22/07/2018 09:35 GMT+7 Email Print Like 0

ປົກປັກຮັກສາສັດປ່າ ຢູ່ ຫວຽດນາມ

ໃນສິບກວ່າປີຜ່ານມາ, ຫວຽດນາມ ມີນະໂຍບາຍຫຼາຍຢ່າງ ແລະ ການປະພຶດຕົວຈິງ ຊຶ່ງໄດ້ຮັບການຕີລາຄາສູງ ຈາກຊາວໂລກຄື: ເຜີຍແຜ່ໂຄສະນາ, ຍົກສູງຄວາມຮັບຮູ້ໃນປະຊາຄົມ; ສ້າງຕັ້ງສູນ ກູ້ຊີບສັດປ່າ ໃນການປະຕິບັດຄຳໝັ້ນສັນຍາວ່າດ້ວຍການ ປົກປັກ ຮັກສາສັດປ່າ ທີ່ມີຄ່າຫາຍາກໃນປຶ້ມປົກແດງ. 
ການໂຄສະນາເຜີຍແຜ່ ແລະ ກູ້ຊີບ

ເພື່ອຊອກຮູ້ກ່ຽວກັບວຽກງານໂຄສະນາເຜີຍແຜ່ ແລະ ຍົກສູງ ຄວາມຮັບຮູ້ຂອງປະຊາຄົມ ກ່ຽວກັບບັນຫາການ ປົກປັກຮັກສາ ສັດປ່າ, ພວກຂ້າພະເຈົ້າພ້ອມກັບອົງການສັດ ອາຊີ ມາຕາແສງ ຝຸ້ງເຖື້ອງ (ເມືອງ ຝຸກເຖາະ, ຮ່າໂນ້ຍ) ເພື່ອປະຕິບັດແຜນການ ໂຄສະນາ ເຜີຍແຜ່ກ່ຽວກັບການອະນຸລັກຮັກສາໝີ. ສິບກວ່າປີ ຜ່ານມາ, ຕາແສງ ຝຸ້ກເຖື້ອງ ໄດ້ຮູ້ວ່າ ເປັນນິຄົມລ້ຽງໝີ ເພື່ອເອົາ ນໍ້າບີ ແຫ່ງໜຶ່ງ ທີ່ມີຂະໜາດໃຫຍ່ສຸດຢູ່ພາກເໜືອ. ບາງໄລຍະ, ໃນ ທ້ອງຖິ່ນດັ່ງກ່າວ ມີນິຄົມລ້ຽງໝີ 59 ແຫ່ງດ້ວຍຈຳນວນໝີ 325 ໂຕ.
 
ເພາະສະນັ້ນ, ການສອບຖາມຂໍ້ມູນຢູ່ບັນດາຄອບຄົວທີ່ລ້ຽງໝີ ຢູ່ ທີ່ນີ້ ແມ່ນສຸດທີ່ຫຍຸ້ງຍາກ. ທ່ານ ດຣ ຕວັນ ແບນດີແຊນ, ຫົວໜ້າ ຜູ້ຕາງໜ້າ ອົງການສັດ ອາຊີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ປ່ຽນ ແປງ ຄວາມຮັບຮູ້ໃນປະຊາຄົມ, ນັ້ນຈຶ່ງແມ່ນຄວາມໝັ້ນຄົງ ໃນ ຂະບວນການປົກປັກຮັກສາສັດປ່າ”. 

ໃນ 3 ປີ ຜ່ານມາ, ເດືອນລະຄັ້ງ  ອົງການສັດອາຊີ ປະຈຳ ຫວຽດ ນາມ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ​ເລືອກເອົາຄຸ້ມບ້ານໜຶ່ງໃນຕາແສງເພື່ອປະຕິບັດການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການອະນຸລັກຮັກສາໝີ. ພິເສດ, ຊາວບ້ານແຕ່ ລະຄົນຈະໄດ້ຮັບຢາພື້ນເມືອງກວດໜຶ່ງ ທີ່ມີຄຸນປະໂຫຍດ ຄ້າຍຄື ບີໝີ ລ້າ ເພື່ອກວດກາທົດລອງ ແລະ ຢືນຢັນປະສິດທິພາບ, ຈາກ ນັ້ນຊ່ວຍຫຼຸດຜ່ອນການນຳໃຊ້ບີໝີ. ປັດຈຸບັນ, ຊາວບ້ານ ຝຸ້ງເຖື້ອງ ມີການປ່ຽນແປງຢ່າງຍິ່ງໃຫຍ່ໃນຄວາມຮັບຮູ້ ແລະ ການປະພຶດ. ເດືອນ ເມສາ 2018, ທົ່ວຕາແສງ ຝຸ້ງເຖື້ອງ ມີໝີ ລ້ຽງພຽງ 173 ໂຕ, ໂຕໃດກໍ່ໄດ້ຕິດຕັ້ງລະບົບຕິດຕາມຢ່າງ ລາຍລະອຽດ. 







ຍ້ອນການລ້ຽງ ແບບຂັງໃນກົງ ເຫຼັກ ທີ່ຄັບແຄບ, ສະພາບ ທຳ ຄວາມສະອາດບໍ່ໄດ້ 100%, ສະນັ້ນເຮັດໃຫ້ໝີທີ່ລ້ຽງຂົນຫຼົ່ນ ແລະ ຕິດພະຍາດຜີວໜັງ. ພາບ: ກົງດາດ/VNP


ບັນດາ ນ້ອງນ້ອຍຫຼາຍຄົນມີ ຄວາມປະທັບໃຈ ຕໍ່ການເຄື່ອນ
ໄຫວໂຄສະນາເຜີຍແຜ່ ກ່ຽວກັບການປົກປັກຮັກສາ ໝີ ຂອງ ສູນ ກູ້ຊີບ ໝີ ຕາມດາວ. ພາບ: ກົງດາດ/VNP



 ສະມາຄົມຢາພື້ນເມືອງ ນະຄອນ ຮ່າໂນ້ຍ ສົມທົບກັບສູນກູ້ຊີບ
ໝີ ຕາມດາວ ຈັດຕັ້ງການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ ເປັນປະຈຳເດືອນ ໃຫ້ບັນດາໝູ່ບ້ານ,
ຕາແສງໃນທ້ອງຖິ່ນທີ່ໄດ້ ຄັດເລືອກ. ພາບ: ກົງດາດ/
VNP


ທ່ານໝໍ ສັດຕະວະແພດ ເລີມກິມຫາຍ ກຳລັງໃຫ້ ໂຕລິ່ນນ້ອຍ ກິນນຳ້ນົມ. ພາບ: ສູນອະນຸລັກຮັກສາ ລິນ ອາຊີ
ແລະ ສັດກິນ ຊີ້ນ. 



ບັນດາ ສັດຕະວະແພດ ຂອງ ອົງການສັດ ອາຊີ ກຳລັງ ກວດ ກາ ສຸຂະພາບ ຂອງ ເສືອ ໂຕໜຶ່ງ ທີ່ຫາກໍ່ໄດ້ຊ່ວຍຊີວິດ.
ພາບ: ເອກະສານຂອງສູນກູ້ຊີບ ສັດປ່າ ຮ່າໂນ້ຍ.



ພະນັກງານໃນສູນອະນຸລັກຮັກສາສັດກິນຊີ້ນນ້ອຍ ທຸກປະ ເພດ ແລະ ລິ່ນ ອາຊີ ກຳລັງປະຕິບັດ ການກວດກາຈຳນວນ ລິ່ນ
ທີ່ຮັບມາ ຈາກບັນດາອົງການທີ່ກ່ຽວຂ້ອງ.  ພາບ: ສູນອະນຸລັກ ຮັກສາ ລິ່ນ ອາຊີ ແລະ ສັດກິນຊີ້ນ



