03/06/2018 10:45 GMT+7 Email Print Like 0

ປະເພນີສູ່ຂໍ, ງານດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໝາງ ຢູ່ ລາຍເຈົາ

      ພໍ່ແມ່ຂອງເຈົ້າສາວເອົາໄກ່ຜູ້ໄກ່ແມ່ຄູ່ໜຶ່ງໃຫ້ລູກສາວເພື່ອເຮັດແນວ, ດ້ວຍຄວາມປາດຖະໜາວ່າ ຊີວິດຂອງຄູ່ສ້າງຄອບຄົວໃໝ່ຈະມີຄວາມສຸກ
      ຊົນເຜົ່າ ໝາງ ແມ່ນຊົນເຜົ່າທີ່ມີພົນລະເມືອງໜ້ອຍ ດຳລົງຊີວິດຕົ້ນຕໍຢູ່ບັນດາເມືອງ ສິ່ນໂຮ່ເມື່ອງແຕ່ຟອງໂຖເມື່ອງໄລແຂວງ ລາຍເຈົາຫວຽດນາມກໍຄືກັນກັບຊົນເຜົ່າອ້າຍນ້ອງອື່ນໆຊາວເຜົ່າ ໝາງ ກໍມີຈຸດວັດທະນະທຳຊົນເຜົ່າຫຼາຍຢ່າງທີ່ເປັນເອກະລັກສະເພາະ ແລະ ໄດ້ຮັບຄວາມເຄົາລົບນັບຖື ແລະອະນຸລັກຮັກສາຈາກພໍ່ແມ່ພີ່ນ້ອງມາເຖິງປັດຈຸບັນປະເພນີສູ່ຂໍງານດອງຂອງຊາວເຜົ່າ ໝາງ ຢູ່ຕາແສງ ນ້ຳບານເມືອງ ນ້ຳຍູ່ນແຂວງ ລາຍເຈົາ ແມ່ນຕົວຢ່າງໜຶ່ງບົດຂຽນຂອງ ແຈ໋ວທູນັກຂ່າວ VOV.
        ຕາມປົກກະຕິແລ້ວ ຊາວເຜົ່າ ໝາງເຄີຍເລືອກເອົາມື້ແຕ່ງດອງໃນຈຸດເວລາທີ່ລະດູທຳການຜະລິດໄດ້ເກັບກ່ຽວສຳເລັດ. ມື້ແຕ່ງດອງຕ້ອງແມ່ນມື້ສັນວັນດີ, ໄລຍະເວລາແມ່ນປະມານແຕ່ເດືອນ 10 (ໄລ່ຕາມຈັນທະປະຕິທິນ)ຂອງປີທີ່ແລ້ວຫາເດືອນ 3 ຂອງປີຕໍ່ມາ . ໃນມື້ແຕ່ງດອງ ທາງຝ່າຍເຈົ້າບາວຈະນຳເອົາເຄື່ອງຂອງໃນການເຮັດພິທີມາເຮືອນຝ່າຍຍິງ ເຊິ່ງລວມມີ: ເງິນກີບຂາວ 20 ຫຼຽນ, ໝູໜັກ 200 kg, ໄກ່ ແຕ່ 9 – 11 ໂຕ, ເຫຼົ້າໄຫ 1 ໄຫ, ເຂົ້າສານໜຽວ 20 kg ແລະ ແຜ່ນແພເປັນຈຳນວນຫຼາຍ... ສິ່ງທີ່ສຳຄັນກວ່າໝູ່ໃນຈຳນວນເຄື່ອງຂອງເຮັດພິທີທີ່ຝ່າຍເຈົ້າບາວນຳມາເຮືອນຝ່າຍເຈົ້າສາວນັ້ນ ແມ່ນຊີ້ນກະຮອກ 2 ມັດ ຫຼື ຊີ້ນໜູປ່າທີ່ໄດ້ຕາກແຫ້ງແລ້ວ, ກະຮອກ ແລະ ໜູລວມກັນແລ້ວປະມານ 30    ໂຕຂຶ້ນໄປ. ຊີ້ນແຕ່ລະມັດ ຈະມັດດ້ວຍເສັ້ນຝ້າຍສີແດງ ແລະ ສີດຳມັດໃສ່ນຳກັນ. ໃນນັ້ນ ເສັ້ນຝ້າຍສີແດງເປັນສັນຍາລັກໃຫ້ແກ່ເຈົ້າສາວ ແລະ ເສັ້ນຝ້າຍສີດຳເປັນສັນຍາາລັກໃຫ້ແກ່ເຈົ້າບາວ. ກ່ອນຈະຮັບປະທານອາຫານ, ທາງຄອບຄົວຝ່າຍເຈົ້າບາວ ເຊິ່ງລວມມີ ເຈົ້າໂຄດລຸງຕາ, ເຈົ້າບ່າວ ແລະ ຕາງໜ້າຝ່າຍເຈົ້າບາວຄຸເຂົ່າກາບຕໍ່ໜ້າ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ຂອງເຈົ້າສາວ ເພື່ອສະແດງຄວາມຮູ້ບຸນຄຸນທີ່ເຂົາເຈົ້າໄດ້ໃຫ້ກຳເນີດຍິງສາວຜູ້ທີ່ງາມທັງກາຍ ແລະ ໃຈ ຫຼັງຈາກນັ້ນ ຕໍ່ຫນ້າການເປັນສັກຂີພິຍານຂອງພໍ່ແມ່ພີ່ນ້ອງທີ່ໄດ້ມາຮ່ວມພິທີງານດອງ, ຝ່າຍເຈົ້າບາວຍັງຄົງສືບຕໍ່ຄຸເຂົ່າກາບທຸກຄົນເພື່ອຂອບອົກຂອບໃຈ ແລ້ວກໍຂໍຮັບໃພ້ໃໝ່ເມືອເຮືອນຜົວ. ລຸງ ຈີ່ນແມແລງ ເຊິ່ງເປັນປະຊາຊົນຢູ່ບ້ານ ນ້ຳໂອ, ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ ໃຫ້ຮູ້ວ່າ:
       “ຕອນແລງຂອງມື້ຈັດງານດອງນັ້ນ ທາງຝ່າຍເຈົ້າບາວຕ້ອງນຳເອົາບັນດາເຄື່ອງຂອງໃນການເຮັດພິທີມາເຮືອນຝ່າຍຍິງຢ່າງຄົບຖ້ວນ ຄື ເງິນຂາວເຫຼົ້າເຂົ້າສານ.... ຕອນຄ່ຳ ທາງຄອບຄົວຝ່າຍຍິງຈະຂ້າໄກ່ຜູ້ເພື່ອເຊື້ອເຊີນທາງຝ່າຍຊາຍ, ຫຼັງຈາກນັ້ນແລ້ວ ຈະເບິ່ງຫົວ ແລະ ຕີນຂອງໄກ່ນັ້ນຖ້າຫາກງາມດີ ແມ່ນຮຸ່ງເຊົ້າມື້ຕໍ່ມາກໍຈະພາໃພ້ເມືອເຮືອນຜົວເລີຍ”.
ເຄື່ອງຂອງທີ່ຝ່າຍເຈົ້າບາວນຳມາເຮັດພິທີຢູ່ເຮືອນເຈົ້າສາວ
(ພາບ: Tienphong.vn)
      ພາຍຫຼັງຈັດງານແຕ່ງດອງຢູ່ເຮືອນຝ່າຍເຈົ້າສາວແລ້ວ, ກ່ອນຈະພາເຈົ້າສາວອອກຈາກເຮືອນ, ຕາງໜ້າຝ່າຍເຈົ້າສາວຈະຊອກທຸກວິທີເພື່ອທາຂີ້ໝີ້ນໝໍ້ໃສ່ໜ້າ, ສາດນ້ຳ ແລະ ທາຂີ້ຕົມໃສ່ເຈົ້າໂຄດລຸງຕາ, ຂະບວນທີ່ມາຮັບໃພ້. ຊາວເຜົ່າ ໝາງ ມີຄວາມສຳນຶກວ່າ ພາໃພ້ລົງເຮືອນແມ່ນຕ້ອງສ້າງເຄື່ອງໝາຍ ເພື່ອບໍ່ໃຫ້ເທວະດາເຫັນ ແລະ ກີດຂວາງ. ຍ້ອນແນວນັ້ນ, ຈຶ່ງທາຂີ້ໝີ້ນໝໍ້ໃສ່ໜ້າ ແລະ ທາຂີ້ຕົມໃສ່ຜູ້ທີ່ມາຮັບໃພ້ຍິ່ງຫຼາຍເທົ່າໃດ ກໍຍິ່ງດີ. ໃນຕອນແລງມື້ທີສອງຂອງການຈັດງານດອງນັ້ນ, ແມ່ຜົວ ແລະ ບັນດາພີ່ປ້ານ້າອາ ຈະພ້ອມກັບຜູ້ຊາຍ 3 ຄົນ ແລະ ຜູ້ຍິງ 2 ຄົນໄປຕ້ອນຮັບຂະບວນທີ່ພາໃພ້ມາຢູ່ແຄມທາງ ເພື່ອສືບຕໍ່ຈັດງານດອງຢູ່ເຮືອນຂອງຕົນ. ເຄື່ອງຂອງຊັບສົມບັດທີ່ພໍ່ແມ່ໃຫ້ລູກສາວຊາວເຜົ່າໝາງ ຖືມາເຮືອນຜົວ ລວມມີ: ກະພາທີ່ສານດ້ວຍຫວາຍເພື່ອໃສ່ເຄື່ອງນຸ່ງ, ແຜ່ນແພເຂັມດ້າຍ, ພ້ອມກັບມີດ, ຈົກ, ໝໍ້ ເຊິ່ງແມ່ນບັນດາເຄື່ອງໃຊ້ທີ່ພໍ່ແມ່ເຈົ້າສາວໄດ້ມອບໃຫ້, ດ້ວຍຄວາມຫວັງວ່າ ເມື່ອລູກສາວສ້າງຄອບຄົວແລ້ວ ຈະຮູ້ຈັກເກັບອອມ ແລະ ຈະມີຊີວິດການເປັນຢູ່ທີ່ ອີ່ມໜຳສຳລານສົມບູນພູນສຸກ. ນອກຈາກນັ້ນ, ພໍ່ແມ່ຂອງເຈົ້າສາວເອົາໄກ່ຜູ້ໄກ່ແມ່ຄູ່ໜຶ່ງໃຫ້ລູກສາວເພື່ອເຮັດແນວ, ດ້ວຍຄວາມປາດຖະໜາວ່າ ຊີວິດຂອງຄູ່ສ້າງຄອບຄົວໃໝ່ຈະມີຄວາມສຸກ. ບັນດາເຄືຶ່ອງຂອງຂອງເຈົ້າສາວເຫຼົ່ານີ້ ແມ່ນທາງຝ່າຍຊາຍ 5 ຄົນຈະຊ່ວຍກັນຖືກັບເມືອເຮືອນຜົວ.

ທາຂີ້ໝີ້ນໝໍ້ໃສ່ໜ້າ, ສາດນ້ຳ ແລະ ທາຂີ້ຕົມໃສ່ເຈົ້າໂຄດລຸງຕາຄະນະມາຮັບໃພ້ 
(ພາບ:Tienphong.vn)
      ເມື່ອຄະນະຮັບໃພ້ມາຮອດເຮືອນເຈົ້າບ່າວ ຈະໄດ້ແບ່ງອອກເປັນສອງຂະບວນ, ຂຶ້ນຂັ້ນໄດທີ່ສະຫງວນໃຫ້ຍິງ - ຊາຍສະເພາະ. ຢູ່ຕີນຂັ້ນໄດຈະມີຄົນໃນເຮືອນຝ່າຍຊາຍເຊີນດື່ມເຫຼົ້າ 2 ຈອກ ເພື່ອຂອບອົກຂອບໃຈທຸກຄົນທີ່ໄດ້ມາຮ່ວມງານດອງ. ເມື່ອເຂົ້າໄປເຮືອນ, ແມ່ຜົວຈະຈູງລູກໃພ້ເຂົ້າຫ້ອງນອນທັນທີ, ເມື່ອຮອດເວລາກິນເຂົ້າ ເຈົ້າສາວກໍອອກມາແຕ່ງກິນ, ຈັດແຈງນຳກັນ. ພິເສດສິ່ງທີ່ຕ່າງກັນກັບງານແຕ່ງດອງຂອງຊົນເຜົ່າອື່ນແມ່ນ ເມື່ອຮອດເວລາກິນເຂົ້າ ຄູ່ຜົວເມຍໃໝ່ຕ້ອງແຕ່ງກິນເອງຕ່າງຫາກ. ເພາະພໍ່ແມ່ພີ່ນ້ອງມີຄວາມສຳນຶກວ່າ ຖ້າແຕະຕ້ອງເຖິງອາຫານຂອງແຂກພຽງແຕ່ໜ້ອຍດຽວນັ້ນ ພາຍຫຼັງທີ່ເກີດລູກອອກມາຈະລ້ຽງຍາກ, ທຳມາຫາກິນບໍ່ສະດວກ. ແຂກທີ່ມາຮ່ວມງານ ເຊິ່ງນຳເອົາຂອງຂວັນມາມອບໃຫ້ຄູ່ບ່າວສາວໃນມື້ແຕ່ງງານນັ້ນ ແມ່ນຂຶ້ນກັບສະພາບເງື່ອນໄຂຂອງຄອບຄົວ, ຕົ້ນຕໍແມ່ນ ຂອງຂວັນທີ່ເຂົາເຈົ້າເຮັດເອງ, ແລ້ວທຸກຄົນກໍພ້ອມກັນຍົກຈອກເພື່ອອວຍພອນໃຫ້ຄູ່ບ່າວສາວ. ພາຍຫຼັງຮັບປະທານອາຫານແລ້ວ ທຸກຄົນກໍຂັບກ້ຽວນຳກັນດ້ວຍຄວາມປາດຖະໜາວ່າ ທັງສອງຝ່າຍຈະບໍ່ໃຫ້ຖືຊາຄວາມຂາດຕົກບົກຜ່ອງ ແລະ ຮ້ອງລຳທຳເພງບັນດາບົດເພງບອກສອນ, ອວຍພອນໃຫ້ຄູ່ບ່າວສາວຈົ່ງມີຄວາມສຸກ. ລາຍການຮ້ອງເພງຫາກໍ່ສິ້ນສຸດ, ກໍແມ່ນເວລາທີ່ພິທີຈັດງານດອງມາຮອດນີ້ເປັນອັນວ່າສຳເລັດ. ເອື້ອຍ ລີ໋ມີ່ ຢູ່ ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ ໃຫ້ຮູ້ວ່າ:
 “ປະເພນີສູ່ຂໍງານດອງຂອງຊາວເຜົ່າ ໝາງ ມີຄວາມເປັນເອກະລັກສະເພາະທີ່ສຸດຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນວັດທະນະທຳອັນດີງາມຫຼາຍຢ່າງຂອງຊົນເຜົ່າຕົນທີ່ຍາມໃດກໍຮັກສາລັກສະນະສີສັນສະເພາະທີ່ມີໄວ້ໄດ້”.
ປະເພນີສູ່ຂໍງານດອງຂອງຊາວເຜົ່າ ໝາງ ໃນເມື່ອກ່ອນໄດ້ຈັດເປັນເວລາ 4 ມື້ 4 ຄືນ ຢູ່ເຮືອນທັງສອງຝ່າຍເຈົ້າບາວ ແລະ ຝ່າຍເຈົ້າສາວ. ແຕ່ມາໃນປັດຈຸບັນ ໂດຍປະຕິບັດຕາມແບບແຜນດຳລົງຊີວິດວັດທະນະທຳແບບໃໝ່, ປະຢັດມັດທະຍັດໃນວຽກງານສູ່ຂໍງານດອງ, ສະນັ້ນ ພໍ່ແມ່ພີ່ນ້ອງຈັດພິທີພຽງແຕ່ 2 ມື້ 2 ຄືນເທົ່ານັ້ນ. ຕາມການເວລາ, ວັດທະນະທຳອັນດີງາມໃນປະເພນີສູ່ຂໍ, ງານດອງຂອງພໍ່ແມ່ປະຊາຊົນຊາວເຜົ່າ ໝາງ ຢູ່ ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ, ແຂວງ ລາຍເຈົາ ຍັງຄົງໄດ້ຮັກສາໄວ້ ແລະ ສືບທອດກັນມາແຕ່່ຄົນລຸ້ນນີ້ເຖິງຄົນລຸ້ນອື່ນ. ຖ້າມີໂອກາດໄດ້ຮ່ວມມ່ວນຊື່ນໃນງານແຕ່ງດອງຂອງພໍ່ແມ່ປະຊາຊົນຊາວເຜົ່າ ໝາງ ແມ່ນແນ່ນອນວ່າແຂກທ່ອງທ່ຽວຈະມີບັນດາອານຸສອນດ້ານວັດທະນະທຳທີ່ເປັນເອກະລັກສະເພາະຍາກທີ່ຈະຫລົງລືມໄດ້.
 (ແຫຼ່ງຄັດຈາກ VOV)