ນຸ່ງ ຈະຫາຍໄປ. 


ປອກຄໍ ຊຶ່ງພໍ່ເຖົ້າ ເຕີ່ ຜະລິດ ຕາມວັດທະນະທຳມູນເຊື້ອ ຂອງ ຊົນເຜົ່າ ນຸ່ງ. 


ປອກຄໍ ທີ່ຜະລິດດ້ວຍເງິນ ຂອງ ແມ່ຍິງເຜົ່ານຸ່ງ ຊຶ່ງພໍ່ເຖົ້າ ເຕີ່ ເປັນຜູ້ປະດິດສ້າງ. 


ພໍ່ເຖົ້າ ເຕີ່ ໃຫ້ຮູ້ວ່າ ຕ້ອງໃຊ້ເວລາຫຼາຍອາທິດ ເພື່ອການ ປະ ດິດ ສ້າງປິ່ນ ອັນໜຶ່ງ ກັບລາຍດອກທີ່ມີຄວາມປານີດ. 


ຍາດຕິພີ່ນ້ອງຄົນໜຶ່ງ ຂອງ ພໍ່ເຖົ້າ ເຕີ່ ຂາຍເຄື່ອງປະດັບເອ້ ຢູ່ ງານຕະຫຼາດນັດ ວິງກວາງ. 


ເຄື່ອງປະດັບເອ້ ດ້ວຍເງິນຂອງ ພໍ່ເຖົ້າ ເຕີ່ ມີຄວາມດຶງດູດໃຈ ແມ່ຍິງຊົນເຜົ່າ ນຸ່ງ. 


ໝວກສຳລັບເດັກນ້ອຍຊົນເຜົ່ານຸ່ງ ກັບ ສ່ວນລາຍລະອຽດ ຕ່າງໆ ຊຶ່ງ ພໍ່ເຖົ້າ ເຕີ່ ປະດິດສ້າງດ້ວຍເງິນ. 


ຊົນເຜົ່າ ນຸ່ງ ໃຊ້ເຄື່ອງສຳອາງ ດ້ວຍເງິນ ບໍ່ພຽງແຕ່ ໃນໂອກາດ ມີງານບຸນເທົ່ານັ້ນ ຫາກຍັງນຳໃຊ້
ໃນການອອກແຮງງານ ປະ ຈຳວັນອີກດ້ວຍ. 
 
ບົດ: ຖູກຮ່ຽນ -ພາບ: ທົງທ້ຽນ
ບັນດາບົດທີ່ຖືກນຳສະເໜີ