ເດືອນ ເມສາ 2018, ສູນອະນຸລັກຮັກສາສັດປ່າ ຫວຽດ (Four Paws Viet) ສົມທົບກັບສາຂາກວດກາປ່າໄມ້ ແຂວງ ນິງບິ່ງ
ໄດ້ ຊ່ວຍຊີວິດ ໝີ ສອງໂຕສຸດທ້າຍ ທີ່ຖືກ ຂັງຢູ່ໃນຄອກ ຕະຫຼອດ ເວລາ 20 ປີ. ພາບ: ຫງອກແທ່ງ



ເຫງັນດຳໂຕໜຶ່ງ ໄດ້ຖືກປ່ອຍກັບຄືນສູ່ສະພາບແວດລ້ອມ ທຳ ມະຊາດ ຫຼັງຈາກໄດ້ຟື້ນຟູສຸຂະພາບ ໃຫ້ກັບຄືນສູ່ສະພາບ ເດີມ. ພາບ: ສູນອະນຸລັກຮັກສາ ລິ່ນ ອາຊີ ແລະ ສັດກິນຊີ້ນ

ບໍ່ພຽງແຕ່ໂຄສະນາເຜີຍແຜ່ ເພື່ອປ່ຽນແປງຄວາມຮັບຮູ້ຂອງ ປະ ຊາຄົມ ເທົ່ານັ້ນ, ແຕ່ປີ 1996, ຫວຽດນາມ ໄດ້ສ້າງຕັ້ງສູນກູ້ຊີບສັດປ່າ ແລະ ເຕັກນິກການປົກປັກຮັກສາປ່າ ຢູ່ຕາແສງ ຕຽນ ເຢືອກ, ເມືອງ ຊອກເຊີນ (ຮ່າໂນ້ຍ) ເພື່ອປະຕິບັດບົດບາດ ໜ້າທີ່ ກູ້ຊີບສັດປ່າໃນທົ່ວປະເທດ. ສູນກູ້ຊີບສັດປ່າ ແຫ່ງນີ້ ຖືເປັນ “ໂຮງ ໝໍ” ກູ້ຊີບສັດປ່າ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ທົ່ວປະເທດ.
 
ທ່ານ ໂງບ໋າແອງ, ຜູ້ອຳນວຍການສູນກູ້ຊີບສັດປ່າ ແຫ່ງນີ້ ໃຫ້ຮູ້ ວ່າໃນຕະຫຼອດເວລາ 12 ປີຜ່ານມາ, ທາງສູນໄດ້ຕ້ອນ ຮັບ 635 ກໍ ລະນີ ດ້ວຍສັດປ່າເກືອບ 100 ຊະນິດ, ໃນນັ້ນມີສັດປ່າຫຼາຍ ໂຕຂຶ້ນກັບກຸ່ມ IB ແລະ IIB, ເປັນຊະນິດສັດປ່າ ທີ່ມີຄ່າຫາຍາກ.
 
ປັດຈຸບັນ, ທາງສູນ ພວມປະຕິບັດໜ້າທີ່ປົກປັກຮັກສາສັດປ່າ 31 ຊະນິດ, ມີສັດ 274 ໂຕ, ໃນນັ້ນມີເສືອ 39 ໂຕ, ໝີ 24 ໂຕ, ສ່ວນ ທີ່ເຫຼືອແມ່ນ ລີງ, ທະນີ, ງູເຫຼືອມ, ກະທ້າງ, ປາຝາ, ເຕົ່າ, ນົກ ແລະ ອື່ນໆ.
 
ພາພວກຂ້າພະເຈົ້າ ໄປຢ້ຽມຢາມສູນແຫ່ງນີ້, ທ່ານ ຫງວຽນບ໋າ ແອງ ເລົ່າໃຫ້ຟັງເລື່ອງໜຶ່ງສຸດພິເສດ ກ່ຽວກັບເສືອ ໂຕໜຶ່ງຊື່ວ່າ ກາມ ໄດ້ຮັບການຊ່ວຍເຫຼືອ ໃນຂະບວນການຄ້າສັດປ່າຜິດ ກົດ ໝາຍ ເມື່ອປີ 2008.
 
ເວລາສົ່ງມາສູນກູ້ຊີບສັດປ່າ, ກາມ ພວມຕົກໃນສະພາບ ໄດ້ຮັບ ບາດເຈັບ ຢ່າງໜັກ, ຂົນລົ່ນເກືອບໝົດ ຍັງເຫຼືອພຽງໜັງຫຸ້ມ ກະ ດູກ. ທ່ານແອງ ໄດ້ຕິດຕໍ່ຫາທາງອົງການສັດ ອາຊີ ເພື່ອສົມທົບ ກັນ ໃນການປິ່ນປົວ. ບັນດານັກຊ່ຽວຊານ ຂອງ ອົງການດັ່ງ ກ່າວ ໄດ້ຕີລາຄາວ່າ ກາມ ໂອກາດລອດຕາຍ ພຽງ1% ເທົ່ານັ້ນ.
 
ທ່ານ ແອງ ສືບຕໍ່ເຊີນສະມາຄົມອະນຸລັກຮັກສາສັດ ປ່າໂລກ (WCS) ມາເພື່ອຂໍຄວາມຄິດເຫັນ. ຫຼັງຈາກໄດ້ເຫັນຕົວຈິງ, WCS ໄດ້ໃຫ້ຄໍາເຫັນວ່າ ຈົ່ງເຮັດໃຫ້ ກາມ ໄດ້ຕາຍດ້ວຍຄວາມ ສະຫງົບ. ແຕ່ທ່ານ ແອງ ພ້ອມກັບບັນດາພະນັກງານພາຍໃນສູນ ບໍ່ທໍ້ຖອຍໃຈ, ເຂົາເຈົ້າເຝົ້າທັງເວັນທັງຄືນ ແລະ ທົດລອງການ ປິ່ນ ປົວ ພະຍາດແບບໃໝ່ໃຫ້ ກາມ.
 
ໃນຕະຫຼອດເວລາ 3 ເດືອນ, ກາມ ເລີ່ມມີການປ່ຽນແປງ ແບບດີ ຂຶ້ນ.  “ມັນຄ່ອຍໆ ເຊົາເຈັບ ແລະ ເຖິງປັດຈຸບັນ ແມ່ນແຂງ ແຮງດີ ແລ້ວ”, ທ່ານ ແອງ ທັງເວົ້າທັງພາພວກຂ້າພະເຈົ້າມາ ຂົງເຂດທີ່ ກາມ ພວມອາໄສ.
 
ນອກຈາກບົດບາດໜ້າທີ່ຕົ້ນຕໍ, ສູນແຫ່ງນີ້ ຍັງມີການ ສົມທົບກັບ ສວນສາທາລະນະແຫ່ງຊາດຫຼາຍແຫ່ງຄື: ສວນສາທາລະນະ ແຫ່ງຊາດ ກາດຕຽນ, ບາເບ, ກາດບ່າ ແລະ ສວນສາທາລະ ນະ ແຫ່ງຊາດ ບຸ່ຢາເມີບ, ປ່າ ເຮືອງເຊີນ... ເພື່ອປ່ອຍສັດປ່າ ກັບ ຄືນ ສູ່ສະພາບແວດລ້ອມທຳມະຊາດ.
 
“ຫຼັງເຮືອນທຳມະຊາດ”
 
ປັດຈຸບັນ, ທົ່ວປະເທດມີສູນກູ້ຊີບ, ອະນຸລັກຮັກສາສັດປ່າຫຼາຍ ແຫ່ງ ໄດ້ຮັບການຕີລາຄາວ່າ ບັນລຸໄດ້ມາດຕະຖານຂອງພາກພື້ນ ແລະ ສາກົນ. ນີ້ແມ່ນ “ຫຼັງເຮືອນທຳມະຊາດ” ຊ່ວຍເຮັດໃຫ້ສັດ ຫຼາຍຊະນິດ ສາມາດກັບຄືນສູ່ສະພາບເດີມ, ກໍ່ຄືເຊື່ອມໂຍງ ເຂົ້າ ກັບສະພາບແວດລ້ອມແຫ່ງການເປັນຢູ່ ຫຼັງຈາກທີ່ໄດ້ລ້ຽງ ໃນ ຢູ່ ໃນສູນ ມາເປັນເວລາດົນນານ.
 
ບັນດາ “ຫຼັງເຮືອນທຳມະຊາດ” ທີ່ເປັນແບບຢ່າງ ແຫ່ງທຳອິດ ແມ່ນສູນກູ້ຊີບ ໝີ ຫວຽດນາມ (ສວນສາທາລະນະແຫ່ງຊາດ ຕາມດາວ, ແຂວງ ວິງຝຸກ) ຂອງ ອົງການສັດອາຊີ. ສູນກາງດັ່ງ ກ່າວ ໄດ້ເປີດນຳໃຊ້ແຕ່ເດືອນ ເມສາ 2018, ມີເນື້ອທີ່ 1,2 ເຮັກ ຕາ, ໄດ້ຮັບການລົງທຶນກວ່າ 3,3 ລ້ານໂດລາສະຫະລັດ, ມາ ສາດ ລ້ຽງໝີ ໄດ້ 200 ໂຕໃນພາບດຽວກັນ. 


ສູນກູ້ຊີບ ໝີ ຕາມດາວ ໄດ້ເປີດນຳໃຊ້ແຕ່ເດືອນ ເມສາ 2018, ມີເນື້ອທີ່ 1,2 ເຮັກຕາ, ໄດ້ຮັັບການລົງທຶນ ດ້ວຍຈຳນວນ
ເງິນກວ່າ 3,3 ລ້ານໂດລາສະຫະລັດ, ສາມາດລ້ຽງໝີ 200 ໂຕ ໃນໄລຍະດຽວກັນ. ພາບ: ກົງດາດ/VNP
 


ທ່ານໝໍ Cahalane ພ້ອມກັບບັນດາສັດຕະວະແພດຂອງ
ອົງການສັດ ອາຊີ ປະຕິບັດການຜ່າຕັດໃຫ້ແກ່ ໝີມ້າ Zebedee. 
ພາບ: ກົງດາດ/VNP


ພະນັກງານຂອງສູນ ກຳລັງສີດນໍ້າ ອະນາໄມຄອກ ໝີ ໃນຂະ ນະໝີ ອອກ ໄປຫາກິນ. ພາບ: ກົງດາດ/VNP

ຢູ່ສູນແຫ່ງນີ້, ມີ ໝີໂຕໜຶ່ງຊື່ວ່າ ໂຈມໂຈມ ກໍ່ເປັນກໍລະນີພິເສດ. ມັນໄດ້ຮັບຜົນກະທົບທາງດ້ານຈິດໃຈ ຍ້ອນຖືກຂັງໃນຕູ້ ຄອນ ແທນເນີ ເພໜ່ວຍໜຶ່ງ ຢູ່ ບິ່ງເຢືອງ ເປັນເວລາດົນນານ.
 
ຫຼັງຈາກ ໂຈມໂຈມ ຖືກສົ່ງມາສູນ, ສະພາບຂອງມັນກໍ່ເລີ່ມດີຂຶ້ນຍ້ອນໄດ້ຢູ່ນຳໝີ ຫຼາຍໂຕ ໃນເຂດເຄິ່ງທຳມະຊາດ. ໂຈມໂຈມ ສາມາດຫຼິ້ນ ກັບເຄື່ອງ ຂອງຕ່າງໆ ທີ່ໃກ້ຊິດກັບທຳມະຊາດຄື: ຕົ້ນໄມ້, ໜອງນຳ້... ມື້ທີ່ພວກຂ້າພະເຈົ້າມາຢາມສູນ, ໂຈມໂຈມ ກຳລັງໄດ້ທ່ານໝໍຂອງສູນໃສ່ຢາສະຫຼົບ ເພື່ອຖອນແຂ້ວ ເພື່ອໃຫ້ ມັນ ສາມາດ ກິນໄດ້ງ່າຍຂຶ້ນ.
 
ນອກຈາກນັ້ນ, ສວນສາທາລະນະແຫ່ງຊາດ ກຸກເຟືອງ (ນິງບິ່ງ) ຍັງເປັນສະຖານທີ່ ເຕົ້າໂຮມສູນອະນຸລັກຮັກສາສັດປ່າ ຂະໜາດ ໃຫຍ່ 3 ແຫ່ງ.
 
ສູນກູ້ຊີບ ແລະ ອະນຸລັກຮັກສາ ລີງ ແລະ ທະນີ ທີ່ມີຄ່າຫາຍາກ, ປັດຈຸບັນ ພວມລ້ຽງ ລີງ ແລະ ທະນີ 165 ໂຕ ໃນ15 ຊະນິດ.  ໃນ ນັ້ນ ມີ 6 ຊະນິດສຸດທີ່ມີຄ່າຫາຍາກ ເຊິ່ງໃນໂລກບໍ່ມີບ່ອນໃດ ອະ ນຸລັກ ຮັກສາ, ນັ້ນແມ່ນ: ທະນີກົ້ນຂາວ, ທະນີຮ່າຕິງ, ທະນີລາວ, ທະນີສີດຳ, ທະນີກາດບ່າ ແລະ ທະນີຈ່າວ່າ ຕີນສີເທົາ.
 
ຢູ່ສູນອະນຸລັກຮັກສາສັດກິນຊີ້ນ ປະເພດນ້ອຍ ແລະ ລິ່ນ ອາຊີ, ປັດຈຸບັນພວມລ້ຽງເຫງັນ 14 ໂຕ ມີ 2 ຊະນິດຄື ເຫງັນ ລາຍ ແລະ ເຫງັນດຳ. ທາງສູນ ໄດ້ປະຕິບັດຢ່າງສຳເລັດການຄົ້ນ ຄວ້າ ໃຫ້ເຫງັນລາຍ ເກີດລູກໄດ້ໃນສະພາບແວດລ້ອມ ເຄິ່ງທຳມະຊາດ.

ສຳລັບ ລິ່ນ ອາຊີ, ສູນແຫ່ງນີ້ ພວມລ້ຽງ 2 ຊະນິດດ້ວຍຈຳນວນ 67 ໂຕ. ປີ 2008, ທາງສູນ ໃຫ້ ລິ່ນ ເກີດລູກໄດ້ຢ່າງສຳເລັດ. ນີ້ ແມ່ນສູນອະນຸລັກຮັກສາ ລິ່ນ ແຫ່ງທຳອິດຢູ່ ຫວຽດນາມ ໄດ້ຮັບ ການຕີລາຄາສູງຈາກ ໂລກ ຍ້ອນ ລິ່ນ ເປັນສັດປະເພດໜຶ່ງ ທີ່ລ້ຽງ ຍາກ ໃນສະພາບແວດລ້ອມເຄິ່ງທຳມະຊາດ. 


ໃນອາຫານ ຂອງ ເຕົ່າ ອະນຸບານ ຢູ່ສູນອະນຸລັກຮັກສາ ເຕົ່າ ກຸກ ເຟືອງ ມີທາດ ການຊີ ເພື່ອຊ່ວຍເຮັດໃຫ້ ອອງຂອງ
ມັນຂະຫຍາຍຕົວ. ພາບ: ກົງດາດ/VNP



ສັດຕະວະແພດຂອງສູນອະນຸລັກຮັກສາ ເຕົ່າ ກຸກເຟືອງ ກຳລັງທາຢາໃຫ້ ເຕົ່າ ທີ່ຕິດພະຍາດ. ພາບ: ກົງດາດ/VNP


ເຕົ່າ 2-3 ໂຕ ຈະກິນອາຫານໃນພາດຽວກັນ. ພາບ: ກົງດາດ/VNP


ລີງນ້ອຍຈຳນວນໜຶ່ງ ທີ່ຫາກໍ່ສົ່ງມາສູນ ຕ້ອງຂັງໃນຄອກຕ່າງ ຫາກ, ມັນສະແດງຄວາມຢ້ານກົວ ເມື່ອເຫັນມີຄົນເຂົ້າມາໃກ້. ພາບ: ກົງດາດ/VNP


ນົກກົກ (helmeted hornbill) ເປັນນົກຊະນິດໜຶ່ງ ທີ່ມີຄ່າ ຫາຍາກ. ສົບຂອງມັນຈະມີລາຄາສູງກວ່າລາຄາຂອງ ງາຊ້າງ  3-5 ເທື່ອ, ເພາະສະນັ້ນ ມັນຖືກໄລ່ລ່າ ຢ່າງຜິດກົດໝາຍ ແລະ ໃກ້ ຈະສູນພັນ.  ພາບ: ກົງດາດ/VNP


ທ່ານ ຫງວຽນບາແອງ ພ້ອມກັບເສືອ ໂຕໜຶ່ງຊື່ວ່າ ກາມ. ພາບ: ເອກະສານຂອງສູນກູ້ຊີບສັດປ່າ ຮ່າໂນ້ຍ


ບັນດາອາສາສະໝັກຊາວຕ່າງປະເທດ ສົມທົບກັບ ສັດຕະວະ ແພດຂອງສູນເພື່ອປະຕິບັດການກວດກາພະຍາດໃຫ້ ລິ່ນ. ພາບ: ກົງດາດ/VNP


ບັນດາສັດຕະວະແພດຂອງສູນອະນຸລັກຮັກສາ ລິ່ນ ອາຊີ ແລະ ສັດກິນຊີ້ນ ຫາກໍ່ສຳເລັດການຜ່າຕັດ ຫາງ ໃຫ້ແກ່ ລິ່ນ.
ພາບ: ກົງດາດ/
VNP


ທຸກໆ ປີ, ສູນນອະນຸລັກນັກສາ ລິ່ນ ອາຊີ ແລະ ສັດກິນຊີ້ນ ໄດ້ປ່ອຍສັດກິນຊີ້ນ ຫຼາຍຊະນິດ ກັບຄືນສູ່ສະພາບແວດລ້ອມ
ທຳມະຊາດ ຫຼັງຈາກທີ່ມັນໄດ້ຮັບການຟື້ນຟູຄືນສູ່ສະພາບເດີມ.
ພາບ: ສູນອະນຸລັກນັກສາ ລິ່ນ ອາຊີ ແລະ ສັດກິນຊີ້ນ



ສູນກູ້ຊີບ ແລະ ອະນຸລັກຮັກສາ ລີງ ແລະ ທະນີ ທີ່ມີຄ່າຫາ ຍາກ ຂັ້ນ (EPRC) ກຸກເຟືອງ  ກໍາລັງຈັດວາງອາຫານໃຫ້ ທະນີ ຕີນ ມີສີໝາກກະເບົາ. ພາບ: ກົງດາດ/VNP


ປະຈຸບັນ, ສູນກູ້ຊີບ ແລະ ອະນຸລັກຮັກສາ ລີງ ແລະ ທະນີ ທີ່ມີ ຄ່າຫາຍາກຂັ້ນ (EPRC) ກຸກເຟືອງ ພວມລ້ຽງ ລີງ ແລະ ທະນີ
ທີ່ ມີ ຄ່າ ຫາຍາກ 6 ຊະນິດ ຊຶ່ງເປັນປະເພດສັດປ່າ ທີ່ບໍ່ມີບ່ອນ ໃດ ຢູ່ໃນໂລກ ສາມາດລ້ຽງໄດ້. ພາບ: ກົງດາດ/VNP

ພາພວກຂ້າພະເຈົ້າໄປຢາມສູນອະນຸລັກຮັກສາ ເຕົ່າ ກຸກເຟືອງ, ທ່ານ ໂດແທງຮ່າວ, ຜູ້ອຳນວຍການຂອງສູນແຫ່ງນີ້ ໃຫ້ຮູ້ວ່າ ປັດ ຈຸບັນ ທາງສູນພວມລ້ຽງເຕົ່າ ກວ່າ 600 ໂຕ ຂອງ 20/25 ຊະນິດ ເຕົ່າ ຢູ່ຫວຽດນາມ. ສູນປະສົບຄວາມສຳເລັດ ໃຫ້ເຕົ່າ 900 ໂຕ ໃນ 15 ຊະນິດ ເກີດລູກໄດ້ໃນສະພາບແວດລ້ອມ ເຄິ່ງທຳມະ ຊາດ. ພິເສດ, ເຕົ່າ ຈຸງໂບ້ (ເຕົ່າທີ່ກຳເນີດຢູ່ພາກກາງ) ພວມໄດ້ ຮັບການ ດູແລ ໃນສູນດ້ວຍຈຳນວນຫຼາຍທີ່ສຸດໃນໂລກ, ເຕົ່າ ຫົວ ໃຫຍ່ ກໍ່ ໄດ້ຮັບການດູແລໃນສູນ ດ້ວຍຈຳນວນຫຼາຍທີ່ສຸດ ຢູ່ ຫວຽດນາມ.
 
ປັດຈຸບັນ, ເຕົ່າ ຈຸງໂບ້ ຢູ່ ໃນສວນມີທັງໝົດ 260 ໂຕ. ເຕົ່າແຕ່ລະ ຄູ່ທາງສູນ ຈະມີເຄື່ອງໝາຍໄວ້ ເພື່ອຫຼີກຫຼ້ຽງ ການປະສົມພັນ ໃນ ສາຍເລືອດດຽວກັນ. ທ່ານ ໂດແທງຮ່າວ ໃຫ້ຮູ້ວ່າ ທາງສູນເປັນຜູ້ ນຳ ຂອງ ໂລກ ໃຫ້ເຕົ່າ ມີກະດອງສີຄຳ ຂະຫຍາຍຕົວ (Cuora galbinifrons) ໃນສະພາບແວດລ້ອມເຄິ່ງທຳມະຊາດ ປະສົບ ຜົນສຳເລັດ.

ຫວຽດນາມ ເປັນສະມາຊິກທີ່ຫ້າວຫັນ ຂອງ ສັນຍາລະຫວ່າງ ລັດ ຖະບານ ຫຼາຍສະບັບ ວ່າດ້ວຍການປົກປັກຮັກສາສັດປ່າ, ພຶກສາ ຊາດ ທີ່ສຳຄັນຄື: ສົນທິສັນຍາວ່າດ້ວຍການຄ້າຂາຍສັດປ່າ, ພຶກ ສາຊາດ ທີ່ໃກ້ສູນພັນ (CITES); ສົນທິສັນຍາ ພຶກສາຊາດ ທີ່ ຫຼາກຫຼາຍຮູບ ແບບ (CBD); ເວທີປາໄສ ເສືອ ທົ່ວໂລກ (GTF); ຫົວຄິດປະດິດສ້າງ ເສືອ ທົ່ວໂລກ (GTI); ເຄືອຂ່າຍປະຕິບັດ ກົດ ໝາຍປົດປັກ ຮັກສາສັດປ່າ, ພຶກສາຊາດ ຫຼາຍຊະນິດຢູ່ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ (ASEAN-WEN).
ບົດ: ຖາວວີ - ພາບ: ເຈິ່ນກົງດາດ ແລະ ເອກະສານ
ບັນດາບົດທີ່ຖືກນຳສະເໜີ